ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ທ່ານ​ເຕັມ​ໃຈ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ບໍ?

ທ່ານ​ເຕັມ​ໃຈ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ບໍ?

ຂໍ​ຂອບໃຈ​ທີ່​ທ່ານ​ໃຊ້​ເວລາ​ສຶກສາ​ຈຸນລະສານ​ນີ້​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ ວຽກ​ງານ​ຂອງ​ພວກ​ເຮົາ ແລະ​ເຫັນ​ອົງການ​ຂອງ​ພວກ​ເຮົາ​ໃນ​ພາກ​ປະຕິບັດ. ພວກ​ເຮົາ​ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ​ຈຸນລະສານ​ນີ້​ໄດ້​ຊ່ວຍ​ທ່ານ​ໃຫ້​ລະບຸ​ວ່າ​ພວກ​ເຮົາ​ແມ່ນ​ຜູ້​ຄົນ​ທີ່​ກຳລັງ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ວັນ​ນີ້. ພວກ​ເຮົາ​ຂໍ​ສະໜັບສະໜູນ​ທ່ານ​ໃຫ້​ຮັບ​ເອົາ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຕໍ່ ໆ ໄປ ບອກ​ຄອບຄົວ​ແລະ​ໝູ່​ເພື່ອນ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ກຳລັງ​ຮຽນ​ຮູ້ ແລະ​ຄົບຫາ​ສະມາຄົມ​ເປັນ​ປະຈຳ​ກັບ​ພວກ​ເຮົາ​ຢູ່​ການ​ປະຊຸມ​ຕ່າງ ໆ ຂອງ​ຄລິດສະຕຽນ.—ເຫບເລີ 10:23-25

ແຮ່ງ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ທ່ານ​ແຮ່ງ​ຈະ​ເຫັນ​ວ່າ​ພະອົງ​ຮັກ​ທ່ານ​ຢ່າງ​ແທ້​ຈິງ. ຈາກ​ນັ້ນ ທ່ານ​ຈະ​ຖືກ​ກະຕຸ້ນ​ໃຫ້​ເຮັດ​ທຸກ​ສິ່ງ​ທີ່​ທ່ານ​ເຮັດ​ໄດ້​ເພື່ອ​ສະແດງ​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ພະອົງ​ເປັນ​ການ​ຕອບ​ແທນ. (1 ໂຢຮັນ 4:8-10, 19) ແຕ່​ທ່ານ​ຈະ​ສະແດງ​ອອກ​ແນວ​ໃດ​ວ່າ​ທ່ານ​ຮັກ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ທ່ານ​ໃຊ້​ຊີວິດ? ເປັນ​ຫຍັງ​ການ​ປະຕິບັດ​ຕາມ​ມາດຕະຖານ​ດ້ານ​ສິລະທຳ​ຂອງ​ພະອົງ​ຈຶ່ງ​ເປັນ​ປະໂຫຍດ​ສຳລັບ​ທ່ານ? ແລະ​ສິ່ງ​ໃດ​ຈະ​ຊ່ວຍ​ທ່ານ​ໃຫ້​ຕ້ອງການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ພວກ​ເຮົາ? ຜູ້​ສອນ​ຄຳພີ​ໄບເບິນ​ໃຫ້​ທ່ານ​ຍິນດີ​ທີ່​ຈະ​ຊອກ​ຫາ​ຄຳຕອບ​ກັບ​ທ່ານ​ເພື່ອ​ທີ່​ທ່ານ​ແລະ​ຄອບຄົວ​ຈະ​ສາມາດ “ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ . . . [ພ້ອມ​ທັງ] ໄດ້​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.”—ຢູເດ 21

ພວກ​ເຮົາ​ຂໍ​ເຊີນ​ທ່ານ​ດ້ວຍ​ຄວາມ​ອົບອຸ່ນ​ໃຈ​ໃຫ້​ເຮັດ​ຄວາມ​ກ້າວ​ໜ້າ​ຕໍ່ ໆ ໄປ​ໃນ​ທາງ​ແຫ່ງ​ຄວາມ​ຈິງ​ໂດຍ​ສຶກສາ​ປຶ້ມ​ຕໍ່​ໄປ​ນີ້ . . . “ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ”