ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 8

ຄວາມ​ຕາຍ​ຂອງ​ພະ​ເຍຊູ​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຈົ້າ?

ຄວາມ​ຕາຍ​ຂອງ​ພະ​ເຍຊູ​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຈົ້າ?

ພະ​ເຍຊູ​ຕາຍ​ເພື່ອ​ເຮົາ​ຈະ​ມີ​ຊີວິດ. ໂຢຮັນ 3:16

ຫຼັງ​ຈາກ​ພະ​ເຍຊູ​ຕາຍ​ໄປ​ໄດ້​ສາມ​ມື້ ຜູ້​ຍິງ​ບາງ​ຄົນ​ມາ​ທີ່​ບ່ອນ​ມ້ຽນ​ສົບ​ຂອງ​ພະອົງ ແລ້ວ​ເຂົາ​ເຈົ້າ​ເຫັນ​ວ່າ​ບ່ອນ​ມ້ຽນ​ສົບ​ນັ້ນ​ວ່າງ​ເປົ່າ​ຢູ່. ພະ​ເຢໂຫວາ​ໄດ້​ປຸກ​ພະ​ເຍຊູ​ໃຫ້​ກັບ​ຄືນ​ຈາກ​ຕາຍ​ແລ້ວ.

ຈາກ​ນັ້ນ​ພະ​ເຍຊູ​ກໍ​ປາກົດ​ແກ່​ເຫຼົ່າ​ສາວົກ.

ພະ​ເຢໂຫວາ​ໄດ້​ປຸກ​ພະ​ເຍຊູ​ໃຫ້​ກັບ​ຄືນ​ມາ​ມີ​ຊີວິດ​ເປັນ​ກາຍ​ວິນຍານ​ທີ່​ມີ​ລິດເດດ​ແລະ​ເປັນ​ອະມະຕະ. ສາວົກ​ຂອງ​ພະ​ເຍຊູ​ເຫັນ​ພະອົງ​ຂຶ້ນ​ໄປ​ໃນ​ສະຫວັນ..

ພະເຈົ້າ​ໄດ້​ປຸກ​ພະ​ເຍຊູ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ແຕ່ງ​ຕັ້ງ​ພະອົງ​ໃຫ້​ເປັນ​ກະສັດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ. ດານຽນ 7:13, 14

ພະ​ເຍຊູ​ສະລະ​ຊີວິດ​ຂອງ​ພະອົງ​ເພື່ອ​ຈ່າຍ​ເປັນ​ຄ່າໄຖ່​ສຳລັບ​ມະນຸດ​ຊາດ. (ມັດທາຍ 20:28) ໂດຍ​ທາງ​ຄ່າໄຖ່​ນັ້ນ ພະເຈົ້າ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.

ພະ​ເຢໂຫວາ​ແຕ່ງ​ຕັ້ງ​ພະ​ເຍຊູ​ໃຫ້​ເປັນ​ກະສັດ​ປົກຄອງ​ແຜ່ນດິນ​ໂລກ​ພ້ອມ​ກັບ​ຄົນ​ທີ່​ສັດ​ຊື່ 144.000 ຄົນ​ເຊິ່ງ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໃນ​ໂລກ​ເພື່ອ​ມີ​ຊີວິດ​ຢູ່​ກັບ​ພະອົງ​ໃນ​ສະຫວັນ. ພະ​ເຍຊູ​ແລະ​ຊົນ 144.000 ຄົນ​ລວມ​ເຂົ້າ​ກັນ​ເປັນ​ລັດຖະບານ​ທີ່​ຊອບທຳ​ໃນ​ສະຫວັນ ນັ້ນ​ຄື​ລາຊະອານາຈັກ​ຂອງ​ພະເຈົ້າ.—ຄຳປາກົດ 14:1-3.

ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ຟື້ນຟູ​ແຜ່ນດິນ​ໂລກ​ໃຫ້​ເປັນ​ອຸທິຍານ. ສົງຄາມ ອາດ​ຊະ​ຍາ​ກຳ ຄວາມ​ທຸກ​ຍາກ​ແລະ​ຄວາມ​ອຶດ​ຫິວ​ຈະ​ບໍ່​ມີ​ອີກ. ຜູ້​ຄົນ​ຈະ​ມີ​ຄວາມ​ສຸກ​ຢ່າງ​ແທ້​ຈິງ.—ຄຳເພງ 145:16.