ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 16

ຈົ່ງ​ຕໍ່​ສູ້​ພະຍາມານ​ແລະ​ການ​ກະທຳ​ທີ່​ມີ​ເລ່ຫລ່ຽມ​ຂອງ​ມັນ

ຈົ່ງ​ຕໍ່​ສູ້​ພະຍາມານ​ແລະ​ການ​ກະທຳ​ທີ່​ມີ​ເລ່ຫລ່ຽມ​ຂອງ​ມັນ

“ຈົ່ງ​ຂັດ​ຂວາງ​ຕໍ່​ສູ້​ພະຍາມານ ແລະ​ມັນ​ຈະ​ປົບ​ຫນີ​ໄປ.”—ຢາໂກໂບ 4:7.

1, 2. ການ​ຮັບ​ບັບເຕມາ​ເປັນ​ໂອກາດ​ໃຫ້​ຜູ້​ໃດ​ແດ່​ມີ​ຄວາມ​ຍິນດີ?

ຖ້າ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ເວລາ​ຫລາຍ​ສິບ​ປີ​ແລ້ວ ເຈົ້າ​ຄົງ​ຈະ​ໄດ້​ຟັງ​ຄຳ​ບັນລະຍາຍ​ເລື່ອງ​ການ​ຮັບ​ບັບເຕມາ​ຫລາຍ​ເທື່ອ​ຢູ່​ການ​ປະຊຸມ​ຫມວດ ການ​ປະຊຸມ​ພິເສດ ແລະ​ການ​ປະຊຸມ​ພາກ. ເຖິງ​ຢ່າງ​ນັ້ນ ບໍ່​ວ່າ​ເຈົ້າ​ເຄີຍ​ເຂົ້າ​ຮ່ວມ​ໃນ​ໂອກາດ​ເຊັ່ນ​ນັ້ນ​ຫລາຍ​ເທື່ອ​ແລ້ວ​ກໍ​ຕາມ ແຕ່​ເຈົ້າ​ຍັງ​ຄົງ​ຮູ້ສຶກ​ຖືກ​ກະຕຸ້ນ​ໃຈ​ທຸກ​ຄັ້ງ​ເມື່ອ​ເຫັນ​ຄົນ​ທີ່​ນັ່ງ​ຢູ່​ແຖວ​ຫນ້າ​ໃນ​ຫໍ​ປະຊຸມ​ຢືນ​ຂຶ້ນ​ເພື່ອ​ສະເຫນີ​ຕົວ​ຮັບ​ບັບເຕມາ. ໃນ​ຕອນ​ນັ້ນ​ເອງ​ມີ​ສຽງ​ສະແດງ​ຄວາມ​ຕື່ນ​ເຕັ້ນ​ຂອງ​ຜູ້​ຄົນ​ທີ່​ເຂົ້າ​ຮ່ວມ ແລະ​ຈາກ​ນັ້ນ​ກໍ​ມີ​ສຽງ​ຕົບ​ມື​ດັງ​ສະຫນັ່ນ​ຢ່າງ​ຄຶກຄື້ນ. ເຈົ້າ​ອາດ​ເຖິງ​ຂັ້ນ​ນໍ້າ​ຕາ​ຫຸ້ມ​ປໍ້​ເມື່ອ​ເຫັນ​ວ່າ​ຍັງ​ມີ​ບຸກຄົນ​ທີ່​ມີ​ຄ່າ​ອີກ​ກຸ່ມ​ຫນຶ່ງ​ທີ່​ເຂົ້າ​ມາ​ຢູ່​ຝ່າຍ​ພະ​ເຢໂຫວາ. ຈັ່ງ​ແມ່ນ​ມີ​ຄວາມ​ຍິນດີ​ຫລາຍ​ແທ້ໆໃນ​ໂອກາດ​ແບບ​ນັ້ນ!

2 ເຖິງ​ວ່າ​ເຮົາ​ອາດ​ເຫັນ​ການ​ຮັບ​ບັບເຕມາ​ປີ​ລະ​ສອງ​ສາມ​ເທື່ອ​ໃນ​ເຂດ​ທີ່​ເຮົາ​ອາໄສ​ຢູ່ ແຕ່​ພວກ​ທູດ​ສະຫວັນ​ມີ​ສິດທິ​ພິເສດ​ທີ່​ຈະ​ເຫັນ​ໂອກາດ​ດັ່ງ​ກ່າວ​ຫລາຍ​ກວ່າ​ເຮົາ​ອີກ. ເຈົ້າ​ສາມາດ​ວາດ​ພາບ​ໄດ້​ບໍ​ເຖິງ “ຄວາມ​ຍິນດີ​ໃນ​ສະຫວັນ​” ເມື່ອ​ພວກ​ທູດ​ສະຫວັນ​ເຫັນ​ວ່າ​ໃນ​ແຕ່​ລະ​ອາທິດ​ມີ​ຜູ້​ຄົນ​ປະມານ​ຫ້າ​ພັນ​ຄົນ​ໃນ​ທົ່ວ​ໂລກ​ເຂົ້າ​ມາ​ເພີ່ມ​ຈຳນວນ​ໃຫ້​ກັບ​ອົງການ​ຂອງ​ພະ​ເຢໂຫວາ​ໃນ​ສ່ວນ​ທີ່​ເຫັນ​ໄດ້? (ລືກາ 15:7, 10) ແນ່ນອນ ບັນດາ​ທູດ​ສະຫວັນ​ຕ້ອງ​ຕື່ນ​ເຕັ້ນ​ເມື່ອ​ສັງເກດ​ເຫັນ​ການ​ເພີ່ມ​ຂຶ້ນ​ແບບ​ນີ້!—ອາກເກ 2:7.

ພະຍາມານ “ເຫມືອນ​ດັ່ງ​ສິງ​ຕົວ​ຫນຶ່ງ​ທີ່​ຮ້ອງ​ຫະນາດ​ກໍ​ທຽວ​ໄປ​ມາ”

3. ເປັນ​ຫຍັງ​ຊາຕານ​ເປັນ “ເຫມືອນ​ດັ່ງ​ສິງ​ຕົວ​ຫນຶ່ງ​ທີ່​ຮ້ອງ​ຫະນາດ​” ແລະ​ມັນ​ຢາກ​ເຮັດ​ຫຍັງ?

3 ແຕ່​ໃນ​ທາງ​ກົງ​ກັນ​ຂ້າມ ມີ​ພວກ​ວິນຍານ​ພວກ​ຫນຶ່ງ​ທີ່​ສັງເກດ​ເບິ່ງ​ການ​ຮັບ​ບັບເຕມາ​ດັ່ງ​ກ່າວ​ນັ້ນ​ດ້ວຍ​ຄວາມ​ໃຈ​ຮ້າຍ. ຊາຕານ​ແລະ​ພວກ​ປີສາດ​ໂມໂຫ​ເມື່ອ​ເຫັນ​ຫລາຍ​ພັນ​ຄົນ​ປະ​ຖິ້ມ​ໂລກ​ອັນ​ເສື່ອມຊາມ​ນີ້. ທີ່​ຈິງ ຊາຕານ​ເຄີຍ​ອວດ​ອ້າງ​ວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ຄວາມ​ຮັກ​ອັນ​ແທ້​ຈິງ ທັງ​ບໍ່​ມີ​ໃຜ​ຈະ​ຮັກສາ​ຄວາມ​ສັດ​ຊື່​ພາຍ​ໃຕ້​ການ​ທົດລອງ​ທີ່​ແສນ​ສາຫັດ. (ໂຢບ 2:4, 5) ທຸກ​ຄັ້ງ​ທີ່​ມີ​ຄົນ​ຕັດສິນ​ໃຈ​ອຸທິດ​ຕົວ​ເອງ​ແກ່​ພະ​ເຢໂຫວາ​ກໍ​ເປັນ​ຂໍ້​ພິສູດ​ວ່າ​ຊາຕານ​ເປັນ​ຝ່າຍ​ຜິດ. ເປັນ​ຄື​ກັບ​ວ່າ​ຊາຕານ​ຖືກ​ຕົບ​ຫນ້າ​ຫລາຍ​ພັນ​ເທື່ອ​ທຸກ​ອາທິດ​ໃນ​ຕະຫລອດ​ປີ. ບໍ່​ແປກ​ທີ່​ມັນ​ເປັນ “ເຫມືອນ​ດັ່ງ​ສິງ​ຕົວ​ຫນຶ່ງ​ທີ່​ຮ້ອງ​ຫະນາດ​ກໍ​ທຽວ​ໄປ​ມາ​ວຽນ​ອ້ອມ​ຮອບ​ພວກ​ທ່ານ​ຊອກ​ຫາ​ຄົນ​ໃດ​ທີ່​ມັນ​ຈະ​ກັດ​ກິນ​ໄດ້​”! (1 ເປໂຕ 5:8) “ສິງ​” ໂຕ​ນີ້​ຮ້ອນຮົນ​ທີ່​ຈະ​ກືນ​ກິນ​ເຮົາ​ທາງ​ຝ່າຍ​ວິນຍານ​ເພື່ອ​ຈະ​ກໍ່​ຄວາມ​ເສຍຫາຍ​ຫລື​ແມ່ນ​ກະທັ່ງ​ຕັດ​ຂາດ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະເຈົ້າ.—ຄຳເພງ 7:1, 2; 2 ຕີໂມເຕ 3:12.

ທຸກ​ຄັ້ງ​ທີ່​ຄົນ​ຜູ້​ຫນຶ່ງ​ອຸທິດ​ຕົວ​ແກ່​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ​ກໍ​ເປັນ​ຂໍ້​ພິສູດ​ວ່າ​ຊາຕານ​ເປັນ​ຝ່າຍ​ຜິດ

4, 5. (ກ) ພະ​ເຢໂຫວາ​ໄດ້​ຈຳກັດ​ຂອບ​ເຂດ​ອຳນາດ​ຂອງ​ຊາຕານ​ໂດຍ​ສອງ​ວິທີ​ທາງ​ທີ່​ສຳຄັນ​ໃດ​ແດ່? (ຂ) ຄລິດສະຕຽນ​ແທ້​ສາມາດ​ແນ່​ໃຈ​ໃນ​ເລື່ອງ​ໃດ?

4 ເຖິງ​ວ່າ​ເຮົາ​ປະເຊີນ​ກັບ​ສັດຕູ​ທີ່​ຮ້າຍກາດ ເຮົາ​ບໍ່​ມີ​ເຫດຜົນ​ທີ່​ຕ້ອງ​ຫນັກ​ໃຈ​ດ້ວຍ​ຄວາມ​ຢ້ານ. ເພາະ​ເຫດ​ໃດ? ເພາະ​ພະ​ເຢໂຫວາ​ໄດ້​ຈຳກັດ​ຂອບ​ເຂດ​ອຳນາດ​ຂອງ “ສິງ . . . ທີ່​ຮ້ອງ​ຫະນາດ​” ໃນ​ສອງ​ວິທີ​ທາງ​ທີ່​ສຳຄັນ. ມີ​ວິທີ​ທາງ​ໃດ​ແດ່? ວິທີ​ທາງ​ທຳອິດ ພະ​ເຢໂຫວາ​ໄດ້​ບອກ​ລ່ວງ​ຫນ້າ​ວ່າ​ຈະ​ມີ “ຊົນ​ຝູງ​ໃຫຍ່​” ທີ່​ປະກອບ​ດ້ວຍ​ຄລິດສະຕຽນ​ແທ້​ຈະ​ລອດ​ພົ້ນ “ຄວາມ​ທຸກ​ລຳບາກ​ໃຫຍ່​” ທີ່​ກຳລັງ​ຈະ​ມາ​ເຖິງ. (ຄຳປາກົດ 7:9, 14, ລ.ມ.) ຄຳ​ພະຍາກອນ​ຂອງ​ພະເຈົ້າ​ບໍ່​ເຄີຍ​ຫລົມ​ແຫລວ. ດັ່ງ​ນັ້ນ ແມ່ນ​ແຕ່​ຊາຕານ​ກໍ​ຕ້ອງ​ຮູ້​ວ່າ​ມັນ​ບໍ່​ສາມາດ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ທັງ​ຫມົດ​ຕິດ​ບ້ວງ​ແຮ້ວ​ຂອງ​ມັນ.

5 ວິທີ​ທາງ​ທີ​ສອງ​ເຫັນ​ໄດ້​ຈາກ​ຄວາມ​ຈິງ​ພື້ນຖານ​ຢ່າງ​ຫນຶ່ງ​ເຊິ່ງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ​ໃນ​ສະໄຫມ​ບູຮານ​ເຄີຍ​ເວົ້າ​ໄວ້. ຜູ້​ພະຍາກອນ​ອາຊາເຣຍ​ບອກ​ກະສັດ​ອາຊາ​ວ່າ “ພະ​ເຢໂຫວາ​ສະຖິດ​ຢູ່​ຝ່າຍ​ທ່ານ​ທັງ​ຫລາຍ​ເມື່ອ​ທ່ານ​ຢູ່​ຝ່າຍ​ພະອົງ.” (2 ຂ່າວຄາວ 15:2; 1 ໂກລິນໂທ 10:13) ຫລາຍ​ຕົວຢ່າງ​ທີ່​ບັນທຶກ​ໄວ້​ສະແດງ​ວ່າ​ໃນ​ອະດີດ​ຊາຕານ​ຫລົມ​ແຫລວ​ຕະຫລອດ​ໃນ​ການ​ກືນ​ກິນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ເຊິ່ງ​ໄດ້​ຮັກສາ​ຕົວ​ໃຫ້​ໃກ້​ຊິດ​ກັບ​ພະເຈົ້າ​ສະເຫມີ. (ເຫບເລີ 11:4-40) ໃນ​ປັດຈຸບັນ​ນີ້ ຄລິດສະຕຽນ​ທີ່​ຮັກສາ​ຕົວ​ໃຫ້​ໃກ້​ຊິດ​ກັບ​ພະເຈົ້າ​ສະເຫມີ​ຈະ​ສາມາດ​ຕໍ່​ຕ້ານ​ພະຍາມານ​ແລະ​ກະທັ່ງ​ເອົາ​ຊະນະ​ມັນ​ໄດ້. ທີ່​ຈິງ ພະ​ຄຳ​ຂອງ​ພະເຈົ້າ​ຮັບຮອງ​ນຳ​ເຮົາ​ວ່າ “ຈົ່ງ​ຂັດ​ຂວາງ​ຕໍ່​ສູ້​ພະຍາມານ ແລະ​ມັນ​ຈະ​ປົບ​ຫນີ​ໄປ​ຈາກ​ພວກ​ທ່ານ.”—ຢາໂກໂບ 4:7.

“ເຮົາ​ທັງ​ຫລາຍ . . . ຕໍ່​ສູ້​ລິດເດດ ເປັນ​ວິນຍານ​ອັນ​ຊົ່ວ”

6. ຊາຕານ​ໂຈມຕີ​ຄລິດສະຕຽນ​ເປັນ​ແຕ່​ລະ​ບຸກຄົນ​ແນວ​ໃດ?

6 ຊາຕານ​ຈະ​ບໍ່​ຊະນະ​ໃນ​ການ​ຕໍ່​ສູ້ ແຕ່​ອາດ​ກ່າວ​ໄດ້​ວ່າ​ມັນ​ສາມາດ​ເອົາ​ຊະນະ​ເຮົາ​ແຕ່​ລະ​ຄົນ​ໄດ້​ຖ້າ​ເຮົາ​ບໍ່​ລະ​ມັດ​ລະວັງ. ຊາຕານ​ຮູ້​ວ່າ​ຈະ​ກືນ​ກິນ​ເຮົາ​ໄດ້​ຖ້າ​ມັນ​ສາມາດ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ຢ່ອນ​ຍານ​ລົງ. ຊາຕານ​ພະຍາຍາມ​ບັນລຸ​ເປົ້າ​ຫມາຍ​ນີ້​ໂດຍ​ວິທີ​ໃດ? ໂດຍ​ການ​ໂຈມຕີ​ເຮົາ​ຢ່າງ​ຮຸນແຮງ ເປັນ​ສ່ວນ​ຕົວ ແລະ​ຢ່າງ​ມີ​ເລ່ຫລ່ຽມ. ໃຫ້​ເຮົາ​ພິຈາລະນາ​ຍຸດທະວິທີ​ສຳຄັນ​ເຫລົ່າ​ນີ້​ຂອງ​ຊາຕານ.

7. ເປັນ​ຫຍັງ​ຊາຕານ​ຈຶ່ງ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຢ່າງ​ຮຸນແຮງ?

7 ການ​ໂຈມຕີ​ຢ່າງ​ຮຸນແຮງ. ອັກຄະສາວົກ​ໂຢຮັນ​ກ່າວ​ວ່າ “ມະນຸດສະໂລກ​ທັງ​ສິ້ນ​ນອນ​ຢູ່​ໃນ​ຜູ້​ຮ້າຍ​ນັ້ນ.” (1 ໂຢຮັນ 5:19) ໃນ​ຄຳ​ເວົ້າ​ດັ່ງ​ກ່າວ​ມີ​ຄຳ​ເຕືອນ​ສຳລັບ​ຄລິດສະຕຽນ​ແທ້​ທຸກ​ຄົນ. ເນື່ອງ​ຈາກ​ຊາຕານ​ໄດ້​ກືນ​ກິນ​ມະນຸດ​ທັງ​ໂລກ​ທີ່​ຊົ່ວ​ຮ້າຍ​ໄປ​ແລ້ວ ຕອນ​ນີ້​ມັນ​ຈຶ່ງ​ສາມາດ​ສຸມ​ໃສ່​ແລະ​ທັງ​ເພີ່ມ​ການ​ໂຈມຕີ​ຕໍ່​ຜູ້​ທີ່​ເຄີຍ​ຫລົບ​ຫນີ​ຈາກ​ມັນ ນັ້ນ​ກໍ​ຄື​ປະຊາຊົນ​ຂອງ​ພະ​ເຢໂຫວາ. (ມີເກ 4:1; ໂຢຮັນ 15:19; ຄຳປາກົດ 12:12, 17) ຍ້ອນ​ຮູ້​ວ່າ​ເວລາ​ຂອງ​ມັນ​ມີ​ຫນ້ອຍ ມັນ​ຈຶ່ງ​ຄຽດ​ຮ້າຍ​ຫລາຍ. ດັ່ງ​ນັ້ນ​ມັນ​ຈຶ່ງ​ເພີ່ມ​ຄວາມ​ກົດ​ດັນ​ໃຫ້​ຫລາຍ​ຂຶ້ນ. ໃນ​ທຸກ​ມື້​ນີ້ ເຮົາ​ປະເຊີນ​ຫນ້າ​ກັບ​ຄວາມ​ພະຍາຍາມ​ຂັ້ນ​ສຸດ​ທ້າຍ​ຂອງ​ມັນ​ທີ່​ຈະ​ມ້າງ​ເພ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະເຈົ້າ. ດັ່ງ​ນັ້ນ ໃນ​ຕອນ​ນີ້​ຍິ່ງ​ກວ່າ​ທີ່​ເຄີຍ​ເປັນ​ມາ ເຮົາ​ຕ້ອງ “ຮູ້​ສັງເກດ​ຄາວ​ທັງ​ຫລາຍ​ຈຶ່ງ​ຮູ້ຈັກ​ການ​ທີ່ [ພວກ​ເຮົາ] ຕ້ອງ​ເຮັດ​ນັ້ນ.”—1 ຂ່າວຄາວ 12:32.

8. ອັກຄະສາວົກ​ໂປໂລ​ຫມາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ກ່າວ​ວ່າ ເຮົາ “ປໍ້າ​ສູ້​” ກັບ​ພວກ​ກາຍ​ວິນຍານ​ຊົ່ວ?

8 ການ​ປໍ້າ​ສູ້​ເປັນ​ຕົວ​ບຸກຄົນ. ອັກຄະສາວົກ​ໂປໂລ​ໄດ້​ເຕືອນ​ເພື່ອນ​ຄລິດສະຕຽນ​ວ່າ ‘ການ​ເລວເສິກ [“ປໍ້າ​ສູ້,” ລ.ມ.] ຂອງ​ເຮົາ​ທັງ​ຫລາຍ​ເປັນ [ການ] ຕໍ່​ສູ້​ລິດເດດ ເປັນ​ວິນຍານ​ອັນ​ຊົ່ວ​ທີ່​ຢູ່​ໃນ​ຟ້າ​ອາກາດ.’ (ເອເຟດ 6:12) ເປັນ​ຫຍັງ​ໂປໂລ​ເລືອກ​ໃຊ້​ຄຳ “ປໍ້າ​ສູ້​”? ກໍ​ຍ້ອນ​ມັນ​ສະແດງ​ເຖິງ​ການ​ຕໍ່​ສູ້​ກັນ​ດ້ວຍ​ມື​ເປົ່າ​ແລະ​ແບບ​ໃກ້​ຊິດ​ກັນ. ດັ່ງ​ນັ້ນ ໂດຍ​ໃຊ້​ຄຳ​ນີ້​ໂປໂລ​ເນັ້ນ​ວ່າ​ເຮົາ​ແຕ່​ລະ​ຄົນ​ຕ້ອງ​ຕໍ່​ສູ້​ກັບ​ພວກ​ກາຍ​ວິນຍານ​ຊົ່ວ. ບໍ່​ວ່າ​ເຮົາ​ຢູ່​ປະເທດ​ທີ່​ຄວາມ​ເຊື່ອ​ໃນ​ເລື່ອງ​ວິນຍານ​ຊົ່ວ​ເປັນ​ຄວາມ​ເຊື່ອ​ທົ່ວໄປ​ຫລື​ບໍ່​ກໍ​ຕາມ ເຮົາ​ຄວນ​ຈະ​ຈື່​ໄວ້​ສະເຫມີ​ວ່າ​ເມື່ອ​ເຮົາ​ອຸທິດ​ຕົວ​ແກ່​ພະ​ເຢໂຫວາ​ແລ້ວ ມັນ​ເປັນ​ຄື​ກັບ​ວ່າ​ເຮົາ​ກ້າວ​ຂຶ້ນ​ໄປ​ເທິງ​ເວທີ​ມວຍ​ປໍ້າ. ຢ່າງ​ຫນ້ອຍ​ກໍ​ນັບ​ຕັ້ງ​ແຕ່​ການ​ອຸທິດ​ຕົວ​ເປັນ​ຕົ້ນ​ໄປ ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ຢູ່​ໃນ​ການ​ຕໍ່​ສູ້​ນີ້​ໂດຍ​ຫລີກ​ເວັ້ນ​ບໍ່​ໄດ້. ບໍ່​ແປກ​ເລີຍ​ທີ່​ໂປໂລ​ເຫັນ​ຄວາມ​ຈຳເປັນ​ທີ່​ຈະ​ກະຕຸ້ນ​ເຕືອນ​ຄລິດສະຕຽນ​ຢູ່​ເມືອງ​ເອເຟດ​ຕັ້ງ​ສາມ​ເທື່ອ​ໃຫ້ “ຢັ້ງຢືນ​”!—ເອເຟດ 6:11, 13, 14.

9. (ກ) ເປັນ​ຫຍັງ​ຊາຕານ​ແລະ​ພວກ​ຜີ​ປີສາດ​ຈຶ່ງ​ໃຊ້ “ອຸບາຍ​” ຫລາຍ​ຮູບ​ແບບ? (ຂ) ເປັນ​ຫຍັງ​ຊາຕານ​ພະຍາຍາມ​ເຮັດ​ໃຫ້​ວິທີ​ທີ່​ເຮົາ​ຄິດ​ເສື່ອມ​ເສຍ ແລະ​ເຮົາ​ຈະ​ຕ້ານ​ທານ​ຄວາມ​ພະຍາຍາມ​ຂອງ​ມັນ​ໄດ້​ແນວ​ໃດ? (ເບິ່ງ​ຂອບ “ ຈົ່ງ​ລະວັງ​ເລ່ຫລ່ຽມ​ຂອງ​ຊາຕານ!”) (ຄ) ເຮົາ​ຈະ​ພິຈາລະນາ​ອຸບາຍ​ອັນ​ໃດ​ຕໍ່​ຈາກ​ນີ້?

9 ກົນ​ອຸບາຍ​ອັນ​ມີ​ເລ່ຫລ່ຽມ. ໂປໂລ​ກ່າວ​ເຕືອນ​ຄລິດສະຕຽນ​ໃຫ້​ຢັ້ງຢືນ​ຕໍ່​ຕ້ານ “ອຸບາຍ​” ຂອງ​ຊາຕານ. (ເອເຟດ 6:11) ໃນ​ພາສາ​ກະເລັກ ຂໍ້​ນີ້​ໂປໂລ​ໃຊ້​ຮູບ​ການ​ຂອງ​ຄຳ​ນາມ​ບອກ​ຈຳນວນ​ຫລາຍ. ພວກ​ກາຍ​ວິນຍານ​ຊົ່ວ​ໃຊ້​ການ​ກະທຳ​ທີ່​ມີ​ເລ່ຫລ່ຽມ​ບໍ່​ແມ່ນ​ວິທີ​ດຽວ​ແຕ່​ຫລາຍ​ວິທີ ເພື່ອ​ບັນລຸ​ເປົ້າ​ຫມາຍ​ຂອງ​ພວກ​ມັນ. ເມື່ອ​ເວລາ​ຜ່ານ​ໄປ ຜູ້​ທີ່​ມີ​ຄວາມ​ເຊື່ອ​ບາງ​ຄົນ​ທີ່​ເຄີຍ​ຫມັ້ນຄົງ​ໃນ​ການ​ຕ້ານ​ທານ​ການ​ທົດລອງ​ຢ່າງ​ຫນຶ່ງ​ມາ​ແລ້ວ​ໄດ້​ຍອມ​ແພ້​ຕໍ່​ການ​ທົດລອງ​ອີກ​ຢ່າງ​ຫນຶ່ງ. ດັ່ງ​ນັ້ນ ຊາຕານ​ແລະ​ພວກ​ຜີ​ປີສາດ​ຈຶ່ງ​ສັງເກດ​ເບິ່ງ​ພຶດຕິກຳ​ຂອງ​ເຮົາ​ແຕ່​ລະ​ຄົນ​ຢ່າງ​ໃກ້​ຊິດ​ເພື່ອ​ຈະ​ພົບ​ຈຸດ​ອ່ອນແອ​ທີ່​ສຸດ​ຂອງ​ເຮົາ. ຈາກ​ນັ້ນ ພວກ​ມັນ​ກໍ​ຈະ​ສວຍ​ໃຊ້​ຈຸດ​ອ່ອນ​ຝ່າຍ​ວິນຍານ​ນັ້ນ​ທີ່​ເຮົາ​ອາດ​ມີ. ແຕ່​ກໍ​ດີ​ຢູ່​ທີ່​ເຮົາ​ສາມາດ​ເບິ່ງ​ອອກ​ເຖິງ​ວິທີ​ການ​ຫລາຍ​ຢ່າງ​ຂອງ​ຊາຕານ ເພາະ​ຄຳພີ​ໄບເບິນ​ເປີດ​ເຜີຍ​ເລື່ອງ​ນີ້​ໄວ້. (2 ໂກລິນໂທ 2:11) ໃນ​ບົດ​ຕົ້ນໆຂອງ​ປຶ້ມ​ຫົວ​ນີ້ ເຮົາ​ໄດ້​ພິຈາລະນາ​ກົນ​ອຸບາຍ​ຕ່າງໆເຊັ່ນ ການ​ລໍ້​ດ້ວຍ​ການ​ນິຍົມ​ວັດຖຸ ການ​ຄົບຫາ​ສະມາຄົມ​ທີ່​ກໍ່​ຄວາມ​ເສຍຫາຍ ແລະ​ການ​ຜິດ​ສິນລະທຳ​ທາງ​ເພດ. ຕອນ​ນີ້​ຂໍ​ໃຫ້​ເຮົາ​ພິຈາລະນາ​ກົນ​ອຸບາຍ​ອັນ​ມີ​ເລ່ຫລ່ຽມ​ອີກ​ຢ່າງ​ຫນຶ່ງ​ຂອງ​ຊາຕານ ນັ້ນ​ກໍ​ຄື​ລັດທິ​ຜີ​ປີສາດ.

ການ​ກ່ຽວ​ຂ້ອງ​ກັບ​ລັດທິ​ຜີ​ປີສາດ​ແມ່ນ​ການ​ກະທຳ​ທີ່​ທໍລະຍົດ

10. (ກ) ລັດທິ​ຜີ​ປີສາດ​ແມ່ນ​ຫຍັງ? (ຂ) ພະ​ເຢໂຫວາ​ມີ​ທັດສະນະ​ແນວ​ໃດ​ຕໍ່​ລັດທິ​ຜີ​ປີສາດ ແລະ​ເຈົ້າ​ເດ​ມີ​ທັດສະນະ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

10 ໂດຍ​ການ​ກ່ຽວ​ຂ້ອງ​ກັບ​ລັດທິ​ຜີ​ປີສາດ ຄົນ​ເຮົາ​ຕິດ​ຕໍ່​ໂດຍ​ກົງ​ກັບ​ພວກ​ກາຍ​ວິນຍານ​ຊົ່ວ. ລັດທິ​ຜີ​ປີສາດ​ບາງ​ຮູບ​ແບບ​ໄດ້​ແກ່ ການ​ສ່ຽງ​ທາຍ ໄສຍະສາດ ການ​ໃສ່​ສະເຫນ ແລະ​ການ​ຕິດ​ຕໍ່​ກັບ​ຄົນ​ຕາຍ. ດັ່ງ​ທີ່​ເຮົາ​ຮູ້​ແລ້ວ ພະ​ເຢໂຫວາ​ມອງ​ວ່າ​ລັດທິ​ຜີ​ປີສາດ “ເປັນ​ທີ່​ຫນ່າຍແຫນງ.” (ພະບັນຍັດ 18:10​-​12; ຄຳປາກົດ 21:8) ເນື່ອງ​ຈາກ​ເຮົາ​ກໍ​ຄື​ກັນ​ຕ້ອງ “ກຽດ​ຊັງ​ການ​ຊົ່ວ​” ມັນ​ຈຶ່ງ​ເປັນ​ໄປ​ບໍ່​ໄດ້​ທີ່​ເຮົາ​ຈະ​ພະຍາຍາມ​ຕິດ​ຕໍ່​ກັບ​ພວກ​ກາຍ​ວິນຍານ​ຊົ່ວ. (ໂລມ 12:9) ນັ້ນ​ຄົງ​ຈະ​ເປັນ​ການ​ກະທຳ​ທີ່​ທໍລະຍົດ​ເຊິ່ງ​ເປັນ​ຕາ​ຫນ້າ​ລັງກຽດ​ຕໍ່​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ!

11. ຖ້າ​ຊາຕານ​ສາມາດ​ຈູງ​ໃຈ​ເຮົາ​ໃຫ້​ເຂົ້າ​ໄປ​ພົວ​ພັນ​ກັບ​ລັດທິ​ຜີ​ປີສາດ ເພາະ​ເຫດ​ໃດ​ຈຶ່ງ​ເປັນ​ໄຊ​ຊະນະ​ອັນ​ຍິ່ງໃຫຍ່​ສຳລັບ​ມັນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

11 ແນວ​ໃດ​ກໍ​ຕາມ ຍ້ອນ​ເຫດຜົນ​ທີ່​ວ່າ​ການ​ກະທຳ​ຫລິ້ນໆໃນ​ເລື່ອງ​ລັດທິ​ຜີ​ປີສາດ​ເປັນ​ການ​ກະທຳ​ທີ່​ທໍລະຍົດ​ເຊິ່ງ​ພະ​ເຢໂຫວາ​ລັງກຽດ ຊາຕານ​ຈຶ່ງ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ໃຫ້​ເຮົາ​ບາງ​ຄົນ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ການ​ກະທຳ​ນັ້ນ. ແຕ່​ລະ​ຄັ້ງ​ທີ່​ຊາຕານ​ສາມາດ​ລໍ້​ໃຫ້​ຄລິດສະຕຽນ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ລັດທິ​ຜີ​ປີສາດ ມັນ​ໄດ້​ໄຊ​ຊະນະ​ອັນ​ຍິ່ງໃຫຍ່. ເປັນ​ຫຍັງ? ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ການ​ສົມ​ທຽບ​ນີ້ ຖ້າ​ຫາກ​ຈອບ​ອອຍ​ເອົາ​ທະຫານ​ຄົນ​ຫນຶ່ງ​ໃຫ້​ປະ​ຖິ້ມ​ແລະ​ທໍລະຍົດ​ຕໍ່​ກອງ​ກຳລັງ​ຂອງ​ຕົນ ແລ້ວ​ໄປ​ເຂົ້າ​ຝ່າຍ​ກອງ​ກຳລັງ​ຂອງ​ສັດຕູ ຜູ້​ບັນຊາ​ການ​ຂອງ​ຝ່າຍ​ສັດຕູ​ຍ່ອມ​ຈະ​ດີ​ໃຈ​ແທ້ໆ. ຜູ້​ບັນຊາ​ການ​ນັ້ນ​ອາດ​ເຖິງ​ຂັ້ນ​ຈັດ​ຂະບວນ​ແຫ່​ຄົນ​ທໍລະຍົດ​ນັ້ນ​ຄື​ກັບ​ວ່າ​ເປັນ​ຖ້ວຍ​ລາງວັນ ເພື່ອ​ເຮັດ​ໃສ່​ອະດີດ​ຜູ້​ບັນຊາ​ການ​ກອງທັບ​ຂອງ​ທະຫານ​ຄົນ​ນັ້ນ. ຄ້າຍ​ກັນ ຖ້າ​ຄລິດສະຕຽນ​ເຂົ້າ​ໄປ​ພົວ​ພັນ​ກັບ​ລັດທິ​ຜີ​ປີສາດ ລາວ​ຄົງ​ເຕັມ​ໃຈ​ແລະ​ຕັ້ງ​ໃຈ​ປະ​ຖິ້ມ​ພະ​ເຢໂຫວາ ແລະ​ມອບ​ຕົວ​ຢູ່​ພາຍ​ໃຕ້​ການ​ບັນຊາ​ຂອງ​ຊາຕານ​ໂດຍ​ກົງ. ລອງ​ຄິດ​ເບິ່ງ​ວ່າ​ນັ້ນ​ຈະ​ເຮັດ​ໃຫ້​ຊາຕານ​ຍິນດີ​ສໍ່າ​ໃດ​ຈຶ່ງ​ຈັດ​ໃຫ້​ມີ​ຂະບວນ​ແຫ່​ຄົນ​ທີ່​ປະ​ຖິ້ມ​ພະເຈົ້າ​ຄື​ກັບ​ວ່າ​ເປັນ​ຖ້ວຍ​ລາງວັນ​ຂອງ​ໄຊ​ຊະນະ​ໃນ​ສົງຄາມ! ມີ​ໃຜ​ໃນ​ພວກ​ເຮົາ​ບໍ​ທີ່​ຕ້ອງການ​ຍື່ນ​ໄຊ​ຊະນະ​ແບບ​ນັ້ນ​ໃຫ້​ພະຍາມານ? ບໍ່​ມີ​ດອກ! ເຮົາ​ບໍ່​ແມ່ນ​ຄົນ​ທໍລະຍົດ.

ການ​ໃຊ້​ຄຳຖາມ​ເພື່ອ​ກໍ່​ໃຫ້​ເກີດ​ຂໍ້​ສົງໄສ

12. ຊາຕານ​ໃຊ້​ວິທີ​ໃດ​ເພື່ອ​ປ່ຽນ​ທັດສະນະ​ຂອງ​ເຮົາ​ຕໍ່​ເລື່ອງ​ລັດທິ​ຜີ​ປີສາດ?

12 ຕາບ​ໃດ​ທີ່​ເຮົາ​ກຽດ​ຊັງ​ລັດທິ​ຜີ​ປີສາດ ຊາຕານ​ຈະ​ບໍ່​ປະສົບ​ໄຊ​ຊະນະ​ໃນ​ການ​ເຮັດ​ໃຫ້​ເຮົາ​ເຂົ້າ​ໄປ​ພົວ​ພັນ​ນຳ. ດັ່ງ​ນັ້ນ ມັນ​ສຳນຶກ​ວ່າ​ຕ້ອງ​ປ່ຽນ​ຄວາມ​ຄິດ​ຂອງ​ເຮົາ. ປ່ຽນ​ໂດຍ​ວິທີ​ໃດ? ມັນ​ຊອກ​ຫາ​ວິທີ​ທີ່​ຈະ​ເຮັດ​ໃຫ້​ຄລິດສະຕຽນ​ສັບສົນ​ເຖິງ​ຂັ້ນ​ວ່າ​ບາງ​ຄົນ​ຈະ​ເຫັນ “ການ​ຮ້າຍ​ວ່າ​ເປັນ​ການ​ດີ​ແລະ​ການ​ດີ​ເປັນ​ການ​ຮ້າຍ.” (ເອຊາອີ 5:20) ເພື່ອ​ຈະ​ເຮັດ​ເຊັ່ນ​ນັ້ນ ຫລາຍ​ຄັ້ງ​ຊາຕານ​ອາໄສ​ວິທີ​ຫນຶ່ງ​ທີ່​ຜ່ານ​ການ​ທົດ​ສອບ​ມາ​ດົນ​ແລ້ວ​ວ່າ​ໄດ້​ຜົນ ນັ້ນ​ຄື​ມັນ​ໃຊ້​ຄຳຖາມ​ເພື່ອ​ກໍ່​ໃຫ້​ເກີດ​ຂໍ້​ສົງໄສ.

13. ຊາຕານ​ໄດ້​ໃຊ້​ວິທີ​ຕັ້ງ​ຄຳຖາມ​ແນວ​ໃດ​ເພື່ອ​ກໍ່​ໃຫ້​ມີ​ຂໍ້​ສົງໄສ?

13 ຂໍ​ໃຫ້​ສັງເກດ​ວິທີ​ການ​ນີ້​ທີ່​ຊາຕານ​ໃຊ້​ໃນ​ອະດີດ. ໃນ​ສວນ​ເອເດນ​ມັນ​ຖາມ​ເອວາ​ວ່າ “ຈິງ​ຫລື ພະເຈົ້າ​ໄດ້​ບອກ​ຫ້າມ​ວ່າ​ພວກ​ເຈົ້າ​ຢ່າຊູ່​ກິນ​ຫມາກ​ໄມ້​ທຸກ​ຢ່າງ​ໃນ​ສວນ​ນີ້?” ໃນ​ສະໄຫມ​ຂອງ​ໂຢບ ໃນ​ລະຫວ່າງ​ການ​ປະຊຸມ​ຂອງ​ພວກ​ທູດ​ສະຫວັນ ຊາຕານ​ໄດ້​ຕັ້ງ​ຄຳຖາມ​ວ່າ “ທ່ານ​ໂຢບ​ຢ້ານຢຳ​ພະເຈົ້າ​ດີ​ດອກ​ຫລື?” ແລະ​ໃນ​ຕອນ​ເລີ່ມ​ຕົ້ນ​ການ​ຮັບໃຊ້​ຂອງ​ພະ​ເຍຊູ​ຢູ່​ແຜ່ນດິນ​ໂລກ ຊາຕານ​ໄດ້​ທ້າທາຍ​ພະ​ຄລິດ​ວ່າ “​ຖ້າ​ພະອົງ​ເປັນ ພະ​ບຸດ​ແຫ່ງ​ພະເຈົ້າ ຈົ່ງ​ບອກ​ກ້ອນ​ຫີນ​ທັງ​ຫລາຍ​ນີ້​ໃຫ້​ກາຍ​ເປັນ​ເຂົ້າຈີ່​ເຖີ້ນ.” ຄິດ​ເບິ່ງ ໃນ​ກໍລະນີ​ຂອງ​ພະ​ເຍຊູ ຊາຕານ​ບັງ​ອາດ​ເຍາະ​ເຍີ້ຍ​ຖ້ອຍຄຳ​ທີ່​ພະ​ເຢໂຫວາ​ໄດ້​ກ່າວ​ປະມານ​ຫົກ​ອາທິດ​ກ່ອນ​ຫນ້າ​ນັ້ນ​ທີ່​ວ່າ “ພະອົງ​ນີ້​ເປັນ​ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫລາຍ​ໃນ​ພະອົງ.”—ຕົ້ນເດີມ 3:1; ໂຢບ 1:9; ມັດທາຍ 3:17; 4:3.

14. (ກ) ຊາຕານ​ໃຊ້​ກົນ​ອຸບາຍ​ຂອງ​ມັນ​ແນວ​ໃດ​ໃນ​ການ​ກໍ່​ໃຫ້​ເກີດ​ຂໍ້​ສົງໄສ​ໃນ​ເລື່ອງ​ລັດທິ​ຜີ​ປີສາດ? (ຂ) ຕອນ​ນີ້​ເຮົາ​ຈະ​ພິຈາລະນາ​ຫຍັງ?

14 ໃນ​ທຸກ​ມື້​ນີ້ ພະຍາມານ​ໃຊ້​ອຸບາຍ​ທີ່​ຄ້າຍ​ກັນ​ໂດຍ​ພະຍາຍາມ​ທີ່​ຈະ​ກໍ່​ໃຫ້​ເກີດ​ຂໍ້​ສົງໄສ​ໃນ​ເລື່ອງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ລັດທິ​ຜີ​ປີສາດ. ຫນ້າ​ເສົ້າໃຈ ມັນ​ໄດ້​ປະສົບ​ຜົນ​ສຳເລັດ​ໃນ​ການ​ກໍ່​ໃຫ້​ເກີດ​ຂໍ້​ສົງໄສ​ໃນ​ຈິດ​ໃຈ​ຂອງ​ຜູ້​ທີ່​ມີ​ຄວາມ​ເຊື່ອ​ບາງ​ຄົນ. ເຂົາ​ເຈົ້າ​ເລີ່ມ​ສົງໄສ​ວ່າ​ລັດທິ​ຜີ​ປີສາດ​ບາງ​ຮູບ​ແບບ​ຊົ່ວ​ຮ້າຍ​ທັງ​ຫມົດ​ແທ້ໆບໍ. ທີ່​ແທ້​ແລ້ວ ເປັນ​ຄື​ກັບ​ເຂົາ​ເຈົ້າ​ຖາມ​ວ່າ ‘ເປັນ​ແນວ​ນັ້ນ​ແທ້ໆບໍ?’ (2 ໂກລິນໂທ 11:3) ເຮົາ​ຈະ​ຊ່ວຍ​ຄົນ​ແບບ​ນັ້ນ​ໃຫ້​ປ່ຽນ​ທັດສະນະ​ຂອງ​ຕົນ​ໄດ້​ແນວ​ໃດ? ເຮົາ​ຈະ​ເຮັດ​ໃຫ້​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ກົນ​ອຸບາຍ​ຂອງ​ຊາຕານ​ບໍ່​ສາມາດ​ເຮັດ​ໃຫ້​ເຮົາ​ອຽງ​ເອນ​ໄດ້? ເພື່ອ​ຕອບ​ຄຳຖາມ​ນັ້ນ ຂໍ​ໃຫ້​ພິຈາລະນາ​ສອງ​ຂອບ​ເຂດ​ໃນ​ຊີວິດ​ເຊິ່ງ​ຊາຕານ​ເຮັດ​ໃຫ້​ເປັນ​ມົນທິນ​ຢ່າງ​ມີ​ເລ່ຫລ່ຽມ​ດ້ວຍ​ແງ່​ມຸມ​ທີ່​ກ່ຽວ​ຂ້ອງ​ກັບ​ລັດທິ​ຜີ​ປີສາດ. ຂອບ​ເຂດ​ເຫລົ່າ​ນັ້ນ​ຄື​ຄວາມ​ບັນເທີງ​ແລະ​ການ​ເບິ່ງ​ແຍງ​ຮັກສາ​ສຸຂະພາບ.

ສວຍ​ໃຊ້​ຄວາມ​ປາຖະຫນາ​ແລະ​ຄວາມ​ຈຳເປັນ​ຂອງ​ເຮົາ

15. (ກ) ຫລາຍ​ຄົນ​ໃນ​ໂລກ​ຕາເວັນ​ຕົກ​ມີ​ທັດສະນະ​ແນວ​ໃດ​ຕໍ່​ລັດທິ​ຜີ​ປີສາດ? (ຂ) ຄລິດສະຕຽນ​ບາງ​ຄົນ​ໄດ້​ຮັບ​ຜົນ​ກະທົບ​ແນວ​ໃດ​ຈາກ​ທັດສະນະ​ຂອງ​ໂລກ​ໃນ​ເລື່ອງ​ລັດທິ​ຜີ​ປີສາດ?

15 ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ໂລກ​ຕາເວັນ​ຕົກ ນັບ​ມື້​ນັບ​ຫລາຍ​ຂຶ້ນ​ທີ່​ມີ​ການ​ມອງ​ວ່າ​ເລື່ອງ​ອຳນາດ​ເລິກ​ລັບ ເວດ​ມົນ​ຄາຖາ ແລະ​ຮູບ​ແບບ​ອື່ນໆຂອງ​ລັດທິ​ຜີ​ປີສາດ​ເປັນ​ເລື່ອງ​ທີ່​ບໍ່​ມີ​ຫຍັງ​ເສຍຫາຍ. ພາບພະຍົນ ປຶ້ມ​ເລື່ອງ ລາຍການ​ໂທລະພາບ ແລະ​ເກມ​ຄອມພິວເຕີ​ສະແດງ​ໃຫ້​ເຫັນ​ຫລາຍ​ຂຶ້ນ​ເລື້ອຍໆວ່າ​ກິດ​ປະຕິບັດ​ກ່ຽວ​ກັບ​ລັດທິ​ຜີ​ປີສາດ​ເປັນ​ເລື່ອງ​ມ່ວນ​ຊື່ນ ສະຫລາດ ແລະ​ບໍ່​ມີ​ພິດ​ມີ​ໄພ. ພາບພະຍົນ​ແລະ​ປຶ້ມ​ບາງ​ເລື່ອງ​ທີ່​ມີ​ໂຄງ​ເລື່ອງ​ເນັ້ນ​ເລື່ອງ​ອຳນາດ​ເລິກ​ລັບ​ໄດ້​ກາຍ​ເປັນ​ທີ່​ນິຍົມ​ຫລາຍ​ເຖິງ​ຂັ້ນ​ວ່າ​ບັນດາ​ຜູ້​ທີ່​ຫລົງໄຫລ​ໄດ້​ຕັ້ງ​ສະ​ໂມ​ສອນ​ຂຶ້ນ. ເຫັນ​ໄດ້​ແຈ້ງ​ວ່າ​ພວກ​ຜີ​ປີສາດ​ໄດ້​ປະສົບ​ຜົນ​ສຳເລັດ​ໃນ​ການ​ເຮັດ​ໃຫ້​ພິດ​ໄພ​ຂອງ​ອຳນາດ​ເລິກ​ລັບ​ເປັນ​ເລື່ອງ​ເລັກ​ນ້ອຍ. ຄວາມ​ໂນ້ມ​ອ່ຽງ​ໃນ​ການ​ຖື​ວ່າ​ລັດທິ​ຜີ​ປີສາດ​ເປັນ​ເລື່ອງ​ຫລິ້ນໆເຊັ່ນ​ນີ້​ມີ​ຜົນ​ກະທົບ​ຕໍ່​ຄລິດສະຕຽນ​ບໍ? ບາງ​ຄົນ​ໄດ້​ຮັບ​ຜົນ​ກະທົບ​ທາງ​ຄວາມ​ຄິດ. ໃນ​ທາງ​ໃດ​ແດ່? ຂໍ​ຍົກ​ຕົວຢ່າງ​ທີ່​ເຫັນ​ໄດ້​ທົ່ວໄປ ຫລັງ​ຈາກ​ທີ່​ຄລິດສະຕຽນ​ຄົນ​ຫນຶ່ງ​ໄດ້​ເບິ່ງ​ພາບພະຍົນ​ທີ່​ເນັ້ນ​ເລື່ອງ​ອຳນາດ​ເລິກ​ລັບ ລາວ​ເວົ້າ​ວ່າ “ຂ້ອຍ​ພຽງ​ແຕ່​ເບິ່ງ​ພາບພະຍົນ ແຕ່​ຂ້ອຍ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ລັດທິ​ຜີ​ປີສາດ.” ເປັນ​ຫຍັງ​ການ​ຫາ​ເຫດຜົນ​ແບບ​ນັ້ນ​ຈຶ່ງ​ເປັນ​ອັນຕະລາຍ?

16. ເປັນ​ຫຍັງ​ຈຶ່ງ​ເປັນ​ອັນຕະລາຍ​ທີ່​ຈະ​ເລືອກ​ຄວາມ​ບັນເທີງ​ເຊິ່ງ​ເນັ້ນ​ໃນ​ເລື່ອງ​ກິດ​ປະຕິບັດ​ຂອງ​ອຳນາດ​ເລິກ​ລັບ?

16 ເຖິງ​ແມ່ນ​ວ່າ​ມີ​ຄວາມ​ແຕກຕ່າງ​ລະຫວ່າງ​ການ​ພົວ​ພັນ​ກັບ​ລັດທິ​ຜີ​ປີສາດ​ແທ້ໆກັບ​ການ​ເບິ່ງ​ສື່​ບັນເທີງ​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ນັ້ນ ແນ່ນອນ ນີ້​ບໍ່​ໄດ້​ຫມາຍ​ຄວາມ​ວ່າ​ການ​ເບິ່ງ​ກິດ​ປະຕິບັດ​ກ່ຽວ​ກັບ​ອຳນາດ​ເລິກ​ລັບ​ບໍ່​ມີ​ອັນຕະລາຍ​ຫຍັງ. ເພາະ​ເຫດ​ໃດ? ຂໍ​ໃຫ້​ພິຈາລະນາ​ເລື່ອງ​ນີ້ ພະ​ຄຳ​ຂອງ​ພະເຈົ້າ​ຊີ້​ບອກ​ວ່າ​ທັງ​ຊາຕານ​ແລະ​ພວກ​ຜີ​ປີສາດ​ຂອງ​ມັນ​ບໍ່​ມີ​ຄວາມ​ສາມາດ​ທີ່​ຈະ​ອ່ານ​ຄວາມ​ຄິດ​ຂອງ​ເຮົາ​ໄດ້. * ດັ່ງ​ນັ້ນ ຕາມ​ທີ່​ກ່າວ​ກ່ອນ​ຫນ້າ​ນີ້ ເພື່ອ​ຈະ​ຮູ້​ວ່າ​ເຮົາ​ຄິດ​ຫຍັງ​ແລະ​ສິ່ງ​ໃດ​ແດ່​ທີ່​ຈະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະເຈົ້າ​ຢ່ອນ​ຍານ ພວກ​ກາຍ​ວິນຍານ​ຊົ່ວ​ຕ້ອງ​ສັງເກດ​ການ​ກະທຳ​ຂອງ​ເຮົາ​ຢ່າງ​ໃກ້​ຊິດ ເຊິ່ງ​ລວມ​ເຖິງ​ການ​ເລືອກ​ຄວາມ​ບັນເທີງ​ຂອງ​ເຮົາ. ເມື່ອ​ຄລິດສະຕຽນ​ມີ​ການ​ປະພຶດ​ທີ່​ສະແດງ​ວ່າ​ລາວ​ມັກ​ພາບພະຍົນ​ຫລື​ປຶ້ມ​ທີ່​ເນັ້ນ​ເລື່ອງ​ຄົນ​ຊົງ ເວດ​ມົນ​ຄາຖາ ການ​ຖືກ​ຜີ​ເຂົ້າ​ສິງ ຫລື​ເລື່ອງ​ທີ່​ຄ້າຍ​ກັນ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ຜີ​ປີສາດ ລາວ​ກຳລັງ​ສົ່ງ​ຂໍ້​ມູນ​ບາງ​ຢ່າງ​ໃຫ້​ພວກ​ຜີ​ປີສາດ. ທີ່​ແທ້​ແລ້ວ ລາວ​ກຳລັງ​ບອກ​ພວກ​ມັນ​ໃຫ້​ຮູ້​ຈຸດ​ອ່ອນ​ຂອງ​ຕົນ! ເມື່ອ​ໄດ້​ໂອກາດ ພວກ​ຜີ​ປີສາດ​ສາມາດ​ຮັດ​ຄລິດສະຕຽນ​ໃຫ້​ແຫນ້ນ​ຂຶ້ນ​ເຊິ່ງ​ເປັນ​ການ​ສວຍ​ໂອກາດ​ຈາກ​ຈຸດ​ອ່ອນ​ທີ່​ເຫັນ​ໄດ້ ຈົນ​ກະທັ່ງ​ຄື​ກັບ​ວ່າ​ພວກ​ມັນ​ສາມາດ​ກົດ​ລາວ​ໃຫ້​ແນບ​ຢູ່​ພື້ນ​ແລະ​ໄດ້​ໄຊ​ຊະນະ​ໃນ​ການ​ປໍ້າ. ທີ່​ຈິງ ບາງ​ຄົນ​ທີ່​ຖືກ​ກະຕຸ້ນ​ໃຫ້​ສົນ​ໃຈ​ໃນ​ເລື່ອງ​ລັດທິ​ຜີ​ປີສາດ​ເປັນ​ຄັ້ງ​ທຳອິດ​ແມ່ນ​ຍ້ອນ​ຄວາມ​ບັນເທີງ​ທີ່​ເນັ້ນ​ເລື່ອງ​ອຳນາດ​ເລິກ​ລັບ​ນັ້ນ ໃນ​ທີ່​ສຸດ​ກໍ​ໄດ້​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ແທ້ໆກັບ​ລັດທິ​ຜີ​ປີສາດ.—ຄາລາຊີ 6:7.

ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຄໍ້າ​ຊູ​ຈາກ​ພະ​ເຢໂຫວາ​ໃນ​ເວລາ​ທີ່​ເຈັບ​ປ່ວຍ

17. ຊາຕານ​ອາດ​ໃຊ້​ກົນ​ອຸບາຍ​ອັນ​ໃດ​ເພື່ອ​ສວຍ​ປະໂຫຍດ​ຈາກ​ຄົນ​ທີ່​ເຈັບ​ປ່ວຍ?

17 ຊາຕານ​ພະຍາຍາມ​ສວຍ​ໃຊ້​ບໍ່​ພຽງ​ແຕ່​ຄວາມ​ປາຖະຫນາ​ຂອງ​ເຮົາ​ໃນ​ເລື່ອງ​ຄວາມ​ບັນເທີງ​ເທົ່າ​ນັ້ນ ແຕ່​ໃຊ້​ຄວາມ​ຈຳເປັນ​ໃນ​ການ​ເບິ່ງ​ແຍງ​ສຸຂະພາບ​ນຳ​ອີກ. ໂດຍ​ວິທີ​ໃດ? ຄລິດສະຕຽນ​ທີ່​ມີ​ສຸຂະພາບ​ຊຸດໂຊມ​ອາດ​ຮູ້ສຶກ​ຫມົດ​ຫວັງ​ທັງໆທີ່​ພະຍາຍາມ​ຫລາຍ​ແລ້ວ​ໃນ​ການ​ຊອກ​ຫາ​ວິທີ​ປິ່ນປົວ. (ມາລະໂກ 5:25, 26) ນັ້ນ​ອາດ​ເປີດ​ທາງ​ໃຫ້​ຊາຕານ​ແລະ​ພວກ​ຜີ​ປີສາດ​ມີ​ໂອກາດ​ທີ່​ຈະ​ສວຍ​ປະໂຫຍດ​ຈາກ​ບຸກຄົນ​ນັ້ນ. ພວກ​ມັນ​ຮູ້​ດີ​ວ່າ​ພະ​ຄຳ​ຂອງ​ພະເຈົ້າ​ເຕືອນ​ບໍ່​ໃຫ້​ສະແຫວງ​ຫາ “ຄວາມ​ຊ່ອຍ​ຂອງ​ຄົນ​ທັງ​ຫລາຍ​ທີ່​ຂັບ​ຕາມ​ຄວາມ​ອະທຳ.” (ເອຊາອີ 31:2) ເພື່ອ​ເຮັດ​ໃຫ້​ຄລິດສະຕຽນ​ຂັດຂືນ​ຄຳ​ເຕືອນ​ນັ້ນ ພວກ​ຜີ​ປີສາດ​ອາດ​ພະຍາຍາມ​ລໍ້​ໃຈ​ຜູ້​ເຈັບ​ປ່ວຍ​ທີ່​ຫມົດ​ຫວັງ​ໃຫ້​ຫັນ​ໄປ​ເພິ່ງ​ວິທີ​ຫລື​ຂັ້ນ​ຕອນ​ການ​ຮັກສາ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້ “ອຳນາດ​ເລິກ​ລັບ​” ຫລື​ລັດທິ​ຜີ​ປີສາດ ເຊິ່ງ​ເປັນ​ສິ່ງ​ທີ່​ກໍ່​ຄວາມ​ເສຍຫາຍ​ຫລາຍ. ຖ້າ​ກົນ​ອຸບາຍ​ຂອງ​ພວກ​ຜີ​ປີສາດ​ປະສົບ​ຜົນ​ສຳເລັດ ນັ້ນ​ອາດ​ເຮັດ​ໃຫ້​ສາຍ​ສຳພັນ​ທີ່​ຜູ້​ເຈັບ​ປ່ວຍ​ມີ​ຕໍ່​ພະເຈົ້າ​ຢ່ອນ​ຍານ​ໄດ້. ໃນ​ທາງ​ໃດ?

18. ຄລິດສະຕຽນ​ປະຕິເສດ​ວິທີ​ການ​ປິ່ນປົວ​ແບບ​ໃດ ແລະ​ເພາະ​ເຫດ​ໃດ?

18 ພະ​ເຢໂຫວາ​ເຕືອນ​ຊາວ​ອິດສະລາແອນ​ທີ່​ອາໄສ “ອຳນາດ​ເລິກ​ລັບ​” ວ່າ “ເມື່ອ​ທ່ານ​ທັງ​ຫລາຍ​ຈະ​ຢຽດ​ມື​ອອກ​ເຮົາ​ຈະ​ບັງ​ຕາ​ເຮົາ​ຈາກ​ພວກ​ທ່ານ. ມາດ​ແມ່ນ​ທ່ານ​ທັງ​ຫລາຍ​ຈະ​ອ້ອນ​ວອນ​ຕື່ມ​ມາກ​ຫລາຍ​ເຮົາ​ຈະ​ບໍ່​ຟັງ.” (ເອຊາອີ 1:13, ລ.ມ.; 15) ແນ່ນອນ ເຮົາ​ຄວນ​ຈະ​ຫລີກ​ລ່ຽງ​ສະເຫມີ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ອາດ​ຂັດ​ຂວາງ​ຄຳ​ອະທິດຖານ​ຂອງ​ເຮົາ ແລະ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ພະ​ເຢໂຫວາ ເຊິ່ງ​ຈຳເປັນ​ຢ່າງ​ຍິ່ງ​ໃນ​ໄລຍະ​ທີ່​ເຮົາ​ເຈັບ​ປ່ວຍ. (ຄຳເພງ 41:3) ດັ່ງ​ນັ້ນ ຖ້າ​ມີ​ຂໍ້​ບົ່ງ​ຊີ້​ວ່າ​ວິທີ​ການ​ກວດ​ພະຍາດ​ຫລື​ການ​ປິ່ນປົວ​ບາງ​ຢ່າງ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ລັດທິ​ຜີ​ປີສາດ ຄລິດສະຕຽນ​ແທ້​ຄວນ​ຫລີກ​ເວັ້ນ​ການ​ປິ່ນປົວ​ແບບ​ນັ້ນ. * (ມັດທາຍ 6:13) ໂດຍ​ວິທີ​ນີ້ ລາວ​ຈຶ່ງ​ຈະ​ແນ່​ໃຈ​ໄດ້​ວ່າ​ຍັງ​ຄົງ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ພະ​ເຢໂຫວາ​ຢູ່.—ເບິ່ງ​ຂອບ “ ນີ້​ເປັນ​ລັດທິ​ຜີ​ປີສາດ​ແທ້ໆບໍ?”.

ເມື່ອ​ເລື່ອງ​ລາວ​ກ່ຽວ​ກັບ​ພວກ​ຜີ​ປີສາດ​ມີ​ມາກ​ມາຍ

19. (ກ) ພະຍາມານ​ໄດ້​ລໍ້​ລວງ​ຜູ້​ຄົນ​ມາກ​ມາຍ​ໃຫ້​ເຊື່ອ​ແນວ​ໃດ​ໃນ​ເລື່ອງ​ອຳນາດ​ຂອງ​ມັນ? (ຂ) ເລື່ອງ​ແບບ​ໃດ​ທີ່​ຄລິດສະຕຽນ​ແທ້​ຄວນ​ຫລີກ​ລ່ຽງ?

19 ໃນ​ຂະນະ​ທີ່​ຫລາຍ​ຄົນ​ໃນ​ໂລກ​ຕາເວັນ​ຕົກ​ຖື​ວ່າ​ອຳນາດ​ຂອງ​ຊາຕານ​ເປັນ​ເລື່ອງ​ທີ່​ບໍ່​ເປັນ​ອັນຕະລາຍ ແຕ່​ມັນ​ພັດ​ກົງ​ກັນ​ຂ້າມ​ກັນ​ໃນ​ພູມິພາກ​ອື່ນ​ຂອງ​ໂລກ. ໃນ​ຫລາຍ​ແຫ່ງ​ຊາຕານ​ໄດ້​ລໍ້​ລວງ​ຜູ້​ຄົນ​ມາກ​ມາຍ​ໃຫ້​ເຊື່ອ​ວ່າ​ມັນ​ມີ​ອຳນາດ​ຫລາຍ​ກວ່າ​ທີ່​ມັນ​ມີ​ແທ້ໆ. ບາງ​ຄົນ​ດຳລົງ​ຊີວິດ ກິນ ເຮັດ​ວຽກ ແລະ​ໄປ​ນອນ​ດ້ວຍ​ຄວາມ​ຢ້ານ​ກົວ​ຫລາຍ​ຕໍ່​ວິນຍານ​ທີ່​ຊົ່ວ​ຮ້າຍ. ມີ​ເລື່ອງ​ມາກ​ມາຍ​ກ່ຽວ​ກັບ​ອິດທິລິດ​ຂອງ​ພວກ​ຜີ​ປີສາດ. ຫລາຍ​ເທື່ອ​ມີ​ການ​ເລົ່າ​ເລື່ອງ​ດັ່ງ​ກ່າວ​ດ້ວຍ​ຄວາມ​ສະຫນຸກສະໜານ ຜູ້​ຄົນ​ຈຶ່ງ​ຫລົງໄຫລ​ເລື່ອງ​ເຫລົ່າ​ນັ້ນ. ເຮົາ​ຄວນ​ມີ​ສ່ວນ​ຮ່ວມ​ໃນ​ການ​ແພ່​ເລື່ອງ​ເຊັ່ນ​ນັ້ນ​ບໍ? ບໍ່​ຄວນ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ອົງ​ທ່ຽງ​ແທ້​ຫລີກ​ລ່ຽງ​ການ​ເຮັດ​ເຊັ່ນ​ນັ້ນ​ດ້ວຍ​ເຫດຜົນ​ສອງ​ຢ່າງ​ທີ່​ສຳຄັນ.

20. ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ບາງ​ທີ​ຄົນ​ເຮົາ​ອາດ​ເຜີຍ​ແພ່​ຄຳ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຊາຕານ​ໂດຍ​ບໍ່​ຕັ້ງ​ໃຈ?

20 ເຫດຜົນ​ທຳອິດ ການ​ເລົ່າ​ຕໍ່​ກ່ຽວ​ກັບ​ເລື່ອງ​ທີ່​ພວກ​ຜີ​ປີສາດ​ໄດ້​ເຮັດ ເປັນ​ການ​ສົ່ງເສີມ​ຜົນ​ປະໂຫຍດ​ຂອງ​ຊາຕານ. ເປັນ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ພະ​ຄຳ​ຂອງ​ພະເຈົ້າ​ຢືນຢັນ​ວ່າ​ຊາຕານ​ສາມາດ​ເຮັດ​ອິດທິລິດ​ໄດ້ ແຕ່​ກໍ​ເຕືອນ​ດ້ວຍ​ວ່າ​ມັນ​ໃຊ້ ‘ການ​ສຳຄັນ​ອັນ​ເປັນ​ຕົວະ​’ ແລະ “ຄວາມ​ອຸບາຍ.” (2 ເທຊະໂລນີກ 2:9, 10) ເນື່ອງ​ຈາກ​ຊາຕານ​ເປັນ​ຈອມ​ຫລອກ​ລວງ ມັນ​ຈຶ່ງ​ຮູ້​ວິທີ​ຊັກ​ຈູງ​ຈິດ​ໃຈ​ຂອງ​ຜູ້​ຄົນ​ທີ່​ມີ​ທ່າ​ອ່ຽງ​ໃນ​ທາງ​ລັດທິ​ຜີ​ປີສາດ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຊື່ອ​ສິ່ງ​ຕ່າງໆທີ່​ບໍ່​ເປັນ​ຄວາມ​ຈິງ. ຄົນ​ເຊັ່ນ​ນັ້ນ​ອາດ​ເຊື່ອ​ຢ່າງ​ຈິງ​ໃຈ​ວ່າ​ເຂົາ​ເຈົ້າ​ເຫັນ​ແລະ​ໄດ້​ຍິນ​ບາງ​ສິ່ງ​ບາງ​ຢ່າງ​ແລະ​ອາດ​ເລົ່າ​ວ່າ​ປະສົບການ​ຂອງ​ຕົນ​ເອງ​ເປັນ​ຄວາມ​ຈິງ. ຕໍ່​ມາ ມີ​ການ​ເລົ່າ​ຕໍ່​ເລື່ອງ​ນັ້ນ​ຕໍ່ໆໄປ​ຈົນ​ກາຍ​ເປັນ​ເລື່ອງ​ທີ່​ເວົ້າ​ເກີນ​ຄວາມ​ຈິງ. ຖ້າ​ຄລິດສະຕຽນ​ແພ່​ເລື່ອງ​ແບບ​ນັ້ນ​ອອກ​ໄປ ທີ່​ແທ້​ແລ້ວ ລາວ​ຄົງ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະຍາມານ​ຜູ້​ເປັນ “ພໍ່​ແຫ່ງ​ຄວາມ​ຕົວະ.” ບຸກຄົນ​ນັ້ນ​ຄົງ​ຈະ​ເຜີຍ​ແພ່​ຄຳ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຊາຕານ.—ໂຢຮັນ 8:44; 2 ຕີໂມເຕ 2:16.

21. ເຮົາ​ຄວນ​ໃຫ້​ການ​ສົນທະນາ​ຂອງ​ເຮົາ​ມຸ່ງ​ໄປ​ທີ່​ເລື່ອງ​ໃດ?

21 ເຫດຜົນ​ທີ​ສອງ ແມ່ນ​ວ່າ​ໃນ​ອະດີດ​ຄລິດສະຕຽນ​ເຄີຍ​ປະເຊີນ​ຫນ້າ​ແທ້ໆກັບ​ວິນຍານ​ຊົ່ວ ລາວ​ຄວນ​ຈະ​ລະ​ເວັ້ນ​ຈາກ​ການ​ເຮັດ​ໃຫ້​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ເພີດເພີນ​ດ້ວຍ​ການ​ເລົ່າ​ເລື່ອງ​ດັ່ງ​ກ່າວ​ຊໍ້າ​ແລ້ວ​ຊໍ້າ​ອີກ. ເພາະ​ເຫດ​ໃດ? ເຮົາ​ໄດ້​ຮັບ​ການ​ເຕືອນ​ໃຫ້ “ເພ່ງ​ຕາ​ແກ່​ພະ​ເຍຊູ​ຜູ້​ເປັນ​ຫົວຫນ້າ​ແລະ​ຜູ້​ກະທຳ​ໃຫ້​ຄວາມ​ເຊື່ອ​ສຳເລັດ.” (ເຫບເລີ 12:2) ແມ່ນ​ແລ້ວ ເຮົາ​ຕ້ອງ​ມຸ່ງ​ສົນ​ໃຈ​ພະ​ຄລິດ ບໍ່​ແມ່ນ​ຊາຕານ. ຫນ້າ​ສັງເກດ​ທີ່​ວ່າ ຕອນ​ຢູ່​ແຜ່ນດິນ​ໂລກ​ພະ​ເຍຊູ​ບໍ່​ເຄີຍ​ເຮັດ​ໃຫ້​ພວກ​ສາວົກ​ເພີດເພີນ​ດ້ວຍ​ການ​ເລົ່າ​ເລື່ອງ​ກ່ຽວ​ກັບ​ພວກ​ວິນຍານ​ຊົ່ວ ເຖິງ​ແມ່ນ​ວ່າ​ພະອົງ​ອາດ​ເວົ້າ​ໄດ້​ຫລາຍ​ກ່ຽວ​ກັບ​ຄວາມ​ສາມາດ​ຂອງ​ຊາຕານ. ແທນ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ພະ​ເຍຊູ​ເນັ້ນ​ກ່ຽວ​ກັບ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ. ດັ່ງ​ນັ້ນ ໃນ​ການ​ຮຽນ​ແບບ​ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ ເຮົາ​ຢາກ​ໃຫ້​ການ​ສົນທະນາ​ຂອງ​ເຮົາ​ມຸ່ງ​ໄປ​ທີ່ “ການ​ອິດທິລິດ​ແຫ່ງ​ພະເຈົ້າ.”—ກິດຈະການ 2:11; ລືກາ 8:1; ໂລມ 1:11, 12.

22. ເຮົາ​ຈະ​ເຮັດ​ໃຫ້​ມີ “ຄວາມ​ຍິນດີ​ໃນ​ສະຫວັນ​” ຕໍ່ໆໄປ​ໄດ້​ແນວ​ໃດ?

22 ແມ່ນ​ຢູ່ ຊາຕານ​ໃຊ້​ການ​ກະທຳ​ທີ່​ມີ​ເລ່ຫລ່ຽມ​ຫລາຍ​ວິທີ ລວມ​ເຖິງ​ລັດທິ​ຜີ​ປີສາດ ເພື່ອ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ແນວ​ໃດ​ກໍ​ຕາມ ໂດຍ​ການ​ກຽດ​ຊັງ​ສິ່ງ​ທີ່​ຊົ່ວ​ຮ້າຍ​ແລະ​ຍຶດ​ຫມັ້ນ​ກັບ​ສິ່ງ​ທີ່​ດີ ເຮົາ​ເຮັດ​ໃຫ້​ພະຍາມານ​ຫມົດ​ໂອກາດ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ອ່ອນ​ລົງ​ໃນ​ການ​ປະຕິເສດ​ລັດທິ​ຜີ​ປີສາດ​ທຸກ​ຮູບ​ແບບ. (ເອເຟດ 4:27) ຄິດ​ເບິ່ງ​ດູ​ວ່າ​ຈະ​ມີ “ຄວາມ​ຍິນດີ​ໃນ​ສະຫວັນ​” ຫລາຍ​ສໍ່າ​ໃດ ຖ້າ​ເຮົາ “ຢັ້ງຢືນ​ຕໍ່​ສູ້​ການ​ອຸບາຍ​ຂອງ​ພະຍາມານ​” ຢູ່​ສະເຫມີ ຈົນ​ກະທັ່ງ​ບໍ່​ມີ​ມັນ​ຢູ່​ອີກ​ຕໍ່​ໄປ!—ເອເຟດ 6:11.

^ ຂໍ້ 16 ຊື່​ທີ່​ຕັ້ງ​ໃຫ້​ແກ່​ຊາຕານ (ຜູ້​ຕໍ່​ຕ້ານ ຜູ້​ຫມິ່ນ​ປະຫມາດ ຜູ້​ຫລອກ​ລວງ ຜູ້​ລໍ້​ໃຈ ຜູ້​ເວົ້າ​ຕົວະ) ບໍ່​ໄດ້​ຫມາຍ​ຄວາມ​ວ່າ​ມັນ​ສາມາດ​ກວດ​ຄົ້ນ​ເບິ່ງ​ຫົວໃຈ​ແລະ​ຈິດ​ໃຈ​ຂອງ​ເຮົາ. ແຕ່​ທາງ​ກົງ​ກັນ​ຂ້າມ ມີ​ການ​ພັນລະນາ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ​ຜູ້ “ລອງ​ເບິ່ງ​ໃຈ​ທັງ​ຫລາຍ​” ແລະ​ພະ​ເຍຊູ​ເປັນ​ຜູ້ “ລອງ​ເບິ່ງ​ທັງ​ຫມາກ​ໄຂ່​ຫລັງ​ທັງ​ໃຈ.”—ສຸພາສິດ 17:3; ຄຳປາກົດ 2:23.

^ ຂໍ້ 18 ຂໍ​ໃຫ້​ເບິ່ງ​ຂໍ້​ມູນ​ເພີ່ມ​ເຕີມ​ໃນ​ບົດ​ຄວາມ “ການ​ກວດ​ສຸຂະພາບ​ວິທີ​ນີ້​ເຫມາະ​ສຳລັບ​ເຈົ້າ​ບໍ?” ໃນ​ຫໍສັງເກດການ ສະບັບ​ວັນ​ທີ 15 ເດືອນ​ທັນວາ ປີ 1994 ຫນ້າ 19-22 (ພາສາ​ໄທ) ແລະ​ບົດ​ຄວາມ “ທັດສະນະ​ຂອງ​ຄຳພີ​ໄບເບິນ: ທາງ​ເລືອກ​ຂອງ​ເຈົ້າ​ໃນ​ການ​ປິ່ນປົວ​ພະຍາດ—ສຳຄັນ​ບໍ?” ໃນ​ຕື່ນ​ເຖີດ ສະບັບ​ວັນ​ທີ 8 ເດືອນ​ມັງກອນ ປີ 2001 (ພາສາ​ໄທ).