ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ວັນພິພາກສາ—ວັນນັ້ນແມ່ນຫຍັງ?

ວັນພິພາກສາ—ວັນນັ້ນແມ່ນຫຍັງ?

ເຈົ້າຄິດວ່າວັນພິພາກສາເປັນແນວໃດ? ຫຼາຍຄົນຄິດວ່າ ຜູ້ຄົນຈຳນວນຫຼາຍພັນລ້ານຄົນຈະຖືກພາມາຢູ່ຕໍ່ໜ້າບັນລັງຂອງພະເຈົ້າເທື່ອລະຄົນ. ຢູ່ຕໍ່ໜ້າບັນລັງນັ້ນ ຈະມີການພິພາກສາແຕ່ລະຄົນ. ບາງຄົນຈະໄດ້ຮັບຄວາມສຸກສຳລານໃນສະຫວັນເປັນລາງວັນແລະຄົນອື່ນໆຈະໄດ້ຮັບການທໍລະມານຕະຫຼອດການ. ແຕ່ຄຳພີໄບເບິນພັນລະນາເຖິງໄລຍະເວລາຂອງວັນພິພາກສາໃນແບບທີ່ແຕກຕ່າງຢ່າງສິ້ນເຊີງຈາກສິ່ງທີ່ກ່າວມານັ້ນ. ພະຄຳຂອງພະເຈົ້າພັນລະນາວ່າວັນພິພາກສາບໍ່ແມ່ນໄລຍະເວລາທີ່ເປັນຕາຢ້ານ ແຕ່ເປັນໄລຍະເວລາຂອງຄວາມຫວັງແລະການຟື້ນຟູ.

ຢູ່ຄຳປາກົດ 20:11, 12 ເຮົາອ່ານຄຳພັນລະນາຂອງອັກຄະສາວົກໂຢຮັນກ່ຽວກັບວັນພິພາກສາວ່າ “ເຮົາໄດ້ເຫັນພະທີ່ນັ່ງອັນໃຫຍ່ອັນຂາວກັບພະອົງຜູ້ນັ່ງທີ່ພະທີ່ນັ່ງນັ້ນ. ແລະແຜ່ນດິນໂລກແລະຟ້າອາກາດໄດ້ປົບໜີຈາກໜ້າພະອົງ ແລະບ່ອນຢູ່ສຳລັບແຜ່ນດິນໂລກແລະຟ້າອາກາດນັ້ນກໍຫາພົບບໍ່ໄດ້. ແລະເຮົາໄດ້ເຫັນຝູງຄົນຕາຍແລ້ວທັງຜູ້ໃຫຍ່ທັງຜູ້ນ້ອຍຢືນຢູ່ຕໍ່ໜ້າພະທີ່ນັ່ງນັ້ນ ແລະໜັງສືທັງຫຼາຍເປັນທີ່ເປີດອອກ. ແລະມີໜັງສືມ້ວນໜຶ່ງອີກເປີດອອກ ເປັນໜັງສືສຳລັບຊີວິດ. ແລະຄົນຕາຍທັງປວງໄດ້ຖືກຕັດສິນຕາມຂໍ້ຄວາມທີ່ຂຽນໄວ້ແລ້ວໃນໜັງສືທັງຫຼາຍນັ້ນຕາມກິດຈະການຂອງເຂົາ.” ໃຜເປັນຜູ້ພິພາກສາທີ່ບອກໄວ້ໃນຂໍ້ນີ້?

ພະເຢໂຫວາພະເຈົ້າເປັນຜູ້ພິພາກສາອົງສູງສຸດຂອງມະນຸດ. ແຕ່ພະອົງໄດ້ແຕ່ງຕັ້ງຕົວແທນໃຫ້ເຮັດໜ້າທີ່ພິພາກສາແທ້ໆ. ອີງຕາມກິດຈະການ 17:31 ອັກຄະສາວົກໂປໂລເວົ້າວ່າ “ພະເຈົ້າໄດ້ກຳນົດວັນໜຶ່ງໄວ້ ໃນວັນນັ້ນພະເຈົ້າຈະໃຫ້ຄົນອົງໜຶ່ງທີ່ພະເຈົ້າໄດ້ຕັ້ງໄວ້ນັ້ນໃຫ້ຕັດສິນມະນຸດສະໂລກຕາມຄວາມຊອບທຳ.” ຜູ້ພິພາກສາທີ່ໄດ້ຮັບການແຕ່ງຕັ້ງຜູ້ນີ້ແມ່ນພະເຍຊູຜູ້ທີ່ຖືກປຸກໃຫ້ຄືນມາຈາກຕາຍ. (ໂຢຮັນ 5:22) ແຕ່ວັນພິພາກສາເລີ່ມຕົ້ນເມື່ອໃດ? ວັນພິພາກສາຈະຍາວນານດົນປານໃດ?

ພະທຳຄຳປາກົດສະແດງໃຫ້ເຫັນວ່າວັນພິພາກສາເລີ່ມຕົ້ນຫຼັງຈາກສົງຄາມອະລະມະເຄໂດນ ເມື່ອລະບົບຂອງຊາຕານທີ່ຢູ່ແຜ່ນດິນໂລກຈະຖືກທຳລາຍ. * (ຄຳປາກົດ 16:14, 16; 19:19–20:3) ຫຼັງຈາກອະລະມະເຄໂດນ ຊາຕານແລະພວກຜີປີສາດຈະຖືກຂັງໃນເຫວເລິກເປັນເວລາໜຶ່ງພັນປີ. ໃນໄລຍະເວລານັ້ນ ຜູ້ຮ່ວມຮັບມໍລະດົກກັບພະເຍຊູຈຳນວນ 144.000 ຄົນເຊິ່ງຢູ່ໃນສະຫວັນຈະເປັນຜູ້ພິພາກສາແລະຈະປົກຄອງເປັນກະສັດຮ່ວມກັບ “ພະຄລິດລະຫວ່າງພັນປີ.” (ຄຳປາກົດ 14:1-3; 20:1-4; ໂລມ 8:17) ວັນພິພາກສາບໍ່ແມ່ນເຫດການທີ່ດຳເນີນຢ່າງຮີບດ່ວນໃນເວລາພຽງແຕ່ 24 ຊົ່ວໂມງ. ວັນພິພາກສາຈະຍາວນານເຖິງໜຶ່ງພັນປີ.

ລະຫວ່າງໄລຍະເວລາໜຶ່ງພັນປີນັ້ນ ພະເຍຊູຄລິດຈະ “ຕັດສິນທັງຄົນຍັງເປັນແລະຄົນຕາຍແລ້ວ.” (2 ຕີໂມເຕ 4:1) “ຄົນຍັງເປັນ” ຈະໄດ້ແກ່ “ຊົນຝູງໃຫຍ່” ທີ່ລອດຜ່ານອະລະມະເຄໂດນ. (ຄຳປາກົດ 7:9-17, ລ.ມ.) ອັກຄະສາວົກໂຢຮັນຍັງເຫັນ “ຄົນຕາຍແລ້ວ . . . ຢືນຢູ່ຕໍ່ໜ້າພະທີ່ນັ່ງ” ແຫ່ງການພິພາກສາ. ດັ່ງທີ່ພະເຍຊູໄດ້ສັນຍາ “ຄົນທັງປວງທີ່ຢູ່ໃນບ່ອນຝັງສົບກໍຈະຍິນສຽງປາກຂອງພະບຸດ [ພະຄລິດ] ແລະເຂົາຈະອອກມາ” ໂດຍການຄືນມາຈາກຕາຍ. (ໂຢຮັນ 5:28, 29; ກິດຈະການ 24:15) ແຕ່ຈະມີການພິພາກສາຄົນທັງປວງໂດຍອີງໃສ່ອັນໃດເປັນພື້ນຖານ?

ຕາມນິມິດຂອງອັກຄະສາວົກໂຢຮັນ “ໜັງສືທັງຫຼາຍເປັນທີ່ເປີດອອກ” ແລະ “ຄົນຕາຍທັງປວງໄດ້ຖືກຕັດສິນຕາມຂໍ້ຄວາມທີ່ຂຽນໄວ້ແລ້ວໃນໜັງສືທັງຫຼາຍນັ້ນຕາມກິດຈະການຂອງເຂົາ.” ໜັງສືເຫຼົ່ານີ້ເປັນບັນທຶກກ່ຽວກັບການກະທຳໃນອະດີດຂອງຜູ້ຄົນບໍ? ບໍ່ແມ່ນ ການພິພາກສາບໍ່ໄດ້ອີງໃສ່ສິ່ງທີ່ຜູ້ຄົນເຮັດກ່ອນເຂົາເຈົ້າຕາຍ. ເຮົາຮູ້ໄດ້ແນວໃດ? ຄຳພີໄບເບິນກ່າວວ່າ ‘ຜູ້ທີ່ຕາຍແລ້ວກໍພົ້ນຈາກຄວາມບາບ.’ (ໂລມ 6:7) ດ້ວຍເຫດນີ້ ອາດກ່າວໄດ້ວ່າຜູ້ທີ່ຖືກປຸກຂຶ້ນມາສູ່ຊີວິດຈະບໍ່ມີບາບແລ້ວ. ດັ່ງນັ້ນ ໜັງສືເຫຼົ່ານັ້ນຕ້ອງໝາຍເຖິງຂໍ້ຮຽກຮ້ອງຂອງພະເຈົ້າທີ່ເພີ່ມເຂົ້າມາຕື່ມອີກ. ເພື່ອຈະມີຊີວິດຕະຫຼອດໄປ ທັງຜູ້ທີ່ລອດຜ່ານອະລະມະເຄໂດນ ແລະຜູ້ທີ່ໄດ້ຮັບການປຸກໃຫ້ຄືນມາຈາກຕາຍຈະຕ້ອງເຊື່ອຟັງຄຳສັ່ງຂອງພະເຈົ້າ ລວມທັງຂໍ້ຮຽກຮ້ອງໃໝ່ໆທີ່ພະເຢໂຫວາອາດເປີດເຜີຍໃນລະຫວ່າງໄລຍະເວລາໜຶ່ງພັນປີ. ດ້ວຍເຫດນີ້ ຜູ້ຄົນຈະຖືກພິພາກສາໂດຍອີງໃສ່ສິ່ງທີ່ເຂົາເຈົ້າເຮັດລະຫວ່າງວັນພິພາກສາ.

ໃນລະຫວ່າງວັນພິພາກສາ ຫຼາຍຮ້ອຍລ້ານຄົນຈະມີໂອກາດເປັນຄັ້ງທຳອິດທີ່ຈະຮຽນຮູ້ກ່ຽວກັບໃຈປະສົງຂອງພະເຈົ້າແລະປະຕິບັດຕາມນັ້ນ. ນີ້ໝາຍຄວາມວ່າຈະມີວຽກໃຫ້ການສຶກສາໃນຂອບເຂດທີ່ກວ້າງຂວາງ. ທີ່ຈິງ “ຊາວຊົນໂລກທັງຫຼາຍກໍຮຽນຮູ້ຄວາມຊອບທຳ.” (ເອຊາອີ 26:9) ແຕ່ບໍ່ແມ່ນໝົດທຸກຄົນຈະເຕັມໃຈເຮັດຕາມໃຈປະສົງຂອງພະເຈົ້າ. ເອຊາອີ 26:10 ກ່າວວ່າ “ຖ້າເຂົາໂຜດພະຄຸນແກ່ຄົນຮ້າຍລາວບໍ່ຮຽນຮູ້ຄວາມຊອບທຳ. ໃນປະເທດແຫ່ງຄວາມສັດຊື່ຄົນນັ້ນເຮັດການຮ້າຍແລະບໍ່ເຫັນລັດສະໝີອານຸພາບແຫ່ງພະເຢໂຫວາ.” ໃນລະຫວ່າງວັນພິພາກສາ ຄົນບໍ່ດີເຫຼົ່ານັ້ນຈະຖືກປະຫານຊີວິດແບບຕະຫຼອດການ.—ເອຊາອີ 65:20.

ເມື່ອວັນພິພາກສາສິ້ນສຸດ ມະນຸດທີ່ລອດຊີວິດຈະ “ຄືນມາສູ່ຊີວິດ” ຢ່າງເຕັມທີໃນຖານະເປັນມະນຸດທີ່ສົມບູນແບບ. (ຄຳປາກົດ 20:5, ທ.ປ.) ດັ່ງນັ້ນ ໃນລະຫວ່າງວັນພິພາກສາ ມະນຸດຈະໄດ້ຮັບການຟື້ນຟູສູ່ສະພາບສົມບູນແບບທີ່ເຄີຍມີໃນຕອນທຳອິດ. (1 ໂກລິນໂທ 15:24-28) ຈາກນັ້ນຈະມີການທົດລອງຄັ້ງສຸດທ້າຍ. ຊາຕານຈະຖືກປ່ອຍອອກມາຈາກບ່ອນທີ່ຂັງໄວ້ແລະມີການຍອມໃຫ້ມັນພະຍາຍາມລໍ້ລວງມະນຸດອີກຄັ້ງໜຶ່ງເຊິ່ງເປັນການລໍ້ລວງຄັ້ງສຸດທ້າຍ. (ຄຳປາກົດ 20:3, 7-10) ຜູ້ທີ່ຕໍ່ຕ້ານຊາຕານຈະໄດ້ຮັບຕາມທີ່ມີສັນຍາໄວ້ໃນຄຳພີໄບເບິນຢ່າງຄົບຖ້ວນທີ່ວ່າ “ຄົນຊອບທຳທັງຫຼາຍຈະມີແຜ່ນດິນໄວ້ແລະເຂົາຈະຕັ້ງຢູ່ທີ່ນັ້ນສືບໆໄປເປັນນິດ.” (ຄຳເພງ 37:29) ແມ່ນແທ້ ວັນພິພາກສາຈະເປັນຄວາມພອນສຳລັບມະນຸດໝົດທຸກຄົນທີ່ສັດຊື່!

^ ຂໍ້ 1 ກ່ຽວກັບວັນອະລະມະເຄໂດນ ຂໍໃຫ້ເບິ່ງປຶ້ມການຢັ່ງເຫັນເຂົ້າໃຈພະຄຳພີ (ພາສາອັງກິດ) ຫົວທີ 1 ໜ້າ 594-595, 1037-1038 ແລະປຶ້ມນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ ບົດທີ 20 ປຶ້ມທັງສອງຈັດພິມໂດຍພະຍານພະເຢໂຫວາ.