ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 21

ພະ​ເຍຊູ​ມີ​ຊີວິດ​ອີກ​ແລ້ວ!

ພະ​ເຍຊູ​ມີ​ຊີວິດ​ອີກ​ແລ້ວ!

ພະ​ເຍຊູ​ປາກົດ​ຕົວ​ຕໍ່​ພວກ​ສາວົກ​ເພື່ອ​ຊີ້​ນຳ​ແລະ​ຊູ​ໃຈ​ເຂົາ​ເຈົ້າ

ໃນ​ມື້​ທີ​ສາມ​ຫຼັງ​ຈາກ​ພະ​ເຍຊູ​ສິ້ນ​ຊີວິດ ຜູ້​ຍິງ​ບາງ​ຄົນ​ທີ່​ເປັນ​ສາວົກ​ຂອງ​ພະອົງ​ພົບ​ວ່າ​ແຜ່ນ​ຫີນ​ທີ່​ອັດ​ທາງ​ເຂົ້າ​ຖໍ້າ​ຖືກ​ກິ້ງ​ອອກ​ໄປ. ນອກ​ນັ້ນ ຖໍ້າ​ກໍ​ວ່າງ​ເປົ່າ!

ທູດ​ສະຫວັນ​ສອງ​ອົງ​ໄດ້​ປາກົດ​ຕົວ. ທູດ​ອົງ​ໜຶ່ງ​ກ່າວ​ວ່າ “ພວກ​ນາງ​ມາ​ຊອກ​ຫາ​ພະ​ເຍຊູ​ຊາວ​ນາຊາເລດ . . . ພະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ.” (ມາລະໂກ 16:6) ໂດຍ​ບໍ່​ຊັກຊ້າ ພວກ​ຜູ້​ຍິງ​ໄດ້​ແລ່ນ​ໄປ​ບອກ​ພວກ​ອັກຄະສາວົກ. ໃນ​ຂະນະ​ໄປ​ຕາມ​ທາງ​ພວກ​ເຂົາ​ເຈົ້າ​ໄດ້​ພົບ​ພະ​ເຍຊູ. ພະອົງ​ບອກ​ວ່າ “ຢ່າຊູ່​ຢ້ານ. ຈົ່ງ​ໄປ​ບອກ​ພວກ​ພີ່​ນ້ອງ​ຂອງ​ເຮົາ​ໃຫ້​ເຂົາ​ໄປ​ແຂວງ​ຄາລິເລ ແລະ​ທີ່​ນັ້ນ​ເຂົາ​ຈະ​ເຫັນ​ເຮົາ.”—ມັດທາຍ 28:10.

ຕໍ່​ມາ​ໃນ​ມື້​ນັ້ນ ສາວົກ​ສອງ​ຄົນ​ພວມ​ເດີນ​ທາງ​ຈາກ​ເມືອງ​ເຢຣຶຊາເລມ​ໄປ​ບ້ານ​ທີ່​ຊື່​ວ່າ​ເອມາອຶດ. ຄົນ​ແປກ​ໜ້າ​ຜູ້​ໜຶ່ງ​ຮ່ວມ​ເດີນ​ທາງ​ໄປ​ນຳ​ແລະ​ຖາມ​ເຂົາ​ເຈົ້າ​ວ່າ​ພວມ​ລົມ​ກັນ​ເລື່ອງ​ຫຍັງ. ທີ່​ຈິງ ລາວ​ແມ່ນ​ພະ​ເຍຊູ​ທີ່​ໄດ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຜູ້​ເຊິ່ງ​ປາກົດ​ໃນ​ຮູບ​ຮ່າງ​ທີ່​ເຂົາ​ເຈົ້າ​ຈື່​ບໍ່​ໄດ້​ໃນ​ຕອນ​ທຳອິດ. ດ້ວຍ​ໃບ​ໜ້າ​ທີ່​ເສົ້າ​ໝອງ ເຂົາ​ເຈົ້າ​ຕອບ​ວ່າ​ໄດ້​ລົມ​ກັນ​ເລື່ອງ​ພະ​ເຍຊູ. ຄົນ​ແປກ​ໜ້າ​ນັ້ນ​ກໍ​ເລີ່ມ​ອະທິບາຍ​ສິ່ງ​ຕ່າງໆກ່ຽວ​ກັບ​ຜູ້​ເປັນ​ເມຊີ​ຕາມ​ພະ​ຄຳພີ​ທຸກ​ຂໍ້. ຈິງ​ແທ້ ພະ​ເຍຊູ​ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ກ່ຽວ​ກັບ​ຜູ້​ເປັນ​ເມຊີ​ສຳເລັດ​ເປັນ​ຈິງ​ຢ່າງ​ຄົບ​ຖ້ວນ​ທີ່​ສຸດ. * ເມື່ອ​ພວກ​ສາວົກ​ສຳນຶກ​ໄດ້​ວ່າ​ຄົນ​ແປກ​ໜ້າ​ຜູ້​ນັ້ນ​ແມ່ນ​ພະ​ເຍຊູ​ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ​ໃຫ້​ເປັນ​ກາຍ​ວິນຍານ ພະອົງ​ກໍ​ຫາຍ​ຕົວ​ໄປ​ແລ້ວ.

ສາວົກ​ສອງ​ຄົນ​ກັບ​ຄືນ​ເມືອ​ເມືອງ​ເຢຣຶຊາເລມ​ທັນທີ​ໂລດ. ຢູ່​ເມືອງ​ເຢຣຶຊາເລມ​ເຂົາ​ເຈົ້າ​ພົບ​ພວກ​ສາວົກ​ເຕົ້າ​ໂຮມ​ກັນ​ໃນ​ຫ້ອງ​ທີ່​ໃສ່​ກະແຈ. ໃນ​ຂະນະ​ທີ່​ທັງ​ສອງ​ເລົ່າ​ປະສົບການ​ຂອງ​ຕົນ​ຢູ່ ພະ​ເຍຊູ​ກໍ​ມາ​ປາກົດ​ຕົວ. ພວກ​ສາວົກ​ຂອງ​ພະອົງ​ຕົກໃຈ​ບໍ່​ຢາກ​ເຊື່ອ​ໃນ​ສິ່ງ​ນີ້! ພະ​ເຍຊູ​ໄດ້​ຖາມ​ວ່າ “ເປັນ​ສັນ​ໃດ​ຄວາມ​ຄຶດ​ຢ່າງ​ນັ້ນ​ໄດ້​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ທ່ານ​ທັງ​ຫຼາຍ? ມີ​ຄຳ​ຂຽນ​ໄວ້​ດັ່ງ​ນີ້​ວ່າ ພະ​ຄລິດ​ຕ້ອງ​ຈະ​ທົນ​ຄວາມ​ທຸກ​ລຳບາກ​ດັ່ງ​ນັ້ນ ແລະ​ພະອົງ​ຕ້ອງ​ຈະ​ຄືນ​ມາ​ຈາກ​ຫມູ່​ຄົນ​ຕາຍ​ໃນ​ວັນ​ທີ 3.”—ລືກາ 24:38, 46.

ເປັນ​ເວລາ 40 ມື້​ພາຍ​ຫຼັງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະອົງ ພະ​ເຍຊູ​ໄດ້​ປາກົດ​ຕົວ​ຕໍ່​ພວກ​ສາວົກ​ໃນ​ໂອກາດ​ຕ່າງໆ. ໃນ​ໂອກາດ​ໜຶ່ງ ພະອົງ​ປາກົດ​ຕົວ​ຕໍ່ 500 ກວ່າ​ຄົນ! ເປັນ​ໄປ​ໄດ້​ວ່າ​ໃນ​ໂອກາດ​ນີ້ ພະອົງ​ໄດ້​ມອບ​ໝາຍ​ວຽກ​ງານ​ທີ່​ໜັກ​ໃຫ້​ກັບ​ເຂົາ​ເຈົ້າ​ທີ່​ວ່າ “ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ . . . ຈົ່ງ​ສັ່ງ​ສອນ​ເຂົາ​ໃຫ້​ຖື​ຮັກສາ​ສິ່ງ​ທັງ​ປວງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້​ແກ່​ທ່ານ​ທັງ​ຫຼາຍ​ແລ້ວ. ແລະ​ຈົ່ງ​ເບິ່ງ ຝ່າຍ​ເຮົາ​ເຮົາ​ສະຖິດ​ຢູ່​ກັບ​ທ່ານ​ທັງ​ຫຼາຍ​ທຸກ​ວັນ​ທຸກ​ວັນ​ຈົນ​ເຖິງ​ທີ່​ສຸດ​ໂລກ.”—ມັດທາຍ 28:19, 20.

ໃນ​ການ​ຊຸມນຸມ​ຄັ້ງ​ສຸດ​ທ້າຍ​ກັບ​ອັກຄະສາວົກ 11 ຄົນ​ທີ່​ສັດ​ຊື່ ພະ​ເຍຊູ​ໄດ້​ສັນຍາ​ວ່າ “ເມື່ອ​ພະ​ວິນຍານ​ບໍລິສຸດ​ຈະ​ລົງ​ມາ​ເທິງ​ພວກ​ທ່ານ​ແລ້ວ ພວກ​ທ່ານ . . . ຈະ​ເປັນ​ພິຍານ​ຝ່າຍ​ເຮົາ . . . ໄປ​ເຖິງ​ທີ່​ສຸດ​ແຜ່ນດິນ​ໂລກ.” (ກິດຈະການ 1:8) ຈາກ​ນັ້ນ ພະ​ເຍຊູ​ກໍ​ເຫາະ​ຂຶ້ນ​ໄປ​ແລະ​ເມກ​ໄດ້​ບັງ​ຕາ​ເຂົາ​ເຈົ້າ​ໄວ້​ໃນ​ຂະນະ​ທີ່​ພະອົງ​ຂຶ້ນ​ໄປ​ສະຫວັນ.

—ຂໍ້​ມູນ​ມາ​ຈາກ​ມັດທາຍ​ບົດ 28; ມາລະໂກ​ບົດ 16; ລືກາ​ບົດ 24; ໂຢຮັນ​ບົດ 20 ແລະ 21; 1 ໂກລິນໂທ 15:5, 6.

^ ຂໍ້ 6 ສຳລັບ​ຕົວຢ່າງ​ຕ່າງໆທີ່​ວ່າ​ຄຳ​ພະຍາກອນ​ກ່ຽວ​ກັບ​ຜູ້​ເປັນ​ເມຊີ​ສຳເລັດ​ເປັນ​ຈິງ​ໃນ​ພະ​ເຍຊູ ຂໍ​ໃຫ້​ເບິ່ງ​ໃນ​ໝວດ 14, ໝວດ 15, ແລະ​ໝວດ 16 ຂອງ​ຈຸນລະສານ​ນີ້ ພ້ອມ​ທັງ​ໃນ​ພະ​ເຍຊູ​ຄລິດ—ຜູ້​ເປັນ​ເມຊີ​ຕາມ​ທີ່​ໄດ້​ສັນຍາ​ໄວ້ ຂອງ​ປຶ້ມ​ຄຳພີ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້?