ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 19

ໃຜເປັນ​ຂ້າ​ໃຊ້​ທີ່​ສັດ​ຊື່​ແລະ​ສຸຂຸມ?

ໃຜເປັນ​ຂ້າ​ໃຊ້​ທີ່​ສັດ​ຊື່​ແລະ​ສຸຂຸມ?

ພວກ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ

ບໍ່​ດົນ​ກ່ອນ​ຈະ​ສິ້ນ​ຊີວິດ ພະ​ເຍຊູ​ໄດ້​ເວົ້າ​ລົມ​ເປັນ​ສ່ວນ​ຕົວ​ກັບ​ສາວົກ​ຂອງ​ພະອົງ​ສີ່​ຄົນ ນັ້ນ​ຄື ເປໂຕ ຢາໂກໂບ ໂຢຮັນ ແລະ​ອັນດະເລອາ. ເມື່ອ​ພະ​ເຍຊູ​ກຳລັງ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ສັນຍະລັກ​ຂອງ​ການ​ປະທັບ​ຂອງ​ພະອົງ​ໃນ​ສະໄໝ​ສຸດ​ທ້າຍ ພະອົງ​ຍົກ​ຄຳຖາມ​ສຳຄັນ​ທີ່​ວ່າ: “ຜູ້​ໃດ​ຈຶ່ງ​ເປັນ​ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [ສຸຂຸມ] ທີ່​ເຈົ້ານາຍ​ແຫ່ງ​ຕົນ​ໄດ້​ຕັ້ງ​ໄວ້​ເທິງ​ພວກ​ຂ້າ​ໃຊ້​ໃນ​ເຮືອນ​ຂອງ​ທ່ານ​ເພື່ອ​ຈະ​ແຈກ​ປັນ​ອາຫານ​ໃຫ້​ແກ່​ເຂົາ​ໃນ​ເວລາ​ກຳນົດ?” (ມັດທາຍ 24:3, 45; ມາລະໂກ 13:3, 4) ພະ​ເຍຊູ​ຮັບຮອງ​ກັບ​ສາວົກ​ຂອງ​ພະອົງ​ວ່າ ໃນ​ຖານະ​ເປັນ “ນາຍ” ພະອົງ​ຈະ​ແຕ່ງ​ຕັ້ງ​ຜູ້​ທີ່​ຈະ​ຈັດ​ກຽມ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຢ່າງ​ສະໝ່ຳ​ສະເໝີ​ໃຫ້​ກັບ​ພວກ​ລູກ​ສິດ​ຂອງ​ພະອົງ​ໃນ​ລະຫວ່າງ​ສະໄໝ​ສຸດ​ທ້າຍ. ໃຜ​ຈະ​ປະກອບ​ກັນ​ເປັນ​ຂ້າ​ໃຊ້?

ເຂົາ​ເຈົ້າ​ເປັນ​ລູກ​ສິດ​ຂອງ​ພະ​ເຍຊູ​ເຊິ່ງ​ເປັນ​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍ​ກຸ່ມ​ໜຶ່ງ. “ຂ້າ​ໃຊ້” ແມ່ນ​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ. ເຂົາ​ເຈົ້າ​ແຈກ​ຢາຍ​ຄວາມ​ຮູ້​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ຄື​ກັບ​ອາຫານ​ທີ່​ໃຫ້​ຕາມ​ເວລາ​ກັບ​ຜູ້​ທີ່​ນະມັດສະການ​ພະ​ເຢໂຫວາ. ເຮົາ​ຕ້ອງ​ອາໄສ​ຂ້າ​ໃຊ້​ຫຼື​ທາດ​ທີ່​ສັດ​ຊື່​ກຸ່ມ​ນີ້​ເພື່ອ​ຈະ​ໄດ້​ຮັບ ‘ອາຫານ ຢ່າງ​ພຽງ​ພໍ​ຕາມ​ເວລາ​ກຳນົດ.’—ລືກາ 12:42

ເຂົາ​ເຈົ້າ​ເບິ່ງ​ແຍງ​ຄອບຄົວ​ຂອງ​ພະເຈົ້າ. (1 ຕີໂມເຕ 3:15) ພະ​ເຍຊູ​ມອບ​ໝາຍ​ຄວາມ​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ໃຫ້​ກັບ​ຂ້າ​ໃຊ້​ໃນ​ການ​ເບິ່ງ​ແຍງ​ວຽກ​ງານ​ຂອງ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ແຜ່ນດິນ​ໂລກ ນັ້ນ​ຄື ເບິ່ງ​ແຍງ​ຊັບ​ສົມບັດ​ທາງ​ດ້ານ​ວັດຖຸ ຊີ້​ນຳ​ວຽກ​ງານ​ການ​ປະກາດ ແລະ​ສອນ​ພວກ​ເຮົາ​ໂດຍ​ທາງ​ປະຊາຄົມ. ດັ່ງ​ນັ້ນ ‘ຂ້າ​ໃຊ້​ທີ່​ສັດ​ຊື່​ແລະ​ສຸຂຸມ’ ໄດ້​ຈັດ​ກຽມ​ສິ່ງ​ທີ່​ເຮົາ​ຈຳເປັນ​ໃນ​ຍາມ​ທີ່​ຈຳເປັນ ນັ້ນ​ຄື​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ໂດຍ​ທາງ​ໜັງສື​ຕ່າງ ໆ ທີ່​ເຮົາ​ໃຊ້​ໃນ​ວຽກ​ງານ​ການ​ປະກາດ ແລະ​ໂດຍ​ທາງ​ລາຍການ​ທີ່​ສະເໜີ​ໃນ​ການ​ປະຊຸມ​ປະຈຳ​ອາທິດ​ແລະ​ການ​ປະຊຸມ​ໃຫຍ່.

ຂ້າ​ໃຊ້​ສັດ​ຊື່ ຕໍ່​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແລະ​ຕໍ່​ກັບ​ການ​ມອບ​ໝາຍ​ໃນ​ການ​ປະກາດ​ຂ່າວ​ດີ ຂ້າ​ໃຊ້​ສຸຂຸມ ກ່ຽວ​ກັບ​ວິທີ​ທີ່​ເຂົາ​ເຈົ້າ​ເອົາໃຈໃສ່​ຢ່າງ​ສຸຂຸມ​ຕໍ່​ກັບ​ຜົນ​ປະໂຫຍດ​ຕ່າງ ໆ ຂອງ​ພະ​ຄລິດ​ຢູ່​ແຜ່ນດິນ​ໂລກ. (ກິດຈະການ 10:42) ພະ​ເຢໂຫວາ​ຊັກ​ຈູງ​ຜູ້​ຄົນ​ຫຼາຍ​ຂຶ້ນ​ໃຫ້​ມາ​ເປັນ​ພະຍານ​ຂອງ​ພະອົງ​ແລະ​ຊ່ວຍ​ຂ້າ​ໃຊ້​ທີ່​ສັດ​ຊື່​ແລະ​ສຸຂຸມ​ໃຫ້​ສະໜອງ​ຄວາມ​ຮູ້​ກ່ຽວ​ກັບ​ພະອົງ​ຢ່າງ​ມາກ​ມາຍ.—ເອຊາອີ 60:22; 65:13

  • ໃຜ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ພະ​ເຍຊູ​ໃຫ້​ລ້ຽງ​ພວກ​ລູກ​ສິດ​ຂອງ​ພະອົງ​ໃນ​ເລື່ອງ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ?

  • ຂ້າ​ໃຊ້​ຫຼື​ທາດ​ນີ້​ສັດ​ຊື່​ແລະ​ສຸຂຸມ​ແນວ​ໃດ​ແດ່?