ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 17

“ຈົ່ງ​ຈຳເລີນ​ຂຶ້ນ​ໃນ​ຄວາມ​ເຊື່ອ​ອັນ​ບໍລິສຸດ​ຂອງ​ພວກ​ທ່ານ”

“ຈົ່ງ​ຈຳເລີນ​ຂຶ້ນ​ໃນ​ຄວາມ​ເຊື່ອ​ອັນ​ບໍລິສຸດ​ຂອງ​ພວກ​ທ່ານ”

“ຈົ່ງ​ຈຳເລີນ​ຂຶ້ນ​ໃນ​ຄວາມ​ເຊື່ອ​ອັນ​ບໍລິສຸດ​ຂອງ​ພວກ​ທ່ານ . . . ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ.”—ຢູເດ 20, 21.

1, 2. ໂຄງການ​ກໍ່​ສ້າງ​ອັນ​ໃດ​ທີ່​ເຈົ້າ​ມີ​ສ່ວນ​ກ່ຽວ​ຂ້ອງ​ນຳ ແລະ​ເປັນ​ຫຍັງ​ຄຸນະພາບ​ໃນ​ວຽກ​ຂອງ​ເຈົ້າ​ຈຶ່ງ​ສຳຄັນ​ຢ່າງ​ຍິ່ງ?

ເຈົ້າ​ເຮັດ​ວຽກ​ຢ່າງ​ສຸດ​ເຫື່ອ​ແຮງ​ໃນ​ໂຄງການ​ກໍ່​ສ້າງ​ຢ່າງ​ຫນຶ່ງ. ການ​ກໍ່​ສ້າງ​ດຳເນີນ​ງານ​ມາ​ໄດ້​ໄລຍະ​ຫນຶ່ງ​ແລ້ວ ແລະ​ຍັງ​ຈະ​ດຳເນີນ​ຕໍ່​ໄປ​ອີກ​ດົນ. ຮອດ​ຕອນ​ນີ້​ວຽກ​ນັ້ນ​ຖື​ວ່າ​ມີ​ຂໍ້​ຫຍຸ້ງຍາກ ແຕ່​ກໍ​ຫນ້າ​ພໍ​ໃຈ. ບໍ່​ວ່າ​ຈະ​ເກີດ​ອັນ​ໃດ​ຂຶ້ນ ເຈົ້າ​ຕັ້ງ​ໃຈ​ວ່າ​ຈະ​ບໍ່​ເຊົາ​ຫລື​ຊັກຊ້າ​ລົງ ເນື່ອງ​ຈາກ​ຄຸນ​ນະ​ພາບ​ຂອງ​ວຽກ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ຂອງ​ເຈົ້າ ແມ່ນ​ກະທັ່ງ​ອະນາຄົດ​ຂອງ​ເຈົ້າ​ນຳ​ອີກ. ເປັນ​ຫຍັງ? ເພາະ​ສິ່ງ​ທີ່​ກຳລັງ​ກໍ່​ສ້າງ​ແມ່ນ​ຕົວ​ເຈົ້າ​ນັ້ນ​ເອງ!

2 ສາວົກ​ຢູເດ​ເນັ້ນ​ວ່າ​ວຽກ​ກໍ່​ສ້າງ​ທີ່​ເຮົາ​ເຮັດ​ນັ້ນ​ຄື​ການ​ເສີມ​ກຳລັງ​ຕົວ​ເອງ. ເມື່ອ​ລາວ​ກະຕຸ້ນ​ເຕືອນ​ຄລິດສະຕຽນ​ໃຫ້ “ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ” ໃນ​ຂໍ້​ຄວາມ​ຕອນ​ດຽວ​ກັນ​ຂອງ​ພະ​ຄຳພີ ລາວ​ຍັງ​ສະແດງ​ໃຫ້​ເຫັນ​ເຄັດ​ລັບ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ເຊັ່ນ​ນັ້ນ​ໂດຍ​ກ່າວ​ວ່າ “ຈົ່ງ​ຈຳເລີນ​ຂຶ້ນ​ໃນ​ຄວາມ​ເຊື່ອ​ອັນ​ບໍລິສຸດ​ຂອງ​ພວກ​ທ່ານ.” (ຢູເດ 20, 21) ມີ​ວິທີ​ໃດ​ແດ່​ທີ່​ເຈົ້າ​ສາມາດ​ເສີມ​ກຳລັງ​ຕົວ​ເອງ ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ເພື່ອ​ເຈົ້າ​ຈະ​ສາມາດ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ? ຂໍ​ໃຫ້​ເລັງ​ໃສ່​ສາມ​ແງ່​ມຸມ​ຂອງ​ໂຄງການ​ກໍ່​ສ້າງ​ເຊິ່ງ​ຈະ​ຊ່ວຍ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຈົ້າ​ເຂັ້ມແຂງ​ຂຶ້ນ​ໄດ້.

ເສີມ​ຄວາມ​ເຊື່ອ​ໃນ​ຂໍ້​ຮຽກ​ຮ້ອງ ອັນ​ຊອບທຳ​ຂອງ​ພະ​ເຢໂຫວາ​ຕໍ່ໆໄປ

3-5. (ກ) ຊາຕານ​ຢາກ​ລໍ້​ລວງ​ເຈົ້າ​ໃຫ້​ມີ​ທັດສະນະ​ແນວ​ໃດ​ຕໍ່​ຂໍ້​ຮຽກ​ຮ້ອງ​ຂອງ​ພະ​ເຢໂຫວາ? (ຂ) ເຮົາ​ຄວນ​ມອງ​ວ່າ​ຂໍ້​ຮຽກ​ຮ້ອງ​ຂອງ​ພະເຈົ້າ​ເປັນ​ແນວ​ໃດ ແລະ​ການ​ມອງ​ແບບ​ນັ້ນ​ຄວນ​ຈະ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ເຮົາ? ຂໍ​ໃຫ້​ຍົກ​ຕົວຢ່າງ.

3 ກ່ອນ​ອື່ນ ເຮົາ​ຕ້ອງ​ເສີມ​ຄວາມ​ເຊື່ອ​ທີ່​ມີ​ຕໍ່​ກົດຫມາຍ​ຂອງ​ພະເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ. ຂະນະ​ທີ່​ສຶກສາ​ປຶ້ມ​ຫົວ​ນີ້ ເຈົ້າ​ໄດ້​ພິຈາລະນາ​ຂໍ້​ຮຽກ​ຮ້ອງ​ອັນ​ຊອບທຳ​ຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ຄວາມ​ປະພຶດ​ມາ​ຫລາຍ​ຂໍ້​ແລ້ວ. ເຈົ້າ​ມີ​ທັດສະນະ​ແນວ​ໃດ​ຕໍ່​ກັບ​ຂໍ້​ຮຽກ​ຮ້ອງ​ເຫລົ່າ​ນັ້ນ? ຊາຕານ​ຢາກ​ລໍ້​ລວງ​ເຈົ້າ​ໃຫ້​ມອງ​ວ່າ​ກົດຫມາຍ ຫລັກ​ການ ແລະ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ກີດ​ຂວາງ​ບໍ່​ໃຫ້​ເຈົ້າ​ໄດ້​ຮັບ​ສິ່ງ​ທີ່​ດີ ເຖິງ​ຂັ້ນ​ເປັນ​ການ​ກົດ​ຂີ່​ຊໍ້າ. ມັນ​ໄດ້​ໃຊ້​ວິທີ​ການ​ນີ້​ນັບ​ຕັ້ງ​ແຕ່​ທີ່​ມັນ​ໃຊ້​ໄດ້​ຜົນ​ເປັນ​ຢ່າງ​ດີ​ແຕ່​ດົນ​ນານ​ມາ​ແລ້ວ​ໃນ​ສວນ​ເອເດນ. (ຕົ້ນເດີມ 3:1-6) ວິທີ​ການ​ຂອງ​ມັນ​ຈະ​ໃຊ້​ໄດ້​ຜົນ​ກັບ​ເຈົ້າ​ບໍ? ສ່ວນ​ຫລາຍ​ຈະ​ຂຶ້ນ​ຢູ່​ກັບ​ທັດສະນະ​ຂອງ​ເຈົ້າ.

4 ເພື່ອ​ເປັນ​ຕົວຢ່າງ ໃນ​ຂະນະ​ທີ່​ເຈົ້າ​ກຳລັງ​ຍ່າງ​ຫລິ້ນ​ໃນ​ສວນ​ທີ່​ສວຍ​ງາມ​ແຫ່ງ​ຫນຶ່ງ ເຈົ້າ​ສັງເກດ​ເຫັນ​ຮົ້ວ​ສູງ​ທີ່​ຫນາ​ແຫນ້ນ​ເຊິ່ງ​ກັນ​ບໍລິເວນ​ຫນຶ່ງ​ຂອງ​ສວນ​ໄວ້. ທິວ​ທັດ​ທາງ​ຫລັງ​ຮົ້ວ​ນັ້ນ​ເປັນ​ຕາ​ຈັບ​ໃຈ​ແທ້. ທຳອິດ ເຈົ້າ​ອາດ​ມອງ​ວ່າ​ຮົ້ວ​ນັ້ນ​ບໍ່​ຄວນ​ມີ​ເລີຍ​ເພາະ​ມັນ​ຈຳກັດ​ເສລີ​ພາບ​ຂອງ​ເຈົ້າ. ແຕ່​ເມື່ອ​ແນມ​ຜ່ານ​ຮົ້ວ ເຈົ້າ​ສັງເກດ​ເຫັນ​ໂຕ​ສິງ​ທີ່​ຮ້າຍ​ກຳລັງ​ຍ່າງ​ຊອກ​ຫາ​ເຫຍື່ອ​ຢູ່​ຟາກ​ເບື້ອງ​ນັ້ນ! ຕອນ​ນີ້​ເຈົ້າ​ເຫັນ​ແລ້ວ​ວ່າ​ຮົ້ວ​ນັ້ນ​ເປັນ​ສິ່ງ​ປ້ອງກັນ​ແທ້ໆ. ມີ​ສັດ​ລ່າ​ເຫຍື່ອ​ເຊິ່ງ​ເປັນ​ອັນຕະລາຍ​ກຳລັງ​ຕິດ​ຕາມ​ເຈົ້າ​ໃນ​ຕອນ​ນີ້​ບໍ? ພະ​ຄຳ​ຂອງ​ພະເຈົ້າ​ເຕືອນ​ວ່າ “ຈົ່ງ​ເປັນ​ຄົນ​ອົດ​ຕົວ​ແລະ​ເຝົ້າ​ລະວັງ​ໃຫ້​ດີ. ສັດຕູ​ຂອງ​ພວກ​ທ່ານ ຄື​ວ່າ​ພະຍາມານ​ເຫມືອນ​ດັ່ງ​ສິງ​ຕົວ​ຫນຶ່ງ​ທີ່​ຮ້ອງ​ຫະນາດ​ກໍ​ທຽວ​ໄປ​ມາ​ວຽນ​ອ້ອມ​ຮອບ​ພວກ​ທ່ານ​ຊອກ​ຫາ​ຄົນ​ໃດ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.”—1 ເປໂຕ 5:8.

5 ຊາຕານ​ເປັນ​ນັກ​ລ່າ​ທີ່​ໂຫດ​ຮ້າຍ. ເນື່ອງ​ຈາກ​ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ເຮົາ​ກາຍ​ເປັນ​ເຫຍື່ອ​ຂອງ​ຊາຕານ ພະອົງ​ໄດ້​ຕັ້ງ​ກົດຫມາຍ​ໄວ້​ເພື່ອ​ປົກ​ປ້ອງ​ເຮົາ​ຈາກ “ອຸບາຍ” ຫລາຍ​ຢ່າງ​ຂອງ​ຕົວ​ຊົ່ວ​ຮ້າຍ​ນີ້. (ເອເຟດ 6:11) ດັ່ງ​ນັ້ນ ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຄຶດ​ຕຶກຕອງ​ເຖິງ​ກົດຫມາຍ​ຂອງ​ພະເຈົ້າ ເຮົາ​ຄວນ​ມອງ​ວ່າ​ກົດຫມາຍ​ເຫລົ່າ​ນັ້ນ​ເປັນ​ການ​ສະແດງ​ເຖິງ​ຄວາມ​ຮັກ​ຂອງ​ພໍ່​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ. ເມື່ອ​ເຮົາ​ມອງ​ເຊັ່ນ​ນັ້ນ ກົດຫມາຍ​ຂອງ​ພະ​ເຢໂຫວາ​ກໍ​ເປັນ​ແຫລ່ງ​ທີ່​ໃຫ້​ຄວາມ​ປອດໄພ​ແລະ​ຄວາມ​ຍິນດີ. ສາວົກ​ຢາໂກໂບ​ຂຽນ​ວ່າ “ຜູ້​ທີ່​ໄດ້​ເບິ່ງ​ຄັກ​ໃນ​ພະບັນຍັດ​ອັນ​ດີ​ທີ່​ສຸດ​ທີ່​ໃຫ້​ພົ້ນ​ຈາກ​ເປັນ​ທາດ​ໄດ້ ແລະ​ຈະ​ຕັ້ງ​ຫມັ້ນຄົງ​ຢູ່​ໃນ​ພະບັນຍັດ​ນັ້ນ . . . ຄົນ​ຜູ້​ນັ້ນ​ຈະ​ໄດ້​ຄວາມ​ສຸກ​ໃນ​ການ​ແຫ່ງ​ຕົນ.”—ຢາໂກໂບ 1:25.

6. ອັນ​ໃດ​ຄື​ວິທີ​ດີ​ທີ່​ສຸດ​ທີ່​ຈະ​ເສີມ​ຄວາມ​ເຊື່ອ​ໃນ​ກົດຫມາຍ​ແລະ​ຫລັກ​ການ​ອັນ​ຊອບທຳ​ຂອງ​ພະເຈົ້າ? ຈົ່ງ​ຍົກ​ຕົວຢ່າງ.

6 ການ​ດຳເນີນ​ຊີວິດ​ຕາມ​ພະບັນຍັດ​ຂອງ​ພະເຈົ້າ​ເປັນ​ວິທີ​ດີ​ທີ່​ສຸດ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ​ໃນ​ຜູ້​ປະທານ​ກົດຫມາຍ​ແລະ​ໃນ​ສະຕິ​ປັນຍາ​ແຫ່ງ​ກົດຫມາຍ​ຂອງ​ພະອົງ. ຕົວຢ່າງ​ເຊັ່ນ “ພະບັນຍັດ​ຂອງ​ພະ​ຄລິດ” ລວມ​ເອົາ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ທີ່​ໃຫ້​ສອນ​ຄົນ​ອື່ນ​ໃນ “ສິ່ງ​ທັງ​ປວງ​ທີ່ [ພະອົງ] ໄດ້​ສັ່ງ​ໄວ້.” (ຄາລາຊີ 6:2; ມັດທາຍ 28:19, 20) ຄລິດສະຕຽນ​ຍັງ​ເອົາໃຈໃສ່​ຢ່າງ​ຈິງ​ຈັງ​ຕໍ່​ຄຳ​ສັ່ງ​ທີ່​ໃຫ້​ປະຊຸມ​ຮ່ວມ​ກັນ​ເປັນ​ປະຈຳ​ເພື່ອ​ນະມັດສະການ​ແລະ​ມີ​ການ​ຄົບຫາ​ທີ່​ເສີມ​ສ້າງ. (ເຫບເລີ 10:24, 25) ພະບັນຍັດ​ຂອງ​ພະເຈົ້າ​ລວມ​ເອົາ​ຄຳ​ກະຕຸ້ນ​ເຕືອນ​ທີ່​ໃຫ້​ອະທິດຖານ​ຈາກ​ໃຈ​ຈິງ​ເຖິງ​ພະ​ເຢໂຫວາ​ເປັນ​ປະຈຳ​ແລະ​ເລື້ອຍໆອີກ​ດ້ວຍ. (ມັດທາຍ 6:5-8; 1 ເທຊະໂລນີກ 5:17) ໃນ​ຂະນະ​ທີ່​ເຮົາ​ດຳເນີນ​ຊີວິດ​ຕາມ​ພະບັນຍັດ​ດັ່ງ​ກ່າວ ເຮົາ​ແຮ່ງ​ເຫັນ​ແຈ້ງ​ຂຶ້ນ​ວ່າ​ພະບັນຍັດ​ນັ້ນ​ໃຫ້​ການ​ຊີ້​ນຳ​ດ້ວຍ​ຄວາມ​ຮັກ​ຢ່າງ​ແທ້​ຈິງ. ການ​ເຊື່ອ​ຟັງ​ພະບັນຍັດ​ເຫລົ່າ​ນັ້ນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ​ແລະ​ຄວາມ​ອີ່ມ​ໃຈ​ແບບ​ທີ່​ເຮົາ​ຈະ​ບໍ່​ມີ​ວັນ​ພົບ​ໄດ້​ຈາກ​ແຫລ່ງ​ອື່ນ​ໃນ​ໂລກ​ທີ່​ຫຍຸ້ງຍາກ​ນີ້. ໃນ​ຂະນະ​ທີ່​ຄຶດ​ຕຶກຕອງ​ເຖິງ​ວິທີ​ທີ່​ເຈົ້າ​ໄດ້​ຮັບ​ປະໂຫຍດ​ເປັນ​ສ່ວນ​ຕົວ​ຈາກ​ການ​ດຳເນີນ​ຊີວິດ​ຕາມ​ກົດຫມາຍ​ຂອງ​ພະເຈົ້າ ເຈົ້າ​ກໍ​ມີ​ຄວາມ​ເຊື່ອ​ຫມັ້ນ​ຫລາຍ​ຂຶ້ນ​ໃນ​ກົດຫມາຍ​ນັ້ນ​ບໍ່​ແມ່ນ​ບໍ?

7, 8. ພະ​ຄຳ​ຂອງ​ພະເຈົ້າ​ໃຫ້​ກຳລັງ​ໃຈ​ແນວ​ໃດ​ແກ່​ຄົນ​ທີ່​ກັງວົນ​ວ່າ​ຕົນ​ເອງ​ຈະ​ບໍ່​ສາມາດ​ຮັກສາ​ແນວ​ທາງ​ທີ່​ຊອບທຳ​ໄວ້​ໄດ້​ໃນ​ຂະນະ​ທີ່​ເວລາ​ຜ່ານ​ໄປ​ຫລາຍ​ປີ?

7 ບາງ​ຄັ້ງ​ບາງ​ຄົນ​ກັງວົນ​ໃຈ​ວ່າ​ເມື່ອ​ເວລາ​ຜ່ານ​ໄປ​ຫລາຍ​ປີ ການ​ເຊື່ອ​ຟັງ​ກົດຫມາຍ​ຂອງ​ພະ​ເຢໂຫວາ​ຄົງ​ຈະ​ເປັນ​ເລື່ອງ​ທີ່​ຍາກ​ເກີນ​ໄປ. ເຂົາ​ເຈົ້າ​ຢ້ານ​ວ່າ​ຕົນ​ເອງ​ອາດ​ລົ້ມ​ພາດ​ດ້ວຍ​ເຫດຜົນ​ຢ່າງ​ໃດ​ຢ່າງ​ຫນຶ່ງ. ຖ້າ​ເຈົ້າ​ເຄີຍ​ຮູ້ສຶກ​ແບບ​ນັ້ນ ຂໍ​ໃຫ້​ຄຶດ​ເຖິງ​ຖ້ອຍຄຳ​ຕໍ່​ໄປ​ນີ້ “ຝ່າຍ​ເຮົາ​ເຮົາ​ແມ່ນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ຜູ້​ສັ່ງ​ສອນ​ເຈົ້າ​ສຳລັບ​ປະໂຫຍດ​ແກ່​ເຈົ້າ ຜູ້​ພາ​ເຈົ້າ​ໄປ​ໃນ​ຫົນ​ທາງ​ທີ່​ເຈົ້າ​ຕ້ອງ​ໄປ. ໂອ້​ຖ້າ​ເຈົ້າ​ໄດ້​ເອົາໃຈໃສ່​ໃນ​ຄຳ​ສັ່ງ​ທັງ​ຫລາຍ​ຂອງ​ເຮົາ​ຄວາມ​ສຸກ​ສຳລານ​ຂອງ​ເຈົ້າ​ຈະ​ໄດ້​ເປັນ​ຄື​ແມ່ນໍ້າ ແລະ​ຄວາມ​ຊອບທຳ​ຂອງ​ເຈົ້າ​ຄື [ຄື້ນ​ໃນ] ນໍ້າ​ທະເລ.” (ເອຊາອີ 48:17, 18) ເຈົ້າ​ເຄີຍ​ຢຸດ​ຄຶດ​ບໍ​ວ່າ​ຖ້ອຍຄຳ​ດັ່ງ​ກ່າວ​ໃຫ້​ກຳລັງ​ໃຈ​ສໍ່າ​ໃດ?

8 ໃນ​ຂໍ້​ນີ້​ພະ​ເຢໂຫວາ​ເຕືອນ​ເຮົາ​ໃຫ້​ລະນຶກ​ວ່າ​ໂດຍ​ການ​ເຊື່ອ​ຟັງ​ພະອົງ ເຮົາ​ເຮັດ​ໃຫ້​ຕົວ​ເອງ​ໄດ້​ຮັບ​ປະໂຫຍດ. ຖ້າ​ເຮົາ​ເຊື່ອ​ຟັງ ພະອົງ​ສັນຍາ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ສອງ​ຢ່າງ. ປະໂຫຍດ​ແນວ​ທຳອິດ ສັນຕິສຸກ​ຂອງ​ເຮົາ​ຈະ​ເປັນ​ຄື​ແມ່ນໍ້າ ຄື​ຈະ​ງຽບ​ສະຫງົບ ມີ​ຢ່າງ​ລົ້ນ​ເຫລືອ ບໍ່​ຂາດ​ສາຍ. ປະໂຫຍດ​ທີ​ສອງ ຄວາມ​ຊອບທຳ​ຂອງ​ເຮົາ​ຈະ​ເປັນ​ຄື​ຄື້ນ​ໃນ​ທະເລ. ຖ້າ​ເຈົ້າ​ຢືນ​ຢູ່​ຫາດ​ຊາຍ​ແລະ​ສັງເກດ​ເບິ່ງ​ຄື້ນ​ທີ່​ຫລັ່ງ​ໄຫລ​ມາ ແນ່ນອນ ເຈົ້າ​ຄົງ​ຈະ​ສຳນຶກ​ເຖິງ​ຄວາມ​ຫມັ້ນຄົງ​ຖາວອນ. ເຈົ້າ​ຮູ້​ວ່າ​ຄື້ນ​ຈະ​ຫລັ່ງ​ໄຫລ​ມາ​ແບບ​ນັ້ນ​ເລື້ອຍໆ ກະທົບ​ໃສ່​ຫາດ​ຊາຍ​ຕະຫລອດ​ໄປ. ພະ​ເຢໂຫວາ​ກ່າວ​ວ່າ​ຄວາມ​ຊອບທຳ​ຂອງ​ເຈົ້າ​ຈະ​ມີ​ຢູ່​ຕະຫລອດ​ໄປ​ຖ້າ​ເຈົ້າ​ເຊື່ອ​ຟັງ​ພະອົງ. ຕາບ​ໃດ​ທີ່​ເຈົ້າ​ພະຍາຍາມ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະອົງ ພະອົງ​ຈະ​ບໍ່​ຍອມ​ໃຫ້​ເຈົ້າ​ລົ້ມ​ພາດ! (ຄຳເພງ 55:22) ຄຳ​ສັນຍາ​ທີ່​ເຮັດ​ໃຫ້​ອົບອຸ່ນ​ໃຈ​ແບບ​ນັ້ນ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ເຊື່ອ​ຫລາຍ​ຂຶ້ນ​ໃນ​ພະ​ເຢໂຫວາ​ແລະ​ໃນ​ຂໍ້​ຮຽກ​ຮ້ອງ​ອັນ​ຊອບທຳ​ຂອງ​ພະອົງ​ບໍ່​ແມ່ນ​ບໍ?

“ກ້າວ​ໄປ​ສູ່​ຄວາມ​ເປັນ​ຜູ້​ໃຫຍ່”

9, 10. (ກ) ເພາະ​ເຫດ​ໃດ​ຄວາມ​ເປັນ​ຜູ້​ໃຫຍ່​ຝ່າຍ​ວິນຍານ​ຈຶ່ງ​ເປັນ​ເປົ້າ​ຫມາຍ​ທີ່​ດີ​ເລີດ​ສຳລັບ​ຄລິດສະຕຽນ? (ຂ) ທັດສະນະ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະ​ວິນຍານ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຍິນດີ​ໄດ້​ແນວ​ໃດ?

9 ແງ່​ມຸມ​ທີ​ສອງ​ຂອງ​ໂຄງການ​ກໍ່​ສ້າງ​ທີ່​ເຈົ້າ​ເຮັດ​ມີ​ການ​ເປີດ​ເຜີຍ​ໃນ​ຖ້ອຍຄຳ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ທີ່​ວ່າ “ຈົ່ງ​ກ້າວ​ໄປ​ສູ່​ຄວາມ​ເປັນ​ຜູ້​ໃຫຍ່.” (ເຫບເລີ 6:1, ທ.ປ.) ຄວາມ​ເປັນ​ຜູ້​ໃຫຍ່​ຝ່າຍ​ວິນຍານ​ເປັນ​ເປົ້າ​ຫມາຍ​ທີ່​ດີ​ເລີດ​ສຳລັບ​ຄລິດສະຕຽນ. ຄວາມ​ເປັນ​ຜູ້​ໃຫຍ່​ຝ່າຍ​ວິນຍານ​ເປັນ​ເປົ້າ​ຫມາຍ​ທີ່​ບັນລຸ​ໄດ້ ຕ່າງ​ຈາກ​ຄວາມ​ສົມບູນ​ແບບ​ເຊິ່ງ​ຕອນ​ນີ້​ເປັນ​ເປົ້າ​ຫມາຍ​ທີ່​ມະນຸດ​ບັນລຸ​ບໍ່​ທັນ​ໄດ້. ນອກ​ຈາກ​ນີ້ ຄລິດສະຕຽນ​ປະສົບ​ຄວາມ​ຍິນດີ​ຫລາຍ​ຂຶ້ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ຂະນະ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຫລາຍ​ຂຶ້ນ. ເພາະ​ເຫດ​ໃດ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ?

10 ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ເປັນ​ບຸກຄົນ​ຝ່າຍ​ວິນຍານ. ລາວ​ມອງ​ສິ່ງ​ຕ່າງໆຕາມ​ທັດສະນະ​ຂອງ​ພະ​ເຢໂຫວາ. (ໂຢຮັນ 4:23) ໂປໂລ​ຂຽນ​ວ່າ “ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ເນື້ອ​ຫນັງ​ກໍ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ເປັນ​ຂອງ​ເນື້ອ​ຫນັງ ແຕ່​ວ່າ​ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ພະ​ວິນຍານ​ກໍ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ເປັນ​ຂອງ​ພະ​ວິນຍານ.” (ໂລມ 8:5) ທັດສະນະ​ແບບ​ມະນຸດ​ເຮັດ​ໃຫ້​ເກີດ​ຄວາມ​ຍິນດີ​ພຽງ​ຫນ້ອຍ​ດຽວ ເພາະ​ມີ​ທ່າ​ອ່ຽງ​ຈະ​ຄຶດ​ເຖິງ​ແຕ່​ຕົວ​ເອງ ເບິ່ງ​ແບບ​ຕື້ນໆ ແລະ​ເລັງ​ໃສ່​ແຕ່​ສິ່ງ​ຝ່າຍ​ວັດຖຸ. ທັດສະນະ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະ​ວິນຍານ​ຂອງ​ພະເຈົ້າ​ພາ​ໃຫ້​ມີ​ຄວາມ​ຍິນດີ ເພາະ​ເລັງ​ໃສ່​ພະ​ເຢໂຫວາ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.” (1 ຕີໂມເຕ 1:11) ບຸກຄົນ​ຝ່າຍ​ວິນຍານ​ກະຕືລືລົ້ນ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ຊື່ນຊົມ​ຍິນດີ​ແມ່ນ​ແຕ່​ເມື່ອ​ຖືກ​ການ​ທົດລອງ. ເພາະ​ເຫດ​ໃດ? ເພາະ​ການ​ທົດລອງ​ຕ່າງໆເຮັດ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ຈະ​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ຕົວະ​ແລະ​ເຮົາ​ມີ​ໂອກາດ​ທີ່​ຈະ​ພັດທະນາ​ຄວາມ​ສັດ​ຊື່​ຫມັ້ນຄົງ ເຮັດ​ໃຫ້​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ມີ​ຄວາມ​ຍິນດີ.—ສຸພາສິດ 27:11; ຢາໂກໂບ 1:2, 3.

11, 12. (ກ) ໂປໂລ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄວາມ “ສາມາດ​ໃຊ້​ເຫດຜົນ” ຂອງ​ຄລິດສະຕຽນ ແລະ​ຄຳ​ທີ່​ໄດ້​ຮັບ​ການ​ແປ​ວ່າ “ເຝິກ​ແອບ” ມີ​ຄວາມຫມາຍ​ແນວ​ໃດ? (ຂ) ຮ່າງກາຍ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ແອບ​ແນວ​ໃດ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ແລະ​ໃຊ້​ອະໄວຍະວະ​ຕ່າງໆຢ່າງ​ຊຳນານ?

11 ການ​ເປັນ​ບຸກຄົນ​ຝ່າຍ​ວິນຍານ​ແລະ​ຄວາມ​ເປັນ​ຜູ້​ໃຫຍ່​ພັດທະນາ​ຂຶ້ນ​ໂດຍ​ການ​ຝຶກ​ຝົນ. ຂໍ​ໃຫ້​ພິຈາລະນາ​ຂໍ້​ນີ້ “ອາຫານ​ແຂງ​ມີ​ໄວ້​ສຳລັບ​ຜູ້​ໃຫຍ່ ຜູ້​ທີ່​ໂດຍ​ທາງ​ການ​ເຝິກ​ແອບ​ສາມາດ​ໃຊ້​ເຫດຜົນ ໄຈ້​ແຍກ​ຄວາມ​ດີ​ແລະ​ຄວາມ​ຊົ່ວ.” (ເຫບເລີ 5:14, ທ.ປ.) ເມື່ອ​ໂປໂລ​ເວົ້າ​ເຖິງ​ການ “ເຝິກ​ແອບ” ຄວາມ​ສາມາດ​ທີ່​ຈະ​ໃຊ້​ເຫດຜົນ​ຂອງ​ເຮົາ ລາວ​ໃຊ້​ຄຳ​ພາສາ​ກະເລັກ​ເຊິ່ງ​ເບິ່ງ​ຄື​ວ່າ​ເປັນ​ຄຳ​ທີ່​ໃຊ້​ທົ່ວໄປ​ໃນ​ຫ້ອງ​ຝຶກ​ກາຍະກຳ​ຂອງ​ປະເທດ​ກະເລັກ​ໃນ​ສະຕະວັດ​ທຳອິດ ເພາະ​ຄຳ​ນີ້​ອາດ​ແປ​ໄດ້​ວ່າ ‘ໄດ້​ຮັບ​ການ​ຝຶກ​ແອບ​ຄື​ນັກ​ກາຍະກຳ.’ ຕອນ​ນີ້​ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຝຶກ​ແອບ​ດັ່ງ​ກ່າວ​ນັ້ນ.

ນັກ​ກາຍະກຳ​ຕ້ອງ​ຝຶກ​ແອບ​ຮ່າງກາຍ

12 ເມື່ອ​ເຮົາ​ເກີດ​ມາ ຮ່າງກາຍ​ຂອງ​ເຮົາ​ຍັງ​ບໍ່​ໄດ້​ຮັບ​ການ​ຝຶກ​ແອບ. ຕົວຢ່າງ​ເຊັ່ນ ແອ​ນ້ອຍ​ເກືອບ​ບໍ່​ຮູ້​ວ່າ​ຈະ​ຫຍັບ​ແຂນ​ຂາ​ໄປ​ເບື້ອງ​ໃດ. ດັ່ງ​ນັ້ນ​ຈຶ່ງ​ແກວ່ງ​ແຂນ​ໄປ​ມາ ແມ່ນ​ແຕ່​ຕີ​ຫນ້າ​ຂອງ​ຕົນ​ເອງ​ດ້ວຍ​ຊໍ້າ ເຊິ່ງ​ເຮັດ​ໃຫ້​ແອ​ນ້ອຍ​ສະດຸ້ງ​ຕົກໃຈ. ໂດຍ​ການ​ເຄື່ອນ​ເຫນັງ​ອະໄວຍະວະ​ຕ່າງໆຂອງ​ຮ່າງກາຍ ແອ​ນ້ອຍ​ໄດ້​ຮັບ​ການ​ຝຶກ​ແອບ​ເທື່ອ​ລະ​ຫນ້ອຍ. ແອ​ນ້ອຍ​ຄານ ຮຽນ​ຍ່າງ ແລະ​ໃນ​ທີ່​ສຸດ​ກໍ​ແລ່ນ. * ສ່ວນ​ນັກ​ກາຍະກຳ​ເດ? ເມື່ອ​ເຈົ້າ​ເຫັນ​ນັກ​ກາຍະກຳ​ດັ່ງ​ກ່າວ​ໂດດ​ແລະ​ຫມູນ​ຕົວ​ຢູ່​ໃນ​ອາກາດ​ດ້ວຍ​ລີລາ​ທີ່​ງົດງາມ​ແລະ​ຖືກຕ້ອງ​ແນ່ນອນ ບໍ່​ມີ​ຂໍ້​ສົງໄສ​ເລີຍ​ວ່າ​ຮ່າງກາຍ​ຂອງ​ລາວ​ຄົງ​ເປັນ​ເຫມືອນ​ເຄື່ອງ​ຈັກ​ທີ່​ຕັ້ງ​ລະບົບ​ໄວ້​ຢ່າງ​ທ່ຽງ​ກົງ. ຄວາມ​ຊຳນານ​ຂອງ​ນັກ​ກາຍະກຳ​ບໍ່​ໄດ້​ເກີດ​ຂຶ້ນ​ໂດຍ​ບັງເອີນ ຈຳເປັນ​ຕ້ອງ​ມີ​ການ​ຝຶກ​ແອບ​ເປັນ​ເວລາ​ນັບ​ບໍ່​ຖ້ວນ. ຄຳພີ​ໄບເບິນ​ຍອມ​ຮັບ​ວ່າ​ການ​ຝຶກ​ແອບ​ຮ່າງກາຍ​ເຊັ່ນ​ນັ້ນ “ມີ​ປະໂຫຍດ​ອັນ​ຫນ້ອຍ.” ການ​ຝຶກ​ແອບ​ຄວາມ​ສາມາດ​ທີ່​ຈະ​ໃຊ້​ເຫດຜົນ​ຝ່າຍ​ວິນຍານ​ມີ​ຄ່າ​ຫລາຍ​ກວ່າ​ນັ້ນ​ຊໍ້າ!—1 ຕີໂມເຕ 4:8.

13. ເຮົາ​ຈະ​ຝຶກ​ແອບ​ຄວາມ​ສາມາດ​ໃນ​ການ​ໃຊ້​ເຫດຜົນ​ໄດ້​ໂດຍ​ວິທີ​ໃດ?

13 ໃນ​ປຶ້ມ​ຫົວ​ນີ້ ເຮົາ​ໄດ້​ພິຈາລະນາ​ຫລາຍ​ເລື່ອງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ຝຶກ​ແອບ​ຄວາມ​ສາມາດ​ທີ່​ຈະ​ໃຊ້​ເຫດຜົນ​ເພື່ອ​ເຈົ້າ​ຈະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ສະເຫມີ​ໃນ​ຖານະ​ເປັນ​ມະນຸດ​ຝ່າຍ​ວິນຍານ. ຈົ່ງ​ຄຶດ​ຕຶກຕອງ​ຫລັກ​ການ​ແລະ​ກົດຫມາຍ​ຂອງ​ພະເຈົ້າ​ຢ່າງ​ເລິກ​ເຊິ່ງ​ພ້ອມ​ດ້ວຍ​ການ​ອະທິດຖານ​ຂະນະ​ທີ່​ເຈົ້າ​ເຮັດ​ການ​ຕັດສິນ​ໃຈ​ໃນ​ຊີວິດ​ປະຈຳ​ວັນ. ທຸກ​ຄັ້ງ​ທີ່​ປະເຊີນ​ກັບ​ການ​ຕັດສິນ​ໃຈ ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ກົດຫມາຍ​ແລະ​ຫລັກ​ການ​ອັນ​ໃດ​ໃນ​ຄຳພີ​ໄບເບິນ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ນີ້? ຂ້ອຍ​ຈະ​ເອົາ​ກົດຫມາຍ​ແລະ​ຫລັກ​ການ​ເຫລົ່າ​ນັ້ນ​ມາ​ໃຊ້​ແນວ​ໃດ? ແນວ​ທາງ​ຊີວິດ​ແບບ​ໃດ​ທີ່​ຈະ​ເຮັດ​ໃຫ້​ພໍ່​ຂອງ​ຂ້ອຍ​ທີ່​ຢູ່​ໃນ​ສະຫວັນ​ພໍ​ໃຈ?’ (ສຸພາສິດ 3:5, 6; ຢາໂກໂບ 1:5) ແຕ່​ລະ​ຄັ້ງ​ທີ່​ເຈົ້າ​ຕັດສິນ​ໃຈ​ໂດຍ​ອາໄສ​ວິທີ​ດັ່ງ​ກ່າວ ເຈົ້າ​ຈະ​ຝຶກ​ແອບ​ຄວາມ​ສາມາດ​ໃຊ້​ເຫດຜົນ​ຫລາຍ​ຂຶ້ນ​ເພື່ອ​ຈະ​ແຍກ​ອອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ການ​ຝຶກ​ແອບ​ດັ່ງ​ກ່າວ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ມະນຸດ​ຝ່າຍ​ວິນຍານ​ຢ່າງ​ແທ້​ຈິງ​ແລະ​ຄົງ​ຈະ​ເປັນ​ເຊັ່ນ​ນັ້ນ​ຕໍ່ໆໄປ.

14. ເຮົາ​ຕ້ອງ​ມີ​ຄວາມ​ຫິວ​ກະຫາຍ​ຈະ​ໄດ້​ອັນ​ໃດ​ເພື່ອ​ຈະ​ເຕີບໂຕ​ທາງ​ຝ່າຍ​ວິນຍານ ແຕ່​ເຮົາ​ຕ້ອງ​ຄິດ​ເຖິງ​ຄຳ​ເຕືອນ​ອັນ​ໃດ​ສະເຫມີ?

14 ເຖິງ​ແມ່ນ​ວ່າ​ເຮົາ​ສາມາດ​ບັນລຸ​ຄວາມ​ເປັນ​ຜູ້​ໃຫຍ່​ໄດ້ ກໍ​ຍັງ​ມີ​ໂອກາດ​ສະເຫມີ​ທີ່​ຈະ​ພັດທະນາ​ທາງ​ຝ່າຍ​ວິນຍານ​ຕໍ່​ໄປ. ການ​ເຕີບ​ໃຫຍ່​ຕ້ອງ​ອາໄສ​ອາຫານ. ດັ່ງ​ນັ້ນ ໂປໂລ​ຈຶ່ງ​ໃຫ້​ຂໍ້​ສັງເກດ​ວ່າ “ອາຫານ​ແຂງ​ມີ​ໄວ້​ສຳລັບ​ຜູ້​ໃຫຍ່.” ປັດໄຈ​ສຳຄັນ​ທີ່​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຄື​ການ​ຮັບ​ເອົາ​ອາຫານ​ແຂງ​ຝ່າຍ​ວິນຍານ​ເປັນ​ປະຈຳ. ໃນ​ຂະນະ​ທີ່​ເຈົ້າ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ມາ​ໃຊ້​ຢ່າງ​ຖືກຕ້ອງ ນັ້ນ​ແຫລະ​ຄື​ປັນຍາ ແລະ​ຄຳພີ​ໄບເບິນ​ກ່າວ​ວ່າ “ປັນຍາ​ແມ່ນ​ສິ່ງ​ສຳຄັນ​ອັນ​ສຸດ​ຍອດ.” ດັ່ງ​ນັ້ນ ເຮົາ​ຕ້ອງ​ພັດທະນາ​ຄວາມ​ຫິວ​ກະຫາຍ​ແທ້ໆທີ່​ຈະ​ໄດ້​ຮັບ​ຄວາມ​ຈິງ​ອັນ​ລໍ້າ​ຄ່າ​ເຊິ່ງ​ຜູ້​ເປັນ​ພໍ່​ປະທານ​ໃຫ້​ເຮົາ. (ສຸພາສິດ 4:5-7, ທ.ປ.; 1 ເປໂຕ 2:2) ແມ່ນ​ແລ້ວ ການ​ມີ​ຄວາມ​ຮູ້​ແລະ​ປັນຍາ​ຈາກ​ພະເຈົ້າ​ຫລາຍ​ຂຶ້ນ​ບໍ່​ແມ່ນ​ສາເຫດ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ອວດ​ຕົວ. ເຮົາ​ຕ້ອງ​ກວດ​ສອບ​ຕົວ​ເອງ​ເປັນ​ປະຈຳ​ເພື່ອ​ບໍ່​ເປີດ​ຊ່ອງ​ທາງ​ໃຫ້​ຄວາມ​ຍິ່ງ​ຫລື​ຄວາມ​ອ່ອນແອ​ອື່ນໆບາງ​ຢ່າງ​ປົ່ງ​ຮາກ​ແລະ​ເຕີບໂຕ​ຂຶ້ນ​ໃນ​ຫົວໃຈ​ຂອງ​ເຮົາ. ໂປໂລ​ຂຽນ​ວ່າ “ຈົ່ງ​ພິຈາລະນາ​ເບິ່ງ​ຕົວ​ເອງ​ວ່າ​ທ່ານ​ຕັ້ງ​ຢູ່​ໃນ​ຄວາມ​ເຊື່ອ​ຫລື​ບໍ່ ຈົ່ງ​ລອງ​ເບິ່ງ​ຕົວ​ເຖີ້ນ.”—2 ໂກລິນໂທ 13:5.

15. ເປັນ​ຫຍັງ​ຄວາມ​ຮັກ​ຈຶ່ງ​ຈຳເປັນ​ສຳລັບ​ການ​ເຕີບໂຕ​ທາງ​ຝ່າຍ​ວິນຍານ?

15 ການ​ປຸກ​ເຮືອນ​ອາດ​ແລ້ວ​ສົມບູນ ແຕ່​ວຽກ​ຍັງ​ດຳເນີນ​ຕໍ່​ໄປ. ການ​ບຳລຸງ​ຮັກສາ​ແລະ​ການ​ສ້ອມ​ແປງ​ຖື​ວ່າ​ເປັນ​ສິ່ງ​ສຳຄັນ ແລະ​ອາດ​ມີ​ການ​ຕໍ່​ຫ້ອງ​ອອກ​ໄປ​ອີກ​ເມື່ອ​ສະພາບການ​ປ່ຽນ​ແປງ. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ຜູ້​ໃຫຍ່​ແລະ​ຮັກສາ​ສະພາບ​ຝ່າຍ​ວິນຍານ​ໄວ້​ຕໍ່​ໄປ? ສຳຄັນ​ທີ່​ສຸດ ຕ້ອງ​ມີ​ຄວາມ​ຮັກ. ເຮົາ​ຕ້ອງ​ພັດທະນາ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ແລະ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຕໍ່ໆໄປ. ຖ້າ​ເຮົາ​ບໍ່​ມີ​ຄວາມ​ຮັກ ຄວາມ​ຮູ້​ທັງ​ຫມົດ​ທີ່​ເຮົາ​ມີ​ລວມ​ທັງ​ສິ່ງ​ຕ່າງໆທີ່​ເຮົາ​ເຮັດ​ກໍ​ຈະ​ໄຮ້​ຄ່າ ຄື​ກັບ​ສຽງ​ຫລາຍ​ຢ່າງ​ທີ່​ເປັນ​ຕາ​ລຳຄານ. (1 ໂກລິນໂທ 13:1-3) ດ້ວຍ​ຄວາມ​ຮັກ ເຮົາ​ສາມາດ​ບັນລຸ​ຄວາມ​ເປັນ​ຜູ້​ໃຫຍ່​ແບບ​ຄລິດສະຕຽນ​ແລະ​ເຕີບໂຕ​ທາງ​ຝ່າຍ​ວິນຍານ​ຕໍ່ໆໄປ.

ໃຫ້​ໃຈ​ຈົດຈໍ່​ຢູ່​ກັບ​ຄວາມ​ຫວັງ​ທີ່​ພະ​ເຢໂຫວາ​ຈັດ​ຕຽມ​ໄວ້

16. ຊາຕານ​ສົ່ງເສີມ​ຄວາມ​ຄຶດ​ແບບ​ໃດ ແລະ​ພະ​ເຢໂຫວາ​ຈັດ​ຕຽມ​ອັນ​ໃດ​ໃຫ້​ເຮົາ​ເພື່ອ​ໃຫ້​ການ​ປົກ​ປ້ອງ?

16 ຂໍ​ໃຫ້​ພິຈາລະນາ​ອີກ​ແງ່​ມຸມ​ຫນຶ່ງ​ກ່ຽວ​ກັບ​ໂຄງການ​ກໍ່​ສ້າງ​ຂອງ​ເຈົ້າ. ເພື່ອ​ຈະ​ເສີມ​ກຳລັງ​ຂອງ​ຕົນ​ເອງ​ໃນ​ຖານະ​ເປັນ​ລູກ​ສິດ​ແທ້​ຂອງ​ພະ​ຄລິດ ເຈົ້າ​ຕ້ອງ​ລະວັງ​ວິທີ​ຄຶດ​ຂອງ​ເຈົ້າ. ຊາຕານ​ຜູ້​ປົກຄອງ​ໂລກ​ນີ້​ເປັນ​ຜູ້​ຊ່ຽວຊານ​ໃນ​ການ​ເຮັດ​ໃຫ້​ຜູ້​ຄົນ​ຍອມ​ຈຳນົນ​ຕໍ່​ການ​ຄຶດ​ໃນ​ແງ່​ລົບ ການ​ເບິ່ງ​ໃນ​ແງ່​ຮ້າຍ ຂາດ​ຄວາມ​ໄວ້​ວາງໃຈ​ແລະ​ຄວາມ​ສິ້ນ​ຫວັງ. (ເອເຟດ 2:2) ການ​ຄຶດ​ແບບ​ດັ່ງ​ກ່າວ​ເປັນ​ອັນຕະລາຍ​ຕໍ່​ຄລິດສະຕຽນ​ຄື​ກັບ​ປວກ​ທີ່​ເປັນ​ອັນຕະລາຍ​ຕໍ່​ເຮືອນ​ໄມ້. ເປັນ​ຕາ​ຍິນດີ ພະ​ເຢໂຫວາ​ຈັດ​ຕຽມ​ເຄື່ອງ​ປົກ​ປ້ອງ​ທີ່​ສຳຄັນ​ແກ່​ເຮົາ ນັ້ນ​ຄື​ຄວາມ​ຫວັງ.

17. ພະ​ຄຳ​ຂອງ​ພະເຈົ້າ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ເຖິງ​ຄວາມ​ສຳຄັນ​ຂອງ​ຄວາມ​ຫວັງ?

17 ຄຳພີ​ໄບເບິນ​ມີ​ລາຍ​ຊື່​ສ່ວນ​ຕ່າງໆຂອງ​ຍຸດທະພັນ​ຝ່າຍ​ວິນຍານ​ທີ່​ເຮົາ​ຕ້ອງ​ໃຊ້​ໃນ​ການ​ຕໍ່​ສູ້​ກັບ​ຊາຕານ​ແລະ​ໂລກ​ນີ້. ຍຸດທະພັນ​ທີ່​ສຳຄັນ​ຢ່າງ​ຫນຶ່ງ​ຄື​ຫມວກ​ເຫລັກ ເຊິ່ງ​ກໍ​ຄື “ຄວາມ​ຫວັງ​ວ່າ​ໄດ້​ຮັບ​ຄວາມ​ພົ້ນ.” (1 ເທຊະໂລນີກ 5:8, ທ.ປ.) ທະຫານ​ໃນ​ສະໄຫມ​ທີ່​ຂຽນ​ຄຳພີ​ໄບເບິນ​ຮູ້​ວ່າ​ຕົນ​ເອງ​ຄົງ​ຈະ​ບໍ່​ລອດ​ຊີວິດ​ໃນ​ການ​ສູ້​ຮົບ​ຖ້າ​ບໍ່​ມີ​ຫມວກ​ເຫລັກ. ເນື່ອງ​ຈາກ​ເຮັດ​ດ້ວຍ​ໂລຫະ​ແລະ​ຮອງ​ທາງ​ໃນ​ດ້ວຍ​ຜ້າ​ທີ່​ເປັນ​ຂົນ​ຫລື​ດ້ວຍ​ຫນັງ ມັນ​ຈຶ່ງ​ເຮັດ​ໃຫ້​ການ​ຕີ​ການ​ຟັນ​ໃສ່​ຫົວ​ສ່ວນ​ຫລາຍ​ຟົ້ງ​ອອກ​ແລະ​ເຮັດ​ໃຫ້​ບໍ່​ເຈັບ​ຫລາຍ. ເຊັ່ນ​ດຽວ​ກັບ​ທີ່​ຫມວກ​ເຫລັກ​ປົກ​ປ້ອງ​ຫົວ ຄວາມ​ຫວັງ​ກໍ​ສາມາດ​ປົກ​ປ້ອງ​ຄວາມ​ຄຶດ​ຈິດ​ໃຈ​ຂອງ​ເຈົ້າ​ໄດ້.

18, 19. ພະ​ເຍຊູ​ວາງ​ຕົວຢ່າງ​ແນວ​ໃດ​ໃນ​ການ​ຮັກສາ​ຄວາມ​ຫວັງ ແລະ​ເຮົາ​ຈະ​ຮຽນ​ແບບ​ພະອົງ​ໄດ້​ໂດຍ​ວິທີ​ໃດ?

18 ພະ​ເຍຊູ​ວາງ​ຕົວຢ່າງ​ອັນ​ດີ​ເລີດ​ໃນ​ການ​ຮັກສາ​ຄວາມ​ຫວັງ. ຂໍ​ໃຫ້​ນຶກ​ເຖິງ​ສິ່ງ​ທີ່​ພະອົງ​ໄດ້​ທົນ​ເອົາ​ໃນ​ຄືນ​ສຸດ​ທ້າຍ​ຂອງ​ຊີວິດ​ທີ່​ຢູ່​ແຜ່ນດິນ​ໂລກ. ເພື່ອນ​ສະຫນິດ​ຄົນ​ຫນຶ່ງ​ໄດ້​ທໍລະຍົດ​ພະອົງ​ເພື່ອ​ແລກ​ກັບ​ເງິນ. ເພື່ອນ​ອີກ​ຄົນ​ຫນຶ່ງ​ເຖິງ​ຂັ້ນ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ພະອົງ. ຄົນ​ອື່ນໆປະ​ຖິ້ມ​ພະອົງ​ແລ້ວ​ກໍ​ຫນີ​ໄປ. ເພື່ອນ​ຮ່ວມ​ຊາດ​ໄດ້​ປະຕິເສດ​ພະອົງ ພາ​ກັນ​ຮ້ອງ​ບອກ​ໃຫ້​ທະຫານ​ໂລມັນ​ປະຫານ​ຊີວິດ​ພະອົງ​ເທິງ​ເສົາ​ທໍລະມານ. ເວົ້າ​ໄດ້​ວ່າ​ພະ​ເຍຊູ​ປະເຊີນ​ການ​ທົດລອງ​ທີ່​ສາຫັດ​ຍິ່ງ​ກວ່າ​ທີ່​ພວກ​ເຮົາ​ຈະ​ເຄີຍ​ປະສົບ. ອັນ​ໃດ​ໄດ້​ຊ່ວຍ​ພະອົງ? ເຫບເລີ 12:2 ຕອບ​ວ່າ “ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່​ຫນ້າ​ພະອົງ​ກໍ​ໄດ້​ທົນ​ເອົາ​ໄມ້​ກາງເຂນ ໄດ້​ດູ​ຫມິ່ນ​ຄວາມ​ລັກອາຍ ແລະ​ໄດ້​ສະເດັດ​ນັ່ງ​ເບື້ອງ​ຂວາ​ພະ​ທີ່​ນັ່ງ​ຂອງ​ພະເຈົ້າ.” ພະ​ເຍຊູ​ເບິ່ງ​ທີ່ “ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່​ຫນ້າ​ພະອົງ.”

19 ຄວາມ​ຍິນດີ​ອັນ​ໃດ​ທີ່​ຢູ່​ຕໍ່​ຫນ້າ​ພະ​ເຍຊູ? ພະອົງ​ຮູ້​ວ່າ​ໂດຍ​ການ​ອົດ​ທົນ​ຄວາມ​ທຸກ​ຍາກ​ລຳບາກ ພະອົງ​ຈະ​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ຊື່​ອັນ​ສັກສິດ​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. ພະອົງ​ຈະ​ໃຫ້​ຂໍ້​ພິສູດ​ອັນ​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ວ່າ​ຊາຕານ​ເປັນ​ຜູ້​ຕົວະ. ບໍ່​ມີ​ຄວາມ​ຫວັງ​ອື່ນ​ໃດ​ທີ່​ຈະ​ເຮັດ​ໃຫ້​ພະ​ເຍຊູ​ມີ​ຄວາມ​ຍິນດີ​ຫລາຍ​ໄປ​ກວ່າ​ນີ້! ພະອົງ​ຮູ້​ດ້ວຍ​ວ່າ​ພະ​ເຢໂຫວາ​ຈະ​ປະທານ​ບຳເຫນັດ​ຢ່າງ​ບໍລິບູນ​ສຳລັບ​ແນວ​ທາງ​ຊີວິດ​ທີ່​ສັດ​ຊື່​ຂອງ​ພະອົງ ນັ້ນ​ຄື​ໄລຍະ​ເວລາ​ທີ່​ພິເສດ​ເຊິ່ງ​ຢູ່​ພາຍ​ຫນ້າ​ຕອນ​ທີ່​ພະອົງ​ຈະ​ກັບ​ມາ​ຢູ່​ຮ່ວມ​ກັບ​ພໍ່​ອີກ. ພະ​ເຍຊູ​ຈົດຈໍ່​ຢູ່​ກັບ​ຄວາມ​ຫວັງ​ທີ່​ຫນ້າ​ຍິນດີ​ດັ່ງ​ກ່າວ​ຕະຫລອດ​ໄລຍະ​ເວລາ​ທີ່​ເລວ​ຮ້າຍ​ທີ່​ສຸດ. ເຮົາ​ຕ້ອງ​ເຮັດ​ແບບ​ດຽວ​ກັນ. ເຮົາ​ກໍ​ມີ​ຄວາມ​ຍິນດີ​ຢູ່​ຕໍ່​ຫນ້າ​ດ້ວຍ​ເຊັ່ນ​ກັນ. ພະ​ເຢໂຫວາ​ໃຫ້​ກຽດ​ເຮົາ​ແຕ່​ລະ​ຄົນ​ໂດຍ​ມີ​ສິດທິ​ພິເສດ​ຊ່ວຍ​ເຮັດ​ໃຫ້​ຊື່​ອັນ​ຍິ່ງໃຫຍ່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. ເຮົາ​ສາມາດ​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ຕົວະ​ໂດຍ​ເລືອກ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ຂອງ​ເຮົາ​ແລະ​ເຮັດ​ໃຫ້​ຕົວ​ເອງ​ປອດໄພ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພໍ່​ຂອງ​ເຮົາ​ສະເຫມີ ບໍ່​ວ່າ​ເຮົາ​ອາດ​ປະເຊີນ​ການ​ທົດລອງ​ແລະ​ການ​ລໍ້​ໃຈ​ອັນ​ໃດ​ດໍ​ຕາມ.

20. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຄຶດ​ໃນ​ແງ່​ບວກ​ແລະ​ມີ​ຄວາມ​ຫວັງ​ສະເຫມີ?

20 ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ເຕັມ​ໃຈ​ປະທານ​ບຳເຫນັດ​ໃຫ້​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ເທົ່າ​ນັ້ນ ພະອົງ​ປາຖະຫນາ​ຢ່າງ​ແຮງ​ກ້າ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ. (ເອຊາອີ 30:18; ມາລາກີ 3:10) ພະອົງ​ຍິນດີ​ທີ່​ຈະ​ປະທານ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ໄດ້​ຮັບ​ຕາມ​ຄວາມ​ປາຖະຫນາ​ອັນ​ເຫມາະ​ສົມ. (ຄຳເພງ 37:4) ດັ່ງ​ນັ້ນ ໃຫ້​ຄວາມ​ຄຶດ​ຂອງ​ເຈົ້າ​ຫມັ້ນ​ທ່ຽງ​ແນ່ວ​ແນ່​ຢູ່​ກັບ​ຄວາມ​ຫວັງ​ທີ່​ຢູ່​ຕໍ່​ຫນ້າ​ເຈົ້າ​ສະເຫມີ. ຢ່າ​ຍອມ​ແພ້​ຕໍ່​ຄວາມ​ຄຶດ​ໃນ​ແງ່​ລົບ​ທີ່​ເສື່ອມ​ເສຍ​ແລະ​ບິດ​ເບືອນ​ຂອງ​ໂລກ​ເກົ່າ​ຂອງ​ຊາຕານ. ຖ້າ​ເຈົ້າ​ສຳນຶກ​ວ່າ​ນໍ້າໃຈ​ຂອງ​ໂລກ​ນີ້​ຄ່ອຍໆລ່ວງ​ລໍ້າ​ເຂົ້າ​ມາ​ໃນ​ຈິດ​ໃຈ​ແລະ​ຫົວໃຈ​ຂອງ​ເຈົ້າ ຈົ່ງ​ອະທິດຖານ​ດ້ວຍ​ໃຈ​ແຮງ​ກ້າ​ຕໍ່​ພະ​ເຢໂຫວາ​ເພື່ອ​ຈະ​ມີ “ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ​ອັນ​ເຫລືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ໄດ້.” ຄວາມ​ສຸກ​ສຳລານ​ທີ່​ພະເຈົ້າ​ປະທານ​ໃຫ້​ນີ້​ຈະ​ປົກ​ປ້ອງ​ຫົວໃຈ​ແລະ​ຄວາມ​ສາມາດ​ໃນ​ການ​ຄຶດ​ຂອງ​ເຈົ້າ.—ຟີລິບ 4:6, 7.

21, 22. (ກ) “ຊົນ​ຝູງ​ໃຫຍ່” ຖະຫນອມ​ຄວາມ​ຫວັງ​ທີ່​ດີ​ເລີດ​ອັນ​ໃດ? (ຂ) ຄວາມ​ຫວັງ​ຂອງ​ຄລິດສະຕຽນ​ເລື່ອງ​ໃດ​ທີ່​ມີ​ຄວາມຫມາຍ​ສຳລັບ​ເຈົ້າ​ຫລາຍ​ທີ່​ສຸດ ແລະ​ເຈົ້າ​ຕັ້ງ​ໃຈ​ແນວ​ໃດ?

21 ເຈົ້າ​ມີ​ຄວາມ​ຫວັງ​ທີ່​ຫນ້າ​ຕື່ນ​ເຕັ້ນ​ແທ້ໆທີ່​ຈະ​ຄຶດ​ຕຶກຕອງ​ເຖິງ! ຖ້າ​ເຈົ້າ​ເປັນ​ສ່ວນ​ຫນຶ່ງ​ຂອງ “ຊົນ​ຝູງ​ໃຫຍ່” ເຊິ່ງ​ຈະ​ລອດ “ຈາກ​ຄວາມ​ທຸກ​ລຳບາກ​ໃຫຍ່” ຂໍ​ໃຫ້​ຄຶດ​ເຖິງ​ສະພາບ​ຊີວິດ​ທີ່​ເຈົ້າ​ຈະ​ໄດ້​ຮັບ​ໃນ​ໄວໆນີ້. (ຄຳປາກົດ 7:9, 14, ລ.ມ.) ການ​ທີ່​ຊາຕານ​ແລະ​ພວກ​ຜີ​ປີ​ສາດ​ຂອງ​ມັນ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ເຈົ້າ​ຈະ​ຮູ້ສຶກ​ໂລ່ງ​ອົກ​ໂລ່ງ​ໃຈ​ເຊິ່ງ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ໃນ​ຕອນ​ນີ້. ທີ່​ຈິງ ມີ​ໃຜ​ໃນ​ພວກ​ເຮົາ​ບໍ​ທີ່​ເຄີຍ​ມີ​ຊີວິດ​ທີ່​ປາສະຈາກ​ຄວາມ​ກົດ​ດັນ​ຈາກ​ອິດທິພົນ​ອັນ​ເສື່ອມຊາມ​ຂອງ​ຊາຕານ? ເມື່ອ​ຄວາມ​ກົດ​ດັນ​ແບບ​ນັ້ນ​ຜ່ານ​ພົ້ນ​ໄປ ຈະ​ມີ​ຄວາມ​ຍິນດີ​ແທ້ໆທີ່​ຈະ​ເຮັດ​ວຽກ​ເພື່ອ​ປ່ຽນ​ແປງ​ແຜ່ນດິນ​ໂລກ​ໃຫ້​ເປັນ​ອຸທິຍານ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ເຍຊູ​ແລະ 144.000 ຄົນ​ທີ່​ຮ່ວມ​ປົກຄອງ​ກັບ​ພະອົງ​ໃນ​ສະຫວັນ! ເຮົາ​ຮູ້ສຶກ​ຕື່ນ​ເຕັ້ນ​ແທ້ໆໃນ​ຄວາມ​ຫວັງ​ທີ່​ຈະ​ເຫັນ​ຄວາມ​ເຈັບ​ປ່ວຍ​ແລະ​ຄວາມ​ອ່ອນ​ແຮງ​ທັງ​ຫມົດ​ຖືກ​ກຳຈັດ​ອອກ​ໄປ ທັງ​ຈະ​ໄດ້​ຕ້ອນຮັບ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ອອກ​ມາ​ຈາກ​ຫລຸມ​ຝັງ​ສົບ ແລ້ວ​ດຳເນີນ​ຊີວິດ​ແບບ​ທີ່​ພະເຈົ້າ​ມຸ່ງ​ມາດ​ປາຖະຫນາ​ໃຫ້​ເຮົາ​ດຳເນີນ! ເມື່ອ​ເຮົາ​ກ້າວ​ເຂົ້າ​ສູ່​ຄວາມ​ສົມບູນ​ແບບ ເຮົາ​ກໍ​ແຮ່ງ​ເຂົ້າ​ມາ​ໃກ້​ລາງວັນ​ອັນ​ລໍ້າ​ຄ່າ​ກວ່າ​ຕາມ​ຄຳ​ສັນຍາ​ທີ່​ເປີດ​ເຜີຍ​ໄວ້​ໃນ​ໂລມ 8:21 (ທ.ປ.) ນັ້ນ​ຄື “ອິດ​ສະລະ​ພາບ​ອັນ​ຮຸ່ງເຮືອງ​ແຫ່ງ​ບັນດາ​ລູກ​ຂອງ​ພະເຈົ້າ.”

22 ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ມີ​ເສລີ​ພາບ​ຫລາຍ​ກວ່າ​ທີ່​ເຈົ້າ​ຈະ​ສາມາດ​ນຶກ​ພາບ​ອອກ​ໄດ້. ທາງ​ໄປ​ສູ່​ເສລີ​ພາບ​ນັ້ນ​ຂຶ້ນ​ກັບ​ການ​ເຊື່ອ​ຟັງ. ຖື​ວ່າ​ຄຸ້ມ​ຄ່າ​ບໍ່​ແມ່ນ​ບໍ​ທີ່​ເຈົ້າ​ຈະ​ທຸ່ມ​ເທ​ຄວາມ​ພະຍາຍາມ​ທຸກ​ຢ່າງ​ໃນ​ຕອນ​ນີ້​ເພື່ອ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ທຸກໆມື້? ດັ່ງ​ນັ້ນ ໃນ​ທຸກ​ວິຖີ​ທາງ ຈົ່ງ​ເສີມ​ກຳລັງ​ຕົວ​ເອງ​ດ້ວຍ​ຄວາມ​ເຊື່ອ​ອັນ​ບໍລິສຸດ​ສະເຫມີ ເພື່ອ​ເຈົ້າ​ຈະ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕະຫລອດ​ຊົ່ວ​ນິລັນດອນ!

^ ຂໍ້ 12 ນັກ​ວິທະຍາສາດ​ກ່າວ​ວ່າ​ເຮົາ​ພັດທະນາ​ປະສາດ​ສັ່ງ​ການ​ພິເສດ​ເຊິ່ງ​ແມ່ນ​ການ​ຮັບ​ຮູ້​ເຖິງ​ການ​ກະຕຸກ​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ຮ່າງກາຍ ເຊິ່ງ​ປະສາດ​ນີ້​ກຳນົດ​ທິດ​ທາງ​ຂອງ​ຮ່າງກາຍ​ເຮົາ​ລວມ​ທັງ​ຕຳແຫນ່ງ​ຂອງ​ແຂນ​ຂາ. ຕົວຢ່າງ​ເຊັ່ນ ປະສາດ​ສັ່ງ​ການ​ນີ້​ເຮັດ​ໃຫ້​ເຮົາ​ຕົບ​ມື​ໄດ້​ເມື່ອ​ຫລັບ​ຕາ. ຄົນ​ເຈັບ​ທີ່​ເປັນ​ຜູ້​ໃຫຍ່​ຜູ້​ຫນຶ່ງ​ເຊິ່ງ​ສູນ​ເສຍ​ປະສາດ​ສັ່ງ​ການ​ນີ້​ບໍ່​ສາມາດ​ຢືນ ຍ່າງ ຫລື​ແມ່ນ​ແຕ່​ນັ່ງ.