ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 3

ຮັກ​ຄົນ​ທີ່​ພະເຈົ້າ​ຮັກ

ຮັກ​ຄົນ​ທີ່​ພະເຈົ້າ​ຮັກ

“ບຸກຄົນ​ທີ່​ດຳເນີນ​ນຳ​ຄົນ​ປັນຍາ​ກໍ​ຈະ​ເປັນ​ຄົນ​ມີ​ປັນຍາ.”—ສຸພາສິດ 13:20, ລ.ມ.

1-3. (ກ) ຄຳພີ​ໄບເບິນ​ບົ່ງ​ຊີ້​ໃຫ້​ເຫັນ​ຄວາມ​ຈິງ​ອັນ​ໃດ​ທີ່​ບໍ່​ອາດ​ປະຕິເສດ​ໄດ້? (ຂ) ເຮົາ​ຈະ​ເລືອກ​ຫມູ່​ເຊິ່ງ​ມີ​ອິດທິພົນ​ໃນ​ທາງ​ທີ່​ດີ​ຕໍ່​ເຮົາ​ໄດ້​ແນວ​ໃດ?

ໃນ​ແງ່​ຫນຶ່ງ ຄົນ​ເຮົາ​ຄ້າຍ​ຄື​ກັບ​ຟອງ​ນໍ້າ​ທີ່​ມັກ​ດູດ​ຊຶມ​ເອົາ​ສິ່ງ​ໃດ​ກໍ​ຕາມ​ທີ່​ຢູ່​ອ້ອມ​ຂ້າງ. ເປັນ​ເລື່ອງ​ງ່າຍ​ຫລາຍ​ທີ່​ຈະ​ຮັບ​ເອົາ​ທັດສະນະ ມາດຕະຖານ ແລະ​ບຸກຄະລິກ​ລັກສະນະ​ຂອງ​ຄົນ​ທີ່​ເຮົາ​ຄົບຫາ​ຢ່າງ​ໃກ້​ຊິດ ໂດຍ​ທີ່​ເຮົາ​ບໍ່​ຕັ້ງ​ໃຈ.

2 ຄຳພີ​ໄບເບິນ​ບົ່ງ​ຊີ້​ຄວາມ​ຈິງ​ທີ່​ບໍ່​ອາດ​ປະຕິເສດ​ໄດ້​ທີ່​ວ່າ “ບຸກຄົນ​ທີ່​ດຳເນີນ​ນຳ​ຄົນ​ປັນຍາ​ກໍ​ຈະ​ເປັນ​ຄົນ​ມີ​ປັນຍາ ແຕ່​ຄົນ​ທີ່​ຄົບ​ກັບ​ຄົນ​ໂງ່​ຍ່ອມ​ຈະ​ໄດ້​ຮັບ​ຄວາມ​ເສຍຫາຍ.” (ສຸພາສິດ 13:20, ລ.ມ.) ສຸພາສິດ​ຂໍ້​ນີ້​ບໍ່​ໄດ້​ກ່າວ​ເຖິງ​ການ​ຄົບຫາ​ແບບ​ຜິວເຜີນ. ຖ້ອຍຄຳ​ທີ່​ວ່າ “ດຳເນີນ​ນຳ” ຊີ້​ເຖິງ​ການ​ຄົບຫາ​ກັນ​ຢ່າງ​ຕໍ່​ເນື່ອງ. * ຫນັງສື​ອ້າງອີງ​ເຫລັ້ມ​ຫນຶ່ງ​ກ່ຽວ​ກັບ​ຄຳພີ​ໄບເບິນ​ໃຫ້​ຄວາມ​ເຫັນ​ໃນ​ຂໍ້​ນີ້​ວ່າ “ການ​ດຳເນີນ​ກັບ​ຜູ້​ໃດ​ຜູ້​ຫນຶ່ງ​ຫມາຍ​ເຖິງ​ຄວາມ​ຮັກ​ແລະ​ຄວາມ​ຜູກ​ພັນ.” ເຈົ້າ​ເຫັນ​ດີ​ນຳ​ແມ່ນ​ບໍ​ວ່າ​ເຮົາ​ມັກ​ຈະ​ຮຽນ​ແບບ​ຜູ້​ທີ່​ເຮົາ​ຮັກ? ທີ່​ຈິງ ຍ້ອນ​ເຮົາ​ເອງ​ມີ​ຄວາມ​ຮູ້ສຶກ​ຜູກ​ພັນ​ໃກ້​ຊິດ​ກັບ​ຄົນ​ທີ່​ເຮົາ​ຮັກ ເຂົາ​ເຈົ້າ​ຈຶ່ງ​ມີ​ອິດທິພົນ​ຫລາຍ​ໃນ​ການ​ຫລໍ່​ຫລອມ​ເຮົາ​ທັງ​ໃນ​ທາງ​ທີ່​ດີ​ຫລື​ທາງ​ທີ່​ບໍ່​ດີ.

3 ເພື່ອ​ຈະ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ ເປັນ​ສິ່ງ​ສຳຄັນ​ທີ່​ເຮົາ​ຈະ​ສະແຫວງ​ຫາ​ຫມູ່​ທີ່​ຈະ​ມີ​ອິດທິພົນ​ໃນ​ທາງ​ທີ່​ດີ​ຕໍ່​ເຮົາ. ເຮົາ​ຈະ​ເຮັດ​ຈັ່ງ​ຊັ້ນ​ໄດ້​ແນວ​ໃດ? ເວົ້າ​ງ່າຍໆກໍ​ຄື ເຮົາ​ຈະ​ເຮັດ​ແນວ​ນັ້ນ​ໄດ້​ໂດຍ​ຮັກ​ຄົນ​ທີ່​ພະເຈົ້າ​ຮັກ ເປັນ​ຫມູ່​ກັບ​ຜູ້​ທີ່​ເປັນ​ມິດ​ກັບ​ພະອົງ. ຂໍ​ໃຫ້​ຄຶດ​ເຖິງ​ເລື່ອງ​ນີ້. ຈະ​ມີ​ການ​ຄົບຫາ​ໃດ​ບໍ​ທີ່​ດີ​ກວ່າ​ການ​ຄົບຫາ​ກັບ​ຜູ້​ທີ່​ມີ​ຄຸນ​ລັກສະນະ​ທີ່​ພະ​ເຢໂຫວາ​ຊອກ​ຫາ​ໃນ​ໂຕ​ຜູ້​ທີ່​ເປັນ​ມິດ​ຂອງ​ພະອົງ? ດັ່ງ​ນັ້ນ ຂໍ​ໃຫ້​ກວດ​ເບິ່ງ​ວ່າ​ຄົນ​ປະເພດ​ໃດ​ທີ່​ພະເຈົ້າ​ຮັກ. ໂດຍ​ໃຫ້​ທັດສະນະ​ຂອງ​ພະ​ເຢໂຫວາ​ແຈ່ມແຈ້ງ​ຢູ່​ໃນ​ຄວາມ​ຄຶດ​ຂອງ​ເຮົາ ເຮົາ​ກໍ​ພ້ອມ​ຫລາຍ​ຂຶ້ນ​ທີ່​ຈະ​ເລືອກ​ຫມູ່​ທີ່​ດີ.

ຄົນ​ທີ່​ພະເຈົ້າ​ຮັກ

4. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ມີ​ສິດ​ເລືອກ​ເຟັ້ນ​ຜູ້​ທີ່​ມີ​ຄຸນສົມບັດ​ຈະ​ມາ​ເປັນ​ມິດ​ຂອງ​ພະອົງ ແລະ​ຍ້ອນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ກ່າວ​ເຖິງ​ອັບລາຫາມ​ວ່າ​ເປັນ “ມິດ​ສະຫາຍ​ຂອງ​ເຮົາ”?

4 ພະ​ເຢໂຫວາ​ເລືອກ​ເຟັ້ນ​ຜູ້​ທີ່​ຈະ​ເປັນ​ມິດ​ຂອງ​ພະອົງ. ພະອົງ​ມີ​ສິດ​ເລືອກ​ແມ່ນ​ບໍ? ເພາະ​ວ່າ​ພະອົງ​ເປັນ​ພະເຈົ້າ​ຜູ້​ສູງ​ສຸດ​ໃນ​ເອກະພົບ ແລະ​ການ​ເປັນ​ມິດ​ກັບ​ພະອົງ​ຖື​ວ່າ​ເປັນ​ສິດທິ​ພິເສດ​ອັນ​ຍິ່ງໃຫຍ່​ທີ່​ສຸດ. ຖ້າ​ເຊັ່ນ​ນັ້ນ ພະອົງ​ເລືອກ​ໃຜ​ເປັນ​ມິດ​ຂອງ​ພະອົງ? ພະ​ເຢໂຫວາ​ຫຍັບ​ເຂົ້າ​ໃກ້​ຜູ້​ທີ່​ວາງໃຈ​ແລະ​ມີ​ຄວາມ​ເຊື່ອ​ຢ່າງ​ເຕັມ​ປ່ຽມ​ໃນ​ພະອົງ. ຕົວຢ່າງ ຂໍ​ໃຫ້​ພິຈາລະນາ​ເລື່ອງ​ອັບລາຫາມ​ບຸລຸດ​ຕົ້ນ​ຕະກູນ ຊາຍ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ຍ້ອນ​ຄວາມ​ເຊື່ອ​ອັນ​ໂດດ​ເດັ່ນ. ບໍ່​ມີ​ການ​ທົດລອງ​ຄວາມ​ເຊື່ອ​ຄັ້ງ​ໃດ​ສຳລັບ​ພໍ່​ທີ່​ເປັນ​ມະນຸດ​ຈະ​ຍິ່ງໃຫຍ່​ກວ່າ​ການ​ຖືກ​ຂໍ​ໃຫ້​ຖວາຍ​ລູກ​ຊາຍ​ເປັນ​ເຄື່ອງ​ບູຊາ. * ເຖິງ​ຢ່າງ​ນັ້ນ “ເຫມືອນ​ກັບ​ວ່າ​ທ່ານ​ໄດ້​ຖວາຍ​ອີຊາກ​ເປັນ​ເຄື່ອງ​ບູຊາ​ໄປ​ແລ້ວ” ອັບລາຫາມ​ມີ​ຄວາມ​ເຊື່ອ​ຢ່າງ​ເຕັມ​ປ່ຽມ “ວ່າ​ພະເຈົ້າ​ຈະ​ປຸກ​ອີຊາກ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ໄດ້.” (ເຫບເລີ 11:17-19, ລ.ມ.) ເນື່ອງ​ຈາກ​ອັບລາຫາມ​ສະແດງ​ຄວາມ​ເຊື່ອ​ແລະ​ການ​ເຊື່ອ​ຟັງ​ເຊັ່ນ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ກ່າວ​ເຖິງ​ລາວ​ດ້ວຍ​ຄວາມ​ຮັກ​ວ່າ​ເປັນ “ມິດ​ສະຫາຍ​ຂອງ​ເຮົາ.”—ເອຊາອີ 41:8; ຢາໂກໂບ 2:21-23.

5. ພະ​ເຢໂຫວາ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຜູ້​ທີ່​ເຊື່ອ​ຟັງ​ພະອົງ​ດ້ວຍ​ຄວາມ​ພັກດີ?

5 ພະ​ເຢໂຫວາ​ຖື​ວ່າ​ການ​ເຊື່ອ​ຟັງ​ດ້ວຍ​ຄວາມ​ພັກດີ​ເປັນ​ເລື່ອງ​ສຳຄັນ​ຫລາຍ. ພະອົງ​ຮັກ​ຜູ້​ທີ່​ເຕັມ​ໃຈ​ສະແດງ​ຄວາມ​ພັກດີ​ຕໍ່​ພະອົງ​ເຫນືອ​ສິ່ງ​ອື່ນ​ໃດ. (2 ຊາເມືອນ 22:26) ດັ່ງ​ທີ່​ເຫັນ​ໃນ​ບົດ​ທີ 1 ຂອງ​ປຶ້ມ​ນີ້ ພະ​ເຢໂຫວາ​ຍິນດີ​ຢ່າງ​ຍິ່ງ​ກັບ​ຜູ້​ທີ່​ເລືອກ​ເຊື່ອ​ຟັງ​ພະອົງ​ເນື່ອງ​ດ້ວຍ​ຄວາມ​ຮັກ. ສຸພາສິດ 3:32 (ລ.ມ.) ກ່າວ​ວ່າ “ພະອົງ​ສະຫນິດ​ສະຫນົມ​ກັບ​ຄົນ​ຊື່​ກົງ.” ຜູ້​ທີ່​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ຂອງ​ພະ​ເຢໂຫວາ​ດ້ວຍ​ຄວາມ​ພັກດີ​ໄດ້​ຮັບ​ຄຳ​ເຊີນ​ດ້ວຍ​ຄວາມ​ກະລຸນາ​ຈາກ​ພະອົງ​ວ່າ ເຂົາ​ເຈົ້າ​ອາດ​ເປັນ​ແຂກ​ໃນ “ຈຳຫນັກ” ຂອງ​ພະອົງ—ໄດ້​ຮັບ​ການ​ຕ້ອນຮັບ​ໃຫ້​ມາ​ນະມັດສະການ​ພະອົງ​ແລະ​ສາມາດ​ອະທິດຖານ​ເຖິງ​ພະອົງ​ເວລາ​ໃດ​ກໍ​ໄດ້.—ຄຳເພງ 15:1-5.

6. ເຮົາ​ຈະ​ສະແດງ​ແນວ​ໃດ​ວ່າ​ເຮົາ​ຮັກ​ພະ​ເຍຊູ ແລະ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຜູ້​ທີ່​ຮັກ​ລູກ​ຊາຍ​ຂອງ​ພະອົງ?

6 ພະ​ເຢໂຫວາ​ຮັກ​ຜູ້​ທີ່​ຮັກ​ພະ​ເຍຊູ ລູກ​ຊາຍ​ຜູ້​ດຽວ​ທີ່​ພະອົງ​ໄດ້​ສ້າງ​ໂດຍ​ກົງ. ພະ​ເຍຊູ​ກ່າວ​ວ່າ “ຖ້າ​ຜູ້​ຫນຶ່ງ​ຜູ້​ໃດ​ຮັກ​ເຮົາ​ຜູ້​ນັ້ນ​ຈະ​ຖື​ຮັກສາ​ພະ​ຄຳ​ຂອງ​ເຮົາ ແລະ​ພະ​ບິດາ​ຂອງ​ເຮົາ​ຈະ​ຮັກ​ຜູ້​ນັ້ນ ແລະ​ເຮົາ​ທັງ​ສອງ​ຈະ​ມາ​ຫາ​ຜູ້​ນັ້ນ​ແລະ​ສະຖິດ​ຢູ່​ນຳ​ຜູ້​ນັ້ນ.” (ໂຢຮັນ 14:23) ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຍຊູ​ໄດ້​ແນວ​ໃດ? ແນ່ນອນ​ກໍ​ໂດຍ​ການ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະອົງ ເຊິ່ງ​ລວມ​ທັງ​ເຮັດ​ວຽກ​ມອບ​ຫມາຍ​ໃຫ້​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ແລະ​ເຮັດ​ໃຫ້​ຄົນ​ເປັນ​ສາວົກ. (ມັດທາຍ 28:19, 20; ໂຢຮັນ 14:15, 21) ເປັນ​ການ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຍຊູ​ເຊັ່ນ​ກັນ​ເມື່ອ​ເຮົາ “ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພະອົງ​ຢ່າງ​ໃກ້​ຊິດ” ຮຽນ​ແບບ​ພະອົງ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ​ຢ່າງ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ​ທີ່​ເປັນ​ມະນຸດ​ບໍ່​ສົມບູນ​ແບບ. (1 ເປໂຕ 2:21, ລ.ມ.) ພະ​ເຢໂຫວາ​ມີ​ໃຈ​ຍິນດີ​ເມື່ອ​ຜູ້​ທີ່​ຮັກ​ລູກ​ຊາຍ​ຂອງ​ພະອົງ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ພະຍາຍາມ​ດຳເນີນ​ຕາມ​ແນວ​ທາງ​ຂອງ​ພະ​ຄລິດ.

7. ເປັນ​ຫຍັງ​ຈຶ່ງ​ສະຫລາດ​ທີ່​ຈະ​ເປັນ​ຫມູ່​ກັບ​ຜູ້​ທີ່​ເປັນ​ມິດ​ຂອງ​ພະ​ເຢໂຫວາ?

7 ຄວາມ​ເຊື່ອ ຄວາມ​ພັກດີ ການ​ເຊື່ອ​ຟັງ ແລະ​ຄວາມ​ຮັກ​ຕໍ່​ພະ​ເຍຊູ​ແລະ​ຕໍ່​ແນວ​ທາງ​ຕ່າງໆຂອງ​ພະອົງ—ສິ່ງ​ເຫລົ່າ​ນີ້​ຢູ່​ໃນ​ບັນດາ​ຄຸນ​ລັກສະນະ​ທີ່​ພະ​ເຢໂຫວາ​ຄາດ​ຫມາຍ​ຈາກ​ມິດ​ສະຫາຍ​ຂອງ​ພະອົງ. ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ ‘ຄຸນ​ລັກສະນະ​ແລະ​ແນວ​ທາງ​ດັ່ງ​ກ່າວ​ປາກົດ​ໃນ​ໂຕ​ຫມູ່​ສະຫນິດ​ຂອງ​ຂ້ອຍ​ບໍ? ຂ້ອຍ​ເປັນ​ຫມູ່​ກັບ​ຄົນ​ທີ່​ເປັນ​ມິດ​ກັບ​ພະ​ເຢໂຫວາ​ບໍ?’ ເປັນ​ການ​ດີ​ທີ່​ຈະ​ຖາມ​ແບບ​ນັ້ນ. ບຸກຄົນ​ທີ່​ປູກ​ຝັງ​ທັດສະນະ​ແບບ​ພະເຈົ້າ​ແລະ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ດ້ວຍ​ໃຈ​ແຮງ​ກ້າ​ອາດ​ມີ​ຜົນ​ກະທົບ​ຕໍ່​ເຮົາ​ໃນ​ທາງ​ທີ່​ເປັນ​ປະໂຫຍດ ຊັກ​ຈູງ​ເຮົາ​ໃຫ້​ດຳເນີນ​ຊີວິດ​ຕາມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ.—ເບິ່ງ​ຂອບ “ ຫມູ່​ທີ່​ດີ​ເປັນ​ແນວ​ໃດ?

ຮຽນ​ຈາກ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ

8. ເຈົ້າ​ປະທັບ​ໃຈ​ຫຍັງ​ໃນ​ສາຍ​ສຳພັນ​ລະຫວ່າງ (ກ) ນາໂອມີ​ແລະ​ລຶດ? (ຂ) ຊາຍ​ຫນຸ່ມ​ຊາວ​ເຫບເລີ​ສາມ​ຄົນ? (ຄ) ໂປໂລ​ແລະ​ຕີໂມເຕ?

8 ພະ​ຄຳພີ​ມີ​ຕົວຢ່າງ​ຫລາຍ​ເລື່ອງ​ກ່ຽວ​ກັບ​ຜູ້​ທີ່​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ເລືອກ​ຫມູ່​ທີ່​ດີ. ເຈົ້າ​ສາມາດ​ອ່ານ​ກ່ຽວ​ກັບ​ເລື່ອງ​ສາຍ​ສຳພັນ​ລະຫວ່າງ​ນາງ​ນາໂອມີ​ແລະ​ນາງ​ລຶດ​ລູກ​ໄພ້​ຂອງ​ລາວ ລະຫວ່າງ​ຊາຍ​ຫນຸ່ມ​ຊາວ​ເຫບເລີ​ສາມ​ຄົນ​ເຊິ່ງ​ຜູກ​ພັນ​ກັນ​ຢ່າງ​ແຫນ້ນແຟ້ນ​ຕອນ​ຢູ່​ປະເທດ​ບາບີໂລນ ແລະ​ລະຫວ່າງ​ໂປໂລ​ກັບ​ຕີໂມເຕ. (ລຶດ 1:16; ດານຽນ 3:17, 18; 1 ໂກລິນໂທ 4:17; ຟີລິບ 2:20-22) ແຕ່​ຂໍ​ໃຫ້​ເຮົາ​ເອົາໃຈໃສ່​ອີກ​ຕົວຢ່າງ​ຫນຶ່ງ​ທີ່​ເດັ່ນ ນັ້ນ​ຄື​ມິດຕະພາບ​ລະຫວ່າງ​ດາວິດ​ກັບ​ໂຢນາທານ.

9, 10. ອັນ​ໃດ​ຄື​ພື້ນຖານ​ຂອງ​ສາຍ​ສຳພັນ​ລະຫວ່າງ​ດາວິດ​ແລະ​ໂຢນາທານ?

9 ຄຳພີ​ໄບເບິນ​ກ່າວ​ວ່າ ພາຍ​ຫລັງ​ທີ່​ດາວິດ​ຂ້າ​ໂຄລີອາດ​ແລ້ວ “ຈິດ​ໃຈ​ຂອງ​ທ້າວ​ໂຢນາທານ​ໄດ້​ຕິດ​ຢູ່​ກັບ​ຈິດ​ໃຈ​ທ້າວ​ດາວິດ ແລະ​ທ້າວ​ໂຢນາທານ​ໄດ້​ຮັກ​ທ້າວ​ດາວິດ​ເຫມືອນ​ຮັກ​ຈິດ​ໃຈ​ເອງ.” (1 ຊາເມືອນ 18:1) ດ້ວຍ​ເຫດ​ນີ້ ມິດຕະພາບ​ທີ່​ຢັ້ງຢືນ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ເຖິງ​ແມ່ນ​ວ່າ​ມີ​ອາຍຸ​ທີ່​ຕ່າງ​ກັນ ແລະ​ມິດຕະພາບ​ນີ້​ຍັງ​ຄົງ​ຢູ່​ຕໍ່​ໄປ​ຈົນ​ເຖິງ​ໂຢນາທານ​ເສຍ​ຊີວິດ​ໃນ​ສະໜາມ​ຮົບ. * (2 ຊາເມືອນ 1:26) ອັນ​ໃດ​ເປັນ​ພື້ນຖານ​ຂອງ​ຄວາມ​ສຳພັນ​ອັນ​ແຫນ້ນແຟ້ນ​ລະຫວ່າງ​ສອງ​ຄົນ​ນີ້​ທີ່​ເປັນ​ຫມູ່​ກັນ?

10 ດາວິດ​ແລະ​ໂຢນາທານ​ຜູກ​ພັນ​ກັນ​ເນື່ອງ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ແລະ​ຄວາມ​ປາຖະຫນາ​ອັນ​ແຮງ​ກ້າ​ທີ່​ຈະ​ຮັກສາ​ຕົວ​ສັດ​ຊື່​ຕໍ່​ພະອົງ. ເຂົາ​ເຈົ້າ​ເປັນ​ເອກະພາບ​ກັນ​ເນື່ອງ​ຈາກ​ມີ​ຄວາມ​ປາຖະຫນາ​ທີ່​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ. ແຕ່​ລະ​ຄົນ​ສະແດງ​ຄຸນ​ລັກສະນະ​ຕ່າງໆທີ່​ເຮັດ​ໃຫ້​ຕົນ​ເອງ​ເປັນ​ທີ່​ຮັກ​ຂອງ​ອີກ​ຝ່າຍ​ຫນຶ່ງ. ແນ່ນອນ​ວ່າ​ໂຢນາທານ​ປະທັບ​ໃຈ​ກັບ​ຄວາມ​ກ້າຫານ​ແລະ​ໃຈ​ແຮງ​ກ້າ​ຂອງ​ຊາຍ​ຫນຸ່ມ​ທີ່​ໄດ້​ປົກ​ປ້ອງ​ຊື່​ຂອງ​ພະເຈົ້າ​ຢ່າງ​ບໍ່​ຢ້ານ​ກົວ. ບໍ່​ຕ້ອງ​ສົງໄສ ດາວິດ​ກໍ​ນັບຖື​ຊາຍ​ທີ່​ອາຍຸ​ສູງ​ກວ່າ​ເຊິ່ງ​ສະຫນັບສະຫນູນ​ການ​ຈັດ​ຕຽມ​ຂອງ​ພະ​ເຢໂຫວາ​ຢ່າງ​ພັກດີ ແລະ​ຈັດ​ໃຫ້​ຜົນ​ປະໂຫຍດ​ຂອງ​ດາວິດ​ມາ​ກ່ອນ​ຂອງ​ຕົນ​ເອງ​ຢ່າງ​ບໍ່​ເຫັນ​ແກ່​ຕົວ. ຕົວຢ່າງ ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ເກີດ​ຂຶ້ນ​ຕອນ​ທີ່​ດາວິດ​ຮູ້ສຶກ​ຫົດ​ຫູ່​ໃຈ​ຫລາຍ​ໃນ​ຂະນະ​ທີ່​ເປັນ​ຜູ້​ລີ້​ໄພ​ໃນ​ຖິ່ນ​ທຸລະກັນດານ ເພື່ອ​ລອດ​ພົ້ນ​ຈາກ​ຄວາມ​ຄຽດ​ຮ້າຍ​ຂອງ​ກະສັດ​ຊາອຶລ ພໍ່​ຂອງ​ໂຢນາທານ. ໂຢນາທານ​ສະແດງ​ຄວາມ​ພັກດີ​ທີ່​ໂດດ​ເດັ່ນ​ໂດຍ​ເປັນ​ຝ່າຍ “ໄປ​ຫາ​ທ້າວ​ດາວິດ . . . ແລະ​ໄດ້​ຊູ​ແຮງ​ມື​ຂອງ​ທ້າວ​ດາວິດ​ໃນ​ພະເຈົ້າ.” (1 ຊາເມືອນ 23:16) ລອງ​ນຶກ​ພາບ​ເບິ່ງ​ວ່າ​ດາວິດ​ຕ້ອງ​ຮູ້ສຶກ​ແນວ​ໃດ​ເມື່ອ​ຫມູ່​ທີ່​ຮັກ​ມາ​ຫາ​ແລະ​ໃຫ້​ກຳລັງ​ໃຈ​ລາວ! *

11. ເຈົ້າ​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ມິດຕະພາບ​ຈາກ​ຕົວຢ່າງ​ຂອງ​ໂຢນາທານ​ແລະ​ດາວິດ?

11 ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢນາທານ​ແລະ​ດາວິດ? ບົດຮຽນ​ເດັ່ນ​ທີ່​ສຸດ​ກໍ​ຄື ເຮົາ​ເຫັນ​ວ່າ​ສິ່ງ​ສຳຄັນ​ທີ່​ສຸດ​ເຊິ່ງ​ຫມູ່​ເພື່ອນ​ຄວນ​ຈະ​ມີ​ຄື​ກັນ​ແມ່ນ​ການ​ຖື​ວ່າ​ສາຍ​ສຳພັນ​ຂອງ​ເຂົາ​ເຈົ້າ​ກັບ​ພະເຈົ້າ​ມີ​ຄ່າ. ເມື່ອ​ເຮົາ​ສະຫນິດ​ກັບ​ຜູ້​ທີ່​ມີ​ຄວາມ​ເຊື່ອ ຄ່າ​ນິຍົມ​ທາງ​ສິນລະທຳ​ແບບ​ດຽວ​ກັນ ທັງ​ເປັນ​ຜູ້​ທີ່​ປາຖະຫນາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ ກໍ​ຈະ​ມີ​ໂອກາດ​ແລກ​ປ່ຽນ​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ປະສົບການ​ທີ່​ຫນູນ​ໃຈ​ແລະ​ເສີມ​ສ້າງ​ເຮົາ​ໃຫ້​ເຂັ້ມແຂງ​ຂຶ້ນ. (ໂລມ 1:11, 12) ຫມູ່​ທີ່​ສົນ​ໃຈ​ໃນ​ສິ່ງ​ຝ່າຍ​ວິນຍານ​ດັ່ງ​ກ່າວ​ມີ​ຢູ່​ທ່າມກາງ​ເພື່ອນ​ຮ່ວມ​ການ​ນະມັດສະການ. ນີ້​ຫມາຍ​ຄວາມ​ວ່າ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ​ເປັນ​ຫມູ່​ທີ່​ດີ​ບໍ? ບໍ່​ເປັນ​ແບບ​ນັ້ນ​ສະເຫມີ​ໄປ.

ວິທີ​ເລືອກ​ຫມູ່​ສະຫນິດ

12, 13. (ກ) ເປັນ​ຫຍັງ​ຕ້ອງ​ຮູ້ຈັກ​ເລືອກ​ຄົນ​ທີ່​ເຮົາ​ຄົບຫາ​ນຳ​ແມ່ນ​ແຕ່​ໃນ​ທ່າມກາງ​ເພື່ອນ​ຄລິດສະຕຽນ? (ຂ) ປະຊາຄົມ​ໃນ​ສະຕະວັດ​ທຳອິດ​ປະເຊີນ​ກັບ​ຂໍ້​ທ້າທາຍ​ອັນ​ໃດ ແລະ​ໂປໂລ​ຕ້ອງ​ໃຫ້​ຄຳ​ເຕືອນ​ທີ່​ຫນັກ​ແຫນ້ນ​ແນວ​ໃດ?

12 ແມ່ນ​ແຕ່​ໃນ​ປະຊາຄົມ ເຮົາ​ກໍ​ຍັງ​ຕ້ອງ​ຮູ້ຈັກ​ເລືອກ​ຫມູ່​ເພື່ອ​ເຂົາ​ເຈົ້າ​ຈະ​ເປັນ​ຜູ້​ມີ​ສ່ວນ​ຊ່ວຍ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະເຈົ້າ​ພັດທະນາ​ຂຶ້ນ. ເລື່ອງ​ນີ້​ຄວນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແປກ​ໃຈ​ບໍ? ບໍ່​ຄວນ. ຄລິດສະຕຽນ​ບາງ​ຄົນ​ໃນ​ປະຊາຄົມ​ອາດ​ຕ້ອງ​ໃຊ້​ເວລາ​ດົນ​ກວ່າ​ຄົນ​ອື່ນ​ເພື່ອ​ເປັນ​ຜູ້​ໃຫຍ່​ທາງ​ຝ່າຍ​ວິນຍານ ເຊັ່ນ​ດຽວ​ກັບ​ຫມາກ​ໄມ້​ບາງ​ຫນ່ວຍ​ທີ່​ຢູ່​ຕົ້ນ​ອາດ​ຕ້ອງ​ໃຊ້​ເວລາ​ດົນ​ກວ່າ​ຫນ່ວຍ​ອື່ນ​ຈຶ່ງ​ສຸກ. ດັ່ງ​ນັ້ນ ໃນ​ທຸກໆປະຊາຄົມ​ເຮົາ​ຈຶ່ງ​ເຫັນ​ຄລິດສະຕຽນ​ທີ່​ກ້າວ​ຫນ້າ​ທາງ​ຝ່າຍ​ວິນຍານ​ໃນ​ລະດັບ​ທີ່​ຕ່າງ​ກັນ. (ເຫບເລີ 5:12–6:3) ແນ່ນອນ​ວ່າ​ເຮົາ​ສະແດງ​ຄວາມ​ອົດ​ທົນ​ແລະ​ຄວາມ​ຮັກ​ຕໍ່​ຄົນ​ໃຫມ່ໆຫລື​ຜູ້​ທີ່​ອ່ອນແອ​ກວ່າ ເພາະ​ເຮົາ​ຢາກ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກ້າວ​ຫນ້າ​ທາງ​ຝ່າຍ​ວິນຍານ.—ໂລມ 14:1; 15:1.

13 ບາງ​ຄັ້ງ ອາດ​ເກີດ​ສະຖານະການ​ຢ່າງ​ຫນຶ່ງ​ໃນ​ປະຊາຄົມ​ທີ່​ເຮັດ​ໃຫ້​ເຮົາ​ຕ້ອງ​ລະວັງ​ການ​ຄົບຫາ​ສະມາຄົມ. ບາງ​ຄົນ​ອາດ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ພຶດຕິກຳ​ທີ່​ບໍ່​ເຫມາະ​ສົມ. ບາງ​ຄົນ​ອາດ​ພັດທະນາ​ນໍ້າໃຈ​ທີ່​ບໍ່​ພໍ​ໃຈ​ແລະ​ມັກ​ຈົ່ມ​ວ່າ. ປະຊາຄົມ​ໃນ​ສະຕະວັດ​ທຳອິດ​ປະເຊີນ​ຂໍ້​ທ້າທາຍ​ທີ່​ຄ້າຍ​ກັນ. ຂະນະ​ທີ່​ສະມາຊິກ​ສ່ວນ​ຫລາຍ​ສັດ​ຊື່ ບາງ​ຄົນ​ພັດ​ບໍ່​ໄດ້​ປະພຶດ​ຕົວຢ່າງ​ເຫມາະ​ສົມ. ເພາະ​ວ່າ​ບາງ​ຄົນ​ໃນ​ປະຊາຄົມ​ໂກລິນໂທ​ບໍ່​ໄດ້​ສະຫນັບສະຫນູນ​ຄຳ​ສອນ​ບາງ​ຢ່າງ​ຂອງ​ຄລິດສະຕຽນ ອັກຄະສາວົກ​ໂປໂລ​ເຕືອນ​ປະຊາຄົມ​ນັ້ນ​ວ່າ “ຢ່າ​ຖືກ​ລໍ້​ລວງ. ການ​ທີ່​ຈະ​ຄົບຫາ​ກັນ​ກັບ​ຄົນ​ຊົ່ວ​ນັ້ນ​ຈະ​ກະທຳ​ໃຫ້​ທຳນຽມ​ອັນ​ດີ​ກາຍ​ເປັນ​ຊົ່ວ​ໄປ​ດ້ວຍ.” (1 ໂກລິນໂທ 15:12, 33) ໂປໂລ​ເຕືອນ​ຕີໂມເຕ​ວ່າ​ແມ່ນ​ແຕ່​ໃນ​ທ່າມກາງ​ເພື່ອນ​ຄລິດສະຕຽນ ອາດ​ມີ​ບາງ​ຄົນ​ທີ່​ບໍ່​ໄດ້​ປະພຶດ​ໂຕ​ສັດ​ຊື່. ຕີໂມເຕ​ໄດ້​ຮັບ​ຄຳ​ເຕືອນ​ໃຫ້​ຫລີກ​ຫ່າງ​ຈາກ​ຄົນ​ແບບ​ນັ້ນ ບໍ່​ເປັນ​ຫມູ່​ສະຫນິດ​ກັບ​ເຂົາ​ເຈົ້າ.—2 ຕີໂມເຕ 2:20-22.

14. ເຮົາ​ຈະ​ເອົາ​ຫລັກ​ການ​ທີ່​ຢູ່​ໃນ​ຄຳ​ເຕືອນ​ຂອງ​ໂປໂລ​ມາ​ໃຊ້​ແນວ​ໃດ​ກ່ຽວ​ກັບ​ການ​ຄົບຫາ​ສະມາຄົມ?

14 ເຮົາ​ຈະ​ເອົາ​ຫລັກ​ການ​ທີ່​ຢູ່​ໃນ​ຄຳ​ເຕືອນ​ຂອງ​ໂປໂລ​ມາ​ໃຊ້​ໄດ້​ແນວ​ໃດ? ໂດຍ​ຫລີກ​ລ່ຽງ​ການ​ຄົບຫາ​ຢ່າງ​ໃກ້​ຊິດ​ກັບ​ຜູ້​ໃດ​ກໍ​ຕາມ​ທັງ​ທີ່​ຢູ່​ໃນ​ແລະ​ນອກ​ປະຊາຄົມ​ເຊິ່ງ​ອາດ​ກໍ່​ອິດທິພົນ​ທີ່​ບໍ່​ດີ. (2 ເທຊະໂລນີກ 3:6, 7, 14) ເຮົາ​ຕ້ອງ​ປົກ​ປ້ອງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ໄວ້. ຂໍ​ໃຫ້​ຈື່​ໄວ້​ວ່າ ເຊັ່ນ​ດຽວ​ກັບ​ຟອງ​ນໍ້າ ເຮົາ​ດູດ​ຊຶມ​ເອົາ​ທັດສະນະ​ແລະ​ແນວ​ທາງ​ຕ່າງໆຂອງ​ຫມູ່​ທີ່​ເຮົາ​ສະຫນິດ​ນຳ. ຄື​ກັບ​ທີ່​ເຮົາ​ເອົາ​ຟອງ​ນໍ້າ​ຈຸ່ມ​ລົງ​ໃນ​ນໍ້າ​ສົ້ມ​ແລ້ວ​ຈະ​ຄາດ​ຫມາຍ​ໃຫ້​ມັນ​ຊຸ່ມ​ດ້ວຍ​ນໍ້າ​ກໍ​ເປັນ​ໄປ​ບໍ່​ໄດ້ ດັ່ງ​ນັ້ນ ເຮົາ​ຈະ​ຄົບຫາ​ກັບ​ຄົນ​ທີ່​ມີ​ອິດທິພົນ​ບໍ່​ດີ​ແລ້ວ​ຄາດ​ຫມາຍ​ວ່າ​ຈະ​ດູດ​ຊຶມ​ເອົາ​ສິ່ງ​ທີ່​ດີ​ງາມ​ກໍ​ຄົງ​ເປັນ​ໄປ​ບໍ່​ໄດ້.—1 ໂກລິນໂທ 5:6.

ເຈົ້າ​ຈະ​ມີ​ການ​ຄົບຫາ​ທີ່​ດີ​ໄດ້​ໃນ​ທ່າມກາງ​ເພື່ອນ​ຮ່ວມ​ນະມັດສະການ

15. ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ພົບ​ຫມູ່​ໃນ​ປະຊາຄົມ​ທີ່​ໃສ່​ໃຈ​ສິ່ງ​ຝ່າຍ​ວິນຍານ?

15 ຫນ້າ​ຍິນດີ​ທີ່​ເຮົາ​ມີ​ໂອກາດ​ຫລາຍ​ແທ້ໆທີ່​ຈະ​ໄດ້​ພົບ​ຫມູ່​ທີ່​ດີ​ໃນ​ທ່າມກາງ​ເພື່ອນ​ຜູ້​ນະມັດສະການ. (ຄຳເພງ 133:1) ເຈົ້າ​ຈະ​ພົບ​ຫມູ່​ໃນ​ປະຊາຄົມ​ທີ່​ໃສ່​ໃຈ​ສິ່ງ​ຝ່າຍ​ວິນຍານ​ໄດ້​ແນວ​ໃດ? ຂະນະ​ທີ່​ເຈົ້າ​ປູກ​ຝັງ​ຄຸນ​ລັກສະນະ​ແລະ​ການ​ປະພຶດ​ແບບ​ທີ່​ພະເຈົ້າ​ພໍ​ໃຈ ຄົນ​ອື່ນ​ທີ່​ມີ​ຄວາມ​ຄິດ​ແບບ​ດຽວ​ກັນ​ນັ້ນ​ກໍ​ຈະ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ຄົບຫາ​ກັບ​ເຈົ້າ. ໃນ​ເວລາ​ດຽວ​ກັນ ເຈົ້າ​ອາດ​ເຮັດ​ຕາມ​ຂັ້ນ​ຕອນ​ບາງ​ຢ່າງ​ທີ່​ໃຊ້​ໄດ້​ແທ້​ເພື່ອ​ລິເລີ່ມ​ຫາ​ຫມູ່​ໃຫມ່. (ເບິ່ງ​ຂອບ “ ວິທີ​ຊອກ​ຫາ​ຫມູ່​ທີ່​ດີ”.) ຈົ່ງ​ຊອກ​ຫາ​ຜູ້​ທີ່​ສຳແດງ​ຄຸນ​ລັກສະນະ​ທີ່​ເຈົ້າ​ຢາກ​ສະທ້ອນ​ອອກ​ມາ. ຈົ່ງ​ໃສ່​ໃຈ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້ ‘ເປີດ​ໃຈ​ໃຫ້​ກວ້າງ’ ສະແຫວງ​ຫາ​ມິດຕະພາບ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ໂດຍ​ບໍ່​ຄຳນຶງ​ເຖິງ​ເຊື້ອ​ຊາດ ສັນ​ຊາດ ຫລື​ວັດທະນະທຳ. (2 ໂກລິນໂທ 6:13, ທ.ປ.; 1 ເປໂຕ 2:17) ຢ່າ​ຄົບຫາ​ສະເພາະ​ກຸ່ມ​ຄົນ​ທີ່​ມີ​ອາຍຸ​ສໍ່າ​ດຽວ​ກັບ​ເຈົ້າ. ຢ່າ​ລືມ​ວ່າ​ໂຢນາທານ​ອາຍຸ​ຫລາຍ​ກວ່າ​ດາວິດ​ຫລາຍ​ປີ. ຄົນ​ສູງ​ອາຍຸ​ຫລາຍ​ຄົນ​ມີ​ປະສົບການ​ແລະ​ສະຕິ​ປັນຍາ​ທີ່​ສາມາດ​ສົ່ງເສີມ​ມິດຕະພາບ​ໃຫ້​ມີ​ຄ່າ​ຫລາຍ​ຂຶ້ນ​ໄດ້.

ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ

16, 17. ຖ້າ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ເຮັດ​ໃຫ້​ເຮົາ​ເຈັບ​ໃຈ​ໃນ​ບາງ​ຢ່າງ ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຄວນ​ຖອນ​ຕົວ​ຈາກ​ປະຊາຄົມ?

16 ເນື່ອງ​ຈາກ​ມີ​ນິດໄສ​ໃຈ​ຄໍ​ແລະ​ພູມ​ຫລັງ​ທີ່​ຫລາກ​ຫລາຍ​ໃນ​ປະຊາຄົມ​ຄລິດສະຕຽນ ບັນຫາ​ຈຶ່ງ​ອາດ​ເກີດ​ຂຶ້ນ​ເປັນ​ບາງ​ຄັ້ງ. ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ອາດ​ເວົ້າ​ຫລື​ເຮັດ​ອັນ​ໃດ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຈັບ​ໃຈ. (ສຸພາສິດ 12:18) ບາງ​ຄັ້ງ​ບັນຫາ​ເກີດ​ຂຶ້ນ​ຍ້ອນ​ຄວາມ​ແຕກຕ່າງ​ກັນ​ດ້ານ​ນິດໄສ​ໃຈ​ຄໍ ຄວາມ​ເຂົ້າ​ໃຈ​ຜິດ ຫລື​ຄວາມ​ແຕກຕ່າງ​ກັນ​ດ້ານ​ທັດສະນະ. ເຮົາ​ຈະ​ສະດຸດ​ຍ້ອນ​ບັນຫາ​ດັ່ງ​ກ່າວ​ແລ້ວ​ຖອນ​ຕົວ​ຈາກ​ປະຊາຄົມ​ບໍ? ບໍ່​ຄວນ​ເຮັດ​ແນວ​ນັ້ນ​ຖ້າ​ເຮົາ​ມີ​ຄວາມ​ຮັກ​ທີ່​ແທ້​ຈິງ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຜູ້​ທີ່​ພະອົງ​ຮັກ.

17 ໃນ​ຖານະ​ຜູ້​ສ້າງ​ແລະ​ຜູ້​ຄໍ້າຈູນ​ຊີວິດ ພະ​ເຢໂຫວາ​ສົມຄວນ​ໄດ້​ຮັບ​ຄວາມ​ຮັກ​ແລະ​ຄວາມ​ເຫລື້ອມໃສ​ຈາກ​ເຮົາ​ຢ່າງ​ເຕັມທີ. (ຄຳປາກົດ 4:11) ນອກ​ຈາກ​ນັ້ນ ປະຊາຄົມ​ທີ່​ພະອົງ​ພໍ​ໃຈ​ຈະ​ໃຊ້​ສົມຄວນ​ໄດ້​ຮັບ​ການ​ສະຫນັບສະຫນູນ​ດ້ວຍ​ຄວາມ​ພັກດີ​ຈາກ​ເຮົາ. (ເຫບເລີ 13:17) ດັ່ງ​ນັ້ນ ຖ້າ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ເຮັດ​ໃຫ້​ເຮົາ​ເຈັບ​ໃຈ​ຫລື​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ໃນ​ທາງ​ໃດ​ຫນຶ່ງ ເຮົາ​ຈະ​ບໍ່​ຖອນ​ຕົວ​ອອກ​ຈາກ​ປະຊາຄົມ​ເພື່ອ​ເປັນ​ການ​ປະ​ທ້ວງ. ເຮົາ​ຈະ​ເຮັດ​ແນວ​ນັ້ນ​ໄດ້​ແນວ​ໃດ? ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຂຸ່ນ​ເຄືອງ​ໃຈ. ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ຈະ​ບໍ່​ຍອມ​ໃຫ້​ເຮົາ​ປະຕິເສດ​ພະອົງ​ແລະ​ປະຊາຊົນ​ຂອງ​ພະອົງ!—ຄຳເພງ 119:165.

18. (ກ) ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຮັກສາ​ສັນຕິສຸກ​ໃນ​ປະຊາຄົມ? (ຂ) ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ອັນ​ໃດ​ແດ່​ຖ້າ​ເຮົາ​ເລືອກ​ທີ່​ຈະ​ໃຫ້​ອະໄພ​ເມື່ອ​ມີ​ເຫດຜົນ​ທີ່​ສົມຄວນ?

18 ຄວາມ​ຮັກ​ຕໍ່​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ກະຕຸ້ນ​ເຮົາ​ໃຫ້​ສົ່ງເສີມ​ສັນຕິສຸກ​ໃນ​ປະຊາຄົມ. ພະ​ເຢໂຫວາ​ບໍ່​ໄດ້​ຄາດ​ຫມາຍ​ຄວາມ​ສົມບູນ​ແບບ​ຈາກ​ຜູ້​ທີ່​ພະອົງ​ຮັກ ແລະ​ເຮົາ​ກໍ​ບໍ່​ຄວນ​ຄາດ​ຫມາຍ​ເຊັ່ນ​ດຽວ​ກັນ. ຄວາມ​ຮັກ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຂ້າມ​ຄວາມ​ຜິດ​ເລັກໆນ້ອຍໆໂດຍ​ຈື່​ວ່າ​ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ​ແລະ​ເຮັດ​ຜິດ​ພາດ. (ສຸພາສິດ 17:9; 1 ເປໂຕ 4:8) ຄວາມ​ຮັກ​ຊ່ວຍ​ເຮົາ “ອະໄພ​ໃຫ້​ກັນ​ແລະ​ກັນ​ຢ່າງ​ໃຈ​ກວ້າງ” ຕໍ່ໆໄປ. (ໂກໂລດ 3:13, ລ.ມ.) ບໍ່​ງ່າຍ​ສະເຫມີ​ໄປ​ທີ່​ຈະ​ໃຊ້​ຄຳ​ແນະນຳ​ຂໍ້​ນີ້. ຖ້າ​ເຮົາ​ຍອມ​ໃຫ້​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ຄອບງຳ​ເຮົາ ເຮົາ​ອາດ​ມີ​ທ່າ​ອ່ຽງ​ທີ່​ຈະ​ຂຸ່ນ​ເຄືອງ​ຢູ່​ຕໍ່​ໄປ ບາງ​ທີ​ເນື່ອງ​ຈາກ​ຮູ້ສຶກ​ວ່າ​ຄວາມ​ຄຽດ​ຂອງ​ເຮົາ​ເປັນ​ການ​ລົງໂທດ​ຜູ້​ເຮັດ​ຜິດ​ໃນ​ທາງ​ໃດ​ຫນຶ່ງ. ແຕ່​ທີ່​ຈິງ​ແລ້ວ ການ​ເກັບ​ຄວາມ​ຂຸ່ນ​ເຄືອງ​ໄວ້​ເປັນ​ຜົນ​ເສຍ​ຕໍ່​ເຮົາ. ການ​ເລືອກ​ທີ່​ຈະ​ໃຫ້​ອະໄພ​ເມື່ອ​ມີ​ເຫດຜົນ​ສົມຄວນ​ນັ້ນ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ມາກ​ມາຍ. (ລືກາ 17:3, 4) ການ​ໃຫ້​ອະໄພ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສະຫງົບ​ໃນ​ຈິດ​ໃຈ​ແລະ​ຫົວໃຈ ຮັກສາ​ຄວາມ​ສະຫງົບ​ໃນ​ປະຊາຄົມ ແລະ​ເຫນືອ​ສິ່ງ​ອື່ນ​ໃດ ຊ່ວຍ​ຮັກສາ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ.—ມັດທາຍ 6:14, 15; ໂລມ 14:19.

ເວລາ​ທີ່​ຈະ​ເຊົາ​ຄົບຫາ

19. ອາດ​ເກີດ​ເຫດການ​ອັນ​ໃດ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ຕ້ອງ​ເຊົາ​ຄົບຫາ​ກັບ​ບາງ​ຄົນ?

19 ບາງ​ຄັ້ງ​ເຮົາ​ຖືກ​ຂໍຮ້ອງ​ໃຫ້​ເຊົາ​ຄົບຫາ​ກັບ​ຜູ້​ທີ່​ເຄີຍ​ເປັນ​ສະມາຊິກ​ຂອງ​ປະຊາຄົມ. ເຫດການ​ນີ້​ເກີດ​ຂຶ້ນ​ເມື່ອ​ບາງ​ຄົນ​ລະເມີດ​ກົດຫມາຍ​ຂອງ​ພະເຈົ້າ​ໂດຍ​ບໍ່​ກັບ​ໃຈ​ຈຶ່ງ​ຖືກ​ຕັດ​ສຳພັນ ຫລື​ເມື່ອ​ຄົນ​ຫນຶ່ງ​ປະຕິເສດ​ຄວາມ​ເຊື່ອ​ໂດຍ​ສອນ​ຫລັກ​ຄຳ​ສອນ​ຕົວະ​ຫລື​ໂດຍ​ຕັດ​ຕົວ​ເອງ​ອອກ​ຈາກ​ປະຊາຄົມ. ພະ​ຄຳ​ຂອງ​ພະເຈົ້າ​ສັ່ງ​ເຮົາ​ຢ່າງ​ຈະ​ແຈ້ງ​ວ່າ “ຢ່າ​ຄົບ​ກັນ​ກັບ​ຄົນ​ຢ່າງ​ນັ້ນ.” * (1 ໂກລິນໂທ 5:11-13; 2 ໂຢຮັນ 9-11) ມັນ​ອາດ​ເປັນ​ເລື່ອງ​ຍາກ​ແທ້ໆທີ່​ຈະ​ຫລີກ​ລ່ຽງ​ຄົນ​ທີ່​ເຄີຍ​ເປັນ​ຫມູ່​ຫລື​ເປັນ​ຍາດ​ພີ່​ນ້ອງ​ຂອງ​ເຮົາ. ເຮົາ​ຈະ​ຢືນຢັດ​ຫມັ້ນຄົງ ແລະ​ໂດຍ​ວິທີ​ນີ້​ສະແດງ​ວ່າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ກົດຫມາຍ​ອັນ​ຊອບທຳ​ຂອງ​ພະອົງ​ເຫນືອ​ສິ່ງ​ອື່ນ​ໃດ​ບໍ? ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຖື​ວ່າ​ຄວາມ​ພັກດີ​ແລະ​ການ​ເຊື່ອ​ຟັງ​ມີ​ຄ່າ​ຫລາຍ.

20, 21. (ກ) ເປັນ​ຫຍັງ​ການ​ຕັດ​ສຳພັນ​ຈຶ່ງ​ເປັນ​ວິທີ​ດຳເນີນ​ການ​ທີ່​ສະແດງ​ເຖິງ​ຄວາມ​ຮັກ? (ຂ) ເປັນ​ຫຍັງ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ເລືອກ​ຫມູ່​ຢ່າງ​ສຸຂຸມ?

20 ການ​ຕັດ​ສຳພັນ​ເປັນ​ວິທີ​ດຳເນີນ​ການ​ທີ່​ສະແດງ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຢ່າງ​ແທ້​ຈິງ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ການ​ຂັບ​ໄລ່​ຄົນ​ບາບ​ທີ່​ບໍ່​ກັບ​ໃຈ​ສະແດງ​ເຖິງ​ຄວາມ​ຮັກ​ຕໍ່​ຊື່​ອັນ​ບໍລິສຸດ​ແລະ​ມາດຕະຖານ​ຂອງ​ພະ​ເຢໂຫວາ ແລະ​ຕໍ່​ພະ​ເຢໂຫວາ​ເອງ. (1 ເປໂຕ 1:15, 16) ການ​ຕັດ​ສຳພັນ​ຮັກສາ​ປະຊາຄົມ​ໃຫ້​ປອດໄພ. ສະມາຊິກ​ທີ່​ສັດ​ຊື່​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ອິດທິພົນ​ທີ່​ບໍ່​ດີ​ຂອງ​ຜູ້​ທີ່​ເຈຕະນາ​ເຮັດ​ບາບ ແລະ​ສາມາດ​ດຳເນີນ​ການ​ນະມັດສະການ​ຕໍ່​ໄປ​ໂດຍ​ຮູ້​ວ່າ​ປະຊາຄົມ​ເປັນ​ບ່ອນ​ພັກ​ພິງ​ອັນ​ປອດໄພ​ຈາກ​ໂລກ​ຊົ່ວ. (1 ໂກລິນໂທ 5:7; ເຫບເລີ 12:15, 16) ການ​ຕີ​ສອນ​ທີ່​ຫນັກ​ແຫນ້ນ​ສະແດງ​ເຖິງ​ຄວາມ​ຮັກ​ຕໍ່​ຜູ້​ເຮັດ​ຜິດ. ການ​ຕີ​ສອນ​ແບບ​ນັ້ນ​ອາດ​ເຮັດ​ໃຫ້​ລາວ​ສະດຸ້ງ​ເພື່ອ​ລາວ​ຈະ​ສຳນຶກ​ຕົວ​ແລະ​ເຮັດ​ຕາມ​ຂັ້ນ​ຕອນ​ຕ່າງໆທີ່​ຈຳເປັນ​ເພື່ອ​ກັບ​ຄືນ​ມາ​ຫາ​ພະ​ເຢໂຫວາ.—ເຫບເລີ 12:11.

21 ເປັນ​ເລື່ອງ​ຈິງ​ທີ່​ວ່າ ຫມູ່​ສະຫນິດ​ຂອງ​ເຮົາ​ມີ​ຜົນ​ກະທົບ​ຫລາຍ​ໃນ​ການ​ຫລໍ່​ຫລອມ​ເຮົາ. ດັ່ງ​ນັ້ນ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ເລືອກ​ຫມູ່​ຢ່າງ​ສຸຂຸມ. ໂດຍ​ການ​ເປັນ​ຫມູ່​ກັບ​ຜູ້​ທີ່​ເປັນ​ມິດ​ຂອງ​ພະ​ເຢໂຫວາ ໂດຍ​ຮັກ​ຜູ້​ທີ່​ພະເຈົ້າ​ຮັກ ເຮົາ​ຈະ​ມີ​ຫມູ່​ທີ່​ດີ​ທີ່​ສຸດ​ຢູ່​ອ້ອມ​ຂ້າງ​ເຮົາ​ເທົ່າ​ທີ່​ເປັນ​ໄປ​ໄດ້. ສິ່ງ​ທີ່​ເຮົາ​ດູດ​ຊຶມ​ເອົາ​ຈາກ​ເຂົາ​ເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຕາມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.

^ ຂໍ້ 2 ຄຳ​ພາສາ​ເຫບເລີ​ທີ່​ແປ​ວ່າ “ດຳເນີນ​ນຳ” ຍັງ​ແປ​ວ່າ “ເປັນ​ສ່ຽວ” ແລະ “ເປັນ​ຫມູ່.”—ຜູ້ຕັດສິນ 14:20; ສຸພາສິດ 22:24, ທ.ປ.

^ ຂໍ້ 4 ໂດຍ​ຂໍ​ໃຫ້​ອັບລາຫາມ​ເຮັດ​ແບບ​ນີ້ ພະ​ເຢໂຫວາ​ເປີດ​ເຜີຍ​ໃຫ້​ເຫັນ​ພາບ​ລ່ວງ​ຫນ້າ​ວ່າ​ພະອົງ​ເອງ​ຈະ​ສະລະ​ລູກ​ຊາຍ​ຜູ້​ດຽວ​ທີ່​ພະອົງ​ໄດ້​ສ້າງ​ໂດຍ​ກົງ​ໃຫ້​ເປັນ​ເຄື່ອງ​ບູຊາ. (ໂຢຮັນ 3:16) ໃນ​ກໍລະນີ​ຂອງ​ອັບລາຫາມ ພະ​ເຢໂຫວາ​ເຂົ້າ​ແຊກ​ແຊງ​ໂດຍ​ຈັດ​ກຽມ​ແກະ​ໂຕ​ຜູ້​ແທນ​ອີຊາກ.—ຕົ້ນເດີມ 22:1, 2, 9-13.

^ ຂໍ້ 9 ດາວິດ “ເປັນ​ຄົນ​ຫນຸ່ມ” ຕອນ​ທີ່​ຂ້າ​ໂຄລີອາດ ແລະ​ລາວ​ອາຍຸ​ປະມານ 30 ປີ​ຕອນ​ທີ່​ໂຢນາທານ​ເສຍ​ຊີວິດ. (1 ຊາເມືອນ 17:33; 31:2; 2 ຊາເມືອນ 5:4) ໂຢນາທານ​ເສຍ​ຊີວິດ​ຕອນ​ອາຍຸ​ປະມານ 60 ປີ ເບິ່ງ​ຄື​ຈະ​ແກ່​ກວ່າ​ດາວິດ​ປະມານ 30 ປີ.

^ ຂໍ້ 10 ຕາມ​ທີ່​ບັນທຶກ​ໃນ 1 ຊາເມືອນ 23:17 ໂຢນາທານ​ກ່າວ​ຫນູນ​ໃຈ​ດາວິດ​ຫ້າ​ຢ່າງ​ຄື (1) ລາວ​ກະຕຸ້ນ​ດາວິດ​ວ່າ​ບໍ່​ໃຫ້​ຢ້ານ. (2) ລາວ​ເຮັດ​ໃຫ້​ດາວິດ​ຫມັ້ນ​ໃຈ​ວ່າ​ຄວາມ​ພະຍາຍາມ​ຂອງ​ຊາອຶລ​ຈະ​ຫລົມ​ແຫລວ. (3) ລາວ​ເຕືອນ​ດາວິດ​ວ່າ ດາວິດ​ຈະ​ໄດ້​ຮັບ​ຕຳແຫນ່ງ​ກະສັດ​ຕາມ​ທີ່​ພະເຈົ້າ​ສັນຍາ​ໄວ້. (4) ລາວ​ປະຕິຍານ​ວ່າ​ຈະ​ພັກດີ​ຕໍ່​ດາວິດ. (5) ລາວ​ບອກ​ດາວິດ​ວ່າ​ແມ່ນ​ແຕ່​ຊາອຶລ​ກໍ​ຮູ້​ວ່າ​ໂຢນາທານ​ພັກດີ​ຕໍ່​ດາວິດ.

^ ຂໍ້ 19 ຂໍ້​ມູນ​ເພີ່ມ​ເຕີມ​ໃນ​ວິທີ​ປະຕິບັດ​ກັບ​ຜູ້​ຖືກ​ຕັດ​ສຳພັນ​ຫລື​ຜູ້​ຕັດ​ຕົວ​ເອງ ຂໍ​ໃຫ້​ເບິ່ງ​ພາກ​ຜະຫນວກ “ວິທີ​ປະຕິບັດ​ກັບ​ຜູ້​ທີ່​ຖືກ​ຕັດ​ສຳພັນ”.