ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 6

ເຮົາ​ໄດ້​ຮຽນ​ຮູ້​ສິ່ງ​ໃດ​ແດ່​ຈາກ​ນໍ້າ​ຖ້ວມ​ໂລກ?

ເຮົາ​ໄດ້​ຮຽນ​ຮູ້​ສິ່ງ​ໃດ​ແດ່​ຈາກ​ນໍ້າ​ຖ້ວມ​ໂລກ?

ພະເຈົ້າ​ທຳລາຍ​ຄົນ​ຊົ່ວ ແຕ່​ໄດ້​ຊ່ອຍ​ໂນເອ​ແລະ​ຄອບ​ຄົວ​ຂອງ​ລາວ​ໃຫ້​ລອດ. ຕົ້ນເດີມ 7:11, 12, 23

ຝົນ​ໄດ້​ຕົກ​ແຮງ​ເປັນ​ເວລາ 40 ມື້​ແລະ 40 ຄືນ ຈົນ​ນໍ້າ​ໄດ້​ຖ້ວມ​ທົ່ວ​ໂລກ. ຄົນ​ຊົ່ວ​ຮ້າຍ​ຕາຍ​ໝົດ.

ເຫຼົ່າ​ທູດ​ສະຫວັນ​ທີ່​ຂືນ​ອຳນາດ​ໄດ້​ປະ​ຖິ້ມ​ຮ່າງກາຍ​ເນື້ອ​ໜັງ​ແລ້ວ​ກາຍ​ເປັນ​ຜີ​ປີສາດ.

ຄົນ​ທີ່​ຢູ່​ໃນ​ນາວາ​ນັ້ນ​ໄດ້​ລອດ​ຊີວິດ. ເຖິງ​ວ່າ​ໃນ​ທີ່​ສຸດ​ໂນເອ​ແລະ​ຄອບຄົວ​ຂອງ​ລາວ​ຕ້ອງ​ຕາຍ ພະເຈົ້າ​ກໍ​ຈະ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ມາ​ມີ​ຊີວິດ​ອີກ​ພ້ອມ​ກັບ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.

ພະເຈົ້າ​ຈະ​ທຳລາຍ​ຄົນ​ຊົ່ວ​ອີກ​ແລະ​ໃຫ້​ຄົນ​ດີ​ມີ​ຊີວິດ. ມັດທາຍ 24:37-39

ຊາຕານ​ແລະ​ພວກ​ຜີ​ປີສາດ​ຍັງ​ຊັກ​ນຳ​ຜູ້​ຄົນ​ໃຫ້​ຫຼົງ​ຜິດ​ຕໍ່ໆໄປ.

ສະໄໝ​ນີ້​ກໍ​ຄື​ກັບ​ສະໄໝ​ຂອງ​ໂນເອ ຄົນ​ສ່ວນ​ຫຼາຍ​ປະຕິເສດ​ການ​ຊີ້​ນຳ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ. ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ທຳລາຍ​ຄົນ​ຊົ່ວ​ທັງ​ໝົດ.—2 ເປໂຕ 2:5, 6.

ບາງ​ຄົນ​ຄື​ກັບ​ໂນເອ. ເຂົາ​ເຈົ້າ​ເຊື່ອ​ຟັງ​ພະເຈົ້າ​ແລະ​ປະຕິບັດ​ຕາມ​ສິ່ງ​ທີ່​ພະອົງ​ບອກ; ເຂົາ​ເຈົ້າ​ແມ່ນ​ພະຍານ​ພະ​ເຢໂຫວາ.