ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 21

ເບເທນ​ແມ່ນ​ຫຍັງ?

ເບເທນ​ແມ່ນ​ຫຍັງ?

ພະແນກ​ສິລະປະ ສະຫະລັດ​ອາ​ເມຣິ​ກາ

ເຢຍລະມັນ

ເກນ​ຢາ

ໂກ​ລົມ​ບີ

ເບເທນ ຊື່​ໃນ​ພາສາ​ເຫບເລີ​ໝາຍ​ຄວາມ​ວ່າ “ວິຫານ​ຂອງ​ພະເຈົ້າ.” (ຕົ້ນເດີມ 28:17, 19) ເບເທນ​ເປັນ​ຊື່​ທີ່​ເໝາະ​ສົມ​ສຳລັບ​ອາຄານ​ຕ່າງ ໆ ທີ່​ພະຍານ​ພະ​ເຢໂຫວາ​ສ້າງ​ຂຶ້ນ​ທົ່ວ​ໂລກ ເຊິ່ງ​ເປັນ​ບ່ອນ​ທີ່​ຊີ້​ນຳ​ແລະ​ສະໜັບສະໜູນ​ວຽກ​ງານ​ການ​ປະກາດ. ຄະນະ​ກຳມະການ​ປົກຄອງ​ຮັບໃຊ້​ຢູ່​ສຳນັກງານ​ໃຫຍ່​ໃນ​ລັດ​ນິວຢອກ ສະຫະລັດ​ອາ​ເມຣິ​ກາ ແລະ​ຈາກ​ທີ່​ນັ້ນ​ຄະນະ​ກຳມະການ​ປົກຄອງ​ໄດ້​ເບິ່ງ​ແຍງ​ວຽກ​ງານ​ຂອງ​ສຳນັກງານ​ສາຂາ​ໃນ​ຫຼາຍ​ປະເທດ. ໃນ​ຖານະ​ເປັນ​ກຸ່ມ ຜູ້​ທີ່​ຮັບໃຊ້​ໃນ​ສຳນັກງານ​ສາຂາ​ເຫຼົ່າ​ນີ້​ເປັນ​ທີ່​ຮູ້ຈັກ​ໃນ​ນາມ​ຄອບຄົວ​ເບເທນ. ຄື​ກັບ​ຄອບຄົວ ເຂົາ​ເຈົ້າ​ອາໄສ​ແລະ​ເຮັດ​ວຽກ​ຮ່ວມ​ກັນ ກິນ​ເຂົ້າ​ນຳ​ກັນ ແລະ​ສຶກສາ​ຄຳພີ​ໄບເບິນ​ນຳ​ກັນ​ດ້ວຍ​ຄວາມ​ສາມັກຄີ.—ຄຳເພງ 133:1

ເບເທນ​ເປັນ​ບ່ອນ​ພິເສດ​ເຊິ່ງ​ສະມາຊິກ​ຄອບຄົວ​ນັ້ນ​ໄດ້​ເສຍ​ສະລະ​ຕົວ​ເອງ. ຢູ່​ທຸກ ໆ ເບເທນ ມີ​ຄລິດສະຕຽນ​ຊາຍ​ຍິງ​ເຊິ່ງ​ອຸທິດ​ຕົວ​ທີ່​ຈະ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ແລະ​ຮັບໃຊ້​ເຕັມ​ເວລາ​ເພື່ອ​ຜົນ​ປະໂຫຍດ​ຂອງ​ລາຊະອານາຈັກ. (ມັດທາຍ 6:33) ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ​ຫຼື​ເງິນ​ເດືອນ ແຕ່​ມີ​ການ​ຈັດ​ຫ້ອງ​ພັກ​ອາໄສ​ພ້ອມ​ດ້ວຍ​ອາຫານ​ແລະ​ເງິນ​ເບ້ຍ​ລ້ຽງ​ໃຫ້​ທຸກ​ຄົນ​ເພື່ອ​ຊ່ວຍ​ສຳລັບ​ຄ່າ​ໃຊ້​ຈ່າຍ​ສ່ວນ​ຕົວ. ທຸກ​ຄົນ​ຢູ່​ເບເທນ​ໄດ້​ຮັບ​ມອບ​ໝາຍ​ວຽກ​ໃຫ້​ເຮັດ ບໍ່​ວ່າ​ຈະ​ເຮັດ​ວຽກ​ຢູ່​ໃນ​ຫ້ອງ​ການ ໃນ​ເຮືອນ​ຄົວ ຫຼື​ໃນ​ຫ້ອງ​ກິນ​ເຂົ້າ. ບາງ​ຄົນ​ເຮັດ​ວຽກ​ໃນ​ພະແນກ​ພິມ​ຫຼື​ພະແນກ​ຫຍິບ​ປົກ​ປຶ້ມ ຫຼື​ເຮັດ​ວຽກ​ອະນາໄມ ຊັກ​ເຄື່ອງ ສ້ອມ​ແປງ ຫຼື​ວຽກ​ອື່ນ ໆ.

ເບເທນ​ເປັນ​ບ່ອນ​ທີ່​ມີ​ຫຼາຍ​ໜ້າ​ວຽກ​ເຊິ່ງ​ສະໜັບສະໜູນ​ວຽກ​ງານ​ການ​ປະກາດ​ລາຊະອານາຈັກ. ຈຸດ​ປະສົງ​ຫຼັກ​ຂອງ​ທຸກ ໆ ເບເທນ​ແມ່ນ​ເຮັດ​ໃຫ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ອອກ​ໄປ​ສູ່​ຫຼາຍ​ຄົນ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້. ຈຸນລະສານ​ນີ້​ເປັນ​ຕົວຢ່າງ​ໜຶ່ງ​ຂອງ​ວຽກ​ງານ​ນັ້ນ. ຈຸນລະສານ​ນີ້​ຖືກ​ຂຽນ​ພາຍ​ໃຕ້​ການ​ດູ​ແລ​ຂອງ​ຄະນະ​ກຳມະການ​ປົກຄອງ ແລ້ວ​ສົ່ງ​ຜ່ານ​ທາງ​ລະບົບ​ຄອມພິວເຕີ​ໃຫ້​ກັບ​ກຸ່ມ​ການ​ແປ​ຫຼາຍ​ຮ້ອຍ​ກຸ່ມ​ທົ່ວ​ໂລກ ຈາກ​ນັ້ນ​ກໍ​ພິມ​ດ້ວຍ​ຈັກ​ພິມ​ທີ່​ມີ​ຄວາມ​ໄວ​ສູງ​ໃນ​ໂຮງ​ພິມ​ຫຼາຍ​ແຫ່ງ​ຢູ່​ເບເທນ ແລະ​ສົ່ງ​ໄປ​ໃຫ້​ຫຼາຍ​ກວ່າ 110.000 ປະຊາຄົມ. ໃນ​ທຸກ​ວຽກ​ງານ ຄອບຄົວ​ເບເທນ​ໃຫ້​ການ​ປະກອບ​ສ່ວນ​ທີ່​ສຳຄັນ​ຕໍ່​ກັບ​ວຽກ​ມອບ​ໝາຍ​ທັງ​ໝົດ​ເຊິ່ງ​ຮີບ​ດ່ວນ​ທີ່​ສຸດ ແມ່ນ​ວຽກ​ການ​ປະກາດ​ຂ່າວ​ດີ.—ມາລະໂກ 13:10

  • ໃຜ​ທີ່​ຮັບໃຊ້​ຢູ່​ເບເທນ ແລະ​ມີ​ການ​ເບິ່ງ​ແຍງ​ເຂົາ​ເຈົ້າ​ແນວ​ໃດ?

  • ວຽກ​ຮີບ​ດ່ວນ​ອັນ​ໃດ​ທີ່​ໄດ້​ຮັບ​ການ​ປະກອບ​ສ່ວນ​ຈາກ​ວຽກ​ງານ​ຂອງ​ແຕ່​ລະ​ເບເທນ?