ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອັນ​ໃດ​ຄື​ໃຈ​ປະສົງ​ຂອງ​ພະເຈົ້າ?

ອັນ​ໃດ​ຄື​ໃຈ​ປະສົງ​ຂອງ​ພະເຈົ້າ?

ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ມີ​ຊີວິດ​ຢ່າງ​ສະຫງົບ​ສຸກ​ແລະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ!

ແຕ່​ທ່ານ​ອາດ​ສົງໄສ​ວ່າ ‘ສິ່ງ​ນັ້ນ​ຈະ​ເກີດ​ຂຶ້ນ​ໄດ້​ແນວ​ໃດ?’ ຄຳພີ​ໄບເບິນ​ກ່າວ​ວ່າ ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ເປັນ​ໄປ​ໄດ້ ແລະ​ພະເຈົ້າ​ກໍ​ມີ​ໃຈ​ປະສົງ​ຢາກ​ໃຫ້​ມະນຸດ​ທຸກ​ຄົນ​ຮຽນ​ຮູ້​ກ່ຽວ​ກັບ​ລາຊະອານາຈັກ​ແລະ​ຈຸດ​ປະສົງ​ທີ່​ພະອົງ​ມີ​ຕໍ່​ມະນຸດ.—ຄຳເພງ 37:11, 29; ເອຊາອີ 9:7

ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ເປັນ​ສ່ວນ​ຕົວ.

ເຊັ່ນ​ດຽວ​ກັບ​ພໍ່​ທີ່​ດີ​ປາຖະໜາ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ລູກ​ຂອງ​ຕົນ ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ກໍ​ປາຖະໜາ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ. (ເອຊາອີ 48:17, 18) ພະອົງ​ໄດ້​ສັນຍາ​ວ່າ “ຜູ້​ທີ່​ກະທຳ​ຕາມ​ນ້ຳໃຈ​ແຫ່ງ​ພະເຈົ້າ​ກໍ​ຕັ້ງ​ຢູ່​ໄປ​ເປັນ​ນິດ.”—1 ໂຢຮັນ 2:17

ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ຂອງ​ພະອົງ.

ຄຳພີ​ໄບເບິນ​ກ່າວ​ວ່າ​ຜູ້​ສ້າງ​ຕ້ອງການ​ທີ່​ຈະ “ສັ່ງ​ສອນ​ພວກ​ເຮົາ​ໃຫ້​ຮູ້ຈັກ​ຮີດຄອງ [ແນວ​ທາງ] ຂອງ​ພະອົງ” ເພື່ອ​ທີ່​ເຮົາ​ຈະ​ສາມາດ “ທຽວ​ໄປ​ໃນ​ທາງ​ທັງ​ຫຼາຍ​ຂອງ​ພະອົງ.” (ເອຊາອີ 2:2, 3) ພະອົງ​ໄດ້​ຈັດ​ຕັ້ງ​ໃຫ້​ມີ “ພວກ​ໜຶ່ງ​ໄວ້​ສຳລັບ​ນາມ​ຊື່​ແຫ່ງ​ພະອົງ” ເພື່ອ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະອົງ​ເປັນ​ທີ່​ຮູ້ຈັກ​ຕະຫຼອດ​ທົ່ວ​ໂລກ.—ກິດຈະການ 15:14

ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ການ​ນະມັດສະການ​ພະອົງ.

ແທນ​ທີ່​ຈະ​ແບ່ງ​ແຍກ​ຜູ້​ຄົນ ການ​ນະມັດສະການ​ອັນ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ໂຮມ​ເຂົາ​ເຈົ້າ​ເຂົ້າ​ກັນ​ໃນ​ຄວາມ​ຮັກ​ທີ່​ແທ້​ຈິງ. (ໂຢຮັນ 13:35) ໃຜ​ໃນ​ທຸກ​ມື້​ນີ້​ທີ່​ສອນ​ບັນດາ​ຊາຍ​ຍິງ​ໃນ​ທຸກ​ຫົນ​ແຫ່ງ​ກ່ຽວ​ກັບ​ວິທີ​ຮັບໃຊ້​ພະເຈົ້າ​ໃນ​ແບບ​ທີ່​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ? ພວກ​ເຮົາ​ຂໍ​ເຊີນ​ທ່ານ​ໃຫ້​ຊອກ​ຮູ້​ໂດຍ​ທາງ​ຈຸນລະສານ​ນີ້.