ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 16

ການ​ປາກົດ​ຕົວ​ຂອງ​ເມຊີ

ການ​ປາກົດ​ຕົວ​ຂອງ​ເມຊີ

ພະ​ເຢໂຫວາ​ກ່າວ​ເຖິງ​ພະ​ເຍຊູ​ຊາວ​ນາຊາເລດ​ວ່າ​ເປັນ​ເມຊີ​ຕາມ​ທີ່​ສັນຍາ​ໄວ້​ດົນ​ນານ​ມາ​ແລ້ວ

ພະ​ເຢໂຫວາ​ຈະ​ຊ່ວຍ​ປະຊາຊົນ​ໃຫ້​ຮູ້ຈັກ​ເມຊີ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ບໍ? ຊ່ວຍ​ແທ້. ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ພະເຈົ້າ​ໄດ້​ກະທຳ. ປະມານ​ສີ່​ຮ້ອຍ​ປີ​ຫຼັງ​ຈາກ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ຂຽນ​ແລ້ວໆ. ໃນ​ຕົວ​ເມືອງ​ທີ່​ເອີ້ນ​ວ່າ​ນາຊາເລດ​ເຊິ່ງ​ຢູ່​ທາງ​ພາກ​ເໜືອ​ຂອງ​ແຂວງ​ຄາລິເລ ຍິງ​ຜູ້​ໜຶ່ງ​ຊື່​ວ່າ​ມາລີ​ໄດ້​ຕ້ອນຮັບ​ຜູ້​ມາ​ຢາມ​ທີ່​ຄາດ​ບໍ່​ເຖິງ. ທູດ​ສະຫວັນ​ຄາບ​ລຽນ​ໄດ້​ມາ​ປາກົດ​ຕໍ່​ລາວ​ບອກ​ວ່າ ພະເຈົ້າ​ຈະ​ໃຊ້​ພະລັງ​ປະຕິບັດ​ການ​ຂອງ​ພະອົງ ພະ​ວິນຍານ​ບໍລິສຸດ​ຈະ​ໃຫ້​ລາວ​ເກີດ​ລູກ​ເປັນ​ຜູ້​ຊາຍ ເຖິງ​ແມ່ນ​ວ່າ​ລາວ​ຍັງ​ເປັນ​ສາວ​ບໍລິສຸດ​ຢູ່. ລູກ​ຊາຍ​ນີ້​ຈະ​ກາຍ​ເປັນ​ກະສັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້ ເປັນ​ຜູ້​ທີ່​ຈະ​ປົກຄອງ​ຕະຫຼອດ​ໄປ! ເດັກ​ນ້ອຍ​ຜູ້​ນີ້​ແມ່ນ​ລູກ​ຂອງ​ພະເຈົ້າ​ເຊິ່ງ​ພະອົງ​ໄດ້​ຍ້າຍ​ຊີວິດ​ຂອງ​ລາວ​ຈາກ​ສະຫວັນ​ມາ​ສູ່​ທ້ອງ​ຂອງ​ມາລີ.

ມາລີ​ຖ່ອມ​ຕົວ​ຍອມ​ຮັບ​ການ​ມອບ​ໝາຍ​ທີ່​ສຳຄັນ​ຍິ່ງ​ນັ້ນ. ຄູ່​ໝັ້ນ​ຂອງ​ລາວ​ຊື່​ໂຢເຊບ ເປັນ​ຊ່າງ​ໄມ້ ແຕ່ງ​ດອງ​ກັບ​ລາວ​ຫຼັງ​ຈາກ​ພະເຈົ້າ​ສົ່ງ​ທູດ​ສະຫວັນ​ມາ​ຮັບຮອງ​ກັບ​ລາວ​ວ່າ ມາລີ​ຖື​ພາ​ເພາະ​ພະເຈົ້າ​ໄດ້​ຍ້າຍ​ຊີວິດ​ລູກ​ຂອງ​ພະອົງ​ມາ​ໃສ່​ທ້ອງ​ຂອງ​ລາວ. ແຕ່​ຄຳ​ພະຍາກອນ​ທີ່​ວ່າ ເມຊີ​ຈະ​ມາ​ເກີດ​ໃນ​ເມືອງ​ເບດເລເຫມ​ເດ? (ມີເກ 5:2) ເມືອງ​ນ້ອຍໆນັ້ນ​ຢູ່​ຫ່າງ​ຈາກ​ນາຊາເລດ​ປະມານ 140 ກິໂລແມັດ!

ຜູ້​ປົກຄອງ​ໂລມ​ໄດ້​ອອກ​ພະ​ດຳລັດ​ໃຫ້​ເກັບ​ກຳ​ສຳມະໂນ​ປະຊາກອນ. ປະຊາຊົນ​ຕ້ອງ​ໄປ​ລົງ​ທະບຽນ​ທີ່​ບ້ານ​ເກີດ. ປາກົດ​ວ່າ​ໂຢເຊບ​ແລະ​ມາລີ​ທັງ​ສອງ​ມີ​ພື້ນຖານ​ຢູ່​ເບດເລເຫມ ດັ່ງ​ນັ້ນ​ໂຢເຊບ​ຈຶ່ງ​ໄດ້​ພາ​ເມຍ​ທີ່​ຖື​ພາ​ເດີນ​ທາງ​ໄປ​ທີ່​ເມືອງ​ເບດເລເຫມ. (ລືກາ 2:3) ມາລີ​ຈຶ່ງ​ໄດ້​ເກີດ​ລູກ​ໃນ​ຄອກ​ສັດ ແລະ​ວາງ​ໄວ້​ໃນ​ຮາງ​ຫຍ້າ. ແລ້ວ​ພະເຈົ້າ​ໄດ້​ສົ່ງ​ທູດ​ສະຫວັນ​ຫຼາຍ​ອົງ​ໄປ​ບອກ​ຂ່າວ​ແກ່​ຄົນ​ລ້ຽງ​ແກະ​ທີ່​ຢູ່​ເນີນ​ເຂົາ ເດັກ​ນ້ອຍ​ທີ່​ຫາ​ກໍ​ເກີດ​ມາ​ນີ້​ແມ່ນ​ເມຊີ ຫຼື​ພະ​ຄລິດ​ຕາມ​ທີ່​ໄດ້​ສັນຍາ​ໄວ້.

ຕໍ່​ມາ ຄົນ​ອື່ນ​ກໍ​ໄດ້​ຢືນຢັນ​ວ່າ​ພະ​ເຍຊູ​ເປັນ​ເມຊີ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ຄື​ກັນ. ຜູ້​ພະຍາກອນ​ເອຊາອີ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ຜູ້​ກຽມ​ທາງ​ສຳລັບ​ງານ​ສຳຄັນ​ຂອງ​ຜູ້​ເປັນ​ເມຊີ. (ເອຊາອີ 40:3) ຜູ້​ກຽມ​ທາງ​ແມ່ນ​ໂຢຮັນ​ຜູ້​ໃຫ້​ບັບເຕມາ. ເມື່ອ​ລາວ​ເຫັນ​ພະ​ເຍຊູ ລາວ​ຮ້ອງ​ຂຶ້ນ​ວ່າ “ຈົ່ງ​ເບິ່ງ​ລູກ​ແກະ​ແຫ່ງ​ພະເຈົ້າ​ຜູ້​ຍົກ​ບາບ​ໂທດ​ແຫ່ງ​ມະນຸດສະໂລກ​ອອກ​ເສຍ.” ສາວົກ​ຂອງ​ໂຢຮັນ​ລາງ​ຄົນ​ໄດ້​ຕິດ​ຕາມ​ພະ​ເຍຊູ​ໄປ​ທັນທີ. ມີ​ຜູ້​ໜຶ່ງ​ກ່າວ​ວ່າ “ຫມູ່​ເຮົາ​ໄດ້​ພົບ​ຜູ້​ເປັນ​ເມຊີ.”—ໂຢຮັນ 1:29, 36, 41.

ມີ​ພະຍານ​ຫຼັກ​ຖາມ​ເພີ່ມ​ເຕີມ. ເມື່ອ​ໂຢຮັນ​ໃຫ້​ພະ​ເຍຊູ​ຮັບ​ບັບເຕມາ ພະ​ເຢໂຫວາ​ເອງ​ໄດ້​ກ່າວ​ຈາກ​ສະຫວັນ. ໂດຍ​ທາງ​ພະ​ວິນຍານ​ບໍລິສຸດ ພະອົງ​ແຕ່ງ​ຕັ້ງ​ພະ​ເຍຊູ​ໃຫ້​ເປັນ​ເມຊີ ແລະ​ກ່າວ​ວ່າ “ພະອົງ​ນີ້​ເປັນ​ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫຼາຍ​ໃນ​ພະອົງ.” (ມັດທາຍ 3:16, 17) ຜູ້​ເປັນ​ເມຊີ​ຕາມ​ທີ່​ສັນຍາ​ໄວ້​ດົນ​ນານ​ໄດ້​ປາກົດ​ຕົວ​ມາ​ແລ້ວ!

ມີ​ການ​ປາກົດ​ຕົວ​ເມື່ອ​ໃດ? ໃນ​ປີ 29 ສ.ສ. ເຊິ່ງ​ພໍ​ດີ​ກັບ​ການ​ສິ້ນ​ສຸດ​ຂອງ 483 ປີ ຕາມ​ທີ່​ດານຽນ​ໄດ້​ບອກ​ໄວ້​ລ່ວງ​ໜ້າ. ແມ່ນ​ແລ້ວ ນັ້ນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຫຼັກ​ຖານ​ມາກ​ມາຍ​ທີ່​ວ່າ​ພະ​ເຍຊູ​ຜູ້​ເປັນ​ເມຊີ ຫຼື​ພະ​ຄລິດ. ແຕ່​ພະອົງ​ຈະ​ປະກາດ​ຂ່າວ​ສານ​ແບບ​ໃດ​ລະຫວ່າງ​ພະອົງ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້?

—ຂໍ້​ມູນ​ມາ​ຈາກ​ມັດທາຍ​ບົດ 1 ເຖິງ 3; ມາລະໂກ​ບົດ 1; ລືກາ​ບົດ 2; ໂຢຮັນ​ບົດ 1.