ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ຜະຫນວກ

ຈົ່ງ​ເອົາ​ຊະນະ​ການ​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົວ​ເອງ

ຈົ່ງ​ເອົາ​ຊະນະ​ການ​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົວ​ເອງ

ນິດໄສ​ຢ່າງ​ຫນຶ່ງ​ທີ່​ພະເຈົ້າ​ບໍ່​ພໍ​ໃຈ​ກໍ​ຄື​ການ​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົວ​ເອງ. ນິດໄສ​ນີ້​ເຮັດ​ໃຫ້​ຄົນ​ເຮົາ​ມຸ່ງ​ຄິດ​ເຖິງ​ແຕ່​ຕົວ​ເອງ​ແລະ​ເຮັດ​ໃຫ້​ຈິດ​ໃຈ​ເສື່ອມຊາມ​ລົງ. * ນອກ​ຈາກ​ນັ້ນ ຜູ້​ທີ່​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົວ​ເອງ​ອາດ​ມອງ​ວ່າ​ຄົນ​ອື່ນ​ເປັນ​ພຽງ​ວັດຖຸ​ທາງ​ເພດ ຫລື​ເປັນ​ເຄື່ອງ​ມື​ເພື່ອ​ສະຫນອງ​ຄວາມ​ຕ້ອງການ​ທາງ​ເພດ. ຄົນ​ແບບ​ນັ້ນ​ມອງ​ວ່າ​ເພດ​ສຳພັນ​ບໍ່​ແມ່ນ​ການ​ສະແດງ​ຄວາມ​ຮັກ​ລະຫວ່າງ​ສອງ​ບຸກຄົນ ແຕ່​ເປັນ​ການ​ຕອບ​ສະຫນອງ​ທາງ​ກາຍ​ເພື່ອ​ຄວາມ​ເພີດເພີນ​ບາງ​ຄັ້ງ​ບາງ​ຄາວ​ແລະ​ເປັນ​ການ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ທາງ​ເພດ. ແຕ່​ການ​ຜ່ອນຄາຍ​ນັ້ນ​ເປັນ​ພຽງ​ຊົ່ວຄາວ. ໃນ​ຄວາມ​ເປັນ​ຈິງ ແທນ​ທີ່​ຈະ​ກຳຈັດ​ທ່າ​ອ່ຽງ​ແບບ​ໂລກ​ເຊິ່ງ​ປາກົດ​ໃນ​ອະໄວຍະວະ​ຂອງ​ຮ່າງກາຍ “ເຊັ່ນ ການ​ຜິດ​ສິນທຳ​ທາງ​ເພດ, ຄວາມ​ບໍ່​ດີ​ບໍ່​ງາມ, ຄວາມ​ຊົ່ວຊ້າ​ລາມົກ” ການ​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົນ​ເອງ​ພັດ​ກະຕຸ້ນ​ທ່າ​ອ່ຽງ​ນັ້ນ.—ໂກໂລດ 3:5, ທ.ປ.

ອັກຄະສາວົກ​ໂປໂລ​ຂຽນ​ວ່າ “ພວກ​ພີ່​ນ້ອງ​ຜູ້​ເປັນ​ທີ່​ຮັກ​ເອີຍ . . . ເຮົາ​ທັງ​ຫລາຍ​ຕ້ອງ​ຊຳ​ຮະ​ຕົວ​ໃຫ້​ປາສະຈາກ​ການ​ຖ່ອຍ​ຮ້າຍ​ແຫ່ງ​ເນື້ອ​ຫນັງ​ແລະ​ຈິດວິນຍານ​ທຸກ​ຢ່າງ ແລະ​ກະທຳ​ຄວາມ​ບໍລິສຸດ​ໃຫ້​ສຳເລັດ​ໃນ​ຄວາມ​ຢ້ານຢຳ​ພະເຈົ້າ.” (2 ໂກລິນໂທ 7:1) ຖ້າ​ເປັນ​ເລື່ອງ​ຍາກ​ທີ່​ເຈົ້າ​ຈະ​ເອົາໃຈໃສ່​ຖ້ອຍຄຳ​ດັ່ງ​ກ່າວ ຢ່າ​ຟ້າວ​ຮູ້ສຶກ​ຫມົດ​ຫວັງ. ພະ​ເຢໂຫວາ “ພ້ອມ​ຈະ​ຍົກ​ຜິດ” ແລະ​ໃຫ້​ການ​ຊ່ວຍເຫລືອ. (ຄຳເພງ 86:5; ລືກາ 11:9-13) ທີ່​ຈິງ ຫົວໃຈ​ຂອງ​ເຈົ້າ​ທີ່​ຕຳຫນິ​ຕົວ​ເອງ​ແລະ​ການ​ທີ່​ເຈົ້າ​ພະຍາຍາມ​ເຊົາ​ນິດໄສ​ນັ້ນ​ກໍ​ບົ່ງ​ບອກ​ເຖິງ​ເຈຕະນາ​ທີ່​ດີ ເຖິງ​ແມ່ນ​ວ່າ​ຈະ​ຫວນ​ກັບ​ໄປ​ເຮັດ​ເປັນ​ບາງ​ຄັ້ງ​ບາງ​ຄາວ. ຈົ່ງ​ຈື່​ໄວ້​ເຊັ່ນ​ກັນ​ວ່າ “ພະເຈົ້າ​ໃຫຍ່​ກວ່າ​ໃຈ​ຂອງ​ພວກ​ເຮົາ​ແລະ​ຮູ້ຈັກ​ສັບພະ​ທຸກ​ສິ່ງ.” (1 ໂຢຮັນ 3:20) ພະເຈົ້າ​ເຫັນ​ຫລາຍ​ກວ່າ​ບາບ​ທີ່​ເຮົາ​ເຮັດ; ພະອົງ​ເຫັນ​ຫມົດ​ຕົວ​ຕົນ​ຂອງ​ເຮົາ. ເນື່ອງ​ຈາກ​ພະອົງ​ຮູ້​ທຸກ​ສິ່ງ​ກ່ຽວ​ກັບ​ຕົວ​ເຮົາ ພະອົງ​ຈຶ່ງ​ສາມາດ​ຟັງ​ເຮົາ​ຢ່າງ​ເຫັນ​ອົກ​ເຫັນ​ໃຈ​ເມື່ອ​ເຮົາ​ອະທິດຖານ​ດ້ວຍ​ຄວາມ​ຈິງ​ໃຈ​ເພື່ອ​ຂໍ​ຄວາມ​ເມດຕາ. ດັ່ງ​ນັ້ນ ຢ່າ​ລັງເລ​ທີ່​ຈະ​ຫັນ​ເຂົ້າ​ຫາ​ພະເຈົ້າ​ດ້ວຍ​ຄວາມ​ຖ່ອມ​ໃຈ​ແລະ​ອະທິດຖານ​ຢ່າງ​ຈິງ​ຈັງ ເຊັ່ນ​ດຽວ​ກັບ​ລູກ​ທີ່​ເຂົ້າ​ຫາ​ພໍ່​ເມື່ອ​ມີ​ບັນຫາ. ພະ​ເຢໂຫວາ​ຈະ​ໃຫ້​ເຈົ້າ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ. (ຄຳເພງ 51:1-12, 17; ເອຊາອີ 1:18) ແນ່ນອນ​ວ່າ​ເຈົ້າ​ຈຳເປັນ​ຕ້ອງ​ເຮັດ​ສິ່ງ​ທີ່​ຈຳເປັນ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ຄຳ​ອະທິດຖານ​ຂອງ​ເຈົ້າ. ຕົວຢ່າງ​ເຊັ່ນ ເຈົ້າ​ຈະ​ພະຍາຍາມ​ຫລີກ​ລ່ຽງ​ສື່​ລາມົກ​ທຸກ​ຮູບ​ແບບ​ລວມ​ທັງ​ການ​ຄົບຫາ​ທີ່​ບໍ່​ດີ. *

ຖ້າ​ເຈົ້າ​ຍັງ​ມີ​ບັນຫາ​ກ່ຽວ​ກັບ​ການ​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົວ​ເອງ ຂໍ​ໃຫ້​ບອກ​ເລື່ອງ​ນີ້​ກັບ​ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຫລື​ຜູ້​ທີ່​ອາວຸໂສ​ຝ່າຍ​ວິນຍານ​ທີ່​ຫ່ວງໃຍ​ເຈົ້າ. *ສຸພາສິດ 1:8, 9; 1 ເທຊະໂລນີກ 5:14; ຕິໂຕ 2:3-5.

^ ຂໍ້ 1 ການ​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົນ​ເອງ ຄື​ການ​ເອົາ​ມື​ລູບ​ຫລື​ຖູ​ອະໄວຍະວະ​ເພດ ໂດຍ​ປົກກະຕິ​ແລ້ວ​ເປັນ​ສາເຫດ​ພາ​ໃຫ້​ເຖິງ​ຈຸດ​ສຸດ​ຍອດ​ຂອງ​ຄວາມ​ຮູ້ສຶກ​ທາງ​ເພດ.

^ ຂໍ້ 2 ເພື່ອ​ຄວບຄຸມ​ການ​ໃຊ້​ຄອມພິວເຕີ​ໃນ​ເຮືອນ ຫລາຍ​ຄອບຄົວ​ຕັ້ງ​ຄອມພິວເຕີ​ໄວ້​ໃນ​ບໍລິເວນ​ທີ່​ຄົນ​ໃນ​ເຮືອນ​ຈະ​ເຫັນ​ຫນ້າ​ຈໍ​ໄດ້​ງ່າຍ. ນອກ​ຈາກ​ນັ້ນ ບາງ​ຄອບຄົວ​ຊື້​ໂປຣແກມ​ຄອມພິວເຕີ​ທີ່​ກັ່ນ​ຕອງ​ເນື້ອ​ໃນ​ທີ່​ບໍ່​ເຫມາະ​ສົມ​ອອກ​ໄປ. ແນວ​ໃດ​ກໍ​ຕາມ ບໍ່​ມີ​ໂປຣແກມ​ໃດ​ທີ່​ໄວ້​ໃຈ​ໄດ້​ຢ່າງ​ສົມບູນ​ແບບ.

^ ຂໍ້ 1 ເພື່ອ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ຈິງ​ກ່ຽວ​ກັບ​ວິທີ​ເອົາ​ຊະນະ​ການ​ສະຫນອງ​ຄວາມ​ປາຖະຫນາ​ທາງ​ເພດ​ດ້ວຍ​ຕົວ​ເອງ ຂໍ​ໃຫ້​ເບິ່ງ​ບົດ​ຄວາມ “ຫນຸ່ມ​ສາວ​ຖາມ​ວ່າ . . . ຂ້ອຍ​ຈະ​ເອົາ​ຊະນະ​ນິດໄສ​ທີ່​ບໍ່​ດີ​ໄດ້​ແນວ​ໃດ?” ໃນ​ຕື່ນ​ເຖີດ ສະບັບ​ເດືອນ​ພະຈິກ ປີ 2006 (ພາສາ​ໄທ) ແລະ​ປຶ້ມ​ຄຳຖາມ​ທີ່​ຫນຸ່ມ​ສາວ​ຖາມຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫລັ້ມ​ທີ 1 ຫນ້າ 178-182.