ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 1

“ອັນ​ນີ້​ເປັນ​ຄວາມ​ຮັກ​ແກ່​ພະເຈົ້າ”

“ອັນ​ນີ້​ເປັນ​ຄວາມ​ຮັກ​ແກ່​ພະເຈົ້າ”

“ເພາະ​ວ່າ​ອັນ​ນີ້​ເປັນ​ຄວາມ​ຮັກ​ແກ່​ພະເຈົ້າ ຄື​ວ່າ​ໃຫ້​ເຮົາ​ທັງ​ຫລາຍ​ຖື​ຮັກສາ​ຄຳ​ສັ່ງ​ທັງ​ຫລາຍ​ແຫ່ງ​ພະອົງ ແລະ​ຄຳ​ສັ່ງ​ທັງ​ຫລາຍ​ແຫ່ງ​ພະອົງ​ກໍ​ບໍ່​ຍາກ.”—1 ໂຢຮັນ 5:3.

1, 2. ສິ່ງ​ໃດ​ທີ່​ກະຕຸ້ນ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ?

ເຈົ້າ​ຮັກ​ພະເຈົ້າ​ບໍ? ຖ້າ​ເຈົ້າ​ໄດ້​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ແລ້ວ ແນ່ນອນ​ເຈົ້າ​ຈະ​ຕອບ​ຢ່າງ​ຫນັກ​ແຫນ້ນ​ວ່າ​ຮັກ ແລະ​ກໍ​ເຫມາະ​ທີ່​ຈະ​ຕອບ​ແບບ​ນັ້ນ! ເປັນ​ເລື່ອງ​ປົກກະຕິ​ທີ່​ເຮົາ​ຈະ​ຮັກ​ພະ​ເຢໂຫວາ. ທີ່​ຈິງ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ເປັນ​ການ​ຕອບ​ສະຫນອງ​ທີ່​ພະອົງ​ຮັກ​ເຮົາ. ຄຳພີ​ໄບເບິນ​ແຈ້ງ​ດັ່ງ​ນີ້ “ຝ່າຍ​ພວກ​ເຮົາ ພວກ​ເຮົາ​ຮັກ​ພະອົງ [ພະ​ເຢໂຫວາ] ເພາະ​ພະອົງ​ໄດ້​ຮັກ​ພວກ​ເຮົາ​ກ່ອນ.”—1 ໂຢຮັນ 4:19.

2 ພະ​ເຢໂຫວາ​ໄດ້​ລິເລີ່ມ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ກ່ອນ. ພະອົງ​ໄດ້​ປະທານ​ແຜ່ນດິນ​ໂລກ​ໃຫ້​ເປັນ​ບ້ານ​ທີ່​ສວຍ​ງາມ​ຂອງ​ເຮົາ. ພະອົງ​ເອົາໃຈໃສ່​ຄວາມ​ຈຳເປັນ​ຂອງ​ເຮົາ​ທາງ​ຮ່າງກາຍ​ແລະ​ທາງ​ວັດຖຸ. (ມັດທາຍ 5:43-48) ຍິ່ງ​ກວ່າ​ນັ້ນ ພະອົງ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ທາງ​ຝ່າຍ​ວິນຍານ​ຂອງ​ເຮົາ. ພະອົງ​ປະທານ​ຄຳພີ​ໄບເບິນ ພະ​ຄຳ​ຂອງ​ພະອົງ​ໃຫ້​ເຮົາ. ນອກ​ຈາກ​ນັ້ນ ພະອົງ​ເຊີນ​ເຮົາ​ໃຫ້​ອະທິດຖານ​ເຖິງ​ພະອົງ​ພ້ອມ​ທັງ​ສັນຍາ​ວ່າ​ຈະ​ຟັງ​ເຮົາ​ແລະ​ຈະ​ປະທານ​ພະ​ວິນຍານ​ບໍລິສຸດ​ເພື່ອ​ຊ່ວຍເຫລືອ​ເຮົາ. (ຄຳເພງ 65:2; ລືກາ 11:13) ສຳຄັນ​ກວ່າ​ສິ່ງ​ໃດ​ທັງ​ຫມົດ ພະອົງ​ໄດ້​ສົ່ງ​ລູກ​ຊາຍ​ທີ່​ແພງ​ຫລາຍ​ໃຫ້​ມາ​ເປັນ​ຄ່າໄຖ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ຈັ່ງ​ແມ່ນ​ເປັນ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ທີ່​ພະ​ເຢໂຫວາ​ສະແດງ​ຕໍ່​ເຮົາ!—ໂຢຮັນ 3:16; ໂລມ 5:8.

3. (ກ) ເພື່ອ​ຈະ​ຢັ້ງຢືນ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ເຮັດ​ຫຍັງ? (ຂ) ຄຳຖາມ​ສຳຄັນ​ອັນ​ໃດ​ທີ່​ເຮົາ​ຕ້ອງ​ພິຈາລະນາ ແລະ​ຈະ​ພົບ​ຄຳຕອບ​ຢູ່​ໃສ?

3 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ຮັກ​ຂອງ​ພະອົງ​ຕະຫລອດ​ໄປ. ທີ່​ຈິງ​ແລ້ວ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫລື​ບໍ່​ນັ້ນ​ຂຶ້ນ​ຢູ່​ກັບ​ເຮົາ​ເອງ. ພະ​ຄຳ​ຂອງ​ພະເຈົ້າ​ກະຕຸ້ນ​ເຮົາ​ວ່າ “ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ . . . [ໂດຍ​ຫວັງ​ຈະ​ໄດ້] ຊີວິດ​ອັນ​ຕະຫລອດ​ໄປ​ເປັນ​ນິດ.” (ຢູເດ 21) ວະລີ​ທີ່​ວ່າ “ຈົ່ງ​ຮັກສາ​ຕົວ” ຊີ້​ບອກ​ວ່າ​ເພື່ອ​ຈະ​ຢັ້ງຢືນ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ລົງ​ມື​ກະທຳ. ເຮົາ​ຕ້ອງ​ຕອບ​ສະຫນອງ​ຕໍ່​ຄວາມ​ຮັກ​ຂອງ​ພະເຈົ້າ​ໃນ​ວິທີ​ທີ່​ເຫັນ​ໄດ້​ຊັດເຈນ. ດັ່ງ​ນັ້ນ ຄຳຖາມ​ສຳຄັນ​ທີ່​ເຮົາ​ຄວນ​ພິຈາລະນາ​ຄື ‘ຂ້ອຍ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ໂດຍ​ວິທີ​ໃດ?’ ມີ​ຄຳຕອບ​ໃນ​ຖ້ອຍຄຳ​ຂອງ​ອັກຄະສາວົກ​ໂຢຮັນ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ທີ່​ວ່າ “ອັນ​ນີ້​ເປັນ​ຄວາມ​ຮັກ​ແກ່​ພະເຈົ້າ ຄື​ວ່າ​ໃຫ້​ເຮົາ​ທັງ​ຫລາຍ​ຖື​ຮັກສາ​ຄຳ​ສັ່ງ​ທັງ​ຫລາຍ​ແຫ່ງ​ພະອົງ ແລະ​ຄຳ​ສັ່ງ​ທັງ​ຫລາຍ​ແຫ່ງ​ພະອົງ​ກໍ​ບໍ່​ຍາກ.” (1 ໂຢຮັນ 5:3) ເຮົາ​ຄວນ​ພິຈາລະນາ​ຄວາມຫມາຍ​ຂອງ​ຖ້ອຍຄຳ​ເຫລົ່າ​ນີ້​ຢ່າງ​ຖີ່​ຖ້ວນ ເພາະ​ເຮົາ​ຢາກ​ສະແດງ​ໃຫ້​ພະເຈົ້າ​ຂອງ​ເຮົາ​ເຫັນ​ວ່າ​ເຮົາ​ຮັກ​ພະອົງ​ຫລາຍ.

“ອັນ​ນີ້​ເປັນ​ຄວາມ​ຮັກ​ແກ່​ພະເຈົ້າ”

4, 5. (ກ) ຖ້ອຍຄຳ​ທີ່​ວ່າ “ຄວາມ​ຮັກ​ແກ່​ພະເຈົ້າ” ຫມາຍ​ເຖິງ​ຫຍັງ? (ຂ) ຂໍ​ໃຫ້​ເລົ່າ​ວ່າ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ໄດ້​ເລີ່ມ​ພັດທະນາ​ຂຶ້ນ​ແນວ​ໃດ​ໃນ​ຫົວໃຈ​ຂອງ​ເຈົ້າ.

4 ອັກຄະສາວົກ​ໂຢຮັນ​ຄິດ​ເຖິງ​ຫຍັງ​ເມື່ອ​ຂຽນ​ວ່າ “ຄວາມ​ຮັກ​ແກ່​ພະເຈົ້າ”? ຖ້ອຍຄຳ​ນີ້​ສະແດງ​ເຖິງ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ ບໍ່​ແມ່ນ​ຄວາມ​ຮັກ​ທີ່​ພະເຈົ້າ​ມີ​ຕໍ່​ເຮົາ. ເຈົ້າ​ຈື່​ໄດ້​ບໍ​ຕອນ​ທີ່​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ໄດ້​ເລີ່ມ​ພັດທະນາ​ຂຶ້ນ​ໃນ​ຫົວໃຈ​ຂອງ​ເຈົ້າ?

ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຊີວິດ​ທີ່​ເຊື່ອ​ຟັງ​ພະ​ເຢໂຫວາ​ດ້ວຍ​ຄວາມ​ຮັກ

5 ຂໍ​ໃຫ້​ຄິດ​ຄືນ​ບຶດ​ຫນຶ່ງ​ເຖິງ​ຕອນ​ທຳອິດ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ເລື່ອງ​ພະ​ເຢໂຫວາ​ແລະ​ຈຸດ​ປະສົງ​ຂອງ​ພະອົງ ແລ້ວ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ມີ​ຄວາມ​ເຊື່ອ. ເຈົ້າ​ໄດ້​ເຂົ້າ​ໃຈ​ວ່າ​ເຖິງ​ວ່າ​ຈະ​ເກີດ​ມາ​ເປັນ​ຄົນ​ບາບ​ທີ່​ເຫີນ​ຫ່າງ​ຈາກ​ພະເຈົ້າ ແຕ່​ໂດຍ​ທາງ​ພະ​ຄລິດ ພະ​ເຢໂຫວາ​ໄດ້​ເປີດ​ທາງ​ໄວ້​ເພື່ອ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ສົມບູນ​ແບບ​ທີ່​ອາດາມ​ເຮັດ​ສູນ​ເສຍ​ໄປ ແລະ​ຈະ​ໄດ້​ຮັບ​ຊີວິດ​ຕະຫລອດ​ໄປ​ເປັນ​ມໍລະດົກ. (ມັດທາຍ 20:28; ໂລມ 5:12, 18) ເຈົ້າ​ເລີ່ມ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ເສຍ​ສະລະ​ຢ່າງ​ໃຫຍ່​ຫລວງ​ໃນ​ການ​ສົ່ງ​ລູກ​ຊາຍ​ທີ່​ພະອົງ​ແພງ​ຫລາຍ​ທີ່​ສຸດ​ໃຫ້​ມາ​ຕາຍ​ເພື່ອ​ເຈົ້າ. ຫົວໃຈ​ເຈົ້າ​ຖືກ​ກະຕຸ້ນ ແລະ​ເຈົ້າ​ເລີ່ມ​ຮູ້ສຶກ​ຮັກ​ພະເຈົ້າ​ຜູ້​ທີ່​ໄດ້​ສະແດງ​ຄວາມ​ຮັກ​ເຊັ່ນ​ນັ້ນ​ຕໍ່​ເຈົ້າ.—1 ໂຢຮັນ 4:9, 10

6. ຄວາມ​ຮັກ​ແທ້​ສະແດງ​ອອກ​ໂດຍ​ວິທີ​ໃດ ແລະ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ໄດ້​ກະຕຸ້ນ​ເຈົ້າ​ໃຫ້​ເຮັດ​ຫຍັງ?

6 ຢ່າງ​ໃດ​ກໍ​ຕາມ ຄວາມ​ຮູ້ສຶກ​ເຊັ່ນ​ນັ້ນ​ເປັນ​ພຽງ​ການ​ເລີ່ມ​ຕົ້ນ​ຂອງ​ຄວາມ​ຮັກ​ແທ້​ທີ່​ມີ​ຕໍ່​ພະ​ເຢໂຫວາ. ຄວາມ​ຮັກ​ບໍ່​ແມ່ນ​ເປັນ​ພຽງ​ອາລົມ​ຄວາມ​ຮູ້ສຶກ ທັງ​ບໍ່​ແມ່ນ​ເປັນ​ພຽງ​ຄຳ​ເວົ້າ. ຄວາມ​ຮັກ​ແທ້​ຕໍ່​ພະເຈົ້າ​ກ່ຽວ​ຂ້ອງ​ບໍ່​ແມ່ນ​ພຽງ​ແຕ່​ເວົ້າ​ວ່າ “ຂ້ອຍ​ຮັກ​ພະ​ເຢໂຫວາ.” ແບບ​ດຽວ​ກັບ​ຄວາມ​ເຊື່ອ ຄວາມ​ຮັກ​ແທ້​ປາກົດ​ອອກ​ມາ​ໂດຍ​ການ​ກະທຳ​ທີ່​ຖືກ​ກະຕຸ້ນ​ຈາກ​ຄວາມ​ຮັກ​ນັ້ນ. (ຢາໂກໂບ 2:26) ໂດຍ​ສະເພາະ​ຢ່າງ​ຍິ່ງ ເຮົາ​ສະແດງ​ຄວາມ​ຮັກ​ໂດຍ​ການ​ເຮັດ​ສິ່ງ​ຕ່າງໆທີ່​ເຮັດ​ໃຫ້​ຄົນ​ທີ່​ເຮົາ​ຮັກ​ພໍ​ໃຈ. ສະນັ້ນ ເມື່ອ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ຢັ່ງ​ຮາກ​ເລິກ​ລົງ​ໃນ​ຫົວໃຈ ເຈົ້າ​ຖືກ​ກະຕຸ້ນ​ໃຫ້​ເກີດ​ຄວາມ​ປາຖະຫນາ​ທີ່​ຈະ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ເຮັດ​ໃຫ້​ພໍ່​ຂອງ​ເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ພໍ​ໃຈ. ເຈົ້າ​ເປັນ​ພະຍານ​ທີ່​ຮັບ​ບັບເຕມາ​ແລ້ວ​ບໍ? ຖ້າ​ເປັນ ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ແລະ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ການ​ຕັດສິນ​ໃຈ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ເຈົ້າ​ໄດ້​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ​ເພື່ອ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ ແລະ​ເຈົ້າ​ສະແດງ​ສັນຍະລັກ​ຂອງ​ການ​ອຸທິດ​ຕົວ​ໂດຍ​ການ​ຮັບ​ບັບເຕມາ. (ໂລມ 14:7, 8) ການ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ຈິງ​ຈັງ​ແບບ​ນີ້​ກັບ​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ອັກຄະສາວົກ​ໂຢຮັນ​ກ່າວ​ຕໍ່​ໄປ.

“ໃຫ້​ເຮົາ​ທັງ​ຫລາຍ​ຖື​ຮັກສາ​ຄຳ​ສັ່ງ​ທັງ​ຫລາຍ​ແຫ່ງ​ພະອົງ”

7. ຄຳ​ສັ່ງ​ບາງ​ຂໍ້​ຂອງ​ພະເຈົ້າ​ມີ​ຫຍັງ​ແດ່ ແລະ​ການ​ເຮັດ​ຕາມ​ຄຳ​ສັ່ງ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ຫຍັງ?

7 ໂຢຮັນ​ອະທິບາຍ​ວ່າ​ການ​ຮັກ​ພະເຈົ້າ​ຫມາຍ​ເຖິງ “ໃຫ້​ເຮົາ​ທັງ​ຫລາຍ​ຖື​ຮັກສາ​ຄຳ​ສັ່ງ​ທັງ​ຫລາຍ​ແຫ່ງ​ພະອົງ.” ຄຳ​ສັ່ງ​ຂອງ​ພະເຈົ້າ​ມີ​ຫຍັງ​ແດ່? ພະ​ເຢໂຫວາ​ໃຫ້​ຄຳ​ສັ່ງ​ທີ່​ເຈາະ​ຈົງ​ຈຳນວນ​ຫນຶ່ງ​ແກ່​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ ພະ​ຄຳ​ຂອງ​ພະອົງ. ຕົວຢ່າງ ພະອົງ​ຫ້າມ​ການ​ປະຕິບັດ​ບາງ​ຢ່າງ​ເຊັ່ນ ການ​ເມົາ​ເຫລົ້າ ການ​ຜິດ​ປະເວນີ ການ​ບູຊາ​ຮູບ​ປັ້ນ ການ​ລັກ ແລະ​ການ​ຕົວະ. (1 ໂກລິນໂທ 5:11; 6:18; 10:14; ເອເຟດ 4:28; ໂກໂລດ 3:9) ການ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະເຈົ້າ​ກ່ຽວ​ຂ້ອງ​ກັບ​ການ​ດຳເນີນ​ຊີວິດ​ໃຫ້​ສອດຄ່ອງ​ກັບ​ມາດຕະຖານ​ດ້ານ​ສິນລະທຳ​ທີ່​ຊັດເຈນ​ໃນ​ຄຳພີ​ໄບເບິນ.

8, 9. ແມ່ນ​ແຕ່​ໃນ​ເລື່ອງ​ເຊິ່ງ​ບໍ່​ມີ​ຂໍ້​ຫ້າມ​ທີ່​ເຈາະ​ຈົງ​ໃນ​ຄຳພີ​ໄບເບິນ ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ໃດ​ທີ່​ພະ​ເຢໂຫວາ​ພໍ​ໃຈ? ຂໍ​ໃຫ້​ຍົກ​ຕົວຢ່າງ.

8 ແນວ​ໃດ​ກໍ​ຕາມ ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ເຊື່ອ​ຟັງ​ກົດຫມາຍ​ທີ່​ເຈາະ​ຈົງ​ຂອງ​ພະອົງ. ພະ​ເຢໂຫວາ​ບໍ່​ໄດ້​ຈຳກັດ​ເຮົາ​ໄວ້​ດ້ວຍ​ກົດຫມາຍ​ຕ່າງໆທີ່​ຄວບຄຸມ​ທຸກ​ແງ່​ມຸມ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ. ສະນັ້ນ ໃນ​ການ​ດຳເນີນ​ຊີວິດ​ແຕ່​ລະ​ວັນ​ເຮົາ​ອາດ​ປະເຊີນ​ກັບ​ເຫດການ​ຫລາຍ​ຢ່າງ​ເຊິ່ງ​ບໍ່​ມີ​ຄຳ​ສັ່ງ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ຢ່າງ​ເຈາະ​ຈົງ. ໃນ​ກໍລະນີ​ແບບ​ນັ້ນ ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ໃດ​ທີ່​ພະ​ເຢໂຫວາ​ພໍ​ໃຈ? ຄຳພີ​ໄບເບິນ​ມີ​ຂໍ້​ຊີ້​ບອກ​ທີ່​ຊັດເຈນ​ໃນ​ເລື່ອງ​ຄວາມ​ຄິດ​ຂອງ​ພະເຈົ້າ. ໃນ​ຂະນະ​ທີ່​ສຶກສາ​ຄຳພີ​ໄບເບິນ ເຮົາ​ຮຽນ​ຮູ້​ສິ່ງ​ທີ່​ພະ​ເຢໂຫວາ​ຮັກ​ແລະ​ສິ່ງ​ທີ່​ພະອົງ​ກຽດ​ຊັງ. (ຄຳເພງ 97:10; ສຸພາສິດ 6:16-19) ເຮົາ​ໄດ້​ເຂົ້າ​ໃຈ​ວ່າ​ທັດສະນະ​ແລະ​ການ​ກະທຳ​ແບບ​ໃດ​ທີ່​ພະອົງ​ຖື​ວ່າ​ສຳຄັນ. ແຮ່ງ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ນິດໄສ​ໃຈ​ຄໍ​ແລະ​ແນວ​ທາງ​ຂອງ​ພະ​ເຢໂຫວາ​ຫລາຍ​ເທົ່າ​ໃດ ເຮົາ​ແຮ່ງ​ຈະ​ສາມາດ​ປ່ອຍ​ໃຫ້​ຄວາມ​ຄິດ​ຂອງ​ພະອົງ​ຊີ້​ນຳ​ການ​ຕັດສິນ​ໃຈ​ຂອງ​ເຮົາ​ແລະ​ມີ​ຜົນ​ກະທົບ​ຕໍ່​ການ​ກະທຳ​ຂອງ​ເຮົາ​ຫລາຍ​ເທົ່າ​ນັ້ນ. ດັ່ງ​ນັ້ນ ແມ່ນ​ແຕ່​ໃນ​ເລື່ອງ​ເຊິ່ງ​ບໍ່​ມີ​ຂໍ້​ຫ້າມ​ທີ່​ເຈາະ​ຈົງ​ໃນ​ຄຳພີ​ໄບເບິນ ຫລາຍ​ຄັ້ງ​ເຮົາ​ສາມາດ​ເຂົ້າ​ໃຈ​ວ່າ “ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ເປັນ​ຢ່າງ​ໃດ.”—ເອເຟດ 5:17, ລ.ມ.

9 ຕົວຢ່າງ ຄຳພີ​ໄບເບິນ​ບໍ່​ມີ​ຄຳ​ສັ່ງ​ໂດຍ​ກົງ​ທີ່​ຫ້າມ​ເບິ່ງ​ພາບພະຍົນ​ຫລື​ລາຍການ​ໂທລະພາບ​ທີ່​ເນັ້ນ​ເລື່ອງ​ຄວາມ​ຮຸນແຮງ​ຫລື​ການ​ຜິດ​ສິນລະທຳ​ທາງ​ເພດ. ແຕ່​ເຮົາ​ຕ້ອງ​ມີ​ກົດຫມາຍ​ທີ່​ເຈາະ​ຈົງ​ແທ້ໆບໍ​ເຊິ່ງ​ຫ້າມ​ເບິ່ງ​ສິ່ງ​ດັ່ງ​ກ່າວ​ນີ້? ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ທັດສະນະ​ແນວ​ໃດ​ຕໍ່​ເລື່ອງ​ເຫລົ່າ​ນີ້. ພະ​ຄຳ​ຂອງ​ພະອົງ​ບອກ​ຈະ​ແຈ້ງ​ວ່າ “ຈິດ​ໃຈ​ຂອງ [ພະ​ເຢໂຫວາ] ກໍ​ກຽດ​ຊັງ​ຄົນ​ທີ່​ມັກ​ການ​ຫຍາບຊ້າ​ສາໂຫດ.” (ຄຳເພງ 11:5) ຄຳພີ​ໄບເບິນ​ຍັງ​ບອກ​ວ່າ “ຄົນ​ຜິດ​ຊາຍ​ຍິງ​ແລະ​ຄົນ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ​ທ່ານ ພະເຈົ້າ​ຈະ​ຕັດສິນ.” (ເຫບເລີ 13:4) ໂດຍ​ການ​ຄຶດ​ຕຶກຕອງ​ຖ້ອຍຄຳ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ ເຮົາ​ສາມາດ​ເຂົ້າ​ໃຈ​ຈະ​ແຈ້ງ​ວ່າ​ອັນ​ໃດ​ແມ່ນ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ. ດ້ວຍ​ເຫດ​ນັ້ນ ເຮົາ​ຈຶ່ງ​ເລືອກ​ທີ່​ຈະ​ບໍ່​ຊອກ​ຫາ​ຄວາມ​ມ່ວນ​ຊື່ນ​ໂດຍ​ເບິ່ງ​ພາບ​ທີ່​ສະແດງ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ກິດ​ປະຕິບັດ​ຊະນິດ​ທີ່​ພະເຈົ້າ​ຂອງ​ເຮົາ​ກຽດ​ຊັງ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ພໍ​ໃຈ​ເມື່ອ​ເຮົາ​ຫລີກ​ລ່ຽງ​ຄວາມ​ເສື່ອມຊາມ​ທາງ​ສິນລະທຳ​ທີ່​ໂລກ​ນີ້​ພະຍາຍາມ​ສະເຫນີ​ໃຫ້​ຄື​ກັບ​ເປັນ​ຄວາມ​ບັນເທີງ​ທີ່​ບໍ່​ມີ​ພິດ​ມີ​ໄພ. *

10, 11. ເປັນ​ຫຍັງ​ເຮົາ​ຈຶ່ງ​ເລືອກ​ແນວ​ທາງ​ຂອງ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ ແລະ​ການ​ເຊື່ອ​ຟັງ​ແບບ​ໃດ​ທີ່​ເຮົາ​ໃຫ້​ກັບ​ພະອົງ?

10 ອັນ​ໃດ​ຄື​ເຫດຜົນ​ຕົ້ນ​ຕໍ​ທີ່​ເຮົາ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະເຈົ້າ? ເປັນ​ຫຍັງ​ໃນ​ແຕ່​ລະ​ມື້​ເຮົາ​ຈຶ່ງ​ຢາກ​ດຳເນີນ​ຊີວິດ​ໃຫ້​ສອດຄ່ອງ​ກັບ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ເປັນ​ແນວ​ຄິດ​ຂອງ​ພະເຈົ້າ? ເຮົາ​ບໍ່​ໄດ້​ເລືອກ​ແນວ​ທາງ​ດັ່ງ​ກ່າວ​ພຽງ​ເພື່ອ​ພົ້ນ​ຈາກ​ການ​ລົງໂທດ ຫລື​ເພື່ອ​ຫລີກ​ລ່ຽງ​ຜົນ​ເສຍຫາຍ​ທີ່​ເກີດ​ຂຶ້ນ​ກັບ​ຜູ້​ທີ່​ເພີກເສີຍ​ຕໍ່​ໃຈ​ປະສົງ​ຂອງ​ພະເຈົ້າ. (ຄາລາຊີ 6:7) ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເຮົາ​ຖື​ວ່າ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ເປັນ​ໂອກາດ​ອັນ​ລໍ້າ​ຄ່າ​ໃນ​ການ​ສະແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພະອົງ. ຄື​ກັບ​ເດັກ​ນ້ອຍ​ທີ່​ຢາກ​ເຮັດ​ໃຫ້​ພໍ່​ຍິ້ມ​ອອກ​ມາ​ດ້ວຍ​ຄວາມ​ພໍ​ໃຈ ເຮົາ​ເອງ​ກໍ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ຄື​ກັນ. (ຄຳເພງ 5:12) ພະອົງ​ເປັນ​ພໍ່​ຂອງ​ເຮົາ ແລະ​ເຮົາ​ຮັກ​ພະອົງ. ບໍ່​ມີ​ອັນ​ໃດ​ເຮັດ​ໃຫ້​ເຮົາ​ຍິນດີ​ຫລື​ອີ່ມ​ໃຈ​ຫລາຍ​ກວ່າ​ການ​ຮູ້​ວ່າ​ເຮົາ​ກຳລັງ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່ “ໄດ້​ຮັບ​ຄວາມ​ໂປດປານ​ຈາກ​ພະ​ເຢໂຫວາ.”—ສຸພາສິດ 12:2, ລ.ມ.

11 ສະນັ້ນ ການ​ເຊື່ອ​ຟັງ​ຂອງ​ເຮົາ​ບໍ່​ແມ່ນ​ເປັນ​ແບບ​ຝືນ​ໃຈ ທັງ​ບໍ່​ເລືອກ​ເຊື່ອ​ຟັງ​ເປັນ​ບາງ​ຂໍ້​ຫລື​ເຊື່ອ​ຟັງ​ແບບ​ມີ​ເງື່ອນ​ໄຂ. * ເຮົາ​ບໍ່​ຕັດສິນ​ໃຈ​ວ່າ​ຈະ​ເລືອກ​ເຊື່ອ​ຟັງ​ຄຳ​ສັ່ງ​ຂໍ້​ໃດ​ຫລື​ລະເລີຍ​ຂໍ້​ໃດ ຈະ​ເຊື່ອ​ຟັງ​ເມື່ອ​ສະດວກ​ຫລື​ເມື່ອ​ການ​ເຊື່ອ​ຟັງ​ນັ້ນ​ເຮັດ​ບໍ່​ຍາກ​ຫລື​ບໍ່​ສ້າງ​ຄວາມ​ລຳບາກ. ກົງ​ກັນ​ຂ້າມ ເຮົາ “ເຊື່ອ​ຟັງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ.” (ໂລມ 6:17, ທ.ປ.) ເຮົາ​ຮູ້ສຶກ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ໃນ​ຄຳພີ​ໄບເບິນ​ທີ່​ຂຽນ​ວ່າ “ຂ້າ​ນ້ອຍ​ຈະ​ພົບ​ຄວາມ​ສະຫນຸກ​ເອງ​ໃນ​ຂໍ້​ຄຳ​ສັ່ງ​ທັງ​ຫລາຍ​ແຫ່ງ​ພະອົງ​ທີ່​ຂ້າ​ນ້ອຍ​ໄດ້​ຮັກ​ແພງ.” (ຄຳເພງ 119:47) ແມ່ນ​ແລ້ວ ເຮົາ​ຍິນດີ ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ. ເຮົາ​ຍອມ​ຮັບ​ວ່າ​ສົມຄວນ​ທີ່​ຈະ​ຕ້ອງ​ເຊື່ອ​ຟັງ​ພະອົງ​ຢ່າງ​ຄົບ​ຖ້ວນ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ແລະ​ພະອົງ​ປະສົງ​ເຊັ່ນ​ນັ້ນ. (ພະບັນຍັດ 12:32) ເຮົາ​ຕ້ອງການ​ໃຫ້​ພະ​ເຢໂຫວາ​ກ່າວ​ເຖິງ​ເຮົາ​ແບບ​ທີ່​ພະ​ຄຳ​ຂອງ​ພະອົງ​ກ່າວ​ເຖິງ​ໂນເອ. ຄຳພີ​ໄບເບິນ​ກ່າວ​ເຖິງ​ບຸລຸດ​ຕົ້ນ​ຕະກູນ​ທີ່​ສັດ​ຊື່​ຜູ້​ນີ້​ເຊິ່ງ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ໂດຍ​ການ​ເຊື່ອ​ຟັງ​ເປັນ​ເວລາ​ຫລາຍ​ສິບ​ປີ​ວ່າ “ທ່ານ​ໂນເອ​ໄດ້​ກະທຳ​ດັ່ງ​ນີ້​ຕາມ​ທີ່​ພະເຈົ້າ​ໄດ້​ສັ່ງ​ແລ້ວ ທ່ານ​ໂນເອ​ໄດ້​ກະທຳ​ທຸກ​ສິ່ງ.”—ຕົ້ນເດີມ 6:22.

12. ເມື່ອ​ໃດ​ທີ່​ການ​ເຊື່ອ​ຟັງ​ຂອງ​ເຮົາ​ເຮັດ​ໃຫ້​ຫົວໃຈ​ຂອງ​ພະ​ເຢໂຫວາ​ຍິນດີ?

12 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮົາ​ເຕັມ​ໃຈ​ເຊື່ອ​ຟັງ? ພະ​ຄຳ​ຂອງ​ພະອົງ​ກ່າວ​ວ່າ​ໂດຍ​ວິທີ​ນັ້ນ​ເຮົາ​ເຮັດ​ໃຫ້ “ໃຈ” ຂອງ​ພະອົງ “ຊື່ນ​ບານ.” (ສຸພາສິດ 27:11) ການ​ເຊື່ອ​ຟັງ​ຂອງ​ເຮົາ​ນຳ​ຄວາມ​ຍິນດີ​ຢ່າງ​ແທ້​ຈິງ​ມາ​ໃຫ້​ຫົວໃຈ​ຂອງ​ພະເຈົ້າ​ອົງ​ຍິ່ງໃຫຍ່​ແຫ່ງ​ເອກະພົບ​ບໍ? ແນ່ນອນ ແລະ​ມີ​ເຫດຜົນ​ທີ່​ດີ​ທີ່​ພະ​ເຢໂຫວາ​ຈະ​ຮູ້ສຶກ​ເຊັ່ນ​ນັ້ນ! ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ເຈດຈຳນົງ​ເສລີ. ນີ້​ຫມາຍ​ຄວາມ​ວ່າ​ເຮົາ​ມີ​ອິດສະຫລະ​ໃນ​ການ​ເລືອກ ເຮົາ​ສາມາດ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພະເຈົ້າ​ຫລື​ເລືອກ​ຈະ​ບໍ່​ເຊື່ອ​ຟັງ​ພະອົງ. (ພະບັນຍັດ 30:15, 16, 19, 20) ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ຢ່າງ​ເຕັມ​ໃຈ ແລະ​ເມື່ອ​ແຮງ​ກະຕຸ້ນ​ທີ່​ຢູ່​ເບື້ອງ​ຫລັງ​ການ​ຕັດສິນ​ໃຈ​ນັ້ນ​ແມ່ນ​ຫົວໃຈ​ທີ່​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ຮັກ​ຕໍ່​ພະເຈົ້າ ເຮົາ​ເຮັດ​ໃຫ້​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ພໍ​ໃຈ​ແລະ​ມີ​ຄວາມ​ຍິນດີ​ຢ່າງ​ຍິ່ງ. (ສຸພາສິດ 11:20) ນອກ​ຈາກ​ນີ້ ເຮົາ​ຍັງ​ເລືອກ​ແນວ​ທາງ​ຊີວິດ​ທີ່​ດີ​ທີ່​ສຸດ​ອີກ​ດ້ວຍ.

“ຄຳ​ສັ່ງ​ທັງ​ຫລາຍ​ແຫ່ງ​ພະອົງ​ກໍ​ບໍ່​ຍາກ”

13, 14. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ “ຄຳ​ສັ່ງ​ທັງ​ຫລາຍ” ຂອງ​ພະເຈົ້າ “ກໍ​ບໍ່​ຍາກ” ແລະ​ອາດ​ຍົກ​ຕົວຢ່າງ​ເລື່ອງ​ນີ້​ແນວ​ໃດ?

13 ອັກຄະສາວົກ​ໂຢຮັນ​ບອກ​ເຮົາ​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ຫມັ້ນ​ໃຈ​ຢ່າງ​ຍິ່ງ​ກ່ຽວ​ກັບ​ຂໍ້​ຮຽກ​ຮ້ອງ​ຂອງ​ພະ​ເຢໂຫວາ​ວ່າ “ຄຳ​ສັ່ງ​ທັງ​ຫລາຍ​ແຫ່ງ​ພະອົງ​ກໍ​ບໍ່​ຍາກ [“ບໍ່​ເປັນ​ພາລະ​ຫນັກ,” ລ.ມ.].” ຄຳ​ພາສາ​ກະເລັກ​ທີ່​ແປ​ວ່າ “ພາລະ​ຫນັກ” ໃນ 1 ໂຢຮັນ 5:3 ມີ​ຄວາມຫມາຍ​ຕາມ​ຕົວ​ອັກສອນ​ວ່າ “ຫນັກ.” * ຂໍ້​ຮຽກ​ຮ້ອງ​ຂອງ​ພະ​ເຢໂຫວາ​ບໍ່​ແມ່ນ​ໄຮ້​ເຫດຜົນ​ຫລື​ເປັນ​ແບບ​ກົດ​ຂີ່. ກົດຫມາຍ​ຂອງ​ພະອົງ​ບໍ່​ແມ່ນ​ສິ່ງ​ທີ່​ເກີນ​ຄວາມ​ສາມາດ​ຂອງ​ມະນຸດ​ບໍ່​ສົມບູນ​ແບບ​ທີ່​ຈະ​ເຊື່ອ​ຟັງ.

14 ເຮົາ​ອາດ​ຍົກ​ຕົວຢ່າງ​ທຳນອງ​ນີ້. ຫມູ່​ສະຫນິດ​ຂໍ​ໃຫ້​ເຈົ້າ​ຊ່ວຍ​ລາວ​ຍ້າຍ​ເຮືອນ. ມີ​ເຄື່ອງ​ຫລາຍ​ແ​ກັດ​ທີ່​ຈະ​ຂົນ​ໄປ. ບາງ​ແ​ກັດ​ກໍ​ເບົາ​ຈົນ​ຄົນໆດຽວ​ຍົກ​ໄດ້ ແຕ່​ບາງ​ແ​ກັດ​ກໍ​ຫນັກ​ແລະ​ຕ້ອງ​ໃຊ້​ສອງ​ຄົນ​ຍົກ. ຫມູ່​ຂອງ​ເຈົ້າ​ເລືອກ​ແ​ກັດ​ທີ່​ລາວ​ຢາກ​ໃຫ້​ເຈົ້າ​ຍົກ​ໄປ. ລາວ​ຈະ​ຂໍ​ໃຫ້​ເຈົ້າ​ຍົກ​ແ​ກັດ​ທີ່​ລາວ​ຮູ້​ວ່າ​ມັນ​ຫນັກ​ໂພດ​ສຳລັບ​ເຈົ້າ​ບໍ? ບໍ່. ລາວ​ຄົງ​ບໍ່​ຢາກ​ໃຫ້​ເຈົ້າ​ບາດເຈັບ​ຍ້ອນ​ພະຍາຍາມ​ຍົກ​ແ​ກັດ​ນັ້ນ​ຜູ້​ດຽວ. ຄ້າຍ​ກັນ ພະເຈົ້າ​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ກະລຸນາ​ບໍ່​ໄດ້​ຂໍ​ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ຍາກ​ໂພດ. (ພະບັນຍັດ 30:11-14) ພະອົງ​ຈະ​ບໍ່​ຂໍ​ໃຫ້​ເຮົາ​ແບກ​ພາລະ​ທີ່​ຫນັກ​ແບບ​ນັ້ນ. ພະ​ເຢໂຫວາ​ເຂົ້າ​ໃຈ​ຂໍ້​ຈຳກັດ​ຂອງ​ເຮົາ ເນື່ອງ​ຈາກ “ພະອົງ​ຮູ້ຈັກ​ວ່າ​ພວກ​ເຮົາ​ເປັນ​ທີ່​ແຕ່ງ​ໄວ້​ດ້ວຍ​ສິ່ງ​ໃດ ພະອົງ​ຈື່​ວ່າ​ພວກ​ເຮົາ​ເປັນ​ຂີ້ຝຸ່ນ​ດິນ.”—ຄຳເພງ 103:14.

15. ເປັນ​ຫຍັງ​ເຮົາ​ຈຶ່ງ​ຫມັ້ນ​ໃຈ​ວ່າ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ຫລາຍ​ທີ່​ສຸດ​ຕໍ່​ເຮົາ?

15 ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ພາລະ​ຫນັກ ແຕ່​ເປັນ​ປະໂຫຍດ​ຢ່າງ​ຍິ່ງ​ຕໍ່​ເຮົາ. (ເອຊາອີ 48:17) ດັ່ງ​ນັ້ນ ໂມເຊ​ຈຶ່ງ​ສາມາດ​ບອກ​ຊາວ​ອິດສະລາແອນ​ໃນ​ສະໄຫມ​ບູຮານ​ວ່າ “ພະ​ເຢໂຫວາ​ໄດ້​ສັ່ງ​ແກ່​ພວກ​ເຮົາ​ໃຫ້​ຂັບ​ຕາມ​ກຳນົດ​ກົດຫມາຍ​ທັງ​ປວງ​ນີ້​ໃຫ້​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ​ສຳລັບ​ການ​ດີ​ແກ່​ເຮົາ​ເລື້ອຍ ເພື່ອ​ຈະ​ໄດ້​ປ້ອງກັນ​ຊີວິດ​ຂອງ​ເຮົາ​ຕາມ​ທີ່​ໄດ້​ເຫັນ​ໃນ​ວັນ​ນີ້.” (ພະບັນຍັດ 6:24) ເຮົາ​ກໍ​ຄື​ກັນ​ສາມາດ​ຫມັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ປະທານ​ກົດຫມາຍ​ຂອງ​ພະອົງ​ໃຫ້​ເຮົາ ເພາະ​ພະອົງ​ສົນ​ໃຈ​ໃນ​ສະຫວັດດີພາບ​ອັນ​ຖາວອນ​ຂອງ​ເຮົາ. ທີ່​ຈິງ ຈະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ພະ​ເຢໂຫວາ​ຈະ​ສັ່ງ​ເຮົາ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ກໍ່​ຜົນ​ເສຍຫາຍ​ແກ່​ເຮົາ? ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ສະຕິ​ປັນຍາ​ອັນ​ບໍ່​ມີ​ຂີດ​ຈຳກັດ. (ໂລມ 11:33) ດັ່ງ​ນັ້ນ ພະອົງ​ຈຶ່ງ​ຮູ້​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ. ພະ​ເຢໂຫວາ​ຍັງ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ຄວາມ​ຮັກ. (1 ໂຢຮັນ 4:8) ຄວາມ​ຮັກ​ເປັນ​ຄຸນ​ລັກສະນະ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພະອົງ​ເຊິ່ງ​ມີ​ຜົນ​ກະທົບ​ຕໍ່​ທຸກ​ສິ່ງ​ທີ່​ພະອົງ​ເວົ້າ​ແລະ​ເຮັດ. ຄວາມ​ຮັກ​ເປັນ​ພື້ນຖານ​ຂອງ​ຄຳ​ສັ່ງ​ທຸກ​ຢ່າງ​ທີ່​ພະອົງ​ວາງ​ອອກ​ສຳລັບ​ຜູ້​ຮັບໃຊ້​ຂອງ​ພະອົງ.

16. ເຖິງ​ວ່າ​ມີ​ອິດທິພົນ​ທີ່​ຕໍ່າ​ຊາມ​ຂອງ​ໂລກ​ແລະ​ທ່າ​ອ່ຽງ​ຂອງ​ເນື້ອ​ຫນັງ​ທີ່​ຜິດ​ບາບ ເປັນ​ຫຍັງ​ເຮົາ​ສາມາດ​ຕິດ​ຕາມ​ແນວ​ທາງ​ຂອງ​ການ​ເຊື່ອ​ຟັງ​ໄດ້?

16 ນີ້​ບໍ່​ໄດ້​ຫມາຍ​ຄວາມ​ວ່າ​ການ​ເຊື່ອ​ຟັງ​ພະເຈົ້າ​ເປັນ​ສິ່ງ​ທີ່​ເຮັດ​ໄດ້​ງ່າຍ. ເຮົາ​ຕ້ອງ​ຕໍ່​ສູ້​ກັບ​ອິດທິພົນ​ຂອງ​ໂລກ​ທີ່​ຕໍ່າ​ຊາມ​ເຊິ່ງ “ນອນ​ຢູ່​ໃນ​ຜູ້​ຮ້າຍ.” (1 ໂຢຮັນ 5:19) ເຮົາ​ຍັງ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ເນື້ອ​ຫນັງ​ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ທ່າ​ອ່ຽງ​ທີ່​ຈະ​ລະເມີດ​ກົດຫມາຍ​ຂອງ​ພະເຈົ້າ. (ໂລມ 7:21-25) ແຕ່​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ສາມາດ​ເອົາ​ຊະນະ​ໄດ້. ພະ​ເຢໂຫວາ​ອວຍ​ພອນ​ຜູ້​ທີ່​ຕ້ອງການ​ພິສູດ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ຕໍ່​ພະອົງ​ໂດຍ​ການ​ເຊື່ອ​ຟັງ. ພະອົງ​ປະທານ​ພະ​ວິນຍານ​ບໍລິສຸດ “ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ເຊື່ອ​ຟັງ​ພະອົງ​ໃນ​ຖານະ​ຜູ້​ມີ​ອຳນາດ​ປົກຄອງ.” (ກິດຈະການ 5:32, ລ.ມ.) ພະ​ວິນຍານ​ນັ້ນ​ກໍ່​ຜົນ​ອັນ​ງົດງາມ​ໃນ​ໂຕ​ເຮົາ​ເຊິ່ງ​ໄດ້​ແກ່​ຄຸນ​ລັກສະນະ​ຕ່າງໆທີ່​ລໍ້າ​ຄ່າ​ເຊິ່ງ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຕິດ​ຕາມ​ແນວ​ທາງ​ຂອງ​ການ​ເຊື່ອ​ຟັງ.—ຄາລາຊີ 5:22, 23.

17, 18. (ກ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ປຶ້ມ​ນີ້ ແລະ​ໃນ​ຂະນະ​ທີ່​ພິຈາລະນາ​ເຮົາ​ຄວນ​ຄຳນຶງ​ເຖິງ​ສິ່ງ​ໃດ? (ຂ) ຈະ​ມີ​ການ​ພິຈາລະນາ​ຫຍັງ​ໃນ​ບົດ​ຕໍ່​ໄປ?

17 ໃນ​ປຶ້ມ​ນີ້ ເຮົາ​ຈະ​ພິຈາລະນາ​ຫລັກ​ການ​ແລະ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ ແລະ​ຂໍ້​ຊີ້​ບອກ​ອື່ນໆອີກ​ຫລາຍ​ຢ່າງ​ກ່ຽວ​ກັບ​ໃຈ​ປະສົງ​ຂອງ​ພະອົງ. ໃນ​ຂະນະ​ທີ່​ພິຈາລະນາ​ເລື່ອງ​ດັ່ງ​ກ່າວ ເຮົາ​ຕ້ອງ​ຄຳນຶງ​ເຖິງ​ສິ່ງ​ສຳຄັນ​ບາງ​ຢ່າງ. ຂໍ​ໃຫ້​ຈື່​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ບັງຄັບ​ເຮົາ​ໃຫ້​ເຊື່ອ​ຟັງ​ກົດຫມາຍ​ແລະ​ຫລັກ​ການ​ຕ່າງໆຂອງ​ພະອົງ ພະອົງ​ຢາກ​ໃຫ້​ເຮົາ​ເຊື່ອ​ຟັງ​ແບບ​ທີ່​ເຕັມ​ໃຈ​ເຊິ່ງ​ອອກ​ມາ​ຈາກ​ໃຈ. ຂໍ​ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ຂໍ​ໃຫ້​ເຮົາ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ຈະ​ນຳ​ຜົນ​ປະໂຫຍດ​ມາກ​ມາຍ​ມາ​ໃຫ້​ເຮົາ​ໃນ​ຕອນ​ນີ້​ແລະ​ຈະ​ນຳ​ໄປ​ສູ່​ຊີວິດ​ຕະຫລອດ​ໄປ​ໃນ​ອະນາຄົດ. ຂໍ​ໃຫ້​ຖື​ວ່າ​ການ​ເຊື່ອ​ຟັງ​ດ້ວຍ​ສິ້ນ​ສຸດ​ຫົວໃຈ​ເປັນ​ໂອກາດ​ອັນ​ລໍ້າ​ຄ່າ​ທີ່​ຈະ​ສະແດງ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ຫລາຍ​ແທ້ໆ.

18 ເພື່ອ​ຊ່ວຍ​ເຮົາ​ໄຈ້​ແຍກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ດ້ວຍ​ຄວາມ​ຮັກ​ພະ​ເຢໂຫວາ​ໄດ້​ປະທານ​ສະຕິ​ຮູ້ສຶກ​ຜິດ​ຊອບ​ໃຫ້​ເຮົາ. ແນວ​ໃດ​ກໍ​ຕາມ ເພື່ອ​ຈະ​ເປັນ​ເຄື່ອງ​ນຳ​ທາງ​ທີ່​ໄວ້​ໃຈ​ໄດ້ ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ຝົນ ເຊິ່ງ​ເຮົາ​ຈະ​ພິຈາລະນາ​ໃນ​ບົດ​ຕໍ່​ໄປ.

^ ຂໍ້ 9 ຂໍ​ໃຫ້​ເບິ່ງ​ໃນ​ບົດ​ທີ 6 ຂອງ​ປຶ້ມ​ນີ້​ເພື່ອ​ພິຈາລະນາ​ວິທີ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ.

^ ຂໍ້ 11 ແມ່ນ​ແຕ່​ກາຍ​ວິນຍານ​ຊົ່ວ​ກໍ​ເຊື່ອ​ຟັງ​ຢ່າງ​ບໍ່​ເຕັມ​ໃຈ. ເມື່ອ​ພະ​ເຍຊູ​ສັ່ງ​ໃຫ້​ພວກ​ຜີ​ປີ​ສາດ​ອອກ​ຈາກ​ບາງ​ຄົນ​ທີ່​ມັນ​ສິງ​ຢູ່ ພວກ​ມັນ​ຕ້ອງ​ຝືນ​ໃຈ​ຍອມ​ຮັບ​ສິດ​ອຳນາດ​ຂອງ​ພະອົງ​ແລະ​ເຊື່ອ​ຟັງ ເຖິງ​ວ່າ​ບໍ່​ເຕັມ​ໃຈ.—ມາລະໂກ 1:27; 5:7-13.

^ ຂໍ້ 13 ໃນ​ມັດທາຍ 23:4 ຄຳ​ນີ້​ໃຊ້​ເພື່ອ​ພັນລະນາ​ເຖິງ “ຂອງ​ຫນັກ” ເຊິ່ງ​ແມ່ນ​ກົດ​ທີ່​ມີ​ລາຍ​ລະອຽດ​ມາກ​ມາຍ​ແລະ​ປະເພນີ​ທີ່​ມະນຸດ​ຕັ້ງ​ຂຶ້ນ​ເຊິ່ງ​ພວກ​ສະຫມຽນ​ແລະ​ຟາລິຊຽນ​ໄດ້​ບັງຄັບ​ໃຫ້​ຄົນ​ທົ່ວໄປ​ເຮັດ​ຕາມ. ມີ​ການ​ແປ​ຄຳ​ດຽວ​ກັນ​ນີ້​ວ່າ “ກົດ​ຂີ່” ໃນ​ກິດຈະການ 20:29, 30 (ລ.ມ.) ແລະ​ພາດ​ພິງ​ເຖິງ​ພວກ​ຜູ້​ອອກ​ຫາກ​ທີ່​ກົດ​ຂີ່​ເຊິ່ງ​ຈະ “ເວົ້າ​ບິດ​ເບືອນ” ແລະ​ພະຍາຍາມ​ຊັກ​ນຳ​ຄົນ​ອື່ນ​ໃຫ້​ຫລົງ​ຜິດ.