ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 2

ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຖືກ​ເອີ້ນ​ວ່າ​ພະຍານ​ພະ​ເຢໂຫວາ?

ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຖືກ​ເອີ້ນ​ວ່າ​ພະຍານ​ພະ​ເຢໂຫວາ?

ໂນເອ

ອັບລາຫາມ​ແລະ​ຊາລາ

ໂມເຊ

ພະ​ເຍຊູ​ຄລິດ

ຫຼາຍ​ຄົນ​ຄິດ​ວ່າ​ຊື່​ພະຍານ​ພະ​ເຢໂຫວາ​ແມ່ນ​ຊື່​ຂອງ​ສາສະໜາ​ໃໝ່. ແນວ​ໃດ​ກໍ​ຕາມ ຫຼາຍ​ກວ່າ 2.700 ປີ​ມາ​ແລ້ວ ຄຳພີ​ໄບເບິນ​ກ່າວ​ເຖິງ​ບັນດາ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທ່ຽງ​ແທ້​ພຽງ​ແຕ່​ອົງ​ດຽວ​ວ່າ​ເປັນ “ພິຍານ” ຂອງ​ພະອົງ. (ເອຊາອີ 43:10-12) ຈົນ​ຮອດ​ປີ 1931 ພວກ​ເຮົາ​ເປັນ​ທີ່​ຮັບ​ຮູ້​ໃນ​ຊື່​ນັກ​ສຶກສາ​ຄຳພີ​ໄບເບິນ. ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຮັບ​ເອົາ​ຊື່​ພະຍານ​ພະ​ເຢໂຫວາ?

ຊື່​ນີ້​ຊີ້​ບອກ​ເຖິງ​ພະເຈົ້າ​ຂອງ​ເຮົາ. ອີງ​ຕາມ​ສຳເນົາ​ພະ​ຄຳພີ​ທີ່​ເກົ່າ​ແກ່ ຊື່​ຂອງ​ພະເຈົ້າ ເຢໂຫວາ ປາກົດ​ຫຼາຍ​ພັນ​ຄັ້ງ​ໃນ​ຄຳພີ​ໄບເບິນ. ໃນ​ສະບັບ​ແປ​ຫຼາຍ​ສະບັບ ຊື່​ນີ້​ຖືກ​ປ່ຽນ​ແທນ​ດ້ວຍ​ຄຳ​ບອກ​ຕຳແໜ່ງ​ຕ່າງ ໆ ເຊັ່ນ ພະອົງ​ເຈົ້າ​ຫຼື​ພະເຈົ້າ. ຢ່າງ​ໃດ​ກໍ​ຕາມ ພະເຈົ້າ​ອົງ​ທ່ຽງ​ແທ້​ໄດ້​ເຮັດ​ໃຫ້​ໂມເຊ​ຮູ້ຈັກ​ກັບ​ພະອົງ​ດ້ວຍ​ຊື່​ເຢໂຫວາ ໂດຍ​ກ່າວ​ວ່າ: “ນາມ​ຊື່​ຂອງ​ເຮົາ​ແມ່ນ​ດັ່ງ​ນັ້ນ​ຕະຫຼອດ​ໄປ​ເປັນ​ນິດ.” (ອົບພະຍົບ 3:15) ໂດຍ​ວິທີ​ນີ້ ພະອົງ​ແຍກ​ຕົວ​ເອງ​ອອກ​ຈາກ​ພະ​ປອມ​ທັງ​ຫຼາຍ. ພວກ​ເຮົາ​ພູມ​ໃຈ​ທີ່​ໄດ້​ຖື​ເອົາ​ຊື່​ອັນ​ບໍລິສຸດ​ຂອງ​ພະເຈົ້າ.

ຊື່​ນີ້​ອະທິບາຍ​ໜ້າ​ທີ່​ຂອງ​ພວກ​ເຮົາ. ຄົນ​ໃນ​ສະໄໝ​ບູຮານ​ເຊິ່ງ​ນັບ​ຕັ້ງ​ແຕ່​ຊາຍ​ຜູ້​ຊອບທຳ​ທີ່​ຊື່​ວ່າ​ອາເບນ ທີ່​ໄດ້​ເປັນ​ພະຍານ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ໃນ​ພະ​ເຢໂຫວາ. ຕະຫຼອດ​ຫຼາຍ​ສະຕະວັດ ໂນເອ ອັບລາຫາມ ຊາລາ ໂມເຊ ດາວິດ ແລະ​ຄົນ​ອື່ນ ໆ ໄດ້​ເຂົ້າ​ຮ່ວມ​ກັບ “ຝູງ​ພິຍານ” ຝູງ​ໃຫຍ່​ນີ້. (ເຫບເລີ 11:4–12:1) ເຊັ່ນ​ດຽວ​ກັບ​ທີ່​ຄົນ​ຜູ້​ໜຶ່ງ​ອາດ​ເປັນ​ພະຍານ​ໃຫ້​ກັບ​ຄົນ​ບໍລິສຸດ​ຄົນ​ໜຶ່ງ ພວກ​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ເປັນ​ທີ່​ຮັບ​ຮູ້.

ພວກ​ເຮົາ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ພະ​ເຍຊູ. ຄຳພີ​ໄບເບິນ​ເອີ້ນ​ພະ​ເຍຊູ​ວ່າ​ເປັນ “ພິຍານ​ອົງ​ສັດ​ຊື່​ແລະ​ຈິງ.” (ຄຳປາກົດ 3:14) ພະ​ເຍຊູ​ເອງ​ເວົ້າ​ວ່າ​ພະອົງ “ໄດ້​ກະທຳ​ໃຫ້​ນາມ​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ຮູ້ຈັກ” ແລະ​ສືບ​ຕໍ່ “ເປັນ​ພິຍານ​ຝ່າຍ​ຄວາມ​ຈິງ” ກ່ຽວ​ກັບ​ພະເຈົ້າ. (ໂຢຮັນ 17:6; 18:37) ດ້ວຍ​ເຫດ​ນັ້ນ ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພະ​ເຍຊູ​ຈຶ່ງ​ຮັບ​ເອົາ​ຊື່​ເຢໂຫວາ​ແລະ​ເຮັດ​ໃຫ້​ຊື່​ນັ້ນ​ເປັນ​ທີ່​ຮັບ​ຮູ້. ນີ້​ເປັນ​ສິ່ງ​ທີ່​ພະຍານ​ພະ​ເຢໂຫວາ​ກຳລັງ​ພະຍາຍາມ​ເຮັດ.

  • ເປັນ​ຫຍັງ​ນັກ​ສຶກສາ​ຄຳພີ​ໄບເບິນ​ຈຶ່ງ​ຮັບ​ເອົາ​ຊື່​ພະຍານ​ພະ​ເຢໂຫວາ?

  • ພະ​ເຢໂຫວາ​ມີ​ພະຍານ​ຢູ່​ແຜ່ນດິນ​ໂລກ​ດົນ​ປານ​ໃດ​ແລ້ວ?

  • ໃຜ​ຄື​ພະຍານ​ຜູ້​ຍິ່ງໃຫຍ່​ທີ່​ສຸດ​ຂອງ​ພະ​ເຢໂຫວາ?