ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 6

ເປັນ​ຫຍັງ​ການ​ຄົບຫາ​ກັບ​ເພື່ອນ​ຄລິດສະຕຽນ​ຈຶ່ງ​ເປັນ​ປະໂຫຍດ​ຕໍ່​ເຮົາ?

ເປັນ​ຫຍັງ​ການ​ຄົບຫາ​ກັບ​ເພື່ອນ​ຄລິດສະຕຽນ​ຈຶ່ງ​ເປັນ​ປະໂຫຍດ​ຕໍ່​ເຮົາ?

ມາດາ​ກາ​ສະ​ກາ

ນອກ​ແວ

ລີ​ບັງ

ອີຕາລີ

ເຖິງ​ແມ່ນ​ວ່າ​ເຮົາ​ຕ້ອງ​ຍ່າງ​ເປັນ​ໄລຍະ​ທາງ​ທີ່​ໄກ ຜ່ານ​ປ່າ​ຕຶບ​ດົງ​ໜາ​ຫຼື​ຝ່າ​ຟັນ​ສະພາບ​ອາກາດ​ທີ່​ຮ້າຍແຮງ ພວກ​ເຮົາ​ກໍ​ຍັງ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ​ເປັນ​ປະຈຳ. ເຖິງ​ແມ່ນ​ວ່າ​ມີ​ສິ່ງ​ທ້າທາຍ​ຕ່າງ ໆ ໃນ​ຊີວິດ​ແລະ​ຮູ້ສຶກ​ອິດ​ເມື່ອຍ​ຫຼັງ​ຈາກ​ທີ່​ເຮັດ​ວຽກ​ໜັກ​ມາ​ໝົດ​ມື້ ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ຈຶ່ງ​ອອກ​ຄວາມ​ພະຍາຍາມ​ເຊັ່ນ​ນັ້ນ​ເພື່ອ​ຄົບຫາ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ?

ການ​ຄົບຫາ​ດີ​ຕໍ່​ສະຫວັດດີພາບ​ຂອງ​ເຮົາ. ໂປໂລ​ຂຽນ​ວ່າ ໃຫ້ “ຄຶດ​ເຖິງ​ກັນ​ແລະ​ກັນ” ນີ້​ເປັນ​ການ​ເວົ້າ​ເຖິງ​ຄົນ​ທີ່​ເຮົາ​ຄົບຫາ​ນຳ​ໃນ​ປະຊາຄົມ. (ເຫບເລີ 10:24) ຖ້ອຍຄຳ​ນີ້​ໝາຍ​ຄວາມ​ວ່າ​ໃຫ້​ຮູ້ຈັກ​ເຊິ່ງ​ກັນ​ແລະ​ກັນ. ດັ່ງ​ນັ້ນ ຖ້ອຍຄຳ​ຂອງ​ທ່ານ​ອັກຄະສາວົກ​ກະຕຸ້ນ​ໃຫ້​ເຮົາ​ທີ່​ຈະ​ຄຳນຶງ​ເຖິງ​ຄົນ​ອື່ນ. ໂດຍ​ການ​ຮູ້ຈັກ​ກັບ​ສະມາຊິກ​ຄົນ​ອື່ນ​ຂອງ​ປະຊາຄົມ ພວກ​ເຮົາ​ຈະ​ເຫັນ​ວ່າ​ເຂົາ​ເຈົ້າ​ບາງ​ຄົນ​ເອົາ​ຊະນະ​ສິ່ງ​ທ້າທາຍ​ຕ່າງ ໆ ຄ້າຍ​ຄື​ກັບ​ທີ່​ເຮົາ​ມີ​ໄດ້​ຢ່າງ​ປະສົບ​ຜົນ​ສຳເລັດ ແລະ​ເຂົາ​ເຈົ້າ​ສາມາດ​ຊ່ວຍ​ເຮົາ​ໃຫ້​ປະສົບ​ຜົນ​ສຳເລັດ​ແບບ​ດຽວ​ກັນ​ນັ້ນ.

ການ​ຄົບຫາ​ເສີມ​ສ້າງ​ມິດຕະພາບ​ທີ່​ແໜ້ນ​ແຟ້ນ. ຢູ່​ທີ່​ການ​ປະຊຸມ ພວກ​ເຮົາ​ເຕົ້າ​ໂຮມ​ກັນ​ບໍ່​ແມ່ນ​ພຽງ​ແຕ່​ໃນ​ນາມ​ຄົນ​ທີ່​ຮູ້ຈັກ​ກັນ​ເທົ່າ​ນັ້ນ ແຕ່​ເປັນ​ແບບ​ໝູ່​ເພື່ອນ​ທີ່​ຮັກ​ແພງ​ກັນ. ໃນ​ໂອກາດ​ອື່ນ ໆ ພວກ​ເຮົາ​ໃຊ້​ເວລາ​ນຳ​ກັນ​ໃນ​ການ​ພັກຜ່ອນ​ຢ່ອນ​ໃຈ​ທີ່​ດີ​ງາມ. ການ​ຄົບຫາ​ເຊັ່ນ​ນັ້ນ​ມີ​ຜົນ​ດີ​ແນວ​ໃດ? ສ້າງ​ໃຫ້​ເຮົາ​ຮູ້​ຄຸນຄ່າ​ກັນ​ແລະ​ກັນ​ຫຼາຍ​ຂຶ້ນ ແລະ​ນັ້ນ​ເສີມ​ສ້າງ​ສາຍ​ສຳພັນ​ແຫ່ງ​ຄວາມ​ຮັກ​ຂອງ​ພວກ​ເຮົາ. ເມື່ອ​ເພື່ອນ​ຂອງ​ເຮົາ​ກຳລັງ​ປະເຊີນ​ກັບ​ບັນຫາ ເຮົາ​ກໍ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ເພາະ​ໄດ້​ມີ​ການ​ສ້າງ​ມິດຕະພາບ​ທີ່​ແໜ້ນ​ແຟ້ນ​ໄວ້​ແລ້ວ. (ສຸພາສິດ 17:17) ໂດຍ​ການ​ຄົບຫາ​ກັບ​ສະມາຊິກ​ທຸກ​ຄົນ​ໃນ​ປະຊາຄົມ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ ‘ຄວາມ​ຫ່ວງໃຍ​ແບບ​ດຽວ​ກັນ​ນັ້ນ​ຕໍ່​ກັນ​ແລະ​ກັນ.’—1 ໂກລິນໂທ 12:25, 26

ເຮົາ​ຂໍ​ສະເໜີ​ໃຫ້​ທ່ານ​ຊອກ​ໝູ່​ຜູ້​ທີ່​ກຳລັງ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ທ່ານ​ຈະ​ພົບ​ໝູ່​ເຊັ່ນ​ນັ້ນ​ໃນ​ທ່າມກາງ​ພະຍານ​ພະ​ເຢໂຫວາ. ຂໍ​ຢ່າ​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ຖ່ວງ​ດຶງ​ທ່ານ​ໄວ້​ຈາກ​ການ​ຄົບຫາ​ກັບ​ພວກ​ເຮົາ.

  • ເປັນ​ຫຍັງ​ການ​ຄົບຫາ​ກັນ​ຢູ່​ການ​ປະຊຸມ​ຕ່າງ ໆ ຈຶ່ງ​ເປັນ​ປະໂຫຍດ​ຕໍ່​ເຮົາ?

  • ເມື່ອ​ໃດ​ທີ່​ທ່ານ​ຢາກ​ຮູ້ຈັກ​ກັບ​ປະຊາຄົມ​ຂອງ​ພວກ​ເຮົາ?