ໝວດ 11
ບົດເພງທີ່ຂຽນໂດຍການດົນບັນດານໃຫ້ການຊູໃຈແລະການສັ່ງສອນ
ດາວິດແລະຄົນອື່ນໆແຕ່ງເພງເພື່ອໃຊ້ໃນການນະມັດສະການ. ພະທຳຄຳເພງມີເນື້ອຮ້ອງ 150 ເລື່ອງ
ພະທຳໃຫຍ່ທີ່ສຸດໃນຄຳພີໄບເບິນແມ່ນການໂຮມເອົາຄຳເພງເພື່ອການນະມັດສະການ. ການຂຽນພະທຳຄຳເພງທັງໝົດໃຊ້ເວລາປະມານ 1.000 ປີ. ພະທຳຄຳເພງມີຖ້ອຍຄຳທີ່ເລິກເຊິ່ງແລະກິນໃຈທີ່ສຸດກ່ຽວກັບຄວາມເຊື່ອເທົ່າທີ່ເຄີຍມີການຂຽນຂຶ້ນ. ພະທຳນີ້ກ່າວເຖິງອາລົມທີ່ແຕກຕ່າງກັນຫຼາຍຢ່າງຂອງມະນຸດ ນັບຕັ້ງແຕ່ຄວາມມ່ວນຊື່ນ ການສັນລະເສີນ ແລະການຮູ້ບຸນຄຸນຈົນຮອດຄວາມໂສກເສົ້າ ຄວາມເສຍໃຈ ແລະການສຳນຶກຜິດ. ເຫັນຊັດວ່າຜູ້ປະພັນຄຳເພງມີຄວາມໄວ້ວາງໃຈແລະມີສາຍສຳພັນທີ່ໃກ້ຊິດກັບພະເຈົ້າ. ຂໍໃຫ້ພິຈາລະນາເນື້ອໃນຂອງບົດເພງເຫຼົ່ານີ້.
ພະເຢໂຫວາເປັນຜູ້ມີສິດອັນຊອບທຳທີ່ຈະປົກຄອງ ຄູ່ຄວນກັບການນະມັດສະການແລະການສັນລະເສີນ. ເຮົາອ່ານຢູ່ຄຳເພງ 83:18 ວ່າ “ພະເຈົ້າຜູ້ມີນາມຊື່ວ່າພະເຢໂຫວາ ອົງດຽວເປັນພະເຈົ້າອົງສູງສຸດເທິງແຜ່ນດິນທັງສິ້ນ.” ຄຳເພງຫຼາຍບົດສັນລະເສີນພະເຢໂຫວາສຳລັບວຽກງານການສ້າງຂອງພະອົງ ຕົວຢ່າງ ທ້ອງຟ້າທີ່ເຕັມໄປດ້ວຍດວງດາວ ຊີວິດເທິງແຜ່ນດິນໂລກທີ່ເປັນຕາງຶດງໍ້ ແລະຄວາມມະຫັດສະຈັນກ່ຽວກັບຮ່າງກາຍຂອງມະນຸດ. (ຄຳເພງບົດ 8, 19, 139, 148) ບົດອື່ນໆຍົກຍ້ອງພະເຢໂຫວາຖານະເປັນຜູ້ຊ່ວຍໃຫ້ລອດແລະເປັນຜູ້ປົກປ້ອງຜູ້ທີ່ສັດຊື່ຕໍ່ພະອົງ. (ຄຳເພງບົດ 18, 97, 138) ຍັງມີບົດອື່ນໆອີກທີ່ຍົກຍ້ອງພະອົງວ່າເປັນພະເຈົ້າແຫ່ງຄວາມຍຸຕິທຳ ເຊິ່ງເປັນຜູ້ໃຫ້ຄວາມຊ່ວຍເຫຼືອແກ່ຄົນທີ່ຖືກຂົ່ມເຫງແລະລົງໂທດຄົນຊົ່ວ.—ຄຳເພງບົດ 11, 68, 146
ພະເຢໂຫວາໃຫ້ຄວາມຊ່ອຍເຫຼືອແລະຊູໃຈຄົນທີ່ຮັກພະອົງ. ບາງທີຄຳເພງທີ່ຮູ້ຈັກກັນດີທີ່ສຸດແມ່ນບົດທີ 23 ເຊິ່ງເປັນບົດທີ່ດາວິດກ່າວເຖິງພະເຢໂຫວາວ່າເປັນຜູ້ລ້ຽງແກະທີ່ປ່ຽມດ້ວຍຄວາມຮັກເຊິ່ງໃຫ້ການຊີ້ນຳ ການປົກປ້ອງ ແລະຫ່ວງໃຍຕໍ່ແກະຂອງພະອົງ. ຄຳເພງ 65:2 ເຕືອນຜູ້ນະມັດສະການພະອົງວ່າພະເຢໂຫວາເປັນ “ຜູ້ຟັງຄວາມອ້ອນວອນ.” ຫຼາຍຄົນທີ່ເຮັດຜິດຮ້າຍແຮງໄດ້ຮັບການຊູໃຈຢ່າງມາກມາຍຈາກຄຳເພງບົດ 39 ແລະ 51 ໃນບົດເຫຼົ່ານັ້ນດາວິດໄດ້ກ່າວຢ່າງຈິງໃຈເຖິງຄວາມສຳນຶກຜິດທີ່ຮ້າຍແຮງຂອງຕົນ ແລະເຊື່ອວ່າພະເຢໂຫວາຈະຍົກໂທດ. ຄຳເພງ 55:22 ມີຄຳກະຕຸ້ນເຕືອນທີ່ໃຫ້ໄວ້ວາງໃຈຕໍ່ພະເຢໂຫວາແລະຝາກພາລະສ່ວນຕົວທັງໝົດໄວ້ກັບພະອົງ.
ພະເຢໂຫວາຈະປ່ຽນແປງໂລກນີ້ໂດຍທາງລາຊະອານາຈັກເມຊີ. ຂໍ້ຄວາມໃນຄຳເພງຈຳນວນໜຶ່ງເຫັນໄດ້ແຈ້ງວ່າກ່ຽວຂ້ອງກັບເມຊີກະສັດທີ່ບອກໄວ້ລ່ວງໜ້າ. ຄຳເພງບົດທີ 2 ພະຍາກອນວ່າຜູ້ປົກຄອງຄົນນີ້ຈະທຳລາຍຊາດຕ່າງໆທີ່ຊົ່ວຮ້າຍເຊິ່ງຕໍ່ຕ້ານພະອົງ. ຄຳເພງບົດທີ 72 ສະແດງໃຫ້ເຫັນວ່າກະສັດອົງນີ້ຈະເຮັດໃຫ້ຄວາມອຶດຢາກ ຄວາມບໍ່ຍຸຕິທຳ ແລະການກົດຂີ່ຂົ່ມເຫງໝົດໄປ. ຄຳເພງ 46:9 ກ່າວວ່າພະເຈົ້າຈະຍຸດຕິການເຮັດສົງຄາມແລະແມ່ນແຕ່ທຳລາຍອາວຸດສົງຄາມທັງໝົດໂດຍທາງລາຊະອານາຈັກເມຊີ. ໃນຄຳເພງບົດທີ 37 ພວກເຮົາອ່ານວ່າຄົນຊົ່ວຈະບໍ່ມີອີກ ໃນຂະນະທີ່ຄົນຊອບທຳຈະຢູ່ເທິງແຜ່ນດິນໂລກຕະຫຼອດໄປ ຊື່ນຊົມກັບຄວາມສະຫງົບສຸກແລະຄວາມປອງດອງທົ່ວໂລກ.
—ຂໍ້ມູນມາຈາກຄຳເພງ.