ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ການລະບຸໂຕ “ບາບີໂລນໃຫຍ່”

ການລະບຸໂຕ “ບາບີໂລນໃຫຍ່”

ບໍ່ຄວນເຂົ້າໃຈຂໍ້ຄວາມບາງຕອນໃນພະທຳຄຳປາກົດຕາມໂຕ. (ຄຳປາກົດ 1:1) ຕົວຢ່າງ ພະທຳນີ້ກ່າວເຖິງຜູ້ຍິງຄົນໜຶ່ງທີ່ມີຊື່ວ່າ “ບາບີໂລນໃຫຍ່” ຂຽນໄວ້ທີ່ໜ້າຜາກຂອງລາວ. ມີການກ່າວເຖິງຜູ້ຍິງຄົນນີ້ວ່ານັ່ງຢູ່ເທິງ “ຊາດແລະຝູງຄົນເປັນອັນມາກ.” (ຄຳປາກົດ 17:1, 5, 15) ເນື່ອງຈາກວ່າຖ້າຕາມໂຕແລ້ວຈະບໍ່ມີຜູ້ຍິງແທ້ໆຄົນໃດເຮັດແບບນັ້ນໄດ້ ບາບີໂລນໃຫຍ່ຈຶ່ງຕ້ອງມີຄວາມໝາຍເປັນໄນ. ດັ່ງນັ້ນ ຍິງແມ່ຈ້າງທີ່ມີຄວາມໝາຍເປັນໄນໝາຍເຖິງຫຍັງ?

ຢູ່ຄຳປາກົດ 17:18 ມີການພັນລະນາເຖິງຜູ້ຍິງທີ່ມີຄວາມໝາຍເປັນໄນຄົນດຽວກັນນີ້ວ່າ “ເປັນເມືອງໃຫຍ່ທີ່ຄຸ້ມຄອງກະສັດທັງຫຼາຍແຫ່ງແຜ່ນດິນໂລກ.” ຄຳວ່າ “ເມືອງ” ຊີ້ບອກເຖິງກຸ່ມຄົນທີ່ຖືກຈັດໃຫ້ເປັນອົງການ. ເນື່ອງຈາກ “ເມືອງໃຫຍ່” ນີ້ມີອຳນາດບັງຄັບບັນຊາ “ກະສັດທັງຫຼາຍແຫ່ງແຜ່ນດິນໂລກ” ຜູ້ຍິງທີ່ຊື່ບາບີໂລນໃຫຍ່ຈຶ່ງຕ້ອງເປັນອົງການທີ່ມີອຳນາດລະດັບໂລກ. ເຮົາເອີ້ນອົງການນີ້ຢ່າງຖືກຕ້ອງວ່າຈັກກະພັດໂລກ. ເປັນຈັກກະພັດແບບໃດ? ເປັນຈັກກະພັດທາງສາສະໜາ. ຂໍໃຫ້ສັງເກດວ່າຂໍ້ຄວາມບາງຕອນທີ່ກ່ຽວຂ້ອງກັນໃນພະທຳຄຳປາກົດຊ່ວຍເຮົາໃຫ້ລົງຄວາມເຫັນໃນເລື່ອງນີ້ໄດ້.

ຈັກກະພັດສາມາດໝາຍເຖິງອານາຈັກທາງການເມືອງ ທາງການຄ້າ ຫຼືທາງສາສະໜາກໍໄດ້. ຜູ້ຍິງທີ່ຊື່ບາບີໂລນໃຫຍ່ບໍ່ແມ່ນຈັກກະພັດທາງການເມືອງເພາະພະຄຳຂອງພະເຈົ້າກ່າວວ່າ “ກະສັດທັງຫຼາຍແຫ່ງແຜ່ນດິນໂລກ” ຫຼືສ່ວນສຳຄັນທາງການເມືອງຂອງໂລກນີ້ “ໄດ້ກະທຳຜິດຊາຍຍິງ” ກັບມັນ. ການຜິດຊາຍຍິງຂອງມັນໝາຍເຖິງການທີ່ມັນມີຄວາມສຳພັນກັບຜູ້ປົກຄອງຂອງໂລກນີ້ແລະເລື່ອງນີ້ອະທິບາຍເຖິງສາເຫດທີ່ມີການເອີ້ນມັນວ່າເປັນ “ຍິງແມ່ຈ້າງຜູ້ໃຫຍ່.”—ຄຳປາກົດ 17:1, 2; ຢາໂກໂບ 4:4.

ບາບີໂລນໃຫຍ່ຈະເປັນຈັກກະພັດໃຫຍ່ທາງການຄ້າກໍບໍ່ໄດ້ ເພາະວ່າ “ພໍ່ຄ້າທັງຫຼາຍແຫ່ງແຜ່ນດິນໂລກ” ເຊິ່ງໝາຍເຖິງສ່ວນສຳຄັນທາງການຄ້າຈະໂສກເສົ້າອາໄລຕໍ່ບາບີໂລນໃຫຍ່ຕອນທີ່ເມືອງນີ້ຖືກທຳລາຍ. ທີ່ຈິງ ມີການພັນລະນາວ່າທັງກະສັດແລະພໍ່ຄ້າພາກັນເບິ່ງເມືອງບາບີໂລນໃຫຍ່ແຕ່ທາງ “ໄກ.” (ຄຳປາກົດ 18:3, 9, 10, 15-17) ດັ່ງນັ້ນ ຈຶ່ງມີເຫດຜົນທີ່ຈະລົງຄວາມເຫັນວ່າບາບີໂລນໃຫຍ່ບໍ່ແມ່ນຈັກກະພັດທາງການເມືອງຫຼືທາງການຄ້າ ແຕ່ເປັນຈັກກະພັດທາງສາສະໜາ.

ລັກສະນະສະເພາະທາງສາສະໜາຂອງບາບີໂລນໃຫຍ່ໄດ້ຮັບການຢືນຢັນຕໍ່ໄປອີກຈາກຖ້ອຍຄຳທີ່ວ່າ ເມືອງນີ້ໄດ້ຊັກນຳຊາດທັງປວງໃຫ້ຫຼົງໄປດ້ວຍ “ການໝໍຜີ.” (ຄຳປາກົດ 18:23) ເນື່ອງຈາກລັດທິພູດຜີປີສາດທຸກຮູບແບບມີຕົ້ນກຳເນີດມາຈາກສາສະໜາແລະພວກຜີປີສາດ ຈຶ່ງບໍ່ແປກທີ່ຄຳພີໄບເບິນເອີ້ນບາບີໂລນໃຫຍ່ວ່າ “ເປັນທີ່ອາໄສແຫ່ງຜີຮ້າຍຕ່າງໆ.” (ຄຳປາກົດ 18:2; ພະບັນຍັດ 18:10-12) ນອກຈາກນີ້ ມີການພັນລະນາວ່າຈັກກະພັດນີ້ໄດ້ຕໍ່ຕ້ານສາສະໜາແທ້ເອົາແທ້ເອົາວ່າ ແລະໄດ້ຂົ່ມເຫງ “ພວກຜູ້ທຳນວາຍ” ແລະ “ພວກຜູ້ບໍລິສຸດ.” (ຄຳປາກົດ 18:24) ທີ່ຈິງ ບາບີໂລນໃຫຍ່ມີຄວາມກຽດຊັງທີ່ຝັງຮາກເລິກຕໍ່ສາສະໜາແທ້ຈົນເຖິງກັບຂົ່ມເຫງ “ຄົນພິຍານທັງຫຼາຍຂອງພະເຍຊູ” ຢ່າງຮຸນແຮງແລະເຖິງກັບຂ້າເຂົາເຈົ້າດ້ວຍຊໍ້າ. (ຄຳປາກົດ 17:6) ດັ່ງນັ້ນ ຜູ້ຍິງທີ່ຊື່ບາບີໂລນໃຫຍ່ນີ້ຈຶ່ງເປັນເຄື່ອງໝາຍທີ່ສະແດງໃຫ້ເຫັນຢ່າງຊັດເຈນເຖິງຈັກກະພັດໂລກທີ່ປະກອບດ້ວຍສາສະໜາປອມ ເຊິ່ງລວມເອົາທຸກສາສະໜາທີ່ຢູ່ຝ່າຍກົງກັນຂ້າມກັບພະເຢໂຫວາພະເຈົ້າ.