ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ທ່ານ​ຄິດ​ວ່າ​ແນວ​ໃດ?

ທ່ານ​ຄິດ​ວ່າ​ແນວ​ໃດ?

ຫຼາຍ​ຄົນ​ທີ່​ເຊື່ອ​ໃນ​ຄຳພີ​ໄບເບິນ​ຕາມ​ຕົວ​ອັກສອນ​ເຊື່ອ​ວ່າ​ໂລກ​ແລະ​ສິ່ງ​ຕ່າງໆໃນ​ໂລກ​ຖືກ​ສ້າງ​ຂຶ້ນ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ພັນ​ປີ​ຜ່ານ​ມາ​ພາຍ​ໃນ​ຫົກ​ມື້ ເຊິ່ງ​ແຕ່​ລະ​ມື້​ມີ 24 ຊົ່ວ​ໂມງ. ພວກ​ນັກ​ອະເທວະ​ນິຍົມ​ພະຍາຍາມ​ເຮັດ​ໃຫ້​ທ່ານ​ຄິດ​ວ່າ​ບໍ່​ມີ​ພະເຈົ້າ ຄຳພີ​ໄບເບິນ​ແມ່ນ​ເລື່ອງ​ເທບ​ນິຍາຍ ຊີວິດ​ທັງ​ໝົດ​ເກີດ​ມາ​ໂດຍ​ບັງເອີນ​ບໍ່​ມີ​ຜູ້​ໃດ​ຄວບຄຸມ.

ຄົນ​ສ່ວນ​ຫຼາຍ​ຍຶດ​ຖື​ແງ່​ຄິດ​ທີ່​ຢູ່​ຫວ່າງ​ກາງ​ສອງ​ແງ່​ຄິດ​ທີ່​ກົງ​ກັນ​ຂ້າມ​ນີ້. ການ​ທີ່​ທ່ານ​ອ່ານ​ຈຸນລະສານ​ນີ້​ຈຶ່ງ​ສະແດງ​ວ່າ​ທ່ານ​ອາດ​ຈະ​ເປັນ​ຄົນ​ໜຶ່ງ​ໃນ​ຄົນ​ກຸ່ມ​ນັ້ນ. ທ່ານ​ອາດ​ຈະ​ເຊື່ອ​ວ່າ​ມີ​ພະເຈົ້າ​ແລະ​ນັບຖື​ຄຳພີ​ໄບເບິນ. ແຕ່​ທ່ານ​ອາດ​ຈະ​ຍັງ​ນິຍົມ​ຄວາມ​ຄິດ​ເຫັນ​ຂອງ​ນັກ​ວິທະຍາສາດ​ທີ່​ມີ​ການ​ສຶກສາ​ສູງ​ແລະ​ຫຼາຍ​ຄົນ​ເຊື່ອ​ຖື ເຊິ່ງ​ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ​ຊີວິດ. ຖ້າ​ທ່ານ​ເປັນ​ພໍ່​ຫຼື​ແມ່ ທ່ານ​ຄົງ​ຈະ​ຢາກ​ຮູ້​ວ່າ​ຈະ​ຕອບ​ແນວ​ໃດ​ຫາກ​ລູກ​ຖາມ​ເລື່ອງ​ວິວັດທະນາການ​ແລະ​ການ​ສ້າງ.

ຈຸນລະສານ​ນີ້​ມີ​ຈຸດ​ປະສົງ​ແນວ​ໃດ?

ຈຸນລະສານ​ນີ້​ບໍ່​ມີ​ຈຸດ​ປະສົງ​ຈະ​ດູຖູກ​ແນວ​ຄິດ​ຂອງ​ຜູ້​ທີ່​ເຊື່ອ​ຖື​ຄຳພີ​ໄບເບິນ​ຕາມ​ຕົວ​ອັກສອນ​ຫຼື​ຜູ້​ທີ່​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ. ແຕ່​ເຮົາ​ຫວັງ​ວ່າ​ຈຸນລະສານ​ນີ້​ຈະ​ເຮັດ​ໃຫ້​ທ່ານ​ກວດ​ສອບ​ຄວາມ​ເຊື່ອ​ພື້ນຖານ​ບາງ​ຢ່າງ​ຂອງ​ທ່ານ​ອີກ. ຈຸນລະສານ​ນີ້​ຈະ​ອະທິບາຍ​ເລື່ອງ​ການ​ສ້າງ​ໂລກ​ທີ່​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ​ເຊິ່ງ​ທ່ານ​ອາດ​ຈະ​ບໍ່​ເຄີຍ​ພິຈາລະນາ​ມາ​ກ່ອນ. ແລະ​ຈຸນລະສານ​ນີ້​ຈະ​ເນັ້ນ​ໃຫ້​ເຫັນ​ວ່າ​ເຫດຜົນ​ທີ່​ທ່ານ​ເຊື່ອ​ວ່າ​ຊີວິດ​ເກີດ​ຂຶ້ນ​ມາ​ໄດ້​ແນວ​ໃດ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ແທ້ໆ.

ທ່ານ​ຈະ​ເຊື່ອ​ຄຳ​ເວົ້າ​ຂອງ​ຄົນ​ເຫຼົ່າ​ນັ້ນ​ທີ່​ບອກ​ວ່າ​ບໍ່​ມີ​ຜູ້​ສ້າງ​ທີ່​ມີ​ສະຕິ​ປັນຍາ​ແລະ​ຄຳພີ​ໄບເບິນ​ເຊື່ອ​ບໍ່​ໄດ້​ບໍ? ຫຼື​ວ່າ​ທ່ານ​ຈະ​ກວດ​ສອບ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ແທ້ໆ? ຄຳ​ສອນ​ແນວ​ໃດ​ທີ່​ທ່ານ​ຄວນ​ຈະ​ເຊື່ອ​ຖື ແມ່ນ​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ​ຫຼື​ວ່າ​ແມ່ນ​ຄຳ​ສອນ​ຂອງ​ພວກ​ນັກ​ວິວັດທະນາການ? (ເຫບເລີ 11:1) ເປັນ​ຫຍັງ​ຈຶ່ງ​ບໍ່​ລອງ​ພິຈາລະນາ​ຂໍ້​ມູນ​ຄວາມ​ຈິງ​ເບິ່ງ?