ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 4

ຜູ້​ຍິງ​ທີ່​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ແລະ​ພະ​ເຢໂຫວາ​ດີ​ໃຈ

ຜູ້​ຍິງ​ທີ່​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ແລະ​ພະ​ເຢໂຫວາ​ດີ​ໃຈ

ເຢບເທ​ໄດ້​ສັນຍາ​ຫຍັງ​ກັບ​ພະ​ເຢໂຫວາ

ເຖິງ​ຈະ​ບໍ່​ງ່າຍ ແຕ່​ລູກ​ສາວ​ຂອງ​ເຢບເທ​ໄດ້​ເຮັດ​ຕາມ​ທີ່​ພໍ່​ໄດ້​ສັນຍາ​ໄວ້

ລູກ​ເຫັນ​ຮູບ​ຜູ້​ຍິງ​ໃນ​ໜ້າ​ນີ້​ບໍ?— ລາວ​ເປັນ​ລູກ​ສາວ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ເຢບເທ. ບໍ່​ມີ​ການ​ກ່າວ​ເຖິງ​ຊື່​ຂອງ​ຜູ້​ຍິງ​ຄົນ​ນີ້​ໃນ​ຄຳພີ​ໄບເບິນ ແຕ່​ເຮົາ​ຮູ້​ວ່າ​ລາວ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ແລະ​ພະ​ເຢໂຫວາ​ດີ​ໃຈ. ເຮົາ​ມາ​ຮຽນ​ເລື່ອງ​ຂອງ​ຜູ້​ຍິງ​ຄົນ​ນີ້​ແລະ​ພໍ່​ຂອງ​ລາວ​ນຳ​ກັນ​ຕື່ມ​ອີກ​ເນ​າະ.

ເຢບເທ​ເປັນ​ຄົນ​ດີ​ແລະ​ໄດ້​ທຸ່ມ​ເທ​ຕົວ​ໃນ​ການ​ສອນ​ລູກ​ສາວ​ໃຫ້​ຮູ້​ເລື່ອງ​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ​ແລ້ວ​ລາວ​ຍັງ​ເປັນ​ຄົນ​ທີ່​ແຂງແຮງ​ແລະ​ເປັນ​ຜູ້​ນຳ​ທີ່​ດີ. ດັ່ງ​ນັ້ນ ຊາວ​ອິດ​ສະລະ​ແອນ​ຈຶ່ງ​ຂໍ​ໃຫ້​ລາວ​ເປັນ​ຜູ້​ນຳ​ເພື່ອ​ໄປ​ຕໍ່​ສູ້​ກັບ​ພວກ​ສັດຕູ.

ໃນ​ຂະນະ​ທີ່​ເຢບເທ​ໄປ​ຕໍ່​ສູ້ ລາວ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ເອົາ​ຊະນະ​ພວກ​ສັດຕູ. ລາວ​ໄດ້​ສັນຍາ​ວ່າ ຖ້າ​ໄດ້​ຕາມ​ທີ່​ຂໍ ເມື່ອ​ກັບ​ມາ​ຮອດ​ເຮືອນ ລາວ​ກໍ​ຈະ​ມອບ​ຄົນ​ທຳອິດ​ທີ່​ອອກ​ມາ​ຕ້ອນຮັບ​ລາວ​ໃຫ້​ແກ່​ພະ​ເຢໂຫວາ. ຄົນ​ນັ້ນ​ຈະ​ຕ້ອງ​ໄດ້​ເຮັດ​ວຽກ​ແລະ​ອາໄສ​ຢູ່​ທີ່​ທັບ​ອາໄສ​ຂອງ​ພະອົງ​ຕະຫຼອດ​ຊີວິດ​ຂອງ​ລາວ. ທັບ​ອາໄສ​ແມ່ນ​ກະໂຈມ​ເຊິ່ງ​ເປັນ​ບ່ອນ​ທີ່​ຜູ້​ຄົນ​ໄປ​ນະມັດສະການ​ພະ​ເຢໂຫວາ. ໃນ​ທີ່​ສຸດ ເຢບເທ​ກໍ​ໄດ້​ໄຊ​ຊະນະ! ເມື່ອ​ລາວ​ກັບ​ມາ​ຮອດ​ເຮືອນ ລູກ​ຮູ້​ບໍ​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ທຳອິດ​ທີ່​ອອກ​ມາ​ຕ້ອນຮັບ​ລາວ?—

ແມ່ນ​ແລ້ວ ລູກ​ສາວ​ຂອງ​ເຢບເທ​ນັ້ນ​ເອງ! ລາວ​ເປັນ​ລູກ​ຄົນ​ດຽວ ແລະ​ຕອນ​ນີ້​ເຢບເທ​ຈະ​ຕ້ອງ​ສົ່ງ​ລູກ​ໃຫ້​ໄປ​ຢູ່​ໄກໆ. ການ​ເຮັດ​ເຊັ່ນ​ນີ້​ຈຶ່ງ​ເຮັດ​ໃຫ້​ລາວ​ເສົ້າໃຈ​ຫຼາຍ. ແຕ່​ຢ່າ​ລືມ​ວ່າ ພໍ່​ຂອງ​ລາວ​ໄດ້​ສັນຍາ​ໄວ້​ແລ້ວ. ລູກ​ສາວ​ຂອງ​ເຢບເທ​ເວົ້າ​ອອກ​ມາ​ທັນທີ​ເລີຍ​ວ່າ ‘ພໍ່​ເອີຍ ພໍ່​ໄດ້​ສັນຍາ​ກັບ​ພະ​ເຢໂຫວາ​ແລ້ວ ດັ່ງ​ນັ້ນ ພໍ່​ຕ້ອງ​ເຮັດ​ຕາມ​ຄຳ​ສັນຍາ​ນັ້ນ.’

ທຸກໆປີ ໝູ່​ຂອງ​ລູກ​ສາວ​ເຢບເທ​ໄດ້​ໄປ​ຢາມ​ລາວ

ລູກ​ສາວ​ຂອງ​ເຢບເທ​ກໍ​ເສົ້າໃຈ​ຄື​ກັນ. ເມື່ອ​ຮັບໃຊ້​ຢູ່​ທີ່​ທັບ​ອາໄສ ລາວ​ບໍ່​ສາມາດ​ແຕ່ງ​ງານ​ຫຼື​ມີ​ລູກ. ແຕ່​ລາວ​ຢາກ​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ຂອງ​ຕົນ​ໄດ້​ສັນຍາ​ໄວ້​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ດີ​ໃຈ. ເລື່ອງ​ນີ້​ສຳຄັນ​ຕໍ່​ລາວ​ຫຼາຍ​ກວ່າ​ການ​ແຕ່ງ​ດອງ​ຫຼື​ການ​ມີ​ລູກ. ດັ່ງ​ນັ້ນ ລາວ​ຈຶ່ງ​ຈາກ​ພໍ່​ແມ່​ໄປ​ຢູ່​ທີ່​ທັບ​ອາໄສ​ຕະຫຼອດ​ຊີວິດ​ຂອງ​ລາວ.

ລູກ​ຄິດ​ວ່າ​ສິ່ງ​ທີ່​ລາວ​ເຮັດ​ນັ້ນ​ເຮັດ​ໃຫ້​ພໍ່​ຂອງ​ລາວ​ແລະ​ພະ​ເຢໂຫວາ​ດີ​ໃຈ​ບໍ?— ແມ່ນ​ແລ້ວ ລາວ​ໄດ້​ເຮັດ! ຖ້າ​ລູກ​ຟັງ​ຄວາມ​ແລະ​ຮັກ​ພະ​ເຢໂຫວາ ລູກ​ກໍ​ຈະ​ເປັນ​ຄື​ກັບ​ລູກ​ສາວ​ຂອງ​ເຢບເທ ລູກ​ຈະ​ເຮັດ​ໃຫ້​ພໍ່​ແມ່​ແລະ​ພະ​ເຢໂຫວາ​ດີ​ໃຈ​ຫຼາຍ​ຄື​ກັນ.

ມາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ