ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 18

ພະ​ເຍຊູ​ເຮັດ​ການ​ອັດສະຈັນ

ພະ​ເຍຊູ​ເຮັດ​ການ​ອັດສະຈັນ

ການ​ອັດສະຈັນ​ຂອງ​ພະ​ເຍຊູ​ສະແດງ​ເຖິງ​ວິທີ​ທີ່​ພະອົງ​ຈະ​ໃຊ້​ລິດເດດ​ຖານະ​ກະສັດ

ພະ​ເຈົ້າ​ໃຫ້​ພະ​ເຍຊູ​ມີ​ລິດເດດ​ເຮັດ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ​ບໍ່​ໄດ້. ຫຼາຍ​ເທື່ອ​ຢູ່​ຕໍ່​ໜ້າ​ພະຍານ​ຫຼາຍ​ຄົນ ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ. ການ​ອັດສະຈັນ​ເຫຼົ່າ​ນີ້​ສະແດງ​ວ່າ​ພະ​ເຍຊູ​ມີ​ລິດເດດ​ເໜືອ​ສັດຕູ​ແລະ​ອຸປະສັກ​ທີ່​ມະນຸດ​ບໍ່​ສົມບູນ​ແບບ​ບໍ່​ສາມາດ​ຈະ​ກຳຈັດ​ໄດ້. ລອງ​ພິຈາລະນາ​ບາງ​ຕົວຢ່າງ​ເບິ່ງ.

ຄວາມ​ອຶດຢາກ. ການ​ອັດສະຈັນ​ທຳອິດ​ຂອງ​ພະ​ເຍຊູ​ກ່ຽວ​ຂ້ອງ​ກັບ​ການ​ປ່ຽນ​ນໍ້າ​ໃຫ້​ເປັນ​ເຫຼົ້າ​ແວງ​ຢ່າງ​ດີ. ໃນ​ອີກ​ສອງ​ໂອກາດ ພະອົງ​ລ້ຽງ​ຄົນ​ອຶດ​ຫິວ​ຫຼາຍ​ພັນ​ຄົນ​ດ້ວຍ​ເຂົ້າຈີ່​ສອງ​ສາມ​ກ້ອນ​ແລະ​ປາ​ໜ້ອຍ​ໜຶ່ງ. ທັງ​ສອງ​ກໍ​ລະ​ນີ້ ມີ​ອາຫານ​ເຫຼືອ​ເຟືອ​ສຳລັບ​ທຸກ​ຄົນ.

ຄວາມ​ເຈັບ​ປ່ວຍ. ພະ​ເຍຊູ​ປົວ​ຄົນ​ທີ່​ມີ “ພະຍາດ​ໂລຄາ​ຕ່າງໆທຸກ​ປະການ.” (ມັດທາຍ 4:23) ຄົນ​ຕາ​ບອດ ຫູ​ໜວກ ຂີ້ທູດ​ແລະ​ລົມ​ບ້າ​ຫມູ ພະອົງ​ກໍ​ໄດ້​ປົວ​ໃຫ້​ເຊົາ. ພະອົງ​ຍັງ​ໄດ້​ປົວ​ຄົນ​ຂາ​ເຄ​ແລະ​ແຂນ​ພິການ. ບໍ່​ມີ​ໂລກ​ໃດ​ທີ່​ພະອົງ​ປົວ​ບໍ່​ໄດ້.

ສະພາບ​ອາກາດ​ທີ່​ກໍ່​ໃຫ້​ເກີດ​ອັນຕະລາຍ. ເມື່ອ​ພະ​ເຍຊູ​ແລະ​ສາວົກ​ຂອງ​ພະອົງ​ເດີນ​ເຮືອ​ຂ້າມ​ທະເລ​ຄາລິເລ ພາຍຸ​ຮຸນແຮງ​ໄດ້​ອຸບັດ​ຂຶ້ນ. ພວກ​ສາວົກ​ຢ້ານ​ກົວ​ຫຼາຍ. ພະ​ເຍຊູ​ຫຼຽວ​ເບິ່ງ​ພາຍຸ​ແລ້ວ​ກ່າວ​ວ່າ “ຈົ່ງ​ເຊົາ! ຈົ່ງ​ມິດ​ຢູ່​ເຖີ້ນ!” ໃນ​ທັນໃດ​ນັ້ນ ກໍ​ເກີດ​ຄວາມ​ສະຫງົບ. (ມາລະໂກ 4:37-39) ອີກ​ໂອກາດ​ໜຶ່ງ ພະອົງ​ຍ່າງ​ຢູ່​ເທິງ​ໜ້າ​ນໍ້າ​ຕອນ​ທີ່​ມີ​ພາຍຸ​ເຊິ່ງ​ໜ້າ​ຢ້ານ​ຫຼາຍ.—ມັດທາຍ 14:24-33.

ວິນຍານ​ຊົ່ວ​ຮ້າຍ. ວິນຍານ​ຊົ່ວ​ຮ້າຍ​ມີ​ພະລັງ​ທີ່​ແຂງແຮງ​ຫຼາຍ​ກວ່າ​ມະນຸດ. ຫຼາຍ​ຄົນ​ບໍ່​ສາມາດ​ຫລຸດ​ພົ້ນ​ຈາກ​ການ​ຄອບງຳ​ຂອງ​ສັດຕູ​ທີ່​ໂຫດ​ຮ້າຍ​ເຫຼົ່າ​ນີ້​ຂອງ​ພະເຈົ້າ. ໃນ​ຫຼາຍໆໂອກາດ ພະ​ເຍຊູ​ໄດ້​ສັ່ງ​ໃຫ້​ຜີ​ຮ້າຍ​ເຫຼົ່າ​ນີ້​ອອກ​ຈາກ​ຜູ້​ທີ່​ມັນ​ສິງ​ຢູ່​ບໍ່​ໃຫ້​ມັນ​ຄວບຄຸມ​ເຂົາ​ເຈົ້າ ພະອົງ​ບໍ່​ຢ້ານ​ວິນຍານ​ຊົ່ວ​ເຫຼົ່າ​ນີ້. ໃນ​ທາງ​ກົງ​ກັນ​ຂ້າມ ພວກ​ມັນ​ຮັບ​ຮູ້​ເຖິງ​ອຳນາດ​ຂອງ​ພະອົງ​ແລະ​ຢ້ານ​ພະອົງ.

ຄວາມ​ຕາຍ. ຄຳ “ສັດຕູ​ອັນ​ທີ່​ສຸດ” ເປັນ​ຄຳ​ເອີ້ນ​ທີ່​ເໝາະ​ສົມ ຍ້ອນ​ວ່າ​ຄວາມ​ຕາຍ​ເປັນ​ສັດຕູ​ທີ່​ບໍ່​ມີ​ມະນຸດ​ຄົນ​ໃດ​ປາບ​ໄດ້. (1 ໂກລິນໂທ 15:26) ແຕ່​ພະ​ເຍຊູ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ ພະອົງ​ໄດ້​ມອບ​ຊາຍ​ຫນຸ່ມ​ທີ່​ປຸກ​ຄືນ​ມາ​ໃຫ້​ກັບ​ແມ່​ທີ່​ເປັນ​ໝ້າຍ ແລະ​ປຸກ​ເດັກ​ຍິງ​ຜູ້​ໜຶ່ງ​ໃຫ້​ກັບ​ພໍ່​ແມ່​ທີ່​ໂສກ​ເສົ້າ. ໃນ​ກໍລະນີ​ໜຶ່ງ​ທີ່​ໂດດ​ເດັ່ນ​ຫຼາຍ ພະ​ເຍຊູ​ໄດ້​ປຸກ​ລາຊະໂລ​ເພື່ອນ​ຮັກ​ໃຫ້​ຄືນ​ຈາກ​ຕາຍ​ຕໍ່​ໜ້າ​ຝູງ​ຊົນ​ທີ່​ໂສກ​ເສົ້າ ເຖິງ​ວ່າ​ຊາຍ​ຜູ້​ນີ້​ໄດ້​ຕາຍ​ເກືອບ​ສີ່​ມື້​ແລ້ວ! ແມ່ນ​ແຕ່​ຜູ້​ທີ່​ຕັ້ງ​ຕົວ​ເປັນ​ສັດຕູ​ຂອງ​ພະ​ເຍຊູ​ກໍ​ຍອມ​ຮັບ​ວ່າ​ພະອົງ​ໄດ້​ເຮັດ​ການ​ອັດສະຈັນ​ນີ້.—ໂຢຮັນ 11:38-48; 12:9-11.

ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຮັດ​ການ​ອັດສະຈັນ​ເຫຼົ່າ​ນີ້? ໃນ​ທີ່​ສຸດ ຄົນ​ທີ່​ພະອົງ​ປຸກ​ຄືນ​ຈາກ​ຕາຍ​ກໍ​ຕ້ອງ​ຕາຍ​ໄປ​ອີກ ແຕ່​ການ​ອັດສະຈັນ​ຂອງ​ພະ​ເຍຊູ​ໄດ້​ກໍ່​ຜົນ​ປະໂຫຍດ​ທີ່​ມີ​ລັກສະນະ​ຖາວອນ. ການ​ອັດສະຈັນ​ເຫຼົ່າ​ນັ້ນ​ພິສູດ​ວ່າ​ຄຳ​ພະຍາກອນ​ທີ່​ໜ້າ​ຕື່ນ​ເຕັ້ນ​ເລື່ອງ​ກະສັດ​ເມຊີ​ມີ​ຫຼັກ​ຄວາມ​ເປັນ​ຈິງ. ບໍ່​ຕ້ອງ​ສົງໄສ​ວ່າ​ກະສັດ​ທີ່​ພະເຈົ້າ​ແຕ່ງ​ຕັ້ງ​ສາມາດ​ກຳຈັດ​ຄວາມ​ອຶດຢາກ ຄວາມ​ເຈັບ​ປ່ວຍ ສະພາບ​ອາກາດ​ທີ່​ກໍ່​ໃຫ້​ເກີດ​ອັນຕະລາຍ ພວກ​ກາຍ​ວິນຍານ​ຊົ່ວ ຫຼື​ຄວາມ​ຕາຍ. ພະອົງ​ສະແດງ​ໃຫ້​ເຫັນ​ແລ້ວ​ວ່າ​ພະເຈົ້າ​ໄດ້​ມອບ​ສິດ​ອຳນາດ​ໃຫ້​ກັບ​ພະອົງ.

—ຂໍ້​ມູນ​ມາ​ຈາກ​ມັດທາຍ ມາລະໂກ ລືກາ ແລະ​ໂຢຮັນ.