ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 1

ພະ​ຜູ້​ສ້າງ​ປະທານ​ອຸທິຍານ​ໃຫ້​ແກ່​ມະນຸດ

ພະ​ຜູ້​ສ້າງ​ປະທານ​ອຸທິຍານ​ໃຫ້​ແກ່​ມະນຸດ

ພະເຈົ້າ​ສ້າງ​ເອກະພົບ​ແລະ​ຊີວິດ​ເທິງ​ແຜ່ນດິນ​ໂລກ; ພະອົງ​ສ້າງ​ຊາຍ​ແລະ​ຍິງ​ທີ່​ສົມບູນ​ແບບ​ຄູ່​ໜຶ່ງ ແລ້ວ​ໃຫ້​ເຂົາ​ເຈົ້າ​ຢູ່​ໃນ​ສວນ​ທີ່​ສວຍ​ງາມ ແລະ​ໃຫ້​ເຂົາ​ເຈົ້າ​ເຊື່ອ​ຟັງ​ຄຳ​ສັ່ງ

ມີ​ການ​ເອີ້ນ​ຖ້ອຍຄຳ​ດັ່ງ​ຕໍ່​ໄປ​ນີ້​ວ່າ​ເປັນ​ຄຳ​ກ່າວ​ເປີດ​ເລື່ອງ​ທີ່​ໂດ່ງ​ດັງ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ການ​ຂຽນ​ຂຶ້ນ​ມາ. “ເມື່ອ​ຕົ້ນເດີມ ພະເຈົ້າ​ໄດ້​ນິລະມິດ​ສ້າງ​ຟ້າ​ທັງ​ຫຼາຍ​ແລະ​ແຜ່ນດິນ​ໂລກ.” (ຕົ້ນເດີມ 1:1) ໂດຍ​ການ​ໃຊ້​ປະໂຫຍກ​ທີ່​ງ່າຍໆແລະ​ງົດງາມ ຄຳພີ​ໄບເບິນ​ແນະນຳ​ເຮົາ​ໃຫ້​ຮູ້ຈັກ​ບຸກຄົນ​ທີ່​ສຳຄັນ​ທີ່​ສຸດ​ໃນ​ພະ​ຄຳພີ​ບໍລິສຸດ ນັ້ນ​ກໍ​ຄື​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ລິດທານຸພາບ​ທຸກ​ປະການ. ຄຳພີ​ໄບເບິນ​ຂໍ້​ທຳອິດ​ເປີດ​ເຜີຍ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ເອກະພົບ​ທີ່​ກວ້າງ​ໃຫຍ່​ແລະ​ໜ່ວຍ​ໂລກ​ທີ່​ເຮົາ​ອາໄສ​ຢູ່. ຂໍ້​ຕໍ່​ຈາກ​ນັ້ນ​ອະທິບາຍ​ເຖິງ​ໄລຍະ​ເວລາ​ທີ່​ຍາວ​ນານ​ຕິດ​ຕໍ່​ກັນ​ເປັນ​ລຳດັບ​ເຊິ່ງ​ເອີ້ນ​ໂດຍ​ໄນ​ວ່າ​ວັນ ພະເຈົ້າ​ຈັດ​ຕຽມ​ແຜ່ນດິນ​ໂລກ​ເພື່ອ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ເຮົາ ພະອົງ​ສ້າງ​ສິ່ງ​ທັງ​ໝົດ​ໃນ​ທຳມະຊາດ​ຢ່າງ​ອັດສະຈັນ.

ສິ່ງ​ຍິ່ງໃຫຍ່​ທີ່​ສຸດ​ໃນ​ການ​ສ້າງ​ຂອງ​ພະເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ​ແມ່ນ​ມະນຸດ. ນັ້ນ​ແມ່ນ​ສິ່ງ​ທີ່​ຖືກ​ສ້າງ​ຕາມ​ຮູບ​ແບບ​ຂອງ​ພະເຈົ້າ ເຊິ່ງ​ສາມາດ​ສະທ້ອນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະ​ເຢໂຫວາ​ດັ່ງ​ເຊັ່ນ​ຄວາມ​ຮັກ​ແລະ​ສະຕິ​ປັນຍາ​ຂອງ​ພະອົງ. ພະເຈົ້າ​ໄດ້​ສ້າງ​ມະນຸດ​ຈາກ​ຂີ້ຝຸ່ນ​ດິນ. ພະອົງ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ອາດາມ ແລ້ວ​ໃຫ້​ລາວ​ຢູ່​ໃນ​ອຸທິຍານ ນັ້ນ​ຄື​ສວນ​ເອເດນ. ພະເຈົ້າ​ເອງ​ໄດ້​ສ້າງ​ສວນ​ນັ້ນ​ໃຫ້​ເຕັມ​ໄປ​ດ້ວຍ​ຕົ້ນ​ໝາກ​ໄມ້​ທີ່​ສວຍ​ງາມ​ເຊິ່ງ​ເກີດ​ດອກ​ອອກ​ໝາກ​ຫຼາຍ.

ພະເຈົ້າ​ເຫັນ​ວ່າ​ຈຳເປັນ​ທີ່​ຜູ້​ຊາຍ​ນັ້ນ​ຈະ​ຕ້ອງ​ມີ​ຄູ່. ພະເຈົ້າ​ໄດ້​ເອົາ​ກະດູກ​ຂ້າງ​ອັນ​ໜຶ່ງ​ຂອງ​ອາດາມ​ເພື່ອ​ສ້າງ​ເປັນ​ຜູ້​ຍິງ​ແລະ​ມອບ​ຍິງ​ນັ້ນ​ໃຫ້​ເປັນ​ເມຍ​ຂອງ​ລາວ ຈາກ​ນັ້ນ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເອວາ. ດ້ວຍ​ຄວາມ​ປິຕິ​ຍິນດີ ອາດາມ​ໄດ້​ຮ້ອງ​ອອກ​ມາ​ເປັນ​ກາບ​ກອນ​ວ່າ “ຜູ້​ນີ້​ແມ່ນ​ກະດູກ​ມາ​ແຕ່​ກະດູກ​ຂອງ​ເຮົາ​ແລະ​ເນື້ອ​ໜັງ​ມາ​ແຕ່​ເນື້ອ​ໜັງ​ຂອງ​ເຮົາ” ພະເຈົ້າ​ອະທິບາຍ​ວ່າ: “ເຫດ​ສັນນີ້​ຜູ້​ຊາຍ​ຈະ​ລາ​ພໍ່​ແມ່​ແຫ່ງ​ຕົນ​ແລະ​ຈະ​ຕິດ​ພັນ​ຢູ່​ກັບ​ເມຍ​ແຫ່ງ​ຕົນ​ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ໜັງ​ອັນ​ດຽວ​ກັນ.”—ຕົ້ນເດີມ 2:22-24; 3:20.

ພະເຈົ້າ​ໄດ້​ໃຫ້​ຄຳ​ສັ່ງ​ສອງ​ຂໍ້​ແກ່​ອາດາມ​ກັບ​ເອວາ. ຄຳ​ສັ່ງ​ຂໍ້​ທຳອິດ​ພະອົງ​ບອກ​ເຂົາ​ເຈົ້າ​ໃຫ້​ເບິ່ງ​ແຍງ​ແລະ​ຂະຫຍາຍ​ແຜ່ນດິນ​ໂລກ​ເຊິ່ງ​ເປັນ​ບ້ານ​ຂອງ​ເຂົາ​ເຈົ້າ ໃນ​ທີ່​ສຸດ​ແຜ່ນດິນ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ. ຄຳ​ສັ່ງ​ຂໍ້​ທີ​ສອງ​ພະອົງ​ຫ້າມ​ເຂົາ​ເຈົ້າ​ບໍ່​ໃຫ້​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ຕົ້ນ​ດຽວ​ໃນ​ສວນ​ທີ່​ກວ້າງ​ໃຫຍ່​ນັ້ນ “ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ.” (ຕົ້ນເດີມ 2:17) ຖ້າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ​ກໍ​ຈະ​ຕາຍ. ດ້ວຍ​ຂໍ້​ຄຳ​ສັ່ງ​ເຫຼົ່າ​ນີ້ ພະເຈົ້າ​ໃຫ້​ຊາຍ​ຍິງ​ຄູ່​ນັ້ນ​ມີ​ໂອກາດ​ສະແດງ​ວ່າ​ເຂົາ​ເຈົ້າ​ຍອມ​ຮັບ​ພະອົງ​ໃນ​ຖານະ​ເປັນ​ຜູ້​ປົກຄອງ​ຂອງ​ຕົນ. ການ​ເຊື່ອ​ຟັງ​ຂອງ​ເຂົາ​ເຈົ້າ​ຍັງ​ສະແດງ​ເຖິງ​ຄວາມ​ຮັກ​ແລະ​ການ​ຮູ້​ບຸນ​ຄຸນ​ຕໍ່​ພະອົງ. ເຂົາ​ເຈົ້າ​ບໍ່​ມີ​ເຫດຜົນ​ຈັກ​ຢ່າງ​ເລີຍ​ທີ່​ຈະ​ປະຕິເສດ​ການ​ປົກຄອງ​ດ້ວຍ​ຄວາມ​ເມດຕາ​ຂອງ​ພະອົງ. ມະນຸດ​ສົມບູນ​ແບບ​ເຫຼົ່າ​ນັ້ນ​ບໍ່​ມີ​ຂໍ້​ບົກ​ພ່ອງ. ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ “ພະເຈົ້າ​ໄດ້​ເຫັນ​ສິ່ງ​ທັງ​ປວງ​ທີ່​ພະອົງ​ໄດ້​ສ້າງ​ໄວ້​ນັ້ນ​ແລະ​ດັ່ງ​ນີ້​ສິ່ງ​ນັ້ນ​ກໍ​ວິເສດ​ດີ​ແທ້ໆ.”—ຕົ້ນເດີມ 1:31

—ຂໍ້​ມູນ​ມາ​ຈາກ​ຕົ້ນເດີມ​ບົດ 1 ແລະ​ບົດ 2.