ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ທ່ານ​ເຊື່ອ​ເປັນ​ເລື່ອງ​ທີ່​ສຳຄັນ​ແທ້ໆບໍ?

ສິ່ງ​ທີ່​ທ່ານ​ເຊື່ອ​ເປັນ​ເລື່ອງ​ທີ່​ສຳຄັນ​ແທ້ໆບໍ?

ທ່ານ​ຄິດ​ວ່າ​ຊີວິດ​ມີ​ຈຸດ​ມຸ່ງ​ຫມາຍ​ບໍ? ທ່ານ ວິນລຽມ ບີ. ໂພ​ໄວ ນັກ​ວິວັດທະນາການ​ບອກ​ວ່າ “ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ກ່ຽວ​ກັບ​ຂະບວນ​ການ​ວິວັດທະນາການ​ມີ​ຄວາມ​ສຳຄັນ​ຫລາຍ​ຕໍ່​ເຮົາ ແລະ​ມີ​ຜົນ​ຕໍ່​ແນວ​ຄິດ​ຂອງ​ເຮົາ​ກ່ຽວ​ກັບ​ຄວາມຫມາຍ​ຂອງ​ຊີວິດ.” ແຕ່​ລາວ​ໃຫ້​ຂໍ້​ສະຫລຸບ​ແນວ​ໃດ? “ຂ້ອຍ​ບໍ່​ເຫັນ​ຈຸດ​ມຸ່ງ​ຫມາຍ​ແທ້ໆໃນ​ຊີວິດ​ຂອງ​ມະນຸດ.”32

ຂໍ​ໃຫ້​ພິຈາລະນາ​ຄວາມຫມາຍ​ຂອງ​ຄຳ​ເວົ້າ​ນີ້. ຖ້າ​ຊີວິດ​ບໍ່​ມີ​ຄວາມຫມາຍ​ທີ່​ແທ້​ຈິງ ທ່ານ​ກໍ​ຈະ​ບໍ່​ມີ​ຈຸດ​ມຸ່ງ​ຫມາຍ​ອັນໃດ​ໃນ​ການ​ມີ​ຊີວິດ​ຢູ່ ນອກ​ຈາກ​ພະຍາຍາມ​ເຮັດ​ດີແດ່ ແລະ​ອາດ​ຖ່າຍ​ທອດ​ແນວ​ພັນທຸກຳ​ໃຫ້​ຄົນ​ຮຸ່ນ​ຕໍ່​ໄປ. ໃນ​ຕອນ​ທີ່​ຕາຍ ທ່ານ​ກໍ​ສູນ​ສິ້ນ​ຕະຫລອດ​ໄປ. ສະຫມອງ​ຂອງ​ທ່ານ​ແລະ​ຄວາມ​ສາມາດ​ທີ່​ຈະ​ຄິດ ການ​ຫາ​ເຫດຜົນ ການ​ຄົ້ນ​ຄິດ​ເລື່ອງ​ຄວາມຫມາຍ​ຂອງ​ຊີວິດ​ຄົງ​ຈະ​ເປັນ​ພຽງ​ແຕ່​ເລື່ອງ​ບັງເອີນ​ຂອງ​ທຳມະຊາດ.

ນອກ​ຈາກ​ນັ້ນ ຫລາຍ​ຄົນ​ທີ່​ເຊື່ອ​ເລື່ອງ​ວິວັດທະນາການ​ຢືນຢັນ​ວ່າ​ບໍ່​ມີ​ພະເຈົ້າ ຫລື​ບອກ​ວ່າ​ພະເຈົ້າ​ບໍ່​ແຊກ​ແຊງ​ວຽກ​ງານ​ຂອງ​ມະນຸດ. ບໍ່​ວ່າ​ຈະ​ເປັນ​ແນວ​ໃດ​ອະນາຄົດ​ຂອງ​ເຮົາ​ຈະ​ຂຶ້ນ​ກັບ​ນັກ​ການ​ເມືອງ ນັກ​ການ​ສຶກສາ ແລະ​ຜູ້​ນຳ​ທາງ​ສາສະຫນາ. ເມື່ອ​ພິຈາລະນາ​ເຖິງ​ປະຫວັດ​ທີ່​ຜ່ານ​ມາ​ຂອງ​ບຸກຄົນ​ເຫລົ່າ​ນີ້ ຄວາມ​ສັບສົນ ການ​ຂັດ​ແຍ່ງ ການ​ສໍ້ໂກງ​ທີ່​ທຳລາຍ​ສັງຄົມ​ມະນຸດ​ຍັງ​ດຳເນີນ​ຢູ່​ຕໍ່​ໄປ. ທີ່​ຈິງ​ຖ້າ​ວິວັດທະນາ​ເປັນ​ຄວາມ​ຈິງ ມັນ​ກໍ​ເບິ່ງ​ຄື​ມີ​ເຫດຜົນ​ພຽງ​ພໍ​ທີ່ຈະ​ໃຊ້​ຊີວິດ​ຕາມ​ຄະຕິ​ປະຈຳ​ໃຈ​ເລື່ອງ​ຊະຕາ​ລິຂິດ​ທີ່​ວ່າ “ເຮົາ​ທັງ​ຫລາຍ​ຈົ່ງ​ກິນ​ແລະ​ດື່ມ​ເຖີ້ນ ເຫດ​ວ່າ​ມື້​ອື່ນ​ນີ້​ເຮົາ​ທັງ​ຫລາຍ​ຈະ​ຕາຍ.”—1 ໂກລິນໂທ 15:32.

ໃນ​ທາງ​ກົງ​ກັນ​ຂ້າມ​ຄຳພີ​ໄບເບິນ​ສອນ​ວ່າ “ນໍ້າ​ຄຳ​ຊີວິດ​ມາ​ແຕ່​ພະອົງ.” (ຄຳເພງ 36:9) ຄຳ​ນີ້​ມີ​ຄວາມຫມາຍ​ສຳຄັນ​ຫລາຍ​ຢ່າງ.

ຖ້າ​ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ເປັນ​ຄວາມ​ຈິງ​ຊີວິດ​ຈະ​ຕ້ອງ​ມີ​ຄວາມຫມາຍ. ຜູ້​ທີ່​ສ້າງ​ເຮົາ​ມີ​ໃຈ​ປະສົງ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຕໍ່​ທຸກໆຄົນ​ທີ່​ເລືອກ​ຈະ​ດຳເນີນ​ຊີວິດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ. (ຜູ້​ເທສະຫນາ​ປ່າວ​ປະກາດ 12:13) ໃຈ​ປະສົງ​ນັ້ນ​ລວມ​ເຖິງ​ການ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ບໍ່​ມີ​ຄວາມ​ສັບສົນ ບໍ່​ມີ​ຄວາມ​ຂັດ​ແຍ່ງ ບໍ່​ມີ​ການ​ສໍ້​ໂກງ ແລະ​ແມ່ນ​ແຕ່​ຄວາມ​ຕາຍ​ກໍ​ບໍ່​ມີ.—ຄຳເພງ 37:10, 11; ເອຊາອີ 25:6-8.

ດ້ວຍ​ເຫດຜົນ​ທີ່​ດີ​ຫລາຍ​ລ້ານ​ຄົນ​ເຊື່ອ​ວ່າ​ການ​ຮຽນ​ຮູ້​ເລື່ອງ​ພະເຈົ້າ ແລະ​ເຊື່ອ​ຟັງ​ພະອົງ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ມີ​ຄວາມຫມາຍ​ເຊິ່ງ​ບໍ່​ສາມາດ​ໄດ້​ຈາກ​ບ່ອນ​ອື່ນ! (ໂຢຮັນ 17:3) ຄວາມ​ເຊື່ອ​ແບບ​ນີ້​ບໍ່​ແມ່ນ​ຄວາມ​ເພີ້​ຝັນ. ມີ​ຫລັກຖານ​ຊັດເຈນ​ທີ່​ວ່າ​ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ.