ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 14

ຈົ່ງ​ເປັນ​ຄົນ​ສັດ​ຊື່​ໃນ​ທຸກ​ສິ່ງ

ຈົ່ງ​ເປັນ​ຄົນ​ສັດ​ຊື່​ໃນ​ທຸກ​ສິ່ງ

“ພວກ​ເຮົາ . . . ຢາກ​ໄດ້​ກະທຳ​ຕາມ​ຢ່າງ​ສົມຄວນ [“ສັດ​ຊື່,” ລ.ມ.] ໃນ​ການ​ທັງ​ປວງ.”—ເຫບເລີ 13:18.

1, 2. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍິນດີ​ເມື່ອ​ເຫັນ​ເຮົາ​ພະຍາຍາມ​ເປັນ​ຄົນ​ສັດ​ຊື່? ຂໍ​ໃຫ້​ຍົກ​ຕົວຢ່າງ.

ແມ່​ແລະ​ລູກ​ຊາຍ​ນ້ອຍ​ອອກ​ຈາກ​ຮ້ານ​ຄ້າ​ນຳ​ກັນ. ທັນໃດ​ນັ້ນ ລູກ​ຊາຍ​ກໍ​ຢືນ​ນິ້ງ​ຢູ່ ມີ​ສີ​ຫນ້າ​ຕົກໃຈ. ໃນ​ມື​ຂອງ​ລາວ​ຖື​ເຄື່ອງ​ຫລິ້ນ​ນ້ອຍໆທີ່​ຈັບ​ເອົາ​ຢູ່​ໃນ​ຮ້ານ. ລາວ​ລືມ​ເອົາ​ເຄື່ອງ​ຫລິ້ນ​ໄປ​ວາງ​ໄວ້​ບ່ອນ​ເກົ່າ ທັງ​ບໍ່​ໄດ້​ຖາມ​ວ່າ​ແມ່​ຈະ​ຊື້​ໃຫ້​ລາວ​ຫລື​ບໍ່. ລາວ​ຮ້ອງ​ບອກ​ແມ່​ດ້ວຍ​ຄວາມ​ກັງວົນ. ແມ່​ອອຍ​ເອົາ​ລູກ​ຊາຍ​ແລ້ວ​ພາ​ກັບ​ຄືນ​ເຂົ້າ​ໄປ​ໃນ​ຮ້ານ​ເພື່ອ​ລູກ​ສາມາດ​ສົ່ງ​ເຄື່ອງ​ຫລິ້ນ​ຄືນ​ແລະ​ກ່າວ​ຄຳ​ຂໍ​ໂທດ. ເມື່ອ​ລູກ​ເຮັດ​ເຊັ່ນ​ນັ້ນ ແມ່​ຮູ້ສຶກ​ພໍ​ໃຈ​ແລະ​ພູມ​ໃຈ​ຢ່າງ​ຍິ່ງ. ເພາະ​ເຫດ​ໃດ?

2 ພໍ່​ແມ່​ຍິນດີ​ສະເຫມີ​ເມື່ອ​ເຫັນ​ວ່າ​ລູກ​ຮຽນ​ຮູ້​ຄຸນຄ່າ​ຂອງ​ຄວາມ​ສັດ​ຊື່. ແລະ​ພໍ່​ຂອງ​ເຮົາ “ພະເຈົ້າ​ແຫ່ງ​ຄວາມ​ຈິງ” ທີ່​ຢູ່​ໃນ​ສະຫວັນ​ກໍ​ຮູ້ສຶກ​ແບບ​ດຽວ​ກັນ. (ຄຳເພງ 31:5) ຂະນະ​ທີ່​ພະອົງ​ເຝົ້າ​ເບິ່ງ​ເຮົາ​ເຕີບໂຕ​ທາງ​ຝ່າຍ​ວິນຍານ ພະອົງ​ຍິນດີ​ເມື່ອ​ເຫັນ​ເຮົາ​ພະຍາຍາມ​ເປັນ​ຄົນ​ສັດ​ຊື່. ເນື່ອງ​ຈາກ​ເຮົາ​ຢາກ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ແລະ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະອົງ ເຮົາ​ຈຶ່ງ​ສະທ້ອນ​ຄວາມ​ຮູ້ສຶກ​ທີ່​ອັກຄະສາວົກ​ໂປໂລ​ໄດ້​ສະແດງ​ອອກ​ມາ​ທີ່​ວ່າ “ພວກ​ເຮົາ . . . ຢາກ​ໄດ້​ກະທຳ​ຕາມ​ຢ່າງ​ສົມຄວນ [“ສັດ​ຊື່,” ລ.ມ.] ໃນ​ການ​ທັງ​ປວງ.” (ເຫບເລີ 13:18) ຂໍ​ໃຫ້​ມຸ່ງ​ຄວາມ​ສົນ​ໃຈ​ໄປ​ໃສ່​ສີ່​ຂອບ​ເຂດ​ທີ່​ສຳຄັນ​ໃນ​ຊີວິດ​ເຊິ່ງ​ບາງ​ຄັ້ງ​ເຮົາ​ອາດ​ພົບ​ວ່າ​ການ​ເປັນ​ຄົນ​ສັດ​ຊື່​ເປັນ​ເລື່ອງ​ຍາກ​ເປັນ​ພິເສດ. ຕໍ່​ຈາກ​ນັ້ນ ເຮົາ​ຈະ​ພິຈາລະນາ​ເບິ່ງ​ຜົນ​ປະໂຫຍດ​ທີ່​ໄດ້​ຈາກ​ການ​ເປັນ​ຄົນ​ສັດ​ຊື່.

ການ​ເປັນ​ຄົນ​ສັດ​ຊື່​ຕໍ່​ຕົວ​ເອງ

3-5. (ກ) ພະ​ຄຳ​ຂອງ​ພະເຈົ້າ​ເຕືອນ​ເຮົາ​ແນວ​ໃດ​ກ່ຽວ​ກັບ​ອັນຕະລາຍ​ຂອງ​ການ​ຫລອກ​ລວງ​ຕົວ​ເອງ? (ຂ) ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ສັດ​ຊື່​ຕໍ່​ຕົວ​ເອງ?

3 ຂໍ້​ທ້າທາຍ​ທຳອິດ​ທີ່​ເຮົາ​ປະເຊີນ​ກໍ​ຄື​ການ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ສັດ​ຊື່​ຕໍ່​ຕົວ​ເອງ. ເປັນ​ເລື່ອງ​ງ່າຍ​ຫລາຍ​ທີ່​ເຮົາ​ເຊິ່ງ​ເປັນ​ມະນຸດ​ບໍ່​ສົມບູນ​ແບບ​ຈະ​ຫລອກ​ລວງ​ຕົວ​ເອງ. ຕົວຢ່າງ ພະ​ເຍຊູ​ໄດ້​ບອກ​ຄລິດສະຕຽນ​ໃນ​ເມືອງ​ລະໂອດີເຊ​ວ່າ​ເຂົາ​ເຈົ້າ​ໄດ້​ຫລອກ​ລວງ​ຕົວ​ເອງ​ໂດຍ​ຄິດ​ວ່າ​ຕົນ​ຮັ່ງມີ ທັງໆທີ່​ຕາມ​ຕົວ​ຈິງ​ແລ້ວ​ເຂົາ​ເຈົ້າ​ເປັນ ‘ຄົນ​ຈົນ ແລະ​ຕາ​ບອດ ແລະ​ເປືອຍ​ກາຍ​’ ທາງ​ຝ່າຍ​ວິນຍານ ເປັນ​ສະພາບ​ທີ່​ຫນ້າ​ສັງເວດ​ແທ້ໆ. (ຄຳປາກົດ 3:17) ການ​ຫລອກ​ລວງ​ຕົວ​ເອງ​ມີ​ແຕ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕົກ​ຢູ່​ໃນ​ອັນຕະລາຍ​ຫລາຍ​ຂຶ້ນ.

4 ເຈົ້າ​ອາດ​ຈື່​ໄດ້​ທີ່​ສາວົກ​ຢາໂກໂບ​ເຕືອນ​ວ່າ “ຖ້າ​ຜູ້​ຫນຶ່ງ​ຜູ້​ໃດ​ຖື​ວ່າ​ຕົວ​ເປັນ​ຄົນ​ຂັບ​ຕາມ​ສາສະໜາ [“ນະມັດສະການ​ພະເຈົ້າ​ຢ່າງ​ຖືກ​ວິທີ,” ລ.ມ.] ແລະ​ບໍ່​ໄດ້​ລະວັງ​ຫ້າມ​ລີ້ນ​ແຫ່ງ​ຕົນ​ໄວ້ ແຕ່​ວ່າ​ໄດ້​ລໍ້​ລວງ​ໃຈ​ແຫ່ງ​ຕົນ ສາສະໜາ [“ການ​ນະມັດສະການ,” ລ.ມ.] ຂອງ​ຄົນ​ນັ້ນ​ເປັນ​ການ​ເປົ່າໆ.” (ຢາໂກໂບ 1:26) ຖ້າ​ເຮົາ​ຄິດ​ວ່າ​ເຮົາ​ສາມາດ​ໃຊ້​ລີ້ນ​ແບບ​ບໍ່​ເຫມາະ​ສົມ​ໄດ້​ແລະ​ຍັງ​ນະມັດສະການ​ພະ​ເຢໂຫວາ​ແບບ​ທີ່​ພະອົງ​ພໍ​ໃຈ ເຮົາ​ກໍ​ຫລອກ​ລວງ​ຕົວ​ເອງ. ການ​ທີ່​ເຮົາ​ນະມັດສະການ​ພະ​ເຢໂຫວາ​ຄົງ​ໄຮ້​ປະໂຫຍດ​ແລະ​ໃຊ້​ບໍ່​ໄດ້​ຢ່າງ​ສິ້ນ​ເຊີງ. ອັນ​ໃດ​ຈະ​ປ້ອງກັນ​ເຮົາ​ໄວ້​ຈາກ​ແນວ​ທາງ​ທີ່​ກໍ່​ຄວາມ​ເສຍຫາຍ​ເຊັ່ນ​ນັ້ນ?

5 ໃນ​ຂໍ້​ພະ​ຄຳພີ​ນັ້ນ ຢາໂກໂບ​ສົມ​ທຽບ​ຄວາມ​ຈິງ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ວ່າ​ເປັນ​ຄື​ກະຈົກ. ລາວ​ແນະນຳ​ເຮົາ​ໃຫ້​ວິເຄາະ​ກົດຫມາຍ​ອັນ​ສົມບູນ​ແບບ​ຂອງ​ພະເຈົ້າ ແລ້ວ​ປັບ​ປ່ຽນ​ໃຫ້​ສອດຄ່ອງ​ກັບ​ກົດຫມາຍ​ນັ້ນ. (ຢາໂກໂບ 1:23-25) ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ສັດ​ຊື່​ຕໍ່​ຕົວ​ເອງ​ແລະ​ມອງ​ເຫັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ປັບ​ປຸງ​ຕົວ. (ບົດຄວາມເພງຮໍ່າໄຮ 3:40; ອາກເກ 1:5) ນອກ​ຈາກ​ນັ້ນ ເຮົາ​ອາດ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ກວດ​ກາ​ເບິ່ງ​ຕົວ​ເຮົາ ຊ່ວຍ​ເຮົາ​ໃຫ້​ເບິ່ງ​ເຫັນ​ແລະ​ແກ້ໄຂ​ຂໍ້​ບົກ​ພ່ອງ​ຮ້າຍແຮງ​ອັນ​ໃດ​ກໍ​ຕາມ​ໃນ​ຕົວ​ເຮົາ. (ຄຳເພງ 139:23, 24) ຄວາມ​ບໍ່​ສັດ​ຊື່​ເປັນ​ຄວາມ​ອ່ອນແອ​ທີ່​ແອບ​ແຝງ​ຢູ່ ແລະ​ເຮົາ​ຕ້ອງ​ມີ​ມຸມ​ມອງ​ໃນ​ເລື່ອງ​ນີ້​ຄື​ກັບ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ. ສຸພາສິດ 3:32 ກ່າວ​ວ່າ “ພະ​ເຢໂຫວາ​ຫນ່າຍແຫນງ​ຄົນ​ຄົດ​ໂກງ​ແລະ​ຄວາມ​ລະຫັດ [“ຄວາມ​ສະຫນິດ​ສະຫນົມ,” ລ.ມ.] ແຫ່ງ​ພະອົງ​ຢູ່​ນຳ​ພວກ​ຄົນ​ສັດ​ຊື່.” ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ຄື​ກັບ​ທີ່​ພະອົງ​ຮູ້ສຶກ ແລະ​ເບິ່ງ​ເຫັນ​ຕົວ​ເອງ​ຄື​ກັບ​ທີ່​ພະອົງ​ເຫັນ. ຂໍ​ໃຫ້​ຈື່​ທີ່​ໂປໂລ​ກ່າວ​ວ່າ “ພວກ​ເຮົາ . . . ຢາກ ໄດ້​ກະທຳ​ຕາມ​ຢ່າງ​ສົມຄວນ [“ສັດ​ຊື່,” ລ.ມ.].” ເຮົາ​ບໍ່​ສາມາດ​ເປັນ​ຄົນ​ສົມບູນ​ແບບ​ໄດ້​ໃນ​ຕອນ​ນີ້ ແຕ່​ເຮົາ​ປາຖະຫນາ​ຢ່າງ​ຈິງ​ໃຈ​ແລະ​ພະຍາຍາມ​ຢ່າງ​ຈິງ​ຈັງ​ທີ່​ຈະ​ເປັນ​ຄົນ​ສັດ​ຊື່.

ຄວາມ​ສັດ​ຊື່​ໃນ​ຄອບຄົວ

ການ​ເປັນ​ຄົນ​ສັດ​ຊື່​ຊ່ອຍ​ເຮົາ​ໃຫ້​ຫລີກ​ລ່ຽງ​ຄວາມ​ປະພຶດ​ທີ່​ບໍ່​ຢາກ​ໃຫ້​ຜູ້​ອື່ນ​ຮູ້

6. ເປັນ​ຫຍັງ​ຄູ່​ສົມລົດ​ຕ້ອງ​ສັດ​ຊື່​ຕໍ່​ກັນ ແລະ​ດັ່ງ​ນີ້​ເຂົາ​ເຈົ້າ​ຈຶ່ງ​ຫລີກ​ລ່ຽງ​ອັນຕະລາຍ​ອັນ​ໃດ?

6 ຄວາມ​ສັດ​ຊື່​ຄວນ​ເປັນ​ລັກສະນະ​ເດັ່ນ​ຂອງ​ຄອບຄົວ​ຄລິດສະຕຽນ. ດັ່ງ​ນັ້ນ ຜົວ​ແລະ​ເມຍ​ຕ້ອງ​ເປີດ​ເຜີຍ​ແລະ​ສັດ​ຊື່​ຕໍ່​ກັນ. ຊີວິດ​ສົມລົດ​ຂອງ​ຄລິດສະຕຽນ​ບໍ່​ຄວນ​ມີ​ຄວາມ​ປະພຶດ​ທີ່​ກໍ່​ຄວາມ​ເສຍຫາຍ​ແລະ​ບໍ່​ສະອາດ ເຊັ່ນ ການ​ສະແດງ​ຄວາມ​ສົນ​ໃຈ​ແບບ​ຮັກ​ໄຄ່​ກັບ​ຜູ້​ທີ່​ບໍ່​ແມ່ນ​ຄູ່​ຄອງ​ຂອງ​ຕົນ ການ​ພັດທະນາ​ສາຍ​ສຳພັນ​ແບບ​ລັບໆທາງ​ອິນເຕີເນັດ​ຫລື​ທາງ​ໂທ​ລະ​ສັບ ຫລື​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ສື່​ລາມົກ​ບໍ່​ວ່າ​ຮູບ​ແບບ​ໃດ​ກໍ​ຕາມ. ຄລິດສະຕຽນ​ທີ່​ສົມລົດ​ແລ້ວ​ບາງ​ຄົນ​ໄດ້​ປະພຶດ​ຜິດ​ແບບ​ດັ່ງ​ກ່າວ​ໂດຍ​ບໍ່​ໃຫ້​ຄູ່​ຄອງ​ຂອງ​ຕົນ​ຮູ້. ການ​ກະທຳ​ແບບ​ນັ້ນ​ເປັນ​ຄວາມ​ບໍ່​ສັດ​ຊື່. ຂໍ​ໃຫ້​ສັງເກດ​ຖ້ອຍຄຳ​ຂອງ​ກະສັດ​ດາວິດ​ຜູ້​ສັດ​ຊື່​ທີ່​ວ່າ “ຂ້າ​ນ້ອຍ​ບໍ່​ໄດ້​ນັ່ງ​ລົງ​ກັບ​ພວກ​ຄົນ​ເປົ່າໆ ແລະ​ບໍ່​ໄດ້​ໄປ​ດ້ວຍ​ກັນ​ກັບ​ຄົນ​ທັງ​ຫລາຍ​ທີ່​ມີ​ຫນ້າ​ຊື່​ໃຈ​ຄົດ.” (ຄຳເພງ 26:4) ຖ້າ​ເຈົ້າ​ແຕ່ງ​ດອງ​ແລ້ວ ຂໍ​ຢ່າ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ການ​ປະພຶດ​ທີ່​ເຈົ້າ​ບໍ່​ຢາກ​ໃຫ້​ຄູ່​ສົມລົດ​ຮູ້!

7, 8. ຕົວຢ່າງ​ອັນ​ໃດ​ແດ່​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເດັກ​ນ້ອຍ​ໃຫ້​ຮຽນ​ຮູ້​ຄຸນຄ່າ​ຂອງ​ການ​ເປັນ​ຄົນ​ສັດ​ຊື່?

7 ເມື່ອ​ສອນ​ລູກໆເຖິງ​ປະໂຫຍດ​ຂອງ​ການ​ເປັນ​ຄົນ​ສັດ​ຊື່ ນັບ​ວ່າ​ສຸຂຸມ​ທີ່​ພໍ່​ແມ່​ຈະ​ໃຊ້​ຕົວຢ່າງ​ຈາກ​ຄຳພີ​ໄບເບິນ. ມີ​ບາງ​ຕົວຢ່າງ​ທີ່​ບໍ່​ດີ​ກ່ຽວ​ກັບ​ຄວາມ​ບໍ່​ສັດ​ຊື່ ເຊັ່ນ ເລື່ອງ​ຂອງ​ທ້າວ​ອາການ​ທີ່​ເປັນ​ຄົນ​ຂະໂມຍ​ແລະ​ພະຍາຍາມ​ປົກ​ປິດ​ຄວາມ​ຜິດ; ບ່າວ​ເຄຫາຊີ​ຜູ້​ທີ່​ຕົວະ​ເພື່ອ​ເຫັນ​ແກ່​ຊັບ​ສິນ​ເງິນ​ຄຳ; ແລະ​ຢູດາ​ທີ່​ເປັນ​ຄົນ​ຂະໂມຍ​ແລະ​ຕົວະ​ເພື່ອ​ກໍ່​ຄວາມ​ເສຍຫາຍ​ແກ່​ພະ​ເຍຊູ.—ໂຢຊວຍ 6:17-19; 7:11-25; 2 ກະສັດ 5:14-16, 20-27; ມັດທາຍ 26:14, 15; ໂຢຮັນ 12:6.

8 ມີ​ຕົວຢ່າງ​ທີ່​ດີ​ກ່ຽວ​ກັບ​ຄວາມ​ສັດ​ຊື່​ເຊັ່ນ ເລື່ອງ​ຂອງ​ຢາໂຄບ​ທີ່​ຂຸ້ນຂ້ຽວ​ພວກ​ລູກ​ຊາຍ​ໃຫ້​ເອົາ​ເງິນ​ໃນ​ຖົງ​ໄປ​ສົ່ງ​ຄືນ​ເພາະ​ຮູ້ສຶກ​ວ່າ​ອາດ​ມີ​ບາງ​ຄົນ​ຫລົງ​ເອົາ​ໃສ່; ເລື່ອງ​ຂອງ​ເຢບເທ​ແລະ​ລູກ​ສາວ ທີ່​ໄດ້​ຍອມ​ເຮັດ​ຕາມ​ຄຳ​ປະຕິຍານ​ຂອງ​ພໍ່​ໂດຍ​ຕ້ອງ​ເສຍ​ສະລະ​ຢ່າງ​ໃຫຍ່​ຫລວງ; ແລະ​ເລື່ອງ​ທີ່​ພະ​ເຍຊູ​ກ້າ​ສະແດງ​ຕົວ​ຕໍ່​ຫນ້າ​ຝູງ​ຄົນ​ທີ່​ມຸ່ງ​ຮ້າຍ​ເພື່ອ​ຈະ​ເຮັດ​ໃຫ້​ຄຳ​ພະຍາກອນ​ສຳເລັດ​ແລະ​ປົກ​ປ້ອງ​ສະຫາຍ​ຂອງ​ພະອົງ​ໄວ້. (ຕົ້ນເດີມ 43:12; ຜູ້ຕັດສິນ 11:30-40; ໂຢຮັນ 18:3-11) ພຽງ​ແຕ່​ຕົວຢ່າງ​ເຫລົ່າ​ນີ້​ອາດ​ໃຫ້​ແນວ​ຄິດ​ແກ່​ພໍ່​ແມ່​ວ່າ​ມີ​ເລື່ອງ​ທີ່​ມີ​ຄ່າ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ເຊິ່ງ​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ສອນ​ລູກ​ໃຫ້​ຮັກ​ແລະ​ເຫັນ​ຄຸນຄ່າ​ຂອງ​ຄວາມ​ສັດ​ຊື່.

9. ພໍ່​ແມ່​ຄວນ​ຫລີກ​ລ່ຽງ​ສິ່ງ​ໃດ​ຖ້າ​ເຂົາ​ເຈົ້າ​ຢາກ​ວາງ​ຕົວຢ່າງ​ໃຫ້​ລູກ​ໃນ​ເລື່ອງ​ຄວາມ​ສັດ​ຊື່ ແລະ​ເປັນ​ຫຍັງ​ຕົວຢ່າງ​ແບບ​ນັ້ນ​ຈຶ່ງ​ສຳຄັນ?

9 ການ​ສອນ​ດັ່ງ​ກ່າວ​ເຮັດ​ໃຫ້​ພໍ່​ແມ່​ມີ​ພັນທະ​ຫນ້າທີ່​ທີ່​ສຳຄັນ. ອັກຄະສາວົກ​ໂປໂລ​ໄດ້​ຖາມ​ວ່າ “ເຫດ​ສັນນີ້​ທ່ານ​ທີ່​ສັ່ງ​ສອນ​ຄົນ​ອື່ນ​ກໍ​ບໍ່​ສັ່ງ​ສອນ​ຕົວ​ເອງ​ຫລື ທ່ານ​ທີ່​ປ່າວ​ປະກາດ​ວ່າ ‘ຢ່າ​ລັກ​ຂອງ​’ ທ່ານ​ເອງ​ລັກ​ຫລື?” (ໂລມ 2:21) ຜູ້​ເປັນ​ພໍ່​ແມ່​ບາງ​ຄົນ​ເຮັດ​ໃຫ້​ລູກ​ສັບສົນ​ໂດຍ​ສອນ​ເລື່ອງ​ຄວາມ​ສັດ​ຊື່​ໃນ​ຂະນະ​ທີ່​ຕົວ​ເຂົາ​ເຈົ້າ​ເອງ​ປະພຶດ​ບໍ່​ສັດ​ຊື່. ເຂົາ​ເຈົ້າ​ອາດ​ອ້າງ​ເຫດຜົນ​ສຳລັບ​ການ​ລັກ​ເລັກໆນ້ອຍໆແລະ​ການ​ໃຊ້​ຄຳ​ເວົ້າ​ທີ່​ບໍ່​ຈິງ​ດ້ວຍ​ຂໍ້​ແກ້​ຕົວ​ຕ່າງໆເຊັ່ນ “ບໍລິສັດ​ຮູ້​ຢູ່​ວ່າ​ພະນັກງານ​ຈະ​ເອົາ​ຂອງ​ເຫລົ່າ​ນີ້​ໄປ​ໃຊ້​ສ່ວນ​ຕົວ” ຫລື “ພຽງ​ແຕ່​ຕົວະ​ເລັກໆນ້ອຍໆ ບໍ່​ມີ​ຫຍັງ​ຜິດ​ດອກ.” ໃນ​ຄວາມ​ຈິງ​ແລ້ວ ການ​ລັກ​ກໍ​ຄື​ການ​ລັກ ບໍ່​ວ່າ​ເຄື່ອງ​ທີ່​ລັກ​ນັ້ນ​ຈະ​ມີ​ຄ່າ​ຫລື​ບໍ່​ກໍ​ຕາມ ແລະ​ການ​ຕົວະ​ກໍ​ຄື​ການ​ຕົວະ ບໍ່​ວ່າ​ເນື້ອ​ໃນ​ຫລື​ຂອບ​ເຂດ​ຂອງ​ຄວາມ​ບໍ່​ຈິງ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. * (ລືກາ 16:10) ເດັກ​ນ້ອຍ​ວ່ອງໄວ​ໃນ​ການ​ສັງເກດ​ເຫັນ​ຄວາມ​ຫນ້າ​ຊື່​ໃຈ​ຄົດ ແລະ​ອາດ​ໄດ້​ຮັບ​ຜົນ​ເສຍຫາຍ​ຮ້າຍແຮງ​ຈາກ​ການ​ກະທຳ​ດັ່ງ​ກ່າວ. (ເອເຟດ 6:4) ແນວ​ໃດ​ກໍ​ຕາມ ເມື່ອ​ຮຽນ​ຮູ້​ຄວາມ​ສັດ​ຊື່​ຈາກ​ຕົວຢ່າງ​ຂອງ​ຜູ້​ເປັນ​ພໍ່​ແມ່ ກໍ​ເປັນ​ໄປ​ໄດ້​ຫລາຍ​ທີ່​ເດັກ​ຈະ​ເຕີບໂຕ​ຂຶ້ນ​ເພື່ອ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ແມ່ນ​ແຕ່​ໃນ​ໂລກ​ທີ່​ບໍ່​ສັດ​ຊື່​ນີ້.—ສຸພາສິດ 22:6.

ຄວາມ​ສັດ​ຊື່​ໃນ​ປະຊາຄົມ

10. ໃນ​ການ​ສົນທະນາ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ ເຮົາ​ຕ້ອງ​ລະວັງ​ອັນ​ໃດ​ສະເຫມີ?

10 ການ​ຄົບຫາ​ກັບ​ເພື່ອນ​ຄລິດສະຕຽນ​ເຮັດ​ໃຫ້​ເຮົາ​ມີ​ຫລາຍ​ໂອກາດ​ທີ່​ຈະ​ພັດທະນາ​ຄວາມ​ສັດ​ຊື່. ດັ່ງ​ທີ່​ຮຽນ​ໃນ​ບົດ​ທີ 12 ເຮົາ​ຕ້ອງ​ລະວັງ​ວິທີ​ທີ່​ເຮົາ​ໃຊ້​ຂອງ​ປະທານ​ເຊິ່ງ​ກໍ​ຄື​ການ​ເວົ້າ ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ທ່າມກາງ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ. ການ​ສົນທະນາ​ທຳມະດາ​ອາດ​ປ່ຽນ​ເປັນ​ການ​ຊຸບຊິບ​ນິນທາ​ໄດ້​ຢ່າງ​ງ່າຍ​ດາຍ ອາດ​ເຖິງ​ກັບ​ເປັນ​ການ​ໃສ່​ຮ້າຍ​ຊໍ້າ! ຖ້າ​ເຮົາ​ເອົາ​ເລື່ອງ​ທີ່​ບໍ່​ສາມາດ​ຢືນຢັນ​ໄດ້​ວ່າ​ເປັນ​ຄວາມ​ຈິງ​ໄປ​ເລົ່າ​ຕໍ່ ເຮົາ​ກໍ​ອາດ​ຊ່ວຍ​ແພ່​ຄຳ​ຕົວະ ດັ່ງ​ນັ້ນ​ຄົງ​ຈະ​ດີ​ກວ່າ​ຫລາຍ​ຖ້າ​ເຮົາ​ຢັບຍັ້ງ​ສົບ​ປາກ​ຂອງ​ເຮົາ​ໄວ້. (ສຸພາສິດ 10:19) ກົງ​ກັນ​ຂ້າມ ເຮົາ​ອາດ​ຮູ້​ບາງ​ເລື່ອງ​ວ່າ​ເປັນ​ຄວາມ​ຈິງ ແຕ່​ນັ້ນ​ບໍ່​ໄດ້​ຫມາຍ​ຄວາມ​ວ່າ​ເຮົາ​ຄວນ​ເວົ້າ​ເລື່ອງ​ນັ້ນ. ຕົວຢ່າງ​ເຊັ່ນ ເລື່ອງ​ນັ້ນ​ອາດ​ບໍ່​ແມ່ນ​ວຽກ​ຂອງ​ເຮົາ ຫລື​ການ​ເວົ້າ​ເລື່ອງ​ນັ້ນ​ອາດ​ເປັນ​ການ​ບໍ່​ສະແດງ​ຄວາມ​ກະລຸນາ. (1 ເທຊະໂລນີກ 4:11) ບາງ​ຄົນ​ໃຊ້​ຄຳ​ເວົ້າ​ທີ່​ຫຍາບ​ຄາຍ​ໂດຍ​ອ້າງ​ວ່າ​ເວົ້າ​ແບບ​ກົງ​ໄປ​ກົງ​ມາ ແຕ່​ຄຳ​ເວົ້າ​ຂອງ​ເຮົາ​ຄວນ​ເປັນ​ຕາ​ຟັງ​ແລະ​ສະແດງ​ຄວາມ​ກະລຸນາ​ສະເຫມີ.—ໂກໂລດ 4:6.

11, 12. (ກ) ບາງ​ຄົນ​ທີ່​ເຮັດ​ຜິດ​ຮ້າຍແຮງ​ໄດ້​ເຮັດ​ໃຫ້​ບັນຫາ​ຫນັກ​ຂຶ້ນ​ໂດຍ​ວິທີ​ໃດ? (ຂ) ຄຳ​ຕົວະ​ອັນ​ໃດ​ທີ່​ຊາຕານ​ສົ່ງເສີມ​ກ່ຽວ​ກັບ​ບາບ​ທີ່​ຮ້າຍແຮງ ແລະ​ເຮົາ​ອາດ​ຕ້ານ​ທານ​ຄຳ​ຕົວະ​ເຫລົ່າ​ນັ້ນ​ໂດຍ​ວິທີ​ໃດ? (ຄ) ໂດຍ​ວິທີ​ໃດ​ແດ່​ທີ່​ເຮົາ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ສັດ​ຊື່​ຕໍ່​ອົງການ​ຂອງ​ພະ​ເຢໂຫວາ?

11 ການ​ເປັນ​ຄົນ​ສັດ​ຊື່​ຕໍ່​ຜູ້​ທີ່​ນຳ​ຫນ້າ​ໃນ​ປະຊາຄົມ​ກໍ​ນັບ​ວ່າ​ສຳຄັນ​ເປັນ​ພິເສດ. ບາງ​ຄົນ​ທີ່​ໄດ້​ເຮັດ​ຜິດ​ຮ້າຍແຮງ​ໄດ້​ເຮັດ​ໃຫ້​ບັນຫາ​ຫນັກ​ຂຶ້ນ​ໄປ​ອີກ​ໂດຍ​ພະຍາຍາມ​ປົກ​ປິດ​ບາບ​ຂອງ​ຕົນ​ແລະ​ຕົວະ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ຄວາມ​ຜິດ​ນັ້ນ. ຄົນ​ແບບ​ນັ້ນ​ເຖິງ​ຂັ້ນ​ເລີ່ມ​ດຳເນີນ​ຊີວິດ​ແບບ​ຕີ​ສອງ​ຫນ້າ ໂດຍ​ທຳ​ທ່າ​ວ່າ​ຮັບໃຊ້​ພະ​ເຢໂຫວາ​ໃນ​ຂະນະ​ທີ່​ຕິດ​ຕາມ​ແນວ​ທາງ​ຂອງ​ບາບ​ທີ່​ຮ້າຍແຮງ​ຕໍ່​ໄປ. ທີ່​ຈິງ​ແລ້ວ ແນວ​ທາງ​ການ​ດຳເນີນ​ຊີວິດ​ແບບ​ນັ້ນ​ເຮັດ​ໃຫ້​ທຸກ​ສິ່ງ​ທີ່​ຄົນ​ນັ້ນ​ເຮັດ​ລ້ວນ​ແຕ່​ເປັນ​ການ​ຕົວະ​ທັງ​ສິ້ນ. (ຄຳເພງ 12:2) ບາງ​ຄົນ​ບອກ​ຄວາມ​ຈິງ​ບາງ​ສ່ວນ​ຕໍ່​ຜູ້​ເຖົ້າ​ແກ່​ໃນ​ຂະນະ​ທີ່​ປົກ​ປິດ​ຄວາມ​ຈິງ​ທີ່​ສຳຄັນ​ໄວ້. (ກິດຈະການ 5:1-11) ຫລາຍ​ຄັ້ງ ຄວາມ​ບໍ່​ສັດ​ຊື່​ແບບ​ນັ້ນ​ເກີດ​ຈາກ​ການ​ເຊື່ອ​ຄຳ​ຕົວະ​ທີ່​ຊາຕານ​ສົ່ງເສີມ.—ເບິ່ງ​ຂອບ “ ຄຳ​ຕົວະ​ຂອງ​ຊາຕານ​ກ່ຽວ​ກັບ​ບາບ​ທີ່​ຮ້າຍແຮງ

12 ເປັນ​ເລື່ອງ​ສຳຄັນ​ເຊັ່ນ​ກັນ​ທີ່​ຈະ​ເປັນ​ຄົນ​ສັດ​ຊື່​ຕໍ່​ອົງການ​ຂອງ​ພະ​ເຢໂຫວາ​ເມື່ອ​ເຮົາ​ຂຽນ​ແບບ​ຟອມ​ຕ່າງໆ. ຕົວຢ່າງ​ເຊັ່ນ ເມື່ອ​ເຮົາ​ລາຍງານ​ການ​ຮັບໃຊ້​ຂອງ​ເຮົາ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ລາຍງານ​ຜິດ​ໄປ​ຈາກ​ຄວາມ​ເປັນ​ຈິງ. ຄ້າຍ​ກັນ ເມື່ອ​ເຮົາ​ຂຽນ​ໃບ​ສະຫມັກ​ເພື່ອ​ໄດ້​ຮັບ​ສິດທິ​ພິເສດ​ໃນ​ວຽກ​ຮັບໃຊ້​ບາງ​ຢ່າງ ເຮົາ​ບໍ່​ຄວນ​ບິດ​ເບືອນ​ເລື່ອງ​ສຸຂະພາບ​ຫລື​ແງ່​ມຸມ​ອື່ນໆກ່ຽວ​ກັບ​ປະຫວັດ​ຂອງ​ເຮົາ.—ສຸພາສິດ 6:16-19.

13. ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໄວ້​ໂດຍ​ວິທີ​ໃດ​ຖ້າ​ເຮົາ​ມີ​ການ​ກ່ຽວ​ຂ້ອງ​ກັນ​ທາງ​ທຸລະກິດ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ?

13 ຄວາມ​ສັດ​ຊື່​ຕໍ່​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຍັງ​ລວມ​ເຖິງ​ເລື່ອງ​ກ່ຽວ​ກັບ​ທຸລະກິດ​ນຳ. ບາງ​ຄັ້ງ ຄລິດສະຕຽນ​ອາດ​ຕິດ​ຕໍ່​ກ່ຽວ​ຂ້ອງ​ກັນ​ທາງ​ທຸລະ​ກິດ. ເຂົາ​ເຈົ້າ​ຄວນ​ແຍກ​ເລື່ອງ​ທຸລະກິດ​ໄວ້​ຕ່າງ​ຫາກ​ຈາກ​ການ​ນະມັດສະການ​ຢູ່​ຫໍ​ປະຊຸມ​ຫລື​ໃນ​ວຽກ​ປະກາດ​ທີ່​ເຮັດ​ຮ່ວມ​ກັນ. ຄວາມ​ສຳພັນ​ທາງ​ທຸລະກິດ​ອາດ​ເປັນ​ໃນ​ລັກສະນະ​ນາຍ​ຈ້າງ​ແລະ​ລູກ​ຈ້າງ. ຖ້າ​ເຮົາ​ຈ້າງ​ພີ່​ນ້ອງ​ເຮັດ​ວຽກ ເຮົາ​ຄົງ​ຈະ​ລະວັງ​ທີ່​ຈະ​ປະຕິບັດ​ກັບ​ເຂົາ​ເຈົ້າ​ແບບ​ສັດ​ຊື່ ຈ່າຍ​ເງິນ​ຄ່າ​ຈ້າງ​ຕາມ​ເວລາ ຈ່າຍ​ຕາມ​ຈຳນວນ​ທີ່​ໄດ້​ຕົກ​ລົງ​ກັນ ລວມ​ທັງ​ໃຫ້​ສະຫວັດດີການ​ຕ່າງໆຕາມ​ທີ່​ກົດຫມາຍ​ກຳນົດ​ໄວ້. (1 ຕີໂມເຕ 5:18; ຢາໂກໂບ 5:1-4) ໃນ​ທາງ​ກົງ​ກັນ​ຂ້າມ ຖ້າ​ເຮົາ​ເປັນ​ລູກ​ຈ້າງ​ຂອງ​ພີ່​ນ້ອງ ເຮົາ​ກໍ​ເຮັດ​ວຽກ​ຢ່າງ​ເຕັມທີ​ເພື່ອ​ແລກ​ກັບ​ຄ່າ​ຈ້າງ. (2 ເທຊະໂລນີກ 3:10) ເຮົາ​ບໍ່​ຄາດ​ຫມາຍ​ວ່າ​ຈະ​ໄດ້​ຮັບ​ການ​ປະຕິບັດ​ທີ່​ພິເສດ​ເນື່ອງ​ຈາກ​ມີ​ສາຍ​ສຳພັນ​ແບບ​ຄລິດສະຕຽນ ຄື​ກັບ​ວ່າ​ນາຍ​ຈ້າງ​ມີ​ພັນທະ​ທີ່​ຕ້ອງ​ໃຫ້​ເວລາ​ພັກ ການ​ຊ່ວຍເຫລືອ ຫລື​ຜົນ​ປະໂຫຍດ​ອື່ນໆແກ່​ເຮົາ​ເຊິ່ງ​ບໍ່​ໄດ້​ໃຫ້​ກັບ​ລູກ​ຈ້າງ​ຄົນ​ອື່ນໆ.—ເອເຟດ 6:5-8.

14. ເມື່ອ​ຄລິດສະຕຽນ​ຮ່ວມ​ລົງ​ທຶນ​ນຳ​ກັນ​ໃນ​ທຸລະກິດ ນັບ​ວ່າ​ສຸຂຸມ​ທີ່​ເຂົາ​ເຈົ້າ​ຈະ​ເຮັດ​ຫຍັງ​ເພື່ອ​ປ້ອງກັນ​ໄວ້​ກ່ອນ ແລະ​ເພາະ​ເຫດ​ໃດ?

14 ຈະ​ວ່າ​ແນວ​ໃດ​ຖ້າ​ທຸລະກິດ​ຂອງ​ເຮົາ​ກ່ຽວ​ຂ້ອງ​ກັບ​ການ​ຮ່ວມ​ເຮັດ​ທຸລະກິດ​ບາງ​ຢ່າງ​ທີ່​ມີ​ຄວາມ​ສ່ຽງ ບາງ​ທີ​ອາດ​ເປັນ​ການ​ລົງ​ທຶນ​ຫລື​ການ​ກູ້​ຢືມ? ຄຳພີ​ໄບເບິນ​ໃຫ້​ຫລັກ​ການ​ທີ່​ສຳຄັນ​ແລະ​ເປັນ​ປະໂຫຍດ​ຄື ເຮັດ​ທຸກ​ຢ່າງ​ເປັນ​ລາຍລັກ​ອັກສອນ! ຕົວຢ່າງ​ເຊັ່ນ ຕອນ​ທີ່​ເຢເຣມີ​ຊື້​ດິນ​ຕອນ​ຫນຶ່ງ ລາວ​ໄດ້​ເຮັດ​ເອກະສານ​ເປັນ​ສອງ​ສະບັບ ໃຫ້​ມີ​ພະຍານ​ຮູ້​ເຫັນ ແລະ​ເກັບ​ເອກະສານ​ໄວ້​ຢ່າງ​ປອດໄພ​ເພື່ອ​ການ​ອ້າງອີງ​ໃນ​ວັນ​ຂ້າງ​ຫນ້າ. (ເຢເຣມີ 32:9-12; ເບິ່ງ​ຕົ້ນເດີມ 23:16-20 ນຳ.) ເມື່ອ​ເຮັດ​ທຸລະກິດ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ ການ​ຂຽນ​ລາຍ​ລະອຽດ​ທຸກ​ຢ່າງ​ໄວ້​ໃນ​ເອກະສານ​ທີ່​ໄດ້​ຕຽມ​ໄວ້​ຢ່າງ​ຮອບຄອບ ພ້ອມ​ທັງ​ມີ​ການ​ເຊັນ​ແລະ​ມີ​ພະຍານ ບໍ່​ໄດ້​ຫມາຍ​ຄວາມ​ວ່າ​ພີ່​ນ້ອງ​ບໍ່​ໄວ້​ໃຈ​ກັນ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ມັນ​ຊ່ວຍ​ປ້ອງກັນ​ບໍ່​ໃຫ້​ເກີດ​ການ​ເຂົ້າ​ໃຈ​ຜິດ ການ​ຂັດ​ຂ້ອງ​ໃຈ​ກັນ ແລະ​ແມ່ນ​ແຕ່​ຄວາມ​ຂັດ​ແຍ້ງ​ທີ່​ອາດ​ກໍ່​ຄວາມ​ແຕກ​ແຍກ​ໄດ້. ຄລິດສະຕຽນ​ຄົນ​ໃດ​ກໍ​ຕາມ​ທີ່​ເຮັດ​ທຸລະກິດ​ຮ່ວມ​ກັນ​ຄວນ​ຈື່​ໄວ້​ສະເຫມີ​ວ່າ ບໍ່​ສົມຄວນ​ທີ່​ຈະ​ໃຫ້​ຄວາມ​ສ່ຽງ​ທາງ​ທຸລະກິດ​ມາ​ທຳລາຍ​ເອກະພາບ​ແລະ​ຄວາມ​ສະຫງົບ​ສຸກ​ໃນ​ປະຊາຄົມ. *1 ໂກລິນໂທ 6:1-8.

ຄວາມ​ສັດ​ຊື່​ກ່ຽວ​ກັບ​ວຽກ​ຝ່າຍ​ໂລກ

15. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ການ​ເຮັດ​ທຸລະກິດ​ທີ່​ບໍ່​ສັດ​ຊື່ ແລະ​ຄລິດສະຕຽນ​ມີ​ທ່າທີ​ແນວ​ໃດ​ຕໍ່​ແນວ​ໂນ້ມ​ເຊັ່ນ​ນັ້ນ​ທີ່​ມີ​ຢູ່​ທົ່ວໄປ?

15 ຄວາມ​ສັດ​ຊື່​ຂອງ​ຄລິດສະຕຽນ​ບໍ່​ໄດ້​ຈຳກັດ​ໄວ້​ແຕ່​ໃນ​ປະຊາຄົມ. ໂປໂລ​ຂຽນ​ວ່າ “ພວກ​ເຮົາ . . . ຢາກ​ໄດ້​ກະທຳ​ຕາມ​ຢ່າງ​ສົມຄວນ [“ສັດ​ຊື່,” ລ.ມ.] ໃນ​ການ​ທັງ​ປວງ​.” (ເຫບເລີ 13:18) ໃນ​ເລື່ອງ​ທຸລະກິດ​ທາງ​ໂລກ ຜູ້​ສ້າງ​ຂອງ​ເຮົາ​ສົນ​ໃຈ​ຢ່າງ​ຍິ່ງ​ໃນ​ເລື່ອງ​ຄວາມ​ສັດ​ຊື່. ສະເພາະ​ພະທຳ​ສຸພາສິດ ມີ​ການ​ເນັ້ນ​ເຖິງ​ສີ່​ຄັ້ງ​ກ່ຽວ​ກັບ​ຕາ​ຊິງ​ທີ່​ບໍ່​ທ່ຽງ​ກົງ. (ສຸພາສິດ 11:1; 16:11; 20:10, 23) ໃນ​ສະໄຫມ​ບູຮານ ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ໃຊ້​ຊິງ​ແລະ​ຫມາກ​ໂຕ້ນ​ເມື່ອ​ເຮັດ​ການ​ຄ້າ​ຂາຍ​ເພື່ອ​ຈະ​ຊັ່ງ​ສິນ​ຄ້າ​ແລະ​ເງິນ​ທີ່​ໃຊ້​ຊື້​ສິນ​ຄ້າ​ນັ້ນ. ພໍ່​ຄ້າ​ທີ່​ບໍ່​ສັດ​ຊື່​ຈະ​ໃຊ້​ຫມາກ​ໂຕ້ນ​ແລະ​ຊິງ​ທີ່​ບໍ່​ທ່ຽງ​ກົງ​ສອງ​ຊຸດ​ເພື່ອ​ຫລອກ​ລວງ​ແລະ​ສໍ້​ໂກງ​ລູກ​ຄ້າ. * ພະ​ເຢໂຫວາ​ຫນ່າຍແຫນງ​ການ​ກະທຳ​ເຊັ່ນ​ນັ້ນ! ເພື່ອ​ຈະ​ຮັກສາ​ຕົວ​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະອົງ​ຕໍ່ໆໄປ ເຮົາ​ຕ້ອງ​ຫລີກ​ລ່ຽງ​ຢ່າງ​ເຄັ່ງ​ຄັດ​ຕໍ່​ການ​ດຳເນີນ​ທຸລະກິດ​ແບບ​ບໍ່​ສັດ​ຊື່.

16, 17. ຮູບ​ການ​ໃດ​ແດ່​ຂອງ​ຄວາມ​ບໍ່​ສັດ​ຊື່​ທີ່​ເປັນ​ເລື່ອງ​ທຳມະດາ​ໃນ​ໂລກ​ທຸກ​ມື້​ນີ້ ແລະ​ຄລິດສະຕຽນ​ແທ້​ຕັ້ງ​ໃຈ​ຈະ​ເຮັດ​ແນວ​ໃດ?

16 ເນື່ອງ​ຈາກ​ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ​ນີ້ ເຮົາ​ຈຶ່ງ​ບໍ່​ແປກ​ໃຈ​ທີ່​ພົບ​ວ່າ​ຄວາມ​ບໍ່​ສັດ​ຊື່​ມີ​ຢູ່​ອ້ອມ​ຮອບ​ຕົວ​ເຮົາ. ໃນ​ແຕ່​ລະ​ວັນ​ເຮົາ​ອາດ​ປະເຊີນ​ການ​ລໍ້​ໃຈ​ໃຫ້​ເປັນ​ຄົນ​ບໍ່​ສັດ​ຊື່. ເມື່ອ​ຜູ້​ຄົນ​ຂຽນ​ຊີວະ​ປະຫວັດ​ຫຍໍ້​ເພື່ອ​ສະຫມັກ​ເຮັດ​ວຽກ ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ຕົວະ​ແລະ​ເວົ້າ​ເກີນ​ຈິງ ປອມ​ຈົດຫມາຍ​ຢັ້ງຢືນ​ຄວາມ​ສາມາດ​ແລະ​ອ້າງ​ເຖິງ​ປະສົບການ​ທີ່​ບໍ່​ຈິງ. ເມື່ອ​ຜູ້​ຄົນ​ຂຽນ​ແບບ​ຟອມ​ເອກະສານ​ການ​ເຂົ້າ​ເມືອງ ການ​ເສຍ​ພາສີ ການ​ປະກັນ​ໄພ ແລະ​ແບບ​ຟອມ​ອື່ນໆທີ່​ຄ້າຍ​ກັນ ຕາມ​ປົກກະຕິ​ແລ້ວ​ເຂົາ​ເຈົ້າ​ໃຫ້​ຂໍ້​ມູນ​ທີ່​ບໍ່​ຈິງ​ເພື່ອ​ຈະ​ໄດ້​ໃນ​ສິ່ງ​ທີ່​ຕົນ​ຕ້ອງການ. ນັກ​ຮຽນ​ຫລາຍ​ຄົນ​ໂກງ​ການ​ສອບ​ເສັງ ຫລື​ເມື່ອ​ຂຽນ​ບົດ​ຫັດ​ແຕ່ງ​ແລະ​ເຮັດ​ບົດ​ລາຍງານ​ສົ່ງ​ນາຍ​ຄູ ເຂົາ​ເຈົ້າ​ອາດ​ເຂົ້າ​ໄປ​ໃນ​ອິນເຕີເນັດ​ແລະ​ລັກ​ກ່າຍ​ເອົາ​ຂໍ້​ມູນ​ເຊິ່ງ​ເປັນ​ຜົນ​ງານ​ຂອງ​ຄົນ​ອື່ນ ແລ້ວ​ນຳ​ສະເຫນີ​ວ່າ​ເປັນ​ຜົນ​ງານ​ຂອງ​ຕົນ​ເອງ. ແລະ​ເມື່ອ​ຕິດ​ຕໍ່​ກັບ​ເຈົ້າ​ຫນ້າທີ່​ທີ່​ບໍ່​ສັດ​ຊື່ ຫລາຍ​ຄັ້ງ​ຜູ້​ຄົນ​ໃຫ້​ສິນບົນ​ເພື່ອ​ຈະ​ໄດ້​ສິ່ງ​ທີ່​ຕົນ​ຕ້ອງການ. ເຮົາ​ຄາດ​ຫມາຍ​ຢູ່​ແລ້ວ​ວ່າ​ຈະ​ມີ​ພຶດຕິກຳ​ແບບ​ນີ້​ໃນ​ໂລກ​ທີ່​ຜູ້​ຄົນ​ມາກ​ມາຍ​ເປັນ​ຄົນ “ຮັກ​ແຕ່​ຕົວ​ເອງ ມັກ​ເງິນ​ຄຳ . . . ບໍ່​ຮັກ​ການ​ດີ.”—2 ຕີໂມເຕ 3:1-5.

17 ຄລິດສະຕຽນ​ແທ້​ຕັ້ງ​ໃຈ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ກະທຳ​ໃດໆທີ່​ກ່າວ​ມາ​ນັ້ນ. ສິ່ງ​ທີ່​ເຮັດ​ໃຫ້​ຍາກ​ທີ່​ຈະ​ສັດ​ຊື່​ໃນ​ບາງ​ຄັ້ງ​ກໍ​ຄື ໃນ​ໂລກ​ທຸກ​ມື້​ນີ້​ຄົນ​ທີ່​ປະຕິບັດ​ໃນ​ວິທີ​ທີ່​ບໍ່​ສັດ​ຊື່​ເບິ່ງ​ຄື​ວ່າ​ປະສົບ​ຜົນ​ສຳເລັດ​ແລະ​ແມ່ນ​ແຕ່​ໄດ້​ຜົນ​ປະໂຫຍດ​ຫລາຍ​ກວ່າ​ຄົນ​ອື່ນ. (ຄຳເພງ 73:1-8) ໃນ​ຂະນະ​ດຽວ​ກັນ ຄລິດສະຕຽນ​ອາດ​ປະສົບ​ຄວາມ​ລຳບາກ​ດ້ານ​ເສດຖະກິດ​ເນື່ອງ​ຈາກ​ເຂົາ​ເຈົ້າ​ປາຖະຫນາ​ທີ່​ຈະ​ເປັນ​ຄົນ​ສັດ​ຊື່ “ໃນ​ການ​ທັງ​ປວງ​.” ນັ້ນ​ຄຸ້ມ​ຄ່າ​ກັບ​ການ​ຍອມ​ເສຍ​ສະລະ​ບໍ? ຄຸ້ມ​ຄ່າ​ແທ້! ແຕ່​ເປັນ​ຫຍັງ​ຈຶ່ງ​ຄຸ້ມ​ຄ່າ? ຈະ​ໄດ້​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ເປັນ​ຄົນ​ທີ່​ປະພຶດ​ຕົວ​ສັດ​ຊື່?

ຜົນ​ປະໂຫຍດ​ຈາກ​ການ​ເປັນ​ຄົນ​ສັດ​ຊື່

18. ເປັນ​ຫຍັງ​ການ​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ສັດ​ຊື່​ຈຶ່ງ​ມີ​ຄ່າ​ຢ່າງ​ຍິ່ງ?

18 ເຈົ້າ​ຈະ​ພົບ​ວ່າ​ມີ​ບໍ່​ເທົ່າ​ໃດ​ຢ່າງ​ໃນ​ຊີວິດ​ທີ່​ມີ​ຄ່າ​ກວ່າ​ການ​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ສັດ​ຊື່​ແລະ​ເຊື່ອ​ໃຈ​ໄດ້. (ເບິ່ງ​ຂອບ “ ຂ້ອຍ​ເປັນ​ຄົນ​ສັດ​ຊື່​ສໍ່າ​ໃດ?”) ແລະ​ຄິດ​ເບິ່ງ​ດູ ໃຜ​ກໍ​ຕາມ​ສາມາດ​ສ້າງ​ຊື່ສຽງ​ແບບ​ນີ້​ໄດ້! ມັນ​ບໍ່​ໄດ້​ຂຶ້ນ​ກັບ​ຄວາມ​ສາມາດ​ພິເສດ ຊັບ​ສົມບັດ ຮູບ​ຮ່າງ​ຫນ້າ​ຕາ ພູມ​ຫລັງ​ທາງ​ສັງຄົມ ຫລື​ປັດໄຈ​ອື່ນໆທີ່​ຢູ່​ເຫນືອ​ການ​ຄວບຄຸມ​ຂອງ​ເຈົ້າ. ແນວ​ໃດ​ກໍ​ຕາມ ຫລາຍ​ຄົນ​ບໍ່​ໄດ້​ສ້າງ​ຊື່ສຽງ​ທີ່​ດີ​ເຊິ່ງ​ນັບ​ວ່າ​ມີ​ຄ່າ. ຊື່ສຽງ​ດີ​ເປັນ​ສິ່ງ​ທີ່​ຫາ​ຍາກ. (ມີເກ 7:2) ບາງ​ຄົນ​ອາດ​ເຍາະ​ເຍີ້ຍ​ເຈົ້າ​ຍ້ອນ​ເປັນ​ຄົນ​ສັດ​ຊື່ ແຕ່​ຄົນ​ອື່ນໆຈະ​ເຫັນ​ຄຸນຄ່າ​ຄວາມ​ສັດ​ຊື່​ຂອງ​ເຈົ້າ ແລະ​ເຂົາ​ເຈົ້າ​ຈະ​ນັບຖື​ແລະ​ເຊື່ອ​ໃຈ​ເຈົ້າ. ພະຍານ​ພະ​ເຢໂຫວາ​ຫລາຍ​ຄົນ​ເຖິງ​ກັບ​ພົບ​ວ່າ​ຄວາມ​ສັດ​ຊື່​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ປະໂຫຍດ​ດ້ານ​ການ​ເງິນ. ເຂົາ​ເຈົ້າ​ຍັງ​ມີ​ວຽກ​ເຮັດ​ຕໍ່​ໄປ​ໃນ​ຂະນະ​ທີ່​ພະນັກງານ​ຜູ້​ບໍ່​ສັດ​ຊື່​ຖືກ​ໄລ່​ອອກ​ຈາກ​ວຽກ ຫລື​ເມື່ອ​ມີ​ວຽກ​ທີ່​ຕ້ອງການ​ພະນັກງານ​ທີ່​ສັດ​ຊື່ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບຈ້າງ​ໃຫ້​ເຮັດ​ວຽກ​ນັ້ນ.

19. ແນວ​ທາງ​ການ​ດຳເນີນ​ຊີວິດ​ທີ່​ສັດ​ຊື່​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ສະຕິ​ຮູ້ສຶກ​ຜິດ​ຊອບ​ແລະ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ?

19 ບໍ່​ວ່າ​ເຈົ້າ​ຈະ​ມີ​ປະສົບການ​ແບບ​ນັ້ນ​ຫລື​ບໍ່​ກໍ​ຕາມ ເຈົ້າ​ຈະ​ພົບ​ວ່າ​ຄວາມ​ສັດ​ຊື່​ກໍ່​ປະໂຫຍດ​ຫລາຍ​ກວ່າ​ນັ້ນ​ອີກ. ເຈົ້າ​ຈະ​ໄດ້​ຮັບ​ພະ​ພອນ​ຈາກ​ການ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ. ໂປໂລ​ຂຽນ​ວ່າ “ພວກ​ເຮົາ​ໄວ້​ໃຈ​ວ່າ​ພວກ​ເຮົາ​ມີ​ໃຈ​ຮູ້​ຜິດ​ແລະ​ຊອບ​ເປັນ​ອັນ​ດີ.” (ເຫບເລີ 13:18) ຍິ່ງ​ກວ່າ​ນັ້ນ ພໍ່​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ສັງເກດ​ເຫັນ​ຊື່ສຽງ​ທີ່​ດີ​ຂອງ​ເຈົ້າ ແລະ​ພະອົງ​ຮັກ​ຄົນ​ສັດ​ຊື່. (ຄຳເພງ 15:1, 2; ສຸພາສິດ 22:1) ແມ່ນ​ແລ້ວ ການ​ເປັນ​ຄົນ​ສັດ​ຊື່​ຊ່ວຍ​ເຈົ້າ​ໃຫ້​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ ແລະ​ນັ້ນ​ເປັນ​ຜົນ​ຕອບ​ແທນ​ອັນ​ສູງ​ສຸດ​ທີ່​ເຮົາ​ຈະ​ໄດ້​ຮັບ. ຕໍ່​ຈາກ​ນີ້​ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫນຶ່ງ​ທີ່​ກ່ຽວ​ຂ້ອງ​ກັນ ນັ້ນ​ຄື​ທັດສະນະ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ວຽກ.

^ ຂໍ້ 9 ໃນ​ປະຊາຄົມ ຫາກ​ມີ​ການ​ຕົວະ​ໂດຍ​ມີ​ເຈຕະນາ​ຮ້າຍ​ຢ່າງ​ຈະ​ແຈ້ງ ເຊິ່ງ​ມຸ່ງ​ຫມາຍ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ໄດ້​ຮັບ​ຄວາມ​ເສຍຫາຍ​ຢ່າງ​ເຫັນ​ໄດ້​ແຈ້ງ ຜູ້​ເຖົ້າ​ແກ່​ກໍ​ອາດ​ມີ​ເຫດຜົນ​ພຽງ​ພໍ​ທີ່​ຈະ​ຕັ້ງ​ຄະນະ​ກຳມະການ​ຕັດສິນ.

^ ຂໍ້ 14 ກ່ຽວ​ກັບ​ສິ່ງ​ທີ່​ຄວນ​ເຮັດ​ເມື່ອ​ການ​ດຳເນີນ​ທຸລະກິດ​ຫລົມ​ແຫລວ ເບິ່ງ​ພາກ​ຜະຫນວກ “ການ​ແກ້​ບັນຫາ​ເມື່ອ​ມີ​ຂໍ້​ຂັດ​ແຍ້ງ​ທາງ​ທຸລະກິດ.”

^ ຂໍ້ 15 ເຂົາ​ເຈົ້າ​ໃຊ້​ຫມາກ​ໂຕ້ນ​ຊຸດ​ຫນຶ່ງ​ໃນ​ການ​ຊື້​ແລະ​ອີກ​ຊຸດ​ຫນຶ່ງ​ໃນ​ການ​ຂາຍ ເຮັດ​ໃຫ້​ຕົວ​ເອງ​ໄດ້​ກຳໄລ​ທັງ​ສອງ​ທາງ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ອາດ​ໃຊ້​ຜາ​ງ​ຊິງ​ທີ່​ແຂນ​ຂ້າງ​ຫນຶ່ງ​ຍາວ​ກວ່າ​ຫລື​ຫນັກ​ກວ່າ​ອີກ​ຂ້າງ​ຫນຶ່ງ​ເພື່ອ​ຈະ​ໂກງ​ລູກ​ຄ້າ​ໃນ​ການ​ຊື້​ຂາຍ​ໃດໆກໍ​ຕາມ.