ພາກທີ 1
ເຮົາຈະເຊື່ອຟັງພະເຈົ້າໄດ້ແນວໃດ?
ພະເຈົ້າເວົ້າກັບພວກເຮົາໂດຍທາງຄຳພີໄບເບິນ. 2 ຕີໂມເຕ 3:16
ພະເຈົ້າອົງທ່ຽງແທ້ໄດ້ຊີ້ນຳມະນຸດໃຫ້ຂຽນຄວາມຄິດຂອງພະອົງໃສ່ໃນປຶ້ມສັກສິດຫົວໜຶ່ງ. ປຶ້ມນັ້ນແມ່ນຄຳພີໄບເບິນເຊິ່ງມີຂ່າວສານສຳຄັນທີ່ພະເຈົ້າຕ້ອງການໃຫ້ເຮົາຮູ້.
ພະເຈົ້າຮູ້ສິ່ງທີ່ດີທີ່ສຸດສຳລັບເຮົາແລະພະອົງເປັນແຫຼ່ງກຳເນີດຂອງສະຕິປັນຍາທັງໝົດ. ໂດຍການເຊື່ອຟັງພະອົງ ເຈົ້າຈະເປັນຄົນທີ່ສະຫຼາດສຸຂຸມຢ່າງແທ້ຈິງ.—ສຸພາສິດ 1:5.
ພະເຈົ້າປະສົງໃຫ້ທຸກຄົນໃນໂລກໄດ້ອ່ານຄຳພີໄບເບິນ. ຕອນນີ້ຄຳພີໄບເບິນມີຢູ່ຫຼາຍພາສາ.
ຖ້າເຈົ້າຢາກຮູ້ສິ່ງທີ່ພະອົງບອກ ເຈົ້າຕ້ອງອ່ານແລະເຂົ້າໃຈສິ່ງທີ່ຢູ່ໃນຄຳພີໄບເບິນ.
ມັດທາຍ 28:19
ຜູ້ຄົນຈາກທຸກຫົນທຸກແຫ່ງເຊື່ອຟັງພະອົງ.ພະຍານພະເຢໂຫວາສາມາດຊ່ວຍເຈົ້າໃຫ້ເຂົ້າໃຈຄຳພີໄບເບິນ.
ເຂົາເຈົ້າສອນຄວາມຈິງເລື່ອງພະເຈົ້າທົ່ວໂລກ.
ເຈົ້າບໍ່ຕ້ອງເສຍເງິນເພື່ອຮຽນຮູ້ຄວາມຈິງນີ້. ເຈົ້າຍັງຮຽນຮູ້ເລື່ອງພະເຈົ້າໄດ້ອີກຢູ່ທີ່ຫໍປະຊຸມໃກ້ບ້ານຂອງເຈົ້າ.