ໝວດ 10
ຊາໂລໂມນເປັນຜູ້ປົກຄອງທີ່ສະຫຼາດສຸຂຸມ
ພະເຢໂຫວາປະທານໃຈທີ່ປະກອບດ້ວຍສະຕິປັນຍາແກ່ກະສັດຊາໂລໂມນ; ລະຫວ່າງການປົກຄອງຂອງຊາໂລໂມນ ຊາວອິດສະລາແອນມີຄວາມສະຫງົບສຸກແລະຄວາມຮຸ່ງເຮືອງຫຼາຍ.
ຊີວິດຈະເປັນແນວໃດຫາກວ່າທຸກຄົນໃນຊາດແລະຜູ້ປົກຄອງຂອງເຂົາເຈົ້າຕິດຕາມພະເຢໂຫວາໃນຖານະຜູ້ປົກຄອງສູງສຸດແລະເຊື່ອຟັງກົດໝາຍຂອງພະອົງ? ການຄອງລາດ 40 ປີຂອງກະສັດຊາໂລໂມນໃຫ້ຄຳຕອບໃນເລື່ອງນີ້.
ກ່ອນດາວິດເສຍຊີວິດ ລາວໄດ້ແຕ່ງຕັ້ງຊາໂລໂມນລູກຊາຍໃຫ້ເປັນຜູ້ສືບຕຳແໜ່ງ. ໃນຄວາມຝັນ ພະເຈົ້າສະເໜີຊາໂລໂມນໃຫ້ຂໍສິ່ງທີ່ຕ້ອງການ. ຊາໂລໂມນຂໍສະຕິປັນຍາແລະຄວາມເຂົ້າໃຈເພື່ອຈະຕັດສິນປະຊາຊົນດ້ວຍຄວາມຍຸຕິທຳແລະຄວາມສະຫຼາດສຸຂຸມ. ພະເຢໂຫວາຍິນດີໃຫ້ຊາໂລໂມນມີສະຕິປັນຍາແລະຄວາມເຂົ້າໃຈ. ພະເຢໂຫວາຍັງໄດ້ສັນຍາວ່າຈະປະທານຊັບສົມບັດ ຍົດສັກແລະອາຍຸທີ່ຍືນຍາວແກ່ຊາໂລໂມນຖ້າຫາກລາວເຊື່ອຟັງຕໍ່ໆໄປ.
ຊາໂລໂມນກາຍເປັນຜູ້ທີ່ມີຊື່ສຽງຍ້ອນການຕັດສິນທີ່ສະຫຼາດຫຼັກແຫຼມ. ໃນຄະດີໜຶ່ງ ຜູ້ຍິງສອງຄົນຜິດຖຽງກັນເລື່ອງລູກຊາຍ ທັງສອງຕ່າງກໍອ້າງວ່າຕົນເປັນແມ່ຂອງແອນ້ອຍຄົນນີ້. ຊາໂລໂມນສັ່ງໃຫ້ຜ່າແອນ້ອຍເປັນສອງສ່ວນແລ້ວປັນໃຫ້ຍິງທັງສອງຄົນລະເຄິ່ງ. ຍິງຄົນໜຶ່ງຕອບຕົກລົງ ແຕ່ຜູ້ເປັນແມ່ແທ້ຂໍຮ້ອງທັນທີໃຫ້ຍົກລູກແກ່ຍິງຜູ້ນັ້ນ. ຕອນນີ້ຊາໂລໂມນເຫັນໄດ້ແຈ້ງວ່າຜູ້ຍິງທີ່ມີໃຈອີ່ດູເປັນແມ່ແທ້ຈຶ່ງໄດ້ຍົກລູກໃຫ້ລາວ. ບໍ່ດົນຊາວອິດສະລາແອນທັງໝົດກໍໄດ້ຍິນກ່ຽວກັບການຕັດສິນໃນເລື່ອງນີ້ ແລະປະຊາຊົນຈຶ່ງຍອມຮັບວ່າຊາໂລໂມນໄດ້ສະຕິປັນຍາມາຈາກພະເຈົ້າ.
ຄວາມສຳເລັດທີ່ຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງຂອງຊາໂລໂມນແມ່ນການສ້າງວິຫານຂອງພະເຢໂຫວາ ນັ້ນຄືສິ່ງກໍ່ສ້າງອັນສະຫງ່າງາມໃນເມືອງເຢຣຶຊາເລມເຊິ່ງເປັນສູນກາງຂອງການນະມັດສະການໃນອິດສະລາແອນ. ຕອນອຸທິດວິຫານ ຊາໂລໂມນອະທິດຖານວ່າ “ນີ້ແນະຟ້າທັງຫຼາຍແລະຟ້າແຫ່ງຟ້າທັງຫຼາຍຈະຖືພະອົງບໍ່ໄດ້ ວິຫານນີ້ທີ່ຂ້ານ້ອຍໄດ້ກໍ່ສ້າງແລ້ວກໍບໍ່ໄດ້ຫຼາຍກວ່ານັ້ນອີກ.”—1 ກະສັດ 8:27.
ຊື່ສຽງຂອງຊາໂລໂມນຊ່າລືໄປເຖິງດິນແດນອື່ນໆຈົນຮອດເມືອງເຊບາໃນປະເທດອາຣັບກໍຍັງໄດ້ຍິນຄຳເລົ່າລືນັ້ນ. ລາຊີນີຂອງເມືອງເຊບາໄດ້ເດີນທາງມາເພື່ອຈະເຫັນຄວາມສະຫງ່າງາມແລະຄວາມຮັ່ງມີຂອງຊາໂລໂມນ ແລະເພື່ອທົດສອບຄວາມສະຫຼາດຫຼັກແຫຼມຂອງຊາໂລໂມນ. ລາຊີນີປະທັບໃຈຫຼາຍກັບສະຕິປັນຍາຂອງຊາໂລໂມນແລະຄວາມຮຸ່ງເຮືອງຂອງຊາດອິດສະລາແອນຈຶ່ງໄດ້ສັນລະເສີນພະເຢໂຫວາທີ່ໄດ້ແຕ່ງຕັ້ງກະສັດທີ່ສະຫຼາດຫຼັກແຫຼມເຊັ່ນນີ້ໄວ້ໃນລາຊະບັນລັງ. ທີ່ຈິງ ດ້ວຍການອວຍພອນຈາກພະເຢໂຫວາ ການປົກຄອງຂອງກະສັດຊາໂລໂມນຈຶ່ງຈະເລີນຮຸ່ງເຮືອງແລະສະຫງົບສຸກທີ່ສຸດໃນປະຫວັດສາດຂອງຊາດອິດສະລາແອນບູຮານ.
ເປັນຕາເສຍດາຍທີ່ຊາໂລໂມນບໍ່ໄດ້ສືບຕໍ່ປະຕິບັດຕາມສະຕິປັນຍາທີ່ມາຈາກພະເຢໂຫວາ. ໂດຍບໍ່ເຊື່ອຟັງຄຳສັ່ງຂອງພະເຈົ້າ ລາວແຕ່ງງານກັບຜູ້ຍິງຫຼາຍຮ້ອຍຄົນ ເຊິ່ງຫຼາຍຄົນເປັນຜູ້ນະມັດສະການພະປອມ. ເທື່ອລະໜ້ອຍ ເມຍເຫຼົ່ານັ້ນໄດ້ຊັກຈູງລາວໃຫ້ເຫີນຫ່າງຈາກພະເຢໂຫວາໄປນະມັດສະການຮູບປັ້ນ. ພະເຢໂຫວາໄດ້ບອກຊາໂລໂມນວ່າລາຊະອານາຈັກສ່ວນໜຶ່ງຈະຖືກເອົາໄປຈາກລາວ. ພະເຈົ້າໄດ້ກ່າວວ່າມີພຽງສ່ວນດຽວເທົ່ານັ້ນທີ່ຈະຍັງເປັນຂອງຄອບຄົວລາວຢູ່ ເພື່ອເຫັນແກ່ຄຳສັນຍາທີ່ເຮັດກັບດາວິດພໍ່ຂອງຊາໂລໂມນ. ເຖິງແມ່ນວ່າຊາໂລໂມນມີໃຈອອກຫາກ ພະເຢໂຫວາຍັງສັດຊື່ຕໍ່ຄຳສັນຍາເລື່ອງລາຊະອານາຈັກທີ່ເຮັດກັບດາວິດ.
—ຂໍ້ມູນມາຈາກ 1 ກະສັດບົດ 1 ເຖິງ 11; 2 ຂ່າວຄາວບົດ 1 ເຖິງ 9; ພະບັນຍັດ 17:17.