ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປັນ​ຫຍັງ​ຕ້ອງ​ພິຈາລະນາ​ຄຳພີ​ໄບເບິນ?

ເປັນ​ຫຍັງ​ຕ້ອງ​ພິຈາລະນາ​ຄຳພີ​ໄບເບິນ?

ເຈົ້າ​ລຶ້ງ​ເຄີຍ​ກັບ​ຄຳພີ​ໄບເບິນ​ບໍ? ໜັງສື​ນີ້​ໄດ້​ແຈກ​ຢາຍ​ໄປ​ກວ້າງ​ຂວາງ​ທີ່​ສຸດ​ໃນ​ປະຫວັດສາດ. ຜູ້​ຄົນ​ຈາກ​ທຸກ​ວັດທະນະທຳ​ພົບ​ວ່າ​ຂ່າວ​ສານ​ຈາກ​ໜັງສື​ນີ້​ໃຫ້​ການ​ຊູ​ໃຈ​ແລະ​ຄວາມ​ຫວັງ ຄຳ​ແນະນຳ​ກໍ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ໄດ້. ຢ່າງ​ໃດ​ກໍ​ຕາມ ທຸກ​ມື້​ນີ້​ຄົນ​ສ່ວນ​ຫຼາຍ​ບໍ່​ຄ່ອຍ​ຮູ້​ເລື່ອງ​ຄຳພີ​ໄບເບິນ. ບໍ່​ວ່າ​ເຈົ້າ​ເປັນ​ຄົນ​ເຫຼື້ອມ​ໃສ​ໃນ​ສາສະໜາ​ຫຼື​ບໍ ເຈົ້າ​ຄົງ​ຈະ​ຢາກ​ຮູ້​ເລື່ອງ​ພະ​ຄຳພີ. ວາລະສານ​ນີ້​ຈຶ່ງ​ໄດ້​ພິມ​ອອກ​ເພື່ອ​ໃຫ້​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້​ແບບ​ລວມໆຈາກ​ຄຳພີ​ໄບເບິນ.

ກ່ອນ​ເຈົ້າ​ຈັບ​ເອົາ​ຄຳພີ​ໄບເບິນ​ຂຶ້ນ​ມາ​ອ່ານ ຄົງ​ຈະ​ໄດ້​ປະໂຫຍດ​ຫາກ​ຮູ້​ວ່າ​ໜັງສື​ນີ້​ຮຽບ​ຮຽງ​ຂຶ້ນ​ມາ​ຢ່າງ​ໃດ. ຕາມ​ທີ່​ຮູ້​ກັນ​ແລ້ວ​ພະ​ຄຳພີ​ບໍລິສຸດ​ກໍ​ຄື​ຄຳພີ​ໄບເບິນ ທີ່​ຈິງ​ແລ້ວ​ເປັນ​ໜັງສື​ທີ່​ປະກອບ​ດ້ວຍ 66 ພະທຳ ເລີ່ມ​ກັບ​ພະທຳ​ຕົ້ນເດີມ​ແລະ​ຄຳປາກົດ​ເປັນ​ພະທຳ​ສຸດ​ທ້າຍ.

ໃຜ​ເປັນ​ຜູ້​ປະພັນ​ຄຳພີ​ໄບເບິນ? ຄຳຖາມ​ນັ້ນ​ໜ້າ​ສົນ​ໃຈ. ທີ່​ຈິງ ມີ​ຜູ້​ຂຽນ​ພະ​ຄຳພີ​ປະມານ 40 ຄົນ ການ​ຂຽນ​ນັ້ນ​ກວມ​ເອົາ​ເວລາ​ເຖິງ 1.600 ປີ. ເປັນ​ທີ່​ໜ້າ​ສັງເກດ​ວ່າ ບຸກຄົນ​ເຫຼົ່າ​ນັ້ນ​ບໍ່​ໄດ້​ອ້າງ​ວ່າ​ຕົນ​ເປັນ​ຜູ້​ປະພັນ​ຄຳພີ​ໄບເບິນ. ຜູ້​ຂຽນ​ຄົນ​ໜຶ່ງ​ກ່າວ​ວ່າ: “ພະ​ຄຳພີ​ໝົດ​ສິ້ນ​ເປັນ​ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ.” (2 ຕີໂມເຕ 3:16) ຜູ້​ຂຽນ​ອີກ​ຄົນ​ໜຶ່ງ​ຂຽນ​ໄວ້​ວ່າ: “ພະ​ວິນຍານ​ຂອງ​ພະ​ເຢໂຫວາ​ໄດ້​ປາກ​ໃນ​ຂ້ອຍ ແລະ​ພະ​ຄຳ​ຂອງ​ພະອົງ​ໄດ້​ຢູ່​ໃນ​ລີ້ນ​ຂ້ອຍ.” (2 ຊາ​ເໝືອນ 23:2) ດັ່ງ​ນັ້ນ ຜູ້​ຂຽນ​ເຫຼົ່າ​ນັ້ນ​ກ່າວ​ວ່າ​ພະເຈົ້າ​ເຢໂຫວາ​ຜູ້​ປົກຄອງ​ສູງ​ສຸດ​ແຫ່ງ​ເອກະພົບ​ເປັນ​ຜູ້​ປະພັນ​ຄຳພີ​ໄບເບິນ. ພະເຈົ້າ​ຜູ້​ປະພັນ​ພະ​ຄຳພີ​ຕ້ອງການ​ໃຫ້​ມະນຸດ​ຮູ້ຈັກ​ພະອົງ.

ເພື່ອ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ ຍັງ​ມີ​ສິ່ງ​ທີ່​ສຳຄັນ​ອີກ. ໂດຍ​ລວມ​ແລ້ວ​ພະ​ຄຳພີ​ມີ​ເນື້ອ​ໃນ​ດຽວ: ຄື​ການ​ເຊີດຊູ​ສິດທິ​ອັນ​ຖືກຕ້ອງ​ຂອງ​ພະເຈົ້າ​ໃນ​ການ​ປົກຄອງ​ມະນຸດ​ຊາດ​ໂດຍ​ທາງ​ລາຊະອານາຈັກ​ຝ່າຍ​ສະຫວັນ​ຂອງ​ພະອົງ. ໜ້າ​ຕໍ່​ໄປ​ເຈົ້າ​ຈະ​ເຫັນ​ເນື້ອ​ໃນ​ນີ້​ແຫຼະ​ຢູ່​ໃນ​ສ່ວນ​ຕ່າງໆຂອງ​ຄຳພີ​ໄບເບິນ ຕັ້ງ​ແຕ່​ພະທຳ​ຕົ້ນເດີມ​ເຖິງ​ພະທຳ​ຄຳປາກົດ.

ໂດຍ​ສຳນຶກ​ເຖິງ​ສິ່ງ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ ບັດ​ນີ້ ລອງ​ພິຈາລະນາ​ເບິ່ງ​ຂ່າວ​ສານ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ໜັງສື​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ຂອງ​ຄົນ​ທົ່ວ​ໂລກ.

^ ຂໍ້ 9 ມີ​ຫຼາຍ​ວິທີ​ເພື່ອ​ເວົ້າ​ເຖິງ​ວັນ​ເດືອນ​ປີ. ໃນ​ຈຸນລະສານ​ເຫຼັ້ມ​ນີ້ ສ.ສ. ໝາຍ​ເຖິງ “ສາກົນ​ສັກກະຫຼາດ” ແລະ ກ.ສ.ສ. ໝາຍ​ເຖິງ “ກ່ອນ​ສາກົນ​ສັກກະຫຼາດ.” ເຈົ້າ​ຈະ​ເຫັນ​ເສັ້ນ​ສະແດງ​ເຖິງ​ວັນ​ເດືອນ​ປີ​ຢູ່​ກ້ອງ​ໜ້າ.