ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 7

ການ​ປະຊຸມ​ຂອງ​ພວກ​ເຮົາ​ເປັນ​ແນວ​ໃດ?

ການ​ປະຊຸມ​ຂອງ​ພວກ​ເຮົາ​ເປັນ​ແນວ​ໃດ?

ນູ​ແວ​ນ​ເຊ​ລັງ (ນິວ​ຊີ​ແລນ)

ຍີ່ປຸ່ນ

ອູ​ກັນ​ດາ

ລິດ​ຕົວ​ນີ

ການ​ປະຊຸມ​ຕ່າງ ໆ ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ສ່ວນ​ຫຼາຍ​ປະກອບ​ດ້ວຍ​ການ​ຮ້ອງ​ເພງ ການ​ອະທິດຖານ ການ​ອ່ານ​ແລະ​ການ​ພິຈາລະນາ​ພະ​ຄຳພີ ນັ້ນ​ຄື​ບໍ່​ມີ​ພິທີ​ກຳ​ຫຍັງ​ເລີຍ. (1 ໂກລິນໂທ 14:26) ທ່ານ​ສາມາດ​ຄາດ​ໝາຍ​ສິ່ງ​ທີ່​ຄ້າຍ ໆ ກັນ​ນີ້​ຢູ່​ການ​ປະຊຸມ​ຂອງ​ພວກ​ເຮົາ.

ການ​ສອນ​ທີ່​ໃຊ້​ຄຳພີ​ໄບເບິນ​ເປັນ​ຫຼັກ​ແລະ​ເອົາ​ໄປ​ໃຊ້​ໄດ້​ແທ້. ຕາມ​ປົກກະຕິ​ໃນ​ວັນ​ເສົາ​ຫຼື​ວັນ​ອາທິດ ແຕ່​ລະ​ປະຊາຄົມ​ປະຊຸມ​ກັນ 30 ນາທີ ເພື່ອ​ຟັງ​ຄຳ​ບັນລະຍາຍ​ສາທາລະນະ ເຊິ່ງ​ສ່ອງ​ແສງ​ເຖິງ​ວິທີ​ທີ່​ພະ​ຄຳພີ​ກ່ຽວ​ຂ້ອງ​ກັບ​ຊີວິດ​ຂອງ​ເຮົາ​ແລະ​ສະໄໝ​ທີ່​ເຮົາ​ພວມ​ມີ​ຊີວິດ​ຢູ່. ມີ​ການ​ກະຕຸ້ນ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ອ່ານ​ຕິດ​ຕາມ​ໃນ​ຄຳພີ​ໄບເບິນ​ຂອງ​ຕົນ​ເອງ. ຫຼັງ​ຈາກ​ຄຳ​ບັນລະຍາຍ ມີ​ການ​ສຶກສາ “ຫໍສັງເກດການ” ໜຶ່ງ​ຊົ່ວ​ໂມງ ເຊິ່ງ​ມີ​ການ​ເຊີນ​ໃຫ້​ສະມາຊິກ​ຂອງ​ປະຊາຄົມ​ປະກອບ​ສ່ວນ​ໃນ​ການ​ພິຈາລະນາ​ບົດ​ຄວາມ​ໜຶ່ງ​ໃນ​ຫໍສັງເກດການ. ການ​ພິຈາລະນາ​ແບບ​ນີ້​ຊ່ວຍ​ພວກ​ເຮົາ​ໃຫ້​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ. ມີ​ການ​ສຶກສາ​ບົດ​ຄວາມ​ດຽວ​ກັນ​ນີ້​ໃນ​ຫຼາຍ​ກວ່າ 110.000 ປະຊາຄົມ​ທົ່ວ​ໂລກ.

ພວກ​ເຮົາ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃຫ້​ປັບ​ປຸງ​ທັກສະ​ໃນ​ການ​ສອນ. ພວກ​ເຮົາ​ຍັງ​ປະຊຸມ​ກັນ​ໃນ​ຕອນ​ແລງ​ຂອງ​ວັນ​ອື່ນ​ໃນ​ລະຫວ່າງ​ອາທິດ​ສຳລັບ​ອີກ​ສາມ​ລາຍການ. ໃນ​ຫົວ​ຂໍ້​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້ ເຊິ່ງ​ອາໄສ​ເນື້ອ​ໃນ​ຈາກ​ຊີວິດ​ແລະ​ວຽກ​ຮັບໃຊ້ຄູ່​ມື​ການ​ປະຊຸມ​ທີ່​ອອກ​ເປັນ​ລາຍ​ເດືອນ. ສ່ວນ​ທຳອິດ​ຂອງ​ການ​ປະຊຸມ​ແມ່ນ​ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຄຸ້ນ​ເຄີຍ​ກັບ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ທີ່​ປະຊາຄົມ​ໄດ້​ອ່ານ​ລ່ວງ​ໜ້າ. ຈາກ​ນັ້ນ​ແມ່ນ​ສ່ວນ​ສິ່ງ​ທີ່​ເຈົ້າ​ຈະ​ນຳ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ​ເຊິ່ງ​ລວມ​ມີ​ການ​ສາທິດ​ວິທີ​ທີ່​ຈະ​ເວົ້າ​ເລື່ອງ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ. ຜູ້​ໃຫ້​ຄຳ​ແນະນຳ​ຈະ​ໃຫ້​ຂໍ້​ຄິດ​ເຫັນ​ເພື່ອ​ຊ່ວຍ​ພວກ​ເຮົາ​ໃຫ້​ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ອ່ານ​ແລະ​ການ​ເວົ້າ. (1 ຕີໂມເຕ 4:13) ສ່ວນ​ສຸດ​ທ້າຍ​ແມ່ນ​ຊີວິດ​ຄລິດສະຕຽນ​ຈະ​ເວົ້າ​ເຖິງ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ໃຊ້​ໄດ້​ຈິງ​ໃນ​ຊີວິດ​ປະຈຳ​ວັນ. ໃນ​ສ່ວນ​ນີ້​ລວມ​ເຖິງ​ການ​ຖາມ-ຕອບ​ເຊິ່ງ​ຊ່ວຍ​ພວກ​ເຮົາ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃນ​ຄຳພີ​ໄບເບິນ.

ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງ ໆ ຂອງ​ພວກ​ເຮົາ ແນ່ນອນ​ວ່າ​ທ່ານ​ຈະ​ປະທັບ​ໃຈ​ກັບ​ຄຸນ​ນະ​ພາບ​ຂອງ​ການ​ສຶກສາ​ຄຳພີ​ໄບເບິນ.—ເອຊາອີ 54:13

  • ທ່ານ​ຄາດ​ໝາຍ​ວ່າ​ຈະ​ໄດ້​ຟັງ​ຫຍັງ​ແດ່​ຢູ່​ທີ່​ການ​ປະຊຸມ​ຕ່າງ ໆ ຂອງ​ພະຍານ​ພະ​ເຢໂຫວາ?

  • ການ​ປະຊຸມ​ປະຈຳ​ອາທິດ​ສ່ວນ​ໃດ​ທີ່​ທ່ານ​ຢາກ​ເຂົ້າ​ຮ່ວມ​ໃນ​ເທື່ອ​ໜ້າ?