ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 2

ໃຜ​ແມ່ນ​ພະເຈົ້າ​ອົງ​ທ່ຽງ​ແທ້?

ໃຜ​ແມ່ນ​ພະເຈົ້າ​ອົງ​ທ່ຽງ​ແທ້?

ມີ​ພະເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ​ເທົ່າ​ນັ້ນ ພະອົງ​ຊື່​ເຢໂຫວາ. (ຄຳເພງ 83:18) ພະອົງ​ເປັນ​ກາຍ​ວິນຍານ; ພວກ​ເຮົາ​ເບິ່ງ​ພະອົງ​ບໍ່​ເຫັນ. ພະອົງ​ຮັກ​ເຮົາ​ແລະ​ຢາກ​ໃຫ້​ເຮົາ​ຮັກ​ພະອົງ. ພະອົງ​ຍັງ​ຕ້ອງການ​ໃຫ້​ເຮົາ​ຮັກ​ຄົນ​ອື່ນໆ. (ມັດທາຍ 22:35-40) ພະອົງ​ເປັນ​ຜູ້​ຍິ່ງໃຫຍ່​ສູງ​ສຸດ ເປັນ​ຜູ້​ສ້າງ​ໝົດ​ທຸກ​ສິ່ງ.

ສິ່ງ​ທຳອິດ​ທີ່​ພະເຈົ້າ​ໄດ້​ສ້າງ​ແມ່ນ​ບຸກຄົນ​ທີ່​ເປັນ​ກາຍ​ວິນຍານ​ທີ່​ມີ​ລິດເດດ ຕໍ່​ມາ​ຜູ້​ນັ້ນ​ເປັນ​ທີ່​ຮູ້ຈັກ​ກັນ​ໃນ​ຊື່​ວ່າ​ເຍຊູ​ຄລິດ. ພະ​ເຢໂຫວາ​ຍັງ​ໄດ້​ສ້າງ​ເຫຼົ່າ​ທູດ​ສະຫວັນ​ນຳ​ອີກ.

ພະ​ເຢໂຫວາ​ສ້າງ​ທຸກໆສິ່ງ​ໃນ​ສະຫວັນ . . . ແລະ​ເທິງ​ແຜ່ນດິນ​ໂລກ. ຄຳປາກົດ 4:11

ພະເຈົ້າ​ເຢໂຫວາ​ກໍ​ຍັງ​ສ້າງ​ກຸ່ມ​ດາວ​ຕ່າງໆ ໜ່ວຍ​ໂລກ​ແລະ​ທຸກ​ສິ່ງ​ທີ່​ຢູ່​ເທິງ​ໂລກ.—ຕົ້ນເດີມ 1:1.

ພະອົງ​ສ້າງ​ອາດາມ​ມະນຸດ​ຄົນ​ທຳອິດ​ຈາກ​ຂີ້ຝຸ່ນ​ດິນ.—ຕົ້ນເດີມ 2:7.