ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 14

ພະເຈົ້າ​ກ່າວ​ໂດຍ​ທາງ​ຜູ້​ພະຍາກອນ​ຂອງ​ພະອົງ

ພະເຈົ້າ​ກ່າວ​ໂດຍ​ທາງ​ຜູ້​ພະຍາກອນ​ຂອງ​ພະອົງ

ພະ​ເຢໂຫວາ​ແຕ່ງ​ຕັ້ງ​ຜູ້​ພະຍາກອນ​ເພື່ອ​ບອກ​ຂ່າວ​ສານ​ກ່ຽວ​ກັບ​ການ​ພິພາກສາ ການ​ນະມັດສະການ​ບໍລິສຸດ ແລະ​ຄວາມ​ຫວັງ​ກ່ຽວ​ກັບ​ເມຊີ

ລະຫວ່າງ​ທີ່​ກະສັດ​ຂອງ​ອິດສະລາແອນ​ແລະ​ຢູດາ​ປົກຄອງ​ຢູ່ ມີ​ກຸ່ມ​ຄົນ​ພິເສດ​ກຸ່ມ​ໜຶ່ງ​ທີ່​ບອກ​ຂ່າວ​ສານ​ເຊິ່ງ​ມາ​ຈາກ​ພະເຈົ້າ ນັ້ນ​ແມ່ນ​ເຫຼົ່າ​ຜູ້​ພະຍາກອນ. ຄົນ​ເຫຼົ່າ​ນີ້​ມີ​ຄວາມ​ເຊື່ອ​ໂດດ​ເດັ່ນ​ແລະ​ກ້າຫານ​ເຊິ່ງ​ກ່າວ​ຄຳ​ປະກາດ​ຂອງ​ພະເຈົ້າ. ຂໍ​ໃຫ້​ພິຈາລະນາ​ເລື່ອງ​ສຳຄັນ​ສີ່​ເລື່ອງ​ທີ່​ກ່າວ​ໂດຍ​ບັນດາ​ຜູ້​ພະຍາກອນ​ຂອງ​ພະເຈົ້າ.

1. ການ​ທຳລາຍ​ເມືອງ​ເຢຣຶຊາເລມ. ເປັນ​ເວລາ​ດົນ​ນານ​ລ່ວງ ໜ້າ​ຜູ້​ພະຍາກອນ​ຂອງ​ພະເຈົ້າ​ໂດຍ​ສະເພາະ​ແລ້ວ​ແມ່ນ​ເອຊາອີ​ແລະ​ເຢເຣມີ​ໄດ້​ເລີ່ມ​ເຕືອນ​ວ່າ​ເມືອງ​ເຢຣຶຊາເລມ​ຈະ​ຖືກ​ທຳລາຍ​ແລະ​ປະ​ຖິ້ມ. ດ້ວຍ​ຖ້ອຍຄຳ​ທີ່​ຊັດເຈນ ເຂົາ​ເຈົ້າ​ເປີດ​ເຜີຍ​ເຖິງ​ສາເຫດ​ທີ່​ເມືອງ​ນັ້ນ​ເຮັດ​ໃຫ້​ພະເຈົ້າ​ຄຽດ​ຮ້າຍ. ຊາວ​ເມືອງ​ເຢຣຶຊາເລມ​ອ້າງ​ວ່າ​ຕົນ​ເປັນ​ຕົວ​ແທນ​ຂອງ​ພະ​ເຢໂຫວາ ແຕ່​ປາກົດ​ວ່າ​ບໍ່​ເປັນ​ຄວາມ​ຈິງ​ເພາະ​ເຂົາ​ເຈົ້າ​ພົວ​ພັນ​ກັບ​ກິດ​ປະຕິບັດ​ຂອງ​ສາສະໜາ​ປອມ ຄວາມ​ເສື່ອມຊາມ ແລະ​ຄວາມ​ຮຸນແຮງ.—2 ກະສັດ 21:10-15; ເອຊາອີ 3:1-8, 16-26; ເຢເຣມີ 2:1–3:13.

2. ການ​ຟື້ນຟູ​ການ​ນະມັດສະການ​ບໍລິສຸດ. ຫຼັງ​ຈາກ​ເປັນ​ຊະເລີຍ 70 ປີ ປະຊາຊົນ​ຂອງ​ພະເຈົ້າ​ກໍ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ປະເທດ​ບາບີໂລນ. ເຂົາ​ເຈົ້າ​ກັບ​ເມືອ​ບ້ານ​ເກີດ​ທີ່​ໄດ້​ຖືກ​ປະ​ຖິ້ມ​ໄວ້​ໃຫ້​ຮ້າງ​ເປົ່າ​ແລະ​ບູລະນະ​ວິຫານ​ຂອງ​ພະ​ເຢໂຫວາ​ໃນ​ເມືອງ​ເຢຣຶຊາເລມ. (ເຢເຣມີ 46:27; ອາໂມດ 9:13-15) ປະມານ 200 ປີ​ລ່ວງ​ໜ້າ ເອຊາອີ​ໄດ້​ບອກ​ຊື່​ຂອງ​ຜູ້​ທີ່​ຈະ​ມາ​ຍຶດ​ຄອງ​ເມືອງ ນັ້ນ​ຄື​ຊີຣຶຊ​ເຊິ່ງ​ຈະ​ເປັນ​ຜູ້​ພິຊິດ​ບາບີໂລນ​ແລະ​ປົດ​ປ່ອຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ກັບ​ໄປ​ຟື້ນຟູ​ການ​ນະມັດສະການ​ບໍລິສຸດ. ເອຊາອີ​ຍັງ​ບອກ​ເຖິງ​ວິທີ​ການ​ທີ່​ບໍ່​ທຳມະດາ​ເຊິ່ງ​ຊີຣຶຊ​ຈະ​ຍຶດ​ເອົາ​ເມືອງ​ນັ້ນ.—ເອຊາອີ 44:24–45:3.

3. ການ​ມາ​ຂອງ​ຜູ້​ເປັນ​ເມຊີ​ແລະ​ສິ່ງ​ທີ່​ພະອົງ​ປະສົບ. ຜູ້​ເປັນ​ເມຊີ​ຈະ​ເກີດ​ໃນ​ເມືອງ​ເບດເລເຫມ. (ມີເກ 5:2) ພະອົງ​ຖ່ອມ​ຕົວ​ໂດຍ​ຂີ່​ລາ​ເຂົ້າ​ໄປ​ໃນ​ເມືອງ​ເຢຣຶຊາເລມ. (ຊາກາລີ 9:9) ເຖິງ​ແມ່ນ​ວ່າ​ພະອົງ​ສຸພາບ​ແລະ​ເມດຕາ ແຕ່​ກໍ​ຈະ​ບໍ່​ເປັນ​ທີ່​ນິຍົມ​ຊົມ​ຊອບ ແລະ​ຫຼາຍ​ຄົນ​ຈະ​ບໍ່​ຍອມ​ຮັບ​ພະອົງ. (ເອຊາອີ 42:1-3; 53:1, 3) ພະອົງ​ຈະ​ປະສົບ​ກັບ​ຄວາມ​ຕາຍ​ຢ່າງ​ໂຫດ​ຮ້າຍ. ຊີວິດ​ຂອງ​ຜູ້​ເປັນ​ເມຊີ​ຈະ​ສິ້ນ​ສຸດ​ແຕ່​ເທົ່າ​ນີ້​ບໍ? ບໍ່​ແມ່ນ ເພາະ​ວ່າ​ການ​ສະລະ​ຊີວິດ​ຂອງ​ພະອົງ​ຈະ​ເຮັດ​ໃຫ້​ການ​ໃຫ້​ອະໄພ​ບາບ​ຂອງ​ຫຼາຍ​ຄົນ​ເປັນ​ໄປ​ໄດ້. (ເອຊາອີ 53:4, 5, 9-12) ມີ​ແຕ່​ການ​ປຸກ​ພະອົງ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເທົ່າ​ນັ້ນ​ຈຶ່ງ​ຈະ​ເຮັດ​ໃຫ້​ການ​ອະໄພ​ບາບ​ນັ້ນ​ເກີດ​ຜົນ.

4. ການ​ປົກຄອງ​ຂອງ​ຜູ້​ເປັນ​ເມຊີ​ຢູ່​ເໜືອ​ແຜ່ນດິນ​ໂລກ. ບໍ່​ຄື​ກັບ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ເຊິ່ງ​ບໍ່​ສາມາດ​ປົກຄອງ​ຕົນ​ເອງ​ໄດ້​ເລີຍ ມີ​ການ​ເອີ້ນ​ກະສັດ​ເມຊີ​ວ່າ​ພະອົງ​ເຈົ້າ​ແຫ່ງ​ຄວາມ​ສຸກ​ສຳລານ. (ເອຊາອີ 9:6, 7; ເຢເຣມີ 10:23) ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະອົງ ມະນຸດ​ທຸກ​ຄົນ​ຈະ​ຢູ່​ຮ່ວມ​ກັນ​ຢ່າງ​ສະຫງົບ​ສຸກ​ແລະ​ແມ່ນ​ແຕ່​ກັບ​ສັດ​ຕ່າງໆ. (ເອຊາອີ 11:3-7) ຄວາມ​ເຈັບ​ປ່ວຍ​ຈະ​ບໍ່​ມີ​ອີກ. (ເອຊາອີ 33:24) ແມ່ນ​ແຕ່​ຄວາມ​ຕາຍ​ກໍ​ຈະ​ໝົດ​ໄປ. (ເອຊາອີ 25:8) ລະຫວ່າງ​ການ​ປົກຄອງ​ຂອງ​ເມຊີ ຜູ້​ທີ່​ຕາຍ​ໄປ​ແລ້ວ​ກໍ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຢູ່​ເທິງ​ແຜ່ນດິນ​ໂລກ​ອີກ.—ດານຽນ 12:13.

—ຂໍ້​ມູນ​ມາ​ຈາກ​ເອຊາອີ, ເຢເຣມີ, ດານຽນ, ອາໂມດ, ມີເກ ແລະ​ຊາກາລີ.