ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 8

ພະເຈົ້າ​ຮັກ​ຄົນ​ທີ່​ສະອາດ

ພະເຈົ້າ​ຮັກ​ຄົນ​ທີ່​ສະອາດ

“ພະອົງ​ສຳແດງ​ຕົວ​ບໍລິສຸດ [“ສະອາດ,” ລ.ມ.] ແກ່​ຄົນ​ບໍລິສຸດ [ສະອາດ].”—ຄຳເພງ 18:26.

1-3. (ກ) ເປັນ​ຫຍັງ​ແມ່​ຈຶ່ງ​ໃສ່​ໃຈ​ໃຫ້​ລູກ​ຊາຍ​ຂອງ​ຕົນ​ສະອາດ​ແລະ​ນຸ່ງ​ເຄື່ອງ​ທີ່​ຮຽບຮ້ອຍ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ຜູ້​ທີ່​ນະມັດສະການ​ພະອົງ​ສະອາດ ແລະ​ສິ່ງ​ໃດ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ຮັກສາ​ຕົວ​ໃຫ້​ສະອາດ?

ແມ່​ກຽມ​ລູກ​ຊາຍ​ນ້ອຍ​ເພື່ອ​ຈະ​ອອກ​ໄປ​ວຽກ​ທາງ​ນອກ. ແມ່​ອາບ​ນໍ້າ​ໃຫ້​ລູກ​ຊາຍ​ແລ້ວ​ໃສ່​ເຄື່ອງ​ນຸ່ງ​ທີ່​ສະອາດ​ຮຽບຮ້ອຍ​ໃຫ້​ລາວ. ແມ່​ຮູ້​ວ່າ​ຄວາມ​ສະອາດ​ເປັນ​ສິ່ງ​ທີ່​ສຳຄັນ​ຫລາຍ​ຕໍ່​ສຸຂະພາບ​ຂອງ​ລູກ. ແມ່​ຍັງ​ສຳນຶກ​ວ່າ​ການ​ແຕ່ງ​ກາຍ​ຂອງ​ລູກ​ອາດ​ເຮັດ​ໃຫ້​ພໍ່​ແມ່​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ຫລື​ຖືກ​ຕຳຫນິ.

2 ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຕ້ອງການ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ສະອາດ. ພະ​ຄຳ​ຂອງ​ພະອົງ​ກ່າວ​ວ່າ “ພະອົງ​ສຳແດງ​ຕົວ​ບໍລິສຸດ [“ສະອາດ,” ລ.ມ.] ແກ່​ຄົນ​ບໍລິສຸດ [ສະອາດ].” * (ຄຳເພງ 18:26) ພະ​ເຢໂຫວາ​ຮັກ​ພວກ​ເຮົາ ພະອົງ​ຮູ້​ວ່າ​ການ​ຮັກສາ​ຕົວ​ໃຫ້​ສະອາດ​ເປັນ​ປະໂຫຍດ​ຕໍ່​ເຮົາ​ຫລາຍ​ທີ່​ສຸດ. ພະອົງ​ຍັງ​ຄາດ​ຫມາຍ​ຈາກ​ເຮົາ​ໃນ​ຖານະ​ເປັນ​ພະຍານ​ຂອງ​ພະອົງ​ໃຫ້​ສະທ້ອນ​ເຖິງ​ພະອົງ​ໃນ​ທາງ​ທີ່​ດີ. ທີ່​ຈິງ ການ​ແຕ່ງ​ກາຍ​ທີ່​ສະອາດ​ແລະ​ການ​ປະພຶດ​ທີ່​ດີ​ຂອງ​ເຮົາ​ຈະ​ນຳ​ເອົາ​ຄຳ​ສັນລະເສີນ ບໍ່​ແມ່ນ​ຄຳ​ຕຳຫນິ​ມາ​ສູ່​ພະ​ເຢໂຫວາ​ແລະ​ຊື່​ທີ່​ບໍລິສຸດ​ຂອງ​ພະອົງ.—ເອເຊກຽນ 36:22; 1 ເປໂຕ 2:12.

3 ການ​ທີ່​ຮູ້​ວ່າ​ພະເຈົ້າ​ຮັກ​ຄົນ​ທີ່​ສະອາດ​ກະຕຸ້ນ​ເຮົາ​ຮັກສາ​ຕົວ​ໃຫ້​ສະອາດ. ເຮົາ​ຢາກ​ໃຫ້​ແນວ​ທາງ​ການ​ດຳເນີນ​ຊີວິດ​ຂອງ​ເຮົາ​ນຳ​ກຽດຕິຍົດ​ມາ​ສູ່​ພະອົງ ເພາະ​ເຮົາ​ຮັກ​ພະອົງ. ນອກ​ຈາກ​ນັ້ນ ເຮົາ​ຕ້ອງການ​ຢັ້ງຢືນ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະອົງ​ຕໍ່ໆໄປ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ພິຈາລະນາ​ເຫດຜົນ​ທີ່​ເຮົາ​ຕ້ອງ​ຮັກສາ​ຕົວ​ໃຫ້​ສະອາດ ຄວາມຫມາຍ​ຂອງ​ການ​ເປັນ​ຄົນ​ສະອາດ ແລະ​ວິທີ​ຮັກສາ​ຕົວ​ໃຫ້​ສະອາດ. ການ​ພິຈາລະນາ​ເຊັ່ນ​ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຈຸດ​ທີ່​ຄວນ​ປັບ​ປຸງ.

ເປັນ​ຫຍັງ​ເຮົາ​ຕ້ອງ​ຮັກສາ​ຕົວ​ໃຫ້​ສະອາດ?

4, 5. (ກ) ອັນ​ໃດ​ຄື​ເຫດຜົນ​ຫລັກ​ທີ່​ເຮົາ​ຕ້ອງ​ຮັກສາ​ຕົວ​ໃຫ້​ສະອາດ? (ຂ) ຄວາມ​ສະອາດ​ຂອງ​ພະ​ເຢໂຫວາ​ປາກົດ​ໃຫ້​ເຫັນ​ແນວ​ໃດ​ໃນ​ສິ່ງ​ເນລະມິດ​ສ້າງ​ຂອງ​ພະອົງ​ທີ່​ເຫັນ​ໄດ້?

4 ວິທີ​ຫນຶ່ງ​ທີ່​ພະ​ເຢໂຫວາ​ຊີ້​ນຳ​ເຮົາ​ຄື​ໂດຍ​ການ​ວາງ​ຕົວຢ່າງ. ດັ່ງ​ນັ້ນ ພະ​ຄຳ​ຂອງ​ພະອົງ​ຈຶ່ງ​ກະຕຸ້ນ​ເຮົາ​ໃຫ້ “ເປັນ​ຜູ້​ກະທຳ​ຕາມ​ແບບ​ຢ່າງ​ພະເຈົ້າ.” (ເອເຟດ 5:1) ເຫດຜົນ​ຫລັກ​ທີ່​ເຮົາ​ຕ້ອງ​ຮັກສາ​ຕົວ​ໃຫ້​ສະອາດ​ແມ່ນ​ຍ້ອນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ທີ່​ເຮົາ​ນະມັດສະການ​ເປັນ​ຜູ້​ທີ່​ສະອາດ ຜ່ອງ​ໃສ ແລະ​ບໍລິສຸດ​ໃນ​ທຸກ​ດ້ານ.—ພວກເລວີ 11:44, 45.

5 ເຊັ່ນ​ດຽວ​ກັນ​ກັບ​ຄຸນ​ລັກສະນະ​ແລະ​ແນວ​ທາງ​ຫລາຍ​ຢ່າງ​ຂອງ​ພະ​ເຢໂຫວາ ຄວາມ​ສະອາດ​ກໍ​ປາກົດ​ໃຫ້​ເຫັນ​ໃນ​ສິ່ງ​ເນລະມິດ​ສ້າງ​ຂອງ​ພະອົງ​ທີ່​ສາມາດ​ເຫັນ​ໄດ້. (ໂລມ 1:20) ຫນ່ວຍ​ໂລກ​ຖືກ​ອອກ​ແບບ​ມາ​ເພື່ອ​ເປັນ​ບ້ານ​ທີ່​ສະອາດ​ສຳລັບ​ມະນຸດ. ພະ​ເຢໂຫວາ​ໄດ້​ຕັ້ງ​ລະບົບ​ການ​ຫມູນ​ວຽນ​ທາງ​ທຳມະຊາດ​ທີ່​ເຮັດ​ໃຫ້​ອາກາດ​ແລະ​ນໍ້າ​ສະອາດ. ຈຸ​ລະ​ຊີບ​ບາງ​ຊະນິດ​ເຮັດ​ຫນ້າທີ່​ເປັນ​ຄື​ກັບ​ພະແນກ​ອະນາໄມ​ໂດຍ​ປ່ຽນ​ສິ່ງ​ເສດ​ເຫລືອ​ໃຫ້​ກາຍ​ເປັນ​ຜະລິດຕະພັນ​ທີ່​ບໍ່​ກໍ່​ຄວາມ​ເສຍຫາຍ. ນັກ​ວິທະຍາສາດ​ໄດ້​ໃຊ້​ຈຸ​ລະ​ຊີບ​ທີ່​ຫິວ​ເຫລົ່າ​ນີ້​ບາງ​ຊະນິດ​ໃຫ້​ເປັນ​ປະໂຫຍດ​ເພື່ອ​ກຳຈັດ​ນໍ້າມັນ​ທີ່​ຮົ່ວ​ໄຫລ​ລົງ​ທະເລ​ແລະ​ມົນ​ລະ​ພິດ​ອື່ນໆທີ່​ເກີດ​ຈາກ​ຄວາມ​ເຫັນ​ແກ່​ຕົວ​ແລະ​ຄວາມ​ໂລບ​ຂອງ​ມະນຸດ. ເຫັນ​ໄດ້​ແຈ້ງ​ວ່າ​ຄວາມ​ສະອາດ​ເປັນ​ສິ່ງ​ສຳຄັນ​ຕໍ່ ‘ຜູ້​ສ້າງ​ແຜ່ນດິນ​ໂລກ.’ (ເຢເຣມີ 10:12) ຄວາມ​ສະອາດ​ກໍ​ຄວນ​ເປັນ​ເລື່ອງ​ສຳຄັນ​ຕໍ່​ເຮົາ​ເຊັ່ນ​ກັນ.

6, 7. ພະບັນຍັດ​ຂອງ​ໂມເຊ​ເນັ້ນ​ແນວ​ໃດ​ວ່າ​ຜູ້​ນະມັດສະການ​ພະ​ເຢໂຫວາ​ຕ້ອງ​ເປັນ​ຄົນ​ສະອາດ?

6 ອີກ​ເຫດຜົນ​ຫນຶ່ງ​ທີ່​ເຮົາ​ຕ້ອງ​ຮັກສາ​ຕົວ​ໃຫ້​ສະອາດ​ແມ່ນ​ຍ້ອນ​ວ່າ​ພະ​ເຢໂຫວາ​ຜູ້​ປົກຄອງ​ອົງ​ສູງ​ສຸດ​ຮຽກ​ຮ້ອງ​ໃຫ້​ຜູ້​ນະມັດສະການ​ພະອົງ​ເປັນ​ຄົນ​ສະອາດ. ພາຍ​ໃຕ້​ພະບັນຍັດ​ທີ່​ພະ​ເຢໂຫວາ​ມອບ​ໃຫ້​ຊາດ​ອິດສະລາແອນ ຄວາມ​ສະອາດ​ແລະ​ການ​ນະມັດສະການ​ພົວ​ພັນ​ກັນ​ຢ່າງ​ໃກ້​ຊິດ. ພະບັນຍັດ​ກຳນົດ​ວ່າ​ໃນ​ວັນ​ໄຖ່​ໂທດ ປະໂລຫິດ​ໃຫຍ່​ຕ້ອງ​ອາບ​ນໍ້າ​ບໍ່​ແມ່ນ​ເທື່ອ​ດຽວ​ແຕ່​ສອງ​ເທື່ອ. (ພວກເລວີ 16:4, 23, 24) ປະໂລຫິດ​ທີ່​ປະຕິບັດ​ຫນ້າທີ່​ຕ້ອງ​ລ້າງ​ມື​ແລະ​ຕີນ​ກ່ອນ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. (ອົບພະຍົບ 30:17-21; 2 ຂ່າວຄາວ 4:6) ພະບັນຍັດ​ກຳນົດ​ສາເຫດ 70 ຢ່າງ​ທີ່​ເຮັດ​ໃຫ້​ບໍ່​ສະອາດ​ທາງ​ຮ່າງກາຍ​ແລະ​ພິທີ​ກຳ. ຂະນະ​ທີ່​ຢູ່​ໃນ​ສະພາບ​ບໍ່​ສະອາດ ຊາວ​ອິດສະລາແອນ​ບໍ່​ສາມາດ​ມີ​ສ່ວນ​ຮ່ວມ​ໃດໆໃນ​ການ​ນະມັດສະການ ຖ້າ​ຝ່າ​ຝືນ​ອາດ​ມີ​ໂທດ​ເຖິງ​ຕາຍ. (ພວກເລວີ 15:31) ໃຜ​ທີ່​ບໍ່​ຍອມ​ເຮັດ​ຕາມ​ຂັ້ນ​ຕອນ​ການ​ຊຳ​ຮະ​ລ້າງ​ຕາມ​ທີ່​ກຳນົດ​ໄວ້ ລວມ​ທັງ​ການ​ອາບ​ນໍ້າ​ແລະ​ຊັກ​ເຄື່ອງ​ນຸ່ງ​ຕ້ອງ​ຖືກ “ຕັດ​ເສຍ​ຈາກ​ພວກ​ຊຸມນຸມ.”—ຈົດເຊັນບັນຊີ 19:17-20.

7 ເຖິງ​ວ່າ​ເຮົາ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ພະບັນຍັດ​ຂອງ​ໂມເຊ ແຕ່​ພະບັນຍັດ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ພະເຈົ້າ​ໃນ​ເລື່ອງ​ຕ່າງໆ. ເຫັນ​ໄດ້​ແຈ້ງ ພະບັນຍັດ​ເນັ້ນ​ວ່າ​ຜູ້​ນະມັດສະການ​ພະເຈົ້າ​ຕ້ອງ​ເປັນ​ຄົນ​ສະອາດ. ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ​ແປງ. (ມາລາກີ 3:6) ພະອົງ​ຈະ​ບໍ່​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຮົາ​ນອກ​ຈາກ​ວ່າ​ການ​ນະມັດສະການ​ນັ້ນ “ບໍລິສຸດ ແລະ​ປາສະຈາກ​ຖ່ອຍ​ຮ້າຍ.” (ຢາໂກໂບ 1:27) ດັ່ງ​ນັ້ນ ເຮົາ​ຈຳເປັນ​ຕ້ອງ​ຮູ້​ໃນ​ສິ່ງ​ທີ່​ພະອົງ​ຄາດ​ຫມາຍ​ຈາກ​ເຮົາ​ໃນ​ເລື່ອງ​ນີ້.

ສິ່ງ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ເປັນ​ຄົນ​ສະອາດ​ໃນ​ທັດສະນະ​ຂອງ​ພະເຈົ້າ

8. ພະ​ເຢໂຫວາ​ຄາດ​ຫມາຍ​ໃຫ້​ເຮົາ​ຮັກສາ​ຕົວ​ໃຫ້​ສະອາດ​ໃນ​ແງ່​ມຸມ​ໃດ​ແດ່?

8 ໃນ​ຄຳພີ​ໄບເບິນ ແນວ​ຄິດ​ເລື່ອງ​ການ​ເປັນ​ຄົນ​ສະອາດ​ບໍ່​ໄດ້​ຫມາຍ​ເຖິງ​ພຽງ​ແຕ່​ສະອາດ​ທາງ​ຮ່າງກາຍ. ການ​ເປັນ​ຄົນ​ສະອາດ​ໃນ​ທັດສະນະ​ຂອງ​ພະເຈົ້າ​ກ່ຽວ​ຂ້ອງ​ກັບ​ທຸກ​ແງ່​ມຸມ​ຂອງ​ຊີວິດ​ເຮົາ. ພະ​ເຢໂຫວາ​ຄາດ​ຫມາຍ​ໃຫ້​ເຮົາ​ຮັກສາ​ຕົວ​ໃຫ້​ສະອາດ​ໃນ​ສີ່​ຂອບ​ເຂດ​ຫລັກ​ຄື ການ​ນະມັດສະການ ສິນລະທຳ ຄວາມ​ຄຶດ ແລະ​ຮ່າງກາຍ. ຂໍ​ໃຫ້​ເຮົາ​ພິຈາລະນາ​ວ່າ​ສິ່ງ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ຫຍັງ.

9, 10. ການ​ຮັກສາ​ຄວາມ​ສະອາດ​ດ້ານ​ການ​ນະມັດສະການ​ຫມາຍ​ຄວາມ​ວ່າ​ແນວ​ໃດ ແລະ​ຄລິດສະຕຽນ​ແທ້​ຫລີກ​ລ່ຽງ​ສິ່ງ​ໃດ?

9 ຄວາມ​ສະອາດ​ດ້ານ​ການ​ນະມັດສະການ. ອະທິບາຍ​ໄດ້​ງ່າຍໆ ການ​ຮັກສາ​ຄວາມ​ສະອາດ​ດ້ານ​ການ​ນະມັດສະການ​ຫມາຍ​ເຖິງ​ການ​ບໍ່​ເອົາ​ການ​ນະມັດສະການ​ແທ້​ປົນ​ກັບ​ການ​ນະມັດສະການ​ປອມ. ເມື່ອ​ຊາວ​ອິດສະລາແອນ​ອອກ​ຈາກ​ປະເທດ​ບາບີໂລນ​ເພື່ອ​ກັບ​ຄືນ​ໄປ​ເມືອງ​ເຢຣຶຊາເລມ ເຂົາ​ເຈົ້າ​ຕ້ອງ​ໃສ່​ໃຈ​ຟັງ​ຄຳ​ເຕືອນ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ທີ່​ວ່າ “ຈົ່ງ​ອອກ​ໄປ​ຈາກ​ທີ່​ນັ້ນ ຢ່າຊູ່​ບາຍ​ສິ່ງ​ຂອງ​ອັນ​ຖ່ອຍ​ຮ້າຍ . . . ຈົ່ງ​ເປັນ​ຄົນ​ບໍລິສຸດ [“ສະອາດ,” ລ.ມ.] ເຖີ້ນ.” (ເອຊາອີ 52:11) ເຫດຜົນ​ຕົ້ນ​ຕໍ​ທີ່​ຊາວ​ອິດສະລາແອນ​ກັບ​ເມືອ​ບ້ານ​ເກີດ​ແມ່ນ​ເພື່ອ​ຟື້ນຟູ​ການ​ນະມັດສະການ​ພະ​ເຢໂຫວາ. ການ​ນະມັດສະການ​ນີ້​ຕ້ອງ​ສະອາດ ບໍ່​ເປິ​ເປື້ອນ​ດ້ວຍ​ຄຳ​ສອນ ກິດ​ປະຕິບັດ ແລະ​ປະເພນີ​ແບບ​ສາສະໜາ​ບາບີໂລນ​ເຊິ່ງ​ທຳລາຍ​ກຽດ​ພະເຈົ້າ.

10 ທຸກ​ມື້​ນີ້ ເຮົາ​ໃນ​ຖານະ​ຄລິດສະຕຽນ​ແທ້​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເປິ​ເປື້ອນ​ດ້ວຍ​ການ​ນະມັດສະການ​ປອມ. (1 ໂກລິນໂທ 10:21) ຈຳເປັນ​ຕ້ອງ​ລະວັງ​ໃນ​ເລື່ອງ​ນີ້ ເພາະ​ອິດທິພົນ​ຂອງ​ສາສະໜາ​ປອມ​ຢູ່​ອ້ອມ​ຮອບ​ຕົວ​ເຮົາ. ໃນ​ຫລາຍ​ດິນແດນ ປະເພນີ ກິດຈະກຳ ແລະ​ພິທີ​ກຳ​ຕ່າງໆກ່ຽວ​ຂ້ອງ​ກັບ​ຄຳ​ສອນ​ຂອງ​ສາສະໜາ​ປອມ​ເຊັ່ນ ຄວາມ​ຄິດ​ທີ່​ວ່າ​ມີ​ບາງ​ສິ່ງ​ທີ່​ຢູ່​ພາຍ​ໃນ​ຕົວ​ເຮົາ​ຍັງ​ຢູ່​ຕໍ່​ໄປ​ເມື່ອ​ເຮົາ​ຕາຍ. (ຜູ້ເທສະໜາປ່າວປະກາດ 9:5, 6, 10) ຄລິດສະຕຽນ​ແທ້​ຫລີກ​ລ່ຽງ​ປະເພນີ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ເຊື່ອ​ຂອງ​ສາສະໜາ​ປອມ. * ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄວາມ​ກົດ​ດັນ​ຈາກ​ຄົນ​ອື່ນ​ເປັນ​ສາເຫດ​ເຮັດ​ໃຫ້​ເຮົາ​ຍອມ​ອ່ອນ​ຂໍ້​ຕໍ່​ມາດຕະຖານ​ຂອງ​ຄຳພີ​ໄບເບິນ​ໃນ​ເລື່ອງ​ການ​ນະມັດສະການ​ທີ່​ສະອາດ.—ກິດຈະການ 5:29.

11. ຄວາມ​ສະອາດ​ດ້ານ​ສິນລະທຳ​ກ່ຽວ​ຂ້ອງ​ກັບ​ຫຍັງ​ແດ່ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ຮັກສາ​ຕົວ​ໃຫ້​ສະອາດ​ໃນ​ດ້ານ​ນີ້?

11 ຄວາມ​ສະອາດ​ດ້ານ​ສິນລະທຳ. ການ​ຮັກສາ​ຄວາມ​ສະອາດ​ດ້ານ​ສິນລະທຳ​ຫມາຍ​ລວມ​ເຖິງ​ການ​ຫລີກ​ລ່ຽງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ທຸກ​ຮູບ​ແບບ. (ເອເຟດ 5:5) ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຕ້ອງ​ຮັກສາ​ຄວາມ​ສະອາດ​ດ້ານ​ສິນລະທຳ. ດັ່ງ​ທີ່​ຈະ​ໄດ້​ເຫັນ​ໃນ​ບົດ​ຕໍ່​ໄປ​ຂອງ​ປຶ້ມ​ນີ້ ເພື່ອ​ຈະ​ຮັກສາ​ຕົວ​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ເຮົາ​ຕ້ອງ “ປົບ​ຫນີ​ຈາກ​ການ​ຜິດ​ຊາຍ​ຍິງ [“ຜິດ​ປະເວນີ,” ລ.ມ.].” ຄົນ​ເຮັດ​ຜິດ​ປະເວນີ​ທີ່​ບໍ່​ກັບ​ໃຈ “ຈະ​ບໍ່​ຮັບ​ແຜ່ນດິນ​ຂອງ​ພະເຈົ້າ​ເປັນ​ມູນ.” (1 ໂກລິນໂທ 6:9, 10, 18) ໃນ​ທັດສະນະ​ຂອງ​ພະເຈົ້າ ຄົນ​ເຊັ່ນ​ນັ້ນ​ຢູ່​ໃນ​ທ່າມກາງ​ຄົນ​ທີ່ “ກະທຳ​ການ​ຫນ້າ​ກຽດ​ຫນ້າ​ຊັງ.” ຖ້າ​ເຂົາ​ເຈົ້າ​ບໍ່​ຊຳ​ຮະ​ຕົວ​ໃຫ້​ສະອາດ​ດ້ານ​ສິນລະທຳ “ສ່ວນ​ມູນ​ຂອງ​ເຂົາ . . . ເປັນ​ຄວາມ​ຕາຍ​ທີ 2.”—ຄຳປາກົດ 21:8.

12, 13. ຄວາມ​ຄຶດ​ແລະ​ການ​ກະທຳ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ ແລະ​ເຮົາ​ຈະ​ຮັກສາ​ຄວາມ​ຄຶດ​ໃຫ້​ສະອາດ​ໄດ້​ແນວ​ໃດ?

12 ຄວາມ​ສະອາດ​ດ້ານ​ຄວາມ​ຄຶດ. ຄວາມ​ຄຶດ​ນຳ​ໄປ​ສູ່​ການ​ກະທຳ. ຖ້າ​ເຮົາ​ປ່ອຍ​ໃຫ້​ຄວາມ​ຄຶດ​ຜິດໆຝັງ​ຮາກ​ເລິກ​ໃນ​ຈິດ​ໃຈ​ແລະ​ຫົວໃຈ​ຂອງ​ເຮົາ ບໍ່​ຊ້າ​ກໍ​ໄວ​ເຮົາ​ຄົງ​ຈະ​ເຮັດ​ສິ່ງ​ທີ່​ບໍ່​ສະອາດ. (ມັດທາຍ 5:28, 15:18-20) ແຕ່​ຖ້າ​ເຮົາ​ໃຫ້​ຈິດ​ໃຈ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ປອດ​ໃສ ຄວາມ​ຄຶດ​ທີ່​ສະອາດ ເຮົາ​ຈະ​ໄດ້​ຮັບ​ແຮງ​ກະຕຸ້ນ​ໃຫ້​ຮັກສາ​ການ​ປະພຶດ​ທີ່​ສະອາດ. (ຟີລິບ 4:8) ເຮົາ​ຈະ​ຮັກສາ​ຄວາມ​ຄຶດ​ໃຫ້​ສະອາດ​ໄດ້​ແນວ​ໃດ? ປັດໄຈ​ຫນຶ່ງ​ທີ່​ຄວນ​ຄິດ​ເຖິງ​ກໍ​ຄື ເຮົາ​ຕ້ອງ​ຫລີກ​ລ່ຽງ​ຄວາມ​ບັນເທີງ​ຮູບ​ແບບ​ໃດໆກໍ​ຕາມ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຄຶດ​ຂອງ​ເຮົາ​ເປິ​ເປື້ອນ. * ນອກ​ຈາກ​ນີ້ ເຮົາ​ສາມາດ​ເຮັດ​ໃຫ້​ຈິດ​ໃຈ​ເຕັມ​ໄປ​ດ້ວຍ​ຄວາມ​ຄຶດ​ທີ່​ສະອາດ​ໂດຍ​ການ​ສຶກສາ​ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ປະຈຳ.—ຄຳເພງ 19:8, 9.

13 ເພື່ອ​ຮັກສາ​ຕົວ​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຮັກສາ​ຕົວ​ໃຫ້​ສະອາດ​ດ້ານ​ການ​ນະມັດສະການ ສິນລະທຳ ແລະ​ຄວາມ​ຄຶດ. ຈະ​ມີ​ການ​ພິຈາລະນາ​ຢ່າງ​ລະອຽດ​ກ່ຽວ​ກັບ​ແງ່​ມຸມ​ເຫລົ່າ​ນີ້​ໃນ​ບົດ​ຕໍ່ໆໄປ​ຂອງ​ປຶ້ມ​ນີ້. ຕອນ​ນີ້​ຂໍ​ໃຫ້​ພິຈາລະນາ​ແງ່​ມຸມ​ທີ​ສີ່ ນັ້ນ​ຄື​ຄວາມ​ສະອາດ​ດ້ານ​ຮ່າງກາຍ.

ເຮົາ​ຈະ​ຮັກສາ​ຮ່າງກາຍ​ໃຫ້​ສະອາດ​ໄດ້​ແນວ​ໃດ?

14. ເປັນ​ຫຍັງ​ຄວາມ​ສະອາດ​ດ້ານ​ຮ່າງກາຍ​ຈຶ່ງ​ບໍ່​ເປັນ​ພຽງ​ເລື່ອງ​ສ່ວນ​ຕົວ?

14 ຄວາມ​ສະອາດ​ດ້ານ​ຮ່າງກາຍ​ກ່ຽວ​ຂ້ອງ​ກັບ​ການ​ຮັກສາ​ຮ່າງກາຍ​ແລະ​ສິ່ງ​ທີ່​ຢູ່​ອ້ອມ​ແອ້ມ​ຕົວ​ເຮົາ​ໃຫ້​ສະອາດ. ຄວາມ​ສະອາດ​ເຊັ່ນ​ນັ້ນ​ເປັນ​ເລື່ອງ​ສ່ວນ​ຕົວ​ທີ່​ຄົນ​ອື່ນ​ບໍ່​ຄວນ​ຈະ​ກ່ຽວ​ຂ້ອງ​ບໍ? ມັນ​ບໍ່​ເປັນ​ເຊັ່ນ​ນັ້ນ​ສຳລັບ​ຜູ້​ນະມັດສະການ​ພະ​ເຢໂຫວາ. ດັ່ງ​ທີ່​ກ່າວ​ໄປ​ແລ້ວ ພະ​ເຢໂຫວາ​ຖື​ວ່າ​ຄວາມ​ສະອາດ​ດ້ານ​ຮ່າງກາຍ​ຂອງ​ເຮົາ​ເປັນ​ເລື່ອງ​ສຳຄັນ ບໍ່​ແມ່ນ​ຍ້ອນ​ວ່າ​ຄວາມ​ສະອາດ​ເປັນ​ປະໂຫຍດ​ທີ່​ສຸດ​ສຳລັບ​ເຮົາ ແຕ່​ຍ້ອນ​ວ່າ​ຄວາມ​ສະອາດ​ເປັນ​ການ​ສະທ້ອນ​ເຖິງ​ພະອົງ. ຂໍ​ໃຫ້​ຄຶດ​ເຖິງ​ຕົວຢ່າງ​ທີ່​ກ່າວ​ໄປ​ແລ້ວ. ເມື່ອ​ເຫັນ​ເດັກ​ນ້ອຍ​ຜູ້​ຫນຶ່ງ​ທີ່​ເປິ​ເປື້ອນ​ຫລື​ນຸ່ງ​ເຄື່ອງ​ບໍ່​ຮຽບຮ້ອຍ​ຕະຫລອດ ເຈົ້າ​ຄົງ​ສົງໄສ​ແມ່ນ​ບໍ​ວ່າ​ພໍ່​ແມ່​ຂອງ​ເດັກ​ນ້ອຍ​ນັ້ນ​ເປັນ​ຄົນ​ແບບ​ໃດ? ເຮົາ​ຄົງ​ບໍ່​ຢາກ​ໃຫ້​ສິ່ງ​ໃດໆໃນ​ການ​ແຕ່ງ​ກາຍ​ຫລື​ແນວ​ທາງ​ການ​ດຳເນີນ​ຊີວິດ​ຂອງ​ເຮົາ​ນຳ​ເອົາ​ຄຳ​ຕຳຫນິ​ມາ​ສູ່​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ຫລື​ຫລຸດ​ຄຸນຄ່າ​ຂ່າວ​ສານ​ທີ່​ເຮົາ​ປະກາດ. ພະ​ຄຳ​ຂອງ​ພະເຈົ້າ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ໃຫ້​ເຂົາ​ມີ​ເຫດ​ສິ່ງ​ຫນຶ່ງ​ສິ່ງ​ໃດ​ເປັນ​ທີ່​ໃຫ້​ຊູນ​ສະດຸດ​ໃຈ​ໄດ້ ເພື່ອ​ບໍ່​ໃຫ້​ການ​ບົວລະບັດ​ນັ້ນ​ເປັນ​ທີ່​ຕິຕຽນ​ໄດ້ ແຕ່​ວ່າ​ໃນ​ສັບພະ​ທຸກ​ສິ່ງ​ພວກ​ເຮົາ​ໄດ້​ຍົກ​ຍໍ​ເຮົາ​ເອງ​ເຫມືອນ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ.” (2 ໂກລິນໂທ 6:3, 4) ດັ່ງ​ນັ້ນ ເຮົາ​ຈະ​ຮັກສາ​ຄວາມ​ສະອາດ​ດ້ານ​ຮ່າງກາຍ​ໂດຍ​ວິທີ​ໃດ?

15, 16. ການ​ມີ​ສຸຂະ​ອະນາໄມ​ທີ່​ດີ​ຈົນ​ເປັນ​ນິດໄສ​ລວມ​ເຖິງ​ຫຍັງ​ແດ່ ແລະ​ເຄື່ອງ​ນຸ່ງ​ຂອງ​ເຮົາ​ຄວນ​ຢູ່​ໃນ​ສະພາບ​ແບບ​ໃດ?

15 ສຸຂະ​ອະນາໄມ​ສ່ວນ​ຕົວ​ແລະ​ການ​ແຕ່ງ​ກາຍ​ຂອງ​ເຮົາ. ເຖິງ​ວ່າ​ວັດທະນະທຳ​ແລະ​ສະພາບ​ຄວາມ​ເປັນ​ຢູ່​ຈະ​ແຕກຕ່າງ​ກັນ​ໃນ​ແຕ່​ລະ​ປະເທດ ໂດຍ​ທົ່ວໄປ​ເຮົາ​ສາມາດ​ຊອກ​ສະບູ​ແລະ​ນໍ້າ​ພຽງ​ພໍ​ທີ່​ຈະ​ອາບ​ເປັນ​ປະຈຳ​ແລະ​ເຮັດ​ໃຫ້​ຕົວ​ເຮົາ​ແລະ​ລູກ​ສະອາດ. ການ​ມີ​ສຸຂະ​ອະນາໄມ​ທີ່​ດີ​ຈົນ​ເປັນ​ນິດໄສ​ລວມ​ເຖິງ​ການ​ລ້າງ​ມື​ດ້ວຍ​ສະບູ​ແລະ​ນໍ້າ​ກ່ອນ​ກິນ​ອາຫານ​ຫລື​ຈັບ​ບາຍ​ອາຫານ ພາຍ​ຫລັງ​ທີ່​ໃຊ້​ຫ້ອງ​ນໍ້າ ແລະ​ຫລັງ​ຈາກ​ລ້າງ​ກົ້ນ​ຫລື​ປ່ຽນ​ຜ້າ​ອ້ອມ​ແອ​ນ້ອຍ. ການ​ລ້າງ​ມື​ດ້ວຍ​ສະບູ​ແລະ​ນໍ້າ​ສາມາດ​ປ້ອງກັນ​ໂລກ​ພະຍາດ​ແລະ​ຮັກສາ​ຊີວິດ​ໄດ້​ຢ່າງ​ແທ້​ຈິງ. ການ​ລ້າງ​ມື​ສາມາດ​ປ້ອງກັນ​ການ​ແພ່​ລະ​ບາດ​ຂອງ​ເຊື້ອ​ວິລຸດ​ແລະ​ເຊື້ອ​ຈຸລິນຊີ ດັ່ງ​ນັ້ນ​ຈຶ່ງ​ຊ່ວຍ​ປ້ອງກັນ​ພະຍາດ​ຖອກ​ທ້ອງ. ໃນ​ປະເທດ​ທີ່​ຕາມ​ທຳມະດາ​ແລ້ວ​ເຮືອນ​ຊານ​ບໍ່​ມີ​ການ​ຕໍ່​ລະບົບ​ກຳຈັດ​ສິ່ງ​ຂັບ​ຖ່າຍ ບາງ​ທີ​ສາມາດ​ກຳຈັດ​ດ້ວຍ​ການ​ຝັງ ຄື​ກັບ​ທີ່​ເຮັດ​ໃນ​ອິດສະລາແອນ​ບູຮານ.—ພະບັນຍັດ 23:12, 13.

16 ເຄື່ອງ​ນຸ່ງ​ຂອງ​ເຮົາ​ກໍ​ເຊັ່ນ​ກັນ​ຕ້ອງ​ຊັກ​ໃຫ້​ສະອາດ​ແລະ​ຮຽບຮ້ອຍ​ຢູ່​ສະເຫມີ. ເຄື່ອງ​ນຸ່ງ​ຂອງ​ຄລິດສະຕຽນ​ບໍ່​ຈຳເປັນ​ຕ້ອງ​ລາຄາ​ແພງ​ຫລື​ກຳລັງ​ເປັນ​ທີ່​ນິຍົມ ແຕ່​ຄວນ​ສະອາດ ຮຽບຮ້ອຍ ແລະ​ສຸພາບ. (1 ຕີໂມເຕ 2:9, 10) ບໍ່​ວ່າ​ຈະ​ຢູ່​ໃສ​ກໍ​ຕາມ ເຮົາ​ຢາກ​ໃຫ້​ການ​ແຕ່ງ​ກາຍ​ຂອງ​ເຮົາ “ປະດັບ​ຄຳ​ສັ່ງ​ສອນ​ຂອງ​ພະເຈົ້າ ຜູ້​ເປັນ​ຜູ້​ຊ່ອຍ​ເຮົາ​ທັງ​ຫລາຍ.”—ຕິໂຕ 2:10.

17. ເປັນ​ຫຍັງ​ເຮືອນ​ຊານ​ແລະ​ສິ່ງ​ທີ່​ຢູ່​ອ້ອມ​ແອ້ມ​ຕົວ​ເຮົາ​ຈຶ່ງ​ຄວນ​ສະອາດ​ແລະ​ຮຽບຮ້ອຍ?

17 ເຮືອນ​ຊານ​ແລະ​ສິ່ງ​ທີ່​ຢູ່​ອ້ອມ​ແອ້ມ​ຕົວ​ເຮົາ. ເຮືອນ​ຊານ​ຂອງ​ເຮົາ​ອາດ​ບໍ່​ໃຫຍ່​ຫລູຫລາ ແຕ່​ຄວນ​ສະອາດ​ແລະ​ຮຽບຮ້ອຍ​ຕາມ​ທີ່​ສະພາບການ​ອຳນວຍ​ໃຫ້. ເຊັ່ນ​ດຽວ​ກັນ ຖ້າ​ເຮົາ​ໃຊ້​ລົດ​ເພື່ອ​ເດີນ​ທາງ​ໄປ​ຫໍ​ປະຊຸມ​ແລະ​ໃນ​ວຽກ​ຮັບໃຊ້ ເຮົາ​ກໍ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ຮັກສາ​ໃຫ້​ມັນ​ສະອາດ​ພໍ​ສົມຄວນ​ທັງ​ທາງ​ໃນ​ແລະ​ທາງ​ນອກ. ຂໍ​ໃຫ້​ຈື່​ວ່າ​ເຮືອນ​ຊານ​ແລະ​ສິ່ງ​ທີ່​ຢູ່​ອ້ອມ​ແອ້ມ​ຕົວ​ເຮົາ​ເຊິ່ງ​ສະອາດ​ເປັນ​ພະຍານ​ທີ່​ດີ​ກ່ຽວ​ກັບ​ພະເຈົ້າ​ທີ່​ເຮົາ​ນະມັດສະການ. ທີ່​ຈິງ ເຮົາ​ສອນ​ຜູ້​ຄົນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ສະອາດ ເຊິ່ງ​ຈະ “ທຳລາຍ​ພວກ​ທີ່​ໄດ້​ທຳລາຍ​ແຜ່ນດິນ​ໂລກ” ແລະ​ອີກ​ບໍ່​ດົນ​ລາຊະອານາຈັກ​ຂອງ​ພະອົງ​ຈະ​ປ່ຽນ​ແຜ່ນດິນ​ໂລກ​ໃຫ້​ເປັນ​ອຸທິຍານ. (ຄຳປາກົດ 11:18, ທ.ປ.; ລືກາ 23:43) ແນ່ນອນ ເຮົາ​ຢາກ​ໃຫ້​ເຮືອນ​ຊານ​ແລະ​ເຄື່ອງ​ຂອງ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ແມ່ນ​ແຕ່​ໃນ​ຕອນ​ນີ້​ເຮົາ​ກໍ​ກຳລັງ​ປູກ​ຝັງ​ນິດໄສ​ທີ່​ມັກ​ສະອາດ​ເຊິ່ງ​ຈະ​ເຫມາະ​ກັບ​ໂລກ​ໃຫມ່​ທີ່​ພວມ​ໃກ້​ເຂົ້າ​ມາ.

ຄວາມ​ສະອາດ​ດ້ານ​ຮ່າງກາຍ​ກ່ຽວ​ຂ້ອງ​ກັບ​ການ​ຮັກສາ​ຮ່າງກາຍ​ແລະ​ສິ່ງ​ທີ່​ຢູ່​ອ້ອມ​ແອ້ມ​ຕົວ​ເຮົາ​ໃຫ້​ສະອາດ

18. ເຮົາ​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ຫໍ​ປະຊຸມ​ລາຊະອານາຈັກ​ໄດ້​ໂດຍ​ວິທີ​ໃດ?

18 ສະຖານ​ທີ່​ນະມັດສະການ​ຂອງ​ເຮົາ. ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ກະຕຸ້ນ​ເຮົາ​ໃຫ້​ສະແດງ​ຄວາມ​ນັບຖື​ຕໍ່​ຫໍ​ປະຊຸມ​ລາຊະອານາຈັກ ເຊິ່ງ​ເປັນ​ສູນ​ກາງ​ຂອງ​ການ​ນະມັດສະການ​ແທ້​ໃນ​ທ້ອງຖິ່ນ. ເມື່ອ​ມີ​ຄົນ​ໃຫມ່​ມາ​ຫໍ​ປະຊຸມ ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ປະທັບ​ໃຈ​ໃນ​ທາງ​ທີ່​ດີ​ຕໍ່​ສະຖານ​ທີ່​ນະມັດສະການ​ຂອງ​ເຮົາ. ຈຳເປັນ​ຕ້ອງ​ມີ​ການ​ອະນາໄມ​ແລະ​ເບິ່ງ​ແຍງ​ຮັກສາ​ເປັນ​ປະຈຳ​ເພື່ອ​ໃຫ້​ຫໍ​ປະຊຸມ​ເປັນ​ສະຖານ​ທີ່​ທີ່​ຫນ້າ​ດຶງ​ດູດ​ໃຈ​ຢູ່​ສະເຫມີ. ເຮົາ​ສະແດງ​ຄວາມ​ນັບຖື​ຕໍ່​ຫໍ​ປະຊຸມ​ລາຊະອານາຈັກ​ໂດຍ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຮັກສາ​ຫໍ​ປະຊຸມ​ໃຫ້​ຢູ່​ໃນ​ສະພາບ​ທີ່​ດີ. ຖື​ເປັນ​ສິດທິ​ພິເສດ​ທີ່​ຈະ​ສະລະ​ເວລາ​ເພື່ອ​ຊ່ວຍ​ອະນາໄມ​ແລະ “ສ້ອມ​ແຊມ” ສະຖານ​ທີ່​ນະມັດສະການ​ຂອງ​ເຮົາ. (2 ຂ່າວຄາວ 34:10) ມີ​ການ​ໃຊ້​ຫລັກ​ການ​ດຽວ​ກັນ​ນີ້​ເມື່ອ​ເຮົາ​ປະຊຸມ​ກັນ​ຢູ່​ຫ້ອງ​ປະຊຸມ​ໃຫຍ່​ຫລື​ສະຖານ​ທີ່​ສຳລັບ​ການ​ປະຊຸມ​ພາກ​ແລະ​ການ​ປະຊຸມ​ຫມວດ.

ຊຳ​ຮະ​ຕົວ​ໃຫ້​ພົ້ນ​ຈາກ​ນິດໄສ​ແລະ​ກິດ​ປະຕິບັດ​ທີ່​ເປິ​ເປື້ອນ

19. ເພື່ອ​ຈະ​ຮັກສາ​ຮ່າງກາຍ​ໃຫ້​ສະອາດ ເຮົາ​ຕ້ອງ​ຫລີກ​ລ່ຽງ​ສິ່ງ​ໃດ​ແດ່ ແລະ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ເລື່ອງ​ນີ້?

19 ເພື່ອ​ຈະ​ຮັກສາ​ຮ່າງກາຍ​ໃຫ້​ສະອາດ ເຮົາ​ຕ້ອງ​ຫລີກ​ລ່ຽງ​ນິດໄສ​ແລະ​ກິດ​ປະຕິບັດ​ທີ່​ເປິ​ເປື້ອນ​ເຊັ່ນ ການ​ສູບ​ຢາ ການ​ດື່ມ​ເຄື່ອງ​ດື່ມ​ປະເພດ​ເຫລົ້າ​ເກີນ​ກຳນົດ ແລະ​ການ​ໃຊ້​ສານ​ເສບ​ຕິດ​ຫລື​ສານ​ທີ່​ອອກ​ລິດ​ຕໍ່​ຈິດ​ປະສາດ​ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ການ​ຮັກສາ​ທາງ​ການ​ແພດ. ຄຳພີ​ໄບເບິນ​ບໍ່​ໄດ້​ລະບຸ​ລາຍການ​ນິດໄສ​ແລະ​ກິດ​ປະຕິບັດ​ທີ່​ບໍ່​ສະອາດ​ແລະ​ຫນ້າ​ລັງກຽດ​ທຸກ​ຢ່າງ​ທີ່​ມີ​ແຜ່​ຫລາຍ​ໃນ​ທຸກ​ມື້​ນີ້ ແຕ່​ຄຳພີ​ໄບເບິນ​ມີ​ຫລັກ​ການ​ຕ່າງໆທີ່​ສາມາດ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຮູ້ສຶກ​ຕໍ່​ສິ່ງ​ດັ່ງ​ກ່າວ​ນີ້. ເນື່ອງ​ຈາກ​ເຮົາ​ຮູ້​ທັດສະນະ​ຂອງ​ພະ​ເຢໂຫວາ​ຕໍ່​ເລື່ອງ​ຕ່າງໆ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະອົງ​ກະຕຸ້ນ​ເຮົາ​ໃຫ້​ປະຕິບັດ​ໃນ​ແບບ​ທີ່​ພະອົງ​ພໍ​ໃຈ. ຂໍ​ໃຫ້​ພິຈາລະນາ​ຫລັກ​ການ​ຫ້າ​ຂໍ້​ໃນ​ພະ​ຄຳພີ.

20, 21. ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ພົ້ນ​ຈາກ​ກິດ​ປະຕິບັດ​ແບບ​ໃດ ແລະ​ເຮົາ​ມີ​ເຫດຜົນ​ຫນັກ​ແຫນ້ນ​ອັນ​ໃດ​ທີ່​ຈະ​ເຮັດ​ຕາມ?

20 “ພວກ​ພີ່​ນ້ອງ​ຜູ້​ເປັນ​ທີ່​ຮັກ​ເອີຍ ເພາະ​ເຫດ​ພວກ​ເຮົາ​ມີ​ຄຳ​ປະຕິຍານ [“ຄຳ​ສັນຍາ,” ລ.ມ.] ທັງ​ຫລາຍ​ນີ້​ແລ້ວ ເຮົາ​ທັງ​ຫລາຍ​ຕ້ອງ​ຊຳ​ຮະ​ຕົວ​ໃຫ້​ປາສະຈາກ​ການ​ຖ່ອຍ​ຮ້າຍ​ແຫ່ງ​ເນື້ອ​ຫນັງ​ແລະ​ຈິດວິນຍານ [“ຈິດ​ໃຈ,” ລ.ມ.] ທຸກ​ຢ່າງ ແລະ​ກະທຳ​ຄວາມ​ບໍລິສຸດ​ໃຫ້​ສຳເລັດ​ໃນ​ຄວາມ​ຢ້ານຢຳ​ພະເຈົ້າ.” (2 ໂກລິນໂທ 7:1) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ພົ້ນ​ຈາກ​ກິດ​ປະຕິບັດ​ຕ່າງໆທີ່​ເຮັດ​ໃຫ້​ຮ່າງກາຍ​ຂອງ​ເຮົາ​ເປິ​ເປື້ອນ​ແລະ​ສ້າງ​ຄວາມ​ເສຍຫາຍ​ຕໍ່​ຈິດ​ໃຈ ຫລື​ທ່າ​ອ່ຽງ​ທີ່​ຄວບຄຸມ​ດ້ານ​ຄວາມ​ຄຶດ. ດັ່ງ​ນັ້ນ ເຮົາ​ຕ້ອງ​ຫລີກ​ລ່ຽງ​ການ​ຕິດ​ພຶດຕິກຳ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ກໍ່​ຄວາມ​ເສຍຫາຍ​ຕໍ່​ສຸຂະພາບ​ທາງ​ຮ່າງກາຍ​ແລະ​ທາງ​ຈິດ​ໃຈ.

21 ຄຳພີ​ໄບເບິນ​ໃຫ້​ເຫດຜົນ​ທີ່​ຫນັກ​ແຫນ້ນ​ເພື່ອ​ເຮົາ​ຈະ ‘ປາສະຈາກ​ການ​ຖ່ອຍ​ຮ້າຍ​ທຸກ​ຢ່າງ.’ ຂໍ​ໃຫ້​ສັງເກດ 2 ໂກລິນໂທ 7:1 ເລີ່ມ​ຕົ້ນ​ໂດຍ​ກ່າວ​ວ່າ “ເພາະ​ເຫດ​ພວກ​ເຮົາ​ມີ​ຄຳ​ປະຕິຍານ [“ຄຳ​ສັນຍາ,” ລ.ມ.] ທັງ​ຫລາຍ​ນີ້.” ຄຳ​ສັນຍາ​ຫຍັງ? ດັ່ງ​ທີ່​ກ່າວ​ໄວ້​ໃນ​ຂໍ້​ກ່ອນ​ຫນ້າ​ນັ້ນ ພະ​ເຢໂຫວາ​ສັນຍາ​ວ່າ “ເຮົາ​ຈະ​ຮັບ​ທ່ານ​ທັງ​ຫລາຍ​ໄວ້. ແລະ​ເຮົາ​ຈະ​ເປັນ​ພະ​ບິດາ​ຂອງ​ທ່ານ​ທັງ​ຫລາຍ.” (2 ໂກລິນໂທ 6:17, 18) ຄິດ​ເບິ່ງ ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ເຈົ້າ​ຢູ່​ພາຍ​ໃຕ້​ການ​ປົກ​ປ້ອງ​ດູ​ແລ​ຂອງ​ພະອົງ​ແລະ​ຮັກ​ເຈົ້າ​ຄື​ກັບ​ທີ່​ພໍ່​ຮັກ​ລູກ​ສາວ​ຫລື​ລູກ​ຊາຍ. ແຕ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ເຫລົ່າ​ນີ້​ເປັນ​ຈິງ​ກໍ​ຕໍ່​ເມື່ອ​ເຈົ້າ​ຫລີກ​ຫນີ​ຈາກ​ການ​ເຮັດ​ໃຫ້ “ເນື້ອ​ຫນັງ​ແລະ​ຈິດ​ໃຈ” ເປິ​ເປື້ອນ. ດັ່ງ​ນັ້ນ ຖື​ວ່າ​ເປັນ​ເລື່ອງ​ໂງ່​ແທ້ໆທີ່​ຈະ​ປ່ອຍ​ໃຫ້​ນິດໄສ​ຫລື​ກິດ​ປະຕິບັດ​ທີ່​ຫນ້າ​ລັງກຽດ​ເຮັດ​ໃຫ້​ເຈົ້າ​ສູນ​ເສຍ​ສາຍ​ສຳພັນ​ອັນ​ລໍ້າ​ຄ່າ​ແລະ​ຄວາມ​ໃກ້​ຊິດ​ກັບ​ພະ​ເຢໂຫວາ!

22-25. ຫລັກ​ການ​ໃນ​ພະ​ຄຳພີ​ຂໍ້​ໃດ​ທີ່​ສາມາດ​ຊ່ວຍ​ເຮົາ​ໃຫ້​ຫລີກ​ລ່ຽງ​ນິດໄສ​ແລະ​ກິດ​ປະຕິບັດ​ທີ່​ບໍ່​ສະອາດ?

22 “ເຈົ້າ​ຈົ່ງ​ຮັກ​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຮັກ​ດ້ວຍ​ສຸດ​ໃຈ​ແລະ​ດ້ວຍ​ສຸດ​ຈິດ​ແລະ​ດ້ວຍ​ສຸດ​ຄວາມ​ຄຶດ​ຂອງ​ເຈົ້າ.” (ມັດທາຍ 22:37) ພະ​ເຍຊູ​ເລືອກ​ຄຳ​ສັ່ງ​ນີ້​ເປັນ​ຂໍ້​ສຳຄັນ​ທີ່​ສຸດ​ໃນ​ບັນດາ​ຄຳ​ສັ່ງ​ທັງ​ປວງ. (ມັດທາຍ 22:38) ພະ​ເຢໂຫວາ​ສົມຄວນ​ໄດ້​ຮັບ​ຄວາມ​ຮັກ​ເຊັ່ນ​ນັ້ນ​ຈາກ​ເຮົາ. ເພື່ອ​ທີ່​ຈະ​ຮັກ​ພະອົງ​ດ້ວຍ​ສຸດ​ໃຈ ສຸດ​ຈິດ ແລະ​ສຸດ​ຄວາມ​ຄຶດ ເຮົາ​ຕ້ອງ​ຫລີກ​ລ່ຽງ​ກິດ​ປະຕິບັດ​ທີ່​ອາດ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ສັ້ນ​ລົງ​ຫລື​ເຮັດ​ໃຫ້​ຄວາມ​ສາມາດ​ໃນ​ການ​ຄຶດ​ທີ່​ພະເຈົ້າ​ປະທານ​ໃຫ້​ນັ້ນ​ຕາຍ​ດ້ານ.

23 [ພະ​ເຢໂຫວາ] ປະທານ​ຊີວິດ​ແລະ​ລົມຫັນໃຈ​ແລະ​ສັບພະ​ທຸກ​ສິ່ງ​ໃຫ້​ແກ່​ຄົນ​ທັງ​ປວງ.” (ກິດຈະການ 17:24, 25) ຊີວິດ​ເປັນ​ຂອງ​ປະທານ​ມາ​ຈາກ​ພະເຈົ້າ. ເຮົາ​ຮັກ​ຜູ້​ປະທານ​ຊີວິດ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຢາກ​ສະແດງ​ຄວາມ​ນັບຖື​ຕໍ່​ຂອງ​ປະທານ​ນັ້ນ. ເຮົາ​ຫລີກ​ລ່ຽງ​ນິດໄສ​ຫລື​ກິດ​ປະຕິບັດ​ໃດໆກໍ​ຕາມ​ທີ່​ກໍ່​ຄວາມ​ເສຍຫາຍ​ຕໍ່​ສຸຂະພາບ​ຂອງ​ເຮົາ ເນື່ອງ​ຈາກ​ເຮົາ​ສຳນຶກ​ວ່າ​ກິດ​ປະຕິບັດ​ເຊັ່ນ​ນັ້ນ​ສະແດງ​ເຖິງ​ການ​ຂາດ​ຄວາມ​ນັບຖື​ຢ່າງ​ຮ້າຍແຮງ​ຕໍ່​ຂອງ​ປະທານ​ກ່ຽວ​ກັບ​ຊີວິດ.—ຄຳເພງ 36:9.

24 “ຈົ່ງ​ຮັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົວ​ເອງ.” (ມັດທາຍ 22:39) ຫລາຍ​ຄັ້ງ​ນິດໄສ​ແລະ​ກິດ​ປະຕິບັດ​ທີ່​ບໍ່​ສະອາດ​ບໍ່​ພຽງ​ແຕ່​ກະທົບ​ໃສ່​ຜູ້​ກະທຳ​ເທົ່າ​ນັ້ນ ແຕ່​ຍັງ​ກະທົບ​ໃສ່​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ນຳ​ອີກ. ຕົວຢ່າງ ການ​ຫັນ​ໃຈ​ເອົາ​ຄວັນ​ຢາ​ສູບ​ທີ່​ຄົນ​ອື່ນ​ປ່ອຍ​ອອກ​ມາ​ອາດ​ກໍ່​ຜົນ​ເສຍຫາຍ​ຕໍ່​ຜູ້​ທີ່​ບໍ່​ໄດ້​ສູບ​ຢາ. ຜູ້​ທີ່​ກໍ່​ຄວາມ​ເສຍຫາຍ​ຕໍ່​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ຕົນ​ລະເມີດ​ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ໃຫ້​ຮັກ​ເພື່ອນ​ບ້ານ. ບຸກຄົນ​ນັ້ນ​ຍັງ​ສະແດງ​ໃຫ້​ເຫັນ​ໂດຍ​ການ​ກະທຳ​ວ່າ ທີ່​ແທ້​ແລ້ວ​ລາວ​ບໍ່​ໄດ້​ຮັກ​ພະເຈົ້າ​ແບບ​ທີ່​ລາວ​ເວົ້າ.—1 ໂຢຮັນ 4:20, 21.

25 “ຈົ່ງ . . . ນ້ອມ​ຟັງ [“ຍອມ​ຢູ່​ໃຕ້​ອຳນາດ,” ລ.ມ.] ພວກ​ອາດຍາ​ເຈົ້ານາຍ​ແລະ​ຜູ້​ມີ​ອຳນາດ.” (ຕິໂຕ 3:1) ໃນ​ຫລາຍ​ປະເທດ ການ​ມີ​ຫລື​ການ​ໃຊ້​ຢາ​ບາງ​ຊະນິດ​ຖື​ເປັນ​ການ​ລະເມີດ​ກົດຫມາຍ. ໃນ​ຖານະ​ເປັນ​ຄລິດສະຕຽນ​ແທ້ ເຮົາ​ບໍ່​ມີ​ຢາ​ນັ້ນ​ໄວ້​ໃນ​ການ​ຄອບຄອງ​ຫລື​ໃຊ້​ຢາ​ນັ້ນ.—ໂລມ 13:1.

26. (ກ) ເພື່ອ​ຈະ​ຮັກສາ​ຕົວ​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ ເຮົາ​ຕ້ອງ​ເຮັດ​ຫຍັງ? (ຂ) ເປັນ​ຫຍັງ​ການ​ຮັກສາ​ຕົວ​ໃຫ້​ສະອາດ​ໃນ​ທັດສະນະ​ຂອງ​ພະເຈົ້າ​ຈຶ່ງ​ເປັນ​ແນວ​ທາງ​ການ​ດຳເນີນ​ຊີວິດ​ທີ່​ດີ​ທີ່​ສຸດ?

26 ເພື່ອ​ຈະ​ຮັກສາ​ຕົວ​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ ເຮົາ​ຕ້ອງ​ຮັກສາ​ຄວາມ​ສະອາດ​ບໍ່​ແມ່ນ​ພຽງ​ແຕ່​ບາງ​ດ້ານ ແຕ່​ໃນ​ທຸກໆດ້ານ. ການ​ປະ​ຖິ້ມ​ລວມ​ທັງ​ການ​ຫລີກ​ລ່ຽງ​ນິດໄສ​ແລະ​ກິດ​ປະຕິບັດ​ທີ່​ເຮັດ​ໃຫ້​ເປິ​ເປື້ອນ​ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່​ເປັນ​ສິ່ງ​ທີ່​ເປັນ​ໄປ​ໄດ້. * ທີ່​ຈິງ​ແລ້ວ ນີ້​ເປັນ​ແນວ​ທາງ​ທີ່​ດີ​ທີ່​ສຸດ ເນື່ອງ​ຈາກ​ພະ​ເຢໂຫວາ​ສັ່ງ​ສອນ​ເຮົາ​ເພື່ອ​ປະໂຫຍດ​ຂອງ​ເຮົາ​ເອງ​ສະເຫມີ. (ເອຊາອີ 48:17) ສຳຄັນ​ທີ່​ສຸດ ໂດຍ​ການ​ຮັກສາ​ຕົວ​ໃຫ້​ສະອາດ​ເຮົາ​ສາມາດ​ມີ​ຄວາມ​ອີ່ມ​ໃຈ​ທີ່​ຮູ້​ວ່າ​ເຮົາ​ກຳລັງ​ສະທ້ອນ​ເຖິງ​ພະເຈົ້າ​ທີ່​ເຮົາ​ຮັກ​ໃນ​ທາງ​ທີ່​ດີ ດ້ວຍ​ວິທີ​ນີ້ ເຮົາ​ຈຶ່ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ.

^ ຂໍ້ 2 ຄຳ​ພາສາ​ເຫບເລີ​ທີ່​ແປ​ວ່າ “ສະອາດ” ບໍ່​ແມ່ນ​ພຽງ​ແຕ່​ພັນລະນາ​ເຖິງ​ຄວາມ​ສະອາດ​ທາງ​ຮ່າງກາຍ​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເຖິງ​ຄວາມ​ສະອາດ​ທາງ​ສິນລະທຳ​ແລະ​ການ​ນະມັດສະການ​ອີກ​ດ້ວຍ.

^ ຂໍ້ 12 ໃນ​ບົດ​ທີ 6 ຂອງ​ປຶ້ມ​ນີ້​ມີ​ການ​ພິຈາລະນາ​ວິທີ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ.

^ ຂໍ້ 67 ຊື່​ສົມມຸດ.