ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 20

ຄະນະ​ກຳມະການ​ປົກຄອງ​ເຮັດ​ວຽກ​ແນວ​ໃດ​ໃນ​ທຸກ​ມື້​ນີ້

ຄະນະ​ກຳມະການ​ປົກຄອງ​ເຮັດ​ວຽກ​ແນວ​ໃດ​ໃນ​ທຸກ​ມື້​ນີ້

ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳອິດ

ອ່ານ​ຈົດ​ໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ

ໃນ​ສະຕະວັດ​ທຳອິດ ກຸ່ມ​ຄົນ​ນ້ອຍ ໆ ທີ່​ປະກອບ​ດ້ວຍ “ພວກ​ລາຊະທູດ [ອັກຄະສາວົກ] ແລະ​ຜູ້​ເຖົ້າ​ແກ່​ທັງ​ຫຼາຍ​ທີ່​ເມືອງ​ເຢຣຶຊາເລມ” ປະກອບ​ເປັນ​ຄະນະ​ກຳມະການ​ປົກຄອງ​ເພື່ອ​ເຮັດ​ການ​ຕັດສິນ​ໃຈ​ທີ່​ສຳຄັນ​ແທນ​ປະຊາຄົມ​ຄລິດສະຕຽນ​ທັງ​ໝົດ​ທີ່​ໄດ້​ຮັບ​ການ​ເຈີມ. (ກິດຈະການ 15:2) ເຂົາ​ເຈົ້າ​ເຮັດ​ການ​ຕັດສິນ​ໃຈ​ຢ່າງ​ເປັນ​ເອກະພາບ​ກັນ​ໄດ້​ໂດຍ​ການ​ປຶກສາ​ຫາ​ລື​ກັນ​ຕາມ​ສິ່ງ​ທີ່​ພະ​ຄຳພີ​ກ່າວ​ແລະ​ຕິດ​ຕາມ​ການ​ຊີ້​ນຳ​ຈາກ​ພະ​ວິນຍານ​ຂອງ​ພະເຈົ້າ. (ກິດຈະການ 15:25) ດັ່ງ​ນັ້ນ ໃນ​ທຸກ​ວັນ​ນີ້​ກໍ​ໄດ້​ເຮັດ​ແບບ​ດຽວ​ກັນ​ນັ້ນ.

ພະເຈົ້າ​ກຳລັງ​ໃຊ້​ຄະນະ​ກຳມະການ​ປົກຄອງ​ເພື່ອ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ. ພີ່​ນ້ອງ​ຊາຍ​ທີ່​ຖືກ​ເຈີມ​ເຊິ່ງ​ຮັບໃຊ້​ໃນ​ຄະນະ​ກຳມະການ​ປົກຄອງ​ມີ​ຄວາມ​ສົນ​ໃຈ​ຢ່າງ​ຈິງ​ຈັງ​ໃນ​ສິ່ງ​ທີ່​ພະເຈົ້າ​ບອກ​ໄວ້ ແລະ​ມີ​ປະສົບການ​ຫຼາຍ​ໃນ​ການ​ຈັດການ​ກັບ​ເລື່ອງ​ຕ່າງ ໆ ທົ່ວໄປ​ແລະ​ຕອບ​ຄຳຖາມ​ກ່ຽວ​ກັບ​ຄວາມ​ເຊື່ອ​ທາງ​ສາສະໜາ. ຄະນະ​ກຳມະການ​ປົກຄອງ​ປະຊຸມ​ກັນ​ທຸກ​ອາທິດ​ເພື່ອ​ພິຈາລະນາ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃນ​ທົ່ວ​ໂລກ. ເຊັ່ນ​ດຽວ​ກັບ​ໃນ​ສະຕະວັດ​ທຳອິດ ມີ​ການ​ສະໜອງ​ຄຳ​ແນະນຳ​ທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ​ຜ່ານ​ທາງ​ຈົດ​ໝາຍ​ຕ່າງ ໆ ຫຼື​ທາງ​ຜູ້​ດູ​ແລ​ເດີນ​ທາງ​ຫຼື​ທາງ​ອື່ນ ໆ. ການ​ເຮັດ​ແນວ​ນີ້​ເປັນ​ການ​ສົ່ງເສີມ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ດ້ານ​ຄວາມ​ຄິດ​ແລະ​ການ​ກະທຳ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ. (ກິດຈະການ 16:4, 5) ຄະນະ​ກຳມະການ​ປົກຄອງ​ເບິ່ງ​ແຍງ​ດູ​ແລ​ການ​ກະ​ກຽມ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ສະໜັບສະໜູນ​ທຸກ​ຄົນ​ຈັດ​ວຽກ​ງານ​ການ​ປະກາດ​ໃຫ້​ເປັນ​ວຽກ​ຫຼັກ ແລະ​ເບິ່ງ​ແຍງ​ການ​ແຕ່ງ​ຕັ້ງ​ພີ່​ນ້ອງ​ຊາຍ​ໃນ​ການ​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ.

ຄະນະ​ກຳມະການ​ປົກຄອງ​ຕອບ​ຮັບ​ການ​ຊີ້​ນຳ​ຈາກ​ພະ​ວິນຍານ​ຂອງ​ພະເຈົ້າ. ຄະນະ​ກຳມະການ​ປົກຄອງ​ເພິ່ງ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ເຊິ່ງ​ເປັນ​ຜູ້​ມີ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ເອກະພົບ ແລະ​ພະ​ເຍຊູ​ເຊິ່ງ​ເປັນ​ປະມຸກ​ຂອງ​ປະຊາຄົມ. (1 ໂກລິນໂທ 11:3; ເອເຟດ 5:23) ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ​ບໍ່​ຖື​ວ່າ​ຕົນ​ເອງ​ເປັນ​ຫົວ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ພ້ອມ​ທັງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທັງ​ໝົດ​ຕິດ​ຕາມ “ລູກ​ແກະ [ພະ​ເຍຊູ] ສະເດັດ​ໄປ​ທາງ​ໃດ ຄົນ​ທັງ​ຫຼາຍ​ນີ້​ກໍ​ຕາມ​ພະອົງ​ໄປ​ທາງ​ນັ້ນ.” (ຄຳປາກົດ 14:4) ຄະນະ​ກຳມະການ​ປົກຄອງ​ຮູ້​ຄຸນຄ່າ​ເມື່ອ​ພວກ​ເຮົາ​ອະທິດຖານ​ສຳລັບ​ເຂົາ​ເຈົ້າ​ແລະ​ວຽກ​ງານ​ຂອງ​ເຂົາ​ເຈົ້າ.

  • ໃນ​ສະຕະວັດ​ທຳອິດ ມີ​ໃຜ​ແດ່​ທີ່​ຮ່ວມ​ຢູ່​ໃນ​ຄະນະ​ກຳມະການ​ປົກຄອງ?

  • ໃນ​ທຸກ​ມື້​ນີ້ ຄະນະ​ກຳມະການ​ປົກຄອງ​ສະແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພະເຈົ້າ​ແນວ​ໃດ?