ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 5

ຊາເມືອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆ​ໄປ

ຊາເມືອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆ​ໄປ

ຕັ້ງ​ແຕ່​ເປັນ​ເດັກ​ນ້ອຍ ຊາເມືອນ​ໄດ້​ມາ​ຢູ່​ແລະ​ເຮັດ​ວຽກ​ທີ່​ທັບ​ອາໄສ ເຊິ່ງ​ເປັນ​ບ່ອນ​ທີ່​ຜູ້​ຄົນ​ມາ​ນະມັດສະການ​ພະ​ເຢໂຫວາ. ລູກ​ຮູ້​ບໍ ຊາເມືອນ​ມາ​ຢູ່​ທີ່​ທັບ​ອາໄສ​ໄດ້​ແນວ​ໃດ? ທຳອິດ​ໃຫ້​ເຮົາ​ມາ​ຮຽນ​ເລື່ອງ​ນາງ​ອານາ ແມ່​ຂອງ​ຊາເມືອນ​ນຳ​ກັນ​ກ່ອນ.

ຕັ້ງ​ແຕ່​ດົນ​ແລ້ວ ນາງ​ອານາ​ຢາກ​ໄດ້​ລູກ​ຫຼາຍ​ແທ້ໆ ແຕ່​ລາວ​ກໍ​ບໍ່​ໄດ້​ລູກ​ຈັກ​ຄົນ​ເລີຍ. ດັ່ງ​ນັ້ນ ລາວ​ຈຶ່ງ​ອະທິດຖານ​ແລະ​ອ້ອນ​ວອນ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ໄດ້​ລູກ​ຄົນ​ໜຶ່ງ​ກໍ​ດີ​ຫຼາຍ​ແລ້ວ. ລາວ​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ​ຖ້າ​ລາວ​ໄດ້​ລູກ​ຊາຍ ລາວ​ຈະ​ສົ່ງ​ຜູ້​ນັ້ນ​ໃຫ້​ໄປ​ຢູ່​ແລະ​ຮັບໃຊ້​ທີ່​ທັບ​ອາໄສ. ພະ​ເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ໂດຍ​ໃຫ້​ລາວ​ໄດ້​ລູກ​ຊາຍ. ລາວ​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ຊາເມືອນ. ເມື່ອ​ຊາເມືອນ​ອາຍຸ​ໄດ້​ສາມ​ຫຼື​ສີ່​ປີ ອານາ​ກໍ​ໄດ້​ໃຫ້​ລູກ​ຊາຍ​ໄປ​ຮັບໃຊ້​ພະ​ເຢໂຫວາ​ທີ່​ທັບ​ອາໄສ​ຕາມ​ທີ່​ລາວ​ໄດ້​ສັນຍາ​ໄວ້.

ທ້າວ​ເອລີ​ເປັນ​ປະໂລຫິດ​ໃຫຍ່​ເຮັດ​ວຽກ​ຢູ່​ທີ່​ທັບ​ອາໄສ. ລູກ​ຊາຍ​ຂອງ​ລາວ​ສອງ​ຄົນ​ກໍ​ເຮັດ​ວຽກ​ຢູ່​ຫັ້ນ​ນຳ​ກັນ. ຢ່າ​ລືມ​ວ່າ​ທີ່​ທັບ​ອາໄສ​ເປັນ​ບ່ອນ​ເພື່ອ​ນະມັດສະການ​ພະ​ເຢໂຫວາ ຜູ້​ຄົນ​ຄວນ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ດີ​ງາມ​ໃນ​ທີ່​ນັ້ນ. ແຕ່​ລູກ​ຊາຍ​ຂອງ​ເອລີ​ໄດ້​ເຮັດ​ແນວ​ທີ່​ຊົ່ວ​ຫຼາຍ. ຊາເມືອນ​ເຫັນ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ. ຊາເມືອນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຄື​ພວກ​ລູກ​ຊາຍ​ຂອງ​ເອລີ​ບໍ?— ບໍ່ ລາວ​ຍັງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆ​ໄປ ຄື​ກັບ​ທີ່​ພໍ່​ແມ່​ຂອງ​ລາວ​ໄດ້​ສອນ​ໄວ້.

ລູກ​ຄິດ​ວ່າ​ເອລີ​ຄວນ​ເຮັດ​ແນວ​ໃດ​ກັບ​ລູກ​ຊາຍ​ທັງ​ສອງ​ຄົນ?— ລາວ​ຄວນ​ຈະ​ລົງໂທດ​ພວກ​ເຂົາ.ລາວ​ບໍ່​ຄວນ​ໃຫ້​ພວກ​ເຂົາ​ເຮັດ​ວຽກ​ຢູ່​ທີ່​ວິຫານ​ຂອງ​ພະເຈົ້າ​ອີກ​ຕໍ່​ໄປ. ແຕ່​ເອລີ​ບໍ່​ໄດ້​ເຮັດ ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ລາວ​ແລະ​ລູກ​ຊາຍ​ຂອງ​ລາວ​ຫຼາຍ. ພະ​ເຢໂຫວາ​ຈຶ່ງ​ຕັດສິນ​ລົງໂທດ​ພວກ​ເຂົາ​ເຖິງ​ຕາຍ.

ຊາເມືອນ​ບອກ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ໃຫ້​ເອລີ​ຟັງ

ໃນ​ຄືນ​ໜຶ່ງ​ໃນ​ຂະນະ​ທີ່​ຊາເມືອນ​ກຳລັງ​ນອນ​ຫຼັບ​ຢູ່ ລາວ​ໄດ້​ຍິນ​ສຽງ​ເອີ້ນ​ວ່າ ‘ຊາເມືອນ​ເອີຍ!’ ລາວ​ຈຶ່ງ​ແລ່ນ​ໄປ​ຫາ​ເອລີ ແຕ່​ເອລີ​ຕອບ​ວ່າ ‘ຂ້ອຍ​ບໍ່​ໄດ້​ເອີ້ນ​ເຈົ້າ’ ແລ້ວ​ກໍ​ມີ​ສຽງ​ເອີ້ນ​ແບບ​ນີ້​ອີກ​ສອງ​ເທື່ອ. ຫຼັງ​ຈາກ​ເອີ້ນ​ເທື່ອ​ທີ​ສາມ ເອລີ​ໄດ້​ບອກ​ຊາເມືອນ​ວ່າ ຖ້າ​ໄດ້​ຍິນ​ສຽງ​ອີກ ໃຫ້​ເຈົ້າ​ເວົ້າ​ວ່າ ‘ເຊີນ​ເວົ້າ​ເລີຍ ພະ​ເຢໂຫວາ ຂ້ານ້ອຍ​ກຳລັງ​ຟັງ​ຢູ່’ ແລະ​ຊາເມືອນ​ກໍ​ເຮັດ​ຕາມ​ນັ້ນ ແລ້ວ​ພະ​ເຢໂຫວາ​ໄດ້​ບອກ​ຊາເມືອນ​ວ່າ: ‘ໃຫ້​ບອກ​ເອລີ​ວ່າ ເຮົາ​ຈະ​ລົງໂທດ​ຄອບຄົວ​ຂອງ​ລາວ​ສຳລັບ​ສິ່ງ​ຊົ່ວ​ທີ່​ພວກ​ເຂົາ​ໄດ້​ເຮັດ.’ ລູກ​ຄິດ​ວ່າ​ງ່າຍ​ບໍ​ທີ່​ຊາເມືອນ​ຈະ​ບອກ​ຂ່າວ​ນີ້​ໃຫ້​ເອລີ​ຮູ້?— ບໍ່​ງ່າຍ​ເລີຍ. ເຖິງ​ວ່າ​ຊາເມືອນ​ຈະ​ຮູ້ສຶກ​ຢ້ານ ແຕ່​ລາວ​ກໍ​ຍັງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ແລ້ວ​ສິ່ງ​ທີ່​ພະອົງ​ໄດ້​ບອກ​ໄວ້​ນັ້ນ​ກໍ​ເກີດ​ຂຶ້ນ​ແທ້. ລູກ​ຊາຍ​ທັງ​ສອງ​ຄົນ​ຂອງ​ເອລີ​ຖືກ​ຂ້າ ແລະ​ເອລີ​ກໍ​ໄດ້​ຕາຍ​ຄື​ກັນ.

ຊາເມືອນ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ພວກ​ເຮົາ. ລາວ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ ເຖິງ​ວ່າ​ຈະ​ເຫັນ​ຄົນ​ອື່ນ​ເຮັດ​ສິ່ງ​ທີ່​ບໍ່​ດີ​ກໍ​ຕາມ. ແລ້ວ​ລູກ​ເດ? ລູກ​ຈະ​ເປັນ​ຄື​ກັບ​ຊາເມືອນ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆ​ໄປ​ບໍ? ຖ້າ​ເຮັດ​ໄດ້ ລູກ​ກໍ​ຈະ​ເຮັດ​ໃຫ້​ທັງ​ພະ​ເຢໂຫວາ​ແລະ​ພໍ່​ແມ່​ດີ​ໃຈ.

ມາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ