ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 10

ການ​ນະມັດສະການ​ປະຈຳ​ຄອບຄົວ​ແມ່ນ​ຫຍັງ?

ການ​ນະມັດສະການ​ປະຈຳ​ຄອບຄົວ​ແມ່ນ​ຫຍັງ?

ເກົາ​ຫຼີ​ໃຕ້

ເບຣຊີນ

ອົດສະຕຣາລີ

ກີ​ເນ

ນັບ​ຕັ້ງ​ແຕ່​ສະໄໝ​ບູຮານ ພະ​ເຢໂຫວາ​ຕ້ອງການ​ໃຫ້​ແຕ່​ລະ​ຄອບຄົວ​ໃຊ້​ເວລາ​ນຳ​ກັນ​ເພື່ອ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ໃຫ້​ເຂັ້ມແຂງ ແລະ​ເພື່ອ​ໃຫ້​ຄອບຄົວ​ແໜ້ນ​ແຟ້ນ. (ພະບັນຍັດ 6:6, 7) ດ້ວຍ​ເຫດ​ນັ້ນ​ພະຍານ​ພະ​ເຢໂຫວາ​ຈຶ່ງ​ຈັດ​ເວລາ​ໄວ້​ໃນ​ແຕ່​ລະ​ອາທິດ​ເພື່ອ​ຄອບຄົວ​ຈະ​ນະມັດສະການ​ຮ່ວມ​ກັນ ເຊິ່ງ​ເປັນ​ການ​ພິຈາລະນາ​ເລື່ອງ​ຕ່າງ ໆ ທາງ​ດ້ານ​ຄວາມ​ເຊື່ອ​ທີ່​ເໝາະ​ກັບ​ຄວາມ​ຈຳເປັນ​ຂອງ​ເຂົາ​ເຈົ້າ​ໃນ​ບັນຍາກາດ​ທີ່​ຜ່ອນຄາຍ. ເຖິງ​ແມ່ນ​ວ່າ​ທ່ານ​ຢູ່​ຄົນ​ດຽວ ການ​ເຮັດ​ເຊັ່ນ​ນັ້ນ​ຖື​ເປັນ​ການ​ໃຊ້​ເວລາ​ທີ່​ຄຸ້ມ​ຄ່າ​ກັບ​ພະເຈົ້າ​ໃນ​ການ​ສຶກສາ​ຄຳພີ​ໄບເບິນ​ໃນ​ຫົວ​ຂໍ້​ທີ່​ເລືອກ​ເອົາ​ເອງ.

ເປັນ​ເວລາ​ທີ່​ຈະ​ເຂົ້າ​ໃກ້​ຊິດ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ. “ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ​ແລະ​ພະອົງ​ຈະ​ຫຍັບ​ເຂົ້າ​ມາ​ໃກ້​ທ່ານ​ທັງ​ຫຼາຍ.” (ຢາໂກໂບ 4:8) ເຮົາ​ຮູ້ຈັກ​ພະ​ເຢໂຫວາ​ດີ​ຂຶ້ນ​ເມື່ອ​ເຮົາ​ຮຽນ​ຮູ້​ລາຍ​ລະອຽດ​ຕ່າງ ໆ ກ່ຽວ​ກັບ​ຄຸນ​ລັກສະນະ​ແລະ​ການ​ກະທຳ​ຕ່າງ ໆ ຂອງ​ພະອົງ​ໂດຍ​ທາງ​ຖ້ອຍຄຳ​ຂອງ​ພະອົງ​ທີ່​ມີ​ການ​ບັນທຶກ​ໄວ້. ວິທີ​ງ່າຍ ໆ ທີ່​ຈະ​ເລີ່ມ​ຕົ້ນ​ການ​ນະມັດສະການ​ປະຈຳ​ຄອບຄົວ​ແມ່ນ​ການ​ໃຊ້​ເວລາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ​ດ້ວຍ​ການ​ອ່ານ​ອອກ​ສຽງ ບາງ​ທີ​ໂດຍ​ຕິດ​ຕາມ​ຕາ​ລະ​ລາງ​ການ​ອ່ານ​ປະຈຳ​ອາທິດ​ສຳລັບ​​ການ​ປະຊຸມ​ຊີວິດ​ແລະ​ວຽກ​ຮັບໃຊ້. ອາດ​ມອບ​ໝາຍ​ໃຫ້​ສະມາຊິກ​ແຕ່​ລະ​ຄົນ​ໃນ​ຄອບຄົວ​ອ່ານ​ບາງ​ສ່ວນ ແລະ​ຈາກ​ນັ້ນ​ໃຫ້​ທຸກ​ຄົນ​ເວົ້າ​ເຖິງ​ຈຸດ​ທີ່​ໄດ້​ຈາກ​ພະ​ຄຳພີ.

ເປັນ​ເວລາ​ທີ່​ສະມາຊິກ​ຄອບຄົວ​ຈະ​ເຂົ້າ​ໃກ້​ຊິດ​ກັນ​ໃຫ້​ຫຼາຍ​ຂຶ້ນ. ຜົວ​ແລະ​ເມຍ ລວມ​ທັງ​ພໍ່​ແມ່​ແລະ​ລູກ​ເສີມ​ສ້າງ​ສາຍ​ສຳພັນ​ຕໍ່​ກັນ​ແລະ​ກັນ​ເມື່ອ​ສຶກສາ​ຄຳພີ​ໄບເບິນ​ແບບ​ເປັນ​ຄອບຄົວ. ນັ້ນ​ຄວນ​ເປັນ​ເວລາ​ທີ່​ສະຫງົບ ມ່ວນ​ຊື່ນ ແລະ​ເປັນ​ສິ່ງ​ທີ່​ທຸກ​ຄົນ​ໃນ​ຄອບຄົວ​ລໍ​ຄອຍ​ໃນ​ແຕ່​ລະ​ອາທິດ. ຂຶ້ນ​ກັບ​ອາຍຸ​ຂອງ​ລູກ ພໍ່​ແມ່​ສາມາດ​ເລືອກ​ເອົາ​ຫົວ​ຂໍ້​ທີ່​ນຳ​ໄປ​ປະຕິບັດ​ໄດ້​ແທ້​ມາ​ພິຈາລະນາ ບາງ​ທີ​ໂດຍ​ໃຊ້​ບົດ​ຄວາມ​ພິເສດ​ຈາກ​ຫໍສັງເກດການ ແລະ​ຕື່ນ​ເຖີດ! ຫຼື​ຈາກ​ເວັບໄຊ​ຂອງ​ເຮົາ jw.org. ທ່ານ​ສາມາດ​ເວົ້າ​ກ່ຽວ​ກັບ​ບັນຫາ​ໃດ​ໜຶ່ງ​ທີ່​ລູກ​ປະເຊີນ​ຢູ່​ໂຮງ​ຮຽນ ແລະ​ວິທີ​ຮັບ​ມື​ກັບ​ບັນຫາ​ນັ້ນ. ທ່ານ​ສາມາດ​ເບິ່ງ​ລາຍ​ການ​ໂທລະທັດ​ຂອງ JW ແລະ​ລົມ​ກັນ​ກ່ຽວກັບ​ສິ່ງ​ທີ່​ໄດ້​ເບິ່ງ. ທ່ານ​ອາດ​ມ່ວນ​ຊື່ນ​ກັບ​ການ​ຝຶກ​ຊ້ອມ​ຮ້ອງ​ເພງ​ທີ່​ຈະ​ຮ້ອງ​ຢູ່​ການ​ປະຊຸມ ແລະ​ກິນ​ອາຫານ​ວ່າງ​ນຳ​ກັນ​ພາຍ​ຫຼັງ​ການ​ນະມັດສະການ​ປະຈຳ​ຄອບຄົວ.

ເວລາ​ພິເສດ​ແບບ​ນີ້​ທີ່​ໃຊ້​ໃນ​ແຕ່​ລະ​ອາທິດ​ເພື່ອ​ນະມັດສະການ​ພະ​ເຢໂຫວາ​ນຳ​ກັນ​ຈະ​ຊ່ວຍ​ທຸກ​ຄົນ​ໃນ​ຄອບຄົວ​ໃຫ້​ພົບ​ກັບ​ຄວາມ​ຍິນດີ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ຄຳພີ​ໄບເບິນ ແລະ​ພະອົງ​ຈະ​ອວຍ​ພອນ​ຢ່າງ​ລົ້ນ​ເຫຼືອ​ໃນ​ຄວາມ​ພະຍາຍາມ​ຂອງ​ທ່ານ.—ຄຳເພງ 1:1-3

  • ເປັນ​ຫຍັງ​ເຮົາ​ຈຶ່ງ​ຈັດ​ເວລາ​ໄວ້​ສຳລັບ​ການ​ນະມັດສະການ​ປະຈຳ​ຄອບຄົວ?

  • ພໍ່​ແມ່​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ໂອກາດ​ນີ້​ເປັນ​ຕາ​ໜ້າ​ເພີດເພີນ​ສຳລັບ​ທຸກ​ຄົນ​ໃນ​ຄອບຄົວ?