ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 12

ເວົ້າ​ຄຳ ‘ດີ​ທີ່​ໃຫ້​ຈຳເລີນ​ຂຶ້ນ​’

ເວົ້າ​ຄຳ ‘ດີ​ທີ່​ໃຫ້​ຈຳເລີນ​ຂຶ້ນ​’

“ຢ່າ​ໃຫ້​ຄຳ​ຫຍາບຊ້າ​ອອກ​ຈາກ​ປາກ​ທ່ານ​ທັງ​ຫລາຍ ແຕ່​ວ່າ​ຄຳ​ດີ​ອັນ​ໃດ​ທີ່​ຕ້ອງ​ປະສົງ​ໃຫ້​ຈຳເລີນ​ຂຶ້ນ.”—ເອເຟດ 4:29.

1-3. (ກ) ອັນ​ໃດ​ແມ່ນ​ຂອງ​ປະທານ​ຢ່າງ​ຫນຶ່ງ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ ແລະ​ອາດ​ມີ​ການ​ໃຊ້​ຂອງ​ປະທານ​ນັ້ນ​ໃນ​ທາງ​ຜິດ​ໂດຍ​ວິທີ​ໃດ? (ຂ) ເພື່ອ​ຈະ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ໃຊ້​ຂອງ​ປະທານ​ດັ່ງ​ກ່າວ​ນັ້ນ​ແນວ​ໃດ?

ຖ້າ​ເຈົ້າ​ໃຫ້​ຂອງ​ຂວັນ​ຜູ້​ໃດ​ຜູ້​ຫນຶ່ງ​ທີ່​ເຈົ້າ​ຮັກ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ລາວ​ເຈຕະນາ​ໃຊ້​ຂອງ​ຂວັນ​ນັ້ນ​ຢ່າງ​ຜິດໆ? ສົມມຸດ​ວ່າ​ເຈົ້າ​ເອົາ​ລົດ​ໃຫຍ່​ຄັນ​ຫນຶ່ງ​ໃຫ້​ລາວ ແລະ​ຕໍ່​ມາ​ເຈົ້າ​ກໍ​ຮູ້​ວ່າ​ລາວ​ຂັບ​ລົດ​ດ້ວຍ​ຄວາມ​ປະຫມາດ ໄດ້​ກໍ່​ຄວາມ​ເສຍຫາຍ​ໃຫ້​ແກ່​ຄົນ​ອື່ນ. ເຈົ້າ​ຄົງ​ຜິດ​ຫວັງ​ບໍ່​ແມ່ນ​ບໍ?

2 ຄວາມ​ສາມາດ​ໃນ​ການ​ເວົ້າ​ແບບ​ທີ່​ເຂົ້າ​ໃຈ​ໄດ້​ແມ່ນ​ຂອງ​ປະທານ​ຈາກ​ພະ​ເຢໂຫວາ ຜູ້​ໃຫ້ “ຂອງ​ປະທານ​ອັນ​ດີ​ແລະ​ພະ​ຄຸນ​ປະເສີດ​ທີ່​ສຸດ​ທຸກ​ຢ່າງ.” (ຢາໂກໂບ 1:17) ຂອງ​ປະທານ​ນີ້​ທີ່​ສັດ​ບໍ່​ມີ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເຮົາ​ສາມາດ​ຖ່າຍ​ທອດ​ຄວາມ​ຄິດ​ອອກ​ມາ​ເທົ່າ​ນັ້ນ ແຕ່​ຍັງ​ເຜີຍ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ໃຫ້​ຄົນ​ອື່ນ​ຮູ້​ອີກ​ດ້ວຍ. ແນວ​ໃດ​ກໍ​ຕາມ ເຊັ່ນ​ດຽວ​ກັບ​ລົດ​ໃຫຍ່ ຂອງ​ປະທານ​ໃນ​ການ​ເວົ້າ​ອາດ​ຖືກ​ນຳ​ໄປ​ໃຊ້​ໃນ​ທາງ​ຜິດ. ພະ​ເຢໂຫວາ​ຄົງ​ຕ້ອງ​ຮູ້ສຶກ​ຜິດ​ຫວັງ​ແທ້ໆເມື່ອ​ມີ​ການ​ໃຊ້​ຄຳ​ເວົ້າ​ແບບ​ບໍ່​ໄດ້​ໄຕ່ຕອງ ທີ່​ສ້າງ​ຄວາມ​ເຈັບ​ປວດ​ໃຈ​ແລະ​ຄວາມ​ທຸກ​ແກ່​ຄົນ​ອື່ນ!

3 ເພື່ອ​ຈະ​ຮັກສາ​ຕົວ​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ໃຊ້​ຂອງ​ປະທານ​ໃນ​ການ​ເວົ້າ​ຕາມ​ທີ່​ຜູ້​ໃຫ້​ມຸ່ງ​ຫມາຍ​ໄວ້. ພະ​ເຢໂຫວາ​ລະບຸ​ຢ່າງ​ຊັດເຈນ​ເຖິງ​ຄຳ​ເວົ້າ​ປະເພດ​ທີ່​ເຮັດ​ໃຫ້​ພະອົງ​ພໍ​ໃຈ. ພະ​ຄຳ​ຂອງ​ພະອົງ​ກ່າວ​ວ່າ “ຢ່າ​ໃຫ້​ຄຳ​ຫຍາບຊ້າ​ອອກ​ຈາກ​ປາກ​ທ່ານ​ທັງ​ຫລາຍ ແຕ່​ວ່າ​ຄຳ​ດີ​ອັນ​ໃດ​ທີ່​ຕ້ອງ​ປະສົງ​ໃຫ້​ຈຳເລີນ​ຂຶ້ນ ເພື່ອ​ຄຳ​ນັ້ນ​ຈະ​ເປັນ​ຄຸນ​ປະໂຫຍດ​ແກ່​ຄົນ​ທັງ​ຫລາຍ​ທີ່​ໄດ້​ຍິນ​ນັ້ນ.” (ເອເຟດ 4:29) ຂໍ​ໃຫ້​ພິຈາລະນາ​ເຫດຜົນ​ທີ່​ເຮົາ​ຕ້ອງ​ລະວັງ​ຄຳ​ເວົ້າ​ຂອງ​ເຮົາ ປະເພດ​ຂອງ​ຄຳ​ເວົ້າ​ທີ່​ເຮົາ​ຄວນ​ຫລີກ​ລ່ຽງ ແລະ​ວິທີ​ທີ່​ເຮົາ​ຈະ​ເວົ້າ​ຄຳ ‘ດີ​ທີ່​ໃຫ້​ຈຳເລີນ​ຂຶ້ນ.’

ເຫດຜົນ​ທີ່​ເຮົາ​ຕ້ອງ​ລະວັງ​ຄຳ​ເວົ້າ

4, 5. ສຸພາສິດ​ບາງ​ຂໍ້​ໃນ​ຄຳພີ​ໄບເບິນ​ພັນລະນາ​ແນວ​ໃດ​ເຖິງ​ອຳນາດ​ຂອງ​ຄຳ​ເວົ້າ?

4 ເຫດຜົນ​ສຳຄັນ​ຢ່າງ​ຫນຶ່ງ​ທີ່​ເຮົາ​ຕ້ອງ​ລະວັງ​ຄຳ​ເວົ້າ​ຂອງ​ເຮົາ​ກໍ​ຄື ຄຳ​ເວົ້າ​ມີ​ອຳນາດ. ສຸພາສິດ 15:4 ກ່າວ​ວ່າ “ລີ້ນ​ທີ່​ກ່າວ​ອ່ອນ​ຫວານ​ເປັນ​ຕົ້ນ​ໄມ້​ແຫ່ງ​ຊີວິດ ແຕ່​ວ່າ​ຄວາມ​ຄົດ​ໂກງ​ໃນ​ລີ້ນ​ໃຫ້​ຈິດວິນຍານ​ຂາດ​ໄປ.” * ນໍ້າ​ເຮັດ​ໃຫ້​ຕົ້ນ​ໄມ້​ທີ່​ຫ່ຽວ​ແຫ້ງ​ສົດ​ຊື່ນ​ຂຶ້ນ​ມາ​ສັນ​ໃດ ຄຳ​ເວົ້າ​ທີ່​ອ່ອນ​ຫວານ​ກໍ​ເຮັດ​ໃຫ້​ຄົນ​ຟັງ​ຮູ້ສຶກ​ຊື່ນ​ໃຈ​ສັນ​ນັ້ນ. ກົງ​ກັນ​ຂ້າມ ຄຳ​ເວົ້າ​ບໍ່​ດີ​ທີ່​ຄົດ​ໂກງ​ເຮັດ​ໃຫ້​ຄົນ​ຟັງ​ເຈັບ​ຊໍ້າ​ໃຈ. ທີ່​ຈິງ ຄຳ​ເວົ້າ​ຂອງ​ເຮົາ​ມີ​ອຳນາດ​ທີ່​ຈະ​ເຮັດ​ໃຫ້​ເຈັບ​ປວດ​ຫລື​ຮັກສາ​ປິ່ນປົວ.—ສຸພາສິດ 18:21.

5 ສຸພາສິດ​ອີກ​ຂໍ້​ຫນຶ່ງ​ພັນລະນາ​ຢ່າງ​ຊັດເຈນ​ເຖິງ​ອຳນາດ​ຂອງ​ຄຳ​ເວົ້າ​ວ່າ “ຄຳ​ເວົ້າ​ທີ່​ບໍ່​ຄິດ ເຮັດ​ໃຫ້​ເຈັບ​ຊໍ້າ​ດັ່ງ​ດາບ​ແທງ.” (ສຸພາສິດ 12:18, ທ.ປ.) ຄຳ​ເວົ້າ​ທີ່​ບໍ່​ໄດ້​ໄຕ່ຕອງ​ອາດ​ເຮັດ​ໃຫ້​ເກີດ​ບາດ​ແຜ​ເລິກ​ທາງ​ໃຈ​ແລະ​ທຳລາຍ​ສາຍ​ສຳພັນ​ໄດ້. ເຈົ້າ​ເຄີຍ​ຮູ້ສຶກ​ເຈັບ​ໃຈ​ເນື່ອງ​ຈາກ​ຄຳ​ເວົ້າ​ທີ່​ແທງ​ຄື​ດາບ​ບໍ? ສຸພາສິດ​ຂໍ້​ດຽວ​ກັນ​ນີ້​ກ່າວ​ໃນ​ດ້ານ​ດີ​ວ່າ “ຄຳ​ເວົ້າ​ທີ່​ມີ​ປັນຍາ​ປົວ​ແປງ​ໃຫ້​ດີ​ໄດ້.” ຄຳ​ເວົ້າ​ທີ່​ເຫັນ​ອົກ​ເຫັນ​ໃຈ​ຈາກ​ຄົນ​ທີ່​ສະແດງ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ສາມາດ​ຮັກສາ​ຫົວໃຈ​ທີ່​ເຈັບ​ປວດ​ແລະ​ເຮັດ​ໃຫ້​ສາຍ​ສຳພັນ​ກັບ​ມາ​ດີ​ດັ່ງ​ເດີມ. ເຈົ້າ​ຈື່​ໄດ້​ບໍ​ທີ່​ຄັ້ງ​ຫນຶ່ງ​ມີ​ຄົນ​ເວົ້າ​ຖ້ອຍຄຳ​ທີ່​ກະລຸນາ​ເຊິ່ງ​ມີ​ອຳນາດ​ໃນ​ການ​ຮັກສາ​ປິ່ນປົວ? (ສຸພາສິດ 16:24) ເມື່ອ​ສຳນຶກ​ວ່າ​ສິ່ງ​ທີ່​ເຮົາ​ເວົ້າ​ມີ​ຜົນ​ກະທົບ​ຕໍ່​ຄົນ​ອື່ນ ແນ່ນອນ​ວ່າ​ເຮົາ​ຢາກ​ໃຊ້​ຄຳ​ເວົ້າ​ເພື່ອ​ຮັກສາ​ປິ່ນປົວ​ຄົນ​ອື່ນ ບໍ່​ແມ່ນ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈັບ​ໃຈ.

ຄຳ​ເວົ້າ​ທີ່​ອ່ອນ​ຫວານ​ເຮັດ​ໃຫ້​ສົດ​ຊື່ນ

6. ເປັນ​ຫຍັງ​ຈຶ່ງ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ແທ້ໆເພື່ອ​ຈະ​ຄວບຄຸມ​ລີ້ນ?

6 ບໍ່​ວ່າ​ເຮົາ​ພະຍາຍາມ​ຫລາຍ​ຂະຫນາດ​ໃດ​ກໍ​ຕາມ ເຮົາ​ກໍ​ບໍ່​ສາມາດ​ຄວບຄຸມ​ລີ້ນ​ຂອງ​ເຮົາ​ໄດ້​ຢ່າງ​ຄົບ​ຖ້ວນ. ດັ່ງ​ນັ້ນ ເຫດຜົນ​ທີ​ສອງ​ທີ່​ເຮົາ​ຕ້ອງ​ລະວັງ​ກ່ຽວ​ກັບ​ລີ້ນ​ຂອງ​ເຮົາ​ກໍ​ຄື ບາບ​ແລະ​ຄວາມ​ບໍ່​ສົມບູນ​ແບບ​ເຮັດ​ໃຫ້​ເຮົາ​ມີ​ທ່າ​ອ່ຽງ​ທີ່​ຈະ​ໃຊ້​ລີ້ນ​ໃນ​ທາງ​ທີ່​ຜິດ.​ ຄຳ​ເວົ້າ​ເປັນ​ຜົນ​ທີ່​ເກີດ​ຈາກ​ໃຈ​ຂອງ​ເຮົາ ແລະ “ຄວາມ​ຄຶດ . . . ໃນ​ໃຈ​ຂອງ​ມະນຸດ​ກໍ​ຊົ່ວ.” (ຕົ້ນເດີມ 8:21; ລືກາ 6:45) ດ້ວຍ​ເຫດ​ນັ້ນ ການ​ຄວບຄຸມ​ລີ້ນ​ຂອງ​ເຮົາ​ຈຶ່ງ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ແທ້ໆ. (ຢາໂກໂບ 3:2-4) ເຖິງ​ວ່າ​ເຮົາ​ບໍ່​ອາດ​ຄວບຄຸມ​ລີ້ນ​ໄດ້​ຢ່າງ​ຄົບ​ຖ້ວນ ແຕ່​ເຮົາ​ສາມາດ​ພະຍາຍາມ​ປັບ​ປຸງ​ວິທີ​ທີ່​ເຮົາ​ໃຊ້​ລີ້ນ​ໄດ້. ເຊັ່ນ​ດຽວ​ກັບ​ນັກ​ລອຍ​ນໍ້າ​ທີ່​ພະຍາຍາມ​ລອຍ​ຕ້ານ​ກະແສ​ນໍ້າ​ຕ້ອງ​ອອກ​ແຮງ​ສູ້​ກັບ​ກະແສ​ນໍ້າ​ຢູ່​ຕະຫລອດ​ເວລາ ດັ່ງ​ນັ້ນ​ເຮົາ​ຕ້ອງ​ຕ້ານ​ທານ​ທ່າ​ອ່ຽງ​ທີ່​ຜິດ​ບາບ​ຕໍ່ໆໄປ​ເພື່ອ​ຈະ​ບໍ່​ໃຊ້​ລີ້ນ​ໃນ​ທາງ​ທີ່​ຜິດ.

7, 8. ພະ​ເຢໂຫວາ​ຖື​ວ່າ​ເຮົາ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ຄຳ​ເວົ້າ​ຂອງ​ເຮົາ​ເຖິງ​ຂັ້ນ​ໃດ?

7 ເຫດຜົນ​ທີ​ສາມ​ທີ່​ຄວນ​ລະວັງ​ຄຳ​ເວົ້າ​ຂອງ​ເຮົາ​ກໍ​ຄື ພະ​ເຢໂຫວາ​ຖື​ວ່າ​ເຮົາ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ຄຳ​ເວົ້າ​ຂອງ​ເຮົາ. ວິທີ​ທີ່​ເຮົາ​ໃຊ້​ລີ້ນ​ບໍ່​ພຽງ​ແຕ່​ກະທົບ​ໃສ່​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ເທົ່າ​ນັ້ນ ແຕ່​ຍັງ​ກະທົບ​ໃສ່​ຖານະ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ນຳ​ອີກ. ຢາໂກໂບ 1:26 ກ່າວ​ວ່າ “ຖ້າ​ຜູ້​ຫນຶ່ງ​ຜູ້​ໃດ​ຖື​ວ່າ​ຕົວ​ເປັນ​ຄົນ​ຂັບ​ຕາມ​ສາສະໜາ [“ນະມັດສະການ​ພະເຈົ້າ​ຢ່າງ​ຖືກ​ວິທີ,” ລ.ມ.] ແລະ​ບໍ່​ໄດ້​ລະວັງ​ຫ້າມ​ລີ້ນ​ແຫ່ງ​ຕົນ​ໄວ້ ແຕ່​ວ່າ​ໄດ້​ລໍ້​ລວງ​ໃຈ​ແຫ່ງ​ຕົນ ສາສະໜາ [“ການ​ນະມັດສະການ,” ລ.ມ.] ຂອງ​ຄົນ​ນັ້ນ​ເປັນ​ການ​ເປົ່າໆ.” ດັ່ງ​ທີ່​ເຫັນ​ໃນ​ບົດ​ກ່ອນ ຄຳ​ເວົ້າ​ແລະ​ການ​ນະມັດສະການ​ຂອງ​ເຮົາ​ກ່ຽວ​ຂ້ອງ​ກັນ​ຢ່າງ​ໃກ້​ຊິດ. ຖ້າ​ເຮົາ​ບໍ່​ຄວບຄຸມ​ລີ້ນ ຄື​ປ່ອຍ​ໃຫ້​ຄຳ​ເວົ້າ​ທີ່​ເຮັດ​ໃຫ້​ເຈັບ​ໃຈ​ເຊິ່ງ​ກໍ່​ຄວາມ​ເສຍຫາຍ​ຫລັ່ງ​ໄຫລ​ອອກ​ຈາກ​ປາກ​ຂອງ​ເຮົາ ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ຮັບໃຊ້​ພະເຈົ້າ​ກໍ​ອາດ​ໄຮ້​ປະໂຫຍດ​ໃນ​ທັດສະນະ​ຂອງ​ພະອົງ. ເຮົາ​ຄວນ​ຄິດ​ຢ່າງ​ຈິງ​ຈັງ​ເຖິງ​ຄຳ​ເວົ້າ​ຂອງ​ເຮົາ​ບໍ່​ແມ່ນ​ບໍ?—ຢາໂກໂບ 3:8-10.

8 ເຫັນ​ໄດ້​ແຈ້ງ​ວ່າ​ເຮົາ​ມີ​ເຫດຜົນ​ຫນັກ​ແຫນ້ນ​ທີ່​ຈະ​ລະວັງ​ບໍ່​ໃຊ້​ຂອງ​ປະທານ​ໃນ​ການ​ເວົ້າ​ໃນ​ທາງ​ທີ່​ຜິດ. ກ່ອນ​ຈະ​ພິຈາລະນາ​ຄຳ​ເວົ້າ​ປະເພດ​ທີ່​ດີ​ງາມ​ເຊິ່ງ​ໃຫ້​ຈຳເລີນ​ຂຶ້ນ ຂໍ​ໃຫ້​ເຮົາ​ພິຈາລະນາ​ຄຳ​ເວົ້າ​ທີ່​ຄລິດສະຕຽນ​ແທ້​ບໍ່​ຄວນ​ເວົ້າ​ເລີຍ.

ຄຳ​ເວົ້າ​ທີ່​ກໍ່​ຜົນ​ໃນ​ທາງ​ທຳລາຍ

9, 10. (ກ) ຄຳ​ເວົ້າ​ປະເພດ​ໃດ​ທີ່​ກາຍ​ເປັນ​ສ່ວນ​ຫນຶ່ງ​ຂອງ​ຄຳ​ເວົ້າ​ໃນ​ຊີວິດ​ປະຈຳ​ວັນ​ໃນ​ໂລກ​ທຸກ​ມື້​ນີ້? (ຂ) ເປັນ​ຫຍັງ​ເຮົາ​ຄວນ​ຫລີກ​ເວັ້ນ​ຄຳ​ເວົ້າ​ທີ່​ຫຍາບ​ຄາຍ? (ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ​ນຳ.)

9 ຄຳ​ເວົ້າ​ຫຍາບ​ຄາຍ​. ຄຳ​ດ່າ ຄຳ​ເວົ້າ​ຫມິ່ນ​ປະຫມາດ ແລະ​ຄຳ​ເວົ້າ​ຫຍາບ​ຄາຍ​ແບບ​ອື່ນໆເປັນ​ສ່ວນ​ຫນຶ່ງ​ຂອງ​ຄຳ​ເວົ້າ​ໃນ​ຊີວິດ​ປະຈຳ​ວັນ​ໃນ​ໂລກ​ທຸກ​ມື້​ນີ້. ຫລາຍ​ຄົນ​ໃຊ້​ຄຳ​ອຸທານ​ທີ່​ຫຍາບ​ຄາຍ​ເພື່ອ​ເນັ້ນ​ຄຳ​ເວົ້າ​ຂອງ​ຕົນ ຫລື​ເມື່ອ​ນຶກ​ຄຳ​ທີ່​ເຫມາະ​ສົມ​ບໍ່​ອອກ​ກໍ​ໃຊ້​ຄຳ​ຫຍາບ​ຄາຍ​ແທນ. ຫລາຍ​ຄັ້ງ​ນັກ​ສະແດງ​ຕະຫລົກ​ໃຊ້​ຄຳ​ເວົ້າ​ຫຍາບ​ຄາຍ​ທີ່​ເນັ້ນ​ເລື່ອງ​ເພດ​ເພື່ອ​ໃຫ້​ຄົນ​ຫົວ. ແນວ​ໃດ​ກໍ​ຕາມ ຄຳ​ເວົ້າ​ທີ່​ຫຍາບ​ຄາຍ​ບໍ່​ແມ່ນ​ເລື່ອງ​ຕະຫລົກ. ເກືອບ 2.000 ປີ​ມາ​ແລ້ວ ອັກຄະສາວົກ​ໂປໂລ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ແນະນຳ​ປະຊາຄົມ​ໂກໂລດ​ໃຫ້​ປະ​ຖິ້ມ “ຄຳ​ປ້ອຍ​ດ່າ.” (ໂກໂລດ 3:8) ໂປໂລ​ບອກ​ປະຊາຄົມ​ເອເຟດ​ວ່າ ຄຳ “ຫຍາບຊ້າ” ຢູ່​ໃນ​ບັນດາ​ສິ່ງ​ທີ່ “ບໍ່​ສົມຄວນ​ເລີຍ​ທີ່​ຈະ​ເອີ່ຍ​ໃນ” ທ່າມກາງ​ຄລິດສະຕຽນ​ແທ້.—ເອເຟດ 5:3, 4, ທ.ປ.

10 ຄຳ​ເວົ້າ​ທີ່​ຫຍາບ​ຄາຍ​ເປັນ​ຕາ​ລັງກຽດ​ສຳລັບ​ພະ​ເຢໂຫວາ ທັງ​ຍັງ​ເປັນ​ຕາ​ລັງກຽດ​ສຳລັບ​ຜູ້​ທີ່​ຮັກ​ພະອົງ. ທີ່​ຈິງ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ກະຕຸ້ນ​ເຮົາ​ໃຫ້​ປະຕິເສດ​ຄຳ​ເວົ້າ​ຫຍາບ​ຄາຍ. ເມື່ອ​ເວົ້າ​ເຖິງ​ສິ່ງ​ຕ່າງໆທີ່​ເປັນ “ການ​ທັງ​ຫລາຍ​ຂອງ​ເນື້ອ​ຫນັງ” ໂປໂລ​ກ່າວ​ເຖິງ “ການ​ຂີ້ດຽດ” ເຊິ່ງ​ເປັນ​ໄປ​ໄດ້​ທີ່​ຈະ​ຫມາຍ​ລວມ​ເຖິງ​ຄຳ​ເວົ້າ​ທີ່​ບໍ່​ສະອາດ. (ຄາລາຊີ 5:19-21) ນີ້​ເປັນ​ເລື່ອງ​ສຳຄັນ. ບຸກຄົນ​ຫນຶ່ງ​ອາດ​ຖືກ​ຕັດ​ສຳພັນ​ຈາກ​ປະຊາຄົມ​ຖ້າ​ລາວ​ເວົ້າ​ເຖິງ​ຫລື​ສົ່ງເສີມ​ສິ່ງ​ທີ່​ຜິດ​ສິນລະທຳ ສິ່ງ​ຕໍ່າ​ຊ້າ​ແລະ​ເສື່ອມຊາມ​ຈົນ​ເປັນ​ນິດໄສ​ໂດຍ​ບໍ່​ກັບ​ໃຈ​ທັງໆທີ່​ໄດ້​ຮັບ​ຄຳ​ແນະນຳ​ຫລາຍ​ເທື່ອ​ແລ້ວ. *

11, 12. (ກ) ເມື່ອ​ໃດ​ທີ່​ການ​ເວົ້າ​ເຖິງ​ຄົນ​ອື່ນ​ອາດ​ກໍ່​ຄວາມ​ເສຍຫາຍ? (ຂ) ເປັນ​ຫຍັງ​ຜູ້​ທີ່​ນະມັດສະການ​ພະ​ເຢໂຫວາ​ຕ້ອງ​ຫລີກ​ເວັ້ນ​ການ​ເວົ້າ​ໃສ່​ຮ້າຍ?

11 ການ​ຊຸບຊິບ​ນິນທາ ການ​ເວົ້າ​ໃສ່​ຮ້າຍ. ຜູ້​ຄົນ​ມັກ​ເວົ້າ​ເລື່ອງ​ຂອງ​ຄົນ​ອື່ນ​ແລະ​ຊີວິດ​ຂອງ​ຄົນ​ເຫລົ່າ​ນັ້ນ. ການ​ເວົ້າ​ເຖິງ​ຄົນ​ອື່ນ​ກໍ່​ຄວາມ​ເສຍຫາຍ​ສະເຫມີ​ໄປ​ບໍ? ບໍ່ ຖ້າ​ການ​ສົນທະນາ​ທີ່​ເຮົາ​ມີ​ສ່ວນ​ຮ່ວມ​ນັ້ນ​ໃຫ້​ຄວາມ​ຮູ້​ຫລື​ເປັນ​ຂ່າວ​ສານ​ທີ່​ມີ​ປະໂຫຍດ ເຊັ່ນ ໃຜ​ທີ່​ຫາ​ກໍ​ຮັບ​ບັບເຕມາ​ຫລື​ໃຜ​ທີ່​ເຮົາ​ຕ້ອງ​ເວົ້າ​ໃຫ້​ກຳລັງ​ໃຈ. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ມີ​ຄວາມ​ສົນ​ໃຈ​ຢ່າງ​ແຮງ​ກ້າ​ຕໍ່​ສະຫວັດດີພາບ​ຂອງ​ກັນ​ແລະ​ກັນ ແລະ​ແບ່ງ​ປັນ​ຂໍ້​ມູນ​ທີ່​ເຫມາະ​ສົມ​ກ່ຽວ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. (ເອເຟດ 6:21, 22; ໂກໂລດ 4:8, 9) ແນວ​ໃດ​ກໍ​ຕາມ ການ​ເວົ້າ​ເຖິງ​ຄົນ​ອື່ນ​ອາດ​ກໍ່​ຄວາມ​ເສຍຫາຍ​ຫາກ​ເປັນ​ການ​ບິດ​ເບືອນ​ຄວາມ​ຈິງ​ຫລື​ເປີດ​ເຜີຍ​ເລື່ອງ​ສ່ວນ​ຕົວ. ຮ້າຍແຮງ​ກວ່າ​ນັ້ນ ມັນ​ອາດ​ນຳ​ໄປ​ສູ່​ການ​ເວົ້າ​ໃສ່​ຮ້າຍ​ເຊິ່ງ​ກໍ່​ຄວາມ​ເສຍຫາຍ​ສະເຫມີ. ການ​ເວົ້າ​ໃສ່​ຮ້າຍ​ຄື “ຄຳ​ເວົ້າ​ທີ່​ບໍ່​ແມ່ນ​ຄວາມ​ຈິງ . . . ເຊິ່ງ​ທຳລາຍ​ຫລື​ເຮັດ​ໃຫ້​ຊື່ສຽງ​ຂອງ​ຄົນ​ອື່ນ​ເສຍຫາຍ.” ຕົວຢ່າງ ພວກ​ຟາລິຊຽນ​ທີ່​ມີ​ເຈຕະນາ​ຮ້າຍ​ໄດ້​ໃຊ້​ຄຳ​ເວົ້າ​ໃສ່​ຮ້າຍ​ເພື່ອ​ເຮັດ​ໃຫ້​ພະ​ເຍຊູ​ເສື່ອມ​ເສຍ​ຊື່ສຽງ. (ມັດທາຍ 9:32-34; 12:22-24) ຫລາຍ​ຄັ້ງ​ການ​ເວົ້າ​ໃສ່​ຮ້າຍ​ກໍ່​ໃຫ້​ເກີດ​ການ​ຜິດ​ຖຽງ​ກັນ.—ສຸພາສິດ 26:20.

12 ພະ​ເຢໂຫວາ​ບໍ່​ໄດ້​ຖື​ເບົາ​ຕໍ່​ຄົນ​ທີ່​ໃຊ້​ຂອງ​ປະທານ​ໃນ​ການ​ເວົ້າ​ເພື່ອ​ທຳລາຍ​ຊື່ສຽງ​ຂອງ​ຄົນ​ອື່ນ​ຫລື​ສ້າງ​ຄວາມ​ແຕກ​ແຍກ. ພະອົງ​ກຽດ​ຊັງ “ຄົນ​ທີ່​ຍົວະ​ໃຫ້​ການ​ຜິດ​ກັນ​ເກີດ​ຂຶ້ນ​ໃນ​ທ່າມກາງ​ພວກ​ພີ່​ນ້ອງ.” (ສຸພາສິດ 6:16-19) ຄຳ​ພາສາ​ກະເລັກ​ທີ່​ແປ​ວ່າ “ຜູ້​ໃສ່​ຮ້າຍ” ຄື ເດຍໂບໂລ ເຊິ່ງ​ໃຊ້​ເປັນ​ຊື່​ເອີ້ນ​ຊາຕານ​ອີກ​ດ້ວຍ. ມັນ​ຄື “ພະຍາມານ” ຕົວ​ຊົ່ວ​ຮ້າຍ​ທີ່​ໃສ່​ຮ້າຍ​ພະເຈົ້າ. (ຄຳປາກົດ 12:9, 10, ທ.ປ.) ແນ່ນອນ ເຮົາ​ຕ້ອງການ​ຫລີກ​ເວັ້ນ​ຄຳ​ເວົ້າ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຄື​ພະຍາມານ. ຄຳ​ເວົ້າ​ໃສ່​ຮ້າຍ​ເຊິ່ງ​ປຸກເຮົ້າ​ການ​ຂອງ​ເນື້ອ​ຫນັງ ເຊັ່ນ “ການ​ຊີງ​ດີ​ຊີງ​ເດັ່ນ​ກັນ” ແລະ “ການ​ແຕກ​ແຍກ​ກັນ” ບໍ່​ຄວນ​ມີ​ຢູ່​ໃນ​ທ່າມກາງ​ປະຊາຄົມ. (ຄາລາຊີ 5:19-21, ລ.ມ.) ດັ່ງ​ນັ້ນ ກ່ອນ​ຈະ​ເລົ່າ​ຕໍ່​ບາງ​ເລື່ອງ​ກ່ຽວ​ກັບ​ໃຜ​ບາງ​ຄົນ ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ເລື່ອງ​ນີ້​ເປັນ​ຄວາມ​ຈິງ​ບໍ? ຈະ​ເປັນ​ການ​ສະແດງ​ຄວາມ​ກະລຸນາ​ບໍ​ຖ້າ​ຈະ​ເລົ່າ​ເລື່ອງ​ນີ້​ໃຫ້​ຄົນ​ອື່ນ​ຟັງ? ຈຳເປັນ​ຫລື​ເຫມາະ​ບໍ​ທີ່​ຈະ​ແຜ່​ເລື່ອງ​ນີ້​ອອກ​ໄປ?’—1 ເທຊະໂລນີກ 4:11.

13, 14. (ກ) ການ​ເວົ້າ​ສຽດ​ສີ​ອາດ​ກໍ່​ຜົນ​ແນວ​ໃດ​ຕໍ່​ຜູ້​ຟັງ? (ຂ) ການ​ດ່າ​ຄື​ຫຍັງ ແລະ​ເປັນ​ຫຍັງ​ຄົນ​ປາກ​ຮ້າຍ​ພາ​ໃຫ້​ຕົນ​ເອງ​ຕົກ​ຢູ່​ໃນ​ອັນຕະລາຍ?

13 ຄຳ​ເວົ້າ​ສຽດ​ສີ​. ດັ່ງ​ທີ່​ກ່າວ​ມາ​ແລ້ວ ຄຳ​ເວົ້າ​ມີ​ອຳນາດ​ໃນ​ການ​ທຳລາຍ. ເປັນ​ຄວາມ​ຈິງ​ທີ່​ວ່າ ເນື່ອງ​ຈາກ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ມະນຸດ ບາງ​ຄັ້ງ​ເຮົາ​ທຸກ​ຄົນ​ເວົ້າ​ອັນ​ໃດ​ບາງ​ຢ່າງ​ທີ່​ຕົນ​ເອງ​ຮູ້ສຶກ​ເສຍໃຈ​ໃນ​ພາຍ​ຫລັງ. ແນວ​ໃດ​ກໍ​ຕາມ ຄຳພີ​ໄບເບິນ​ເຕືອນ​ກ່ຽວ​ກັບ​ຄຳ​ເວົ້າ​ແບບ​ທີ່​ບໍ່​ຄວນ​ໃຊ້​ເລີຍ​ໃນ​ເຮືອນ​ຂອງ​ຄລິດສະຕຽນ​ຫລື​ພາຍ​ໃນ​ປະຊາຄົມ. ໂປໂລ​ເຕືອນ​ຄລິດສະຕຽນ​ວ່າ “ໃຈ​ເຜັດ​ຮ້ອນ​ແລະ​ຄວາມ​ຂັດ​ເຄືອງ​ແຄ້ນ​ກັນ ແລະ​ຄວາມ​ຮ້າຍ ແລະ​ການ​ຮ້ອງ​ຖຽງ​ກັນ ແລະ​ຄວາມ​ປ້ອຍ​ດ່າ [“ການ​ກ່າວ​ສຽດ​ສີ​ກັນ,” ທ.ປ.] ກັບ​ຄວາມ​ປອງ​ຮ້າຍ​ທຸກ​ຢ່າງ​ຈົ່ງ​ຖິ້ມ​ເສຍ​ຈາກ​ທ່າມກາງ​ທ່ານ​ທັງ​ຫລາຍ​ເຖີ້ນ.” (ເອເຟດ 4:31) ພະ​ຄຳພີ​ສະບັບ​ແປ​ອື່ນ​ແປ​ວະລີ “ການ​ກ່າວ​ສຽດ​ສີ​ກັນ” ວ່າ “ຄຳ​ເວົ້າ​ທີ່​ຊົ່ວ​ຮ້າຍ” “ຄຳ​ເວົ້າ​ທີ່​ທຳ​ຮ້າຍ​ຈິດ​ໃຈ” ແລະ “ຄຳ​ເວົ້າ​ທີ່​ສະແດງ​ການ​ດູຖູກ.” ຄຳ​ເວົ້າ​ສຽດ​ສີ ລວມ​ເຖິງ​ການ​ຕັ້ງ​ຊື່​ທີ່​ເປັນ​ຕາ​ອັບອາຍ​ໃຫ້​ກັນ ການ​ເວົ້າ​ແບບ​ຮຸນແຮງ ການ​ຕິຕຽນ​ແບບ​ບໍ່​ຢຸດ​ບໍ່​ເຊົາ ອາດ​ທຳລາຍ​ສັກສີ​ຂອງ​ຄົນ​ອື່ນ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ໄຮ້​ຄ່າ. ການ​ເວົ້າ​ແບບ​ສຽດ​ສີ​ທີ່​ເຮັດ​ໃຫ້​ເຈັບ​ຊໍ້າ​ໃຈ​ສົ່ງ​ຜົນ​ຮ້າຍແຮງ​ເປັນ​ພິເສດ​ຕໍ່​ຫົວໃຈ​ຂອງ​ເດັກ​ທີ່​ອ່ອນ​ໂຍນ​ແລະ​ທີ່​ມັກ​ໄວ້​ວາງໃຈ.—ໂກໂລດ 3:21.

14 ໂດຍ​ໃຊ້​ຄຳ​ທີ່​ຫນັກ​ແຫນ້ນ​ຫລາຍ​ຄຳພີ​ໄບເບິນ​ຕຳຫນິ​ການ​ດ່າ ເຊິ່ງ​ແມ່ນ​ການ​ປະ​ນາມ​ຄົນ​ອື່ນ​ດ້ວຍ​ຄຳ​ເວົ້າ​ທີ່​ດູຖູກ​ທີ່​ເຮັດ​ໃຫ້​ເສື່ອມ​ເສຍ ຫລື​ຄຳ​ເວົ້າ​ສຽດ​ສີ. ບຸກຄົນ​ທີ່​ໃຊ້​ຄຳ​ເວົ້າ​ດັ່ງ​ກ່າວ​ຈົນ​ເປັນ​ນິດໄສ​ພາ​ໃຫ້​ຕົນ​ເອງ​ຕົກ​ຢູ່​ໃນ​ອັນຕະລາຍ ເພາະ​ຄົນ​ປາກ​ຮ້າຍ​ອາດ​ຖືກ​ໄລ່​ອອກ​ຈາກ​ປະຊາຄົມ​ຖ້າ​ລາວ​ບໍ່​ໃສ່​ໃຈ​ຕໍ່​ຄວາມ​ພະຍາຍາມ​ເທື່ອ​ແລ້ວ​ເທື່ອ​ອີກ​ຂອງ​ຜູ້​ເຖົ້າ​ແກ່​ທີ່​ຈະ​ຊ່ວຍ​ລາວ​ໃຫ້​ປ່ຽນ​ແປງ. ຖ້າ​ລາວ​ບໍ່​ຍອມ​ປ່ຽນ​ພຶດຕິກຳ ລາວ​ກໍ​ອາດ​ພາດ​ພະ​ພອນ​ທີ່​ຈະ​ໄດ້​ຢູ່​ໃນ​ໂລກ​ໃຫມ່. (1 ໂກລິນໂທ 5:11-13; 6:9, 10) ດັ່ງ​ນັ້ນ ເຫັນ​ໄດ້​ແຈ້ງ​ວ່າ​ຖ້າ​ເຮົາ​ມີ​ນິດໄສ​ທີ່​ມັກ​ໃຊ້​ຄຳ​ເວົ້າ​ທີ່​ບໍ່​ເສີມ​ສ້າງ ຄຳ​ເວົ້າ​ທີ່​ບໍ່​ຈິງ ຫລື​ບໍ່​ກະລຸນາ ເຮົາ​ຄົງ​ບໍ່​ໄດ້​ຮັກສາ​ຕົວ​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ. ຄຳ​ເວົ້າ​ດັ່ງ​ກ່າວ​ກໍ່​ຜົນ​ໃນ​ທາງ​ທຳລາຍ.

ຄຳ​ເວົ້າ ‘ດີ​ທີ່​ໃຫ້​ຈຳເລີນ​ຂຶ້ນ’

15. ຄຳ​ເວົ້າ​ປະເພດ​ໃດ​ແດ່​ທີ່​ເປັນ​ຄຳ​ເວົ້າ ‘ດີ​ທີ່​ໃຫ້​ຈຳເລີນ​ຂຶ້ນ​’?

15 ເຮົາ​ຈະ​ໃຊ້​ຂອງ​ປະທານ​ໃນ​ການ​ເວົ້າ​ຕາມ​ທີ່​ຜູ້​ໃຫ້​ມຸ່ງ​ຫມາຍ​ໄວ້​ໄດ້​ແນວ​ໃດ? ຂໍ​ໃຫ້​ຈື່​ວ່າ​ພະ​ຄຳ​ຂອງ​ພະເຈົ້າ​ສົ່ງເສີມ​ເຮົາ​ໃຫ້​ເວົ້າ ‘ຄຳ​ດີ​ທີ່​ໃຫ້​ຈຳເລີນ​ຂຶ້ນ.’ (ເອເຟດ 4:29) ພະ​ເຢໂຫວາ​ພໍ​ໃຈ​ເມື່ອ​ເຮົາ​ໃຊ້​ຄຳ​ເວົ້າ​ທີ່​ໃຫ້​ຈຳເລີນ​ຂຶ້ນ ໃຫ້​ກຳລັງ​ໃຈ ແລະ​ຊູ​ແຮງ​ຄົນ​ອື່ນ. ເພື່ອ​ຈະ​ໃຊ້​ຄຳ​ເວົ້າ​ດັ່ງ​ກ່າວ​ຕ້ອງ​ຄິດ​ໃຫ້​ຮອບຄອບ. ຄຳພີ​ໄບເບິນ​ບໍ່​ໄດ້​ວາງ​ກົດ​ຕ່າງໆທີ່​ເຈາະ​ຈົງ ທັງ​ບໍ່​ມີ​ບັນຊີ​ຂອງ​ຄຳ​ເວົ້າ​ທີ່​ເປັນ​ແບບ​ແຜນ​ກ່ຽວ​ກັບ “ຄຳ​ເວົ້າ​ທີ່​ກໍ່​ປະໂຫຍດ.” (ຕິໂຕ 2:8, ລ.ມ.) ເພື່ອ​ຈະ​ເວົ້າ​ຄຳ ‘ດີ​ທີ່​ໃຫ້​ຈຳເລີນ​ຂຶ້ນ​’ ເຮົາ​ຄວນ​ຄຳນຶງ​ເຖິງ​ສາມ​ແງ່​ມຸມ​ທີ່​ງ່າຍ​ດາຍ​ແຕ່​ກໍ​ສຳຄັນ​ເຊິ່ງ​ເປັນ​ລັກສະນະ​ເດັ່ນ​ຂອງ​ຄຳ​ເວົ້າ​ທີ່​ໃຫ້​ຈຳເລີນ​ຂຶ້ນ ນັ້ນ​ຄື ກໍ່​ປະໂຫຍດ ເປັນ​ຄວາມ​ຈິງ ແລະ​ກະລຸນາ. ໂດຍ​ຄຳນຶງ​ເຖິງ​ແງ່​ມຸມ​ເຫລົ່າ​ນີ້ ຂໍ​ໃຫ້​ເຮົາ​ພິຈາລະນາ​ບາງ​ຕົວຢ່າງ​ທີ່​ເຈາະ​ຈົງ​ກ່ຽວ​ກັບ​ຄຳ​ເວົ້າ​ທີ່​ໃຫ້​ຈຳເລີນ​ຂຶ້ນ.—ເບິ່ງ​ຂອບ “ ຄຳ​ເວົ້າ​ຂອງ​ຂ້ອຍ​ເຮັດ​ໃຫ້​ຈຳເລີນ​ຂຶ້ນ​ບໍ?”.

16, 17. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຊົມ​ເຊີຍ​ຄົນ​ອື່ນ? (ຂ) ມີ​ໂອກາດ​ໃດ​ແດ່​ທີ່​ຈະ​ຊົມ​ເຊີຍ​ຄົນ​ອື່ນ​ໃນ​ປະຊາຄົມ? ໃນ​ຄອບຄົວ?

16 ຄຳ​ຊົມ​ເຊີຍ​ຈາກ​ໃຈ​ຈິງ. ທັງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ສຳນຶກ​ເຖິງ​ຄວາມ​ຈຳເປັນ​ທີ່​ຈະ​ເວົ້າ​ຄຳ​ຊົມ​ເຊີຍ​ແລະ​ເວົ້າ​ຄຳ​ທີ່​ສະແດງ​ຄວາມ​ພໍ​ໃຈ. (ມັດທາຍ 3:17; 25:19-23; ໂຢຮັນ 1:47) ເນື່ອງ​ຈາກ​ເປັນ​ຄລິດສະຕຽນ ເຮົາ​ຄວນ​ໃຫ້​ຄຳ​ຊົມ​ເຊີຍ​ຄົນ​ອື່ນ​ຢ່າງ​ຈິງ​ໃຈ​ເຊັ່ນ​ກັນ. ເພາະ​ເຫດ​ໃດ? ສຸພາສິດ 15:23 ກ່າວ​ວ່າ “ຖ້ອຍຄຳ​ທີ່​ອອກ​ຖືກ​ເວລາ​ສົມຄວນ​ກໍ​ປະເສີດ​ຫລາຍ​ແທ້.” ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ? ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ດີ​ແລະ​ມີ​ກຳລັງ​ໃຈ​ບໍ່​ແມ່ນ​ບໍ?’ ທີ່​ຈິງ ຄຳ​ເວົ້າ​ຊົມ​ເຊີຍ​ທີ່​ຈິງ​ໃຈ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ວ່າ​ມີ​ຄົນ​ສັງເກດ​ເບິ່ງ​ເຈົ້າ ສົນ​ໃຈ​ໃນ​ຕົວ​ເຈົ້າ ແລະ​ຮູ້ສຶກ​ວ່າ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ມີ​ຄ່າ​ແທ້ໆ. ຄຳ​ຮັບຮອງ​ດັ່ງ​ກ່າວ​ສ້າງ​ຄວາມ​ຫມັ້ນ​ໃຈ​ແລະ​ກະຕຸ້ນ​ເຈົ້າ​ໃຫ້​ພາກ​ພຽນ​ພະຍາຍາມ​ຫລາຍ​ຂຶ້ນ​ອີກ​ໃນ​ໂອກາດ​ຕໍ່ໆໄປ. ເນື່ອງ​ຈາກ​ເຈົ້າ​ຮູ້ສຶກ​ຂອບໃຈ​ເມື່ອ​ໄດ້​ຮັບ​ຄຳ​ຊົມ​ເຊີຍ ເຈົ້າ​ກໍ​ຄວນ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ໃຫ້​ຄຳ​ຊົມ​ເຊີຍ​ແກ່​ຄົນ​ອື່ນ​ບໍ່​ແມ່ນ​ບໍ?—ມັດທາຍ 7:12.

17 ຈົ່ງ​ຝຶກ​ຕົນ​ເອງ​ໃຫ້​ເບິ່ງ​ຫາ​ສິ່ງ​ທີ່​ດີ​ໃນ​ຕົວ​ຄົນ​ອື່ນ ແລ້ວ​ໃຫ້​ຄຳ​ຊົມ​ເຊີຍ. ໃນ​ປະຊາຄົມ ເຈົ້າ​ອາດ​ໄດ້​ຟັງ​ຄຳ​ບັນລະຍາຍ​ຢູ່​ການ​ປະຊຸມ​ເຊິ່ງ​ມີ​ການ​ກຽມ​ເລື່ອງ​ເປັນ​ຢ່າງ​ດີ ສັງເກດ​ເຫັນ​ເຍົາວະຊົນ​ກຳລັງ​ກ້າວ​ຫນ້າ​ທາງ​ຝ່າຍ​ວິນຍານ ຫລື​ຜູ້​ສູງ​ອາຍຸ​ທີ່​ສັດ​ຊື່​ເຊິ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ​ທັງໆທີ່​ມີ​ຂໍ້​ຈຳກັດ​ຕ່າງໆຍ້ອນ​ອາຍຸ. ຄຳ​ເວົ້າ​ຊົມ​ເຊີຍ​ທີ່​ຈິງ​ໃຈ​ອາດ​ເຮັດ​ໃຫ້​ຄົນ​ເຊັ່ນ​ນັ້ນ​ຊາບ​ຊຶ້ງ​ໃຈ​ແລະ​ເສີມ​ຄວາມ​ຕັ້ງ​ໃຈ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ. ໃນ​ຄອບຄົວ ຜົວ​ແລະ​ເມຍ​ກໍ​ຕ້ອງການ​ໄດ້​ຍິນ​ຄຳ​ຊົມ​ເຊີຍ​ທີ່​ຈິງ​ໃຈ​ແລະ​ການ​ສະແດງ​ຄວາມ​ຂອບໃຈ​ຈາກ​ກັນ​ແລະ​ກັນ. (ສຸພາສິດ 31:10, 28) ເດັກ​ນ້ອຍ​ມີ​ຊີວິດ​ຊີວາ​ຫລາຍ​ຂຶ້ນ​ເມື່ອ​ຮູ້ສຶກ​ວ່າ​ມີ​ຄົນ​ສົນ​ໃຈ​ແລະ​ເຫັນ​ຄຸນຄ່າ. ຄຳ​ຊົມ​ເຊີຍ​ແລະ​ການ​ໄດ້​ຮັບ​ຄວາມ​ພໍ​ໃຈ ໃຫ້​ຄວາມ​ສົດ​ຊື່ນ​ແລະ​ຄໍ້າຈູນ​ເດັກ​ນ້ອຍ​ເຊັ່ນ​ດຽວ​ກັບ​ແສງ​ແດດ​ແລະ​ນໍ້າ​ທີ່​ໃຫ້​ຄວາມ​ສົດ​ຊື່ນ​ແລະ​ຄໍ້າຈູນ​ຕົ້ນ​ໄມ້. ຜູ້​ເປັນ​ພໍ່​ແມ່ ຈົ່ງ​ເບິ່ງ​ຫາ​ໂອກາດ​ຕ່າງໆທີ່​ຈະ​ຊົມ​ເຊີຍ​ລູກ​ເນື່ອງ​ຈາກ​ຄຸນ​ລັກສະນະ​ແລະ​ຄວາມ​ພະຍາຍາມ​ທີ່​ຫນ້າ​ຊົມ​ເຊີຍ​ຂອງ​ເຂົາ​ເຈົ້າ. ຄຳ​ຊົມ​ເຊີຍ​ດັ່ງ​ກ່າວ​ອາດ​ສ້າງ​ໃຫ້​ລູກ​ຂອງ​ເຈົ້າ​ກ້າຫານ​ແລະ​ມີ​ຄວາມ​ຫມັ້ນ​ໃຈ​ຂຶ້ນ​ແລະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ພະຍາຍາມ​ຢ່າງ​ເຕັມທີ​ຫລາຍ​ຂຶ້ນ​ເພື່ອ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.

18, 19. ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ຊູ​ໃຈ​ແລະ​ປອບ​ໂຍນ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ ແລະ​ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ?

18 ຄຳ​ເວົ້າ​ທີ່​ຊູ​ໃຈ​ແລະ​ຄຳ​ປອບ​ໂຍນ. ພະ​ເຢໂຫວາ​ໃຝ່​ໃຈ​ຢ່າງ​ຍິ່ງ​ຕໍ່ “ຜູ້​ທີ່​ຫົດ​ຫູ່​ໃຈ” ແລະ “ຜູ້​ທີ່​ຊອກ​ຊໍ້າ​ໃຈ.” (ເອຊາອີ 57:15, ລ.ມ.) ພະ​ຄຳ​ຂອງ​ພະອົງ​ກະຕຸ້ນ​ເຮົາ​ໃຫ້ “ເລົ້າໂລມ​ກັນ​ແລະ​ກັນ” ແລະ “ເລົ້າໂລມ​ຜູ້​ທີ່​ເສຍໃຈ.” (1 ເທຊະໂລນີກ 5:11, 14) ເຮົາ​ສາມາດ​ຫມັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ສັງເກດ​ເຫັນ​ແລະ​ຮູ້​ຄ່າ​ໃນ​ຄວາມ​ພະຍາຍາມ​ທີ່​ເຮົາ​ຊູ​ໃຈ​ແລະ​ປອບ​ໂຍນ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ທີ່​ທຸກ​ໃຈ.

ພະ​ເຢໂຫວາ​ຍິນດີ​ເມື່ອ​ຄຳ​ເວົ້າ​ຂອງ​ເຮົາ​ເສີມ​ສ້າງ​ຄົນ​ອື່ນ

19 ແຕ່​ເຈົ້າ​ອາດ​ເວົ້າ​ອັນ​ໃດ​ເພື່ອ​ເສີມ​ສ້າງ​ເພື່ອນ​ຄລິດສະຕຽນ​ທີ່​ທໍ້​ແທ້​ຫລື​ທຸກ​ໃຈ? ຢ່າ​ຮູ້ສຶກ​ວ່າ​ເຈົ້າ​ຕ້ອງ​ແກ້​ບັນຫາ​ໃຫ້​ລາວ. ໃນ​ຫລາຍ​ກໍລະນີ ຄຳ​ເວົ້າ​ງ່າຍໆມັກ​ເປັນ​ປະໂຫຍດ​ຫລາຍ​ທີ່​ສຸດ. ຈົ່ງ​ເຮັດ​ໃຫ້​ຄົນ​ທີ່​ທໍ້​ແທ້​ຫມັ້ນ​ໃຈ​ໃນ​ຄວາມ​ສົນ​ໃຈ​ແລະ​ຄວາມ​ເປັນ​ຫ່ວງ​ຂອງ​ເຈົ້າ. ໂດຍ​ສະເຫນີ​ຕົວ​ທີ່​ຈະ​ອະທິດຖານ​ອອກ​ສຽງ​ກັບ​ຄົນ​ທີ່​ທໍ້​ໃຈ; ເຈົ້າ​ອາດ​ອ້ອນ​ວອນ​ພະ​ເຢໂຫວາ​ຊ່ວຍ​ຄົນ​ນັ້ນ​ໃຫ້​ຮູ້​ວ່າ​ພະອົງ​ແລະ​ຄົນ​ອື່ນ​ຮັກ​ລາວ​ຫລາຍ​ສໍ່າ​ໃດ. (ຢາໂກໂບ 5:14, 15) ຈົ່ງ​ເຮັດ​ໃຫ້​ລາວ​ຮູ້ສຶກ​ຫມັ້ນ​ໃຈ​ວ່າ ລາວ​ເປັນ​ທີ່​ຕ້ອງການ​ແລະ​ມີ​ຄຸນຄ່າ​ໃນ​ຖານະ​ເປັນ​ສະມາຊິກ​ຄົນ​ຫນຶ່ງ​ຂອງ​ປະຊາຄົມ. (1 ໂກລິນໂທ 12:12-26) ຈົ່ງ​ອ່ານ​ຂໍ້​ພະ​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ເພື່ອ​ເຮັດ​ໃຫ້​ລາວ​ຫມັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ໃຝ່​ໃຈ​ແທ້ໆໃນ​ຕົວ​ລາວ. (ຄຳເພງ 34:18; ມັດທາຍ 10:29-31) ການ​ໃຊ້​ເວລາ​ຫລາຍ​ພໍ​ເພື່ອ​ທີ່​ຈະ​ເວົ້າ “ຖ້ອຍຄຳ​ດີ” ກັບ​ຄົນ​ທີ່​ທໍ້​ໃຈ ແນ່ນອນ​ວ່າ​ຄຳ​ເວົ້າ​ຈາກ​ໃຈ​ຈິງ​ຈະ​ຊ່ວຍ​ລາວ​ໃຫ້​ຮູ້ສຶກ​ວ່າ​ຕົວ​ເອງ​ເປັນ​ທີ່​ຮັກ​ແລະ​ມີ​ຄ່າ.—ສຸພາສິດ 12:25.

20, 21. ມີ​ປັດໄຈ​ອັນ​ໃດ​ແດ່​ທີ່​ເຮັດ​ໃຫ້​ການ​ໃຫ້​ຄຳ​ແນະນຳ​ເກີດ​ຜົນ?

20 ຄຳ​ແນະນຳ​ທີ່​ເກີດ​ຜົນ. ໃນ​ຖານະ​ເປັນ​ມະນຸດ​ບໍ່​ສົມບູນ​ແບບ ເຮົາ​ທຸກ​ຄົນ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ​ເປັນ​ບາງ​ຄັ້ງ​ຄາວ. ຄຳພີ​ໄບເບິນ​ສະຫນັບສະຫນູນ​ເຮົາ​ໃຫ້ “ຟັງ​ຄຳ​ເຕືອນ​ສະຕິ​ແລະ​ຈົ່ງ​ຮັບ​ຄຳ​ສັ່ງ​ສອນ​ເພື່ອ​ເຈົ້າ​ຈະ​ມີ​ຄວາມ​ປັນຍາ​ເມື່ອ​ທີ່​ສຸດ​ເຈົ້າ [“ສຳລັບ​ອະນາຄົດ,” ລ.ມ.].” (ສຸພາສິດ 19:20) ການ​ໃຫ້​ຄຳ​ແນະນຳ​ຄົນ​ອື່ນ​ບໍ່​ໄດ້​ຈຳກັດ​ໄວ້​ສະເພາະ​ຜູ້​ເຖົ້າ​ແກ່​ເທົ່າ​ນັ້ນ. ພໍ່​ແມ່​ໃຫ້​ຄຳ​ແນະນຳ​ລູກ. (ເອເຟດ 6:4) ພີ່​ນ້ອງ​ຍິງ​ທີ່​ອາວຸໂສ​ອາດ​ຈຳເປັນ​ຕ້ອງ​ໃຫ້​ຄຳ​ແນະນຳ​ຜູ້​ຍິງ​ທີ່​ຫນຸ່ມ​ນ້ອຍ. (ຕິໂຕ 2:3-5) ຄວາມ​ຮັກ​ທີ່​ມີ​ຕໍ່​ຄົນ​ອື່ນ​ກະຕຸ້ນ​ເຮົາ​ໃຫ້​ປາຖະຫນາ​ທີ່​ຈະ​ໃຫ້​ຄຳ​ແນະນຳ​ຄົນ​ອື່ນ​ແບບ​ທີ່​ຜູ້​ຮັບ​ຈະ​ຍອມ​ຮັບ​ໄດ້​ໂດຍ​ບໍ່​ຮູ້ສຶກ​ອຶດ​ອັດ​ໃຈ. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃນ​ການ​ໃຫ້​ຄຳ​ແນະນຳ​ເຊັ່ນ​ນັ້ນ​ໄດ້? ຂໍ​ໃຫ້​ພິຈາລະນາ​ສາມ​ປັດໄຈ​ທີ່​ເຮັດ​ໃຫ້​ຄຳ​ແນະນຳ​ໄດ້​ຜົນ​ຫລາຍ​ກວ່າ ນັ້ນ​ຄື​ເຈຕະຄະຕິ​ແລະ​ແຮງ​ຈູງ​ໃຈ​ຂອງ​ຜູ້​ໃຫ້​ຄຳ​ແນະນຳ ພື້ນຖານ​ສຳລັບ​ຄຳ​ແນະນຳ ແລະ​ວິທີ​ໃຫ້​ຄຳ​ແນະນຳ.

21 ຄຳ​ແນະນຳ​ທີ່​ໄດ້​ຜົນ​ແມ່ນ​ເລີ່ມ​ກັບ​ຜູ້​ໃຫ້​ຄຳ​ແນະນຳ. ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຍອມ​ຮັບ​ຄຳ​ແນະນຳ​ໄດ້​ງ່າຍ​ພາຍ​ໃຕ້​ສະພາບການ​ແບບ​ໃດ?’ ເມື່ອ​ຮູ້​ວ່າ​ຜູ້​ທີ່​ໃຫ້​ຄຳ​ແນະນຳ​ຫ່ວງໃຍ​ເຈົ້າ ບໍ່​ໄດ້​ເວົ້າ​ຍ້ອນ​ຄວາມ​ຂັດ​ຂ້ອງ​ໃຈ​ທີ່​ມີ​ຕໍ່​ກັນ ແລະ​ບໍ່​ມີ​ເຈຕະນາ​ອື່ນ​ແອບ​ແຝງ​ຢູ່ ຄຳ​ແນະນຳ​ນັ້ນ​ກໍ​ເປັນ​ຕາ​ຍອມ​ຮັບ​ໄດ້​ງ່າຍ​ຂຶ້ນ. ດັ່ງ​ນັ້ນ​ເມື່ອ​ໃຫ້​ຄຳ​ແນະນຳ​ຄົນ​ອື່ນ ເຈຕະຄະຕິ​ແລະ​ທ່າທີ​ຂອງ​ເຈົ້າ​ກໍ​ຄວນ​ເປັນ​ແບບ​ດຽວ​ກັນ​ບໍ່​ແມ່ນ​ບໍ? ຄຳ​ແນະນຳ​ທີ່​ກໍ່​ຜົນ​ດີ​ຕ້ອງ​ອາໄສ​ພະ​ຄຳ​ຂອງ​ພະເຈົ້າ. (2 ຕີໂມເຕ 3:16) ບໍ່​ວ່າ​ຈະ​ຍົກ​ມາ​ຈາກ​ຄຳພີ​ໄບເບິນ​ໂດຍ​ກົງ​ຫລື​ບໍ່​ໄດ້​ຍົກ ເຮົາ​ຄວນ​ໃຫ້​ຄຳ​ແນະນຳ​ແບບ​ທີ່​ອາໄສ​ພະ​ຄຳພີ​ເປັນ​ຫລັກ. ດັ່ງ​ນັ້ນ ຜູ້​ເຖົ້າ​ແກ່​ລະວັງ​ທີ່​ຈະ​ບໍ່​ເອົາ​ຄວາມ​ຄິດ​ເຫັນ​ຂອງ​ຕົນ​ຍັດ​ໃຫ້​ແກ່​ຄົນ​ອື່ນ ທັງ​ບໍ່​ບິດ​ເບືອນ​ພະ​ຄຳພີ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ພະ​ຄຳພີ​ສະຫນັບສະຫນູນ​ຄວາມ​ຄິດ​ເຫັນ​ສ່ວນ​ຕົວ​ບາງ​ຢ່າງ. ຄຳ​ແນະນຳ​ຍັງ​ໄດ້​ຜົນ​ດີ​ກວ່າ​ຖ້າ​ມີ​ການ​ໃຫ້​ຄຳ​ແນະນຳ​ນັ້ນ​ດ້ວຍ​ວິທີ​ທີ່​ເຫມາະ​ສົມ. ການ​ໃຫ້​ຄຳ​ແນະນຳ​ດ້ວຍ​ຄວາມ​ກະລຸນາ​ເຊິ່ງ​ເປັນ​ຄື​ກັບ​ການ​ປຸງ​ດ້ວຍ​ເກືອ​ເຮັດ​ໃຫ້​ຜູ້​ທີ່​ໄດ້​ຮັບ​ຄຳ​ແນະນຳ​ຍອມ​ຮັບ​ໄດ້​ງ່າຍ​ກວ່າ ທັງ​ບໍ່​ເຮັດ​ໃຫ້​ຜູ້​ນັ້ນ​ເສຍ​ສັກສີ.—ໂກໂລດ 4:6.

22. ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ​ກ່ຽວ​ກັບ​ຂອງ​ປະທານ​ໃນ​ການ​ເວົ້າ?

22 ແນ່ນອນ ຄຳ​ເວົ້າ​ເປັນ​ຂອງ​ປະທານ​ອັນ​ລໍ້າ​ຄ່າ​ຈາກ​ພະເຈົ້າ. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ໃຊ້​ຂອງ​ປະທານ​ນີ້​ໃນ​ທາງ​ທີ່​ຖືກຕ້ອງ ບໍ່​ແມ່ນ​ໃນ​ທາງ​ທີ່​ຜິດ. ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ​ຄຳ​ເວົ້າ​ທີ່​ເຮົາ​ເວົ້າ​ກັບ​ຄົນ​ອື່ນ​ມີ​ອຳນາດ​ນັ້ນ​ຄື ອຳນາດ​ທີ່​ຈະ​ເສີມ​ສ້າງ​ຫລື​ມ້າງ​ເພ​ທຳລາຍ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ພະຍາຍາມ​ທີ່​ຈະ​ໃຊ້​ຂອງ​ປະທານ​ນີ້​ຕາມ​ທີ່​ຜູ້​ໃຫ້​ມຸ່ງ​ຫມາຍ​ໄວ້ ນັ້ນ​ຄື​ເພື່ອ “ໃຫ້​ຈຳເລີນ​ຂຶ້ນ.” ໂດຍ​ວິທີ​ນີ້ ຄຳ​ເວົ້າ​ຂອງ​ເຮົາ​ຈະ​ໃຫ້​ຄວາມ​ສົດ​ຊື່ນ​ແລະ​ໃຫ້​ກຳລັງ​ໃຈ​ແກ່​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ ແລະ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ.

^ ຂໍ້ 4 ຄຳ​ພາສາ​ເຫບເລີ​ທີ່​ແປ​ວ່າ “ຄົດ​ໂກງ” ໃນ​ສຸພາສິດ 15:4 ຍັງ​ມີ​ຄວາມຫມາຍ​ວ່າ “ຄົດ​ລ້ຽວ ບິດ​ເບືອນ.”

^ ຂໍ້ 10 ຕາມ​ທີ່​ໃຊ້​ໃນ​ພະ​ຄຳພີ “ການ​ຂີ້ດຽດ” ຫລື “ຄວາມ​ປະພຶດ​ທີ່​ບໍ່​ສະອາດ” (ລ.ມ.) ເປັນ​ຄຳ​ທີ່​ມີ​ຄວາມຫມາຍ​ກວ້າງ​ເຊິ່ງ​ອາດ​ກວມ​ເອົາ​ການ​ປະພຶດ​ຜິດ​ຫລາຍ​ແບບ. ເຖິງ​ແມ່ນ​ວ່າ​ບໍ່​ຈຳເປັນ​ຕ້ອງ​ຕັ້ງ​ຄະນະ​ກຳມະການ​ຕັດສິນ​ສຳລັບ​ການ​ປະພຶດ​ທີ່​ບໍ່​ສະອາດ​ທຸກ​ຢ່າງ ແຕ່​ກໍ​ອາດ​ຂັບ​ໄລ່​ຄົນ​ຫນຶ່ງ​ອອກ​ຈາກ​ປະຊາຄົມ​ໄດ້​ຖ້າ​ລາວ​ປະພຶດ​ບໍ່​ສະອາດ​ຢ່າງ​ຮ້າຍແຮງ ໂດຍ​ບໍ່​ຍອມ​ກັບ​ໃຈ.—2 ໂກລິນໂທ 12:21; ເອເຟດ 4:19; ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ ສະບັບ​ວັນ​ທີ 15 ເດືອນ​ກໍລະກົດ ປີ 2006 (ພາສາ​ໄທ).