ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ຜະຫນວກ

ວິທີ​ປະຕິບັດ​ກັບ​ຜູ້​ທີ່​ຖືກ​ຕັດ​ສຳພັນ

ວິທີ​ປະຕິບັດ​ກັບ​ຜູ້​ທີ່​ຖືກ​ຕັດ​ສຳພັນ

ມີ​ບໍ່​ເທົ່າ​ໃດ​ສິ່ງ​ທີ່​ສາມາດ​ເຮັດ​ໃຫ້​ເຈັບ​ປວດ​ໄດ້​ຫລາຍ​ກວ່າ​ການ​ທີ່​ຍາດ​ພີ່​ນ້ອງ​ຫລື​ຫມູ່​ສະຫນິດ​ຖືກ​ໄລ່​ອອກ​ຈາກ​ປະຊາຄົມ​ເນື່ອງ​ຈາກ​ບໍ່​ກັບ​ໃຈ​ຈາກ​ບາບ​ທີ່​ລາວ​ໄດ້​ເຮັດ. ວິທີ​ທີ່​ເຮົາ​ຕອບ​ສະຫນອງ​ຕໍ່​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ເລື່ອງ​ນີ້​ອາດ​ເຜີຍ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ຄວາມ​ຮັກ​ຢ່າງ​ເລິກ​ເຊິ່ງ​ຕໍ່​ພະເຈົ້າ​ແລະ​ພັກດີ​ຕໍ່​ການ​ຈັດ​ຕຽມ​ຂອງ​ພະອົງ​ຫລາຍ​ສໍ່າ​ໃດ. * ຂໍ​ໃຫ້​ພິຈາລະນາ​ຄຳຖາມ​ບາງ​ຂໍ້​ກ່ຽວ​ກັບ​ເລື່ອງ​ນີ້.

ເຮົາ​ຄວນ​ປະຕິບັດ​ແນວ​ໃດ​ກັບ​ຜູ້​ທີ່​ຖືກ​ຕັດ​ສຳພັນ? ຄຳພີ​ໄບເບິນ​ກ່າວ​ວ່າ “ຖ້າ​ມີ​ຜູ້​ຫນຶ່ງ​ຜູ້​ໃດ​ທີ່​ຊື່​ວ່າ​ເປັນ​ພີ່​ນ້ອງ​ຍັງ​ເປັນ​ຄົນ​ຜິດ​ຊາຍ​ຍິງ​ຫລື​ເປັນ​ຄົນ​ໂລບ ຫລື​ເປັນ​ຄົນ​ນົບ​ຮູບ​ນົບ​ຜີ ຫລື​ເປັນ​ຄົນ​ປາກ​ຮ້າຍ ຫລື​ເປັນ​ຄົນ​ຂີ້​ເຫລົ້າ ຫລື​ເປັນ​ຄົນ​ລັກ ຢ່າ​ຄົບ​ກັນ​ກັບ​ຄົນ​ຢ່າງ​ນັ້ນ ແມ່ນ​ເຖິງ​ກິນ​ເຂົ້າ​ນຳ​ກັນ​ກໍ​ບໍ່​ໃຫ້.” (1 ໂກລິນໂທ 5:11) ເມື່ອ​ກ່າວ​ເຖິງ​ທຸກ​ຄົນ​ທີ່ “ບໍ່​ຕັ້ງ​ຢູ່​ໃນ​ຄຳ​ໂອວາດ​ແຫ່ງ​ພະ​ຄລິດ” ເຮົາ​ອ່ານ​ດັ່ງ​ນີ້ “ຢ່າ​ຮັບ​ເພິ່ນ​ໄວ້​ໃນ​ເຮືອນ​ແລະ​ຢ່າ​ຄຳນັບ​ເພິ່ນ. ເພາະ​ວ່າ​ຜູ້​ທີ່​ຄຳນັບ​ເພິ່ນ​ກໍ​ເຂົ້າ​ສ່ວນ​ໃນ​ການ​ຊົ່ວ​ແຫ່ງ​ເພິ່ນ.” (2 ໂຢຮັນ 9-11) ເຮົາ​ຕ້ອງ​ບໍ່​ຕິດ​ຕໍ່​ເວົ້າ​ລົມ​ເລື່ອງ​ຝ່າຍ​ວິນຍານ​ແລະ​ພົບ​ປະ​ກັບ​ຜູ້​ທີ່​ຖືກ​ຕັດ​ສຳພັນ. ຫໍສັງເກດການ ສະບັບ​ວັນ​ທີ 15 ເດືອນ​ມັງກອນ ປີ 1982 ຫນ້າ 22 (ພາສາ​ໄທ) ກ່າວ​ວ່າ “ຄຳ​ເວົ້າ​ງ່າຍໆທີ່​ວ່າ ‘ສະບາຍ​ດີ’ ຕໍ່​ຜູ້​ໃດ​ຜູ້​ຫນຶ່ງ​ອາດ​ເປັນ​ບາດ​ກ້າວ​ທຳອິດ​ທີ່​ນຳ​ໄປ​ສູ່​ການ​ສົນທະນາ​ຫລື​ບາງ​ທີ​ອາດ​ເຮັດ​ໃຫ້​ເກີດ​ມິດຕະພາບ​ໄດ້​ດ້ວຍ​ຊໍ້າ. ເຮົາ​ຍັງ​ຢາກ​ຈະ​ເລີ່ມ​ບາດ​ກ້າວ​ທຳອິດ​ນັ້ນ​ກັບ​ບຸກຄົນ​ທີ່​ຖືກ​ຕັດ​ສຳພັນ​ບໍ?”

ສຳຄັນ​ແທ້ໆບໍ​ທີ່​ຈະ​ຫລີກ​ລ່ຽງ​ການ​ຕິດ​ຕໍ່​ທຸກ​ຢ່າງ​ກັບ​ຜູ້​ທີ່​ຖືກ​ຕັດ​ສຳພັນ? ສຳຄັນ​ແທ້ ດ້ວຍ​ເຫດຜົນ​ຫລາຍ​ຢ່າງ. ເຫດຜົນ​ທຳອິດ ນັ້ນ​ເປັນ​ການ​ສະແດງ​ວ່າ​ເຮົາ​ພັກດີ​ຕໍ່​ພະເຈົ້າ​ແລະ​ພະ​ຄຳ​ຂອງ​ພະອົງ. ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ​ບໍ່​ແມ່ນ​ສະເພາະ​ເມື່ອ​ງ່າຍ​ທີ່​ຈະ​ເຮັດ​ຕາມ​ເທົ່າ​ນັ້ນ ແຕ່​ເມື່ອ​ຍາກ​ທີ່​ຈະ​ເຮັດ​ຕາມ​ດ້ວຍ. ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ກະຕຸ້ນ​ເຮົາ​ໃຫ້​ເຊື່ອ​ຟັງ​ຄຳ​ສັ່ງ​ທຸກ​ຂໍ້​ຂອງ​ພະອົງ ຍອມ​ຮັບ​ວ່າ​ພະອົງ​ຍຸຕິທຳ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ແລະ​ຄຳ​ສັ່ງ​ຂອງ​ພະອົງ​ສົ່ງເສີມ​ຜົນ​ປະໂຫຍດ​ອັນ​ດີ​ທີ່​ສຸດ. (ເອຊາອີ 48:17; 1 ໂຢຮັນ 5:3) ເຫດຜົນ​ທີ​ສອງ ການ​ເຊົາ​ຄົບຫາ​ກັບ​ຜູ້​ເຮັດ​ຜິດ​ທີ່​ບໍ່​ກັບ​ໃຈ​ເປັນ​ການ​ປົກ​ປ້ອງ​ເຮົາ​ແລະ​ປະຊາຄົມ​ຈາກ​ມົນທິນ​ທາງ​ຝ່າຍ​ວິນຍານ​ແລະ​ສິນລະທຳ ແລະ​ສົ່ງເສີມ​ຊື່ສຽງ​ທີ່​ດີ​ຂອງ​ປະຊາຄົມ. (1 ໂກລິນໂທ 5:6, 7) ເຫດຜົນ​ທີ​ສາມ ການ​ທີ່​ເຮົາ​ຍຶດ​ຫມັ້ນ​ຕາມ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ອາດ​ເຖິງ​ກັບ​ເປັນ​ປະໂຫຍດ​ຕໍ່​ຜູ້​ທີ່​ຖືກ​ຕັດ​ສຳພັນ. ໂດຍ​ສະຫນັບສະຫນູນ​ການ​ຕັດສິນ​ຂອງ​ຄະນະ​ກຳມະການ​ຕັດສິນ​ຄວາມ​ເຮົາ​ອາດ​ກະຕຸ້ນ​ຫົວໃຈ​ຂອງ​ຜູ້​ທີ່​ເຮັດ​ຜິດ​ເຊິ່ງ​ຕອນ​ນັ້ນ​ຍັງ​ບໍ່​ທັນ​ຕອບ​ຮັບ​ການ​ຊ່ວຍເຫລືອ​ຈາກ​ຜູ້​ເຖົ້າ​ແກ່. ການ​ສູນ​ເສຍ​ມິດຕະພາບ​ອັນ​ມີ​ຄ່າ​ກັບ​ຄົນ​ທີ່​ລາວ​ເຄີຍ​ຮັກ​ອາດ​ຊ່ວຍ​ລາວ​ໃຫ້ “ຮູ້​ເມື່ອ” ແລະ​ເຫັນ​ວ່າ​ຄວາມ​ຜິດ​ຂອງ​ລາວ​ເປັນ​ເລື່ອງ​ຮ້າຍແຮງ ແລະ​ດຳເນີນ​ຕາມ​ຂັ້ນ​ຕອນ​ຕ່າງໆເພື່ອ​ກັບ​ມາ​ຫາ​ພະ​ເຢໂຫວາ.—ລືກາ 15:17.

ຈະ​ວ່າ​ແນວ​ໃດ​ຖ້າ​ຍາດ​ພີ່​ນ້ອງ​ຖືກ​ຕັດ​ສຳພັນ? ໃນ​ກໍລະນີ​ເຊັ່ນ​ນີ້ ສາຍ​ສຳພັນ​ທີ່​ໃກ້​ຊິດ​ລະຫວ່າງ​ສະມາຊິກ​ໃນ​ຄອບຄົວ​ອາດ​ກໍ່​ໃຫ້​ເກີດ​ການ​ທົດ​ສອບ​ຢ່າງ​ແທ້​ຈິງ​ໃນ​ເລື່ອງ​ຄວາມ​ພັກດີ​ຕໍ່​ກົດຫມາຍ​ຂອງ​ພະ​ເຢໂຫວາ. ເຮົາ​ຈະ​ປະຕິບັດ​ແນວ​ໃດ​ກັບ​ຍາດ​ພີ່​ນ້ອງ​ທີ່​ຖືກ​ຕັດ​ສຳພັນ? ເຮົາ​ບໍ່​ສາມາດ​ກ່າວ​ເຖິງ​ທຸກ​ສະຖານະການ​ທີ່​ອາດ​ເກີດ​ຂຶ້ນ​ໄດ້ ແຕ່​ໃຫ້​ເຮົາ​ພິຈາລະນາ​ສະພາບການ​ພື້ນຖານ​ສອງ​ຢ່າງ.

ໃນ​ບາງ​ກໍລະນີ ສະມາຊິກ​ຄອບຄົວ​ທີ່​ຖືກ​ຕັດ​ສຳພັນ​ອາດ​ຍັງ​ອາໄສ​ຢູ່​ໃນ​ເຮືອນ​ດຽວ​ກັນ​ຖານະ​ເປັນ​ສ່ວນ​ຫນຶ່ງ​ຂອງ​ຄອບຄົວ ເນື່ອງ​ຈາກ​ການ​ທີ່​ລາວ​ຖືກ​ຕັດ​ສຳພັນ​ບໍ່​ໄດ້​ຍຸ​ຕິ​ສາຍ​ສຳພັນ​ໃນ​ຄອບຄົວ. ກິດຈະວັດ​ແລະ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ຄອບຄົວ​ໃນ​ຊີວິດ​ປະຈຳ​ວັນ​ກໍ​ອາດ​ດຳເນີນ​ຕໍ່​ໄປ. ເຖິງ​ຢ່າງ​ນັ້ນ ເນື່ອງ​ຈາກ​ການ​ເລືອກ​ທາງ​ຊີວິດ​ຂອງ​ລາວ ສະມາຊິກ​ຄອບຄົວ​ທີ່​ມີ​ຄວາມ​ເຊື່ອ​ຈຶ່ງ​ຕັດສິນ​ໃຈ​ຍຸ​ຕິ​ສາຍ​ສຳພັນ​ທາງ​ຝ່າຍ​ວິນຍານ​ກັບ​ລາວ. ດັ່ງ​ນັ້ນ ສະມາຊິກ​ຄອບຄົວ​ທີ່​ພັກດີ​ຕໍ່​ພະເຈົ້າ​ຈຶ່ງ​ບໍ່​ອາດ​ມີ​ກິດຈະກຳ​ຕ່າງໆທາງ​ຝ່າຍ​ວິນຍານ​ຮ່ວມ​ກັບ​ລາວ​ໄດ້​ອີກ. ຍົກ​ຕົວຢ່າງ ຖ້າ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ຢູ່​ເຮືອນ ລາວ​ຈະ​ບໍ່​ເຂົ້າ​ຮ່ວມ​ເມື່ອ​ຄອບຄົວ​ສຶກສາ​ພະ​ຄຳພີ​ນຳ​ກັນ. ແນວ​ໃດ​ກໍ​ຕາມ ຖ້າ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ເປັນ​ຄົນ​ທີ່​ຍັງ​ບໍ່​ຮອດ​ກະສຽນ​ເປັນ​ຜູ້​ໃຫຍ່ ພໍ່​ແມ່​ຍັງ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ຝຶກ​ອົບຮົມ​ແລະ​ຕີ​ສອນ​ລາວ. ດັ່ງ​ນັ້ນ ພໍ່​ແມ່​ທີ່​ມີ​ຄວາມ​ຮັກ​ອາດ​ຈັດ​ໃຫ້​ມີ​ການ​ສຶກສາ​ພະ​ຄຳພີ​ກັບ​ລູກ​ຄົນ​ນັ້ນ. *ສຸພາສິດ 6:20-22; 29:17.

ໃນ​ອີກ​ກໍລະນີ​ຫນຶ່ງ ຍາດ​ພີ່​ນ້ອງ​ທີ່​ຖືກ​ຕັດ​ສຳພັນ​ອາດ​ອາໄສ​ຢູ່​ບ່ອນ​ອື່ນ. ເຖິງ​ແມ່ນ​ວ່າ​ຈຳເປັນ​ຕ້ອງ​ຕິດ​ຕໍ່​ກັນ​ເປັນ​ບາງ​ຄັ້ງ​ຄາວ​ເພື່ອ​ເອົາໃຈໃສ່​ໃນ​ເລື່ອງ​ທີ່​ຈຳເປັນ​ຂອງ​ຄອບຄົວ ການ​ຕິດ​ຕໍ່​ໃດໆກໍ​ຕາມ​ແບບ​ນັ້ນ​ຄວນ​ໃຫ້​ມີ​ຫນ້ອຍ​ທີ່​ສຸດ. ສະມາຊິກ​ຄອບຄົວ​ຄລິດສະຕຽນ​ທີ່​ພັກດີ​ບໍ່​ຊອກ​ຫາ​ຂໍ້​ອ້າງ​ເພື່ອ​ຕິດ​ຕໍ່​ກັບ​ຍາດ​ພີ່​ນ້ອງ​ທີ່​ຖືກ​ຕັດ​ສຳພັນ​ເຊິ່ງ​ອາໄສ​ຢູ່​ບ່ອນ​ອື່ນ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ສະຫນັບສະຫນູນ​ການ​ຈັດ​ຕຽມ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ​ກ່ຽວ​ກັບ​ການ​ຕັດ​ສຳພັນ. ແນວ​ທາງ​ທີ່​ເຂົາ​ເຈົ້າ​ພັກດີ​ກໍ​ເພື່ອ​ປະໂຫຍດ​ອັນ​ດີ​ທີ່​ສຸດ​ສຳລັບ​ຜູ້​ເຮັດ​ຜິດ ແລະ​ອາດ​ຊ່ວຍ​ຜູ້​ເຮັດ​ຜິດ​ໃຫ້​ໄດ້​ປະໂຫຍດ​ຈາກ​ການ​ຕີ​ສອນ​ທີ່​ໄດ້​ຮັບ. *ເຫບເລີ 12:11.

^ ຂໍ້ 1 ຫລັກ​ການ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ນຳ​ມາ​ໃຊ້​ໄດ້​ເຊັ່ນ​ດຽວ​ກັນ​ກັບ​ຄົນ​ທີ່​ຕັດ​ຕົວ​ເອງ​ຈາກ​ປະຊາຄົມ.

^ ຂໍ້ 2 ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄົນ​ທີ່​ຍັງ​ບໍ່​ຮອດ​ກະສຽນ​ເປັນ​ຜູ້​ໃຫຍ່​ເຊິ່ງ​ຖືກ​ຕັດ​ສຳພັນ​ແຕ່​ຍັງ​ອາໄສ​ຢູ່​ເຮືອນ​ນຳ​ພໍ່​ແມ່ ຂໍ​ໃຫ້​ເບິ່ງ​ຫໍສັງເກດການ ສະບັບ​ວັນ​ທີ 1 ເດືອນ​ຕຸລາ ປີ 2001 ຫນ້າ 16-17 ແລະ​ສະບັບ​ວັນ​ທີ 15 ເດືອນ​ພະຈິກ ປີ 1988 ຫນ້າ 23-24 (ພາສາ​ໄທ).

^ ຂໍ້ 3 ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິທີ​ປະຕິບັດ​ກັບ​ຍາດ​ພີ່​ນ້ອງ​ທີ່​ຖືກ​ຕັດ​ສຳພັນ ຂໍ​ໃຫ້​ເບິ່ງ​ຄຳ​ແນະນຳ​ຕາມ​ຫລັກ​ການ​ຂອງ​ພະ​ຄຳພີ​ໃນ​ຫໍສັງເກດການ ສະບັບ​ວັນ​ທີ 15 ເດືອນ​ເມສາ ປີ 1988 ຫນ້າ 26-31 ແລະ​ສະບັບ​ວັນ​ທີ 15 ເດືອນ​ມັງກອນ ປີ 1982 ຫນ້າ 24-32 (ພາສາ​ໄທ).