ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 24

ວຽກ​ງານ​ທົ່ວ​ໂລກ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ຊຸກ​ຍູ້​ທາງ​ດ້ານ​ການ​ເງິນ​ຄື​ແນວ​ໃດ?

ວຽກ​ງານ​ທົ່ວ​ໂລກ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ຊຸກ​ຍູ້​ທາງ​ດ້ານ​ການ​ເງິນ​ຄື​ແນວ​ໃດ?

ເນ​ປານ

ໂຕ​ໂກ

ອັງກິດ

ທຸກ ໆ ປີ​ອົງການ​ຂອງ​ພວກ​ເຮົາ​ຜະລິດ​ແລະ​ແຈກ​ຢາຍ​ຄຳພີ​ໄບເບິນ​ອອກ​ຫຼາຍ​ຮ້ອຍ​ລ້ານ​ເຫຼັ້ມ​ພ້ອມ​ທັງ​ວາລະສານ​ອື່ນ ໆ ໂດຍ​ບໍ່​ໄດ້​ຄິດ​ລາຄາ. ພວກ​ເຮົາ​ສ້າງ​ແລະ​ບຳລຸງ​ຮັກສາ​ຫໍ​ປະຊຸມ​ແລະ​ສຳນັກງານ​ສາຂາ. ພວກ​ເຮົາ​ດູ​ແລ​ເບິ່ງ​ແຍງ​ສະມາຊິກ​ເບເທນ​ແລະ​ມິ​ຊັນ​ນາ​ລີ​ຫຼາຍ​ພັນ​ຄົນ ແລະ​ພວກ​ເຮົາ​ສະໜອງ​ເຄື່ອງ​ຊ່ວຍ​ເຫຼືອ​ໃນ​ຍາມ​ທີ່​ມີ​ໄພ​ພິບັດ. ດັ່ງ​ນັ້ນ ທ່ານ​ອາດ​ສົງໄສ​ວ່າ ‘ທັງ​ໝົດ​ນີ້​ໄດ້​ຮັບ​ການ​ຊຸກ​ຍູ້​ທາງ​ດ້ານ​ການ​ເງິນ​ຄື​ແນວ​ໃດ?’

ພວກ​ເຮົາ​ບໍ່​ໄດ້​ເສຍ​ໜຶ່ງ​ສ່ວນ​ສິບ​ຂອງ​ລາຍ​ໄດ້ ເສຍ​ຄ່າ​ສະມາຊິກ ຫຼື​ແຜ່​ເງິນ. ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ມີ​ຄ່າ​ໃຊ້​ຈ່າຍ​ສູງ​ຫຼາຍ​ໃນ​ການ​ສົ່ງເສີມ​ວຽກ​ງານ​ການ​ປະກາດ ແຕ່​ພວກ​ເຮົາ​ບໍ່​ໄດ້​ຮຽກ​ຮ້ອງ​ເອົາ​ເງິນ. ຫຼາຍ​ກວ່າ​ໜຶ່ງ​ສະຕະວັດ​ມາ​ແລ້ວ ວາລະສານ​ຫໍສັງເກດການ ສະບັບ​ທີ​ສອງ​ກ່າວ​ວ່າ ພວກ​ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຊຸກ​ຍູ້​ພວກ​ເຮົາ ແລະ​ພວກ​ເຮົາ “ຈະ​ບໍ່​ເຄີຍ​ຂໍຮ້ອງ​ຫຼື​ຮຽກ​ຮ້ອງ​ມະນຸດ​ເພື່ອ​ໃຫ້​ການ​ສະໜັບສະໜູນ” ແລະ​ພວກ​ເຮົາ​ກໍ​ບໍ່​ເຄີຍ​ເຮັດ.—ມັດທາຍ 10:8

ວຽກ​ງານ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ຊຸກ​ຍູ້​ໂດຍ​ເງິນ​ບໍລິຈາກ​ດ້ວຍ​ໃຈ​ສະໝັກ. ຫຼາຍ​ຄົນ​ຮູ້​ຄຸນຄ່າ​ວຽກ​ງານ​ການ​ສຶກສາ​ຄຳພີ​ໄບເບິນ​ຂອງ​ພວກ​ເຮົາ​ແລະ​ບໍລິຈາກ​ເງິນ​ເພື່ອ​ວຽກ​ນີ້. ພະຍານ​ພະ​ເຢໂຫວາ​ເອງ​ຍິນດີ​ບໍລິຈາກ​ເວລາ ກຳລັງ​ວັງ​ຊາ ເງິນ​ຄຳ ແລະ​ຊັບພະຍາກອນ​ອື່ນ ໆ ໃນ​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ຢູ່​ທົ່ວ​ໂລກ. (1 ຂ່າວຄາວ 29:9) ຢູ່​ຫໍ​ປະຊຸມ​ແລະ​ການ​ປະຊຸມ​ໃຫຍ່ ແລະ​ການ​ປະຊຸມ​ພາກ​ມີ​ກ່ອງ​ບໍລິຈາກ​ສຳລັບ​ຄົນ​ທີ່​ຢາກ​ບໍລິຈາກ​ ແລະ​ບາງ​ຄົນ​ກໍ​ບໍລິຈາກ​ຜ່ານ​ທາງ​ເວັບ​ໄຊ​ jw.org. ສ່ວນ​ໃຫຍ່​ຂອງ​ເງິນ​ທີ່​ບໍລິຈາກ​ແມ່ນ​ມາ​ຈາກ​ຄົນ​ທີ່​ບໍ່​ໄດ້​ຮັ່ງມີ ເຊິ່ງ​ຄ້າຍ​ຄື​ກັນ​ກັບ​ຍິງ​ໝ້າຍ​ຜູ້​ຂັດ​ສົນ​ແທ້ ໆ ​ທີ່​ພະ​ເຍຊູ​ກ່າວ​ເຖິງ​ທີ່​ເອົາ​ເງິນ​ສອງ​ຫຼຽນ​ເຊິ່ງ​ມີ​ມູນຄ່າ​ໜ້ອຍ​ດຽວ​ປ່ອນ​ໃສ່​ກ່ອງ​ບໍລິຈາກ​ຢູ່​ວິຫານ. (ລືກາ 21:1-4) ສະນັ້ນ ໃຜ​ກໍ​ຕາມ​ສາມາດ “ມ້ຽນ​ໄວ້” ເພື່ອ​ໃຫ້ “ຕາມ​ທີ່​ໄດ້​ຄຶດ​ໝາຍ​ໄວ້​ໃນ​ໃຈ.”—1 ໂກລິນໂທ 16:2; 2 ໂກລິນໂທ 9:7

ພວກ​ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ສືບ​ຕໍ່​ກະຕຸ້ນ​ຫົວໃຈ​ຜູ້​ທີ່​ຕ້ອງການ ‘ນັບຖື​ພະອົງ​ໂດຍ​ສິ່ງ​ຕ່າງ ໆ ທີ່​ມີ​ຄ່າ’ ໃນ​ການ​ສົ່ງເສີມ​ວຽກ​ງານ​ລາຊະອານາຈັກ​ເພື່ອ​ໃຫ້​ໃຈ​ປະສົງ​ຂອງ​ພະອົງ​ຈະ​ສຳເລັດ​ເປັນ​ຈິງ.—ສຸພາສິດ 3:9

  • ອັນ​ໃດ​ທີ່​ເຮັດ​ໃຫ້​ອົງການ​ຂອງ​ພວກ​ເຮົາ​ແຕກຕ່າງ​ຈາກ​ສາສະໜາ​ອື່ນ ໆ?

  • ມີ​ການ​ໃຊ້​ເງິນ​ບໍລິຈາກ​ແນວ​ໃດ?