ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂ່າວ​ສານ​ຂອງ​ຄຳພີ​ໄບເບິນ—ພາບ​ລວມ

ຂ່າວ​ສານ​ຂອງ​ຄຳພີ​ໄບເບິນ—ພາບ​ລວມ
  1. ພະ​ເຢໂຫວາ​ສ້າງ​ອາດາມ​ແລະ​ເອວາ​ໂດຍ​ມຸ່ງ​ໝາຍ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ. ຊາຕານ​ໃສ່​ຮ້າຍ​ພະເຈົ້າ​ແລະ​ຕັ້ງ​ຂໍ້​ສົງໄສ​ໃນ​ເລື່ອງ​ສິດທິ​ໃນ​ການ​ປົກຄອງ​ຂອງ​ພະອົງ. ອາດາມ​ແລະ​ເອວາ​ຮ່ວມ​ສົມທົບ​ກັບ​ຊາຕານ​ໃນ​ການ​ກະບົດ ນຳ​ເອົາ​ບາບ​ແລະ​ຄວາມ​ຕາຍ​ມາ​ສູ່​ຕົວ​ເອງ​ແລະ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ

  2. ພະ​ເຢໂຫວາ​ຕັດສິນ​ລົງໂທດ​ຜູ້​ເຮັດ​ຜິດ​ແລະ​ສັນຍາ​ວ່າ​ຜູ້​ຊ່ວຍ​ໃຫ້​ລອດ​ຫຼື​ເຊື້ອ​ສາຍ​ຈະ​ມາ​ເພື່ອ​ທຳລາຍ​ຊາຕານ ແກ້ໄຂ​ຜົນ​ພວງ​ທັງ​ໝົດ​ຂອງ​ການ​ກະບົດ​ແລະ​ບາບ

  3. ພະ​ເຢໂຫວາ​ສັນຍາ​ກັບ​ອັບລາຫາມ​ແລະ​ດາວິດ​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ບັນພະບຸລຸດ​ຂອງ​ເຊື້ອ​ສາຍ​ຫຼື​ເມຊີ ຜູ້​ທີ່​ຈະ​ປົກຄອງ​ເປັນ​ກະສັດ​ຕະຫຼອດ​ການ

  4. ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ພວກ​ຜູ້​ພະຍາກອນ​ບອກ​ລ່ວງ​ໜ້າ​ວ່າ​ຜູ້​ເປັນ​ເມຊີ​ຈະ​ແກ້ໄຂ​ຄວາມ​ບາບ​ແລະ​ຄວາມ​ຕາຍ. ພ້ອມ​ດ້ວຍ​ຜູ້​ຮ່ວມ​ປົກຄອງ ພະອົງ​ຈະ​ປົກຄອງ​ໃນ​ຖານະ​ເປັນ​ກະສັດ​ແຫ່ງ​ລາຊະອານາຈັກ​ຂອງ​ພະເຈົ້າ ເຊິ່ງ​ຈະ​ເຮັດ​ໃຫ້​ສົງຄາມ ຄວາມ​ເຈັບ​ປ່ວຍ ແລະ​ແມ່ນ​ແຕ່​ຄວາມ​ຕາຍ​ໝົດ​ສິ້ນ​ໄປ.

  5. ພະ​ເຢໂຫວາ​ສົ່ງ​ລູກ​ຊາຍ​ຂອງ​ພະອົງ​ມາ​ທີ່​ແຜ່ນດິນ​ໂລກ​ແລະ​ລະບຸ​ຕົວ​ພະ​ເຍຊູ​ວ່າ​ເປັນ​ເມຊີ. ພະ​ເຍຊູ​ປະກາດ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ແລະ​ມອບ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ເປັນ​ຄ່າໄຖ່. ຈາກ​ນັ້ນ​ພະ​ເຢໂຫວາ​ໄດ້​ປຸກ​ພະ​ເຍຊູ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ​ໃນ​ຖານະ​ເປັນ​ກາຍ​ວິນຍານ

  6. ພະ​ເຢໂຫວາ​ແຕ່ງ​ຕັ້ງ​ລູກ​ຊາຍ​ຂອງ​ພະອົງ​ໃຫ້​ເປັນ​ກະສັດ​ໃນ​ສະຫວັນ ເຊິ່ງ​ເປັນ​ສັນຍະລັກ​ແຫ່ງ​ການ​ເລີ່ມ​ຕົ້ນ​ຂອງ​ສະໄໝ​ສຸດ​ທ້າຍ​ຂອງ​ລະບົບ​ນີ້. ພະ​ເຍຊູ​ຊີ້​ນຳ​ສາວົກ​ຂອງ​ພະອົງ​ທີ່​ຢູ່​ແຜ່ນດິນ​ໂລກ​ໃນ​ຖານະ​ເປັນ​ຜູ້​ປະກາດ​ລາຊະອານາຈັກ​ຂອງ​ພະເຈົ້າ​ທົ່ວ​ໂລກ

  7. ພະ​ເຢໂຫວາ​ຊີ້​ນຳ​ລູກ​ຊາຍ​ຂອງ​ພະອົງ​ໃຫ້​ນຳ​ເອົາ​ການ​ປົກຄອງ​ແຫ່ງ​ລາຊະອານາຈັກ​ມາ​ສູ່​ແຜ່ນດິນ​ໂລກ. ລາຊະອານາຈັກ​ຈະ​ທຳລາຍ​ລັດຖະບານ​ທັງ​ໝົດ​ທີ່​ຊົ່ວ​ຮ້າຍ ກໍ່​ຕັ້ງ​ອຸທິຍານ ແລະ​ພາ​ມະນຸດ​ທີ່​ສັດ​ຊື່​ໄປ​ສູ່​ຄວາມ​ສົມບູນ​ແບບ. ສິດທິ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ການ​ພິສູດ​ວ່າ​ຖືກຕ້ອງ ແລະ​ຊື່​ຂອງ​ພະອົງ​ຈະ​ເປັນ​ທີ່​ນັບຖື​ບໍລິສຸດ​ຕະຫຼອດ​ການ