ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 14

“ພວກເຮົາຈຶ່ງມີຄວາມເຫັນກົງກັນ”

“ພວກເຮົາຈຶ່ງມີຄວາມເຫັນກົງກັນ”

ຄະນະ​ກຳມະການ​ປົກຄອງ​ຕັດສິນໃຈ​ເລື່ອງ​ສຳຄັນ​ກ່ຽວກັບ​ການ​ຮັບ​ສິນຕັດ​ແນວ​ໃດ ແລະ​ເລື່ອງ​ນັ້ນ​ເຮັດ​ໃຫ້​ປະຊາຄົມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໄດ້​ແນວ​ໃດ

ຈາກ​ກິດຈະການ 15:13-35

1, 2. (ກ) ຄະນະ​ກຳມະການ​ປົກຄອງ​ຂອງ​ປະຊາຄົມ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຕ້ອງ​ຕອບ​ຄຳ​ຖາມ​ທີ່​ສຳຄັນ​ຫຍັງ​ແດ່? (ຂ) ພີ່ນ້ອງ​ຊາຍ​ເຫຼົ່າ​ນັ້ນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຫຍັງ​ເພື່ອ​ຈະ​ຕັດສິນໃຈ​ໄດ້​ຢ່າງ​ຖືກຕ້ອງ?

 ທຸກ​ຄົນ​ຮູ້ສຶກ​ຕື່ນເຕັ້ນ​ກ່ຽວກັບ​ການ​ຕັດສິນໃຈ​ຄັ້ງ​ນີ້. ພວກ​ອັກຄະສາວົກ​ແລະ​ຜູ້​ດູແລ​ທີ່​ຢູ່​ຫ້ອງ​ໃນ​ເມືອງ​ເຢຣູຊາເລັມ​ຕ່າງ​ຄົນ​ຕ່າງ​ເບິ່ງ​ໜ້າ​ກັນ. ເຂົາເຈົ້າ​ຮູ້​ວ່າ​ນີ້​ເປັນ​ການ​ຕັດສິນໃຈ​ທີ່​ສຳຄັນ​ຫຼາຍ ເພາະ​ປະເດັນ​ການ​ຮັບ​ສິນຕັດ​ຈະ​ເຮັດ​ໃຫ້​ເກີດ​ຄຳ​ຖາມ​ສຳຄັນ​ອື່ນໆ​ຕາມ​ມາ ເຊັ່ນ: ຄລິດສະຕຽນ​ຍັງ​ຕ້ອງ​ຢູ່​ພາຍ​ໃຕ້​ກົດໝາຍ​ຂອງ​ໂມເຊ​ບໍ? ພະ​ເຢໂຫວາ​ເບິ່ງ​ວ່າ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຢິວ​ກັບ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ແຕກຕ່າງ​ກັນ​ບໍ?

2 ພວກ​ຜູ້​ຊາຍ​ທີ່​ນຳໜ້າ​ໄດ້​ພິຈາລະນາ​ຫຼັກຖານ​ຫຼາຍ​ຢ່າງ. ເຂົາເຈົ້າ​ລົມ​ກັນ​ກ່ຽວກັບ​ຄຳ​ພະຍາກອນ​ຕ່າງໆ​ຈາກ​ພະເຈົ້າ ແລະ​ພະຍານ​ຫຼັກຖານ​ທີ່​ແຕ່​ລະ​ຄົນ​ໄດ້​ເຫັນ​ເຊິ່ງ​ພິສູດ​ວ່າ​ພະ​ເຢໂຫວາ​ຍອມຮັບ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ແລ້ວ. ເຂົາເຈົ້າ​ທຸກ​ຄົນ​ໄດ້​ສະແດງ​ຄວາມ​ຄິດ​ເຫັນ​ນຳ​ກັນ​ຢ່າງ​ເຕັມທີ ໃນ​ທີ່​ສຸດ​ເຂົາເຈົ້າ​ກໍ​ມີ​ຂໍ້ມູນ​ຫຼາຍ​ພໍ​ທີ່​ຈະ​ໃຊ້​ໃນ​ການ​ຕັດສິນໃຈ. ເຂົາເຈົ້າ​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ມີ​ການ​ຕັດສິນໃຈ​ແນວ​ໃດ​ກ່ຽວກັບ​ເລື່ອງ​ນີ້. ຜູ້​ຊາຍ​ກຸ່ມ​ນີ້​ຈະ​ເຮັດ​ຕາມ​ການ​ຊີ້ນຳ​ທີ່​ມາ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ບໍ?

3. ເຮົາ​ອາດ​ໄດ້​ຮັບ​ປະໂຫຍດ​ຫຍັງ​ເມື່ອ​ທົບທວນ​ເລື່ອງ​ລາວ​ໃນ​ກິດຈະການ​ບົດ 15?

3 ຕ້ອງ​ມີ​ຄວາມ​ເຊື່ອ​ແລະ​ຄວາມ​ກ້າຫານ​ແທ້ໆ​ເພື່ອ​ຈະ​ຍອມຮັບ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ​ໃນ​ເລື່ອງ​ນີ້. ຜູ້​ນຳ​ສາສະໜາ​ຄົນ​ຢິວ​ອາດ​ຊັງ​ເຂົາເຈົ້າ​ຫຼາຍ​ຂຶ້ນ. ນອກ​ຈາກນັ້ນ ບາງ​ຄົນ​ໃນ​ປະຊາຄົມ​ທີ່​ຢາກ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ກໍ​ອາດ​ບໍ່​ຍອມຮັບ​ການ​ຕັດສິນໃຈ​ຂອງ​ເຂົາເຈົ້າ. ຄະນະ​ກຳມະການ​ປົກຄອງ​ຈະ​ເຮັດ​ແນວ​ໃດ? ຕອນ​ທີ່​ເຮົາ​ທົບທວນ​ເຫດການ​ທີ່​ເກີດຂຶ້ນ ເຮົາ​ກໍ​ຈະ​ເຫັນ​ວິທີ​ທີ່​ຄະນະ​ກຳມະການ​ປົກຄອງ​ໃນ​ອະດີດ​ເຮັດ​ເຊິ່ງ​ເປັນ​ແບບ​ຢ່າງ​ໃຫ້​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້ ແລະ​ກໍ​ຍັງ​ເປັນ​ແບບ​ຢ່າງ​ທີ່​ເຮົາ​ທຸກ​ຄົນ​ສາມາດ​ຮຽນ​ແບບ​ໄດ້​ເມື່ອ​ຕ້ອງ​ຕັດສິນໃຈ​ເລື່ອງ​ທີ່​ສຳຄັນ ຫຼື​ເມື່ອ​ເຈິ​ກັບ​ບັນຫາ​ຕ່າງໆ​ທີ່​ເກີດຂຶ້ນ​ໃນ​ຊີວິດ.

“ກົງ​ກັບ​ສິ່ງ​ທີ່​ພວກ​ຜູ້​ພະຍາກອນ​ຂຽນ​ໄວ້” (ກິດຈະການ 15:13-21)

4, 5. ຢາໂກໂບ​ໄດ້​ເວົ້າ​ເຖິງ​ຄຳ​ພະຍາກອນ​ຂໍ້​ໃດ​ທີ່​ມາ​ຈາກ​ພະເຈົ້າ?

4 ຢາໂກໂບ​ລູກສິດ​ຂອງ​ພະ​ເຢຊູ​ທີ່​ເປັນ​ນ້ອງ​ຊາຍ​ຂອງ​ເພິ່ນ​ໄດ້​ເລີ່ມ​ເວົ້າ​ບາງ​ຢ່າງ. a ເບິ່ງ​ຄື​ວ່າ ຕອນ​ນັ້ນ​ຢາໂກໂບ​ເຮັດ​ໜ້າທີ່​ເປັນ​ປະທານ​ຂອງ​ການ​ປະຊຸມ. ລາວ​ສະຫຼຸບ​ວ່າ​ພວກ​ພີ່ນ້ອງ​ຕັດສິນໃຈ​ເລື່ອງ​ນີ້​ແນວ​ໃດ. ລາວ​ບອກ​ວ່າ: “ຊີເມໂອນ​ໄດ້​ເລົ່າ​ຢ່າງ​ລະອຽດ​ວ່າ​ຕອນນີ້​ພະເຈົ້າ​ໄດ້​ສົນໃຈ​ຄົນ​ຕ່າງ​ຊາດ​ແລ້ວ ແລະ​ລວບລວມ​ປະຊາຊົນ​ກຸ່ມ​ໜຶ່ງ​ໃນ​ພວກ​ເຂົາ​ໃຫ້​ໃຊ້​ຊື່​ຂອງ​ພະອົງ. ເລື່ອງ​ນີ້​ກົງ​ກັບ​ສິ່ງ​ທີ່​ພວກ​ຜູ້​ພະຍາກອນ​ຂຽນ​ໄວ້.”—ກຈກ. 15:14, 15

5 ຄຳເວົ້າ​ຂອງ​ຊີເມໂອນ​ຫຼື​ຊີໂມນເປໂຕ ແລະ​ຫຼັກຖານ​ທີ່​ບາຣະນາບາ​ກັບ​ໂປໂລ​ໄດ້​ສະເໜີ​ຄື​ຊິ​ເຮັດ​ໃຫ້​ຢາໂກໂບ​ຄິດ​ເຖິງ​ຂໍ້​ຄຳພີ​ບາງ​ຂໍ້​ທີ່​ຊ່ວຍ​ໃຫ້​ພີ່ນ້ອງ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ກັບ​ເລື່ອງ​ນີ້. (ຢຮ. 14:26) ຫຼັງ​ຈາກ​ບອກ​ວ່າ “ເລື່ອງ​ນີ້​ກົງ​ກັບ​ສິ່ງ​ທີ່​ພວກ​ຜູ້​ພະຍາກອນ​ຂຽນ​ໄວ້” ຢາໂກໂບ​ກໍ​ໄດ້​ເວົ້າ​ເຖິງ​ຖ້ອຍຄຳ​ຈາກ​ປຶ້ມ​ອາໂມດ 9:11, 12. ປຶ້ມ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ເຊິ່ງ​ໂດຍ​ທົ່ວໄປ​ແລ້ວ​ເອີ້ນ​ກັນ​ວ່າ “ສິ່ງ​ທີ່​ພວກ​ຜູ້​ພະຍາກອນ​ສອນ” ຫຼື​ປຶ້ມ​ຂອງ​ພວກ​ຜູ້​ພະຍາກອນ. (ມທ. 22:40; ກຈກ. 15:16-18) ເຈົ້າ​ອາດ​ສັງເກດ​ວ່າ ຄຳເວົ້າ​ທີ່​ຢາໂກໂບ​ຍົກ​ຂຶ້ນ​ມາອາດ​ບໍ່​ຄື​ກັບ​ຂໍ້​ຄວາມ​ໃນ​ປຶ້ມ​ອາໂມດ​ໃນ​ປັດຈຸບັນ. ເປັນ​ໄປ​ໄດ້​ທີ່​ຢາໂກໂບ​ຍົກ​ມາ​ຈາກ​ສະບັບ​ເຊັບຕົວຈິນ ເຊິ່ງ​ເປັນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ທີ່​ແປ​ເປັນ​ພາສາ​ກຣີກ.

6. ພະຄຳພີ​ຊ່ວຍ​ພີ່ນ້ອງ​ໃຫ້​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ຕ້ອງການ​ຫຍັງ?

6 ໂດຍ​ທາງ​ຜູ້​ພະຍາກອນ​ອາໂມດ ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ໄວ້​ວ່າ ຈະ​ມີ​ເວລາ​ໜຶ່ງ​ທີ່​ເພິ່ນ​ຈະ​ຕັ້ງ “ເຮືອນ​ຂອງ​ດາວິດ” ເຊິ່ງ​ກໍ​ຄື​ເຊື້ອສາຍ​ທີ່​ຈະ​ພາ​ໄປ​ເຖິງ​ການ​ປົກຄອງ​ຂອງ​ເມຊີອາ. (ເອເຊກ. 21:26, 27) ນີ້​ໝາຍ​ຄວາມ​ວ່າ​ຈະ​ມີ​ເວລາ​ໜຶ່ງ​ທີ່​ພະ​ເຢໂຫວາ​ຈະ​ກັບ​ມາ​ພໍໃຈ​ຊາດ​ອິດສະຣາເອນ​ແຕ່​ຊາດ​ດຽວ​ເທົ່າ​ນັ້ນ​ບໍ? ບໍ່. ຄຳ​ພະຍາກອນ​ບອກ​ຕໍ່​ໄປ​ວ່າ ຈະ​ມີ​ການ​ນຳ “ປະຊາຊົນ​ຈາກ​ທຸກ​ຊາດ” ມາ​ລວມ​ກັນ​ເປັນ “ປະຊາຊົນ​ທີ່​ຖືກ​ເອີ້ນ​ຕາມ​ຊື່​ຂອງ [ພະເຈົ້າ].” ເຮົາ​ຍັງ​ຈື່​ໄດ້​ວ່າ ຈາກ​ເລື່ອງ​ລາວ​ໃນ​ປຶ້ມ​ກິດຈະການ ເປໂຕ​ຫາກໍ​ຢືນຢັນ​ວ່າ​ພະເຈົ້າ “ບໍ່​ໄດ້​ຖື​ວ່າ​ພວກ​ເຂົາ [ຄົນ​ຕ່າງ​ຊາດ​ທີ່​ເປັນ​ຄລິດສະຕຽນ] ຕ່າງ​ຈາກ​ພວກ​ເຮົາ [ຄລິດສະຕຽນ​ຄົນ​ຢິວ] ເລີຍ ພະອົງ​ໄດ້​ຊຳລະ​ລ້າງ​ໃຈ​ພວກ​ເຂົາ​ໃຫ້​ສະອາດ​ຍ້ອນ​ພວກ​ເຂົາ​ມີ​ຄວາມ​ເຊື່ອ.” (ກຈກ. 15:9) ຫຼື​ຈະ​ເວົ້າ​ງ່າຍໆ​ກໍ​ຄື​ພະເຈົ້າ​ຢາກ​ໃຫ້​ທັງ​ຄົນ​ຢິວ​ແລະ​ຄົນ​ຕ່າງ​ຊາດ​ເປັນ​ຜູ້​ຮັບ​ມໍລະດົກ​ໃນ​ການ​ປົກຄອງ​ຂອງ​ເພິ່ນ. (ຣມ. 8:17; ອຟຊ. 2:17-19) ບໍ່​ເຄີຍ​ມີ​ຄຳ​ພະຍາກອນ​ໃດ​ທີ່​ພະເຈົ້າ​ດົນໃຈ​ວ່າ ຄົນ​ຕ່າງ​ຊາດ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຕ້ອງ​ຮັບ​ສິນຕັດ​ກ່ອນ ຈຶ່ງ​ຈະ​ເຂົ້າ​ມາ​ເປັນ​ຜູ້​ຮັບ​ມໍລະດົກ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ໄດ້.

7, 8. (ກ) ຢາໂກໂບ​ໄດ້​ສະເໜີ​ຄວາມ​ຄິດ​ເຫັນ​ຫຍັງ? (ຂ) ເຮົາ​ຄວນ​ເຂົ້າໃຈ​ຄຳເວົ້າ​ຂອງ​ຢາໂກໂບ​ແນວ​ໃດ?

7 ອີງ​ຕາມ​ຫຼັກຖານ​ທີ່​ເຫັນ​ຊັດເຈນ​ຈາກ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ ແລະ​ເລື່ອງ​ລາວ​ທີ່​ເກີດ​ຂຶ້ນ​ກັບ​ເປໂຕ ບາຣະນາບາ​ແລະ​ໂປໂລ ຕອນນີ້​ຢາໂກໂບ​ສະເໜີ​ວ່າ: “ດັ່ງນັ້ນ ຂ້ອຍ​ເຫັນ​ວ່າ ບໍ່​ຄວນ​ໃຫ້​ຄົນ​ຕ່າງ​ຊາດ​ທີ່​ມາ​ຫາ​ພະເຈົ້າ​ຕ້ອງ​ຫຍຸ້ງ​ຍາກ​ລຳບາກ​ໃຈ ແຕ່​ໃຫ້​ຂຽນ​ບອກ​ພວກ​ເຂົາ​ວ່າ​ໃຫ້​ງົດ​ເວັ້ນ​ຈາກ​ເຄື່ອງ​ຖວາຍ​ແກ່​ຮູບ​ບູຊາ ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ຈາກ​ສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ​ຈາກ​ເລືອ​ດ. ເພາະ​ວ່າ​ຕັ້ງແຕ່​ສະໄໝ​ບູຮານ​ແລ້ວ ຢູ່​ຕາມ​ເມືອງ​ຕ່າງໆ​ໄດ້​ມີ​ຄົນ​ສອນ​ຈາກ​ປຶ້ມ​ທີ່​ໂມເຊ​ຂຽນ​ໄວ້​ເຊິ່ງ​ມີ​ຄຳ​ສັ່ງ​ເຫຼົ່າ​ນີ້ ແລະ​ພວກ​ເຂົາ​ໄດ້​ອ່ານ​ປຶ້ມ​ເຫຼົ່າ​ນັ້ນ​ໃນ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ທຸກ​ວັນ​ຊະບາໂຕ.”—ກຈກ. 15:19-21

8 ຕອນ​ທີ່​ຢາໂກໂບ​ເຊິ່ງ​ອາດ​ເປັນ​ປະທານ​ຂອງ​ການ​ປະຊຸມ​ບອກ​ວ່າ: “ດັ່ງນັ້ນ ຂ້ອຍ​ເຫັນ​ວ່າ” ຢາໂກໂບ​ກຳລັງ​ເບິ່ງ​ວ່າ​ຕົວເອງ​ມີ​ອຳນາດ​ຕັດສິນ​ຢ່າງ​ເດັດຂາດ​ບໍ​ວ່າ​ຄວນ​ຈັດການ​ກັບ​ເລື່ອງ​ນີ້​ແນວ​ໃດ? ບໍ່​ເລີຍ! ຄຳເວົ້າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ຢາໂກໂບ​ບໍ່​ໄດ້​ເບິ່ງ​ວ່າ​ຕົວເອງ​ມີ​ອຳນາດ​ຫຼາຍ​ກວ່າ​ພີ່ນ້ອງ​ຄົນ​ອື່ນໆ. ຢາໂກໂບ​ພຽງ​ແຕ່​ສະເໜີ​ວ່າ​ຂໍ້​ສະຫຼຸບ​ຂອງ​ເລື່ອງ​ນີ້​ໜ້າ​ຈະ​ເປັນ​ແນວ​ໃດ. ຄວາມ​ຄິດ​ເຫັນ​ຂອງ​ລາວ​ອາໄສ​ຫຼັກຖານ​ທີ່​ໄດ້​ຍິນ ແລະ​ສິ່ງ​ທີ່​ພະຄຳພີ​ບອກ​ກ່ຽວກັບ​ເລື່ອງ​ນັ້ນ.

9. ຂໍ້​ສະເໜີ​ຂອງ​ຢາໂກໂບ​ເກີດ​ຜົນ​ດີ​ຫຍັງ​ແດ່?

9 ຂໍ້​ສະເໜີ​ຂອງ​ຢາໂກໂບ​ເປັນ​ຂໍ້​ສະເໜີ​ທີ່​ດີ​ບໍ? ແນ່ນອນ ເພາະ​ຕໍ່​ມາ​ພວກ​ອັກຄະສາວົກ​ກັບ​ຜູ້​ດູແລ​ໄດ້​ຍອມຮັບ​ຂໍ້​ສະເໜີ​ນັ້ນ. ແລ້ວ​ເກີດ​ຜົນ​ດີ​ຫຍັງ​ແດ່? ໃນ​ດ້ານ​ໜຶ່ງ ຂໍ້​ສະເໜີ​ນັ້ນ​ຊ່ວຍ​ໃຫ້​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ບໍ່ “ຫຍຸ້ງ​ຍາກ​ລຳບາກ​ໃຈ” ເພາະ​ຂໍ້​ສະເໜີ​ນັ້ນ​ບໍ່​ໄດ້​ບັງຄັບ​ໃຫ້​ເຂົາເຈົ້າ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ໃນ​ກົດໝາຍ​ຂອງ​ໂມເຊ. (ກຈກ. 15:19) ອີກ​ດ້ານ​ໜຶ່ງ ການ​ຕັດສິນໃຈ​ນີ້​ເປັນ​ການ​ສະແດງ​ຄວາມ​ນັບຖື​ຕໍ່​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຢິວ ເຊິ່ງ​ໄດ້​ຍິນ​ການ​ອ່ານ ‘ປຶ້ມ​ຂອງ​ໂມເຊ . . . ໃນ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ທຸກ​ວັນ​ຊະບາໂຕ’ b ມາ​ຕະຫຼອດ​ຫຼາຍ​ປີ. (ກຈກ. 15:21) ຂໍ້​ສະເໜີ​ນີ້​ຄື​ຊິ​ຊ່ວຍ​ໃຫ້​ຄລິດສະຕຽນ​ທີ່​ເປັນ​ຄົນ​ຢິວ​ກັບ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ມີ​ຄວາມ​ສຳພັນ​ທີ່​ດີ​ຕໍ່​ກັນ​ຫຼາຍ​ຂຶ້ນ ແລະ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ ພະ​ເຢໂຫວາ​ພໍໃຈ​ການ​ຕັດສິນໃຈ​ເທື່ອ​ນີ້​ເພາະ​ເລື່ອງ​ນີ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ. ເຮົາ​ໄດ້​ເຫັນ​ວິທີ​ທີ່​ດີ​ເລີດ​ໃນ​ການ​ຈັດການ​ກັບ​ບັນຫາ​ທີ່​ອາດ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ແຕກ​ແຍກ. ເລື່ອງ​ນີ້​ເປັນ​ແບບ​ຢ່າງ​ທີ່​ດີ​ຫຼາຍ​ສຳລັບ​ປະຊາຄົມ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້!

ແອນເບີດ ສະໂຣເດີ ບັນລະຍາຍ​ໃນ​ການ​ປະຊຸມ​ນານາ​ຊາດ​ປີ 1998

10. ຄະນະ​ກຳມະການ​ປົກຄອງ​ໃນ​ທຸກ​ມື້​ນີ້​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳອິດ​ແນວ​ໃດ?

10 ດັ່ງ​ທີ່​ເຮົາ​ໄດ້​ລົມ​ກັນ​ແລ້ວ​ໃນ​ບົດ​ກ່ອນ ຄື​ກັບ​ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳອິດ ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ເພິ່ງ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໃນ​ເອກະພົບ ແລະ​ພະ​ເຢຊູ​ຄລິດ​ຜູ້​ນຳ​ຂອງ​ປະຊາຄົມ​ເພື່ອ​ຈະ​ໄດ້​ຮັບ​ການ​ຊີ້ນຳ​ໃນ​ທຸກ​ເລື່ອງ. c (1ກຣ. 11:3) ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ແອນເບີດ ດີ ສະໂຣເດີ​ເຊິ່ງ​ໄດ້​ຮັບໃຊ້​ໃນ​ຄະນະ​ກຳມະການ​ປົກຄອງ​ຕັ້ງແຕ່​ປີ 1974 ຈົນ​ເສຍ​ຊີວິດ​ເທິງ​ໂລກ​ໃນ​ເດືອນ​ມີນາ 2006 ໄດ້​ອະທິບາຍ​ວ່າ: “ຄະນະ​ກຳມະການ​ປົກຄອງ​ປະຊຸມ​ກັນ​ໃນ​ວັນ​ພຸດ. ເຮົາ​ຈະ​ເລີ່ມ​ການ​ປະຊຸມ​ດ້ວຍ​ຄຳ​ອະທິດຖານ​ເພື່ອ​ຂໍ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ. ພວກ​ເຮົາ​ພະຍາຍາມ​ຫຼາຍ​ທີ່​ຈະ​ເຮັດ​ໃຫ້​ທຸກ​ເລື່ອງ​ທີ່​ເຮົາ​ຈັດການ​ແລະ​ທຸກ​ເລື່ອງ​ທີ່​ເຮົາຕັດສິນໃຈ​ສອດ​ຄ່ອງ​ກັບ​ຄຳພີ​ໄບເບິນ​ຖ້ອຍຄຳ​ຂອງ​ພະເຈົ້າ.” ຄ້າຍ​ກັນ ມິວຕັນ ຈີ ເຮັນເຊວ​ເຊິ່ງ​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ມາ​ດົນ​ແລະ​ໄດ້​ເສຍ​ຊີວິດ​ເທິງ​ໂລກ​ໃນ​ເດືອນ​ມີນາ 2003 ໄດ້​ຍົກ​ຄຳ​ຖາມ​ທີ່​ໜ້າສົນໃຈ​ຂຶ້ນ​ມາ​ຖາມ​ນັກ​ຮຽນ​ທີ່​ຈົບ​ໂຮງຮຽນ​ກິລຽດ​ລຸ້ນ​ທີ 101 ວ່າ: “ມີ​ອົງການ​ໃດ​ອີກ​ບໍ​ໃນ​ໂລກ​ນີ້​ທີ່​ທຸກ​ຄົນ​ທີ່​ນຳໜ້າ​ຈະ​ທົບທວນ​ເບິ່ງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຖ້ອຍຄຳ​ຂອງ​ພະເຈົ້າ​ກ່ອນ​ຕັດສິນໃຈ​ເລື່ອງ​ສຳຄັນ?” ເຮົາ​ເຫັນ​ໄດ້​ແຈ້ງ​ວ່າ ບໍ່​ມີ​ອົງການ​ໃດ​ອີກ​ແລ້ວ.

“ສົ່ງ​ບາງ​ຄົນ​ໃນ​ພວກ​ເຂົາ​ໄປ” (ກິດຈະການ 15:22-29)

11. ມີ​ການ​ສົ່ງ​ຄຳ​ຕັດສິນ​ຂອງ​ຄະນະ​ກຳມະການ​ປົກຄອງ​ໄປ​ຫາ​ປະຊາຄົມ​ຕ່າງໆ​ແນວ​ໃດ?

11 ຄະນະ​ກຳມະການ​ປົກຄອງ​ໄດ້​ຂໍ້​ຕັດສິນ​ທີ່​ກົງ​ກັນ​ໃນ​ເລື່ອງ​ການ​ຮັບ​ສິນຕັດ. ແຕ່​ເພື່ອ​ພີ່ນ້ອງ​ໃນ​ປະຊາຄົມ​ຕ່າງໆ​ຈະ​ເຮັດ​ຕາມ​ໄດ້​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ຈຶ່ງ​ມີ​ການ​ສົ່ງ​ຄຳ​ຕັດສິນ​ນັ້ນ​ໄປ​ຫາ​ພີ່ນ້ອງ​ໃນ​ແບບ​ທີ່​ຈະ​ແຈ້ງ​ແລະ​ໃຫ້​ກຳລັງ​ໃຈ. ເຂົາເຈົ້າ​ຈັດການ​ກັບ​ເລື່ອງ​ນີ້​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ຕໍ່​ໄປ​ວ່າ: “ພວກ​ອັກຄະສາວົກ​ແລະ​ພວກ​ຜູ້​ດູແລ​ພ້ອມ​ກັບ​ທຸກ​ຄົນ​ໃນ​ປະຊາຄົມ​ກໍ​ຕັດສິນໃຈ​ວ່າ​ຈະ​ສົ່ງ​ບາງ​ຄົນ​ໃນ​ພວກ​ເຂົາ​ໄປ​ເມືອງ​ອັນຕີໂອເຂຍ​ພ້ອມ​ກັບ​ໂປໂລ​ແລະ​ບາຣະນາບາ ຄົນ​ທີ່​ຖືກ​ເລືອກ​ແມ່ນ​ຢູດາ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ບາຣະຊັບບາ​ແລະ​ອີກ​ຜູ້​ໜຶ່ງ​ແມ່ນ​ຊີລາ ສອງ​ຄົນ​ນີ້​ເປັນ​ຜູ້​ທີ່​ນຳໜ້າ​ໃນ​ພວກ​ພີ່ນ້ອງ.” ນອກ​ຈາກນັ້ນ ຍັງ​ມີ​ການ​ກຽມ​ຈົດໝາຍ​ແລະ​ສົ່ງ​ໄປ​ພ້ອມ​ກັບ​ພີ່ນ້ອງ​ເຫຼົ່າ​ນີ້​ເພື່ອ​ຈະ​ອ່ານ​ໃຫ້​ພີ່ນ້ອງ​ໃນ​ທຸກ​ປະຊາຄົມ​ຟັງ​ທັງ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ແຂວງ​ຊີເຣຍ ແລະ​ໃນ​ແຂວງ​ກີລີເກຍ.—ກຈກ. 15:22-26

12, 13. ເກີດ​ຜົນ​ດີ​ຫຍັງ​ແດ່​ເມື່ອ​ຄະນະ​ກຳມະການ​ປົກຄອງ (ກ) ສົ່ງ​ຢູດາ​ກັບ​ຊີລາ​ໄປ? (ຂ) ສົ່ງ​ຈົດໝາຍ​ເຖິງ​ປະຊາຄົມ​ຕ່າງໆ?

12 ເນື່ອງ​ຈາກ​ຢູດາ​ກັບ​ຊີລາ​ເປັນ “ຜູ້​ທີ່​ນຳໜ້າ​ໃນ​ພວກ​ພີ່ນ້ອງ” ເຂົາເຈົ້າ​ຈຶ່ງ​ມີ​ຄຸນສົມບັດ​ທີ່​ຄົບ​ຖ້ວນ​ໃນ​ການ​ເປັນ​ຕົວແທນ​ຂອງ​ຄະນະ​ກຳມະການ​ປົກຄອງ. ຕົວແທນ​ທັງ 4 ຄົນ​ຄື​ຊິ​ເຮັດ​ໃຫ້​ພີ່ນ້ອງ​ເຂົ້າໃຈ​ຈະ​ແຈ້ງ​ວ່າ ຂໍ້ມູນ​ທີ່​ເຂົາເຈົ້າ​ເອົາ​ມາ​ນັ້ນ​ບໍ່​ໄດ້​ເປັນ​ພຽງ​ຄຳ​ຕອບ​ເລື່ອງ​ການ​ຮັບ​ສິນຕັດ ແຕ່​ຍັງ​ເປັນ​ການ​ຊີ້ນຳ​ໃໝ່​ທີ່​ມາ​ຈາກ​ຄະນະ​ກຳມະການ​ປົກຄອງ. ການ​ທີ່ “ຄົນ​ທີ່​ຖືກ​ເລືອກ” ເຫຼົ່າ​ນີ້​ມາ​ຢາມ​ປະຊາຄົມ​ຕ່າງໆ​ຕ້ອງ​ເຮັດ​ໃຫ້​ຄລິດສະຕຽນ​ຄົນ​ຢິວ​ແລະ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ. ນີ້​ເປັນ​ການ​ຕັດສິນໃຈ​ທີ່​ສະຫຼາດ​ແລະ​ສະທ້ອນ​ເຖິງ​ຄວາມ​ຮັກ​ແທ້ໆ. ເຮົາ​ໝັ້ນໃຈ​ໄດ້​ວ່າ ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.

13 ຈົດໝາຍ​ນັ້ນ​ມີ​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ສຳລັບ​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ທັງ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຮັບ​ສິນຕັດ​ແລະ​ເລື່ອງ​ອື່ນໆ ເຊັ່ນ ເຂົາເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ແລະ​ໄດ້​ຮັບ​ການ​ອວຍພອນ​ຈາກ​ເພິ່ນ. ສ່ວນ​ສຳຄັນ​ຂອງ​ຈົດໝາຍ​ນັ້ນ​ບອກ​ວ່າ: “ພະລັງ​ບໍລິສຸດ​ຊ່ວຍ​ພວກ​ເຮົາ​ໃຫ້​ໄດ້​ຂໍ້​ສະຫຼຸບ​ວ່າ​ຈະ​ບໍ່​ເພີ່ມ​ພາລະ​ໃຫ້​ແກ່​ພວກ​ເຈົ້າ​ນອກ​ຈາກ​ສິ່ງ​ຈຳເປັນ​ຕໍ່​ໄປ​ນີ້: ໃຫ້​ງົດ​ເວັ້ນ​ຈາກ​ເຄື່ອງ​ຖວາຍ​ແກ່​ຮູບ​ບູຊາ ຈາກ​ເລືອດ ຈາກ​ສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ຖ້າ​ພວກ​ເຈົ້າ​ງົດ​ເວັ້ນ​ສິ່ງ​ເຫຼົ່າ​ນີ້ ພວກ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຄວາມ​ຈະເລີນ. ດ້ວຍ​ຄວາມ​ປາຖະໜາ​ດີ!”—ກຈກ. 15:28, 29

14. ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເຮັດ​ວຽກ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ທັງໆ​ທີ່​ຄົນ​ສ່ວນ​ໃຫຍ່​ໃນ​ໂລກ​ແຕກ​ແຍກ​ກັນ?

14 ທຸກ​ມື້​ນີ້ ພະຍານ​ພະ​ເຢໂຫວາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແທ້ໆ. ເຖິງ​ວ່າ​ຈະ​ມີ​ພະຍານ​ພະ​ເຢໂຫວາ​ຫຼາຍ​ກວ່າ 8.000.000 ຄົນ​ທີ່​ຢູ່​ໃນ​ປະຊາຄົມ​ຕ່າງໆ​ຫຼາຍ​ກວ່າ 100.000 ປະຊາຄົມ​ທົ່ວ​ໂລກ ແຕ່​ເຂົາເຈົ້າ​ກໍ​ມີ​ຄວາມ​ເຊື່ອ​ຄື​ກັນ​ແລະ​ເຮັດ​ວຽກ​ແບບ​ດຽວ​ກັນ. ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຈະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແບບ​ນີ້​ທັງໆ​ທີ່​ຄົນ​ສ່ວນ​ໃຫຍ່​ໃນ​ໂລກ​ແຕກ​ແຍກ​ກັນ? ເຮົາ​ຮູ້​ວ່າ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ນີ້​ເກີດຂຶ້ນ​ໄດ້​ຍ້ອນ​ພວກ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ການ​ຊີ້ນຳ​ທີ່​ຈະ​ແຈ້ງ​ຈາກ​ພະ​ເຢຊູ​ຜູ້​ນຳ​ປະຊາຄົມ ພະ​ເຢຊູ​ໃຫ້​ຄຳ​ແນະນຳ​ຕ່າງໆ​ຜ່ານ​ທາງ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ເຊິ່ງ​ກໍ​ຄື​ຄະນະ​ກຳມະການ​ປົກຄອງ. (ມທ. 24:45-47) ນອກ​ຈາກນັ້ນ ເຮົາ​ຍັງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຍ້ອນ​ພີ່ນ້ອງ​ທົ່ວ​ໂລກ​ເຕັມໃຈ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ຄະນະ​ກຳມະການ​ປົກຄອງ.

“ພີ່ນ້ອງ . . . ກໍ​ດີໃຈ​ຫຼາຍ​ແລະ​ມີ​ກຳລັງ​ໃຈ” (ກິດຈະການ 15:30-35)

15, 16. ພີ່ນ້ອງ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ຄະນະ​ກຳມະການ​ປົກຄອງ ແລະ​ຍ້ອນຫຍັງ?

15 ເລື່ອງ​ລາວ​ໃນ​ກິດຈະການ​ບອກ​ຕໍ່​ໄປ​ວ່າ ເມື່ອ​ພີ່ນ້ອງ​ຊາຍ​ທີ່​ເປັນ​ຕົວແທນ​ຈາກ​ເຢຣູຊາເລັມ​ມາ​ເມືອງ​ອັນຕີໂອເຂຍ “ພວກ​ເຂົາ​ເອີ້ນ​ພີ່ນ້ອງ​ມາ​ປະຊຸມ​ກັນ​ແລ້ວ​ເອົາ​ຈົດໝາຍ​ໃຫ້.” ພວກ​ພີ່ນ້ອງ​ທີ່​ຢູ່​ຫັ້ນ​ຮູ້ສຶກ​ແນວ​ໃດ​ຕໍ່​ການ​ຊີ້ນຳ​ຈາກ​ຄະນະ​ກຳມະການ​ປົກຄອງ? “ເມື່ອ​ພີ່ນ້ອງ​ອ່ານ​ຈົດໝາຍ​ແລ້ວ​ກໍ​ດີໃຈ​ຫຼາຍ​ແລະ​ມີ​ກຳລັງ​ໃຈ.” (ກຈກ. 15:30, 31) ນອກ​ຈາກນັ້ນ ຢູດາ​ກັບ​ຊີລາ “ໄດ້​ບັນລະຍາຍ​ໃຫ້​ພີ່ນ້ອງ​ຟັງ​ຫຼາຍ​ເລື່ອງ ເຊິ່ງ​ຊ່ວຍ​ໃຫ້​ພີ່ນ້ອງ​ໄດ້​ກຳລັງ​ໃຈ​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ.” ເນື່ອງ​ຈາກ​ຢູດາ​ກັບ​ຊີລາ​ບອກ​ໃຫ້​ພີ່ນ້ອງ​ຮູ້​ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ ເຂົາເຈົ້າ​ທັງ​ສອງ​ຄົນ​ຈຶ່ງ​ຖືກ​ເອີ້ນ​ວ່າ “ຜູ້​ພະຍາກອນ” ຄື​ກັບ​ບາຣະນາບາ ໂປໂລ ແລະ​ຄົນ​ອື່ນໆ.—ກຈກ. 13:1; 15:32; ອພຍ. 7:1, 2

16 ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ອວຍພອນ​ການ​ຕັດສິນໃຈ​ຂອງ​ຄະນະ​ກຳມະການ​ປົກຄອງ ນີ້​ຈຶ່ງ​ເຮັດ​ໃຫ້​ພີ່ນ້ອງ​ທຸກ​ຄົນ​ໄດ້​ຮັບ​ກຳລັງ​ໃຈ. ເປັນ​ຫຍັງ​ຈຶ່ງ​ເກີດ​ຜົນ​ດີ​ແບບ​ນີ້? ກໍ​ຍ້ອນ​ຄະນະ​ກຳມະການ​ປົກຄອງ​ໃຫ້​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ຕາມ​ເວລາ​ທີ່​ເໝາະ​ສົມ ແລະ​ຄຳ​ແນະນຳ​ຂອງ​ເຂົາເຈົ້າ​ກໍ​ມາ​ຈາກ​ຖ້ອຍຄຳ​ຂອງ​ພະເຈົ້າ ເຂົາເຈົ້າ​ຈຶ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ. ນອກ​ຈາກນັ້ນ ຄະນະ​ກຳມະການ​ປົກຄອງ​ຍັງ​ໄດ້​ສົ່ງ​ພີ່ນ້ອງ​ໄປ​ປະຊາຄົມ​ຕ່າງໆ​ເພື່ອ​ບອກ​ຄຳ​ຕັດສິນ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ເຫັນອົກເຫັນໃຈ.

17. ຜູ້​ດູແລ​ໝວດ​ໃນ​ສະໄໝ​ຂອງ​ເຮົາ​ເປັນ​ຄື​ກັບ​ໂປໂລ ບາຣະນາບາ ຢູດາ ແລະ​ຊີລາ​ແນວ​ໃດ?

17 ຄ້າຍ​ກັນ ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ປັດຈຸບັນ​ກໍ​ໃຫ້​ການ​ຊີ້ນຳ​ພີ່ນ້ອງ​ທົ່ວ​ໂລກ​ແບບ​ທີ່​ເໝາະ​ກັບ​ເວລາ. ເມື່ອ​ມີ​ການ​ຕັດສິນໃຈ​ເລື່ອງ​ຕ່າງໆ​ເຂົາເຈົ້າ​ກໍ​ສົ່ງ​ຄຳ​ແນະນຳ​ໄປ​ຫາ​ປະຊາຄົມ​ຕ່າງໆ​ໃນ​ແບບ​ທີ່​ຈະ​ແຈ້​ງ. ວິທີ​ໜຶ່ງ​ທີ່​ຄະນະ​ກຳມະການ​ປົກຄອງ​ຊີ້ນຳ​ເຮົາ​ກໍ​ໂດຍ​ທາງ ການ​ຢ້ຽມຢາມ​ຂອງ​ຜູ້​ດູແລ​ໝວດ. ພີ່ນ້ອງ​ຊາຍ​ທີ່​ເສຍ​ສະລະ​ເຫຼົ່າ​ນີ້​ເດີນທາງ​ຈາກ​ປະຊາຄົມ​ໜຶ່ງ​ໄປ​ອີກ​ປະຊາຄົມ​ໜຶ່ງ ເຂົາເຈົ້າ​ໃຫ້​ການ​ຊີ້ນຳ​ທີ່​ຈະ​ແຈ້ງ​ແລະ​ໃຫ້​ກຳລັງ​ໃຈ​ຢ່າງ​ອົບອຸ່ນ. ຄື​ກັບ​ໂປໂລ​ແລະ​ບາຣະນາບາ ເຂົາເຈົ້າ​ໃຊ້​ເວລາ​ຫຼາຍ​ໃນ​ການ “ປະກາດ​ຂ່າວດີ​ກ່ຽວກັບ​ຄຳສອນ​ຂອງ​ພະ​ເຢໂຫວາ​ນຳ​ກັນ​ກັບ​ອີກ​ຫຼາຍ​ຄົນ​ທີ່​ຢູ່​ຫັ້ນ.” (ກຈກ. 15:35) ຄື​ກັບ​ຢູດາ​ແລະ​ຊີລາ ເຂົາເຈົ້າ “ບັນລະຍາຍ​ໃຫ້​ພີ່ນ້ອງ​ຟັງ​ຫຼາຍ​ເລື່ອງ ເຊິ່ງ​ຊ່ວຍ​ໃຫ້​ພີ່ນ້ອງ​ໄດ້​ກຳລັງ​ໃຈ​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ.”

18. ປະຊາຊົນ​ຂອງ​ພະ​ເຢໂຫວາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ເພິ່ນ​ຈະ​ອວຍພອນ​ເຂົາເຈົ້າ​ຕໍ່ໆ​ໄປ?

18 ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ໃຫ້​ປະຊາຄົມ​ຕ່າງໆ​ຕະຫຼອດ​ທົ່ວ​ໂລກ​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ໂລກ​ທີ່​ແຕກ​ແຍກ​ນີ້? ທີ່ຈິງ ຕໍ່​ມາ​ຢາໂກໂບ​ໄດ້​ຂຽນ​ວ່າ: “ສະຕິ​ປັນຍາ​ຈາກ​ທາງ​ເທິງ​ນັ້ນ ທຳອິດ​ແມ່ນ​ບໍລິສຸດ ຈາກນັ້ນ​ກໍ​ເຮັດ​ໃຫ້​ມີ​ຄວາມ​ສະຫງົບສຸກ ມີ​ເຫດຜົນ ພ້ອມ​ຈະ​ເຊື່ອຟັງ . . . ນອກ​ຈາກນັ້ນ ຄົນ​ທີ່ສ້າງ​ສັນຕິສຸກ​ໃນ​ສະພາບ​ທີ່​ສະຫງົບສຸກ ກໍ​ເຮັດ​ໃຫ້​ເກີດ​ຜົນ​ເປັນ​ຄວາມ​ຖືກຕ້ອງ​ຊອບທຳ.” (ຢກບ. 3:17, 18) ເຮົາ​ບໍ່​ຮູ້​ວ່າ​ຕອນ​ທີ່​ຢາໂກໂບ​ຂຽນ​ຂໍ້​ຄວາມ​ນີ້ ລາວ​ຄິດ​ເຖິງ​ການ​ປະຊຸມ​ໃນ​ເຢຣູຊາເລັມ​ຕອນ​ທີ່​ມີ​ການ​ຕັດສິນ​ເລື່ອງ​ການ​ຮັບ​ສິນຕັດ​ຫຼື​ບໍ່. ແຕ່​ຈາກ​ການ​ທົບທວນ​ເຫດການ​ທີ່​ຢູ່​ໃນ​ກິດຈະການ​ບົດ 15 ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ ພະ​ເຢໂຫວາ​ຈະ​ອວຍພອນ​ເຮົາ​ກໍ​ຕໍ່​ເມື່ອ​ເຮົາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ເຊື່ອຟັງ​ຄົນ​ທີ່​ນຳໜ້າ.

19, 20. (ກ) ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ປະຊາຄົມ​ໃນ​ອັນຕີໂອເຂຍ​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫຼັງ​ຈາກ​ທີ່​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ຄະນະ​ກຳມະການ​ປົກຄອງ? (ຂ) ຕອນນີ້​ໂປໂລ​ກັບ​ບາຣະນາບາ​ສາມາດ​ເຮັດ​ຫຍັງ​ໄດ້?

19 ຫຼັງ​ຈາກ​ທີ່​ພີ່ນ້ອງ​ໃນ​ອັນຕີໂອເຂຍ​ໄດ້​ຮູ້​ວ່າ​ຄະນະ​ກຳມະການ​ປົກຄອງ​ຕັດສິນໃຈ​ແນວ​ໃດ ປະຊາຄົມ​ຢູ່​ຫັ້ນ​ກໍ​ສະຫງົບສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ແທນ​ທີ່​ຈະ​ໂຕ້​ຖຽງ​ກັບ​ພວກ​ພີ່ນ້ອງ​ທີ່​ມາ​ຈາກ​ເຢຣູຊາເລັມ ພີ່ນ້ອງ​ໃນ​ອັນຕີໂອເຂຍ​ຮູ້ສຶກ​ຂອບໃຈ​ແລະ​ເຫັນຄ່າ​ທີ່​ຢູດາ​ກັບ​ຊີລາ​ມາ​ຢາມ​ເຂົາເຈົ້າ. ຄຳພີ​ໄບເບິນ​ບອກ​ວ່າ: “ເມື່ອ​ຢູ່​ຫັ້ນ​ໄດ້​ໄລຍະ​ໜຶ່ງ​ແລ້ວ ກໍ​ຮອດ​ເວລາ​ທີ່​ຢູດາ​ກັບ​ຊີລາ​ຈະ​ກັບ​ຄືນ​ໄປ​ຫາ​ພີ່ນ້ອງ​ທີ່​ສົ່ງ​ພວກ​ເຂົາ​ມາ” ເຊິ່ງ​ກໍ​ຄື​ກັບ​ໄປ​ເຢຣູຊາເລັມ. d (ກຈກ. 15:33) ເຮົາ​ໝັ້ນໃຈ​ວ່າ​ພີ່ນ້ອງ​ໃນ​ເຢຣູຊາເລັມ​ກໍ​ຮູ້ສຶກ​ດີໃຈ​ເມື່ອ​ໄດ້​ຟັງ​ສິ່ງ​ທີ່​ພີ່ນ້ອງ​ຊາຍ​ທັງ​ສອງ​ຄົນ​ເລົ່າ​ກ່ຽວ​ກັນ​ການ​ເດີນທາງ​ຂອງ​ເຂົາເຈົ້າ. ເປັນ​ຍ້ອນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ເຂົາເຈົ້າ​ຈຶ່ງ​ສາມາດ​ເຮັດ​ວຽກ​ມອບໝາຍ​ໄດ້​ສຳເລັດ!

20 ຫຼັງ​ຈາກ​ປະເດັນ​ເລື່ອງ​ການ​ຮັບ​ສິນຕັດ​ໄດ້​ຈັດການ​ຢ່າງ​ຮຽບຮ້ອຍ ໂປໂລ​ກັບ​ບາຣະນາບາ​ຍັງ​ຢູ່​ໃນ​ເມືອງ​ອັນຕີໂອເຂຍ​ຕໍ່​ໄປ. ເຂົາເຈົ້າ​ຈຶ່ງ​ສາມາດ​ທຸ່ມເທ​ໂຕເອງ​ເພື່ອ​ນຳໜ້າ​ໃນ​ວຽກ​ປະກາດ. ຜູ້​ດູແລ​ໝວດ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ແບບ​ດຽວ​ກັນ​ຕອນ​ທີ່​ເຂົາເຈົ້າ​ໄປ​ຢາມ​ປະຊາຄົມ​ຕ່າງໆ. (ກຈກ. 13:2, 3) ເຂົາເຈົ້າ​ເປັນ​ພອນ​ທີ່​ມາ​ຈາກ​ພະ​ເຢໂຫວາ​ແທ້ໆ! ແຕ່​ພະ​ເຢໂຫວາ​ຈະ​ໃຊ້​ຜູ້​ປະກາດ 2 ຄົນ​ນີ້​ຕໍ່​ໄປ​ແນວ​ໃດ? ແລະ​ເພິ່ນ​ຈະ​ອວຍພອນ​ເຂົາເຈົ້າ​ແນວ​ໃດ? ເຮົາ​ຈະ​ໄດ້​ເລື່ອງ​ນີ້​ໃນ​ບົດ​ຕໍ່​ໄປ.

ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ຮູ້​ທີ່​ຄະນະ​ກຳມະການ​ປົກຄອງ​ແລະ​ຕົວແທນ​ຂອງ​ເຂົາເຈົ້າ​ຈັດ​ກຽມ​ໃຫ້

b ຢາໂກໂບ​ອ້າງ​ເຖິງ​ສິ່ງ​ທີ່​ໂມເຊ​ຂຽນ​ເຊິ່ງ​ລວມ​ເຖິງ​ກົດໝາຍ​ແລະ​ເລື່ອງ​ລາວ​ຕ່າງໆ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະເຈົ້າ​ມີ​ຄວາມ​ຕ້ອງການ​ແນວ​ໃດ​ຕໍ່​ມະນຸດ​ກ່ອນ​ທີ່​ຈະ​ມີ​ກົດໝາຍ​ຂອງ​ໂມເຊ​ດ້ວຍ​ຊ້ຳ​ເຊິ່ງ​ນັ້ນ​ເປັນ​ວິທີ​ທີ່ ‘ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ’ ຢ່າງ​ລະອຽດ​ຖີ່​ຖ້ວນ

d ໃນ​ຂໍ້ 34 ຄຳພີ​ໄບເບິນ​ສະບັບ​ແປ​ບາງ​ສະບັບ​ໃສ່​ຖ້ອຍຄຳ​ທີ່​ບອກ​ວ່າ ຊີລາ​ເລືອກ​ທີ່​ຈະ​ຢູ່​ອັນຕີໂອເຂຍ​ຕໍ່​ໄປ (ສະບັບ​ແປ​ຄິງເຈມ) ແນວ​ໃດ​ກໍ​ຕາມ ເບິ່ງ​ຄື​ວ່າ​ມີ​ການ​ເພີ່ມ​ຖ້ອຍຄຳ​ນັ້ນ​ເຂົ້າ​ມາ​ຕາມ​ຫຼັງ.