ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 17

ຜູ້​ດູ​ແລ​ໝວດ​ຊ່ວຍ​ເຫຼືອ​ເຮົາ​ແນວ​ໃດ?

ຜູ້​ດູ​ແລ​ໝວດ​ຊ່ວຍ​ເຫຼືອ​ເຮົາ​ແນວ​ໃດ?

ມາລາ​ວີ

ການ​ປະຊຸມ​ກ່ອນ​ອອກ​ປະກາດ

ການ​ປະກາດ

ການ​ປະຊຸມ​ຜູ້​ເຖົ້າ​ແກ່

ພະ​ຄຳພີ​ພາກ​ພາສາ​ເກັຣກ​ກ່າວ​ເຖິງ​ບານາບາ​ແລະ​ອັກຄະສາວົກ​ໂປໂລ​ເລື້ອຍ ໆ. ຊາຍ​ສອງ​ຄົນ​ນີ້​ຮັບໃຊ້​ໃນ​ຖານະ​ເປັນ​ຜູ້​ດູ​ແລ​ໝວດ ຢ້ຽມ​ຢາມ​ປະຊາຄົມ​ຕ່າງ ໆ ໃນ​ສະໄໝ​ສະຕະວັດ​ທຳອິດ. ເປັນ​ຫຍັງ​ຈຶ່ງ​ໄປ​ຢ້ຽມ​ຢາມ? ເຂົາ​ເຈົ້າ​ເປັນ​ຫ່ວງ​ຢ່າງ​ແທ້​ຈິງ​ຕໍ່​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ. ໂປໂລ​ກ່າວ​ວ່າ​ລາວ​ຢາກ “ຫຼົບ​ໄປ​ຢາມ​ພີ່​ນ້ອງ​ທັງ​ຫຼາຍ” ເພື່ອ​ເບິ່ງ​ວ່າ​ເຂົາ​ເຈົ້າ​ເປັນ​ແນວ​ໃດ. ລາວ​ເຕັມ​ໃຈ​ເດີນ​ທາງ​ຫຼາຍ​ຮ້ອຍ​ກິໂລແມັດ​ເພື່ອ​ໄປ​ແລະ​ເສີມ​ກຳລັງ​ພີ່​ນ້ອງ. (ກິດຈະການ 15:36) ນັ້ນ​ຄື​ຄວາມ​ປາຖະໜາ​ທີ່​ຜູ້​ດູ​ແລ​ໝວດ​ຂອງ​ເຮົາ​ມີ​ໃນ​ທຸກ​ມື້​ນີ້.

ເຂົາ​ເຈົ້າ​ມາ​ເພື່ອ​ໜູນ​ກຳລັງ​ໃຈ​ພວກ​ເຮົາ. ປີ​ລະ​ສອງ​ຄັ້ງ ຜູ້​ດູ​ແລ​ໝວດ​ແຕ່​ລະ​ຄົນ​ຢ້ຽມ​ຢາມ​ປະມານ 20 ປະຊາຄົມ ແລະ​ໃຊ້​ເວລາ​ອາທິດ​ໜຶ່ງ​ກັບ​ແຕ່​ລະ​ປະຊາຄົມ. ພວກ​ເຮົາ​ສາມາດ​ໄດ້​ຮັບ​ປະໂຫຍດ​ຢ່າງ​ຫຼວງ​ຫຼາຍ​ຈາກ​ປະສົບການ​ຂອງ​ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້ ແລະ​ຖ້າ​ເຂົາ​ເຈົ້າ​ແຕ່ງ​ດອງ ພວກ​ເຮົາ​ກໍ​ຈະ​ໄດ້​ປະສົບການ​ຈາກ​ເມຍ​ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ. ຜູ້​ດູ​ແລ​ໝວດ​ແລະ​ເມຍ​ພະຍາຍາມ​ທີ່​ຈະ​ຮູ້ຈັກ​ກັບ​ທັງ​ຄົນ​ໜຸ່ມ​ແລະ​ຄົນ​ສູງ​ອາຍຸ ແລະ​ເຂົາ​ເຈົ້າ​ປະສົງ​ຢ່າງ​ຍິ່ງ​ທີ່​ຈະ​ໄປ​ກັບ​ພວກ​ເຮົາ​ໃນ​ງານ​ປະກາດ​ແລະ​ໃນ​ການ​ສຶກສາ​ຄຳພີ​ໄບເບິນ. ຜູ້​ດູ​ແລ​ເຫຼົ່າ​ນີ້​ເຮັດ​ການ​ບຳລຸງ​ລ້ຽງ​ຮ່ວມ​ກັບ​ຜູ້​ເຖົ້າ​ແກ່ ແລະ​ຍັງ​ໃຫ້​ຄຳ​ບັນລະຍາຍ​ຢູ່​ການ​ປະຊຸມ​ປະຈຳ​ປະຊາຄົມ​ແລະ​ໃນ​ການ​ປະຊຸມ​ໃຫຍ່​ເຊິ່ງ​ໜູນ​ກຳລັງ​ໃຈ​ແລະ​ເຮັດ​ໃຫ້​ເຮົາ​ເຂັ້ມແຂງ.—ກິດຈະການ 15:35

ເຂົາ​ເຈົ້າ​ສົນ​ໃຈ​ໃນ​ທຸກ​ຄົນ. ຜູ້​ດູ​ແລ​ໝວດ​ສົນ​ໃຈ​ຢ່າງ​ຍິ່ງ​ໃນ​ສຳພັນທະພາບ​ຂອງ​ປະຊາຄົມ​ກັບ​ພະ​ເຢໂຫວາ. ຜູ້​ດູ​ແລ​ໝວດ​ປະຊຸມ​ກັບ​ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້​ເພື່ອ​ເບິ່ງ​ຄວາມ​ກ້າວ​ໜ້າ​ແລະ​ໃຫ້​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ໃນ​ການ​ຮັບ​ມື​ກັບ​ຄວາມ​ຮັບ​ຜິດ​ຊອບ​ຕ່າງ ໆ. ເຂົາ​ເຈົ້າ​ຊ່ວຍ​ໄພໂອເນຍ​ໃຫ້​ປະສົບ​ຜົນ​ສຳເລັດ​ໃນ​ວຽກ​ຮັບໃຊ້​ຂອງ​ຕົນ ແລະ​ເຂົາ​ເຈົ້າ​ຍິນດີ​ທີ່​ໄດ້​ຮູ້ຈັກ​ກັບ​ສະມາຊິກ​ໃໝ່​ຂອງ​ປະຊາຄົມ​ແລະ​ຮັບ​ຮູ້​ເຖິງ​ຄວາມ​ກ້າວ​ໜ້າ​ໃນ​ການ​ສຶກສາ​ພະ​ຄຳພີ​ຂອງ​ຄົນ​ເຫຼົ່າ​ນັ້ນ. ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ແຕ່​ລະ​ຄົນ​ເສຍ​ສະລະ​ຕົວ​ເອງ​ໃນ​ຖານະ “ເປັນ​ເພື່ອນ​ກະທຳ​ການ​ດ້ວຍ​ກັນ​ສຳລັບ [ປະໂຫຍດ​ຂອງ​ເຮົາ].” (2 ໂກລິນໂທ 8:23) ພວກ​ເຮົາ​ຄວນ​ຮຽນ​ແບບ​ໃນ​ຄວາມ​ເຊື່ອ​ແລະ​ຄວາມ​ເຫຼື້ອມ​ໃສ​ຕໍ່​ພະເຈົ້າ​ຂອງ​ເຂົາ​ເຈົ້າ.—ເຫບເລີ 13:7

  • ຜູ້​ດູ​ແລ​ໝວດ​ໄປ​ຢ້ຽມ​ຢາມ​ປະຊາຄົມ​ຕ່າງ ໆ ເພື່ອ​ຈຸດ​ປະສົງ​ຫຍັງ?

  • ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຢ້ຽມ​ຢາມ​ຂອງ​ເຂົາ​ເຈົ້າ​ແນວ​ໃດ?