ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 6

ດາວິດ​ມີ​ຄວາມ​ກ້າຫານ​ຫຼາຍ

ດາວິດ​ມີ​ຄວາມ​ກ້າຫານ​ຫຼາຍ

ເມື່ອ​ຮູ້ສຶກ​ຢ້ານ​ລູກ​ເຮັດ​ແນວ​ໃດ?— ລູກ​ອາດ​ຈະ​ແລ່ນ​ໄປ​ຂໍ​ໃຫ້​ພໍ່​ຫຼື​ແມ່​ຊ່ວຍ. ແຕ່​ຍັງ​ມີ​ອີກ​ຜູ້​ໜຶ່ງ​ທີ່​ສາມາດ​ຊ່ວຍ​ລູກ​ໄດ້​ຄື​ກັນ. ຜູ້​ນັ້ນ​ມີ​ລິດເດດ​ຫຼາຍ​ກວ່າ​ຄົນ​ອື່ນໆ. ລູກ​ຮູ້​ບໍ​ວ່າ​ແມ່ນ​ໃຜ?— ແມ່ນ​ແລ້ວ ຜູ້​ນັ້ນ​ແມ່ນ​ພະ​ເຢໂຫວາ​ພະເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ ລາວ​ມີ​ຊື່​ວ່າ​ດາວິດ. ລາວ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ສະເໝີ ລາວ​ຈຶ່ງ​ບໍ່​ຢ້ານ.

ຕັ້ງ​ແຕ່​ດາວິດ​ຍັງ​ນ້ອຍໆ ພໍ່​ແມ່​ໄດ້​ສອນ​ລາວ​ໃຫ້​ຮັກ​ພະ​ເຢໂຫວາ. ສິ່ງ​ນີ້​ໄດ້​ຊ່ວຍ​ດາວິດ​ໃຫ້​ມີ​ຄວາມ​ກ້າຫານ ເຖິງ​ແມ່ນ​ວ່າ​ຈະ​ພົບ​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ຢ້ານ​ກໍ​ຕາມ. ລາວ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ໝູ່​ຂອງ​ລາວ​ແລະ​ພະອົງ​ຈະ​ຊ່ວຍ​ລາວ. ມີ​ຢູ່​ເທື່ອ​ໜຶ່ງ ຕອນ​ທີ່​ດາວິດ​ກຳລັງ​ລ້ຽງ​ແກະ​ຢູ່ ໄດ້​ມີ​ສິງໂຕ​ໃຫຍ່ໆ​ມາ​ຄາບ​ເອົາ​ແກະ​ໄປ​ໂຕ​ໜຶ່ງ! ລູກ​ຮູ້​ບໍ​ວ່າ​ດາວິດ​ໄດ້​ເຮັດ​ແນວ​ໃດ? ລາວ​ໄດ້​ໄລ່​ຕິດ​ຕາມ​ສິງໂຕ​ນັ້ນ​ໄປ​ແລະ​ໄດ້​ຂ້າ​ມັນ​ດ້ວຍ​ສອງ​ມື​ເປົ່າໆ! ແລະ​ມີ​ອີກ​ເທື່ອ​ໜຶ່ງ ມີ​ໂຕ​ໝີ​ມາ​ທຳ​ຮ້າຍ​ແກະ ແລະ​ດາວິດ​ກໍ​ໄດ້​ຂ້າ​ມັນ​ຄື​ກັນ! ລູກ​ຄິດ​ວ່າ​ໃຜ​ຊ່ວຍ​ດາວິດ?— ແມ່ນ​ແລ້ວ ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ລາວ.

ມີ​ອີກ​ຄັ້ງ​ໜຶ່ງ​ທີ່​ດາວິດ​ກ້າຫານ​ເປັນ​ພິເສດ. ຕອນ​ທີ່​ຊາວ​ອິດສະລາແອນ​ພວມ​ຕໍ່​ສູ້​ກັບ​ພວກ​ຟີລີດຕີນ. ທະຫານ​ຄົນ​ໜຶ່ງ​ຂອງ​ພວກ​ຟີລີດຕີນ​ໂຕ​ໃຫຍ່ໆ​ສູງໆ​ຄື​ຍັກ! ຄົນ​ນີ້​ຊື່​ວ່າ​ໂຄລີອາດ ເຊິ່ງ​ໄດ້​ເວົ້າ​ເຍາະ​ເຍີ້ຍ​ພະ​ເຢໂຫວາ​ແລະ​ທະຫານ​ຊາວ​ອິດສະລາແອນ. ໂຄລີອາດ​ໄດ້​ທ້າ​ໃຫ້​ພວກ​ທະຫານ​ຊາວ​ອິດສະລາແອນ​ມາ​ຕໍ່​ສູ້​ນຳ. ແຕ່​ທະຫານ​ທຸກ​ຄົນ​ຮູ້ສຶກ​ຢ້ານ​ຫຼາຍ​ຈຶ່ງ​ບໍ່​ກ້າ​ມາ​ສູ້​ກັບ​ຄົນ​ຮ່າງ​ຍັກ​ນັ້ນ. ເມື່ອ​ດາວິດ​ໄດ້​ຍິນ​ແນວ​ນັ້ນ ລາວ​ຈຶ່ງ​ບອກ​ໂຄລີອາດ​ວ່າ: ‘ຂ້ອຍ​ຈະ​ໄປ​ສູ້​ກັບ​ເຈົ້າ! ພະ​ເຢໂຫວາ​ຈະ​ຊ່ວຍ​ຂ້ອຍ ແລະ​ຂ້ອຍ​ຈະ​ເອົາ​ຊະນະ​ເຈົ້າ​ຢ່າງ​ແນ່ນອນ!’ ລູກ​ຄິດ​ວ່າ​ດາວິດ​ເປັນ​ຄົນ​ກ້າຫານ​ບໍ?— ແມ່ນ ລາວ​ກ້າຫານ​ຫຼາຍ. ລູກ​ຢາກ​ຮູ້​ບໍ​ວ່າ​ຕໍ່​ໄປ​ເລື່ອງ​ຈະ​ເປັນ​ແນວ​ໃດ?

ດາວິດ​ໄດ້​ໄປ​ສູ້​ກັບ​ຄົນ​ຮ່າງ​ຍັກ​ນັ້ນ​ແລະ​ໃຊ້​ພຽງ​ຖ່ວງ​ກັບ​ຫີນ​ກ້ຽງໆ​ຫ້າ​ກ້ອນ​ເທົ່າ​ນັ້ນ. ເມື່ອ​ໂຄລີອາດ​ເຫັນ​ດາວິດ​ຜູ້​ໜຸ່ມ​ນ້ອຍ​ນັ້ນ ລາວ​ກໍ​ຫົວຂວັນ​ໃສ່! ແຕ່​ດາວິດ​ບອກ​ວ່າ ‘ເຈົ້າ​ຖື​ດາບ​ມາ​ຕໍ່​ສູ້​ຂ້ອຍ ແຕ່​ຝ່າຍ​ຂ້ອຍ ຂ້ອຍ​ມາ​ຕໍ່​ສູ້​ເຈົ້າ​ໃນ​ນາມ​ຊື່​ພະ​ເຢໂຫວາ!’ ຈາກ​ນັ້ນ​ດາວິດ​ກໍ​ເອົາ​ກ້ອນ​ຫີນ​ໃສ່​ໃນ​ຖ່ວງ ແລ້ວ​ແລ່ນ​ເຂົ້າ​ຫາ​ໂຄລີອາດ​ແລະ​ຄວ່າງ​ຫີນ​ກ້ອນ​ນັ້ນ​ເຂົ້າ​ໃສ່​ຄົນ​ນັ້ນ. ຫີນ​ນັ້ນ​ໄປ​ຖືກ​ຫວ່າງ​ກາງ​ໜ້າ​ຜາກ​ຂອງ​ຄົນ​ຮ່າງ​ຍັກ​ນັ້ນ​ພໍ​ດີ ແລ້ວ​ກໍ​ລົ້ມ​ຟາດ​ລົງ​ດິນ ແລະ​ຕາຍ! ພວກ​ຟີລີດຕີນ​ຢ້ານ​ຫຼາຍ​ຈຶ່ງ​ພາ​ກັນ​ແຕກ​ໜີ​ໝົດ. ຄົນ​ໜຸ່ມ​ນ້ອຍ​ຄື​ດາວິດ​ເອົາ​ຊະນະ​ຄົນ​ຮ່າງ​ຍັກ​ນັ້ນ​ໄດ້​ແນວ​ໃດ?— ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ລາວ​ແລະ​ພະອົງ​ມີ​ພະລັງ​ຫຼາຍ​ກວ່າ​ຄົນ​ຮ່າງ​ຍັກ​ນັ້ນ​ຫຼາຍ​ຕໍ່​ຫຼາຍ​ເທົ່າ!

ດາວິດ​ມີ​ຄວາມ​ກ້າຫານ​ຫຼາຍ ເພາະ​ລາວ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ

ເລື່ອງ​ຂອງ​ດາວິດ​ສອນ​ບົດຮຽນ​ຫຍັງ​ແກ່​ລູກ?— ເລື່ອງ​ນີ້​ສອນ​ວ່າ ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ​ທີ່​ສຸດ ແລະ​ພະອົງ​ກໍ​ເປັນ​ໝູ່​ຂອງ​ລູກ. ດັ່ງ​ນັ້ນ ເທື່ອ​ໜ້າ​ຖ້າ​ລູກ​ຮູ້ສຶກ​ຢ້ານ ກໍ​ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ສາມາດ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ກ້າຫານ​ໄດ້​ຢ່າງ​ແນ່ນອນ!

ມາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ