ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກຜະໜວກ

ພະເຍຊູເກີດໃນເດືອນທັນວາບໍ?

ພະເຍຊູເກີດໃນເດືອນທັນວາບໍ?

ຄຳພີໄບເບິນບໍ່ໄດ້ບອກເຮົາວ່າພະເຍຊູເກີດເມື່ອໃດ. ແຕ່ຄຳພີໄບເບິນມີເຫດຜົນທີ່ໜັກແໜ້ນເຊິ່ງຊ່ວຍເຮົາໃຫ້ລົງຄວາມເຫັນວ່າພະອົງບໍ່ໄດ້ເກີດໃນເດືອນທັນວາ.

ຂໍໃຫ້ພິຈາລະນາສະພາບອາກາດໃນລະຫວ່າງເດືອນທັນວາໃນເມືອງເບດເລເຫມເຊິ່ງເປັນບ່ອນທີ່ພະເຍຊູເກີດ. ເດືອນຊິສະເລັບຂອງຊາວຢິວ (ກົງກັບເດືອນພະຈິກ/ເດືອນທັນວາ) ເປັນເດືອນທີ່ມີອາກາດໜາວເຢັນແລະມີຝົນຕົກຫຼາຍ. ຫຼັງຈາກເດືອນນັ້ນກໍແມ່ນເດືອນເຕເບດ (ເດືອນທັນວາ/ເດືອນມັງກອນ). ເດືອນຊິສະເລັບເປັນເດືອນທີ່ມີອຸນຫະພູມຕໍ່າສຸດໃນຮອບປີ ບາງຄັ້ງມີຫິມະຕົກໃນແຖບພູເຂົາ. ຂໍໃຫ້ເຮົາພິຈາລະນາສິ່ງທີ່ຄຳພີໄບເບິນບອກກ່ຽວກັບອາກາດໃນແຖບນັ້ນ.

ເອເຊດຣາເຊຜູ້ທີ່ຂຽນສ່ວນໜຶ່ງຂອງຄຳພີໄບເບິນຊີ້ໃຫ້ເຫັນວ່າເດືອນຊິສະເລັບເປັນເດືອນທີ່ຮູ້ກັນດີວ່າມີອາກາດໜາວແລະຝົນຕົກຫຼາຍ. ຫຼັງຈາກທີ່ກ່າວວ່າຄົນເປັນອັນມາກໄດ້ມາເຕົ້າໂຮມກັນຢູ່ໃນເມືອງເຢຣຶຊາເລມ “ໃນເດືອນ 9 [ຊິສະເລັບ] ໃນວັນທີ 20 ເດືອນນັ້ນ” ເອເຊດຣາເຊຂຽນວ່າປະຊາຊົນ “ຕົວສັ່ນ . . . ຍ້ອນຝົນຕົກ.” ຜູ້ຄົນທີ່ມາຊຸມນຸມກັນໄດ້ເວົ້າເຖິງສະພາບອາກາດໃນລະຫວ່າງນັ້ນວ່າ “ເປັນຍາມຝົນຈຶ່ງຢູ່ນອກເຮືອນບໍ່ໄດ້.” (ເອເຊດຣາເຊ 10:9, 13; ເຢເຣມີ 36:22) ບໍ່ເປັນຕາແປກໃຈທີ່ຜູ້ລ້ຽງແກະເຊິ່ງຢູ່ບໍລິເວນອ້ອມໆເມືອງເບດເລເຫມຈະບໍ່ພາຝູງແກະໄປທາງນອກໃນຕອນກາງຄືນຂອງເດືອນທັນວາ!

ແຕ່ຄຳພີໄບເບິນບອກວ່າມີຄົນລ້ຽງແກະເຝົ້າຝູງແກະຂອງຕົນຢູ່ທົ່ງນາໃນຄືນທີ່ພະເຍຊູເກີດ. ທີ່ຈິງ ລືກາຜູ້ທີ່ຂຽນສ່ວນໜຶ່ງຂອງຄຳພີໄບເບິນສະແດງໃຫ້ເຫັນວ່າໃນຄືນນັ້ນຄົນລ້ຽງແກະ “ອາໄສຢູ່ໃນທົ່ງນາແລະລ້ຽງຝູງສັດຂອງເຂົາໃນເວລາກາງຄືນ” ໃກ້ເມືອງເບດເລເຫມ. (ລືກາ 2:8-12) ຂໍໃຫ້ສັງເກດວ່າຄົນລ້ຽງແກະຢູ່ ນອກເຮືອນແທ້ໆບໍ່ແມ່ນພຽງແຕ່ຍ່າງຫຼິ້ນຢູ່ທາງນອກໃນຕອນກາງເວັນ. ເຂົາເຈົ້າໃຫ້ຝູງແກະຢູ່ທົ່ງນາໃນຕອນກາງຄືນ. ການພັນລະນາກ່ຽວກັບການຢູ່ນອກເຮືອນແບບນັ້ນເຂົ້າກັບສະພາບອາກາດທີ່ໜາວເຢັນແລະມີຝົນຕົກແຮງໃນເມືອງເບດເລເຫມໃນລະຫວ່າງເດືອນທັນວາບໍ? ບໍ່ແມ່ນ. ດັ່ງນັ້ນ ສະພາບແວດລ້ອມຕອນທີ່ພະເຍຊູເກີດຊີ້ບອກວ່າພະອົງບໍ່ໄດ້ເກີດໃນເດືອນທັນວາ. *

ພະຄຳຂອງພະເຈົ້າບອກເຮົາຈະແຈ້ງວ່າພະເຍຊູສິ້ນຊີວິດເມື່ອໃດ ແຕ່ພັດໃຫ້ລາຍລະອຽດພຽງເລັກໜ້ອຍທີ່ຊີ້ບອກວ່າພະອົງເກີດເມື່ອໃດ. ເລື່ອງນີ້ເຮັດໃຫ້ຄິດເຖິງຄຳກ່າວຂອງຊາໂລໂມນທີ່ວ່າ “ຊື່ສຽງດີກໍປະເສີດກວ່າເຄື່ອງຫອມ ແລະວັນຕາຍດີກວ່າວັນເກີດ.” (ຜູ້ເທສະໜາປ່າວປະກາດ 7:1) ດັ່ງນັ້ນ ຈຶ່ງບໍ່ແມ່ນເລື່ອງແປກທີ່ຄຳພີໄບເບິນໃຫ້ຂໍ້ມູນຫຼາຍຢ່າງກ່ຽວກັບວຽກຮັບໃຊ້ແລະການສິ້ນຊີວິດຂອງພະເຍຊູ ແຕ່ມີຂໍ້ມູນໜ້ອຍດຽວກ່ຽວກັບເວລາເກີດຂອງພະອົງ.

ຕອນທີ່ພະເຍຊູເກີດ ຄົນລ້ຽງແກະແລະຝູງແກະຂອງເຂົາເຈົ້າຢູ່ທົ່ງນາໃນຕອນກາງຄືນ

^ ຂໍ້ 1 ສຳລັບຂໍ້ມູນເພີ່ມເຕີມຂໍໃຫ້ເບິ່ງປຶ້ມການຫາເຫດຜົນຈາກພະຄຳພີ (ພາສາອັງກິດ) ໜ້າ 176-179 ຈັດພິມໂດຍພະຍານພະເຢໂຫວາ.