ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 9

“ຈົ່ງ​ຫລີກ​ຫນີ​ຈາກ​ການ​ຜິດ​ປະເວນີ”

“ຈົ່ງ​ຫລີກ​ຫນີ​ຈາກ​ການ​ຜິດ​ປະເວນີ”

“ເຫດ​ສັນນີ້​ສ່ວນ​ອາການ​ຂອງ​ທ່ານ​ທັງ​ຫລາຍ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ຈົ່ງ​ກະທຳ​ໃຫ້​ຕາຍ​ເຖີ້ນ ຄື​ວ່າ​ການ​ຜິດ​ຊາຍ​ຍິງ [“ການ​ຜິດ​ປະເວນີ,” ລ.ມ.] ການ​ຂີ້ດຽດ ຄວາມ​ຕັນຫາ ຄວາມ​ຄຶດ​ຢາກ​ໄດ້​ອັນ​ຊົ່ວ ແລະ​ຄວາມ​ໂລບ​ທີ່​ເປັນ​ການ​ໄຫວ້​ຮູບ​ພະ.”—ໂກໂລດ 3:5.

1, 2. ບາລາອາມ​ວາງ​ແຜນ​ແນວ​ໃດ​ເພື່ອ​ກໍ່​ອັນຕະລາຍ​ໃຫ້​ແກ່​ປະຊາຊົນ​ຂອງ​ພະ​ເຢໂຫວາ?

ນັກ​ຕຶກ​ເບັດ​ໄປ​ບ່ອນ​ທີ່​ຕົນ​ເອງ​ມັກ​ຕຶກ​ເປັນ​ພິເສດ. ລາວ​ຢາກ​ໄດ້​ປາ​ຊະນິດ​ຫນຶ່ງ. ລາວ​ເລືອກ​ເຫຍື່ອ​ເກາະ​ໃສ່​ເບັດ​ແລ້ວ​ແກວ່ງ​ສາຍ​ເບັດ​ລົງ​ໄປ​ໃນ​ນໍ້າ. ຕໍ່​ມາ​ບໍ່​ດົນ ສາຍ​ເບັດ​ກໍ​ເຄັ່ງ ຄັນ​ເບັດ​ກໍ​ກົ່ງ ແລ້ວ​ລາວ​ກໍ​ມ້ວນ​ສາຍ​ເບັດ​ຂຶ້ນ​ມາ​ເພື່ອ​ເອົາ​ປາ​ທີ່​ຕຶກ​ໄດ້. ລາວ​ຍິ້ມ​ດ້ວຍ​ຄວາມ​ພໍ​ໃຈ​ເພາະ​ຮູ້​ວ່າ​ຕົນ​ໄດ້​ເລືອກ​ເຫຍື່ອ​ທີ່​ຖືກ​ແລ້ວ.

2 ໃນ​ປີ 1473 ກ່ອນ ສ.ສ. ຊາຍ​ຄົນ​ຫນຶ່ງ​ຊື່​ບາລາອາມ​ໄດ້​ຄິດ​ຢ່າງ​ຄັກ​ແນ່​ວ່າ​ຈະ​ໃຊ້​ເຫຍື່ອ​ລໍ້​ປະເພດ​ໃດ. ຄົນ​ທີ່​ລາວ​ຢາກ​ລໍ້​ລວງ​ແມ່ນ​ປະຊາຊົນ​ຂອງ​ພະເຈົ້າ ເຊິ່ງ​ຕັ້ງ​ຄ້າຍ​ຢູ່​ທົ່ງ​ພຽງ​ໂມອາບ​ທີ່​ຕິດ​ກັບ​ເຂດ​ແດນ​ຂອງ​ແຜ່ນດິນ​ຕາມ​ຄຳ​ສັນຍາ. ບາລາອາມ​ອ້າງ​ວ່າ​ເປັນ​ຜູ້​ທຳນວາຍ​ຂອງ​ພະ​ເຢໂຫວາ ແຕ່​ໃນ​ຕົວ​ຈິງ​ລາວ​ເປັນ​ຄົນ​ໂລບ​ມາກ​ທີ່​ຖືກ​ຈ້າງ​ມາ​ເພື່ອ​ສາບ​ແຊ່ງ​ຊາວ​ອິດສະລາແອນ. ແນວ​ໃດ​ກໍ​ຕາມ ໂດຍ​ການ​ແຊກ​ແຊງ​ຂອງ​ພະ​ເຢໂຫວາ ບາລາອາມ​ເຮັດ​ໄດ້​ແຕ່​ອວຍ​ພອນ​ຊາວ​ອິດສະລາແອນ​ເທົ່າ​ນັ້ນ. ໂດຍ​ມຸ່ງ​ຫມາຍ​ທີ່​ຈະ​ໄດ້​ລາງວັນ ບາລາອາມ​ຈຶ່ງ​ຫາ​ເຫດຜົນ​ວ່າ​ບາງ​ທີ​ລາວ​ອາດ​ເຮັດ​ໃຫ້​ພະເຈົ້າ​ສາບ​ແຊ່ງ​ປະຊາຊົນ​ຂອງ​ພະອົງ​ເອງ ຖ້າ​ເຂົາ​ເຈົ້າ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ບາບ​ຮ້າຍແຮງ. ໂດຍ​ມີ​ເປົ້າ​ຫມາຍ​ເຊັ່ນ​ນັ້ນ​ໃນ​ຄວາມ​ຄິດ ບາລາອາມ​ຈຶ່ງ​ໃຊ້​ຍິງ​ສາວ​ຊາວ​ໂມອາບ​ເປັນ​ເຫຍື່ອ​ລໍ້.—ຈົດເຊັນບັນຊີ 22:1-7; 31:15, 16; ຄຳປາກົດ 2:14.

3. ເຫຍື່ອ​ລໍ້​ຂອງ​ບາລາອາມ​ໄດ້​ຜົນ​ເຖິງ​ຂັ້ນ​ໃດ?

3 ເຫຍື່ອ​ລໍ້​ນີ້​ໄດ້​ຜົນ​ບໍ? ໄດ້​ຜົນ​ໃນ​ລະດັບ​ຫນຶ່ງ. ຜູ້​ຊາຍ​ຊາວ​ອິດສະລາແອນ​ຫລາຍ​ພັນ​ຄົນ​ຍອມ​ຈຳນົນ​ຕໍ່​ການ​ລໍ້​ໃຈ​ນັ້ນ​ໂດຍ “ຫລິ້ນ​ຊູ້​ສູ່​ກັບ​ພວກ​ຜູ້​ສາວ​ຊາວ​ໂມອາບ.” ເຂົາ​ເຈົ້າ​ເຖິງ​ຂັ້ນ​ເລີ່ມ​ນະມັດສະການ​ພະ​ຕ່າງໆຂອງ​ຊາວ​ໂມອາບ ລວມ​ເຖິງ​ພະ​ບາອານ​ຂອງ​ເປໂອນ​ທີ່​ຫນ້າ​ລັງກຽດ ເຊິ່ງ​ເປັນ​ພະເຈົ້າ​ຂອງ​ການ​ຈະເລີນ​ພັນ ຫລື​ເລື່ອງ​ເພດ. ຜົນ​ກໍ​ຄື ຊາວ​ອິດສະລາແອນ 24.000 ຄົນ​ຕາຍ​ໃນ​ຂະນະ​ທີ່​ພວມ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຕາມ​ຄຳ​ສັນຍາ. ມັນ​ເປັນ​ເຫດການ​ທີ່​ເສົ້າ​ສະຫລົດ​ໃຈ​ຫລາຍ​ແທ້ໆ!—ຈົດເຊັນບັນຊີ 25:1-9.

4. ເປັນ​ຫຍັງ​ຊາວ​ອິດສະລາແອນ​ຫລາຍ​ພັນ​ຄົນ​ຈຶ່ງ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ເຮັດ​ຜິດ​ສິນລະທຳ?

4 ອັນ​ໃດ​ນຳ​ໄປ​ສູ່​ການ​ສູນ​ເສຍ​ທີ່​ໃຫຍ່​ຫລວງ​ແບບ​ນີ້? ຄົນ​ຈຳນວນ​ຫລາຍ​ເຮັດ​ໃຫ້​ຫົວໃຈ​ຊົ່ວ​ຂຶ້ນ​ໂດຍ​ຫຍັບ​ຫນີ​ຈາກ​ພະ​ເຢໂຫວາ ພະເຈົ້າ​ທີ່​ປົດ​ປ່ອຍ​ເຂົາ​ເຈົ້າ​ອອກ​ຈາກ​ປະເທດ​ເອຢີບ ລ້ຽງ​ດູ​ເຂົາ​ເຈົ້າ​ໃນ​ຖິ່ນ​ທຸລະກັນດານ ແລະ​ພາ​ເຂົາ​ເຈົ້າ​ມາ​ເຖິງ​ເຂດ​ແດນ​ຂອງ​ແຜ່ນດິນ​ຕາມ​ຄຳ​ສັນຍາ​ຢ່າງ​ປອດໄພ. (ເຫບເລີ 3:12) ໂດຍ​ນຶກ​ເຖິງ​ເລື່ອງ​ດັ່ງ​ກ່າວ ອັກຄະສາວົກ​ໂປໂລ​ຂຽນ​ວ່າ “ພວກ​ເຮົາ​ຢ່າ​ຜິດ​ຊາຍ​ຍິງ [“ຜິດ​ປະເວນີ,” ລ.ມ.] ເຫມືອນ​ຜູ້​ລາງ​ຄົນ​ໃນ​ພວກ​ນັ້ນ​ໄດ້​ກະທຳ ແລະ​ໄດ້​ລົ້ມ​ລົງ​ຕາຍ​ໃນ​ວັນ​ດຽວ 23.000 ຄົນ.” *1 ໂກລິນໂທ 10:8.

5, 6. ເປັນ​ຫຍັງ​ເລື່ອງ​ການ​ເຮັດ​ບາບ​ຂອງ​ຊາວ​ອິດສະລາແອນ​ຢູ່​ທົ່ງ​ພຽງ​ໂມອາບ​ຈຶ່ງ​ເປັນ​ປະໂຫຍດ​ສຳລັບ​ເຮົາ​ໃນ​ທຸກ​ມື້​ນີ້?

5 ເລື່ອງ​ໃນ​ພະທຳ​ຈົດເຊັນບັນຊີ​ໃຫ້​ບົດຮຽນ​ສຳຄັນ​ຫລາຍ​ຢ່າງ​ແກ່​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ປັດຈຸບັນ​ນີ້​ເຊິ່ງ​ໃກ້​ຈະ​ເຂົ້າ​ສູ່​ແຜ່ນດິນ​ຕາມ​ຄຳ​ສັນຍາ​ທີ່​ຍິ່ງໃຫຍ່​ກວ່າ​ນັ້ນ. (1 ໂກລິນໂທ 10:11) ຕົວຢ່າງ ໂລກ​ຖືກ​ເລື່ອງ​ເພດ​ຄອບງຳ​ຄ້າຍ​ກັບ​ທີ່​ຊາວ​ໂມອາບ​ຖືກ​ຄອບງຳ​ໃນ​ສະໄຫມ​ບູຮານ ແຕ່​ໃນ​ລະດັບ​ທີ່​ໃຫຍ່​ກວ່າ. ນອກ​ຈາກ​ນັ້ນ ໃນ​ແຕ່​ລະ​ປີ​ຄລິດສະຕຽນ​ຫລາຍ​ຫມື່ນ​ຄົນ​ຍອມ​ຈຳນົນ​ຕໍ່​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ເຊິ່ງ​ເປັນ​ເຫຍື່ອ​ລໍ້​ແບບ​ດຽວ​ກັບ​ທີ່​ໃຊ້​ຈັບ​ຊາວ​ອິດສະລາແອນ. (2 ໂກລິນໂທ 2:11) ແລະ​ໃນ​ການ​ຮຽນ​ແບບ​ຊີມລີ​ຜູ້​ທີ່​ພາ​ແມ່​ຍິງ​ຊາວ​ມາດຢານ​ເຂົ້າ​ມາ​ໃນ​ຄ້າຍ​ຂອງ​ຊາວ​ອິດສະລາແອນ​ຢ່າງ​ອອກ​ຫນ້າ​ອອກ​ຕາ​ເພື່ອ​ໄປ​ທີ່​ຕູບ​ຜ້າ​ຂອງ​ລາວ ບາງ​ຄົນ​ທີ່​ຄົບຫາ​ກັບ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ໄດ້​ກາຍ​ເປັນ​ອິດທິພົນ​ທີ່​ເສື່ອມຊາມ​ພາຍ​ໃນ​ປະຊາຄົມ​ຄລິດສະຕຽນ.—ຈົດເຊັນບັນຊີ 25:6, 14; ຢູເດ 4.

6 ເຈົ້າ​ສຳນຶກ​ບໍ​ວ່າ​ຕົວ​ເອງ​ຢູ່​ໃນ​ສະຖານະການ​ທີ່​ຄ້າຍ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ທົ່ງ​ພຽງ​ໂມອາບ? ເຈົ້າ​ພໍ​ຈະ​ເຫັນ​ລາງວັນ​ທີ່​ຈະ​ໄດ້​ຮັບ​ແລ້ວ​ບໍ ເຊິ່ງ​ກໍ​ຄື​ໂລກ​ໃຫມ່​ທີ່​ຄອຍ​ຖ້າ​ມາ​ດົນ​ນານ​ແລ້ວ? ຖ້າ​ເປັນ​ເຊັ່ນ​ນັ້ນ ຂໍ​ໃຫ້​ເຈົ້າ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຮັກສາ​ຕົວ​ໄວ້​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ໂດຍ​ເອົາໃຈໃສ່​ຄຳ​ສັ່ງ​ທີ່​ວ່າ “ຈົ່ງ​ຫລີກ​ຫນີ​ຈາກ​ການ​ຜິດ​ປະເວນີ.”—1 ໂກລິນໂທ 6:18, ລ.ມ.

ທິວ​ທັດ​ທົ່ງ​ພຽງ​ໂມອາບ

ການ​ຜິດ​ປະເວນີ​ແມ່ນ​ຫຍັງ?

7, 8. “ການ​ຜິດ​ປະເວນີ” ແມ່ນ​ຫຍັງ ແລະ​ຜູ້​ທີ່​ເຮັດ​ຜິດ​ປະເວນີ​ເກັບ​ກ່ຽວ​ອັນ​ໃດ​ແດ່​ທີ່​ຕົນ​ຫວ່ານ?

7 ຕາມ​ທີ່​ໃຊ້​ໃນ​ຄຳພີ​ໄບເບິນ “ການ​ຜິດ​ປະເວນີ” (ພາສາ​ກະເລັກ ພໍເນຍ) ຫມາຍ​ເຖິງ​ເພດ​ສຳພັນ​ທຸກ​ຮູບ​ແບບ​ລະຫວ່າງ​ຄົນ​ທີ່​ບໍ່​ໄດ້​ແຕ່ງ​ດອງ​ກັນ. ການ​ຜິດ​ປະເວນີ​ລວມ​ເອົາ​ການ​ຫລິ້ນ​ຊູ້ ການ​ຄ້າ​ປະເວນີ ແລະ​ການ​ມີ​ເພດ​ສຳພັນ​ລະຫວ່າງ​ຄົນ​ທີ່​ບໍ່​ໄດ້​ແຕ່ງ​ດອງ​ກັນ ຍັງ​ລວມ​ເອົາ​ການ​ມີ​ເພດ​ສຳພັນ​ທາງ​ປາກ​ແລະ​ທາງ​ຮູ​ທະວານ ແລະ​ການ​ລູບ​ອະໄວຍະວະ​ເພດ​ຂອງ​ຜູ້​ທີ່​ບໍ່​ແມ່ນ​ຄູ່​ສົມລົດ​ຂອງ​ຕົນ​ເອງ. ນອກ​ຈາກ​ນັ້ນ ການ​ຜິດ​ປະເວນີ​ລວມ​ເອົາ​ການ​ກະທຳ​ແບບ​ທີ່​ເວົ້າ​ມາ​ນັ້ນ​ລະຫວ່າງ​ຄົນ​ເພດ​ດຽວ​ກັນ ອີກ​ທັງ​ການ​ຮ່ວມ​ເພດ​ກັບ​ສັດ​ດ້ວຍ. *

8 ພະ​ຄຳພີ​ກ່າວ​ຢ່າງ​ຈະ​ແຈ້ງ​ວ່າ ຜູ້​ທີ່​ເຮັດ​ຜິດ​ປະເວນີ​ຈົນ​ເປັນ​ນິດໄສ​ບໍ່​ສາມາດ​ທີ່​ຈະ​ຢູ່​ໃນ​ປະຊາຄົມ​ຄລິດສະຕຽນ​ຕໍ່​ໄປ ແລະ​ຈະ​ບໍ່​ໄດ້​ຮັບ​ຊີວິດ​ຕະຫລອດ​ໄປ. (1 ໂກລິນໂທ 6:9; ຄຳປາກົດ 22:15) ນອກ​ຈາກ​ນັ້ນ ແມ່ນ​ແຕ່​ໃນ​ຕອນ​ນີ້​ເຂົາ​ເຈົ້າ​ກໍ​ປະສົບ​ຜົນ​ເສຍຫາຍ​ມາກ​ມາຍ​ເຊັ່ນ ບໍ່​ໄດ້​ຮັບ​ຄວາມ​ໄວ້​ວາງໃຈ​ແລະ​ຂາດ​ຄວາມ​ນັບຖື​ຕົນ​ເອງ ມີ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ຄູ່​ຜົວ​ເມຍ ມີ​ຄວາມ​ຮູ້ສຶກ​ຜິດ ຖື​ພາ​ໂດຍ​ທີ່​ບໍ່​ຕ້ອງການ ຕິດ​ເຊື້ອ​ພະຍາດ ແລະ​ກະທັ່ງ​ເສຍ​ຊີວິດ. (ຄາລາຊີ 6:7, 8) ເປັນ​ຫຍັງ​ຈຶ່ງ​ຈະ​ເລືອກ​ເສັ້ນ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ​ຫລາຍ​ເຊັ່ນ​ນັ້ນ? ເປັນ​ຕາ​ເສົ້າໃຈ ຫລາຍ​ຄົນ​ບໍ່​ໄດ້​ຄຶດ​ເຖິງ​ຜົນ​ເສຍຫາຍ​ຮ້າຍແຮງ​ໃນ​ຕອນ​ທ້າຍ​ຂະນະ​ທີ່​ເຂົາ​ເຈົ້າ​ເລີ່ມ​ບາດ​ກ້າວ​ທຳອິດ​ທີ່​ຜິດ ເຊິ່ງ​ຫລາຍ​ຄັ້ງ​ກ່ຽວ​ຂ້ອງ​ກັບ​ສື່​ລາມົກ.

ສື່​ລາມົກ—ບາດ​ກ້າວ​ທຳອິດ

9. ສື່​ລາມົກ​ບໍ່​ມີ​ພິດ​ມີ​ໄພ​ຄື​ກັບ​ທີ່​ບາງ​ຄົນ​ກ່າວ​ເຖິງ​ບໍ? ຈົ່ງ​ອະທິບາຍ.

9 ໃນ​ຫລາຍ​ປະເທດ ສື່​ລາມົກ​ເປັນ​ສິ່ງ​ທີ່​ພົບ​ເຫັນ​ໄດ້​ງ່າຍ​ເຊິ່ງ​ວາງ​ໄວ້​ຢູ່​ແຜງ​ລອຍ​ຂາຍ​ຫນັງສື ໃນ​ເພງ ແລະ​ໂທລະພາບ ແລະ​ເກືອບ​ຈະ​ແຊກ​ຊຶມ​ຢູ່​ທົ່ວ​ໃນ​ອິນເຕີເນັດ. * ສື່​ລາມົກ​ບໍ່​ມີ​ພິດ​ມີ​ໄພ​ຄື​ກັບ​ທີ່​ບາງ​ຄົນ​ກ່າວ​ເຖິງ​ບໍ? ແນ່ນອນ​ວ່າ​ບໍ່​ແມ່ນ​ແບບ​ນັ້ນ! ຄົນ​ທີ່​ເບິ່ງ​ສື່​ລາມົກ​ອາດ​ຈະ​ກາຍ​ເປັນ​ຜູ້​ທີ່​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົນ​ເອງ​ຈົນ​ເປັນ​ນິດໄສ ແລະ​ປູກ​ຝັງ “ໃຈ​ລາຄະ​ຕັນຫາ​ຫນ້າ​ລັກອາຍ” ເຊິ່ງ​ອາດ​ເຮັດ​ໃຫ້​ເກີດ​ນິດໄສ​ຕິດ​ໃນ​ເລື່ອງ​ເພດ ຄວາມ​ປາຖະຫນາ​ທີ່​ວິປະລິດ ຄວາມ​ຂັດ​ແຍ່ງ​ຮຸນແຮງ​ໃນ​ຊີວິດ​ສົມລົດ ແລະ​ເຖິງ​ຂັ້ນ​ປະ​ຮ້າງ. * (ໂລມ 1:24-27; ເອເຟດ 4:19) ນັກ​ຄົ້ນ​ຄວ້າ​ຄົນ​ຫນຶ່ງ​ສົມ​ທຽບ​ການ​ຕິດ​ເລື່ອງ​ເພດ​ຄື​ກັບ​ໂລກ​ມະເຮັງ. ລາວ​ກ່າວ​ວ່າ “ນິດໄສ​ດັ່ງ​ກ່າວ​ເພີ່ມ​ຂຶ້ນ​ແລະ​ແຜ່​ລາມ​ອອກ​ໄປ ເກືອບ​ຈະ​ບໍ່​ຫລຸດ​ຫນ້ອຍ​ລົງ​ເລີຍ ເປັນ​ເລື່ອງ​ຍາກ​ທີ່​ຈະ​ຮັກສາ​ປິ່ນປົວ​ໄດ້.”

ການ​ໃຊ້​ອິນເຕີເນັດ​ສະເພາະ​ໃນ​ບ່ອນ​ທີ່​ຄົນ​ໃນ​ເຮືອນ​ແນມ​ເຫັນ​ໄດ້​ຖື​ວ່າ​ເປັນ​ແນວ​ທາງ​ທີ່​ປະກອບ​ດ້ວຍ​ສະຕິ​ປັນຍາ

10. ເຮົາ​ຈະ​ນຳ​ເອົາ​ຫລັກ​ການ​ທີ່​ຢູ່​ໃນ​ຢາໂກໂບ 1:14, 15 ມາ​ໃຊ້​ໃນ​ທາງ​ໃດ​ແດ່? (ເບິ່ງ​ຂອບ “ ໄດ້​ກຳລັງ​ເພື່ອ​ຈະ​ສະອາດ​ທາງ​ດ້ານ​ສິນລະທຳ.”)

10 ຂໍ​ໃຫ້​ພິຈາລະນາ​ຖ້ອຍຄຳ​ທີ່​ບັນທຶກ​ໄວ້​ໃນ​ຢາໂກໂບ 1:14, 15 ເຊິ່ງ​ອ່ານ​ວ່າ “ຄົນ​ທຸກ​ຄົນ​ຖືກ​ທົດລອງ​ແລ້ວ ເມື່ອ​ຄວາມ​ຄຶດ​ຢາກ​ໄດ້​ຂອງ​ຕົນ​ຊັກຊວນ​ແລະ​ຍຸ​ຍົວະ​ຕົນ​ເອງ. ແລະ​ເມື່ອ​ໄດ້​ປະຕິສົນທິ​ແລ້ວ ຄວາມ​ຄຶດ​ຢາກ​ໄດ້​ນັ້ນ​ບັງເກີດ​ການ​ຜິດ ແລະ​ເມື່ອ​ການ​ຜິດ​ນັ້ນ​ກະທຳ​ເສັດ​ແລ້ວ​ກໍ​ໃຫ້​ບັງເກີດ​ຄວາມ​ຕາຍ.” ດັ່ງ​ນັ້ນ ຖ້າ​ມີ​ຄວາມ​ຄຶດ​ຢາກ​ໄດ້​ຫລື​ຄວາມ​ປາຖະຫນາ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ໃນ​ຄວາມ​ຄຶດ​ຂອງ​ເຈົ້າ ຂໍ​ໃຫ້​ຮີບ​ກຳຈັດ​ອອກ​ໄປ​ທັນທີ! ຕົວຢ່າງ ຖ້າ​ເຈົ້າ​ເຫັນ​ຮູບ​ພາບ​ທີ່​ກະຕຸ້ນ​ຄວາມ​ປາຖະຫນາ​ທາງ​ເພດ​ຢ່າງ​ບໍ່​ຕັ້ງ​ໃຈ ກໍ​ໃຫ້​ຮີບ​ເບິ່ງ​ໄປ​ທາງ​ອື່ນ ຫລື​ມອດ​ຄອມພິວເຕີ ຫລື​ປ່ຽນ​ຊ່ອງ​ໂທລະພາບ. ຈົ່ງ​ເຮັດ​ອັນ​ໃດ​ກໍ​ໄດ້​ທີ່​ຈຳເປັນ​ເພື່ອ​ຈະ​ຫລີກ​ລ່ຽງ​ການ​ຍອມ​ຈຳນົນ​ຕໍ່​ຄວາມ​ປາຖະຫນາ​ທີ່​ຜິດ​ສິນລະທຳ​ກ່ອນ​ທີ່​ມັນ​ຈະ​ແຜ່​ລາມ​ໄປ​ຢ່າງ​ໄວ​ວາ​ຈົນ​ຄວບຄຸມ​ບໍ່​ໄດ້​ແລະ​ເຈົ້າ​ກໍ​ຍອມ​ແພ້​ມັນ!—ມັດທາຍ 5:29, 30.

11. ເມື່ອ​ຕໍ່​ສູ້​ກັບ​ຄວາມ​ປາຖະຫນາ​ທີ່​ຜິດ ເຮົາ​ສາມາດ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ?

11 ດ້ວຍ​ເຫດຜົນ​ທີ່​ດີ ຜູ້​ທີ່​ຮູ້ຈັກ​ເຮົາ​ດີ​ກວ່າ​ທີ່​ເຮົາ​ຮູ້ຈັກ​ຕົວ​ເອງ​ເຕືອນ​ວ່າ “ເຫດ​ສັນນີ້​ສ່ວນ​ອາການ​ຂອງ​ທ່ານ​ທັງ​ຫລາຍ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ຈົ່ງ​ກະທຳ​ໃຫ້​ຕາຍ​ເຖີ້ນ ຄື​ວ່າ​ການ​ຜິດ​ຊາຍ​ຍິງ [“ການ​ຜິດ​ປະເວນີ,” ລ.ມ.] ການ​ຂີ້ດຽດ ຄວາມ​ຕັນຫາ ຄວາມ​ຄຶດ​ຢາກ​ໄດ້​ອັນ​ຊົ່ວ ແລະ​ຄວາມ​ໂລບ​ທີ່​ເປັນ​ການ​ໄຫວ້​ຮູບ​ພະ.” (ໂກໂລດ 3:5) ແມ່ນ​ຢູ່ ການ​ເຮັດ​ແບບ​ນັ້ນ​ອາດ​ເປັນ​ເລື່ອງ​ຍາກ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ ເຮົາ​ມີ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ເຊິ່ງ​ປ່ຽມ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ອົດ​ທົນ​ທີ່​ເຮົາ​ຈະ​ອ້ອນ​ວອນ​ຂໍ​ຄວາມ​ຊ່ວຍເຫລືອ​ໄດ້. (ຄຳເພງ 68:19) ດັ່ງ​ນັ້ນ ຈົ່ງ​ຫັນ​ເຂົ້າ​ຫາ​ພະອົງ​ທັນທີ​ເມື່ອ​ຄວາມ​ຄຶດ​ທີ່​ບໍ່​ສະອາດ​ຜຸດ​ຂຶ້ນ​ມາ​ໃນ​ຄວາມ​ຄຶດ​ຂອງ​ເຈົ້າ. ຈົ່ງ​ອະທິດຖານ​ຂໍ “ກຳລັງ​ທີ່​ຫລາຍ​ກວ່າ​ປົກກະຕິ” ແລະ​ຄວບຄຸມ​ຄວາມ​ຄຶດ​ຂອງ​ເຈົ້າ​ໃຫ້​ເລັ່ງ​ໃສ່​ໃນ​ເລື່ອງ​ອື່ນ.—2 ໂກລິນໂທ 4:7, ລ.ມ.; 1 ໂກລິນໂທ 9:27; ເບິ່ງ​ຂອບ “ ຂ້ອຍ​ຈະ​ເຊົາ​ນິດໄສ​ທີ່​ບໍ່​ດີ​ໄດ້​ແນວ​ໃດ?

12. “ໃຈ” ຂອງ​ເຮົາ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ປ້ອງກັນ​ໃຈ​ຂອງ​ເຮົາ​ໄວ້?

12 ຊາໂລໂມນ​ຊາຍ​ຜູ້​ສະຫລາດ​ຫລັກແຫລມ​ຂຽນ​ວ່າ “ຈົ່ງ​ຮັກສາ​ໃຈ​ຂອງ​ເຈົ້າ​ໄວ້​ດີ​ກວ່າ​ສິ່ງ​ທັງ​ປວງ​ທີ່​ເຈົ້າ​ຮັກສາ​ໄວ້​ນັ້ນ ເຫດ​ວ່າ​ຜົນ​ແລະ​ເຫດ​ແຕ່​ຊີວິດ​ມາ​ແຕ່​ໃຈ.” (ສຸພາສິດ 4:23) “ໃຈ” ຂອງ​ເຮົາ​ຄື​ຕົວ​ຕົນ​ພາຍ​ໃນ​ຂອງ​ເຮົາ ບຸກຄົນ​ທີ່​ເຮົາ​ເປັນ​ແທ້ໆໃນ​ສາຍ​ຕາ​ຂອງ​ພະເຈົ້າ. ຍິ່ງ​ກວ່າ​ນັ້ນ ການ​ທີ່​ພະເຈົ້າ​ຕີ​ລາຄາ​ເບິ່ງ “ໃຈ” ຂອງ​ເຮົາ​ເປັນ​ສິ່ງ​ຕັດສິນ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຊີວິດ​ຕະຫລອດ​ໄປ​ຫລື​ບໍ ບໍ່​ແມ່ນ​ທີ່​ວ່າ​ຄົນ​ອື່ນ​ອາດ​ເບິ່ງ​ເຮົາ​ເປັນ​ຄົນ​ແນວ​ໃດ. ນີ້​ເປັນ​ເລື່ອງ​ງ່າຍໆ ແຕ່​ເປັນ​ເລື່ອງ​ທີ່​ຕ້ອງ​ເອົາ​ຈິງ​ເອົາ​ຈັງ. ດັ່ງ​ນັ້ນ ເພື່ອ​ຈະ​ບໍ່​ເບິ່ງ​ຜູ້​ຍິງ​ແບບ​ທີ່​ບໍ່​ເຫມາະ​ສົມ ໂຢບ​ຊາຍ​ຜູ້​ສັດ​ຊື່​ໄດ້​ເຮັດ​ສັນຍາ​ຫລື​ຂໍ້​ຕົກ​ລົງ​ກັບ​ຕາ​ຂອງ​ຕົນ​ເອງ. (ໂຢບ 31:1) ຖື​ເປັນ​ຕົວຢ່າງ​ທີ່​ດີ​ແທ້ໆສຳລັບ​ເຮົາ! ຜູ້​ປະພັນ​ຄຳເພງ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ມີ​ທັດສະນະ​ແບບ​ດຽວ​ກັນ​ເມື່ອ​ອະທິດຖານ​ວ່າ “ຂໍ​ໂຜດ​ໃຫ້​ຕາ​ຂ້າ​ນ້ອຍ​ຫລຽວ​ຈາກ​ເບິ່ງ​ຄວາມ​ເປົ່າໆ.”—ຄຳເພງ 119:37.

ການ​ເລືອກ​ທີ່​ບໍ່​ສະຫລາດ​ຂອງ​ດີນາ

13. ດີນາ​ແມ່ນ​ໃຜ ແລະ​ເປັນ​ຫຍັງ​ການ​ເລືອກ​ຫມູ່​ຂອງ​ລາວ​ຈຶ່ງ​ເປັນ​ແບບ​ທີ່​ບໍ່​ສະຫລາດ?

13 ດັ່ງ​ທີ່​ເຫັນ​ໃນ​ບົດ​ທີ 3 ຜູ້​ທີ່​ເຮົາ​ຄົບຫາ​ນຳ​ອາດ​ມີ​ອິດທິພົນ​ທີ່​ມີ​ພະລັງ​ຕໍ່​ເຮົາ​ໃນ​ທາງ​ທີ່​ດີ​ຫລື​ທາງ​ທີ່​ບໍ່​ດີ. (ສຸພາສິດ 13:20; 1 ໂກລິນໂທ 15:33) ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ຂອງ​ດີນາ ລູກ​ສາວ​ຂອງ​ຢາໂຄບ​ເຊິ່ງ​ເປັນ​ບັນພະບຸລຸດ​ຕົ້ນ​ຕະກູນ. (ຕົ້ນເດີມ 34:1) ເຖິງ​ແມ່ນ​ວ່າ​ໄດ້​ຮັບ​ການ​ແອບ​ສອນ​ທີ່​ດີ​ໃນ​ໄວ​ເດັກ ດີນາ​ໄດ້​ຄົບຫາ​ແບບ​ທີ່​ບໍ່​ສະຫລາດ​ກັບ​ພວກ​ຍິງ​ສາວ​ຊາວ​ການາອານ. ຄື​ກັບ​ພວກ​ໂມອາບ ຊາວ​ການາອານ​ມີ​ຊື່ສຽງ​ໂດ່ງ​ດັງ​ໃນ​ເລື່ອງ​ການ​ຜິດ​ສິນລະທຳ. (ພວກເລວີ 18:6-25) ໃນ​ສາຍ​ຕາ​ຂອງ​ພວກ​ຜູ້​ຊາຍ​ຊາວ​ການາອານ ລວມ​ທັງ​ຊີເຄມ​ເຊິ່ງ “ມີ​ຄວາມ​ນັບຖື​ຫລາຍ​ກວ່າ​ຄົນ​ທັງ​ປວງ” ໃນ​ຄອບຄົວ​ຂອງ​ພໍ່ ເບິ່ງ​ຄື​ວ່າ​ດີນາ​ເປັນ​ຜູ້​ຍິງ​ທີ່​ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ພວກ​ເຂົາ​ໄດ້​ງ່າຍໆ.—ຕົ້ນເດີມ 34:18, 19.

14. ການ​ທີ່​ດີນາ​ເລືອກ​ຫມູ່​ທີ່​ບໍ່​ດີ​ເຮັດ​ໃຫ້​ເກີດ​ເຫດການ​ທີ່​ຫນ້າ​ເສົ້າໃຈ​ແນວ​ໃດ?

14 ດີນາ​ອາດ​ບໍ່​ໄດ້​ຄິດ​ເຖິງ​ການ​ມີ​ເພດ​ສຳພັນ​ເມື່ອ​ເຫັນ​ຊີເຄມ. ແຕ່​ຊີເຄມ​ເຮັດ​ໃນ​ສິ່ງ​ທີ່​ຊາວ​ການາອານ​ສ່ວນ​ຫລາຍ​ຖື​ວ່າ​ເປັນ​ເລື່ອງ​ທຳມະດາ​ເມື່ອ​ຖືກ​ກະຕຸ້ນ​ທາງ​ເພດ. ການ​ຕ້ານ​ທານ​ໃດໆຂອງ​ດີນາ​ໃນ​ນາທີ​ສຸດ​ທ້າຍ​ບໍ່​ໄດ້​ຜົນ ເພາະ​ຊີເຄມ “ໄດ້​ກຸມ​ເອົາ” ແລະ​ເຮັດ​ໃຫ້​ລາວ “ເສຍ​ກຽດຕິຍົດ.” ເບິ່ງ​ຄື​ວ່າ​ຕໍ່​ມາ​ຊີເຄມ “ຮັກ” ດີນາ ແຕ່​ນັ້ນ​ບໍ່​ໄດ້​ປ່ຽນ​ສິ່ງ​ທີ່​ລາວ​ເຮັດ​ຕໍ່​ດີນາ. (ຕົ້ນເດີມ 34:1-4) ຜົນ​ກໍ​ຄື​ບໍ່​ແມ່ນ​ດີນາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເຈັບ​ປວດ​ໃຈ. ການ​ຄົບຫາ​ຂອງ​ລາວ​ເຮັດ​ໃຫ້​ເກີດ​ເຫດການ​ທີ່​ນຳ​ເອົາ​ຄວາມ​ເສື່ອມ​ເສຍ​ແລະ​ຄຳ​ຕຳຫນິ​ມາ​ໃຫ້​ຫມົດ​ຄອບຄົວ.—ຕົ້ນເດີມ 34:7, 25-31; ຄາລາຊີ 6:7, 8.

15, 16. ເຮົາ​ຈະ​ໄດ້​ສະຕິ​ປັນຍາ​ແທ້​ໂດຍ​ວິທີ​ໃດ? (ເບິ່ງ​ຂອບ “ ຂໍ້​ພະ​ຄຳພີ​ສຳລັບ​ການ​ຄຶດ​ຕຶກຕອງ.”)

15 ຖ້າ​ດີນາ​ໄດ້​ຮຽນ​ຮູ້​ບົດຮຽນ​ທີ່​ສຳຄັນ ລາວ​ກໍ​ຮຽນ​ຮູ້​ຫລັງ​ຈາກ​ຜ່ານ​ປະສົບການ​ທີ່​ເຈັບ​ປວດ​ແລ້ວ. ຜູ້​ທີ່​ຮັກ​ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ​ບໍ່​ຈຳເປັນ​ຕ້ອງ​ຮຽນ​ຮູ້​ບົດຮຽນ​ກ່ຽວ​ກັບ​ຊີວິດ​ດ້ວຍ​ປະສົບການ​ອັນ​ຂົມຂື່ນ. ເນື່ອງ​ຈາກ​ເຊື່ອ​ຟັງ​ພະເຈົ້າ ເຂົາ​ເຈົ້າ​ເລືອກ​ທີ່​ຈະ “ທຽວ​ໄປ​ນຳ​ພວກ​ຄົນ​ປັນຍາ.” (ສຸພາສິດ 13:20​ກ) ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ເຂົ້າ​ໃຈ “ແນວ​ທາງ​ອັນ​ດີ​ງາມ​ທຸກ​ຢ່າງ” ແລະ​ຫລີກ​ເວັ້ນ​ບັນຫາ​ແລະ​ຄວາມ​ເຈັບ​ປວດ​ທີ່​ບໍ່​ຈຳເປັນ​ຕ້ອງ​ປະສົບ.—ສຸພາສິດ 2:6-9, ທ.ປ.; ຄຳເພງ 1:1-3.

16 ສະຕິ​ປັນຍາ​ທີ່​ມາ​ຈາກ​ພະເຈົ້າ​ມີ​ຢູ່​ພ້ອມ​ສຳລັບ​ທຸກ​ຄົນ​ທີ່​ປາຖະຫນາ​ຈະ​ໄດ້​ສະຕິ​ປັນຍາ​ນັ້ນ ແລະ​ເປັນ​ຜູ້​ທີ່​ສະຫນອງ​ຄວາມ​ປາຖະຫນາ​ດັ່ງ​ກ່າວ​ດ້ວຍ​ການ​ອະທິດຖານ​ຢ່າງ​ບໍ່​ລົດ​ລະ ແລະ​ດ້ວຍ​ການ​ສຶກສາ​ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ປະຈຳ ລວມ​ທັງ​ຂໍ້​ມູນ​ທີ່​ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫລາດ​ຈັດ​ຕຽມ​ໄວ້. (ມັດທາຍ 24:45; ຢາໂກໂບ 1:5) ຄວາມ​ຖ່ອມ​ກໍ​ເປັນ​ສິ່ງ​ສຳຄັນ​ເຊັ່ນ​ກັນ ເຊິ່ງ​ສະທ້ອນ​ໃຫ້​ເຫັນ​ໂດຍ​ການ​ເຕັມ​ໃຈ​ເຊື່ອ​ຟັງ​ຄຳ​ແນະນຳ​ທີ່​ຢູ່​ໃນ​ພະ​ຄຳພີ. (2 ກະສັດ 22:18, 19) ຕົວຢ່າງ ຄລິດສະຕຽນ​ອາດ​ຍອມ​ຮັບ​ໃນ​ຫລັກ​ການ​ທີ່​ວ່າ​ຫົວໃຈ​ຂອງ​ຕົນ​ລໍ້​ລວງ​ແລະ​ໄຮ້​ຄວາມ​ຄິດ. (ເຢເຣມີ 17:9) ແຕ່​ຖ້າ​ລາວ​ປະເຊີນ​ສະຖານະການ​ຢ່າງ​ຫນຶ່ງ​ໂດຍ​ບໍ່​ໄດ້​ເຮັດ​ຢ່າງ​ສະຫລາດ​ສຸຂຸມ ລາວ​ຈະ​ມີ​ຄວາມ​ຖ່ອມ​ພຽງ​ພໍ​ບໍ​ທີ່​ຈະ​ຮັບ​ເອົາ​ຄຳ​ແນະນຳ​ແລະ​ການ​ຊ່ວຍເຫລືອ​ທີ່​ເຈາະ​ຈົງ​ເຊິ່ງ​ປ່ຽມ​ດ້ວຍ​ຄວາມ​ຮັກ?

17. ຂໍ​ໃຫ້​ພັນລະນາ​ສະຖານະການ​ທີ່​ອາດ​ເກີດ​ຂຶ້ນ​ພາຍ​ໃນ​ຄອບຄົວ ແລະ​ສະແດງ​ໃຫ້​ເຫັນ​ວິທີ​ທີ່​ຜູ້​ເປັນ​ພໍ່​ອາດ​ຫາ​ເຫດຜົນ​ກັບ​ລູກ​ສາວ.

17 ຂໍ​ໃຫ້​ລອງ​ນຶກ​ພາບ​ເຫດການ​ນີ້. ຜູ້​ເປັນ​ພໍ່​ບໍ່​ອະນຸຍາດ​ໃຫ້​ລູກ​ສາວ​ແລະ​ຊາຍ​ຫນຸ່ມ​ຄລິດສະຕຽນ​ອອກ​ໄປ​ນຳ​ກັນ​ສອງ​ຕໍ່​ສອງ. ລູກ​ສາວ​ໂຕ້​ກັບ​ວ່າ “ພໍ່​ບໍ່​ເຊື່ອ​ໃຈ​ລູກ​ບໍ? ພວກ​ເຮົາ​ຈະ​ບໍ່​ເຮັດ​ຫຍັງ​ຜິດ​ດອກ!” ລາວ​ອາດ​ຮັກ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ດີ ແຕ່​ວ່າ​ລາວ​ກຳລັງ ‘ທຽວ​ໄປ​ນຳ​ປັນຍາ [ຈາກ​ພະເຈົ້າ]’ ບໍ? ລາວ “ຫລີກ​ຫນີ​ຈາກ​ການ​ຜິດ​ປະເວນີ” ບໍ? ຫລື​ລາວ “ປົງ​ໃຈ​ໃນ​ໃຈ​ເອງ” ແບບ​ໂງ່ໆ? (ສຸພາສິດ 28:26) ບາງ​ທີ​ເຈົ້າ​ສາມາດ​ຄິດ​ເຖິງ​ຫລັກ​ການ​ອື່ນໆອີກ​ທີ່​ຈະ​ຊ່ວຍ​ພໍ່​ແລະ​ລູກ​ສາວ​ໃນ​ການ​ຫາ​ເຫດຜົນ​ກ່ຽວ​ກັບ​ເລື່ອງ​ນີ້.—ເບິ່ງ​ສຸພາສິດ 22:3; ມັດທາຍ 6:13; 26:41.

ໂຢເຊບ​ຫລີກ​ຫນີ​ຈາກ​ການ​ຜິດ​ປະເວນີ

18, 19. ການ​ລໍ້​ໃຈ​ອັນ​ໃດ​ທີ່​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ໂຢເຊບ ແລະ​ລາວ​ຈັດການ​ກັບ​ເລື່ອງ​ນັ້ນ​ແນວ​ໃດ?

18 ຊາຍ​ຫນຸ່ມ​ທີ່​ດີ​ຄົນ​ຫນຶ່ງ​ເຊິ່ງ​ຮັກ​ພະເຈົ້າ​ແລະ​ຫລີກ​ຫນີ​ຈາກ​ການ​ຜິດ​ປະເວນີ​ກໍ​ຄື​ໂຢເຊບ ນ້ອງ​ຊາຍ​ຄົນ​ລະ​ແມ່​ກັບ​ດີນາ. (ຕົ້ນເດີມ 30:20-24) ໂຢເຊບ​ໄດ້​ເຫັນ​ດ້ວຍ​ຕົນ​ເອງ​ເຖິງ​ຜົນ​ຈາກ​ການ​ທີ່​ເອື້ອຍ​ຂາດ​ຄວາມ​ສັງເກດ​ເຂົ້າ​ໃຈ. ແນ່ນອນ​ວ່າ​ຄວາມ​ຊົງ​ຈຳ​ໃນ​ເລື່ອງ​ນີ້ ພ້ອມ​ທັງ​ຄວາມ​ປາຖະຫນາ​ຂອງ​ໂຢເຊບ​ທີ່​ຈະ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ໄດ້​ຊ່ວຍ​ປົກ​ປ້ອງ​ລາວ​ຂະນະ​ທີ່​ຢູ່​ປະເທດ​ເອຢີບ​ໃນ​ຫລາຍ​ປີ​ຕໍ່​ມາ ເມື່ອ​ເມຍ​ຂອງ​ເຈົ້ານາຍ​ພະຍາຍາມ​ຍົວະ​ເຍົ້າ​ລາວ “ທຸກ​ວັນໆ.” ແນ່ນອນ​ວ່າ​ໃນ​ຖານະ​ເປັນ​ທາດ ໂຢເຊບ​ບໍ່​ສາມາດ​ທີ່​ຈະ​ລາ​ອອກ​ຈາກ​ວຽກ​ແລ້ວ​ໄປ​ຢູ່​ບ່ອນ​ໃຫມ່! ລາວ​ຕ້ອງ​ຈັດການ​ກັບ​ສະຖານະການ​ນັ້ນ. ລາວ​ເຮັດ​ເຊັ່ນ​ນີ້​ໂດຍ​ການ​ບອກ​ປະຕິເສດ​ເມຍ​ຂອງ​ໂປຕີຟາ​ຊໍ້າ​ແລ້ວ​ຊໍ້າ​ອີກ ແລະ​ໃນ​ທີ່​ສຸດ​ກໍ​ໂດຍ​ການ​ຫນີ​ຈາກ​ນາງ.—ຕົ້ນເດີມ 39:7-12.

19 ຂໍ​ໃຫ້​ຄຶດ​ບຶດ​ຫນຶ່ງ ຖ້າ​ໂຢເຊບ​ເພີ້​ຝັນ​ໃນ​ເລື່ອງ​ຜູ້​ຍິງ​ນັ້ນ​ຫລື​ຝັນ​ຫວານ​ໃນ​ເລື່ອງ​ເພດ​ສະເຫມີ ລາວ​ຈະ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ໄດ້​ບໍ? ອາດ​ຈະ​ຍາກ. ແທນ​ທີ່​ຈະ​ຫມົກມຸ້ນ​ຢູ່​ກັບ​ຄວາມ​ຄິດ​ທີ່​ຜິດ​ບາບ ໂຢເຊບ​ຖື​ວ່າ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ມີ​ຄ່າ ເຊິ່ງ​ເຫັນ​ໄດ້​ແຈ້ງ​ຈາກ​ຖ້ອຍຄຳ​ທີ່​ລາວ​ເວົ້າ​ກັບ​ເມຍ​ຂອງ​ໂປຕີຟາ​ວ່າ “ນາຍ​ບໍ່​ໄດ້​ຫ້າມ​ສິ່ງ​ໃດ​ຈາກ​ຜູ້​ຂ້າ ເວັ້ນ​ໄວ້​ແຕ່​ຕົວ​ນາງ​ເພາະ​ນາງ​ເປັນ​ເມຍ​ຂອງ​ນາຍ. ແລະ​ຜູ້​ຂ້າ​ຈະ​ກະທຳ​ບາບ​ໃຫຍ່​ດັ່ງ​ນີ້ ແລະ​ທຳ​ຜິດ​ພະເຈົ້າ​ໄດ້​ຫລື?”—ຕົ້ນເດີມ 39:8, 9.

20. ໃນ​ກໍລະນີ​ຂອງ​ໂຢເຊບ ພະ​ເຢໂຫວາ​ໄດ້​ພິກ​ປີ້ນ​ສະຖານະການ​ແນວ​ໃດ?

20 ຄິດ​ເບິ່ງ​ດູ​ວ່າ​ພະ​ເຢໂຫວາ​ຕ້ອງ​ຮູ້ສຶກ​ຍິນດີ​ແທ້ໆໃນ​ຂະນະ​ທີ່​ສັງເກດ​ເຫັນ​ວ່າ​ຊາຍ​ຫນຸ່ມ​ໂຢເຊບ ເຊິ່ງ​ຢູ່​ຫ່າງ​ໄກ​ຈາກ​ຄອບຄົວ​ໄດ້​ຮັກສາ​ຄວາມ​ສັດ​ຊື່​ວັນ​ແລ້ວ​ວັນ​ເລົ່າ. (ສຸພາສິດ 27:11) ຕໍ່​ມາ ພະ​ເຢໂຫວາ​ໄດ້​ພິກ​ປີ້ນ​ສະຖານະການ​ບໍ່​ແມ່ນ​ພຽງ​ແຕ່​ໃຫ້​ໂຢເຊບ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ເທົ່າ​ນັ້ນ ແຕ່​ຍັງ​ໃຫ້​ເປັນ​ນາຍົກ​ລັດຖະມົນຕີ​ແລະ​ເປັນ​ຜູ້​ຄຸ້ມຄອງ​ເລື່ອງ​ສະບຽງ​ອາຫານ! (ຕົ້ນເດີມ 41:39-49) ຖ້ອຍຄຳ​ຢູ່​ໃນ​ຄຳເພງ 97:10 ເປັນ​ຈິງ​ທີ່​ວ່າ “ຄົນ​ທັງ​ຫລາຍ​ທີ່​ຮັກ​ພະ​ເຢໂຫວາ​ຈົ່ງ​ກຽດ​ຊັງ​ການ​ຊົ່ວ​ຮ້າຍ. ພະອົງ​ຮັກສາ​ຈິດ​ໃຈ [“ຊີວິດ,” ລ.ມ.] ຂອງ​ພວກ​ຄົນ​ບໍລິສຸດ​ຂອງ​ພະອົງ ພະອົງ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ຮ້າຍ​ທັງ​ຫລາຍ”!

21. ພີ່​ນ້ອງ​ຊາຍ​ໄວ​ຫນຸ່ມ​ທີ່​ຢູ່​ປະເທດ​ແຖບ​ອາຝະລິກາ​ໄດ້​ສະແດງ​ຄວາມ​ຫນັກ​ແຫນ້ນ​ແນວ​ໃດ​ໃນ​ເລື່ອງ​ສິນລະທຳ?

21 ໃນ​ທຸກ​ມື້​ນີ້​ກໍ​ເຊັ່ນ​ດຽວ​ກັນ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຫລາຍ​ຄົນ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ “ກຽດ​ຊັງ​ການ​ຊົ່ວ​ແລະ . . . ມັກ​ການ​ດີ.” (ອາໂມດ 5:15) ພີ່​ນ້ອງ​ຊາຍ​ໄວ​ຫນຸ່ມ​ຄົນ​ຫນຶ່ງ​ໃນ​ປະເທດ​ແຖບ​ອາຝະລິກາ​ເລົ່າ​ວ່າ ຫມູ່​ຜູ້​ຍິງ​ທີ່​ຮຽນ​ຫນັງສື​ຢູ່​ຫ້ອງ​ດຽວ​ກັນ​ສະເຫນີ​ຕົວຢ່າງ​ໄຮ້​ຢາງ​ອາຍ​ໃຫ້​ມີ​ເພດ​ສຳພັນ​ນຳ​ຖ້າ​ຈະ​ຊ່ວຍ​ລາວ​ໃນ​ຕອນ​ທີ່​ສອບ​ເສັງ​ວິຊາ​ຄະນິດສາດ. ລາວ​ບອກ​ວ່າ “ຂ້ອຍ​ປະຕິເສດ​ຂໍ້​ສະເຫນີ​ນັ້ນ​ທັນທີ. ໂດຍ​ຮັກສາ​ຄວາມ​ຊື່​ສັດ​ຫມັ້ນຄົງ ຂ້ອຍ​ຮັກສາ​ສັກສີ​ແລະ​ຄວາມ​ນັບຖື​ຕົນ​ເອງ​ເຊິ່ງ​ມີ​ຄ່າ​ຫລາຍ​ກວ່າ​ເງິນ​ຄຳ.” ແມ່ນ​ຢູ່ ບາບ​ອາດ​ເຮັດ​ໃຫ້ “ສະຫນຸກສະໜານ . . . ສັກ​ເວລາ​ຫນຶ່ງ” ແຕ່​ຄວາມ​ຕື່ນ​ເຕັ້ນ​ບຶດ​ດຽວ​ແບບ​ນັ້ນ​ມັກ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ທຸກ​ໃຈ​ມາກ​ມາຍ. (ເຫບເລີ 11:25) ຍິ່ງ​ກວ່າ​ນັ້ນ ຄວາມ​ຕື່ນ​ເຕັ້ນ​ດັ່ງ​ກ່າວ​ບໍ່​ມີ​ຄວາມ​ສຳຄັນ​ຫຍັງ​ເລີຍ​ເມື່ອ​ທຽບ​ກັບ​ຄວາມ​ສຸກ​ຖາວອນ​ເຊິ່ງ​ເປັນ​ຜົນ​ມາ​ຈາກ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ.—ສຸພາສິດ 10:22.

ຍອມ​ຮັບ​ການ​ຊ່ວຍເຫລືອ​ຈາກ​ພະເຈົ້າ​ຜູ້​ປ່ຽມ​ດ້ວຍ​ຄວາມ​ເມດຕາ

22, 23. (ກ) ຖ້າ​ຄລິດສະຕຽນ​ຄົນ​ຫນຶ່ງ​ເຮັດ​ບາບ​ທີ່​ຮ້າຍແຮງ ເພາະ​ເຫດ​ໃດ​ລາວ​ຈຶ່ງ​ບໍ່​ໄດ້​ຢູ່​ໃນ​ສະພາບ​ທີ່​ຫມົດ​ຫວັງ? (ຂ) ມີ​ການ​ພ້ອມ​ໃຫ້​ຄວາມ​ຊ່ວຍເຫລືອ​ອັນ​ໃດ​ຕໍ່​ຜູ້​ເຮັດ​ຜິດ?

22 ເນື່ອງ​ຈາກ​ເປັນ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ເຮົາ​ທຸກ​ຄົນ​ຕໍ່​ສູ້​ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ປາຖະຫນາ​ຂອງ​ເນື້ອ​ຫນັງ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ. (ໂລມ 7:21-25) ພະ​ເຢໂຫວາ​ຮູ້​ເລື່ອງ​ນີ້​ທີ່​ວ່າ “ເຮົາ​ເປັນ​ຂີ້ຝຸ່ນ​ດິນ.” (ຄຳເພງ 103:14) ເຖິງ​ປານ​ນັ້ນ ບາງ​ຄັ້ງ​ຄລິດສະຕຽນ​ອາດ​ເຮັດ​ບາບ​ທີ່​ຮ້າຍແຮງ. ລາວ​ຢູ່​ໃນ​ສະພາບການ​ທີ່​ຫມົດ​ຫວັງ​ບໍ? ບໍ່​ແມ່ນ! ຈິງ​ຢູ່ ຜູ້​ເຮັດ​ຜິດ​ອາດ​ເກັບ​ກ່ຽວ​ຫມາກ​ຜົນ​ອັນ​ຂົມຂື່ນ​ເຊັ່ນ​ດຽວ​ກັບ​ກະສັດ​ດາວິດ. ເຖິງ​ຢ່າງ​ນັ້ນ ພະເຈົ້າ “ພ້ອມ​ຈະ​ຍົກ​ຜິດ” ສະເຫມີ​ຕໍ່​ຜູ້​ທີ່​ສຳນຶກ​ຜິດ​ແລະ “ສາລະພາບ” ຄວາມ​ຜິດ​ຂອງ​ຕົນ.—ຄຳເພງ 86:5; ຢາໂກໂບ 5:16, ທ.ປ.; ສຸພາສິດ 28:13.

23 ນອກ​ຈາກ​ນັ້ນ ດ້ວຍ​ຄວາມ​ເມດຕາ ພະເຈົ້າ​ຍັງ​ໄດ້​ກະກຽມ​ປະຊາຄົມ​ຄລິດສະຕຽນ​ພ້ອມ​ກັບ “ຂອງ​ປະທານ​ໃນ​ລັກສະນະ​ມະນຸດ” ເຊິ່ງ​ກໍ​ຄື​ຜູ້​ບຳລຸງ​ລ້ຽງ​ທາງ​ຝ່າຍ​ວິນຍານ​ທີ່​ທັງ​ມີ​ຄຸນວຸທິ​ແລະ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍເຫລືອ. (ເອເຟດ 4:8, 12, ລ.ມ.; ຢາໂກໂບ 5:14, 15) ເປົ້າ​ຫມາຍ​ຂອງ​ເຂົາ​ເຈົ້າ​ແມ່ນ​ຊ່ວຍ​ຜູ້​ເຮັດ​ຜິດ​ໃຫ້​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ ໂດຍ​ໃຊ້​ຖ້ອຍຄຳ​ຂອງ​ຊາຍ​ຜູ້​ສະຫລາດ​ສຸຂຸມ​ໃນ​ການ​ຊ່ວຍ​ໃຫ້​ມີ “ສະຕິ” ເພື່ອ​ເຂົາ​ຈະ​ບໍ່​ເຮັດ​ບາບ​ຊໍ້າ​ອີກ.—ສຸພາສິດ 15:32.

ມີ “ສະຕິ​ອັນ​ດີ”

24, 25. (ກ) ຊາຍ​ຫນຸ່ມ​ທີ່​ພັນລະນາ​ໃນ​ສຸພາສິດ 7:6-23 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເປັນ​ຄົນ​ທີ່ “ບໍ່​ມີ​ສະຕິ”? (ຂ) ເຮົາ​ຈະ​ມີ “ສະຕິ​ອັນ​ດີ” ໄດ້​ແນວ​ໃດ?

24 ຄຳພີ​ໄບເບິນ​ເວົ້າ​ເຖິງ​ບຸກຄົນ​ທີ່ “ບໍ່​ມີ​ສະຕິ” ແລະ​ຄົນ​ທີ່​ມີ “ສະຕິ​ອັນ​ດີ.” (ສຸພາສິດ 7:7) ເນື່ອງ​ຈາກ​ບໍ່​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ພະເຈົ້າ​ຢ່າງ​ຄົບ​ຖ້ວນ​ແລະ​ຂາດ​ປະສົບການ​ໃນ​ການ​ຮັບໃຊ້​ພະເຈົ້າ ຄົນ​ທີ່ “ບໍ່​ມີ​ສະຕິ” ອາດ​ຂາດ​ຄວາມ​ເຂົ້າ​ໃຈ​ແລະ​ຂາດ​ການ​ຫາ​ເຫດຜົນ. ເຊັ່ນ​ດຽວ​ກັບ​ຊາຍ​ທີ່​ພັນລະນາ​ໃນ​ສຸພາສິດ 7:6-23 ລາວ​ອາດ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ເຮັດ​ຜິດ​ທີ່​ຮ້າຍແຮງ​ໄດ້​ຢ່າງ​ງ່າຍ​ດາຍ. ແນວ​ໃດ​ກໍ​ຕາມ “ຜູ້​ທີ່ . . . [ມີ] ສະຕິ​ອັນ​ດີ” ຈະ​ກວດ​ກາ​ເບິ່ງ​ຕົວ​ຕົນ​ພາຍ​ໃນ​ໂດຍ​ການ​ສຶກສາ​ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ປະຈຳ​ພ້ອມ​ດ້ວຍ​ການ​ອະທິດຖານ. ແລະ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ໃນ​ສະພາບ​ຂອງ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ລາວ​ໃຫ້​ຄວາມ​ຄິດ ຄວາມ​ປາຖະຫນາ ອາລົມ​ຄວາມ​ຮູ້ສຶກ ລວມ​ທັງ​ເປົ້າ​ຫມາຍ​ໃນ​ຊີວິດ​ສອດຄ່ອງ​ກັບ​ສິ່ງ​ທີ່​ພະເຈົ້າ​ພໍ​ໃຈ. ດ້ວຍ​ວິທີ​ນີ້ ລາວ “ຮັກ​ຈິດ​ໃຈ [“ຊີວິດ,” ລ.ມ.] ເອງ” ຫລື​ເຮັດ​ໃຫ້​ຕົນ​ເອງ​ໄດ້​ຮັບ​ພະ​ພອນ ແລະ “ຈະ​ໄດ້​ພົບ​ຄວາມ​ສຸກ.”—ສຸພາສິດ 19:8.

25 ຂໍ​ໃຫ້​ຖາມ​ຕົນ​ເອງ​ວ່າ ‘ຂ້ອຍ​ຫມັ້ນ​ໃຈ​ເຕັມທີ​ບໍ​ວ່າ​ມາດຕະຖານ​ຂອງ​ພະເຈົ້າ​ຖືກຕ້ອງ? ຂ້ອຍ​ເຊື່ອ​ຢ່າງ​ຫນັກ​ແຫນ້ນ​ບໍ​ວ່າ​ການ​ຕິດ​ຕາມ​ມາດຕະຖານ​ເຫລົ່າ​ນັ້ນ​ຈະ​ພາ​ໃຫ້​ເກີດ​ຄວາມ​ສຸກ​ຢ່າງ​ຍິ່ງ?’ (ຄຳເພງ 19:7-10; ເອຊາອີ 48:17, 18) ຖ້າ​ເຈົ້າ​ມີ​ຂໍ້​ສົງໄສ​ເລັກໆນ້ອຍໆວ່າ​ຈະ​ເປັນ​ເຊັ່ນ​ນັ້ນ​ຫລື​ບໍ ຂໍ​ໃຫ້​ແກ້ໄຂ​ຂໍ້​ສົງໄສ​ນັ້ນ. ຈົ່ງ​ຄິດ​ຕຶກຕອງ​ເບິ່ງ​ຜົນ​ເສຍຫາຍ​ຕ່າງໆຂອງ​ການ​ບໍ່​ໃສ່​ໃຈ​ຕໍ່​ກົດຫມາຍ​ຂອງ​ພະເຈົ້າ. ນອກ​ຈາກ​ນັ້ນ “ຈົ່ງ​ຊີມ​ແລະ​ເຫັນ​ວ່າ​ພະ​ເຢໂຫວາ​ດີ” ໂດຍ​ການ​ດຳເນີນ​ຊີວິດ​ຕາມ​ຄວາມ​ຈິງ​ແລະ​ໂດຍ​ໃຫ້​ຄວາມ​ຄິດ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ດີ​ງາມ ເຊິ່ງ​ແມ່ນ​ສິ່ງ​ທີ່​ເປັນ​ຈິງ ຊອບທຳ ບໍລິສຸດ ເປັນ​ຕາ​ຮັກ ແລະ​ດີ. (ຄຳເພງ 34:8; ຟີລິບ 4:8, 9) ເຈົ້າ​ສາມາດ​ຫມັ້ນ​ໃຈ​ໄດ້​ວ່າ​ແຮ່ງ​ເຈົ້າ​ເຮັດ​ເຊັ່ນ​ນັ້ນ ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະເຈົ້າ​ແຮ່ງ​ຈະ​ເຕີບ​ໃຫຍ່​ຂຶ້ນ ຈະ​ຮັກ​ສິ່ງ​ທີ່​ພະອົງ​ຮັກ ແລະ​ຈະ​ກຽດ​ຊັງ​ສິ່ງ​ທີ່​ພະອົງ​ກຽດ​ຊັງ. ໂຢເຊບ​ບໍ່​ແມ່ນ​ຄົນ​ທີ່​ວິເສດ. ແຕ່​ລາວ​ສາມາດ “ຫລີກ​ຫນີ​ຈາກ​ການ​ຜິດ​ປະເວນີ” ເນື່ອງ​ຈາກ​ລາວ​ຍອມ​ໃຫ້​ພະ​ເຢໂຫວາ​ຫລໍ່​ຫລອມ​ລາວ​ເປັນ​ເວລາ​ຫລາຍ​ປີ ລາວ​ຈຶ່ງ​ມີ​ຄວາມ​ປາຖະຫນາ​ທີ່​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ. ຂໍ​ໃຫ້​ເຈົ້າ​ເປັນ​ຄື​ກັບ​ລາວ.—ເອຊາອີ 64:8.

26. ໃນ​ບົດ​ຕໍ່ໆໄປ​ຈະ​ພິຈາລະນາ​ຫົວ​ຂໍ້​ອັນ​ໃດ​ທີ່​ສຳຄັນ?

26 ຜູ້​ສ້າງ​ອະໄວຍະວະ​ສືບພັນ​ຂອງ​ເຮົາ ບໍ່​ໄດ້​ສ້າງ​ໃຫ້​ເປັນ​ເຄື່ອງ​ຫລິ້ນ​ທີ່​ເຮັດ​ໃຫ້​ຕື່ນ​ເຕັ້ນ​ເທົ່າ​ນັ້ນ ແຕ່​ເພື່ອ​ໃຫ້​ເຮົາ​ສາມາດ​ສືບພັນ​ແລະ​ມີ​ຄວາມ​ເພີດເພີນ​ໃນ​ການ​ມີ​ເພດ​ສຳພັນ​ກັບ​ຄູ່​ສົມລົດ. (ສຸພາສິດ 5:18) ໃນ​ສອງ​ບົດ​ຕໍ່​ໄປ​ຈະ​ພິຈາລະນາ​ທັດສະນະ​ຂອງ​ພະເຈົ້າ​ໃນ​ເລື່ອງ​ຊີວິດ​ສົມລົດ.

^ ຂໍ້ 4 ຈຳນວນ​ທີ່​ບອກ​ໄວ້​ໃນ​ຈົດເຊັນບັນຊີ​ປາກົດ​ວ່າ​ລວມ​ເອົາ “ບັນດາ​ຫົວຫນ້າ​ຂອງ​ຊາດ​ອິດສະລາເອນ​ທັງ​ຫມົດ” ທີ່​ຖືກ​ຜູ້​ພິພາກສາ​ຕັດສິນ​ປະຫານ​ຊີວິດ ເຊິ່ງ​ອາດ​ມີ​ຈຳນວນ​ເຖິງ 1.000 ຄົນ ແລະ​ຜູ້​ທີ່​ພະ​ເຢໂຫວາ​ປະຫານ​ໂດຍ​ກົງ.—ຈົດເຊັນບັນຊີ 25:4, 5, ທ.ປ.

^ ຂໍ້ 7 ສຳລັບ​ການ​ພິຈາລະນາ​ຄວາມຫມາຍ​ຂອງ​ຄວາມ​ບໍ່​ສະອາດ​ແລະ​ການ​ປະພຶດ​ທີ່​ລະ​ຫລົມ ຂໍ​ໃຫ້​ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ ສະບັບ​ວັນ​ທີ 15 ເດືອນ​ກໍລະກົດ ປີ 2006 (ພາສາ​ໄທ) ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

^ ຂໍ້ 9 “ສື່​ລາມົກ” ທີ່​ໃຊ້​ໃນ​ນີ້​ຫມາຍ​ເຖິງ​ການ​ສະແດງ​ເລື່ອງ​ທີ່​ກະຕຸ້ນ​ທາງ​ເພດ​ໃນ​ລັກສະນະ​ຮູບ​ພາບ ບົດ​ຂຽນ ຫລື​ສຽງ​ທີ່​ມຸ່ງ​ຫມາຍ​ຈະ​ໃຫ້​ເກີດ​ຄວາມ​ຕື່ນ​ເຕັ້ນ​ທາງ​ເພດ. ສື່​ລາມົກ​ອາດ​ມີ​ຕັ້ງ​ແຕ່​ຮູບ​ພາບ​ຂອງ​ຄົນ​ຜູ້​ຫນຶ່ງ​ທີ່​ເຮັດ​ທ່າ​ທາງ​ກະຕຸ້ນ​ທາງ​ເພດ​ຈົນ​ຮອດ​ຮູບ​ພາບ​ການ​ຮ່ວມ​ເພດ​ທີ່​ເປິ​ເປື້ອນ​ທີ່​ສຸດ​ລະຫວ່າງ​ສອງ​ຄົນ​ຫລື​ຫລາຍ​ກວ່າ​ນັ້ນ.

^ ຂໍ້ 9 ມີ​ການ​ພິຈາລະນາ​ເລື່ອງ​ການ​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົນ​ເອງ​ໃນ​ພາກ​ຜະຫນວກ​“ຈົ່ງ​ເອົາ​ຊະນະ​ການ​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົວ​ເອງ.”