ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 28

ມີ​ຫຍັງ​ແດ່​ຢູ່​ເວັບໄຊ​ຂອງ​ພວກ​ເຮົາ?

ມີ​ຫຍັງ​ແດ່​ຢູ່​ເວັບໄຊ​ຂອງ​ພວກ​ເຮົາ?

ຝຣັ່ງ

ໂປໂລ​ຍ

ຣັດ​ເຊຍ

ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ຂອງ​ພະອົງ​ວ່າ: “ໃຫ້​ແຈ້ງ​ຂອງ​ທ່ານ​ທັງ​ຫຼາຍ​ສ່ອງ​ໄປ​ຕໍ່​ໜ້າ​ຄົນ​ທັງ​ຫຼາຍ ເພື່ອ​ເຂົາ​ຈະ​ໄດ້​ເຫັນ​ການ​ດີ​ທັງ​ຫຼາຍ​ຂອງ​ທ່ານ​ທັງ​ຫຼາຍ ແລະ​ຈະ​ໄດ້​ສັນລະເສີນ​ພະ​ບິດາ​ຂອງ​ພວກ​ທ່ານ​ຜູ້​ຢູ່​ໃນ​ສະຫວັນ.” (ມັດທາຍ 5:16) ເພື່ອ​ບັນລຸ​ເປົ້າ​ໝາຍ​ນັ້ນ ພວກ​ເຮົາ​ໃຊ້​ປະໂຫຍດ​ຈາກ​ເທັກໂນໂລຍີ​ທີ່​ທັນ​ສະໄໝ ເຊິ່ງ​ລວມ​ເຖິງ​ອິນເຕີເນັດ. ເວັບໄຊ​ຂອງ​ພວກ​ເຮົາ​ແມ່ນ​ແຫຼ່ງ​ຂໍ້​ມູນ​ທາງ​ອິນເຕີເນັດ​ທີ່​ເປັນ​ທາງ​ການ​ກ່ຽວ​ກັບ​ຄວາມ​ເຊື່ອ​ແລະ​ວຽກ​ງານ​ຂອງ​ພະຍານ​ພະ​ເຢໂຫວາ. ເວັບໄຊ​ນີ້​ມີ​ຈຸດ​ປະສົງ​ຄື​ແນວ​ໃດ?

ຄຳພີ​ໄບເບິນ​ມີ​ຄຳຕອບ​ສຳລັບ​ຄຳຖາມ​ທີ່​ຫຼາຍ​ຄົນ​ມັກ​ຖາມ. ທ່ານ​ສາມາດ​ພົບ​ຄຳຕອບ​ສຳລັບ​ບາງ​ຄຳຖາມ​ທີ່​ສຳຄັນ​ທີ່​ສຸດ​ເຊິ່ງ​ຄົນ​ອື່ນ​ເຄີຍ​ຖາມ. ຕົວຢ່າງ​ເຊັ່ນ ແຜ່ນພັບ​ຄວາມ​ທຸກ​ລຳບາກ​ຈະ​ມີ​ມື້​ໝົດ​ໄປ​ບໍ? ຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ມີ​ຊີວິດ​ອີກ​ບໍ? ເຊິ່ງ​ມີ​ໃຫ້​ອ່ານ​ຢູ່​ທາງ​ອິນເຕີເນັດ​ຫຼາຍ​ກວ່າ 600 ພາສາ. ທ່ານ​ຍັງ​ສາມາດ​ອ່ານ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ​ທີ່​ມີ​ຫຼາຍ​ກວ່າ 130 ພາສາ​ແລະ​ຄູ່​ມື​ມາກ​ມາຍ​ໃນ​ການ​ສຶກສາ​ຄຳພີ​ໄບເບິນ ເຊິ່ງ​ລວມ​ເຖິງ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ແລະ​ວາລະສານ​ຫໍສັງເກດການ ແລະ​ຕື່ນ​ເຖີດ! ສະບັບ​ອອກ​ໃໝ່. ສັບພະ​ໜັງສື​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ສາມາດ​ອ່ານ​ຫຼື​ຟັງ​ທາງ​ອິນເຕີເນັດ ຫຼື​ດາວ​ໂຫຼດ​ໄດ້​ໃນ​ຮູບ​ແບບ​ຕ່າງໆ ເຊັ່ນ MP3 PDF ຫຼື EPUB. ທ່ານ​ແມ່ນ​ແຕ່​ສາມາດ​ພິມ​ອອກ​ສອງ​ສາມ​ໜ້າ​ເພື່ອ​ເບິ່ງ​ກັບ​ຜູ້​ທີ່​ສົນ​ໃຈ​ໃນ​ພາສາ​ຂອງ​ລາວ​ເອງ! ສັບພະ​ໜັງສື​ຕ່າງ ໆ ມີ​ໃນ​ຮູບ​ແບບ​ເປັນ​ວິດີໂອ​ໃນ​ພາສາ​ມື​ຫຼາຍ​ພາສາ. ທ່ານ​ສາມາດ​ດາວ​ໂຫຼດ​ການ​ອ່ານ​ຄຳພີ​ໄບເບິນ​ແບບ​ລະຄອນ ລະຄອນ​ກ່ຽວ​ກັບ​ຄຳພີ​ໄບເບິນ​ແລະ​ດົນຕີ​ມ່ວນໆ​ໄດ້.

ຂໍ້​ມູນ​ຄວາມ​ຈິງ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ ຍັງ​ມີ​ການ​ລົງ​ຂ່າວ​ໃໝ່​ຫຼ້າ​ສຸດ​ແລະ​ຮູບ​ກ່ຽວ​ກັບ​ວຽກ​ງານ​ຂອງ​ພວກ​ເຮົາ​ໃນ​ທົ່ວ​ໂລກ ເຫດການ​ຕ່າງ ໆ ທີ່​ກະທົບ​ໃສ່​ພະຍານ​ພະ​ເຢໂຫວາ ແລະ​ວຽກ​ງານ​ຂອງ​ພວກ​ເຮົາ​ໃນ​ການ​ຊ່ວຍ​ເຫຼືອ​ເມື່ອ​ມີ​ໄພ​ພິບັດ. ທ່ານ​ສາມາດ​ເບິ່ງ​ແຈ້ງ​ການ​ກ່ຽວ​ກັບ​ການ​ປະຊຸມ​ໃຫຍ່​ທີ່​ກຳລັງ​ຈະ​ມາ​ເຖິງ ແລະ​ຂໍ້​ມູນ​ທີ່​ສາມາດ​ຕິດ​ຕໍ່​ສຳນັກງານ​ສາຂາ​ຕ່າງ ໆ ຂອງ​ພວກ​ເຮົາ.

ໂດຍ​ການ​ເຮັດ​ແນວ​ນີ້ ພວກ​ເຮົາ​ກຳລັງ​ສ່ອງ​ແສງ​ຄວາມ​ຈິງ​ໄປ​ສູ່​ສ່ວນ​ຕ່າງ ໆ ທີ່​ຫ່າງ​ໄກ​ທີ່​ສຸດ​ໃນ​ໂລກ. ຜູ້​ຄົນ​ຈາກ​ທຸກ​ທະວີບ​ກຳລັງ​ໄດ້​ຮັບ​ປະໂຫຍດ ເຊິ່ງ​ລວມ​ເຖິງ​ທະວີບ​ທີ່​ໜາວ​ທີ່​ສຸດ​ແລະ​ຫ່າງ​ໄກ​ທີ່​ສຸດ​ເຊິ່ງ​ເອີ້ນ​ວ່າ ອັງ​ຕັກ​ຕິກ. ເຮົາ​ອະທິດຖານ​ວ່າ “ພະ​ຄຳ​ແຫ່ງ​ພະອົງ​ເຈົ້າ​ຈະ​ໄດ້​ແລ່ນ​ໄປ [ແພ່​ໄປ​ຢ່າງ​ໄວ​ວາ]” ທົ່ວ​ໂລກ​ເພື່ອ​ສັນລະເສີນ​ພະເຈົ້າ.—2 ເທຊະໂລນີກ 3:1

  • ເວັບໄຊ www.pr418.com/lo ຊ່ວຍ​ຫຼາຍ​ຄົນ​ແນວ​ໃດ​ໃຫ້​ຮຽນ​ຮູ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ?

  • ທ່ານ​ຢາກ​ຄົ້ນ​ຫາ​ອັນ​ໃດ​ໃນ​ເວັບໄຊ​ຂອງ​ພວກ​ເຮົາ?