ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 1

ພະຍານ​ພະ​ເຢໂຫວາ​ເປັນ​ຄົນ​ແບບ​ໃດ?

ພະຍານ​ພະ​ເຢໂຫວາ​ເປັນ​ຄົນ​ແບບ​ໃດ?

ແດນ​ມາກ

ໄຕ້​ຫ​ວັນ

ເວ​ເນ​ຊູ​ເອນ​ລາ

ອິນເດຍ

ມີ​ພະຍານ​ພະ​ເຢໂຫວາ​ຈັກ​ຄົນ​ທີ່​ທ່ານ​ຮູ້ຈັກ? ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ອາດ​ເປັນ​ເພື່ອນ​ບ້ານ​ຂອງ​ທ່ານ ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ ຫຼື​ເປັນ​ໝູ່​ທີ່​ຮຽນ​ໜັງສື​ຢູ່​ຫ້ອງ​ດຽວ​ກັບ​ທ່ານ ຫຼື​ພວກ​ເຮົາ​ອາດ​ເຄີຍ​ເວົ້າ​ລົມ​ກັບ​ທ່ານ​ເລື່ອງ​ຄຳພີ​ໄບເບິນ. ພວກ​ເຮົາ​ແມ່ນ​ໃຜ​ແທ້ ໆ ແລະ​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ອອກ​ໄປ​ບອກ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຮົາ?

ພວກ​ເຮົາ​ເປັນ​ຄົນ​ທຳມະດາ. ພວກ​ເຮົາ​ມາ​ຈາກ​ຫຼາກ​ຫຼາຍ​ພູມ​ຫຼັງ​ແລະ​ສະພາບການ​ທາງ​ສັງຄົມ​ທີ່​ແຕກຕ່າງ​ກັນ. ພວກ​ເຮົາ​ບາງ​ຄົນ​ແຕ່​ກ່ອນ​ເຄີຍ​ນັບຖື​ສາສະໜາ​ທີ່​ແຕກຕ່າງ​ກັນ ສ່ວນ​ບາງ​ຄົນ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ. ແຕ່​ກ່ອນ​ທີ່​ພວກ​ເຮົາ​ຈະ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ພວກ​ເຮົາ​ທຸກ​ຄົນ​ໃຊ້​ເວລາ​ກວດ​ສອບ​ຄຳ​ສອນ​ຕ່າງ ໆ ໃນ​ຄຳພີ​ໄບເບິນ​ຢ່າງ​ຖີ່​ຖ້ວນ. (ກິດຈະການ 17:11) ພວກ​ເຮົາ​ເຫັນ​ດີ​ກັບ​ສິ່ງ​ທີ່​ໄດ້​ຮຽນ​ຮູ້ ແລະ​ເຮົາ​ເລືອກ​ດ້ວຍ​ຕົວ​ເອງ​ວ່າ​ຈະ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ.

ພວກ​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ສຶກສາ​ຄຳພີ​ໄບເບິນ. ແບບ​ດຽວ​ກັບ​ຄົນ​ອື່ນ ໆ ພວກ​ເຮົາ​ຕ້ອງ​ຮັບ​ມື​ກັບ​ບັນຫາ​ຕ່າງ ໆ ແລະ​ຄວາມ​ອ່ອນແອ​ຂອງ​ຕົວ​ເອງ. ແຕ່​ໂດຍ​ນຳ​ໃຊ້​ຫຼັກ​ການ​ຕ່າງ ໆ ຈາກ​ຄຳພີ​ໄບເບິນ​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ ຄຸນ​ນະ​ພາບ​ຊີວິດ​ຂອງ​ພວກ​ເຮົາ​ກໍ​ມີ​ການ​ປ່ຽນ​ແປງ​ທີ່​ດີ​ຂຶ້ນ. (ຄຳເພງ 128:1, 2) ນັ້ນ​ເປັນ​ເຫດຜົນ​ຢ່າງ​ໜຶ່ງ​ທີ່​ພວກ​ເຮົາ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ດີ​ຕ່າງ ໆ ທີ່​ພວກ​ເຮົາ​ໄດ້​ຮຽນ​ຮູ້​ຈາກ​ຄຳພີ​ໄບເບິນ.

ພວກ​ເຮົາ​ດຳເນີນ​ຊີວິດ​ຕາມ​ຫຼັກ​ສິລະທຳ​ຂອງ​ພະເຈົ້າ. ຫຼັກ​ສິລະທຳ​ເຫຼົ່າ​ນີ້​ທີ່​ຄຳພີ​ໄບເບິນ​ສອນ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ມີ​ຈິດ​ສຳນຶກ​ທີ່​ດີ ແລະ​ມີ​ຄວາມ​ນັບຖື​ຄົນ​ອື່ນ ລວມ​ທັງ​ມີ​ຄຸນ​ລັກສະນະ​ຕ່າງ ໆ ເຊັ່ນ ຄວາມ​ສັດ​ຊື່​ແລະ​ຄວາມ​ກະລຸນາ. ຫຼັກ​ຄຳ​ສອນ​ເຫຼົ່າ​ນີ້​ມີ​ສ່ວນ​ໃນ​ການ​ພັດທະນາ​ສະມາຊິກ​ຂອງ​ສັງຄົມ ແລະ​ສົ່ງເສີມ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ຄອບຄົວ​ແລະ​ເລື່ອງ​ສິລະທຳ. ໂດຍ​ແນ່​ໃຈ​ວ່າ “ພະເຈົ້າ​ບໍ່​ເລືອກ​ໜ້າ​ຄົນ” ພວກ​ເຮົາ​ເປັນ​ສ່ວນ​ໜຶ່ງ​ຂອງ​ສັງຄົມ​ພີ່​ນ້ອງ​ນາ ໆ ຊາດ​ແທ້ ໆ ທີ່​ປາສະຈາກ​ການ​ແບ່ງ​ແຍກ​ດ້ານ​ເຊື້ອ​ຊາດ​ແລະ​ສິ່ງ​ກີດ​ກັ້ນ​ທາງ​ດ້ານ​ການ​ເມືອງ. ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ເປັນ​ຄົນ​ທຳມະດາ ພວກ​ເຮົາ​ປະກອບ​ກັນ​ເປັນ​ກຸ່ມ​ຄົນ​ທີ່​ບໍ່​ຄື​ໃຜ.—ກິດຈະການ 4:13; 10:34, 35

  • ພະຍານ​ພະ​ເຢໂຫວາ​ຄື​ກັບ​ຄົນ​ທົ່ວໄປ​ຄື​ແນວ​ໃດ?

  • ພະຍານ​ພະ​ເຢໂຫວາ​ຮຽນ​ຮູ້​ມາດຕະຖານ​ຫຍັງ​ແດ່​ຈາກ​ຄຳພີ​ໄບເບິນ?