ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 4

ເປັນ​ຫຍັງ​ຈຶ່ງ​ຈັດ​ພິມ​ຄຳພີ​ໄບເບິນ​ສະບັບ​ທີ່​ມີ​ຊື່​ແປ​ວ່າ​ສະບັບ​ແປ​ໂລກ​ໃໝ່?

ເປັນ​ຫຍັງ​ຈຶ່ງ​ຈັດ​ພິມ​ຄຳພີ​ໄບເບິນ​ສະບັບ​ທີ່​ມີ​ຊື່​ແປ​ວ່າ​ສະບັບ​ແປ​ໂລກ​ໃໝ່?

ກົງ​ໂກ (ກິນ​ຊາ​ຊາ)

ຣູ​ອັນ​ດາ

ຊິ້ນ​ສ່ວນ Symmachus (ຊິ​ມ​ມາ​ຄຸດ​ສ) ຈາກ​ສະຕະວັດ​ທີ​ສາມ​ຫຼື​ທີ​ສີ່​ສາກົນ​ສັກກະຫຼາດ​ເຊິ່ງ​ມີ​ຊື່​ຂອງ​ພະເຈົ້າ​ໃນ​ພາສາ​ເຫບເລີ​ບູຮານ​ຢູ່​ຄຳເພງ 69:31

ເປັນ​ເວລາ​ຫຼາຍ​ທົດສະວັດ​ທີ່​ພະຍານ​ພະ​ເຢໂຫວາ​ໃຊ້ ຈັດ​ພິມ ແລະ​ແຈກ​ຢາຍ​ຄຳພີ​ໄບເບິນ​ທີ່​ມີ​ຫຼາກ​ຫຼາຍ​ສະບັບ​ແປ. ແຕ່​ພວກ​ເຮົາ​ເຫັນ​ວ່າ​ມີ​ຄວາມ​ຈຳເປັນ​ທີ່​ຈະ​ພິມ​ສະບັບ​ແປ​ໃໝ່​ທີ່​ຈະ​ຊ່ວຍ​ຜູ້​ຄົນ​ໃຫ້​ຮຽນ​ຮູ້ ‘ຄວາມ​ຮູ້​ຖ້ອງ​ແທ້​ເລື່ອງ​ຄວາມ​ຈິງ’ ໄດ້​ດີ​ກວ່າ ເຊິ່ງ​ແມ່ນ​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳລັບ​ທຸກ​ຄົນ. (1 ຕີໂມເຕ 2:3, 4) ດັ່ງ​ນັ້ນ ໃນ​ປີ 1950 ພວກ​ເຮົາ​ເລີ່ມ​ພິມ​ບາງ​ສ່ວນ​ຂອງ​ຄຳພີ​ໄບເບິນ​ອອກ​ເປັນ​ພາສາ​ນຳ​ໃຊ້​ໃນ​ປັດຈຸບັນ​ທີ່​ມີ​ຊື່​ແປ​ວ່າ ສະບັບ​ແປ​ໂລກ​ໃໝ່ ເປັນ​ພາສາ​ອັງກິດ. ຄຳພີ​ໄບເບິນ​ສະບັບ​ນີ້​ມີ​ການ​ແປ​ຢ່າງ​ສັດ​ຊື່​ແລະ​ຖືກຕ້ອງ​ໃນ​ຫຼາຍ​ກວ່າ 130 ພາສາ.

ຈຳເປັນ​ຕ້ອງ​ມີ​ຄຳພີ​ໄບເບິນ​ທີ່​ເຂົ້າ​ໃຈ​ງ່າຍ. ພາສາ​ປ່ຽນ​ແປງ​ໄປ​ຕາມ​ການ​ເວລາ ແລະ​ຄຳພີ​ໄບເບິນ​ສະບັບ​ແປ​ຫຼາຍ​ສະບັບ​ມີ​ຄຳ​ເວົ້າ​ທີ່​ບໍ່​ແຈ້ງ​ແລະ​ຫຼ້າ​ສະໄໝ​ເຊິ່ງ​ພາ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄຳພີ​ໄບເບິນ​ທີ່​ເກົ່າ​ແກ່​ເຊິ່ງ​ໃກ້​ຄຽງ​ຫຼາຍ​ກັບ​ຕົ້ນ​ສະບັບ​ເຊິ່ງ​ພາ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄຳພີ​ໄບເບິນ​ໃນ​ພາສາ​ເຫບເລີ ອາຣະເມອິກ ແລະ​ເກັຣກ.

ຈຳເປັນ​ຕ້ອງ​ມີ​ສະບັບ​ແປ​ທີ່​ເປັນ​ຕາມ​ສິ່ງ​ທີ່​ພະເຈົ້າ​ກ່າວ. ແທນ​ທີ່​ຈະ​ລ່ວງ​ລະ ເມີດ​ຕໍ່​ກັບ​ບົດ​ຂຽນ​ທີ່​ໄດ້​ຮັບ​ການ​ດົນ​ບັນດານ​ໃຈ​ຈາກ​ພະເຈົ້າ ຜູ້​ແປ​ຄຳພີ​ໄບເບິນ​ຄວນ​ສັດ​ຊື່​ຕໍ່​ກັບ​ຕົ້ນ​ສະບັບ. ແນວ​ໃດ​ກໍ​ຕາມ ສະບັບ​ແປ​ສ່ວນ​ຫຼາຍ​ບໍ່​ໄດ້​ໃຊ້​ຊື່​ເຢໂຫວາ​ໃນ​ພະ​ຄຳພີ​ບໍລິສຸດ.

ຈຳເປັນ​ຕ້ອງ​ມີ​ຄຳພີ​ໄບເບິນ​ທີ່​ຍົກຍ້ອງ​ຜູ້​ປະພັນ​ປຶ້ມ​ນີ້. (2 ຊາເມືອນ 23:2) ໃນ​ສະບັບ​ແປ​ໂລກ​ໃໝ່ ມີ​ການ​ເອົາ​ຊື່​ຂອງ​ພະ​ເຢໂຫວາ​ມາ​ໃຊ້​ຄືນ​ອີກ​ເຊິ່ງ​ປາກົດ​ຫຼາຍ​ກວ່າ 7.000 ຄັ້ງ​ໃນ​ສຳເນົາ​ຄຳພີ​ໄບເບິນ​ທີ່​ເກົ່າ​ແກ່​ທີ່​ສຸດ ດັ່ງ​ທີ່​ເຫັນ​ໃນ​ຮູບ​ທາງ​ລຸ່ມ​ນີ້. (ຄຳເພງ 83:18) ຈາກ​ຜົນ​ຂອງ​ການ​ພາກ​ພຽນ​ພະຍາຍາມ​ສຶກສາ​ຄົ້ນ​ຄວ້າ​ເປັນ​ເວລາ​ຫຼາຍ​ປີ ຄຳພີ​ໄບເບິນ​ສະບັບ​ນີ້​ເປັນ​ຕາ​ໜ້າ​ອ່ານ​ເພາະ​ຖ່າຍ​ທອດ​ຄວາມ​ຄຶດ​ຂອງ​ພະເຈົ້າ​ໄດ້​ຢ່າງ​ຈະ​ແຈ້ງ. ເຖິງ​ແມ່ນ​ວ່າ​ຈະ​ມີ​ສະບັບ​ແປ​ໂລກ​ໃໝ່ ໃນ​ພາສາ​ຂອງ​ທ່ານ​ຫຼື​ບໍ່​ກໍ​ຕາມ ພວກ​ເຮົາ​ຂໍ​ແນະນຳ​ທ່ານ​ໃຫ້​ອ່ານ​ຄຳພີ​ໄບເບິນ​ທຸກ ໆ ມື້​ຈົນ​ເປັນ​ນິດໄສ.—ໂຢຊວຍ 1:8; ຄຳເພງ 1:2, 3

  • ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຕັດສິນ​ໃຈ​ວ່າ​ຈຳເປັນ​ຕ້ອງ​ມີ​ການ​ແປ​ຄຳພີ​ໄບເບິນ​ໃໝ່?

  • ຜູ້​ທີ່​ຕ້ອງການ​ຮຽນ​ຮູ້​ກ່ຽວ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ​ຄວນ​ຈະ​ເຮັດ​ສິ່ງ​ທີ່​ດີ​ອັນ​ໃດ​ທຸກ ໆ ມື້?