ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 27

ຫ້ອງ​ສະ​ໝຸດ​ຢູ່​ຫໍ​ປະຊຸມ​ໃຫ້​ປະໂຫຍດ​ຫຍັງ​ແດ່​ແກ່​ເຮົາ?

ຫ້ອງ​ສະ​ໝຸດ​ຢູ່​ຫໍ​ປະຊຸມ​ໃຫ້​ປະໂຫຍດ​ຫຍັງ​ແດ່​ແກ່​ເຮົາ?

ອິດ​ສະ​ຣາ​ແອນ

ສາທາລະນະ​ລັດ​ເຊັກ

ເບ​ແນ​ງ

ເກາະ​ກາຍ​ມັນ

ທ່ານ​ຢາກ​ເຮັດ​ການ​ຄົ້ນ​ຄວ້າ​ບາງ​ຢ່າງ​ເພື່ອ​ເພີ່ມ​ເຕີມ​ຄວາມ​ຮູ້​ກ່ຽວ​ກັບ​ຄຳພີ​ໄບເບິນ​ບໍ? ທ່ານ​ຢາກ​ຮູ້​ກ່ຽວ​ກັບ​ຂໍ້​ພະ​ຄຳພີ​ຂໍ້​ໃດ​ຂໍ້​ໜຶ່ງ​ຫຼື​ບຸກຄົນ​ໃດ​ໜຶ່ງ ສະຖານ​ທີ່​ໃດ​ໜຶ່ງ​ຫຼື​ສິ່ງ​ທີ່​ກ່າວ​ເຖິງ​ໃນ​ຄຳພີ​ໄບເບິນ​ບໍ? ຫຼື​ທ່ານ​ອາດ​ສົງໄສ​ວ່າ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ທ່ານ​ໃນ​ເລື່ອງ​ຄວາມ​ກັງວົນ​ສ່ວນ​ຕົວ​ໄດ້​ຫຼື​ບໍ່? ຄັນ​ຊັ້ນ​ທ່ານ​ສາມາດ​ໃຊ້​ຫ້ອງ​ສະ​ໝຸດ​ຢູ່​ຫໍ​ປະຊຸມ​ໄດ້.

ຫ້ອງ​ສະ​ໝຸດ​ມີ​ເຄື່ອງ​ມື​ຄົ້ນ​ຄວ້າ​ທີ່​ເປັນ​ປະໂຫຍດ. ທ່ານ​ອາດ​ຈະ​ບໍ່​ມີ​ສັບພະ​ໜັງສື​ທັງ​ໝົດ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ​ໃນ​ພາສາ​ຂອງ​ທ່ານ​ເອງ. ແຕ່​ຫ້ອງ​ສະ​ໝຸດ​ຢູ່​ຫໍ​ປະຊຸມ​ສ່ວນ​ຫຼາຍ​ມີ​ໜັງສື​ທີ່​ຫາ​ກໍ​ອອກ​ໃໝ່​ໃນ​ມໍ່ ໆ ນີ້. ນອກ​ຈາກ​ນັ້ນ ຫ້ອງ​ສະ​ໝຸດ​ອາດ​ມີ​ຄຳພີ​ໄບເບິນ​ສະບັບ​ແປ​ຕ່າງ ໆ ວັດຈະນານຸກົມ​ທີ່​ດີ ແລະ​ປຶ້ມ​ອ້າງອີງ​ອື່ນ ໆ ທີ່​ເປັນ​ປະໂຫຍດ. ທ່ານ​ສາມາດ​ໃຊ້​ຫ້ອງ​ສະ​ໝຸດ​ກ່ອນ​ແລະ​ພາຍ​ຫຼັງ​ການ​ປະຊຸມ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ. ຖ້າ​ມີ​ການ​ຕິດ​ຕັ້ງ​ຄອມພິວເຕີ​ຢູ່​ຫ້ອງ​ສະ​ໝຸດ ຄອມພິວເຕີ​ອາດ​ມີ​ດັດສະນີ​ສັບພະ​ໜັງສື (Watchtower Library). ໃນ​ລະບົບ​ຄອມພິວເຕີ​ນັ້ນ​ມີ​ການ​ທ້ອນ​ໂຮມ​ເອົາ​ໜັງສື​ຕ່າງ ໆ ຂອງ​ພວກ​ເຮົາ​ໄວ້​ນຳ​ກັນ ດັ່ງ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ງ່າຍ​ໃນ​ການ​ຄົ້ນ​ຄວ້າ ເຊິ່ງ​ທ່ານ​ສາມາດ​ຊອກ​ເບິ່ງ​ຫົວ​ເລື່ອງ ຄຳ​ເວົ້າ ຫຼື​ຂໍ້​ພະ​ຄຳພີ.

ຫ້ອງ​ສະ​ໝຸດ​ເປັນ​ປະໂຫຍດ​ສຳລັບ​ນັກ​ຮຽນ​ໃນ​ການ​ປະຊຸມ​ຊີວິດ​ແລະ​ວຽກ​ຮັບໃຊ້. ທ່ານ​ອາດ​ສາມາດ​ໃຊ້​ປະໂຫຍດ​ຈາກ​ຫ້ອງ​ສະ​ໝຸດ​ຢູ່​ຫໍ​ປະຊຸມ​ເພື່ອ​ກຽມ​ສ່ວນ​ມອບ​ໝາຍ. ຜູ້​ດູ​ແລ​ການ​ປະຊຸມ​ຊີວິດ​ແລະ​ວຽກ​ຮັບໃຊ້​ເປັນ​ຜູ້​ຮັບ​ຜິດ​ຊອບ​ຫ້ອງ​ສະ​ໝຸດ​ແລະ​ກໍ​ເປັນ​ໜ້າ​ທີ່​ຂອງ​ລາວ​ທີ່​ຈະ​ຈັດ​ໃຫ້​ມີ​ໜັງສື​ໃໝ່​ຫຼ້າ​ສຸດ​ຢູ່​ໃນ​ຫ້ອງ​ສະ​ໝຸດ​ແລະ​ມີ​ການ​ຈັດ​ປຶ້ມ​ໃຫ້​ເປັນ​ລະບຽບ​ຮຽບຮ້ອຍ​ດີ. ຜູ້​ດູ​ແລ​ການ​ປະຊຸມ​ຊີວິດ​ແລະ​ວຽກ​ຮັບໃຊ້​ຫຼື​ຜູ້​ສອນ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ທ່ານ​ໃຫ້​ຮູ້​ວິທີ​ຊອກ​ຂໍ້​ມູນ​ທີ່​ທ່ານ​ຕ້ອງການ. ແນວ​ໃດ​ກໍ​ຕາມ ບໍ່​ໃຫ້​ເອົາ​ປຶ້ມ​ອອກ​ໄປ​ຈາກ​ຫ້ອງ​ສະ​ໝຸດ​ຢູ່​ຫໍ​ປະຊຸມ. ແລະ​ແນ່ນອນ​ວ່າ​ເຮົາ​ຄວນ​ຈັບ​ບາຍ​ປຶ້ມ​ຕ່າງ ໆ ດ້ວຍ​ຄວາມ​ລະ​ມັດ​ລະວັງ​ແລະ​ບໍ່​ຂີດ​ຂຽນ​ໃສ່​ປຶ້ມ​ເຫຼົ່າ​ນັ້ນ.

ຄຳພີ​ໄບເບິນ​ອະທິບາຍ​ວ່າ ເພື່ອ​ທີ່​ຈະ “ພົບ​ຄວາມ​ຮູ້ຈັກ​ພະເຈົ້າ.” ພວກ​ເຮົາ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ຄົ້ນ​ຄວ້າ​ຫາ​ຄວາມ​ຮູ້​ນັ້ນ “ຄື​ຫາ​ຊັບ​ສົມບັດ​ທີ່​ເຊື່ອງ​ໄວ້.” (ສຸພາສິດ 2:1-5) ຫ້ອງ​ສະ​ໝຸດ​ຢູ່​ຫໍ​ປະຊຸມ​ສາມາດ​ຊ່ວຍ​ທ່ານ​ໃຫ້​ເລີ່ມ​ຕົ້ນ​ການ​ຄົ້ນ​ຄວ້າ​ໄດ້.

  • ເຄື່ອງ​ມື​ຄົ້ນ​ຄວ້າ​ອັນ​ໃດ​ທີ່​ມີ​ຢູ່​ຫ້ອງ​ສະ​ໝຸດ​ຢູ່​ຫໍ​ປະຊຸມ?

  • ໃຜ​ສາມາດ​ຊ່ວຍ​ທ່ານ​ໃຫ້​ໃຊ້​ຫ້ອງ​ສະ​ໝຸດ​ໃຫ້​ເປັນ​ປະໂຫຍດ​ທີ່​ສຸດ?