ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ປີ 1914—ປີທີ່ສຳຄັນໃນຄຳພະຍາກອນຂອງຄຳພີໄບເບິນ

ປີ 1914—ປີທີ່ສຳຄັນໃນຄຳພະຍາກອນຂອງຄຳພີໄບເບິນ

ນັກສຶກສາຄຳພີໄບເບິນໄດ້ປະກາດໄວ້ລ່ວງໜ້າເປັນເວລາຫຼາຍສິບປີວ່າຈະມີເຫດການທີ່ສຳຄັນເກີດຂຶ້ນໃນປີ 1914. ເຫດການເຫຼົ່ານັ້ນມີຫຍັງແດ່ ແລະມີຫຼັກຖານອັນໃດຊີ້ບອກວ່າປີ 1914 ເປັນປີທີ່ສຳຄັນ?

ດັ່ງທີ່ບັນທຶກໄວ້ໃນລືກາ 21:24 ພະເຍຊູກ່າວວ່າ “ເມືອງເຢຣຶຊາເລມຈະເປັນທີ່ຢຽບເສຍດ້ວຍຕີນພວກຕ່າງປະເທດຈົນເຖິງເວລາກຳນົດຂອງພວກຕ່າງປະເທດນັ້ນຈະໄດ້ສຳເລັດແລ້ວ.” ເມືອງເຢຣຶຊາເລມເຄີຍເປັນເມືອງຫຼວງຂອງຊາດຢິວ ພ້ອມທັງເປັນສູນກາງການປົກຄອງຂອງກະສັດອົງຕ່າງໆໃນລາຊະວົງຂອງກະສັດດາວິດ. (ຄຳເພງ 48:1, 2) ແນວໃດກໍຕາມ ກະສັດເຫຼົ່ານີ້ບໍ່ຄືກັບບັນດາຜູ້ນຳຂອງຊາດອື່ນໆ. ກະສັດເຫຼົ່ານີ້ນັ່ງເທິງ “ພະທີ່ນັ່ງຂອງພະເຢໂຫວາ” ໃນຖານະເປັນຕົວແທນຂອງພະເຈົ້າ. (1 ຂ່າວຄາວ 29:23) ດ້ວຍເຫດນີ້ ເມືອງເຢຣຶຊາເລມຈຶ່ງເປັນສັນຍະລັກໝາຍເຖິງການປົກຄອງຂອງພະເຢໂຫວາ.

ແຕ່ການປົກຄອງຂອງພະເຈົ້າເລີ່ມຖືກ “ຢຽບເສຍດ້ວຍຕີນພວກຕ່າງປະເທດ” ໂດຍວິທີໃດແລະເມື່ອໃດ? ເຫດການນີ້ເກີດຂຶ້ນໃນປີ 607 ກ່ອນ ສ.ສ. ຕອນທີ່ຊາວບາບີໂລນພິຊິດເມືອງເຢຣຶຊາເລມ. ບໍ່ມີໃຜນັ່ງເທິງ “ພະທີ່ນັ່ງຂອງພະເຢໂຫວາ” ແລະລາຊະວົງຂອງກະສັດທີ່ສືບເຊື້ອສາຍມາຈາກດາວິດຖືກຂັດຈັງຫວະ. (2 ກະສັດ 25:1-26) ການ “ຢຽບ” ນີ້ຈະດຳເນີນໄປຕະຫຼອດການບໍ? ບໍ່ແມ່ນ ເພາະຄຳພະຍາກອນຂອງເອເຊກຽນໄດ້ກ່າວເຖິງເຊເດເຊຍເຊກະສັດອົງສຸດທ້າຍຂອງເຢຣຶຊາເລມວ່າ “ຈົ່ງຖອດແພຄຽນຫົວ ຈົ່ງເອົາກະໂຈມອອກໄປ. . . . ສິ່ງນີ້ທັງມວນຈະບໍ່ເປັນຕໍ່ໄປຈົນເຖິງຜູ້ທີ່ມີການຕັດສິນ [“ສິດ,” ລ.ມ.] ອັນຊອບທຳຈະສະເດັດມາ ແລະເຮົາຈະຍົກສິ່ງນັ້ນໃຫ້ຜູ້ນັ້ນ.” (ເອເຊກຽນ 21:26, 27) ຜູ້ທີ່ “ມີສິດອັນຊອບທຳ” ທີ່ຈະໄດ້ຮັບມົງກຸດຂອງດາວິດແມ່ນພະຄລິດເຍຊູ. (ລືກາ 1:32, 33) ດັ່ງນັ້ນ ການ “ຢຽບ” ຈະສິ້ນສຸດລົງເມື່ອພະເຍຊູເປັນກະສັດ.

ເຫດການທີ່ສຳຄັນນີ້ເກີດຂຶ້ນຕອນໃດ? ພະເຍຊູຊີ້ແຈງວ່າພວກຕ່າງປະເທດຈະປົກຄອງຕະຫຼອດໄລຍະເວລາໜຶ່ງທີ່ມີການກຳນົດໄວ້. ເລື່ອງໃນພະທຳດານຽນບົດທີ 4 ເປັນລູກກະແຈທີ່ຊ່ວຍໃຫ້ຮູ້ວ່າໄລຍະເວລານັ້ນດົນປານໃດ. ເລື່ອງນັ້ນກ່ຽວຂ້ອງກັບຄວາມຝັນທີ່ມີລັກສະນະເປັນຄຳພະຍາກອນທີ່ເນບຶກາດເນດຊາຣກະສັດຂອງປະເທດບາບີໂລນໄດ້ຝັນ. ລາວໄດ້ເຫັນຕົ້ນໄມ້ໃຫຍ່ຕົ້ນໜຶ່ງຖືກປໍ້າລົງ. ຕໍຂອງຕົ້ນໄມ້ນັ້ນບໍ່ສາມາດປົ່ງຂຶ້ນໃໝ່ໄດ້ເພາະມີປອກເຫຼັກແລະປອກທອງແດງຮັດໄວ້. ທູດສະຫວັນອົງໜຶ່ງປະກາດວ່າ “ໃຫ້ມີຍາມທັງເຈັດ ກາຍໄປເທິງມັນ.”—ດານຽນ 4:10-16.

ໃນພະຄຳພີ ບາງເທື່ອມີການໃຊ້ຕົ້ນໄມ້ເພື່ອໝາຍເຖິງການປົກຄອງ. (ເອເຊກຽນ 17:22-24; 31:2-5) ດັ່ງນັ້ນ ການປໍ້າຕົ້ນໄມ້ໂດຍໄນຈຶ່ງເປັນສັນຍະລັກທີ່ສະແດງວ່າການປົກຄອງຂອງພະເຈົ້າເຊິ່ງມີກະສັດທີ່ຢູ່ເມືອງເຢຣຶຊາເລມເປັນຕົວແທນນັ້ນຈະຖືກຂັດຈັງຫວະ. ແຕ່ຄວາມຝັນນັ້ນໄດ້ສະແດງໃຫ້ເຫັນວ່າ “ເມືອງເຢຣຶຊາເລມຈະເປັນທີ່ຢຽບເສຍ” ໃນເວລາຊົ່ວຄາວ ນັ້ນຄືໄລຍະເວລາ “ຍາມທັງເຈັດ.” ໄລຍະເວລານີ້ດົນປານໃດ?

ຄຳປາກົດ 12:6, 14 ຊີ້ແຈງວ່າສາມຍາມເຄິ່ງເທົ່າກັບ “1.260 ວັນ.” ດັ່ງນັ້ນ “ຍາມທັງເຈັດ” ຈະດົນສອງທົບ ຫຼື 2.520 ວັນ. ແຕ່ເມື່ອ 2.520 ວັນຜ່ານໄປນັບຕັ້ງແຕ່ເມືອງເຢຣຶຊາເລມຖືກພິຊິດ ພວກຕ່າງປະເທດກໍຍັງບໍ່ເຊົາ “ຢຽບ” ການປົກຄອງຂອງພະເຈົ້າ. ດັ່ງນັ້ນຈຶ່ງເຫັນໄດ້ແຈ້ງວ່າຄຳພະຍາກອນນີ້ລວມເອົາໄລຍະເວລາທີ່ດົນກວ່ານັ້ນຫຼາຍ. ໂດຍອີງຕາມຈົດເຊັນບັນຊີ 14:34 ແລະເອເຊກຽນ 4:6 ເຊິ່ງກ່າວເຖິງ “ວັນໜຶ່ງໃຊ້ຕາງປີໜຶ່ງ” “ຍາມທັງເຈັດ” ຈະກິນເວລາ 2.520 ປີ.

ເວລາ 2.520 ປີເລີ່ມຕົ້ນໃນເດືອນຕຸລາ ປີ 607 ກ່ອນ ສ.ສ. ຕອນທີ່ຊາວບາບີໂລນພິຊິດເມືອງເຢຣຶຊາເລມແລະກະສັດໃນລາຊະວົງຂອງດາວິດຖືກຖອດຖອນອອກຈາກບັນລັງ. ໄລຍະເວລານັ້ນສິ້ນສຸດໃນເດືອນຕຸລາ ປີ 1914. ໃນຕອນນັ້ນ “ເວລາກຳນົດຂອງພວກຕ່າງປະເທດ” ສິ້ນສຸດລົງແລະພະເຍຊູຄລິດໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດຂອງພະເຈົ້າທີ່ຢູ່ໃນສະຫວັນ. *ຄຳເພງ 2:1-6; ດານຽນ 7:13, 14.

ດັງທີ່ພະເຍຊູໄດ້ພະຍາກອນໄວ້ ການ “ປະທັບ” ຂອງພະອົງຖານະເປັນກະສັດທາງພາກສະຫວັນຈະເຫັນໄດ້ຊັດເຈນຈາກເຫດການຕ່າງໆຂອງໂລກເຊັ່ນ ສົງຄາມ ຄວາມອຶດຢາກ ແຜ່ນດິນໄຫວ ໂລກລະບາດ. (ມັດທາຍ 24:3-8, ລ.ມ.; ລືກາ 21:11) ເຫດການດັ່ງກ່າວເປັນຫຼັກຖານທີ່ເຊື່ອຖືໄດ້ສຳລັບຄວາມເປັນຈິງທີ່ວ່າ ມີການຕັ້ງລາຊະອານາຈັກຂຶ້ນໃນປີ 1914 ຢ່າງແທ້ຈິງ ແລະ “ສະໄໝສຸດທ້າຍ” ຂອງລະບົບຊົ່ວໃນປັດຈຸບັນໄດ້ເລີ່ມຕົ້ນຂຶ້ນໃນປີນັ້ນເອງ.—2 ຕີໂມເຕ 3:1-5, ລ.ມ.

^ ຂໍ້ 4 ຕັ້ງແຕ່ເດືອນຕຸລາ ປີ 607 ກ່ອນ ສ.ສ. ເຖິງເດືອນຕຸລາ ປີ 1 ກ່ອນ ສ.ສ. ເປັນເວລາ 606 ປີ. ເນື່ອງຈາກບໍ່ມີປີສູນ ຕັ້ງແຕ່ເດືອນຕຸລາ ປີ 1 ກ່ອນ ສ.ສ. ເຖິງເດືອນຕຸລາ ປີ 1914 ສ.ສ. ຈຶ່ງເປັນເວລາ 1.914 ປີ. ເມືອເອົາ 606 ປີບວກກັບ 1.914 ປີ ກໍຈະໄດ້ 2.520 ປີ. ສຳລັບຂໍ້ມູນເລື່ອງເມືອງເຢຣຶຊາເລມຖືກພິຊິດໃນປີ 607 ກ່ອນ ສ.ສ. ຂໍໃຫ້ເບິ່ງຫົວຂໍ້ເລື່ອງ “ການຄິດໄລ່ເວລາ” ໃນປຶ້ມການຢັ່ງເຫັນເຂົ້າໃຈພະຄຳພີ (ພາສາອັງກິດ) ຈັດພິມໂດຍພະຍານພະເຢໂຫວາ.