ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 13

ໄພໂອເນຍ​ແມ່ນ​ຫຍັງ?

ໄພໂອເນຍ​ແມ່ນ​ຫຍັງ?

ການາດາ

ຕາມ​ບ້ານ​ເຮືອນ

ການ​ສຶກສາ​ຄຳພີ​ໄບເບິນ

ການ​ສຶກສາ​ສ່ວນ​ຕົວ

ຄຳ​ວ່າ “ໄພໂອເນຍ” ສ່ວນ​ຫຼາຍ​ໝາຍ​ເຖິງ​ຜູ້​ທີ່​ບຸກ​ເບີກ​ເຂດ​ໃໝ່​ແລະ​ເປີດ​ທາງ​ໄວ້​ໃຫ້​ຜູ້​ອື່ນ​ຕິດ​ຕາມ. ພະ​ເຍຊູ​ເປັນ​ຄ້າຍ​ຄື​ກັບ​ໄພໂອເນຍ ຖືກ​ສົ່ງ​ມາ​ແຜ່ນດິນ​ໂລກ​ເພື່ອ​ເຮັດ​ໜ້າ​ທີ່​ສະລະ​ຊີວິດ​ຂອງ​ຕົນ​ເອງ​ແລະ​ເປີດ​ໂອກາດ​ໃຫ້​ມະນຸດ​ຮັບ​ຄວາມ​ລອດ. (ມັດທາຍ 20:28) ໃນ​ທຸກ​ມື້​ນີ້ ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ກຳລັງ​ຮຽນ​ແບບ​ພະອົງ​ໂດຍ​ໃຊ້​ເວລາ​ຫຼາຍ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ໃນ​ການ “ກະທຳ . . . (ໃຫ້) ເປັນ​ລູກ​ສິດ.” (ມັດທາຍ 28:19, 20) ບາງ​ຄົນ​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ທີ່​ເອີ້ນ​ວ່າ​ການ​ຮັບໃຊ້​ເປັນ​ໄພໂອເນຍ.

ໄພໂອເນຍ​ແມ່ນ​ຜູ້​ປະກາດ​ເຕັມ​ເວລາ. ພະຍານ​ພະ​ເຢໂຫວາ​ໝົດ​ທຸກ​ຄົນ​ເປັນ​ຜູ້​ປະກາດ​ຂ່າວ​ດີ. ແຕ່​ບາງ​ຄົນ​ໄດ້​ຈັດ​ຮູບ​ແບບ​ຊີວິດ​ຂອງ​ຕົນ​ເພື່ອ​ສາມາດ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ ເຊິ່ງ​ໃຊ້​ເວລາ 70 ຊົ່ວ​ໂມງ​ໃນ​ແຕ່​ລະ​ເດືອນ​ເພື່ອ​ການ​ປະກາດ. ເພື່ອ​ເຮັດ​ແບບ​ນີ້​ໄດ້ ຫຼາຍ​ຄົນ​ເຮັດ​ວຽກ​ຫາ​ລ້ຽງ​ຊີບ​ແບບ​ບໍ່​ເຕັມ​ເວລາ. ສ່ວນ​ຄົນ​ອື່ນ ໆ ເລືອກ​ທີ່​ຈະ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ ໃນ​ເຂດ​ທີ່​ມີ​ຄວາມ​ຕ້ອງການ​ຜູ້​ປະກາດ​ເລື່ອງ​ລາຊະອານາຈັກ​ຫຼາຍ​ກວ່າ ໂດຍ​ໃຊ້​ເວລາ 130 ຊົ່ວ​ໂມງ​ຫຼື​ຫຼາຍ​ກວ່າ​ນັ້ນ​ໃນ​ການ​ປະກາດ​ແຕ່​ລະ​ເດືອນ. ໄພໂອເນຍ​ພໍ​ໃຈ​ກັບ​ການ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ໂດຍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ສະໜອງ​ສິ່ງ​ທີ່​ຈຳເປັນ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. (ມັດທາຍ 6:31-33; 1 ຕີໂມເຕ 6:6-8) ສ່ວນ​ຜູ້​ທີ່​ບໍ່​ສາມາດ​ເປັນ​ໄພໂອເນຍ​ເຕັມ​ເວລາ​ໄດ້ ກໍ​ອາດ​ຮັບໃຊ້​ເປັນ​ໄພໂອເນຍ​ສົມທົບ ເມື່ອ​ສາມາດ​ເຮັດ​ໄດ້ ໂດຍ​ເພີ່ມ​ເວລາ​ປະກາດ​ໃຫ້​ໄດ້ 30 ຫຼື 50 ຊົ່ວ​ໂມງ​ຕໍ່​ເດືອນ.

ໄພໂອເນຍ​ຖືກ​ກະຕຸ້ນ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ແລະ​ຕໍ່​ຄົນ​ອື່ນ. ເຊັ່ນ​ດຽວ​ກັບ​ພະ​ເຍຊູ ໃນ​ທຸກ​ມື້​ນີ້​ພວກ​ເຮົາ​ສັງເກດ​ເຫັນ​ວ່າ​ຫຼາຍ​ຄົນ​ຕ້ອງການ​ຢາກ​ຮູ້​ກ່ຽວ​ກັບ​ພະເຈົ້າ​ແລະ​ຈຸດ​ປະສົງ​ຂອງ​ພະອົງ. (ມາລະໂກ 6:34) ພວກ​ເຮົາ​ມີ​ຄວາມ​ຮູ້​ທີ່​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ໃນ​ເວລາ​ນີ້ ເຊິ່ງ​ເປັນ​ການ​ໃຫ້​ຄວາມ​ຫວັງ​ອັນ​ແໜ້ນ​ແກ່ນ​ສຳລັບ​ອະນາຄົດ. ຄວາມ​ຮັກ​ທີ່​ມີ​ຕໍ່​ເພື່ອນ​ບ້ານ​ກະຕຸ້ນ​ໄພໂອເນຍ​ໃຫ້​ໃຊ້​ເວລາ​ແລະ​ກຳລັງ​ວັງ​ຊາ​ຂອງ​ຕົນ​ຢ່າງ​ໃຈ​ກວ້າງ​ໃນ​ການ​ຊ່ວຍ​ຄົນ​ອື່ນ ໆ ໃຫ້​ຮູ້ຈັກ​ຂ່າວ​ດີ. (ມັດທາຍ 22:39; 1 ເທຊະໂລນີກ 2:8) ຜົນ​ກໍ​ຄື ໄພໂອເນຍ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ ເຂົ້າ​ໃກ້​ຊິດ​ພະເຈົ້າ​ຫຼາຍ​ຂຶ້ນ ແລະ​ປະສົບ​ກັບ​ຄວາມ​ຍິນດີ​ຢ່າງ​ຫຼວງ​ຫຼາຍ.—ກິດຈະການ 20:35

  • ທ່ານ​ຈະ​ພັນລະນາ​ໄພໂອເນຍ​ວ່າ​ແນວ​ໃດ?

  • ສິ່ງ​ໃດ​ທີ່​ກະຕຸ້ນ​ບາງ​ຄົນ​ໃຫ້​ເປັນ​ໄພໂອເນຍ​ເຕັມ​ເວລາ?