ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 14

ມີ​ໂຮງ​ຮຽນ​ໃດ​ແດ່​ທີ່​ເປີດ​ໄວ້​ສຳລັບ​ຜູ້​ທີ່​ເປັນ​ໄພໂອເນຍ?

ມີ​ໂຮງ​ຮຽນ​ໃດ​ແດ່​ທີ່​ເປີດ​ໄວ້​ສຳລັບ​ຜູ້​ທີ່​ເປັນ​ໄພໂອເນຍ?

ສະຫະລັດ​ອາ​ເມຣິ​ກາ

ໂຮງ​ຮຽນ​ກິລຽດ​ຢູ່ ແພັດເຕີສັນ ເມືອງ​ນິວຢອກ

ປາ​ນາ​ມາ

ລັກສະນະ​ເດັ່ນ​ຂອງ​ພະຍານ​ພະ​ເຢໂຫວາ​ແມ່ນ​ມີ​ການ​ສຶກສາ​ຕາມ​ລະບອບ​ການ​ຂອງ​ພະເຈົ້າ​ມາ​ດົນ​ແລ້ວ. ໂຮງ​ຮຽນ​ທີ່​ພິເສດ​ນີ້​ຈັດ​ໄວ້​ສຳລັບ​ຜູ້​ທີ່​ໄດ້​ອຸທິດ​ຕົວ​ເພື່ອ​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ແບບ​ເຕັມ​ເວລາ ເພື່ອ​ເຂົາ​ເຈົ້າ​ຈະ ‘ເຮັດ​ວຽກ​ງານ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ.’—2 ຕີໂມເຕ 4:5

ໂຮງ​ຮຽນ​ການ​ຮັບໃຊ້​ສຳລັບ​ໄພໂອເນຍ. ເມື່ອ​ພີ່​ນ້ອງ​ຊາຍ​ຫຼື​ຍິງ​ຮັບໃຊ້​ເຕັມ​ເວລາ​ປະເພດ​ໄພໂອເນຍ​ປະຈຳ​ຮອດ​ໜຶ່ງ​ປີ​ແລ້ວ ເຂົາ​ເຈົ້າ​ກໍ​ສາມາດ​ສະໝັກ​ເຂົ້າ​ໂຮງ​ຮຽນ​ນີ້​ໄດ້​ເຊິ່ງ​ອາດ​ຈະ​ຈັດ​ຂຶ້ນ​ໃກ້ ໆ ກັບ​ຫໍ​ປະຊຸມ​ລາຊະອານາຈັກ​ແລະ​ໃຊ້​ເວລາ​ຮຽນ​ເປັນ​ເວລາ​ຫົກ​ວັນ. ໂຮງ​ຮຽນ​ນີ້​ຈັດ​ຂຶ້ນ​ເພື່ອ​ຊ່ວຍ​ໄພໂອເນຍ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເກີດ​ຜົນ​ແລະ​ຮັບໃຊ້​ຢ່າງ​ສັດ​ຊື່​ຕໍ່ ໆ ໄປ.

ໂຮງ​ຮຽນ​ສຳລັບ​ຜູ້​ເຜີຍ​ແພ່​ເລື່ອງ​ລາຊະອານາຈັກ. ໂຮງ​ຮຽນ​ນີ້​ຈະ​ດຳເນີນ​ເປັນ​ເວລາ​ສອງ​ເດືອນ​ແລະ​ຈັດ​ຂຶ້ນ​ເພື່ອ​ຝຶກ​ໄພໂອເນຍ​ທີ່​ເກີດ​ຜົນ​ເຊິ່ງ​ເຕັມ​ໃຈ​ທີ່​ຈະ​ຈາກ​ບ້ານ​ເກີດ​ຂອງ​ຕົນ​ເພື່ອ​ໄປ​ຮັບໃຊ້​ໃນ​ບ່ອນ​ທີ່​ຂາດ​ເຂີນ​ຜູ້​ປະກາດ. ໂດຍ​ການ​ຮຽນ​ແບບ​ພະ​ເຍຊູ​ຄລິດ​ຜູ້​ເຜີຍ​ແພ່​ຜູ້​ຍິ່ງໃຫຍ່​ທີ່​ສຸດ​ເຊິ່ງ​ເຄີຍ​ຮັບໃຊ້​ທີ່​ແຜ່ນດິນ​ໂລກ ໃນ​ຄວາມ​ເປັນ​ຈິງ​ເຂົາ​ເຈົ້າ​ກຳລັງ​ບອກ​ວ່າ “ຂ້າ​ນ້ອຍ​ຢູ່​ທີ່​ນີ້ ເຊີນ​ພະອົງ​ໃຊ້​ຂ້າ​ນ້ອຍ​ໄປ.” (ເອຊາອີ 6:8; ໂຢຮັນ 7:29) ການ​ທີ່​ຈາກ​ບ້ານ​ເກີດ​ໄປ​ກໍ​ຈຳເປັນ​ຕ້ອງ​ໄດ້​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ມາດຕະຖານ​ການ​ເປັນ​ຢູ່​ໃນ​ແບບ​ທີ່​ຮຽບ​ງ່າຍ ລວມ​ເຖິງ​ວັດທະນາ​ທຳ ສະພາບ​ອາກາດ ແລະ​ອາຫານ​ເຊິ່ງ​ອາດ​ແຕກຕ່າງ​ກັນ​ຢ່າງ​ສິ້ນ​ເຊີງ​ຈາກ​ສິ່ງ​ທີ່​ຕົນ​ຄຸ້ນ​ເຄີຍ. ອາດ​ຈຳເປັນ​ຕ້ອງ​ໄດ້​ຮຽນ​ພາສາ​ໃໝ່. ໂຮງ​ຮຽນ​ນີ້​ຈະ​ຊ່ວຍ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ຍັງ​ໂສດ​ແລະ​ຄູ່​ຜົວ​ເມຍ​ເຊິ່ງ​ມີ​ອາຍຸ​ຕັ້ງ​ແຕ່ 23 ເຖິງ 65 ປີ ໃຫ້​ພັດທະນາ​ຄຸນສົມບັດ​ທີ່​ຈຳເປັນ​ໃນ​ງານ​ມອບ​ໝາຍ​ແລະ​ໃຫ້​ມີ​ທັກສະ​ຫຼາຍ​ຂຶ້ນ​ເພື່ອ​ພ້ອມ​ທີ່​ຈະ​ເຮັດ​ວຽກ​ຂອງ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ​ຢ່າງ​ເຕັມທີ.

ໂຮງ​ຮຽນ​ວັອດທາວເວີ​ແຫ່ງ​ກີລຽດ. ໃນ​ພາສາ​ເຫັບ​ເລີ​ຄຳ​ວ່າ “ກີລຽດ” ໝາຍ​ເຖິງ “ກອງ​ພະຍານ.” ໂຮງ​ຮຽນ​ກີລຽດ​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ປີ 1943 ນັບ​ຕັ້ງ​ແຕ່​ນັ້ນ​ມາ​ຈຶ່ງ​ມີ​ນັກ​ຮຽນ​ຈົບ​ຈາກ​ສຶກສາ​ນີ້​ຫຼາຍ​ກວ່າ 8.000 ຄົນ ທີ່​ຖືກ​ສົ່ງ​ອອກ​ໄປ​ໃນ​ຖານະ​ເປັນ​ມິດຊັນນາລີ​ເພື່ອ​ເຮັດ​ວຽກ​ປະກາດ​ໃຫ້​ສຳເລັດ “ຈົນ​ເຖິງ​ທີ່​ສຸດ​ແຜ່ນດິນ​ໂລກ.” (ກິດຈະການ 13:47) ຕົວ​ຢາງ​ເຊັ່ນ ເມື່ອ​ຜູ້​ທີ່​ຈົບ​ການ​ສຶກສາ​ຈາກ​ໂຮງ​ຮຽນ​ນີ້​ໄປ​ທີ່​ປະເທດ ເປຣູ ຕອນ​ນັ້ນ​ຍັງ​ບໍ່​ທັນ​ມີ​ປະຊາຄົມ ແຕ່​ໃນ​ທຸກ​ມື້​ນີ້​ມີ​ຫຼາຍ​ກວ່າ 1.000 ປະຊາຄົມ. ເມື່ອ​ມິດຊັນນາລີ​ເລີ່ມ​ເຂົ້າ​ມາ​ຮັບໃຊ້​ໃນ​ປະເທດ​ຍີ່ປຸ່ນ ຕອນ​ນັ້ນ​ທົ່ວ​ປະເທດ​ມີ​ພະຍານ​ພຽງ​ແຕ່​ສິບ​ກວ່າ​ຄົນ ພໍ​ເຖິງ​ທຸກ​ມື້​ນີ້​ມີ​ຫຼາຍ​ກວ່າ 200.000 ຄົນ. ຫຼັກ​ສູດ​ກີລຽດ​ດຳເນີນ​ເປັນ​ເວລາ 5 ເດືອນ​ເຊິ່ງ​ຈະ​ມີ​ການ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ຖີ່​ຖ້ວນ. ຈະ​ມີ​ການ​ເຊີນ​ຜູ້​ທີ່​ຮັບໃຊ້​ປະເພດ​ໄພໂອເນຍ​ພິເສດ ຫຼື​ມິດຊັນນາລີ​ໃນ​ເຂດ​ມອບ​ໝາຍ​ປະກາດ ຜູ້​ຮັບໃຊ້​ໃນ​ສຳນັກງານ​ສາຂາ ຜູ້​ດູ​ແລ​ໝວດ ໃຫ້​ເຂົ້າ​ຮ່ວມ​ໃນ​ໂຮງ​ຮຽນ​ນີ້​ເພື່ອ​ຈະ​ຮັບ​ການ​ຝຶກ​ອົບຮົມ​ຢ່າງ​ລະອຽດ​ເພື່ອ​ຈະ​ເຮັດ​ໃຫ້​ວຽກ​ງານ​ທົ່ວ​ໂລກ​ມີ​ຄວາມ​ໝັ້ນ​ຄົງ​ແລະ​ເພີ່ມ​ທະວີ​ຂຶ້ນ.

  • ໂຮງ​ຮຽນ​ການ​ຮັບໃຊ້​ສຳລັບ​ໄພໂອເນຍ​ມີ​ໄວ້​ເພື່ອ​ເຮັດ​ໃຫ້​ສິ່ງ​ໃດ​ສຳເລັດ?

  • ໂຮງ​ຮຽນ​ສຳລັບ​ຜູ້​ເຜີຍ​ແພ່​ເລື່ອງ​ລາຊະອານາຈັກ​ມີ​ໄວ້​ສຳລັບ​ຜູ້​ຮັບໃຊ້​ປະເພດ​ໃດ​ແດ່?